LV-IMEX
Senglao content (728×90)

ຍທຂ ນະຄອນຫຼວງຍັງມີສິ່ງທ້າທາຍຫຼາຍດ້ານ

ວຽກງານ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ) ຖື​ເປັນ​ຫົວໃຈ​ຫຼັກ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານພັດທະນາ​ເສດຖະກິດ-ສັງຄົມ ໃຫ້ມີ​ການ​ຂະຫຍາຍຕົວ​ຕໍ່​ເນື່ອງ ເຊິ່ງຖ້າມີລະບົບ​ຄົມມະນາຄົມ​ທີ່​ດີ ແລະ ເຂົ້າ​ເຖິງໄດ້​ຢ່າງທົ່ວເຖິງມັນຈະກາຍເປັນ​ປັດ​ໄຈ​ສຳຄັນ​ ໃນ​ການ​ສ້າງ​ສົມ​ດູນ​ການ​ຄ້າ ການ​ບໍລິການ ລວມ​ທັງ​ກະ​ຕຸ້ນການ​ລົງທຶນ​ທັງ​ພາຍ​ໃນ-ຕ່າງ​ປະເທດ​ໃຫ້​ນັບ​ມື້​ສູງ​ຂຶ້ນ.ໃນໄລຍະຜ່ານມາ ຍທຂ ນະຄອນລວງວຽງຈັນກໍສາມາດບັນລຸໜ້າວຽກທີ່ພົ້ນເດັ່ນຫຼາຍດ້ານເຮັດໃຫ້ນະຄອນຫຼວງມີໃບໜ້າໃໝ່.

ໃນວາລະສານສະບັບເດືອນກໍລະກົດນີ້ ທ່ານ ເດດສົງຄາມ ທໍາມະວົງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ)ໄດ້ໃຫ້ກຽດຕອບສໍາພາດຕໍ່ທາງວາລະສານທາເກັດເມື່ອບໍ່ດົນຜ່ານມານີ້ກ່ຽວກັບການແກ້ໄຂບັນຫາຈະລາຈອນຕິດຂັດ ລວມເຖິງໜ້າວຽກການພັດທະນາປັບປຸງເສັ້ນທາງຕ່າງໆໃນນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນການກະກຽມໂຄງການກໍ່ສ້າງເສັ້ນທາງດ່ວນຂູ່ຂະໜານຖະໜົນໄກສອນ ພົມວິຫານ ແລະ ສິ່ງທ້າທາຍສໍາລັບວຽກງານ ຍທຂ.

  1. ການຈະລາຈອນຕິດຂັດພວມເປັນບັນຫາຊໍາເຮື້ອ ແລະ ເປັນທີ່ວິພາກວິຈານກັນຕ່າງໆນາໆ ຕໍ່ບັນຫາດັ່ງກ່າວທາງ ຍທຂ ມີແຜນການແນວໃດເພື່ອແກ້ໄຂ?

ຄວາມຈິງແລ້ວພວກເຮົາມີແຜນອີງຕາມທິດຊີ້ນໍາຂອງທ່ານສົມສະຫວາດ ເລັ່ງສະຫວັດ ເຊິ່ງເພິ່ນເປັນປະທານໃນການຊີ້ນໍາກ່ຽວກັບການແກ້ໄຂການຈະລາຈອນ,ວຽກງານຈໍລະຈອນຂັ້ນສູນກາງໃນນະຄອນຫຼວງເຊິ່ງພວກເຮົາກໍໄດ້ມີການຊອກຫາສາເຫດວ່າມີອັນໃດແດ່ກ່ອນທີ່ຈະແກ້ໄຂເຊິ່ງເຫັນວ່າມີ 6 ສາເຫດຫຼັກໆຄື:1ການເພີ່ມຂຶ້ນຂອງພາຫະນະ. 2 ກໍແມ່ນລະບົບເສັ້ນທາງລວມທັງໄຟອໍານາດ. 3 ພຶດຕິກໍາຂອງຜູ້ຂັບຂີ່. 4 ການກໍານົດຜັງເມືອງ. 5 ການກໍານົດເຂດຂອງການຄ້າຂາຍ. 6 ບັນຫາອື່ນໆທີ່ປິ່ນອ້ອມ.

ທ່ານອະທິບາຍຕື່ມວ່າ: ຈຸດພິເສດຂອງນະຄອນຫຼວງວຽງຈັນພື້ນທີ່ມີຮູບລັກສະນະຄ້າຍກັບວີ ຫຼື ເປັນຮູບຕົວ V ມັນບໍ່ສາມາດໂຄຈອນອ້ອມໄດ້ ເພາະໃນນັ້ນເຄິ່ງໜຶ່ງເປັນນໍ້າຂອງແລະເມືອງຕັ້ງຢູ່ສົ້ນສຸດຂອງນໍ້າຂອງ ດັ່ງນັ້ນເມື່ອຮອດເວລາໂມງລັດຖະການຄົນຫຼັ່ງໄຫຼເຂົ້າມາ,ພໍຮອດເວລາໝົດໂມງລັດຖະການຄົນກໍຫຼັ່ງອອກໄປ ແຕ່ການເຂົ້າ-ອອກພັດມີແຕ່ດ້ານຕາເວັນອອກດ້ານດຽວ ເຊິ່ງຖ້າຕົວເມືອງມີພື້ນທີ່ເປັນຮູບວົງວຽນ ຫຼື ເປັນຕາໜ່າງໄຍແມງມຸມ ຫຼື ເປັນຕາຜ້າສີ່ລ່ຽມ ມັນຈະບໍ່ເກີດບັນຫາຈະລາຈອນຕິດຂັດແບບນີ້.

