ອິນໂດເນເຊຍ ຖານເສດຖະກິດໃຫຍ່ທີ່ສຸດໃນອາຊຽນ

ອິນໂດເນເຊຍ ເປັນປະເທດທີ່ນັກລົງທຶນສ່ວນຫຼາຍໃຫ້ຄວາມສຳຄັນ ຢາກລົງທຶນໄປເຮັດທຸລະກິດຫຼາຍທີ່ສຸດ ໃນກຸ່ມປະເທດສະມາຊິກ ອາຊຽນ. ເນື່ອງຈາກເປັນປະເທດທີ່ຂະໜາດໃຫຍ່ ແລະ ມີຈໍານວນປະຊາກອນຫຼາຍທີ່ສຸດໃນກຸ່ມ AEC ເຖິງ 255 ລ້ານກວ່າຄົນ ເຊິ່ງເປັນແມ່ເຫຼັກທີ່ສຳຄັນທີ່ດຶງດູດນັກການຕະຫຼາດທົ່ວພາກພື້ນໃຫ້ມາສົນໃຈ ຈຶ່ງເຮັດໃຫ້ເປັນປະເທດທີ່ມີຖານເສດຖະກິດໃຫຍ່ທີ່ສຸດໃນອາຊຽນມີ GDP 2.388 ລ້ານລ້ານໂດລາສະຫະລັດ, ລາຍໄດ້ສະເລັ່ຍຕໍ່ຫົວຄົນ 9.559 ໂດລາສະຫະລັດ ຕໍ່ຄົນຕໍ່ປີ (2016) ການເຂົ້າສູ່ AEC ເຮັດໃຫ້ຕະຫຼາດຂອງອິນໂດເນເຊຍເປີດກວ້າງຫຼາຍຂຶ້ນ ແລະ ມີໂອກາດຫຼາຍດ້ານ. ປະເທດອິນໂດເນເຊຍ ຖືວ່າເປັນປະເທດຜູ້ຮ່ວມສ້າງຕັ້ງອາຊຽນ ຮ່ວມກັບ 4 ປະເທດຄື: ສິງກະໂປ, ມາເລເຊຍ, ຟິລິບປິນ ແລະ ໄທ ເຂົ້າຮ່ວມເປັນສະມາຊິກຕັ້ງແຕ່ເລີ່ມຕົ້ນ ໃນວັນທີ 8 ສິງຫາ 1967.

ລັດຖະບານ ອິນໂດເນເຊຍໃຫ້ຄວາມສຳຄັນກັບການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ໂດຍອາໄສຫຼັກຄວາມສະເໝີພາບໃຫ້ກັບນັກລົງທຶນທຸກສັນຊາດເທົ່າທຽມກັນ ໂດຍບໍ່ໄດ້ເລືອກປະຕິບັດ ລະຫວ່າງນັກລົງທຶນຂອງພາຍໃນປະເທດ ແລະ ນັກລົງທຶນຕ່າງປະເທດ ໂດຍໄດ້ຈັດຕັ້ງຄະນະກຳມະການປະສານງານດ້ານການລົງທຶນ (Investment Coordinating Board)ເຊິ່ງມີໜ້າທີ່ຮັບຜິດຊອບສົ່ງເສີມການລົງທຶນ ແລະ ພິຈາລະນາອະນຸມັດໂຄງການ ການລົງທຶນ, ກົດລະບຽບທີ່ນັກລົງທຶນຄວນສຶກສາ ແລະ ທຳຄວາມເຂົ້າໃຈ. ອິນໂດເນເຊຍບໍ່ມີຂໍ້ຈຳກັດໃນການຖືຫຸ້ນຂອງນັກລົງທຶນຕ່າງປະເທດ ແຕ່ຫ້າມຊາວຕ່າງປະເທດລົງທຶນໃນກິດຈະການຕາມປະກາດຂອງປະທານະທິບໍດີ ສະບັບທີ 111/2007 ກວມລວມກິດຈະການທັງໝົດ 25 ກິດຈະການ.

