05 ພຶດສະພາ ວັນຄ້າຍວັນເກີດທ່ານກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ

ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ(ເນື່ອງໃນໂອກາດວັນຄ້າຍວັນເກີດ ທ່ານ ກາກມາກ 5/5/1818-5/5/202) ເມື່ອເວລາເປັນນັກສຶກສາຢູ່ມະຫາວິທະຍາໄລ, ທ່ານກາກມາກ ໄດ້ອຸທິດຕົນ ເພື່ອຄົ້ນ ຄວ້າປັດຊະຍາ, ວິຊາສັງຄົມສາດ, ນອກຈາກການຄົ້ນຄວ້າປັດຊະຍາດັ່ງກ່າວ ດ້ວຍການສູ້ຊົນກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ ເພື່ອກ້າວໄປສູ່ຜົນສຳເລັດນັ້ນ, ທ່ານ ກາກມາກ ສາມາດຄົ້ນພົບ ຫລັກມູນ ພື້ນຖານຈຳນວນຫນຶ່ງ ໂດຍໄດ້ ເລີ່ມສ້າງ ລັດທິມາກ ຂຶ້ນໃນຊຸມປີ 40 ຂອງສະຕະວັດທີ 19 ຢູ່ ເຢຍລະມັນ.ລັດທິມາກ ເກີດຂຶ້ນເນື່ອງຈາກໄດ້ມີການຂະຫຍາຍຕົວທາງດ້ານສັງຄົມ, ການຕໍ່ສູ້ຊົນຊັ້ນ, ວິທະ ຍາສາດ ແລະ ປັດຊະຍາ.

ໃນເວລານັ້ນໄດ້ເກີດມີປະຖົມປັດໄຈ ທາງດ້ານທິດສະດີດ້ານເສດຖະກິດ ແລະ ສັງຄົມສຳລັບລັດທິມາກ. ກາກມາກໄດ້ຄົ້ນພົບກົດເກນພື້ນ ຖານທາງ ດ້ານເສດຖະກິດນາຍທຶນ ແລະ ກຳມະກອນ. ໄດ້ຄົ້ນພົບວ່າ: ຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງງານ ແມ່ນຜູ້ສ້າງພາລະກຳປະຫວັດສາດ ໂດຍຖືວ່າ ຊົນຊັ້ນ ແລະ ການຕໍ່ສູ້ຊົນຊັ້ນ ແມ່ນຈຸດປະສົງເປົ້າຫມາຍທີ່ກ້າວໄປເຖິງ ການປົດປ່ອຍຕົວເອງອອກຈາກສັງຄົມແຫ່ງຄວາມມືດມົນ ແລະ ຄວາມບໍ່ຍຸດຕິທຳ.

ທ່ານ ກາກມາກ ເປັນນັກພຶດຕິກຳ ແລະ ນັກປະຕິວັດທີ່ກ້າແກ່ນ, ເປັນຜູ້ນຳ ແລະ ເປັນນັກ ທິດສະດີຂອງຊົນຊັ້ນກຳມະ ກອນ, ທ່ານ ກາກມາກ ໄດ້ເຂົ້າໃຈ ບົດບາດປະຫວັດສາດອັນຍິ່ງໃຫຍ່ຂອງຊົນຊັ້ນ ຊຶ່ງເປັນກຳລັງປະຕິວັດທີ່ກ້າວໝ້າທີ່ສະເໝີຕົ້ນສະເຫມີປາຍຢ່າງພາວະວິໃສ.ທ່ານ ກາກມາກ ແມ່ນນັກປະຕິວັດຜູ້ໜຶ່ງທີ່ໄດ້ໃຫ້ກຳເນີດປັດຊະຍາມາກສິດລວມມີ: ລັດທິວັດຖຸນິຍົມສັດຈະວິພາກ ລັດທິວັດຖຸນິຍົມ ປະຫວັດສາດ ເສດຖະສາດການເມືອງ ແລະ ຍັງໄດ້ຮັບການຍອມຮັບຈາກບັນດານັກປາດທາງດ້ານການເມືອງທີ່ສຳຄັນ ແລະ ດີເດັ່ນຂອງໂລກ ທ່ານ ກາກມາກ ຍັງເປັນນັກທິດສະດີຜູ້ຍິ່ງໃຫຍ່ ເປັນຜູ້ນຳທີ່ປີຊາສາມາດ ເປັນອາຈານຜູ້ຍິ່ງໃຫຍ່ຂອງຂະບວນກຳມະກອນສາກົນ ເປັນຜູ້ໃຫ້ກຳເນີດລັດທິກອມມູນິດວິທະຍາສາດ ຊຶ່ງເປັນທິດສະດີປ່ຽນແປງໃໝ່ ແລະ ດັດສ້າງໂລກໃຫ້ມີຄວາມກ້າວໜ້າຂະຫຍາຍຕົວ ແລະ ສັນຕິພາບ.

