Chevrolet – Lao ກ້າວສູ່ຄວາມໝັ້ນໃຈ ດ້ວຍບໍລິການທີ່ດີເລີດ
Written by Admin // June 26, 2012 // Report // No comments
Chevrolet – Lao ກ້າວສູ່ຄວາມໝັ້ນໃຈ ດ້ວຍບໍລິການທີ່ດີເລີດ
ຮູບແບບ ແລະ ທຸລະກິດຂອງມະນີຍົມກຣຸບ ແມ່ນຕອບສະໜອງຄວາມພໍໃຈໃຫ້ກັບລູກຄ້າດ້ວຍ “ການບໍລິ ການທີ່ດີເລີດ ຫລື “The Best Serve” ໂດຍຂໍສະເໜີຕົວເປັນທາງເລືອກໃໝ່ ເພາະ Chevrolet ເປັນລົດທີ່ແຂງແຮງທົນທານ ພ້ອມທັງປະຢັດນ້ຳມັນ ຊຶ່ງຖືກອອກແບບມາຢ່າງຫລູຫລາສວຍງາມ, ສະດວກສະ ບາຍ, ລູກຄ້າຈຶ່ງໝັ້ນໃຈໃນຄຸນນະພາບຂອງສິນຄ້າ ທີ່ຖືກຍອມຮັບມາກວ່າ 100 ປີ ແລະ ມີຫຼາຍລຸ້ນຫຼາຍຂະ ໜາດ ໃຫ້ເລືອກໃຊ້ຕາມຄວາມຕ້ອງການ ນັບແຕ່ລົດເກງຂະໜາດນ້ອຍໜ້າຮັກ ສຳລັບຜູ້ທີ່ເລີ່ມເຮັດວຽກໃໝ່ ຫຼື ນັກຮຽນ, ນັກສຶກສາ ຈົນເຖິງລົດທີ່ມີຂະໜາດໃຫຍ່ ເຊັ່ນ: ລົດກະບະ, ລົດຈິບ (SUV ແລະ Sport SUV) ຈົນໄປເຖິງ Super Car ທີ່ຫລູຫລາ.
ທ່ານ ສຸກສະໝອນ ສີຫາເທບ ປະທານຜູ້ບໍລິຫານ (President and CEO) ຂອງກຸ່ມບໍລິສັດ ມະນີຍົມກຣຸບ ໄດ້ໃຫ້ສຳພາດວາລະສານທາເກັດເມື່ອບໍ່ດົນມານີ້ ກ່ຽວກັບການຕັດສິນໃຈເປີດສູນບໍລິການເປັນຕົວແທນຈຳ ໜ່າຍແຕ່ພຽງຜູ້ດຽວຂອງລົດຍີ່ຫໍ້ Chevrolet ໃນ ສປປ ລາວ ຢ່າງເປັນທາງການ ຢູ່ຖະໜົນອາຊຽນ ຫລື (ຖະໜົນ ເຕ 2 ) ໃນຕົ້ນເດືອນ ກໍລະກົດ ທີ່ຈະເຖິງນີ້.
ມະນີຍົມ ກຣຸບ ມີຄວາມເປັນມາແນວໃດ ?
