Senglao content (728×90)

ສຄອ ວາງເປົ້າໝາຍສົ່ງເສີມພາກທຸລະລິດ SME ໃຫ້ເຊື່ອມໂຍງ.

ທ່ານໄດ້ວາງວິໄສທັດໃນການພັດທະນາ ສຄອ ແນວໃດແດ່ພາຍຫຼັງທ່ານມາຮັບຕຳແໜ່ງປະທານຄົນໃໝ່? ມີຈຸດໃດແດ່ທີ່ທ່ານຈະແກ້ໄຂ?

ສະພາການຄ້າໄດ້ສ້າງຕັ້ງມາແຕ່ປີ 1989 ເປັນຕົ້ນມາເຊິ່ງມີໜ້າທີ່ເປັນຂົວຕໍ່ລະຫວ່າງພາກທຸລະກິດກັບພາກລັດຖະບານ ໂດຍສາຍຕັ້ງຂຶ້ນກັບກະຊວງການຄ້າໜ້າທີ່ຫຼັກໆກໍແມ່ນການອອກໃບກໍາເນີດສິນຄ້າ, ການອອກໃບມາດຕະຖານ, ເຂົ້າຮ່ວມໂຄງການຕ່າງໆຂອງລັດຖະບານ ,ການພັດທະນາທຸລະກິດຂະໜາດນ້ອຍ-ກາງ, ການພັດທະນາສີມືແຮງງານຕ່າງໆ. ມາຮອດໄລຍະຊຸມປີ 2004 ອີງຕາມດໍາລັດເລກທີ 316 ໄດ້ຫັນປ່ຽນ ສຄອ ມາເປັນອົງກອນເອກະລາດເພື່ອເປັນອົງກອນຕົວແທນຕາງໜ້າໃຫ້ນັກທຸລະກິດເຊິ່ງໃນນັ້ນໄດ້ລະບຸ 3 ໜ້າທີ່ໃຫຍ່ຕົ້ນຕໍເຊັ່ນ:

  1. ເປັນຂົວຕໍ່ລະຫວ່າງພາກທຸລະກິດກັບພາກລັດຖະບານ.
  2. ມີໜ້າທີ່ໃນການສົ່ງເສີມພາກທຸລະກິດໃຫ້ເຂັ້ມແຂງ.
  3. ຄຸ້ມຄອງບັນດາຫົວໜ່ວຍທຸລະກິດຈັດຕັ້ງປະຕິບັດລະບຽບກົດໝາຍຂອງລັດ.

ແຕ່ພາຍຫຼັງມາເຮັດຕົວຈິງແລ້ວມັນກໍມີຂໍ້ຫຍຸ້ງຍາກຫຼາຍອັນ, ມີຂໍ້ຈໍາກັດຫຼາຍອັນຍ້ອນສະພາບຂອງໂຄງສ້າງໂຄງລ່າງພື້ນຖານຂອງຫົວໜ່ວຍທຸລະກິດພາຍໃນປະເທດ,
ເຊິ່ງສ່ວນໃຫຍ່ແລ້ວທຸລະກິດຂອງບ້ານເຮົາແມ່ນເສດຖະກິດທໍາມະຊາດ ແລະ ເຄິ່ງທໍາມະຊາດ, ພາຍຫຼັງມາຫັນສູ່ກົນໄກການຕະຫຼາດ, ຫັນສູ່ເສດຖະກິດການຜະລິດເປັນ
ສິນຄ້າມັນເຮັດໃຫ້ເກີດມີຂໍ້ຍຸ້ງຍາກຍ້ອນວ່າໂຄງລ່າງພື້ນຖານການບໍລິການຂອງພາກລັດຖະບານເຖິງຈະມີ,ແຕ່ວ່າມັນກໍຍັງບໍ່ທັນຄົບຖ້ວນພຽງພໍ. ສະນັ້ນມັນຈິ່ງເກີດມີສະພາບການພາຍຫຼັງເຮົາເປີດກົນໄກໃໝ່ໃນປີ 1990 ຈົນມາຮອດປັດຈຸບັນກໍມີຫຼາຍໂຄງການຜະລິດເປັນສິນຄ້າຍັງບໍ່ທັນມີປະສິດທິຜົນ ແລະ ການຜະລິດສ່ວນໃຫຍ່ແມ່ນເນັ້ນໄປໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດເປັນຕົ້ນແມ່ນເລື່ອງບໍ່ແຮ່, ພະລັງງານໄຟຟ້າ, ການຂຸດຄົ້ນໄມ້, ການກໍ່ສ້າງໂຄງການຕ່າງໆຂອງລັດ ແຕ່ການຜະລິດກະສິກໍາ ແລະການບໍລິການຍັງບໍ່ທັນຂະຫຍາຍຕົວ ເຊິ່ງມັນເປັນຜົນເຮັດໃຫ້ພວກເຮົາມີຖານທີ່ບໍ່ໝັ້ນຄົງໃນອະນາຄົດ.