ສິດທິແລະຜົນປະໂຫຍດທີ່ລັດຖະບານອິນໂດເນເຊຍໃຫ້ແກ່ນັກລົງທຶນຕ່າງປະເທດປະກອບມີ: ການຍົກເວັ້ນອາກອນນໍາເຂົ້າ (Import Duties) ການໃຫ້ສິດທິທາງພາສີ ແກ່ກິດຈະການທີ່ມີເງິນລົງທຶນຕັ້ງແຕ່ 100 ລ້ານໂດລາສະຫະລັດຂຶ້ນໄປ ໃນໂຄງການລົງທຶນດ້ານອຸດສາຫະກຳ ໄດ້ແກ່ອຸດສາຫະກຳຜະລິດເຫຼັກ, ອຸດສາຫະກຳກັ່ນນໍ້າມັນ, ອຸດສາຫະກຳເຄື່ອງຈັກ, ອຸດສາຫະກຳດ້ານພະລັງງານໜູນວຽນ ແລະ ອຸດສາຫະກຳອຸປະກອນສື່ສານ ໂດຍການຍົກເວັ້ນພາສີເປັນໄລຍະເວລາ 5-10 ປີ. ໃຫ້ສິດທິດ້ານການເປັນເຈົ້າຂອງ ອາຄານ ກົດໝາຍບໍ່ອະນຸຍາດໃຫ້ຊາວຕ່າງປະເທດເປັນເຈົ້າຂອງທີ່ດິນ ແຕ່ໃຫ້ສິດໃນການສຳປະທານ, ສິດທິໃນການສ້າງສິ່ງປູກສ້າງ ແລະ ສິດທິໃນການໃຊ້ປະໂຫຍດໃນທີ່ດິນ.

ອິນໂດເນເຊຍມີມາດຕະການສະໜັບສະໜູນທາງການຄ້າຫຼາຍຢ່າງໄດ້ແກ່: ເຂດການຄ້າເສລີ (Free Trade Zone) ມາດຕະການດ້ານການເງິນ, ຂະບວນການທາງພາສີທີ່ງ່າຍ ແລະ ປ່ຽນແປງໄດ້ ແລະ ຂະບວນການອອກໃບອະນຸຍາດງ່າຍຂຶ້ນ ໂດຍໃຫ້ສຳເລັດໃນໜ່ວຍງານດຽວ (One Roof Service). ການຍົກເວັ້ນອາກອນຂາເຂົ້າ (Import Duty Exemption) ການຍົກເລິກພາສີການຂາຍໃນເຂດເສລີເພື່ອການຜະລິດ (Free Zones for Production Purpose) ການຍົກເວັ້ນພາສີໃນໄລຍະເວລາໜຶ່ງ (Tax Holiday) ລວມທັງການຄືນອາກອນສຳລັບອຸດສາຫະກຳບາງປະເພດ. ສິນຄ້າທີ່ເປັນສິນຄ້າສຳຄັນ ຫຼື ສິນຄ້າຍຸດທະສາດເຊັ່ນ: ເຂົ້າ ແລະ ນໍ້າຕານ ຈະຖືກຄວບຄຸມໂດຍລັດຖະບານ ໂດຍໜ່ວຍງານທີ່ເບິ່ງແຍງເລື່ອງ”ສະຕ໋ອກ”ຂອງລັດ ຫຼື ເອີ້ນວ່າ:BULOG (State Logistic Agency) ເຊິ່ງເບິ່ງແຍງຮັກສາເສລີພາບທາງດ້ານລາຄາຂອງສິນຄ້າ-ອາຫານ.