ຈຸດເລີ່ມຕົ້ນທຸລະກິດລົດຍົນຂອງ ມະນີຍົມກຣຸບ ເມື່ອປະມານ15 ປີ ກ່ອນ ເລີ່ມຈາກການຂາຍລົດມືສອງ ຫຼັງຈາກນັ້ນກໍ່ໄດ້ມີແນວຄວາມຄິດຂະຫຍາຍທຸລະກິດມາຢ່າງຕໍ່ເນື່ອງຈົນເຖິງທຸກວັນນີ້ ທີ່ອາດຈະເວົ້າໄດ້ວ່າເປັນ ຜູ້ນຳເຂົ້າອິດສະລະລົດຍົນທີ່ໃຫຍ່ທີ່ສຸດໃນວຽງຈັນ ທີ່ໃຫ້ບໍລິການຊື້-ຂາຍ ລົດຫຼາກຫຼາຍຍີ່ຫຍໍ້ ແລະ ຫຼາຍລຸ້ນ ຕາມຄວາມຕ້ອງການຂອງລູກຄ້າ ມາເຖິງປະມານຕົ້ນປີ 2010 ກໍ່ໄດ້ເລີ່ມຂະຫຍາຍທຸລະກິດອອກໄປອີກຂະແໜງໜຶ່ງຄື: ບໍລິສັດ ມະນີຍົມກົນຈັກໜັກ ແລະ ກໍ່ສ້າງ ຈຳກັດ ຕັ້ງຢູ່ຖະໜົນ ເຕ 2 ຊຶ່ງກໍ່ເປັນອີກໜຶ່ງບໍລິສັດໃນເຄືອຂອງ ມະນີຍົມກຣຸບ, ທີ່ໄດ້ເປັນຕົວແທນຈຳໜ່າຍຢ່າງເປັນທາງການແຕ່ພຽງຜູ້ດຽວໃນ ສປປ ລາວຂອງກົນຈັກໜັກຍີ່ຫໍ້ Hyundai ແລະ ອຸປະກອນເສີມສຳລັບລົດຈົກ ເຊັ່ນ ຫົວເຈາະ ຍີ່ຫໍ້ Daemo ແລະ ລົດບັນທຸກຍີ່ຫໍ້ TATA-Daewoo ຊຶ່ງເປັນສິນຄ້າທີ່ມີຄຸນນະພາບມາດຕະຖານໂລກ ລວມທັງບໍລິການຫຼັງການຂາຍມືອາຊີບ ທີ່ພ້ອມຈະອອກໄປໃຫ້ບໍລິການລູກຄ້າທົ່ວປະເທດ ດ້ວຍອະໄຫຼ່ທີ່ຄົບພ້ອມ ແລະ ທີ່ສຳຄັນ ລາ ຄາທີ່ເປັນກັນເອງ ເພື່ອຫຼຸດຜ່ອນພາລະຄ່າໃຊ້ຈ່າຍຂອງລູກຄ້າ, ໃນຕົ້ນເດືອນ ກໍລະກົດ ນີ້ ພວກເຮົາກໍ່ຈະເປີດໂຕບໍລິສັດ Chevrolet-Lao ຊຶ່ງເປັນຕົວແທນຢ່າງເປັນທາງການແຕ່ພຽງຜູ້ດຽວໃນ ສປປ ລາວ Showroom ແລະ ສູນບໍລິການ ຕັ້ງຢູ່ທີ່ຖະໜົນເຕ 2 ບ້ານໜອງດ້ວງເໜືອເຊັ່ນດຽວກັນ.
ເຫດຜົນທີ່ທ່ານເຊື່ອໝັ້ນວ່າ ຄົນລາວຈະມີເງິນຊື້ລົດຫຼາຍຂຶ້ນ.
ພວກເຮົາໄດ້ມີການສຶກສາຕະຫຼາດ ແລະ ສະພາບເສດຖະກິດມາຕັ້ງແຕ່ປີ 2009 ຈົນເຖິງປີ 2010 ເສດຖະ ກິດຂອງລາວ ໄດ້ຈະເລີນເຕີບໂຕ ແລະ ກຳລັງຊື້ຂອງຄົນລາວກໍ່ເພີ່ມຫລາຍຂຶ້ນ ຄົນລຸ້ນໃໝ່ເລີ່ມຈະມີຄວາມສົນໃຈເຂົ້າເຮັດວຽກໃນພາກທຸລະກິດຫຼາຍຂຶ້ນ ເຊັ່ນ: ທະນາຄານ, ບໍລິຫານທຸລະກິດ, ໂທລະຄົມມະນາຄົມ, ຕະຫຼາດຫຼັກຊັບ ແລະ ອີກຫຼາກຫຼາຍພາກສ່ວນ…ເຮັດໃຫ້ລາຍໄດ້ສະເລ່ຍຂອງປະຊາກອນເພີ່ມຂຶ້ນ,ເຮັດໃຫ້ຄົນເລີ່ມມີການຍົກລະດັບຄຸນນະພາບຊີວິດໃຫ້ນັບມື້ນັບດີຍິ່ງຂຶ້ນ ເວລານີ້ສິນຄ້າປະເພດລົດຍົນ ແລະ ສິ່ງອຳ ນວຍຄວາມສະດວກໃຫ້ແກ່ການເຮັດວຽກ ຫຼື ດຳເນີນການຜະລິດ ກາຍເປັນສິ່ງທີ່ຈຳເປັນສຳລັບຊີວິດປະຈຳວັນ. ຕາມການປະເມີນວົງຈອນຂະຫຍາຍຕົວຂອງຕະຫຼາດຊື້-ຂາຍ ໃນປີ 2012 ນີ້ ຄາດວ່າຈະມີລົດຂຶ້ນທະ ບຽນນຳເຂົ້າໃໝ່ບໍ່ຕ່ຳກວ່າ 10.000 ຄັນ (ບໍ່ລວມລົດມືສອງທີ່ໝູນວຽນຊື້-ຂາຍ ພາຍໃນປະເທດ).