ທ່ານໄດ້ຍົກໃຫ້ເຫັນຕື່ມວ່າ: ໃນໄລຍະຜ່ານເຮົາຈະເຫັນວ່າອັດຕາການຂະຫຍາຍຕົວຂອງລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໄວປະມານ
7,5% ແຕ່ວ່າສ່ວນຫຼາຍມັນມາຈາກການລົງທຶນໃນຂົງເຂດບໍ່ແຮ່,ພະລັງງານ ແລະ ອຸດສາຫະກໍາຈໍານວນໜຶ່ງສ່ວນທາງດ້ານອຸດສາຫະກໍາທາງດ້ານກະສິກໍາຫາກໍ່ເລີ່ມມີປະມານທົດສະວັດຜ່ານມານີ້ຈາກການລົງທຶນຂອງຕ່າງປະເທດເຊັ່ນ: ໂຮງງານນໍ້າຕານ, ການປູກອ້ອຍ, ການບໍລິການທາງດ້ານທາດຊີ້ນຈາກບໍລິສັດໂພກກະພັນ ແລະ ອື່ນໆ, ດັ່ງນັ້ນເຮົາຈະເຫັນວ່າທ່າແຮທາງດ້ານເສດຖະກິດຂອງເຮົາຍັງບໍ່ແໜ້ນໜາ.

ອີກດ້ານໜຶ່ງປະເທດເຮົາແມ່ນບໍ່ມີທາງອອກສູ່ທະເລ ແລະ ພູມສັນຖານຂອງປະເທດມີພູຜາຫຼາຍດັ່ງນັ້ນການຂົນສົ່ງສິນຄ້າຢູ່ໃນລາວມັນມີລາຄາແພງ,ສິ່ງອໍານວຍຄວາມສະດວກໃນການຂົນສົ່ງພັດຍັງບໍ່ທັນພຽງພໍ ແລະ  ອີກບັນຫາໜຶ່ງກໍແມ່ນປະເທດເຮົາເປັນປະເທດທີ່ມີປະຊາກອນໜ້ອຍພ້ອມນີ້ທາງດ້ານລະດັບການສຶກສາກໍຍັງບໍ່ໄດ້ມາດຕະຖານພຽງພໍ,ການສົ່ງເສີມທາງດ້ານການສຶກສາໃນໄລຍະຕົ້ນແມ່ນສົ່ງເສີມແຕ່ການສຶກສາຊັ້ນສູງ, ຂັ້ນມະຫາວິທະຍາໄລຫຼາຍໂພດ, ແຕ່ດ້ານວິຊາຊີບມີໜ້ອຍຈຶ່ງເຮັດ
ໃຫ້ຖານຂອງຄວາມຮູ້ຄວາມສາມາດ ໃນການຜະລິດອຸດສາຫະກໍາມີໜ້ອຍ, ດັ່ງນັ້ນເວລາອຸດສາຫະກໍາມີການຂະຫຍາຍຕົວມັນຈຶ່ງຂາດແຮງງານເຮັດໃຫ້ມັນບໍ່ດຸ່ນດ່ຽງກັນ, ຖ້າເຮົາຈຂະຫຍາຍໂຮງຈັກໂຮງງານ,ຂະຫຍາຍພື້ນຖານໂຄງລ່າງການຜະລິດກະສິກໍາໄດ້ໄວນັ້ນແມ່ນຍາກຫຼາຍ. ແຕ່ໃນທາງກັບກັນແຮງງານລາວພັດນິຍົມໄປຂາຍແຮງງານຢູ່ປະເທດໃກ້ຄຽງຫຼາຍຂຶ້ນຍິ່ງເຮັດໃຫ້ສະພາບແຮງງານຂາດເຂີນດັ່ງນັ້ນບັນຫາແຮງງານຍັງແມ່ນຂໍ້ຈໍາກັດ.