ພາຍຫຼັງໄດ້ຮັບແຜນຊີ້ນໍາແລ້ວພວກເຮົາກໍໄດ້ຂຶ້ນແຜນເພື່ອແກ້ໄຂບັນຫາດັ່ງກ່າວກັບທາງຂະແໜງການທີ່ກ່ຽວຂ້ອງເຊັ່ນ: ກັບທາງເຈົ້າທີ່ຕໍາຫຼວດ,ຂະແໜງເຄຫາຜັງເມືອງ,ຂະແໜງທີ່ດິນ,ຂະແໜງການຄ້າ , ບັນດາຂະແໜງການທີ່ກ່ຽວຂ້ອງຂອງກະຊວງຕ່າງໆ ເພື່ອພ້ອມກັນຊອກຈຸດທີ່ເປັນຄໍແກ້ວ ຫຼື ຈຸດທີ່ແອອັດທີ່ສຸດ ເຊິ່ງພວກເຮົາໄດ້ເບິ່ງໂຄງສ້າງໄວ້ຢູ່ 4 ຈຸດຄື: ຈຸດໄຟແດງທາດຫຼວງ , ໄຟແດງໂພນພະເນົາ, ໄຟແດງເຂດຫຼັກ6 (ໜ້າຫໍປະຊຸມແຫ່ງຊາດ) , ໄຟແດງດົງໂດກ , ເຂດທາງເໜືອກໍມີເຂດສີໄຄ , ສ່ວນທາງໃຕ້ກໍມີເຂດທາງທ່າເດື່ອ.

ຜ່ານການຄົ້ນຄ້ວາຂອງທີມງານພວກເຮົາເຫັນວ່າຖະໜົນທີ່ມັນແອອັດທີ່ສຸດແມ່ນເສັ້ນຖະໜົນໄກສອນ ພົມວິຫານ ປັດຈຸບັນນີ້ພວກເຮົາກໍໄດ້ມີການຄົ້ນຄ້ວາອອກແບບຈະປັບແນວໃດ ເບື້ອງຕົ້ນກໍຄິດວ່າຈະເຮັດຖະໜົນ “ໂອເວີພາສ” ສ້າງທາງວົງວຽນຕາມຈຸດຕ່າງໆແຕ່ມາເບິ່ງແລ້ວການລົງທຶນສູງຫຼາຍ ແຕ່ການແກ້ໄຂບັນຫາຈະລາຈອນຕິດຂັດຈະໜ້ອຍລົງເພາະມັນຈະຊ່ວຍລະບາຍລົດໄດ້ດີຂຶ້ນ.

-ທາງວົງວຽນມັນຊ່ວຍໄດ້ແນວໃດ?ເພາະຜ່ານມາຍັງເຫັນລົດຕິດຢູ່ວົງວຽນ?

   ຕາມຫຼັກການແລ້ວທາງວົງວຽນມັນຈະບໍ່ມີໄຟແດງ ແຕ່ມັນກໍຂຶ້ນກັບວ່າຜູ້ຂັບຂີ່ຫາກຮູ້ເຖິງກົດລະບຽບຈະລາຈອນຢ່າງຖືກຕ້ອງວ່າ: ລົດຄັນໃດທີ່ເຂົ້າໃນວົງວຽນແລ້ວແມ່ນມີສິດໄປກ່ອນ ເຊິ່ງຕາມກົດຂອງບ້ານເຮົາລົດທີ່ມາທາງຊ້າຍມືຂອງທ່ານແມ່ນມີສິດໄປກ່ອນ ດັ່ງນັ້ນລົດທີ່ມາຈາກທາງດ້ານອື່ນຕ້ອງຈອດແລ້ວປ່ອຍທາງໃຫ້. ຂ້າພະເຈົ້າຂໍຍົກຕົວຢ່າງຢູ່ຕ່າງປະເທດເຂົາເຈົ້າເວລາຈະເຂົ້າວົງວຽນຕ້ອງຈອດລໍກ່ອນເຖິງວ່າຈະມີລົດ ຫຼື ບໍ່ມີລົດກໍຕາມຕ້ອງຢຸດເພື່ອເປີດໂອກາດໃຫ້ຜູ້ເຂົ້າວົງວຽນໄປກ່ອນໂດຍຈະນັບ 1-2-3 ເພາະວ່າໃນເວລາທີ່ລົດເຂົ້າໄປໃນວົງວຽນນ້ອຍມັນຈະມີແຕ່ຄັນດຽວ, ແຕ່ໃນບ້ານເຮົາພັດກົງກັນຂ້າມມີລົດຕິດຄາກັນໃນວົງວຽນເອົາໄປເອົາມາໄປບໍ່ໄດ້ຈັກຄັນ ຍ້ອນວ່າບໍ່ນັບຖືກົດຈະລາຈອນບໍ່ໃຫ້ກຽດກັນ.