ປະທານນາທິບໍດີ ໂຈໂກ້ ວິໂດໂດ (Jokowidodo)ແລະ ຄະນະລັດຖະບານພວມກໍາລັງພະຍາຍາມຊອກຫາຊ່ອງທາງຫາເງິນເພື່ອລະດົມທຶນຫຼາຍພັນລ້ານໂດລາສະຫະລັດ ເພື່ອຊ່ວຍໃນໂຄງການກໍ່ສ້າງພື້ນຖານເຊັ່ນ: ຖະໜົນຫົນທາງ, ລົດໄຟ ແລະ ທ່າເຮືອ ແລະ ລັດຖະບານຍັງໄດ້ຕັ້ງເປົ້າຈະເຮັດໃຫ້ເສດຖະກິດຂະຫຍາຍຕົວຫຼາຍກວ່າ 6% ໃນປີ 2018 ແລະ ໃຫ້ເງິນທຶນເພີ່ມຂຶ້ນ 10%. ນອກນີ້, ຍັງໄດ້ສະໜັບສະໜູນໃນການຂະຫຍາຍຕົວດ້ວຍການຕັດຫຼຸດດອກເບ້ຍລົງເຖິງ 6 ຄັ້ງຂອງທະນາຄານກາງໃນປີນີ້ ເພື່ອສະໜັບສະໜູນໃຫ້ມີການໃຊ້ຈ່າຍ ແລະ ຕົວເລກເງິນເຟີ້ຍັງຢູ່ຕາມເປົ້າຄື: 3-5%. ໃນປີ2016ນີ້ ການໃຊ້ຈ່າຍຂອງລັດຖະບານໃນໄຕມາດ 3 ຫຼຸດລົງ 3% ເມື່ອທຽບກັບປີ 2015 ຂະນະທີ່ການບໍລິໂພກຂອງຄົວເຮືອນເພີ່ມຂື້ນລະດັບ 5% ການລົງທຶນເພີ່ມຂຶ້ນ 4,1% ຕົວເລກການສົ່ງອອກຫຼຸດລົງ 6% ແລະ ການນຳເຂົ້າຫຼຸດລົງ 3,9% ໃນໄຕມາດຫຼ້າສຸດນີ້. ເຊິ່ງຖືວ່າ ອັດຕາການເຕີບໂຕຂອງເສດຖະກິດອິນໂດເນເຊຍຢູ່ໃນລະດັບດີສົມຄວນ ເນື່ອງຈາກເສດຖະກິດໂລກຍັງບໍ່ຂະຫຍາຍຕົວ ແລະ ມີການຕັດງົບປະມານລາຍຈ່າຍຂອງລັດ ເຊິ່ງເປັນນະໂຍບາຍທີ່ຮີບດ່ວນຂອງລັດຖະບານ. ອິນໂດເນເຊຍໄດ້ດຸນການຄ້າຢ່າງຕໍ່ເນື່ອງເປັນໄຕມາດທີ 4 ຕິດຕໍ່ກັນໂດຍໃນໄລຍະ 9 ເດືອນທຳອິດຂອງປີ 2016 ນີ້ ອິນໂດເນເຊຍໄດ້ດຸນການຄ້າປະມານ 5.670 ໂດລາສະຫະລັດ ໂດຍດຸນການຄ້າໃນເດືອນກັນຍາ 2016 ຖືເປັນການໄດ້ດຸນການຄ້າສູງທີ່ສຸດໃນຮອບ 13 ເດືອນ ທີ່ມີມູນຄ່າ 1.100 ລ້ານໂດລາສະຫະລັດ ໂດຍມີສາເຫດຈາກການສົ່ງອອກເຫຼັກຈຳນວນຫຼວງຫຼາຍ.

ປະເທດອິນໂດເນເຊຍ ເປັນປະເທດມຸດສະລິມໃຫຍ່ທີ່ສຸດໃນໂລກ ແລະ ມີຖານເສດຖະກິດຕິດອັນດັບທີ 16 ຂອງໂລກ (2015), ເປັນປະເທດອຸດສາຫະກຳການຜະລິດໃຫຍ່ອັນດັບ 10 ຂອງໂລກ (2016) ການບຸກຕະຫຼາດຂອງອິນໂດເນເຊຍເປັນເລື່ອງທີ່ທ້າທາຍ ແລະ ຍາກທີ່ຈະເຂົ້າເຖິງ ແຕ່ມີຄວາມສຳເລັດລໍຖ້າຢູ່ຕໍ່ໜ້າ.