ສຸດທ້າຍຂໍ້ຈໍາກັດຂອງທຸລະກິດໃນລາວແມ່ນ:98% ແມ່ນທຸລະກິດຂະໜາດນ້ອຍຂະໜາດກາງ,ມີພຽງ 2% ທີ່ເປັນທຸລະກິດຂະໜາດໃຫຍ່, ແຕ່ວ່າໃນ98% ນັ້ນ 60% ແມ່ນທຸລະກິດແບບເສດຖະກິດຄອບຄົວ, ມາຈາກການຜະລິດກະສິກໍາ,ຫັດຖະກໍາຄຸ້ມບ້ານ, ການຜະລິດວິຊາຊີບເຊັ່ນວ່າ: ຄ້າຂາຍຍ່ອຍຕາມໜ້າເຮືອນ-ແຄມທາງ, ເລາະໄປຕາມຄຸ້ມບ້ານ, ອາຊີບຊ່າງຕັດຜົມ, ຊ່າງເສີມສວຍ, ຊ່າງເຄາະ,ຊ່າງຈອດ, ຊ່າງກໍ່ສ້າງລັກສະນະແບບນ້ອຍໆ (ຫາເຊົ້າກິນຄໍ່າ) ແລະ ເປັນທຸລະກິດທີ່ບໍ່ໄດ້ຈົດທະບຽນດ່ັງນັ້ນທຸລະກິດປະເພດນີ້ແມ່ນເຂົ້າຫາແຫຼ່ງທຶນໄດ້ຍາກເພາະບໍ່ມີໃຜຄໍ້າປະກັນ, ສ່ວນໃຫຍ່ແມ່ນເຂົາເຈົ້າຈະໄປກູ້ຢືມກັບສະຖາບັນການເງິນນອກລະບົບເພື່ອມາເປັນທຶນໃນການພັດທະນາທຸລະກິດໃຫ້ຂະຫຍາຍຕົວຂຶ້ນ, ມັນຈິ່ງເປັນສ່ວນໜຶ່ງເຮັດໃຫ້ການປ່ອຍເງິນກູ້ນອກລະບົບມີການຂະຫຍາຍຕົວໃຫຍ່ຂຶ້ນ.

