ບໍລິສັດເຂົ້າລາວມີຄວາມພ້ອມໃນການສົ່ງອອກ

ທ່ານ ອຸໄທ ໄຕມະນີ ຜູ້ອໍານວຍການ ບໍລິສັດເຂົ້າລາວ ຈໍາກັດ ເປີດເຜີຍໃຫ້ຮູ້ວ່າ: ທາງບໍລິສັດເຂົ້າລາວ ຈໍາກັດໄດ້ພະຍາຍາມລົງໄປຊຸກຍູ້ , ແນະນໍາທາງດ້ານເຕັກນິກ,ວິຊາການ ແລະ ຜັກດັນກຸ່ມຊາວນາ ຜະລິດເຂົ້າເປືອກໃຫ້ໄດ້ຄຸນນະພາບດີທີ່ສຸດ ເພື່ອເຮັດໃຫ້ເຂົ້າສານບໍ່ຕົກລາຄາ ພາຍຫຼັງການເກັບກ່ຽວ.

ທ່ານໄດ້ໃຫ້ເຫັດຜົນຕື່ມວ່າ: ຖ້າຢາກຄ້າຂາຍເຂົ້າເຮົາຕ້ອງພັດທະນາເຂົ້າໃຫ້ມີຄຸນນະພາບກ່ອນ ,ສິ່ງນີ້ຖືເປັນສໍາຄັນຫຼາຍ ເຊິ່ງທາງບໍລິສັດເຂົ້າລາວ ໄດ້ເລີ່ມປະຕິບັດມາແຕ່ປີ 2006-2009 ນັບແຕ່ສ້າງຕັ້ງບໍລິສັດ ພວກເຮົາໄດ້ສົມທົບກັບກອງສົ່ງເສີມ ກະຊວງກະສິກໍາ-ປ່າໄມ້ ລົງແນະນໍາ ສົ່ງເສີມຊາວນາ ຢູ່ເຂດແຂວງ ວຽງຈັນ , ຄໍາມ່ວນ, ສະຫວັນນະເຂດ ຕ້ອງຜະລິດເຂົ້າເປືອກໃຫ້ໄດ້ຄຸນນະພາບ ເຊິ່ງມາຮອດປັດຈຸບັນ ບໍລິສັດໄດ້ມີຊາວນາ ໃນທົ່ວປະເທດເຂົ້າຮ່ວມໃນກຸ່ມພວກເຮົາ ແລະ ເຫັນວ່າການຜະລິດມີຕົວເລກເພີ່ມຂຶ້ນໂດຍສະເພາະ ກໍແມ່ນຊາວນາໄດ້ເຂົ້າໃຈເຖິງຂັ້ນຕອນການຜະລິດທີ່ມີຄຸນນະພາບຕ້ອງເຮັດແນວໃດ ທີ່ສໍາຄັນແມ່ນເຂົ້າເຈົ້າຮູ້ຈັກເຕັກນິກໃນການ ເກັບກ່ຽວມ້ຽນມັດ , ການຮັກສາແນວພັນເຂົ້າ, ການອົບແຫ້ງ ແລະ ອື່ນໆ.

ຜ່ານມາທາງບໍລິສັດໄດ້ມີການສົ່ງອອກປະເທດໃດແດ່?

   ລັດຖະບານຖືສໍາຄັນ ເຂົ້າເປັນສິນຄ້າຍຸດທະສາດ ຕ້ອງຄໍ້າປະກັນດ້ານສະບຽງອາຫານກ່ອນ ດັ່ງນັ້ນການສົ່ງອອກຜ່ານມາຍັງບໍ່ທັນມີ . ເຊິ່ງມີແຕ່ການສົ່ງອອກຕາມຊາຍແດນທີ່ປະຊາຊົນໃນທ້ອງຖິ່ນມີການແລກປ່ຽນຊື້-ຂາຍກັນ .

ໃນອະນາຄົດບໍລິສັດວາງເປົ້າໝາຍແນວໃດ?