-ທ່ານຄິດວ່າຕົ້ນເຫດຂອງບັນຫາແມ່ນຍ້ອນສາເຫດຫຍັງແດ່?

ຂ້າພະເຈົ້າເຫັນວ່າບັນຫາຫຼັກໆມັນຍັງແມ່ນຍ້ອນຜູ້ຂັບຂີ່ເອງບໍ່ເຂົ້າໃຈລະບຽບຈະລາຈອນ ດັ່ງນັ້ນເພື່ອເປັນການແກ້ໄຂໃນໄລຍະຍາວຂ້າພະເຈົ້າຄິດວ່າ: ຄວນເອົາຫຼັກສູດກົດຈະລາຈອນເຂົ້າໃນການສຶກສາໂດຍເລີ່ມແຕ່ຊັ້ນອະນຸບານເພື່ອສ້າງຈິດສໍານຶກໃຫ້ເຂົາເຈົ້າ ແລະ ອີກຢ່າງໜຶ່ງທາງພະແນກອອກໃບຂັບຂີ່ຕ້ອງມີວິທີກວດກາຜູ້ຂັບຂີ່ເປັນປະຈໍາວ່າມີຄວາມຮັບຮູ້ເຂົ້າໃຈກົດຈະລາຈອນຊໍ່າໃດເພາະບາງຄົນມີໃບຂັບຂີ່ແຕ່ຍັງບໍ່ຮູ້ກະມີຫຼາຍສົມຄວນ.

  1. ການລະບາຍລົດຂອງເຈົ້າໜ້າທີ່ຢູ່ໄຟອໍານາດໃນເວລາເລັ່ງດ່ວນທ່ານຄິດວ່າມັນຈະຊ່ວຍແກ້ໄຂບັນຫາຈະລາຈອນໄດ້ຫຼືບໍ່?

ຕາມເຕັກນິກຂອງລະບົບໄຟແດງ ຫຼື ໄຟອໍານາດແລ້ວຈະມີຄິດໄລ່ວ່າລົດຈາກຈຸດນີ້ໄປຫາໄຟແດງອີກຈຸດຈະໃຊ້ເວລາເທົ່າໃດ ຈະມີລົດຈັກຄັນຜ່ານໄປ ໂດຍມັນຈະມີການ”ຄອນເນັກຕິງ”ກັນເປັນລະບົບຄັກແນ່. ດັ່ງນັ້ນໃນກໍລະນີຢູ່ບາງຈຸດທາງເຈົ້າໜ້າທີ່ມາຊ່ວຍລະບາຍລົດກໍຖືວ່າເປັນການຊົມເຊີຍແຕ່ຖ້າຫາກບໍ່ມີການປະສານກັນລະຫວ່າງເຈົ້າໜ້າທີ່ປະຈໍາຢູ່ແຕ່ລະໄຟແດງມັນກໍຈະເກີດບັນຫາລົດອັ່ງອໍເພາະບໍ່ສາມາດຮູ້ໄດ້ວ່າທາງໜ້າລົດແອອັດແນວໃດ? ຂ້າພະເຈົ້າຄິດວ່າຄວນປ່ອຍໄປຕາມກົນໄກຂອງລະບົບໄຟແດງ ພຽງແຕ່ເຈົ້າໜ້າທີ່ມາຊ່ວຍເບິ່ງວ່າລົດມາຖືກເລັນບໍ່? ໄປຕາມແລວທາງບໍ່? ກີດຂວາງການຈະລາຈອນບໍ່? ຫຼື ຊ່ວຍເລັ່ງໃຫ້ລົດອອກຕົວເວລາໄຟຂຽວ ແລ້ວໃຫ້ຊະລໍເມື່ອໄຟເຫຼືອງເພື່ອກຽມຈອດ ແລະ ບໍ່ໃຫ້ມີການລ່ວງໄຟແດງຫຼື ຕໍ່ກົ້ນກັນໄປເປັນແຖວຍາວສຸດທ້າຍໄປຄາກັນຢູ່ກາງ 4 ແຍກ, ຂ້າພະເຈົ້າຄິດວ່າວິທີນີ້ຈະຊ່ວຍໄດ້ຫຼາຍກວ່າ.

  1. ກ່ອນໜ້ານີ້ປະເທດຍີ່ປຸ່ນໄດ້ເຄີຍໃຫ້ການຊ່ວຍເຫຼືອເລື່ອງສ້າງຜັງເມືອງປັດຈຸບັນດໍາເນີນຮອດຂັ້ນໃດ?

  ຍີ່ປຸ່ນກໍານົດຜັງເມືອງໂດຍລວມໃນການພັດທະນາ ຫຼື ເອີ້ນວ່າ: ການສ້າງຕົວເມືອງໝູ່ດາວ Starlight city ເຊິ່ງເຂົາເຈົ້າຈະບໍ່ໄດ້ກໍານົດຜັງເມືອງລະອຽດ ແຕ່ຈະສ້າງວ່າເຂດໃດຄວນຈະສ້າງເປັນຕົວເມືອງ, ດັ່ງໃນນະຄອນຫຼວງວຽງຈັນເຮົາກໍານົດ 5 ເຂດ ຄື: ເຂດໂຄກແຮ່ ເມືອງສັງທອງ,ເຂດທ່າງ່ອນ ເມືອງໄຊທານີ , ເຂດດົງໂພສີ, ເຂດບ້ານພ້າວ, ບ້ານໄຮ່ປາກງື່ມ ເພື່ອຈະສ້າງຕົວເມືອງໝູ່ດາວ.