ເປັນຫຍັງຈຶ່ງເລືອກເອົາ Chevrolet ເຂົ້າມາສະເໜີຕົວຢູ່ຕະຫຼາດຂອງ ສປປ ລາວ?
Chevrolet ເປັນຍີ່ຫໍ້ລົດທີ່ມີປະຫວັດຍາວນານມາເຖິງ 100 ປີ (ຄົບຮອບ 100 ປີ Chevrolet ໃນປີ 2011) ຊຶ່ງເປັນທີ່ຍອມຮັບຂອງສາກົນທົ່ວໂລກວ່າ ເປັນລົດທີ່ມີຄຸນນະພາບດີ ມີຄວາມແຂງແກ່ນທົນທານປະຢັດ ແລະ ພັດທະນາມາຢ່າງຕໍ່ເນື່ອງ ເພື່ອໃຫ້ເໝາະສົມກັບສະພາບການໃຊ້ວຽກໃນແຕ່ລະປະເພດ ທີ່ສຳ ຄັນ ແມ່ນພວກເຮົາໄດ້ນຳເຂົ້າມາຫຼາກຫຼາຍລຸ້ນ, ຫຼາຍຂະໜາດ ໃຫ້ຄວບຄຸມກັບທຸກປະເພດ ເພື່ອໃຫ້ລູກຄ້າໄດ້ເລືອກໃຊ້ຕາມຄວາມຕ້ອງການໃນທຸກລະດັບ, ພວກເຮົາອາດມາຊ້າໄປໜ້ອຍໜຶ່ງ ເມື່ອທຽບກັບຍີ່ຫໍ້ອື່ນທີ່ເຂົ້າມາຈຳໜ່າຍໃນ ສປປ ລາວ ແຕ່ Chevrolet-Lao ກໍ່ຂໍສະເໜີໂຕເອງ ໃຫ້ເປັນທາງເລືອກໃໝ່ ແກ່ລູກຄ້າທຸກທ່ານ ດ້ວຍສິນຄ້າທີ່ມີຄຸນນະພາບ ການບໍລິການຫຼັງການຂາຍທີ່ພ້ອມ ແລະ ທີ່ສຳຄັນລາຄາທີ່ທຸກຄົນສາມາດເປັນເຈົ້າຂອງ Chevrolet ໄດ້.
ຍຸດທະສາດທາງດ້ານຕະຫຼາດທີ່ເປັນຈຸດແຂງຂອງ Chevrolet ຄື ?
ຮູບແບບທຸລະກິດຂອງພວກເຮົາ ແມ່ນຕອບສະໜອງຄວາມພໍໃຈຂອງລູກຄ້າດ້ວຍ “ການບໍລິການທີ່ດີເລີດ” (The Best Serve) ໂດຍຂໍສະເໜີໂຕເປັນທາງເລືອກໃໝ່ຂອງຄົນຮັກລົດ, Chevrolet-Lao ອາດຈະເຂົ້າມາຊ້າກວ່າຍີ່ຫໍ້ອື່ນໆກໍ່ຈິງ ແຕ່ດ້ວຍຄວາມມີຊື່ສຽງລະດັບໂລກທີ່ມີຫຼາຍກວ່າ100 ປີ ໃນມາດຕະຖານດຽວກັນທົ່ວໂລກ ພວກເຮົາມີຄວາມເຊື່ອໝັ້ນວ່າ ຄວາມຈິງຈັງ ແລະ ຈິງໃຈຂອງພວກເຮົາ ຈະສ້າງຄວາມປະທັບໃຈ ແລະ ຄວາມເຊື່ອໝັ້ນຕໍ່ລູກຄ້າທີ່ໄດ້ມາຕິດຕໍ່ ແລະ ຢ້ຽມຢາມ Showroom ຂອງພວກເຮົາ, ຄວາມຈິງໃຈຂອງພວກເຮົາທີ່ຈະລົງທຶນຢ່າງຈິງຈັງກັບຕະຫຼາດລົດຍົນໃນ ສປປລາວ ພວກເຮົາໄດ້ສ້າງ Showroom Chevrolet ທີ່ໃຫຍ່ທີ່ສຸດໃນ South-East Asia ເປັນ Showroom ທີ່ໄດ້ຮັບການອອກແບບໃໝ່ຈາກທາງ General Motor (GM) ມີຄວາມເປັນມາດຕະຖານລະດັບສາກົນ ເພື່ອໃຫ້ລູກຄ້າມີຄວາມອົບອຸ່ນໃຈ ທີ່ໄດ້ມາຊື້ລົດ ແລະ ສົ່ງລົດຂອງພວກທ່ານມາໃຫ້ເຮົາບໍລິການສ້ອມແປງ, ພວກເຮົາຍັງເນັ້ນເຖິງການບໍລິການຫຼັງການຂາຍທີ່ໄດ້ມາດຕະຖານ ໄດ້ມີການສົ່ງທີມງານຊ່າງໄປອົບຮົມໃນຕ່າງປະເທດໃນຫຼາຍຄັ້ງ ແລະ ເຊີນຜູ້ຊ່ຽວຊານມາຝຶກອົບຮົມທີ່ວຽງຈັນ ເພື່ອໃຫ້ເກີດຄວາມພ້ອມ ກ່ອນທີ່ຈະເປີດສູນບໍລິການ, ການກຽມຄວາມພ້ອມສຳລັບອະໄຫຼ່ ພວກເຮົາໄດ້ສ້າງຫ້ອງເກັບອະໄຫຼ່ທີ່ມີຂະໜາດໃຫຍ່ ເພື່ອຮອງຮັບປະລິມານອະໄຫຼ່ທີ່ຈະຕ້ອງສຳຮອງໄວ້ ເພື່ອສະໜອງໃຫ້ລູກຄ້າໄດ້ໄວທີ່ສຸດ ລວມທັງແຜນການສ້າງທີມ Mobile Service ທີ່ພ້ອມຈະອອກໄປບໍລິການລູກຄ້າໃນຕ່າງແຂວງ, ພວກເຮົາໄດ້ເບິ່ງ ແລະ ວາງແຜນທຸລະກິດໃນໄລຍະຍາວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບຜູ້ບໍລິໂພກ ແລະ ຕ້ອງການເປັນສ່ວນໜຶ່ງໃນການຮ່ວມກັນພັດທະນາປະເທດຊາດໃນພາກສ່ວນທຸລະກິດເຊັ່ນດຽວກັນ.
Chevrolet-Lao ມີລົດຈັກປະເພດ ແລະ ວາງເປົ້າໝາຍຂອງຕະຫຼາດແນວໃດ ?
ພວກເຮົາມີລົດຫຼາຍປະເພດທີ່ຈະໃຫ້ລູກຄ້າໄດ້ເລືອກໃຊ້ ເປັນຕົ້ນ: ລົດເກັງ ຊຶ່ງມີລົດເກັງນ້ອຍໜ້າຮັກແບບ Mini & Small size sedan, ລົດເກັງຂະໜາດນ້ອຍ (Compact sedan) , ລົດເກັງຂະໜາດກາງ (Mid size sedan) ຈົນໄປເຖິງລົດເກັງຂະໜາດໃຫຍ່ (full size sedan), ນອກຈາກນັ້ນ ຍັງມີລົດກະບະ (Pickup) ຊຶ່ງເປັນລົດກະບະ 100 ປີ Chevrolet ທີ່ຫຼາຍຄົນຮູ້ຈັກໃນຊື່ Colorado, ມີລົດຈິບ ທັງທີ່ເປັນ SUV ແລະ Sport SUV ມີລົດຕູ້ ຫຼື ແວນ ພ້ອມທັງລົດທີ່ມີຄວາມຫລູຫລາແບບ Sport car , ໃນປີ 2012 ນີ້ ພວກເຮົາຄາດຫວັງວ່າ ຈະສາມາດແບ່ງເອົາສ່ວນແບ່ງການຕະຫຼາດໄວ້ປະມານ 7-8% ແລະ ແຜນໄລຍະຍາວໄປຈົນເຖິງປີ 2015 ວາງເປົ້າໝາຍໄວ້ຢ່າງຕ່ຳ 15%.
ແຜນການໃນອະນາຄົດໄດ້ວາງເປົ້າໝາຍໄວ້ແນວໃດ ?