(ວາລະສານ ທາເກັດ ສະບັບທີ 127 ເດືອນກຸມພາ  2017  ສາມາດຊອກຊື້ວາລສານທາເກັດໄດ້ຕາມ M Point Mart, Jeffy Mart ແລະ  U  Express  ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

Indonesia, the biggest economic base in ASEAN

Indonesia is the most attractive country in ASEAN for investors. This is because of its enormous land area and its having the largest population in the AEC of over 255 million people. These factors serve as a major attraction to regional investors, contributing to its having the biggest economic base in ASEAN, with a GDP of 2.388 trillion US dollars and GDP per capita of 9,559 US dollars (as of 2016). Integrating into AEC, the Indonesian market is now becoming more open and enjoying more opportunities. Indonesia is one of the founding members of ASEAN together with four other countries, namely Singapore, Malaysia, the Philippines and Thailand, and became a member of ASEAN on August 8, 1967.

The Indonesian Government strongly emphasizes foreign direct investment by ensuring equality for all investors regardless of their nationality and does not discriminate against either domestic or foreign investors. The country established the Investment Coordinating Board with a duty to promote and approve investment projects and regulations which investors need to know and understand. Indonesia does not restrict the ownership proportion for foreign investors, except for businesses prohibited by the President’s Declaration No. 111/2007, which covers 25 types of businesses.

Rights and benefits granted to foreign investors by the Indonesian Government consist of exemption from import duties. Any business with an investment capital of 100 million US dollars or above invested in a given industrial area (steel manufacturing, oil sift, machinery, renewable energy, telecommunication equipment industry) will be granted a tax holiday of 5–10 years. In terms of ownership, foreigners do not have the right to own land. However, they are given rights of concession, to construct buildings, and usage of the land. Indonesia has numerous commercial support measures, such as free trade zones, financial measures, simple and flexible customs processes, less complicated license issuance procedures via the One Roof Service, import duties exemptions, free zones for production purposes, and tax holidays, as well as tax refunds for some industries. Key and strategic products, namely rice and sugar, are controlled by the Government via an agency dealing with state “stocking,” the so-called BULOG (State Logistic Agency), which also takes charge of maintaining the freedom of prices of goods and food.

President Joko Widodo and his government are attempting to raise billions of US dollars to support infrastructure projects such as roads, railways, and ports. The government has also set a target of 6% for economic growth by 2018 and raise fund by 10%. Moreover, Indonesia has supported its economic expansion by reducing interest rates six times in the middle of this year to encourage increased spending, while maintaining the inflation rate at 3–5%. In 2016, government expenditure in the third quarter decreased by 3% compared to 2015, whereas in the latest quarter, household consumption rose by 5%, investment increased by 4.1%, and exports and imports dropped by 6% and 3.9% respectively. From these figures, it can be seen that Indonesian growth has been quite moderate, resulting from a stable global economy and government expenditure cuts which is the government’s current rapid policy. Indonesia has enjoyed a trade surplus for four consecutive quarters. During the first nine months of 2016, Indonesia had a trade surplus of approximately 5,670 million US dollars, with September 2016 as the month with the highest trade surplus in 13 months of 1,100 million US dollars resulting from the export of a large amount of steel.

Indonesia has the world’s largest Muslim population and its economy was ranked 16th in the world as of 2015. It is also globally the 10th largest manufacturing country (as of 2016). Despite promises of economic success, penetrating the Indonesian market is challenging and difficult.

 

ບົດຄວາມແນະນໍາ

ສະແດງຄວາມຄິດເຫັນ

error: Content is protected !!