  1. ກ່ຽວກັບການບໍລິການລົດເມປະຈໍາທາງມັນຈະຊ່ວຍເລື່ອງການຈະລາຈອນໄດ້ຫຼາຍຫຼືບໍ່?

ຖ້າຈະສົມທຽບແລ້ວການໃຊ້ບໍລິການລົດເມສາທາລະນະນັ້ນມັນຈະຊ່ວຍຫຼຸດຈໍານວນພາຫະນະຕາມຖະໜົນນັ້ນລົງໄດ້ຫຼາຍກວ່າ 2-3 ເທົ່າຕົວ ແຕ່ກໍໜ້າເສຍດາຍທີ່ການບໍລິການລົດເມບ້ານເຮົາບໍ່ໄດ້ມີການຕອບຮັບດີປານໃດເຊິ່ງມັນກໍມີຫຼາຍສາເຫດທັງໃນຕົວ ແລະ ນອກຕົວ , ດັ່ງທີ່ເຮົາຮັບຊາບແລ້ວວ່າ ລົດເມນະຄອນຫຼວງຫຼາຍປີຜ່ານມາແມ່ນໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ, ອີກດ້ານໜຶ່ງຖ້າຈະຄິດໄລ່ເບິ່ງແລ້ວອີງໃສ່ພົນລະເມືອງໃນນະຄອນຫຼວງວຽງຈັນແລ້ວຜູ້ທີ່ໃຊ້ບໍລິການລົດເມປະຈໍາທາງມີບໍ່ເຖິງ 10% ດັ່ງນັ້ນຈິ່ງເຮັດໃຫ້ທຸລະກິດລົດເມບໍ່ເຕີບໃຫຍ່ຂະຫຍາຍຕົວ.

-ກ່ຽວກັບລົດຈໍາໂບ້ຕຸກໆສະພາບເກົ່າຊຸດໂຊມຈະແກ້ແນວໃດ?

  ນິດໄສຂອງຄົນລາວຍັງມັກຄວາມສະດວກສະບາຍ ຖ້າໃຊ້ຈໍາໂບ້ຕຸກໆເຖິງມັນຈະເກົ່າແຕ່ກໍຍັງໃຊ້ບໍລິການ ມັນສະດວກກ່ອນໃຊ້ລົດຮັບຈ້າງແບບ 4 ລໍ້ນ້ອຍ ຕໍ່ກັບບັນຫານີ້ທາງ ຍທຂ ເອງກໍໄດ້ມີການປັບປຸງແກ້ໄຂຢູ່ ກ່ອນໜ້ານີ້ກໍເຄີຍມີຄໍາສັ່ງຫ້າມບໍ່ໃຫ້ລົດດັ່ງກ່າວແລ່ນຮັບໃຊ້ໃນຕົວເມືອງແຕ່ກໍບໍ່ສາມາດເຮັດໄດ້ເພາະເງື່ອນໄຂບາງອັນຂອງສະພາບແວດລ້ອມໃນບ້ານເຮົາມັນຍັງບໍ່ເໝາະສົມ, ຍັງມີປະຊາຊົນຈໍານວນຫຼາຍຍັງມີລາຍໄດ້ຕໍ່າ ແຕ່ເຊື່ອວ່າໃນອະນາຄົດຖ້າປະຊາຊົນລາວມີລາຍໄດ້ໃນລະດັບປານກາງຫາສູງແນ່ນອນລົດປະເພດນີ້ຈະຄ່ອຍໆໝົດໄປເອງ.

  1. ການຝາກລົດບາງບ່ອນເອົາແຕ່ປະລິມານຈອດເປັນແຖວ 2-3 ຊ້ອນກັນເຮັດໃຫ້ກີດຂວາງການສັນຈອນຈະແກ້ແນວໃດ?

   ສໍາລັບໜ້າວຽກນີ້ຜູ້ເຮັດຕົວຈິງ (ຜູ້ເກັບຄ່າຝາກແມ່ນ ອພບ ເປັນຜູ້ກໍານົດແລ້ວມອບໃຫ້ເມືອງເປັນຜູ້ບໍລິຫານ) ສ່ວນໜ້າວຽກຂອງ ຍທຂ ແມ່ນເປັນຜູ້ສ້າງທາງ ແລະ ກໍານົດວ່າເສັ້ນທາງໃດຄວນມີບ່ອນຈອດລົດໃຫ້ເທົ່ານັ້ນ.

  1. ໂຄງການສ້າງທາງດ່ວນຄູ່ຂະໜານຖະໜົນໄກສອນ ພົມວິຫານ ມີຄວາມເປັນໄປໄດ້ສູງຊໍ່າໃດ?ປີໃດຈະເລີ່ມລົງມື? ມັນຍັງຄາຢູ່ຂອດໃດ? ມັນຈະຊ່ວຍແກ້ໄຂບັນຫາຈະລາຈອນໄດ້ແທ້ບໍ່? ມັນຈະບໍ່ສ້າງຜົນກະທົບຕໍ່ປະຊາຊົນທີ່ໃຊ້ບໍລິການໃນໄລຍະຍາວບໍ່ເພາະປະຊາຊົນເຮົາຍັງທຸກຍາກ?

