ຮູ້ຈັກກັບ! MINISO ກັບຍຸດທະສາດຕີຕະຫຼາດຄອງໃຈຄົນທົ່ວໂລກ! ລວມທັງຄົນລາວ…

 ຄົນລາວຕິດໃຈ MINISO ຍ້ອນຫຍັງ?

ເມື່ອເວົ້າເຖິງຮ້ານຂາຍເຄື່ອງຍ່ອຍຍອດນິຍົມສໍາລັບຄົນລາວທຸກມື້ນີ້ ແນ່ນອນວ່າ 1 ໃນນັ້ນຄົງໜີບໍ່ພົ້ນ MINISO… ເພາະຂຶ້ນຊື່ວ່າເປັນຮ້ານທີ່ມີຄົບທຸກຢ່າງຢູ່ໃນນັ້ນເລີຍກໍວ່າໄດ້ ເຮັດໃຫ້ບາງຄົນທີ່ເຄີຍຕິດໃຈ M point, J mart, world mart… ກໍຫັນມາຕິດໃຈ MINISO ກັນໝົດ; ເຖິງວ່າຫາກໍເປີດຕົວຢູ່ລາວໄດ້ບໍ່ດົນແຕ່ກໍສາມາດຕີຕະຫຼາດ ໄດ້ໄວ ແລະ ຄອງໃຈຄົນລາວໄປແລ້ວຫຼາຍຄົນ. ແລະ ເມື່ອບໍ່ດົນມານີ້ (ວັນທີ 30 ກັນຍາ ທີ່ຜ່ານມາ) MINISO ຮ້ານຂາຍເຄື່ອງຍ່ອຍ ສັນສາດຈີນ ໄດ້ປະກາດເຊັນສັນຍາຮ່ວມ ເຊິ່ງເປັນສັນຍາການລົງທຶນຮ່ວມທາງຍຸດທະສາດກັບ Tencent ແລະ Hillhouse Capital ເຊິ່ງໄດ້ຮັບເງິນລົງທຶນໄປ 1.000 ລ້ານຫຢວນ.

ທໍາຄວາມຮູ້ຈັກກັບ MINISO

ບໍລິສັດ MINISO ກໍ່ຕັ້ງຂຶ້ນໃນປີ 2013 ໂດຍ 2 ຜູ້ບໍລິຫານຄື Miyake Junya ດີຊາຍເນີ່ຍີ່ປຸ່ນ ແລະ Ye Guofu ອາດີດດີຊາຍເນີ່ທີ່ຜົນຕົວມາເປັນນັກທຸລະກິດ ເຮັດໃຫ້ເປັນຮ້ານທີ່ໃສ່ໃຈເລື່ອງດີຊາຍຫຼາຍ. MINISO ເປີດຍຸດທະສາດບຸກຕະຫຼາດປະເທດຈີນເມື່ອປີ 2015 ພາຍໃຕ້ແນວຄວາມຄິດ “ຄຸນນະພາບສູງ ລາຄາຖືກ” ໂດຍແນວຄວາມຄິດທັງສອງຕັ້ງຢູ່ບົນພື້ນຖານທີ່ວ່າ “ເຄົາລົບຕໍ່ລູກຄ້າ” ຈົນເຮັດໃຫ້ປະສົບຄວາມສໍາເລັດຢ່າງສູງ ເພາະປັດຈຸບັນ MINISO ມີສາຂາທັງໝົດ 3.000 ແຫ່ງທົ່ວໂລກ ໃນນັ້ນມີ 2.000 ສາຂາ ໃນປະເທດຈີນ ແລະ 1.000 ສາຂາໃນຕ່າງປະເທດ; ລວມລູກຄ້າແລ້ວມີເຖິງ 1.000 ລ້ານຄົນ ແລະ ມີສິນຄ້າທີ່ຖືກຈໍາໜ່າຍໄປແລ້ວ 300 ລ້ານລາຍການ.