ວິໄສທັດຂອງຂ້າພະເຈົ້າແລ້ວແມ່ນເຫັນວ່າ:ເຮົາຕ້ອງຫັນສະພາການຄ້າອຸດສາຫະກໍາແຫ່ງຊາດມາເປັນອົງກອນທີ່ບໍລິການໃຫ້ແກ່ທຸລະກິດຢ່າງແທ້ຈິງໂດຍສະເພາະແມ່ນເປັນອົງກອນທີ່ສົ່ງເສີມ SME ແລະ ໃນເດືອນ ກໍລະກົດ ປີ 2016 ຜ່ານມາທ່ານນາຍົກລັດຖະມົນຕີໄດ້ຕົກລົງເຫັນດີອະນຸມັດເປັນທາງການແລ້ວໃຫ້ ສຄອ ເປັນອົງກອນສົ່ງເສີມ SME ແລະ ມາຮອດປັດຈຸບັນນີ້ທາງ ສຄອ ແມ່ນພວມກໍາລັງເປີດສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ(ສບວ) ຫຼື SERVICE CENTER(SSC) ແຫ່ງທຳອິດຂອງ ສປປ ລາວ ເຊິ່ງຈະເປັນບາດກ້າວໃໝ່ຂອງການພັດທະນາເສດຖະກິດກໍຄືການສົ່ງເສີມວຽກງານພາກທຸລະກິດຂະໜາດນ້ອຍ ແລະ ກາງ, ເປັນບ່ອນເຕົ້າໂຮມຂອງບັນດາທຸລະກິດໃນລາວ, ຈະເປັນສູນທີ່ຈະສາມາດຂັບເຄື່ອນ ແລະ ຜັນຂະຫຍາຍນະໂຍບາຍຕ່າງໆກ່ຽວກັບການດຳເນີນທຸລະກິດລົງສູ່ທ້ອງຖິ່ນ ແລະ ສາມາດເຊື່ອມໂຍງກັບບັນດາປະເທດໃນອາຊຽນ, ພ້ອມນີ້ຍັງຈະເປີດໂອກາດ ແລະ ໃຫ້ຄໍາປຶກສາດ້ານຂໍ້ມູນຕ່າງໆ, ແນະນໍາການເຂົ້າຫາແຫຼ່ງທຶນໃຫ້ຜູ້ຈະເລີ່ມເຮັດທຸລະກິດໃໝ່ ແລະ ເຮັດໃຫ້ທຸລະກິດຂອງເຂົາເຈົ້າມີທ່າແຮງມີຄວາມເຂັ້ມແຂງ, ນອກຈາກນີ້ຈະເປັນສູນເກັບກໍາຂໍ້ມູນຂ່າວສານຢູ່ຕ່າງແຂວງ ຫຼື ທ້ອງຖິ່ນເພື່ອເປັນຂໍ້.ພາຍໃນສູນຍັງໃຫ້ການສຳມະນາ, ການເຝິກອົບຮົມ,ການສອນພາສາອັງກິດ, ການວາງສະແດງຜະລິດຕະພັນສິນຄ້າຂອງບັນດານັດທຸລະກິດເຊິ່ງນັກທຸລະກິດສາມາດນຳເອົາຜະລິດຕະພັນຂອງຕົນເອງມາວາງສະແດງໄດ້.

ທ່ານປະທານສະພາການຄ້າໄດ້ກ່າວຢໍ້າຕື່ມອີກວ່າ: ເພາະວ່າໜ້າທີ່ຕົ້ນຕໍຂອງສະພາການຄ້າອັນດັບທໍາອິດແມ່ນສົ່ງເສີມ SME ໝາຍຄວາມວ່າຕ້ອງໄດ້ມີການເກັບກໍາເອົາຂໍ້ມູນຈາກຂັ້ນເມືອງວ່າມີຈັກຫົວໜ່ວຍແທ້ ແລ້ວມາວາງແຜນພື້ນຖານຍຸດທະສາດແຕ່ລະຂະແໜງການເພື່ອສ້າງກົນໄກ ແລະ ຍຸດທະສາດໃນການສົ່ງເສີມ ແລະ ສິ່ງທີ່ສໍາຄັນແມ່ນສະພາການຄ້າຕ້ອງເຮັດວຽກຢ່າງໃກ້ສິດກັບອາກອນຢູ່ຂັ້ນພື້ນຖານຂອງບ້ານ, ເມືອງ,ແຂວງ ຈຶ່ງຈະສາມາດຮູ້ໄດ້ເຖິງການເຄື່ອນໄຫວຂອງຫົວໜ່ວຍທຸລະກິດຕ່າງໆໄດ້ຢ່າງຊັດເຈນ ແລະ ສາມາດຊ່ວຍເຫຼືອສົ່ງເສີມເຂົາເຈົ້າໄດ້ເພື່ອການພັດທະນາ ແລະ ການຕະຫຼາດໃນອະນາຄົດ.