ເພື່ອເປັນການແກ້ໄຂບັນຫາຈະລາຈອນຕິດຂັດທາງ ຍທຂ ກໍໄດ້ມີການສ້າງທາງໃໝ່ຫຼາຍເສັ້ນເຊັ່ນ: ທາງສ້າງຄູ້ ,ທາງສະຫວ່າງ-ດົງໂດກ,ທາງຫ້ວຍຫົງ,ສ່ວນເສັ້ນທາງຄູ່ຂະໜານໄດ້ມີຄົ້ນຄວ້າມາແຕ່ຊຸມປີ 2012 ແຕ່ຍັງຄາຂອດເລື່ອງງົບປະມານ ເຊິ່ງຍັງຫາວິທີທາງໃນການປະຕິບັດຢູ່ວ່າຈະເຮັດແບບໃດເພື່ອບໍ່ໃຫ້ມີຜົນກະທົບໄລຍະຍາວຕໍ່ປະຊາຊົນໂດຍວາງແຜນຮູບແບບການລົງທຶນ B.O.T ເອກະຊົນຖືຮຸ້ນ 100% ຫຼື ທາງເລືອກໃນຮູບແບບ ລັດຖະບານຢືມ 100% ໂດຍເອກະຊົນສະເໜີເງິນກູ້ຢືມໃຫ້ລັດຖະບານໃນອັດຕາດອກເບ້ຍ 2,5% ຕໍ່ປີກໍານົດເວລາ 15-20 ປີ, ທາງດ້ານຫຼັກການແລ້ວລັດຖະບານແມ່ນເຫັນດີຈະໃຫ້ສ້າງໃນໄວໆນີ້ເພາະອີງໃສ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແລ້ວມັນມີຄວາມຈໍາເປັນຕ້ອງມີທາງດ່ວນ ປັດຈຸບັນຍັງຄາແຕ່ຂອດງົບປະມານ.

-ໂຄງການນີ້ໃນໄລຍະຍາວມັນຈະກະທົບຕໍ່ປະຊາຊົນທີ່ໃຊ້ທາງດ່ວນບໍ?

  ຂ້າພະເຈົ້າຄິດວ່າມັນບໍ່ມີຜົນກະທົບເພາະວ່າທາງດ່ວນແມ່ນເສັ້ນທາງສ້າງຂຶ້ນໃໝ່ໂດຍບໍ່ໄດ້ໄປແຕະຕ້ອງ ຫຼື ກວມເສັ້ນທາງທີ່ມີຢູ່ແລ້ວ, ແນ່ນອນຜູ້ໃຊ້ຕ້ອງຈ່າຍຄ່າບໍລິການທຸກຄັ້ງ ແລະ ເຊື່ອວ່າຜູ້ທີ່ມີເງື່ອນໄຂເທົ່ານັ້ນທີ່ຈະໃຊ້ທາງດ່ວນ ສ່ວນຜູ້ບໍ່ມີເງື່ອນໄຂກໍຍັງສາມາດໃຊ້ເສັ້ນທາງປົກກະຕິທີ່ມີຢູ່ແລ້ວກໍບໍ່ຕ້ອງເສຍຄ່າບໍລິການ.

  1. ສິ່ງທ້າທາຍໃນວຽກງານ ຍທຂ ນະຄອນຫຼວງວຽງຈັນມີດ້ານໃດແດ່? ຍທຂ ມີແຜນພັດທະນາແນວໃດເພື່ອໃຫ້ການຄົມມະນາຄົມສະດວກ ແລະ ສາມາດແກ້ໄຂບັນຫາຈະລາຈອນຕິດຂັດໃນອະນາຄົດເພື່ອໃຫ້ສົມກັບວ່າເປັນນະຄອນຫຼວງຂອງປະເທດ.

ວຽກງານຂອງ ຍທຂ ແມ່ນເປັນວຽກທີ່ປະເຊີນໜ້າກັບສັງຄົມໂດຍກົງ ໜ້າທີ່ຫຼັກຕົ້ນຕໍມີຢູ່ 4 ຢ່າງຄື: ວຽກເຄຫາ, ຂົວທາງ, ຂົນສົ່ງ ແລະ ການປ້ອງກັນຕາຝັ່ງເຈື່ອນ,ສິ່ງທ້າທາຍທີ່ສຸດແມ່ນກ່ຽວກັບງົບປະມານມີໜ້ອຍໄດ້ບໍ່ເຖິງ 20% ຂອງຄວາມຕ້ອງການຮັບໃຊ້ໃນໜ້າວຽກສ້ອມແປງທາງໃນແຕ່ລະປີ ແລະ ເສັ້ນທາງທີ່ເຮົາມີໃນປັດຈຸບັນຫຼາຍເສັ້ນແມ່ນຈະໝົດອາຍຸການໃຊ້ງານແລ້ວ ດັ່ງນັ້ນໃນຕໍ່ໜ້າຈະຕ້ອງມີການສ້າງທາງໃໝ່ຕ້ອງໃຊ້ເງິນມະຫາສານແຕ່ກໍບໍ່ຮູ້ວ່າຈະເອົາງົບຢູ່ໃສ ສິ່ງນີ້ຖືເປັນສິ່ງທ້າທາຍຫຼາຍສໍາລັບ ຍທຂ , ດັ່ງນັ້ນຜ່ານມາທ່ານຈະສັງເກດເຫັນວ່າ(ສໍາລັບວຽກສ້ອມແປງ) ມີການສ້າງເສັ້ນທາງປູຄອນກີດ (ຊີມັງ) ຫຼາຍຂຶ້ນເຊິ່ງສາມາດຫຼຸດຜ່ອນຄ່າໃຊ້ຈ່າຍລົງຫຼາຍ ແຕ່ມັນມີຂໍ້ເສຍບ່ອນວ່າເຮັດໃຫ້ອາກາດຮ້ອນຂຶ້ນ.