ດັ່ງນັ້ນເພື່ອເຮັດການສົ່ງອອກທາງບໍລິສັດ ກໍໄດ້ສະເໜີໃນກອງປະຊຸມຫຼາຍຄັ້ງວ່າ: ການສົ່ງອອກເຂົ້າສານພາກເອກະຊົນບໍ່ສາມາດເຮັດໄດ້ ມັນຕ້ອງແມ່ນທາງພາກລັດ ກໍຄືທາງມະຫາພາກຕ້ອງເຂົ້າມາເປັນຫຼັກ ແລະ ຕ້ອງຈັດຕັ້ງລະບົບການຜະລິດແບບຕ່ອງໂສ້ຄັກແນ່ຈິ່ງຈະເປັນໄປໄດ້ ເຊັ່ນ: ຊາວນາແມ່ນເຮັດການປູກເຂົ້າຢ່າງດຽວ , ສ່ວນວິຊາການແມ່ນເບິ່ງເລຶ່ອງການປາບສັດຕູພືດ, ແນວພັນທີ່ດີແມ່ນໜ້າທີ່ຂອງສະຖາບັນສະໜອງໃຫ້,ພາຍຫຼັງການເກັບກ່ຽວແລ້ວແມ່ນໝົດໜ້າທີ່ຂອງຊາວນາ, ການເກັບຊື້ຜົນຜະລິດແມ່ນໜ້າທີ່ຂອງການຄ້າ,ການເກັບຮັກສາແມ່ນໜ້າທີ່ຂອງລະບົບສາງ ແລະ ອົບແຫ້ງ , ເວລາມີໂຄຕ້າສັ່ງຊື້ເຂົ້າມາ ການຊື້-ຂາຍຕ້ອງຜ່ານການຄ້າ ຕ້ອງມີໂລໂກ້ ທີ່ເປັນແບຼນບົ່ງບອກເຖິງສິນຄ້າລາວ ແຕ່ທີ່ສໍາຄັນແມ່ນພາກລັດຖະບານຕ້ອງເປັນຫົວຈັກໃຫ່ຍເປັນຜູ້ຄຸ້ມຄອງ ເປັນຜູ້ສະໜອງແຫຼ່ງທຶນຕ່າງໆ.

ຂ້າພະເຈົ້າຂໍຍົກຕົວຢ່າງໃນປະເທດຫວຽດນາມ ລັດຖະບານຈະໃຫ້ເງິນກູ້ບໍ່ມີດອກເບ້ຍ3ເດືອນໃຫ້ກຸ່ມບໍລິສັດໄປເກັບຊື້ເຂົ້າກັບຊາວນາ ມາເກັບໃນສາງອົບແຫ້ງໄດ້ມາດຕະຖານ ແລະ ລໍຖ້າການສັ່ງຊື້ເພື່ອການສົ່ງອອກຈໍລະຈອນໃນປະເທດ ແລະ ຕ່າງປະເທດ ຖ້າກາຍກໍານົດ3ເດືອນລັດຈະເກັບພາສີແຕ່ຈະເປັນດອກເບ້ຍຕໍ່າ ແຕ່ບ້ານເຮົາຍັງບໍ່ມີນະໂຍບາຍນີ້ ຖ້າພາກລັດເຂົ້າມາມີສ່ວນໃນດ້ານນີ້ມັນຈະຊ່ວຍໃຫ້ຊາວນາມີທ່າແຮງໃນການຜະລິດຫຼາຍຂຶ້ນ ເຮັດໃຫ້ມີເຂົ້າເປືອກໃນສະຕ໋ອກແບບມີຄຸນນະພາບ ແລະ ທີ່ສໍາຄັນລາຄາບໍ່ຕົກຕໍ່າ.

   ເອອີຊີ ຈະເປັນທ່າແຮງ ຫຼື ສິ່ງທ້າທາຍ?

   ສິ່ງທ້າທາຍແມ່ນເລຶ່ອງການສົ່ງອອກ ເພາະວ່າສິນຄ້າກະສິກໍາມີສິ່ງທ້າທາຍຫຼາຍ ຖ້າເຮົາເຮັດບໍ່ໄດ້ຕາມມາດຕະຖານທີ່ຕົກລົງກັນໄວ້ ສິນຄ້າຈະຖືກຕີກັບທັງໝົດ ຈະເຮັດໃຫ້ຂາດທຶນຫຼາຍ, ສິ່ງທ້າທາຍໜຶ່ງແມ່ນການຜະລິດບ້ານເຮົາຍັງແບບປະຖົມປະຖານ ຍັງບໍ່ແມ່ນການຜະລິດເພື່ອເປັນສິນຄ້າ.