ອັນທີ່ຕ້ອງແກ້ໄຂດ່ວນຂ້າພະເຈົ້າເຫັນວ່າແມ່ນມີ 2 ບັນຫາໃຫຍ່ຄື:ເຮົາຕ້ອງໄດ້ປັບປຸງຫຼາຍນິຕິກໍາ,ປັບປຸງແວດລ້ວມຂອງທຸລະກິດໃຫ້ມັນດີໃຫ້ມີທ່າແຮງຂຶ້ນເພື່ອດຶງດູດນັກທຸລະກິດ-ນັກລົງທຶນພາຍໃນ-ຕ່າງປະເທດເຂົ້າມາລົງທຶນຫຼາຍຂຶ້ນເພື່ອໃຫ້ ສາມາດເຊື່ອມໂຍງກັບອາຊຽນເຊິ່ງ ສຄອ ຕ້ອງເປັນຕົວຕັ້ງຕົວຕີ ແລະ ລັດຖະບານເປັນຜູ້ນໍາພາການຈັດ
ຕັ້ງເວທີທຸລະກິດລາວ Lao Forum ໃຫ້ເຂັ້ມແຂງກວ່າເກົ່າ. ດັ່ງນັ້ນຖ້າເຮົາສາມາດປັບປຸງ ແລະ ພັດທະນາ SME ໄດ້ດີມັນຈະສົ່ງຜົນເຮັດໃຫ້ສາມາດເພີ່ມຖານການຜະລິດ ແລະ ເຮັດໃຫ້ລາຍຮັບຂອງຊາດເພີ່ມຂຶ້ນ.

  • ຄວາມທ້າທາຍຂອງສະມາຊິກມີບັນຫາໃດ? ຈະແກ້ໄຂແນວໃດ?

ບັນຫາທ້າທາຍກໍແມ່ນຜ່ານມາເຮົາຍັງບໍ່ມີ “ນິຍາມ” ທີ່ຊັດເຈນກ່ຽວກັບທຸລະກິດ SME ດັ່ງນັ້ນເວລາທີ່ເຂົ້າມາເປັນສະມາຊິກແລ້ວເຂົາເຈົ້າກໍຍັງພົບຫຼາຍບັນຫາ, ເພື່ອແກ້ໄຂບັນຫາໃນອະນາຄົດທາງ ສຄອ ຈະສຸມໃສ່ການພັດທະນາແລະສົ່ງເສີມ SMEໃຫ້ເປັນລະບົບການບໍລິການຫຼາຍຂຶ້ນ, ທາງ ສຄອ ພວກເຮົາຈິ່ງໄດ້ສ້າງຕັ້ງ SERVICE CENTER, ພ້ອມນີ້ຕ້ອງໄດ້ປັບປຸງການເຂົ້າເຖິງແຫຼ່ງທຶນຈາກທະນາຄານໂດຍຜ່ານຮູບແບບ STAR UP ແລະ ທີ່ສໍາຄັນພາກລັດຖະບານຈະຕ້ອງມີການຄໍ້າປະກັນສິນເຊື່ອ SME ເຊິ່ງໃນຫຼາຍປະເທດເຂົາເຈົ້າມີແລ້ວ
ເຊິ່ງຈະເຮັດໃຫ້ນັກທຸລະກິດເຂົ້າຮ່ວມເປັນສະມາຊິກສຄອ ຫຼາຍຂຶ້ນກວ່າເກົ່າ.

  • ຕົວເລກຂອງສະມາຊິກ ສຄອ ປັດຈຸບັນມີຈັກຫົວໜ່ວຍ?