ສິ່ງທ້າທາຍອີກອັນໜຶ່ງແມ່ນບັນຫາປ້ອງກັນຕາຝັ່ງເຈື່ອນ , ຜ່ານການສໍາຫຼວດແລ້ວເຫັນວ່າໃນແຕ່ລະປີນໍ້າຂອງຈະມີການປ່ຽນແປງຫຼາຍທີ່ສຸດ ແລະ ເປັນສາເຫດໃຫ້ມີຕາຝັ່ງເຈື່ອນຫຼາຍກວ່າ 10 ເຮັກຕາ, ປັດຈຸບັນພວກເຮົາມີການປ້ອງຕາຝັ່ງເຈື່ອນໃນເຂດນະຄອນຫຼວງປະມານ 20% ຂອງພື້ນທີ່ເທົ່ານັ້ນ.ດັ່ງນັ້ນບັນຫານີ້ກໍທ້າທາຍຫຼາຍຖ້າເຮົາບໍ່ປ້ອງກັນໃນອະນາຄົດພວກເຮົາຈະສູນເສຍດິນແບບບໍ່ຮູ້ຕົວ ຢາກໃຫ້ທາງລັດຖະບານໃຫ້ຄວາມສໍາຄັນຕໍ່ບັນຫານີ້ຫຼາຍຂຶ້ນ.

ສິ່ງທ້າທາຍອັນທີສາມແມ່ນກ່ຽວກັບການຄຸ້ມຄອງຜັງເມືອງເຊິ່ງພວກເຮົາຍັງບໍ່ສາມາດຄຸ້ມຄອງຜັງເມືອງໄດ້ຢ່າງຊັດເຈນ ຢ່າງເປັນຮູບປະທໍາ, ເປັນຕົ້ນແມ່ນການປຸກສ້າງ ການຖົມດິນທີ່ບໍ່ມາຂໍອະນຸຍາດ ຍ້ອນຄວາມຖືເບົາ ແລະ ບໍ່ນັບຖືລະບຽບຂອງປະຊາຊົນ ແລະ ອີກເງື່ອນໄຂໜຶ່ງກໍແມ່ນປະຊາຊົນໃນບາງເຂດທີ່ຢູ່ຫ່າງໃກຕົວເມືອງບໍ່ໄດ້ສ້າງເຮືອນແບບມີແຜນຜັງ ແຕ່ເປັນການສ້າງສະສົມເທື່ອລະໜ້ອຍແບບວ່າປີນີ້ຕັ້ງເສົາ ປີໜ້າຕັ້ງຫຼັງຄາ ປີຕໍ່ໄປແອ້ມຝາ ມັນເລີຍເຮັດໃຫ້ລະບົບຜັງເມືອງບໍ່ໄປຕາມແຜນ.

ສິ່ງທ້າທາຍອັນທີສີ່ແມ່ນບັນຫາການຂົນສົ່ງໂດຍສະເພາະແມ່ນຂົນຂີ້ຊາຍ-ຫີນແຮ່ເກີນນໍ້າໜັກ ເຮັດໃຫ້ຊາຍ-ຫີນ-ຂີ້ຕົມຕິດຕີນລົດເຮັ່ຍຊະນໍາທາງ ເກີດບັນຫາຝຸ່ນສ້າງມົນລະພິດໃນອາກາດ ບັນຫານີ້ເຮົາຄຸ້ມຄອງຍັງບໍ່ໄດ້,ຕໍ່ບັນຫາຢາກໃຫ້ອໍານາດການປົກຄອງບ້ານ ເມືອງ ຊ່ວຍກັນແກ້ໄຂຖ້າເປັນລູກບ້ານກໍຢາກໃຫ້ຕັກເຕືອນ ຫຼື ໃສ່ລະບຽບແລະ ຂໍໃຫ້ຜູ້ປະກອບການຢ່າເຫັນແຕ່ຜົນໄດ້ຂອງຕົນຕ້ອງເຫັນແກ່ສ່ວນລວມເປັນຫຼັກເພື່ອໃຫ້ຕົວເມືອງເປັນລະບຽບສວຍງາມສົມກັບເປັນນະຄອນຫຼວງຂອງປະເທດ.