ຫຼັງຈາກເປີດ Showroom ທີ່ນະຄອນຫຼວງວຽງຈັນໃນກາງປີ 2012 ນີ້ແລ້ວ, ໃນປີ 2013 ເປັນຕົ້ນໄປ ເຮົາມີແຜນການທີ່ຈະຂະຫຍາຍສາຂາໄປໃນຕ່າງແຂວງ ເຊັ່ນ: ຈຳປາສັກ, ສະຫວັນນະເຂດ, ຫຼວງພະບາງ, ເພື່ອ ກະຈາຍສິນຄ້າ ແລະ ເປີດໂອກາດໃຫ້ປະຊາຊົນໃນຕ່າງແຂວງ ສາມາດເຂົ້າເຖິງສິນຄ້າ ແລະ ບໍລິການຂອງພວກເຮົາ ໂດຍບໍ່ຈຳເປັນຕ້ອງເດີນທາງໄກເຂົ້າມາເຖິງນະຄອນຫຼວງວຽງຈັນ, ນອກຈາກນັ້ນ; ພວກເຮົາຍັງມີແຜນການທີ່ຈະນຳເອົາລົດເກັງທີ່ແລ່ນດ້ວຍລະບົບໄຟຟ້າມາແນະນຳຕະຫຼາດໃນໄລຍະບໍ່ດົນອີກຈັກປີຂ້າງໜ້າ ເພື່ອໃຫ້ລູກຄ້າໄດ້ມີທາງເລືອກໃໝ່ ໃນພາວະທີ່ລາຄານ້ຳມັນແພງຂຶ້ນ.
ມີຫຍັງຝາກເຖິງລູກຄ້າຕື່ມອີກບໍ ?
ສປປ ລາວ ເປັນປະເທດທີ່ມີສະເຖຍລະພາບ ແລະ ພັດທະນາເສດຖະກິດຢ່າງວ່ອງໄວ ມີສິ່ງອຳນວຍຄວາມສະດວກໃຫ້ແກ່ການລົງທຶນຂອງນັກທຸລະກິດທັງຈາກພາຍໃນ ແລະ ຕ່າງປະເທດ ດ້ວຍນະໂຍບາຍທີ່ເປີດກວ້າງ ແລະ ເຊື່ອມໂຍງສູ່ສາກົນຂອງລັດຖະບານ ໂດຍສືບຕໍ່ຍຶດໝັ້ນເອົາການພັດທະນາເສດຖະກິດເປັນໃຈກາງ ຈຶ່ງເຮັດໃຫ້ທຸກພາກສ່ວນເສດຖະກິດຂອງ ສປປ ລາວ ເຕີບໃຫຍ່ຂະຫຍາຍຕົວໄວ, ສ້າງຄວາມສີວິໄລທາງດ້ານຈິດໃຈ ໄປຄຽງຄູ່ກັບການສ້າງຄວາມຢູ່ດີກິນດີທາງດ້ານວັດຖຸ ບວກກັບຄົນລາວເປັນຄົນທີ່ມີຄວາມສຸພາບຮຽບຮ້ອຍ ແລະ ຈິງໃຈ … ດ້ວຍຄວາມເຊື່ອໝັ້ນໃນຊື່ສຽງກວ່າ 100 ປີ ຂອງ Chevrolet ທີ່ເປັນມາດຕະຖານດຽວກັນທົ່ວໂລກ, ສະນັ້ນ; ພວກເຮົາຈຶ່ງຂໍເປັນທາງເລືອກໃໝ່ສຳລັບຄົນລາວ ພວກເຮົາຈະຮັກສາຊື່ສຽງ ແລະ ຄຸນນະພາບ ລະ ດັບສາກົນ ເພື່ອຄວາມໝັ້ນໃຈຂອງລູກຄ້າທຸກທ່ານ.
Chevrolet – Lao: Going from Strength to Strength through
Fantastic Service
Through their model and business, the Manignom Group is able to satisfy its customers thanks to their Best Service concept and offering new options to choose from because the Chevrolet is a durable vehicle which economizes well on fuel. They are also designed to look great and provide comfort. This has led to customer confidence which has lasted over a century. They come in a range of sizes and models to choose from depending on one’s needs, right from cute little autos for students or those just starting out in their careers on to larger vehicles such as pickups and jeeps (SUVs and Sports SUVs) right through to more magnificent rides.
Mr. Souksamone Sihathep, president and CEO of the Manignom Group, recently granted an interview to Target magazine on the decision to open an exclusive distributorship for Chevrolets officially in the Lao PDR on Asean Road (or T2 road) at the start of July.
Can you tell us a little about the background of the Manignom Group?
The Manignom Group started out about 15 years ago selling second-hand vehicles. We then came up with the idea of expanding the business on an ongoing basis, a process which continues right up until today and you could now say that we are the largest independent automobile importer in Vientiane, which trades in a diverse range of brands and models according to the needs of our customers.