ສິ່ງທີ່ເຮົາຈະໄດ້ປຽບຫຼືເປັນໂອກາດແມ່ນ ປະເທດເຮົາຍັງມີເນື້ອທີ່ອຸດົມສົມບູນ,ມີທ່າແຮງໃນການຜະລິດ,ໂດຍສະເພາະເວົ້າເລື່ອງຄຸນນະພາບເຂົ້າ ແມ່ນບ້ານເຮົາມີທ່າໄດ້ປຽບສູງກວ່າປະເທດອ້ອມຂ້າງ .

ຖ້າພາກລັດເຂົ້າມາເປັນແກນຫຼັກ ແລະ ໜ່ວຍງານຕ່າງໆເຂົ້າມາມີສ່ວນຮ່ວມຢ່າງເປັນລະບົບຕ່ອງໂສ້ ການສົ່ງອອກເຂົ້າລາວຈະເປັນໄປໄດ້ ແລະ ທາງບໍລິສັດເຂົ້າລາວພ້ອມແລ້ວທີ່ຈະເດີນໜ້າ ພຽງແຕ່ລັດຖະບານເປີດໄຟຂຽວ.

  

Lao Rice Company ready for the import and export of rice as strategic goods

Mr. Outhay Taymany, Director of Lao Rice Co., Ltd. reveals that “Lao Rice Co., Ltd. is trying to support rice farming groups and advise them on techniques and methods to produce the best quality of rice so that it doesn’t lose value after harvest.

If you want to trade in rice, you have to develop its quality first, something which is of great importance. Lao Rice Co., Ltd. commenced operations in 2006-2009. After founding the company, we coordinated with the Promotion Department of the Ministry of Agriculture and Forestry to advise farmers in Vientiane, Khammouane, and Savannakhet provinces on the importance of producing high quality rice. The company now has farmers across the country working in our group and production has increased, especially as the farmers now know the correct stages to follow to achieve quality. The important thing is for them to be familiar with the techniques for harvesting, preserving the seeds, drying, and so forth.”

To which countries has your company exported thus far?

“The government considers rice to be important and strategic goods and that we have to ensure food security before all else. Therefore, we have yet to export and have only delivered rice to border areas where it is traded and bartered by the locals.”

What targets does the company have for the future?

“It has been often proposed at meetings that private rice exports are not possible and only the State sector can do this. It has to be a huge operation and a definite production and supply chain system need to be set up for it to work. Farmers, for example, just grow the rice while the technical issues of pesticides and strains are the duty of the institute. After harvest, the farmers have completed their part of the work while the sale of the produce is a commercial affair and its storage and drying the job of the warehouses and mills. When an order quota comes in, the purchase takes place commercially and there has to be a logo with a brand which states that it is a Lao product. The important thing is, however, for the government to play the central management role and provide the necessary capital.

I would like to raise an example of Vietnam. The government provides three-month interest-free loans to companies to purchase rice from farmers, store it in warehouses, and dry it so that it meets the standards. They then wait for orders for domestic and overseas distribution. After this three-month period is over, the government starts to apply a low interest rate. Our country, however, does not have this policy. If the State participated in this area, it would help farmers to produce more and improve the quality of our stock, thus preventing it from losing value, which is important.”

What potentials and challenges will the AEC bring?

“The challenging thing will be exports because agricultural goods are extremely difficult. If we fail to meet the standards agreed, the goods will be returned in full, resulting in heavy losses. The challenging thing will be that our production is still very basic and we are not yet producing goods as a product.

An opportunity will be that our country has plenty of rich land and this is a potential for production, especially with respect to the quality of rice, which is higher than in neighboring countries.

If the State plays a central role and businesses participate along the supply chain, Lao rice exports will be possible and Lao Rice Co., Ltd. will be able to move forward – we are just waiting for the green light from the government.”

ບົດຄວາມແນະນໍາ

ສະແດງຄວາມຄິດເຫັນ