-ສາເຫດຍ້ອນນິຕິກໍາບໍ່ຄົບ ຫຼື ຍ້ອນຫຍັງຄົນຈິ່ງບໍ່ຢ້ານ?

ຄວາມຈິງແລ້ວເຮົາມີນິຕິກໍາຫຼາຍອັນຖືວ່າຄົບຖ້ວນ ແຕ່ຜ່ານມາການປະຕິບັດບໍ່ເຂັ້ມງວດ ຍັງມີລັກສະນະແບບເກື້ອກູນກັນຢູ່ ຍັງເຫັນໃຈກັນຢູ່ ເຮັດໃຫ້ການຄຸ້ມຄອງດ້ວຍກົດໝາຍຍັງບໍ່ທັນໄດ້ດີ ເຮັດໃຫ້ເກີດມີຊ່ອງວ່າງ, ດັ່ງນັ້ນເຮົາຄວນເພີ່ມຄວາມເຂັ້ມງວດຕໍ່ການປະຕິບັດລະບຽບກົດ  ໝາຍຫຼາຍຂຶ້ນ ເພື່ອຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ເປັນຮູບປະທໍາຢ່າງສົມບູນ.

(ວາລະສານ ທາເກັດ ສະບັບທີ 132 ເດືອນກໍລະກົດ 2017 ສາມາດຕິດຕາມອ່ານວາລະສານແຕ່ບະເດືອນໄດ້ຕາມ M Point Mart, Jeffy Mart ແລະ  U  Express  ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

Public works and transport is work that deals directly with society.

Public works and transport is a key to socio-economic development effort and requires consistent expansion. If a transportation system is in good condition and widely accessible, the system will become a crucial factor supporting trade and services, and attract both domestic and foreign investment. In the past, Vientiane’s Public Works and Transport Division has been able to achieve a number of outstanding tasks, giving Vientiane a new image.

In this July issue of our magazine, we feature Mr. Detsongkham Thammavong, Director of Vientiane’s Public Works and Transport Division, who recently gave us an exclusive interview regarding solutions to traffic congestion problems, including works related to road improvement throughout Vientiane, especially the preparation of the Kaysone Phomvihane parallel highway construction project, and challenges to be addressed.

  1. Traffic congestion is becoming a chronic problem and a topic for public discussion. Because of that, what plans does Vientiane’s Public Works and Transport Division have to address the issue?

 

In fact, we are following a plan directed by Mr. Somsavad Lengsavat who is the leading person in addressing traffic issues in Vientiane. We have discovered six main causes of traffic congestion and have prioritized them as follows: 1. Increase in vehicle numbers; 2. Road condition and traffic lights; 3. Motorists’ behavior; 4. City plan; 5. Designation of trading zones; and 6. Other related issues.

 

Mr. Detsongkham explained further that Vientiane’s special feature refers to its shape resembling a letter V which cannot be orbited around. Because half of the area that forms the V-shape is the Mekong River and the city is located at the edge of it, there are usually a lot of cars flowing in and out of the city during rush hours only from the east side. If the city were in a circle, web-network, or a square shape, this traffic congestion would never happen.

 

After receiving the directed plan, we have translated this plan into action to be implemented by relevant sectors, such as police, urban planning, land, trade, and other relevant line ministry sectors to collectively identify the most congested areas. We are looking specifically at four areas, namely Thatluang, Phonphanao, KM6 (National Convention Center), and Dongdok traffic lights including the Sikhai crossroad in the north, as well as the Thadeua area in the south.

 

Through our study, it was revealed that the most congested area is Kaysone Phomvihane Road. We are currently working on how we should address the issue. Initially, we considered the construction of an “overpass highway” and roundabouts in each area. Even though the plan will help mitigate traffic jams, it requires a huge amount of investment.

 

  • How would a roundabout help? We have seen on many occasions that many cars become jammed at roundabouts?

 

In principle, a roundabout refers to an area where there are no traffic lights. To decide who goes first will depend entirely on motorists’ knowledge of traffic rules. According to our traffic rules, the vehicle on your left has the right to go first. Therefore, cars coming from other directions have to wait for that vehicle to go first. I would like to refer to an example of traffic rules in foreign countries. When they drive to a roundabout, they will make a complete stop for about three seconds before entering the roundabout area, whether there are cars coming from the opposite direction or not, in order to give the right-of-way to those who enter the roundabout before them. In our country, there are too many cars wanting to go first without respecting others’ rights-of-way and ending up stuck on a roundabout.

 

  • What do you think is the root cause of this issue?

 

I think that the main cause of this issue is road users’ lack of understanding of traffic rules. As a long-term solution for this problem, I think that we should include traffic rules in our mandatory education system, beginning from the kindergarten level, in order to raise awareness among all children from a very young age. Another solution is that the Driver’s License Division must come up with an effective method of regularly examining drivers to ensure they truly understand traffic rules. At present, there are many road users with a license but who lack knowledge of these rules.

 

  1. Would traffic easing during rush hours by police officers help address this issue?

 

Technically, each set of traffic lights is installed with a calculation of how long it takes for a car to travel from one set to another and how many cars will pass through the lights. All the systems in a traffic light area work in conjunction with each other. In some areas, police officers who help ease traffic deserve praise. However, if the officers do not communicate well among themselves, the traffic can become more congested because nobody knows how many vehicles there are up ahead. I personally think that we should let the traffic flow based on the traffic light system. Police officers should only make sure that cars stop in the right lane and go in the right direction so that they will not block the road, or help by encouraging cars to go when a light turns green and slowing them down when a light turns yellow. They should also ensure no cars run a red light or form a long line blocking other vehicles at a crossroads. I think this would be more helpful.