In 2010, we ventured into a new sector with Manignom Heavy Machinery and Construction, located on T2 road, just another company of the Manignom Group and is now officially the exclusive distributorship in the Lao PDR for Hyundai heavy industries not to mention additional equipment for diggers such as Daemo drilling equipment and TATA-Daewoo trucks, which are high quality vehicles meeting international standards. We also offer professional after-sales services with the capacity to serve customers nationwide with a comprehensive array of essential spare parts, all at a friendly price so that customers can reduce their expenditures. At the start of July, we will be opening the Chevrolet-Lao company, which will officially be the exclusive representative of Chevrolet in the Lao PDR, and there will be a showroom and service center located on T2 road in Nong Douang Neua village.
What makes you so sure that Lao people will be able to have more money to spend on cars?
We conducted market research and studied the state of the economy, which from 2009 until 2010 showed growth and that the spending power of Lao people was on the rise. The new generation is starting to show increased interest in working in the business sector, which is forcing up the average income of the public. This in turn is leading to a rising standard of living so at a time like this, cars and products used for work and production have become a necessity for everyday life. According to the sales forecast for 2012, we expect a further 10,000 vehicles to be registered (not including second-hand vehicles being traded domestically).
Why did you choose Chevrolet to launch on the Lao market?
Chevrolet is an automobile brand which has been around for over a century (its 100th anniversary being in 2011) and has received worldwide recognition for quality, durability, affordability, and ongoing development to keep them constantly in line with the needs of each country.
The important thing is that we have imported a wide range of models and sizes, covering all types of vehicle, in order that customers of all levels may be able to choose a vehicle to suit them. We may have been a little slow when compared with other new brands now being distributed in the Lao PDR but Chevrolet-Lao wishes to introduce itself officially as a new option for all motorists, offering high quality products, after-sales services, and most importantly, prices which allow for anyone to become the owner of a Chevrolet.
What are the strong points of Chevrolet’s marketing strategy?
Our business model is primed for customer satisfaction and employs the best service concept, presenting us as a new option for automobile enthusiasts. Although Chevrolet may have made a late entrance into the market, its century-old global recognition for maintaining consistent standards worldwide gives us confidence that our dedication and sincerity will impress and build confidence in those who contact us and visit our showroom. Our dedication in investing in the Lao automobile sector is illustrated by our construction of the largest Chevrolet showroom in Southeast Asia, which was built using a new design from General Motors (GM) and meets international standards so that customers may feel comfortable when viewing the vehicles on offer and bringing their vehicles in for servicing.
We place a great emphasis on our high standard after-sales service, for which we have sent our team of mechanics to train abroad on multiple occasions and have also invited experts to provide training right here in Vientiane to ensure that the team is absolutely ready before we open. So as to have all the spare parts ready, we have built a large storage room especially for this purpose in order to ensure enough space to store all the spare parts that may be needed in order so that they may be provided to our customers as fast as possible. We also have a plan to create a mobile service team to travel out to the provinces. We have put in place a long-term business plan to generate consumer confidence and wish to play a part in national development in the business sector.
How many models does Chevrolet-Lao have on offer and what kind of market targets do you have?
We have a host of cars to choose from such as the chic mini, the small sedan, the compact sedan, the medium-sized sedan, and the full-size sedan, not to mention Colorado pickups, a range which has been well-known for a century. Then, there are the SUVs and the sports SUVs along with minibuses and the trendy sports cars. We hope to gain a 7-8% market share in 2012 and are aiming for a 15% share by 2015.
How have you set your targets for the future?
After opening the Vientiane Capital showroom next month, we plan to open new branches in the provinces next year; for example, in Champasak, Savannakhet, and Luang Prabang, so our vehicles can start to reach out across the nation and so that customers in the provinces may gain access to our products and services without having to make the trip all the way into the capital. Furthermore, in the coming years we will be seeing electric cars hitting the market, which will present a new option for customers during this climate of ever-increasing fuel prices.
Is there anything further you would like to say to your potential customers out there?
The Lao PDR is a stable country undergoing fierce economic development which facilitates both domestic and foreign business investment through government policies to open up and network internationally while placing firm economic development as central. This has led to rapid economic growth, a more civilized society, and material wellbeing. Together with this, we have the well-mannered and sincere Lao public, which is about to benefit from the world-standard century-old Chevrolet brand. It is for these reasons that we truly present a new option for Lao people and we will be maintaining our international reputation and quality to ensure customer confidence.




