ປັດຈຸບັນນີ້ອີງຕາມຕົວເລກເກັບກໍາທົ່ວປະເທດມີປະມານ  100,000  ບໍລິສັດທີ່ຈົດທະບຽນ ເຊິ່ງມີພຽງປະມານ 2000 ບໍລິສັດທີ່ເປັນສະມາຊິກຂອງ ສຄອແຫ່ງຊາດລາວ ແລະ ສຄອ ແຂວງ ຖ້າໃນອະນາຄົດເຮົາສາມາດດຶງເອົາ, ພັດທະນາບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍກວ່າ SME ທີ່ກວມ 60% ເຂົ້າມາຕື່ມມັນຈະເຮັດໃຫ້ຖານການຜະລິດຂອງເຮົາເຂັ້ມແຂງຂຶ້ນສາມາດເຊື່ອມໂຍງອາຊຽນ ແລະ ສາກົນໄດ້ໃນອະນາຄົດ ແລະ ທີ່ສໍາຄັນແມ່ນຈະເຮັດໃຫ້ປະເທດມີລາຍຮັບສູງຂຶ້ນ.

  • ຜະລິດຕະພັນ SME ຂອງລາວສາມາດສົ່ງອອກ ໃນຕະຫຼາດຕ່າງປະເທດມີຈັກຢ່າງ?

ປັດຈຸບັນມີຫຼາຍບໍລິສັດ, ຫຼາຍຜະລິດຕະພັນທີ່ທຸລະກິດລາວເຮົາສາມາດສົ່ງອອກ ໂດຍສະເພາະກໍແມ່ນສິນຄ້າຜະລິດຕະພັນປຸງແຕ່ງກະສິກໍາ, ເຄື່ອງຫັດຖະກໍາ-ຕໍ່າແຜ່ນ ແລະ ໃນອະນາຄົດທາງ ສຄອເຊື່ອໝັ້ນວ່າຖ້າເຮົາສາມາດປັບປຸງພື້ນຖານການຜະລິດຂອງທຸລະກິດຂະໜາດນ້ອຍ-ຂະໜາດກາງໄດ້ດີຂຶ້ນສິນຄ້າສົ່ງອອກຂອງລາວກໍຈະສາມາດແຂ່ງຂັນແລະ ເຊື່ອມໂຍງໄດ້ຫຼາຍຂຶ້ນ.    

(ວາລະສານ ທາເກັດສະບັບທີ 129 ເດືອນເມສາ  2017 ສາມາດຊອກຊື້ອ່ານວາລະສານແຕ່ລະເດືອນໄດ້ຕາມ M Point Mart, Jeffy Mart ແລະ  U  Express  ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

LNCCI sets targets to promote the integration efforts of SMEs.

What is your vision in developing the LNCCI after assuming its presidency?

  • Which aspects are you going to address? 

The Lao National Chamber of Commerce and Industry was established in 1989 and acts as a bridge between the private and public sectors. Under the administration of the Ministry of Industry and Commerce, the LNCCI is responsibly mainly for issuing products’ certificates of origin, certifying standards, involvement in Government projects, developing small- and medium-size enterprises, and fostering capacity building. In 2004, Decree No. 316 turned the LNCCI into an independent organization to represent business people with the following main duties: 1. to act as a bridge between the private and public sectors. 2. to promote and strengthen the business sector. 3. to oversee business units and ensure they implement laws and regulations.

 

In practice, the LNCCI has faced various difficulties and restrictions because of the actual domestic situation of business infrastructure, with most business units being run in an unofficial and semi-official manner. After turning to market mechanisms focusing on manufacturing goods, we are facing difficulties resulting from the fact that the Government has not yet been able to provide sufficient service infrastructure. Therefore, after the open-door policy implemented in 1990, we are facing a situation of ineffective production, with most of the production concentrated on the exploitation of natural resources in terms of mining, hydropower, forestry and other Government projects. In addition, our agricultural production and service businesses have not expanded properly, resulting in an unstable base on which to advance into the future.

He continued: previously, we could see the rapid growth of our gross domestic products (GDP) at a rate of 7.5%. However, investment in mining, energy, and some other industries cover larger proportions than the agricultural sector, which has begun to attract interest from foreign investors in the last decade, such as investment in sugar factories, sugarcane plantations, meat from companies to provide consumer goods, etc. Thus, we can see that our economic advantages are not that strong.