 

  1. Recently, Japan provided assistance regarding urban planning. How has the work been progressing?

 

Japan set out an overall urban planning development for the creation of Starlight Cities. They do not set a detailed city plan, but focus on designating which areas are to be constructed as such cities. With that in mind, Vientiane is considering the following five areas: Khokhae in Sangthong District, Thangon in Xaythany District, Dongphosy, Phao Village, and Hai Park Ngeum Village for construction as Starlight Cities.

 

  1. How much would a bus service contribute to solving the traffic problem?

 

In general, public bus services can help mitigate the number of cars on streets by a factor of two or three. Unfortunately, bus services in our country, both within and outside urban areas, have not been well accepted for several reasons. As we all know, the buses that have been running for several years in Vientiane are supported by the Japanese Government. If we compare the rate of bus use to the total number of Vientiane’s population, not even 10% of them use public bus services, which explains why the business does not grow.

 

  • How would deteriorated Tuk-Tuks be dealt with?

 

Lao people do not want to move out of their comfort zones. Although many Tuk-Tuks in service are in a bad condition, people still prefer them over other four-wheeled services. Vientiane’s Public Works and Transport Division has been working on this problem. They previously issued an instruction to ban this kind of vehicle from running in urban areas, but this failed due to various existing difficulties in our country. There are still a lot of people living on low incomes, but I believe that the situation will be the opposite in the future and the Tuk-Tuk problem will gradually fade away from our society.

 

  1. How can authorities deal with the issue of a parking service that focuses only on quantity, allowing double parking that obstructs traffic flow?

 

In this regard, the Vientiane Urban Development Authority is responsible for administering the parking service. This is not the work of Vientiane’s Public Works and Transport which concentrates only on the construction of roads and designates which roads should have parking areas.

 

 

  1. What is the possibility of the Kaysone Phomvihane parallel highway being constructed? When will the project commence? How has the project progressed so far? Will the highway really help address traffic congestion? What will the long-term impact of the project be, especially on poor people?

 

In order to solve the traffic congestion problem, Vientiane’s Public Works and Transport Division has been constructing new roads in many areas, such as Xangkhou, Savang to Dongdok, and Huayhong. The parallel highway was studied back in 2012. It was delayed to some extent by budget issues and relevant parties attempted to figure out how to avoid causing long-term effects on people. Project investment will be in the B.O.T. form with a private entity holding 100% of shares or with the Government borrowing a 100% loan from the private sector at 2.5% interest rate and a 15- to 20-year term. In principle, the Government wishes this project to commence soon to respond to the rapid socio-economic expansion of Laos. The only thing stopping the project from progressing remains budget issues.

 

  1. What are the challenges that await Vientiane’s Public Works and Transport Division? How would the Division ensure convenient transportation and solve future traffic congestion in the capital city of Laos?

 

Public works and transport is an activity that deals directly with society. We have four main duties: urban planning, roads and bridges, transportation, and soil erosion. The most challenging thing is that we do not have even 20% of the budget needed for annual road repair work. Furthermore, many roads which we are using nowadays will soon reach their expiration date. Therefore, we need more roads in the future, meaning we also need a huge amount of funding which we do not know where to find. The budget issue, therefore, is the most challenging problem for us. As you might notice in the past (for road repair work), more roads have been paved with concrete. While the concrete roads save us a lot of costs, they make the climate warmer.

 

Another challenging issue refers to soil erosion work. Through a survey, a dramatic change in the flow of the Mekong River, eroding more than 10 ha. of soil every year, was revealed. Currently, we have an embankment to protect soil erosion covering only 20% of the total riverbank area. As a result, this serves as another challenge which needs to be addressed before we lose more land. We would like to request the Government’s attention on this important issue as well.

 

Thirdly, we have not been able to manage urban planning work well and in a more clearly tangible way. For instance, some construction and land-filling activities have been carried out without permission because people just do not take this issue seriously and do not respect laws. Another problem is that people living in suburbs do not build their houses in accordance with city plans, but more as a year-by-year construction. As a result, the city plan turns out to be not as expected.

 

The fourth issue refers to overloaded trucks that carelessly transport sand and stones, resulting in their falling on streets and becoming dust which later contaminates the air. We have been unable to solve this issue. Therefore, we would like to encourage village and district authorities to cooperate in addressing this problem collectively. Villagers should be warned or punished if they violate the rules. Business owners should also look at public over personal interests to help make Vientiane beautiful and deserving of being the capital city of Laos.

 

  • Is it because we do not have enough regulations or are people just not scared enough of laws?

 

In reality, we have many legal documents that cover every aspect of traffic issues. However, we have been unable to strictly enforce the laws. Previously, laws were enforced weakly and in a more sympathetic and relaxed way. Therefore, violations have not been well managed legally, creating loopholes. Because of that, we should strengthen law enforcement in order to fully and appropriately govern society according to the law.

 

 

Comments