ທ່ານ ກາກມາກ ຮ່ວມກັບ ທ່ານອັງແກນ ເປັນຜູ້ທຳອິດ ທີ່ສ້າງຕັ້ງພັກຂອງຊົນຊັ້ນກຳມະກອນ ຂຶ້ນໃນປະຫວັດສາດການຂະຫຍາຍຕົວຂອງສັງຄົມມະນຸດ.ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະ ທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມພິທີລະນຶກວັນເກີດຂອງ ທ່ານ ກາກມາກ ຄົບຮອບ 200 ປີ(5/5/1818-5/5/2018) ທີ່ຈັດຂຶ້ນຢູ່ນະ ຄອນຫຼວງປັກກິ່ງໃນວັນທີ 4 ພຶດສະພາ 2018 ແລະ ກ່າວປາໄສ ມີບາງຕອນສຳຄັນວ່າ: ພວກເຮົາລະນຶກເຖິງ ທ່ານ ກາກມາກ ກໍເພື່ອສະແດງຄວາມເຄົາລົບຕໍ່ນັກແນວຄິດທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດມວນມະນຸດ ແລະ ສະແດງໃຫ້ເຫັນເຖິງສັດທາອັນແນ່ວແນ່ຂອງພວກເຮົາທີ່ມີຕໍ່ສັດຈະທຳອັນມີວິທະຍາສາດຂອງລັດທິມາກ. ລັດທິມາກ ແມ່ນແນວຄິດຊີ້ນຳຂອງພັກ ແລະ ລັດພວກເຮົາຢ່າງສະເໝີຕົ້ນສະເໝີປາຍ, ແມ່ນອາວຸດດ້ານແນວຄິດທີ່ເຂັ້ມແຂງຂອງພວກເຮົາໃນການຮັບຮູ້ໂລກ, ກຳແໜ້ນກົດເກນ, ສະແຫວງຫາສັດຈະທຳ ແລະ ດັດສ້າງໂລກ.

ລັດທິມາກແມ່ນທິດສະດີທີ່ມີວິທະຍາສາດ ໄດ້ເປີດເຜີຍກົດເກນການພັດທະນາຂອງສັງຄົມມະນຸດ. ລັດທິມາກແມ່ນທິດສະດີຂອງປະຊາຊົນ ໂດຍໄດ້ສ້າງລະບົບແນວຄິດທີ່ປະ ຊາຊົນບັນລຸການປົດປ່ອຍຕົນເອງເປັນຄັ້ງທຳອິດ. ລັດທິມາກແມ່ນທິດສະດີຜ່ານການລົງປະ ຕິບັດຕົວຈິງ ແລະ ຊີ້ນຳການເຄື່ອນໄຫວຂອງປະຊາຊົນໃນການດັດສ້າງໂລກ. ລັດທິມາກແມ່ນທິດສະດີແບບເປີດກວ້າງ ແລະ ມີການພັດທະນາຢ່າງບໍ່ຢຸດຢັ້ງ, ຈະຢືນຢູ່ແຖວໜ້າແຫ່ງຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ. ທ່ານ ສີຈິ້ນຜິງ ເນັ້ນຕື່ມອີກວ່າ: ພັກກອມມູນິດຈີນ ແມ່ນພັກການເມືອງທີ່ປະກອບດ້ວຍລັດທິມາກ, ລັດທິມາກ ແມ່ນວິນຍານແຫ່ງຄວາມສັດທາ ແລະ ອຸດົມການຂອງຊາວກອມມູນິດຈີນ. ຊີວິດຊີວາຂອງທິດສະດີແມ່ນຢູ່ກັບການເສີມເຕີມຕໍ່ໃໝ່ຢ່າງຕໍ່ເນື່ອງ ແລະ ການຊຸກຍູ້ໃຫ້ລັດທິມາກພັດທະນາຢ່າງບໍ່ຢຸດຢັ້ງແມ່ນພັນທະກຳທີ່ສູງສົ່ງ ແລະ ມີກຽດສະ ຫງ່າຂອງຊາວກອມມູນິດຈີນ.

ຮຽບຮຽງໂດຍ: ລຸ້ງດາວ ບຸນມີ

Comments