Furthermore, our country has no access to the sea, but is surrounded by mountains. Therefore, transportation of goods in Laos is expensive with a lack of infrastructure. Our country also has a low population with sub-standard education. We have paid too much attention to promoting higher over vocational education, contributing to our lacking a productivity base. When the industrial sector grows, we then have a labor-shortage problem making it difficult for us to rapidly expand the industrial as well as the agricultural sectors. On the contrary, Lao laborers tend to increasingly seek jobs in neighboring countries, which will further worsen the labor-shortage situation and result in Laos having a restricted labor supply.

Finally, what are the restrictions in Laos? 98% of all businesses in Laos are small- and medium-size enterprises with large businesses covering only the remaining 2%. However, of that 98%, 60% are family-based businesses in the fields of agriculture, handicrafts, and vocational production, such as retail shops in houses or along the street, barber shops, beauty salons, welders, and small construction businesses (to meet daily expenses). Most of them are non-registered businesses, making it difficult for them to access financial resources because they have no guarantors. They can only rely on loan sharks to finance their business expansion. This contributes to the expansion of loan sharks.

According to my vision: we have to turn the Lao National Chamber of Commerce and Industry into an organization that truly works for businesses, especially that promotes SMEs. In July 2016, the Prime Minister officially agreed to approve SME promotion by the LNCCI. Currently, the LNCCI is opening the first SME Service Center (SSC) in the Lao PDR, which is seen as a new step toward economic development; in other words, to promote small- and medium-size enterprises. This center will become a gathering point for all Lao businesses which will help spread business policies locally, thus ensuring ASEAN integration. The center will also provide consultation services on various aspects, helping newly-established businesses to access financial resources and for stronger enterprises to utilize their advantages. Local information from all provinces will be collected by the center to serve as domestic business statistics. The center will also hold seminars, training courses, English teaching, and exhibitions to showcase products made by local entrepreneurs.

The President of the LNCCI adds more: because the first priority of the LNCCI is to promote SMEs, this means we need information from district level to know how many units there are in each area. With that knowledge, we can set a strategic plan for each sector, creating promotion mechanisms and strategies for those units. The important thing is that the LNCCI must collaborate closely with tax offices at the village, district, and provincial level to have a clearer picture of business activities and to be able to support the activities and their marketing approaches for future development.

There are two urgent issues that need to be addressed: we need to improve laws and the business environment to attract more business people and investors, both domestically and internationally. This aims at integrating Lao business with ASEAN which is the main responsibility of the LNCCI together with the Government in organizing a stronger Lao Business Forum.

Therefore, if we can effectively enhance and develop SMEs, it will increase the capacity of our production base and our national income.

What are the challenges facing LNCCI members? How can they be solved?

Our main challenge refers to the inability to define an “SME” clearly. Many businesses, therefore, are faced with several problems after becoming members. In order to address such issues in the future, the LNCCI will concentrate in developing and promoting SMEs through a more systematic service. The LNCCI will establish the Service Center as well as the improvement of access to financial resources from banks via a start-up model. The important thing is that the Government must guarantee credits to SMEs as many other states have already done to help encourage increased membership of the LNCCI .

How many members and business units does the LNCCI have at the moment?

Currently, in accordance with collected statistics, there are approximately 2,000 SMEs across the country. In the future, if we can include and develop those smaller 60% of SMEs into our system, that will contribute to Laos having a stronger production base capable of integrating with ASEAN as well as the international community. What’s more, our country will enjoy a higher income.

How many SMEs manufacture  products for export to foreign markets?

Nowadays, the products of many firms are being exported to foreign markets, especially processed agricultural and handicraft-textile goods. In the future, the LNCCI is confident that we will be able to improve the production base of SMEs, ensuring the competitiveness of our products and better integration with the region.

 

 

ສະແດງຄຳຄິດເຫັນ