5 ປັກຊະຍາພື້ນຖານຂອງ MINISO ຄື:

  • ສິນຄ້າລຽບງ່າຍ ເປັນເຄື່ອງທີ່ຄົນຈໍາເປັນຕ້ອງໃຊ້
  • ເປັນຂອງແທ້ບໍ່ປັບປຸງ
  • ມີຄຸນນະພາບໃນລາຄາຖືກ
  • ວັດສະດຸເຮັດມາຈາກທໍາມະຊາດເທົ່າທີ່ຈະເຮັດໄດ້
  • ເຄົາລົບຕໍ່ຜູ້ບໍລິໂພກ ແລະ ທໍາມະຊາດ

ດີຊາຍຄືຫົວໃຈສໍາຄັນ

ສິນຄ້າຂອງ MINISO ບໍ່ແມ່ນພຽງຖືກເທົ່ານັ້ນ; ແຕ່ທີ່ສາມາຈັບໃຈຄົນທຸກເພດທຸກໄວໄດ້ກໍຍ້ອນ “ດີຊາຍ” ກວ່າທີ່ສິນຄ້າໃດໜຶ່ງຈະວາງຈໍາໜ່າຍ ເບື້ອງຫຼັງແມ່ນໄດ້ຜ່ານການວິໄຈ ແລະ ຄວາມຮ່ວມມືຈາກດີຊາຍເນີ່ທົ່ວໂລກ ເພື່ອຊອກຫາແຮງບັນດານໃຈ ຫຼືເກາະຕິດເທຼນໃໝ່ໆ ທັງເລື່ອງຂອງສິນຄ້າ ແລະການຕົກແຕ່ງຮ້ານ. MINISO ອາໄສຊ່ອງທາງສື່ສານໃນ Online World of Mouth ແລະ Promotion ສ້າງກະແສ ຫຼັງຈາກນັ້ນກໍຂະຫຍາຍສາຂາ ນໍາສິນຄ້າຂອງຕົວເອງໄປຢູ່ໃກ້ກັບລູກຄ້າທີ່ສຸດ ໂດຍເນັ້ນໄປທີ່ກຸ່ມເປົ້າໝາຍ “ຊົນຊັ້ນກາງ”.

ຄວາມສໍາເລັດຂອງ MINISO ກໍ່ໃຫ້ເກີດ ຜະລິດຕະພັນອື່ນໆຂຶ້ນມາຫຼາກຫຼາຍ ໂດຍພະຍາຍາມໃຊ້ຮູບແບບດຽວກັນ ບໍ່ວ່າຈະເປັນຄວາມຫຼາກຫຼາຍທາງດ້ານສິນຄ້າ, ການຈັດໜ້າຮ້ານ, ການວາງຕໍາແໜ່ງເຄື່ອງ ແລະ ພາບລັກຕ່າງໆ ດ້ວຍລາຄາທີ່ບໍ່ແພງຫຼາຍ. ແຕ່ການເຂົ້າເຖິງ ແລະ ຄວາມແຂງແຮງຂອງຜະລິດຕະພັນຍັງເປັນຮອງ MINISO.

ແລະ ນີ້ກໍເປັນວິທີການ ຫຼືຍຸດທະສາດໃນການຕີຕະຫຼາດຂອງ MINISO ທີ່ສາມາດຄອງໃຈຄົນທົ່ວໂລກ ລວມທັງຄົນລາວເຮົາເອງກໍຖືໄດ້ວ່າ ຕິດໃຈ MINISO ແລ້ວເປັນຈໍານວນຫຼວງຫຼາຍ; ສໍາລັບນັກທຸລະກິດລາວທີ່ກໍາລັງເບິ່ງທາງທຸລະກິດຢູ່ ກໍສາມາດນໍາໄປສຶກສາຕໍ່ໄດ້ເພື່ອຈະໄດ້ຂໍ້ຄິດ ແລະ ເກີດປະໂຫຍດແກ່ຕົວທ່ານ…

ຂໍຂອບໃຈທີ່ມາ: BRAND BUFFER

Comments