Senglao content (728×90)

ການປະຕິຮູບຫຼັກສູດໃຫ້ທັນກັບຍຸກສະໄໝກໍເປັນຂອດໜຶ່ງທີ່ສຳຄັນໃນການປະຕິ ຮູບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ ໄດ້ວາງຮ່າງວິໄສທັດການພັດທະນາ ການສຶກສາ ຮອດປີ 2030:“ພົນລະເມືອງລາວທຸກຄົນໄດ້ຮັບການສຶກສາທີ່ມີຄຸນ ນະພາບຢ່າງສະເໝີພາບ ແລະ ເທົ່າທຽມກັນເພື່ອໃຫ້ເຂົາເຈົ້າໄດ້ພັດທະນາຕົນ ເອງກາຍເປັນພົນລະເມືອງດີຂອງຊາດ, ມີຄຸນສົມບັດ, ມີສຸຂະພາບເຂັ້ມແຂງ, ມີ ຄວາມຮູ້ຄວາມສາມາດສູງ, ມີຄວາມເປັນມືອາຊີບເພື່ອພັດທະນາປະເທດຊາດໃຫ້ ສີວິໄລຍືນຍົງສາມາດເຊື່ອມໂຍງ, ແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.”

ເພື່ອຜັນຂະຫຍາຍວິໄສທັດທີ່ກ່າວມາຂ້າງເທິງ ກະຊວງສຶກສາທິການ ແລະ ກິລາໄດ້ກຳນົດ 11 ຜົນໄດ້ຮັບໃນແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ 8 (2016-2020) ນີ້ຄື ຄໍາກ່າວ ຢືນຢັນຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກິລາ ກ່າວ ຕໍ່ທາງວາລະສານທາເກັດເມື່ອບໍ່ດົນຜ່ານມານີ້.

-ການປະຕິຮູບການສຶກສາບ້ານເຮົາທ່ານຄິດວ່າ ຈະຕ້ອງໄດ້ແກ້ໄຂຢູ່ຂອດໃດ ແດ່?

– ຕ້ອງມີມາດຕະການແນວໃດ?

– ຕ້ອງປັບປຸງຫຼັກສູດການສຶກສາແນວໃດ? ເພື່ອໃຫ້ສາມາດທຽບເທົ່າກັບບັນດາ ປະເທດໃນອາຊຽນ?

ຕໍ່ຄໍາຖາມດັ່ງກ່າວຂ້າພະເຈົ້າຄິດວ່າກະຊວງສຶກສາທິການ ແລະ ກິລາ ໄດ້ ດຳເນີນການປະຕິຮູບການສຶກສາໃນທຸກສາຍແຕ່ຂອດສຳຄັນຂອງການປະຕິຮູບ ການສຶກສາແມ່ນເນັ້ນປັບປຸງຄຸນນະພາບຂອງການສຶກສາ. ເພື່ອຢາກໄດ້ຄືແນວ ນັ້ນ ກ່ອນອື່ນໝົດເຮົາຕ້ອງໄດ້ສຸມໃສ່ຄູ-ອາຈານ ເພາະວ່າເຂົາເຈົ້າເປັນຂອດຕັດ ສິນຄຸນນະພາບຂອງການຮຽນ-ການສອນ ແລະ ເປັນຜູ້ຜັນຂະຫຍາຍແນວທາງ ນະໂຍບາຍຂອງການປະຕິຮູບການສຶກສາລົງສູ່ຕົວຈິງນໍານັກຮຽນ-ນັກສຶກສາ. ຖ້າ ຫາກວ່າຄູ-ອາຈານບໍ່ໄດ້ມາດຖານກໍຈະສົ່ງຜົນກະທົບໂດຍກົງຕໍ່ຂະບວນການປະ ຕິຮູບການສຶກສາ. ຕົວຢ່າງ: ໃນນະໂຍບາຍການປະຕິຮູບການສຶກສາສາຍສາມັນ ພວກເຮົາໄດ້ນໍາເອົາພາສາອັງກິດເຂົ້າຊັ້ນປະຖົມ ປີ ທີ 3 ແລະ ເອົາໄອຊີທີເຂົ້າ ໃນຊັ້ນມັດທະຍົມສຶກສາ; ນະໂຍບາຍດັ່ງກ່າວຮຽກຮ້ອງໃຫ້ຄູຊັ້ນປະຖົມຕ້ອງໄດ້ ຮຽນພາສາອັງກິດເພື່ອໃຫ້ສາມາດສິດສອນນັກຮຽນໄດ້. ດັ່ງນັ້ນ, ຫຼັກສູດການ ສ້າງຄູປະຖົມກໍຕ້ອງໄດ້ເນັ້ນໃຫ້ນັກຮຽນຄູໄດ້ຮຽນພາສາອັງກິດ ແລະ ວິທີສອນ ພາສາອັງກິດໃນຊັ້ນປະຖົມ ແລະ ຫຼັກສູດການສ້າງຄູມັດທະຍົມກໍ ຕ້ອງໄດ້ສ້າງ ໃຫ້ມີສາຍການຮຽນສະເພາະວິຊາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການນໍາ ໃຊ້ຄອມພິວເຕີ ແລະ ຄູມັດທະຍົມກໍຕ້ອງໄດ້ມີຄວາມຮູ້ດ້ານເຕັກໂນໂລຊີຂໍ້ມູນ ຂ່າວສານ ແລະ ມີຄວາມສາມາດດ້ານການນໍາໃຊ້ຄອມພິວເຕີເພື່ອຊ່ວຍນັກຮຽນ ໃນຫ້ອງຮຽນ.

ນອກຈາກແກ້ໄຂຂອດຄູແລ້ວກໍຍັງຈະຕ້ອງໄດ້ເອົາໃຈໃສ່ຂອດຜູ້ບໍລິຫານການ ສຶກສານັບແຕ່ຂັ້ນໂຮງຮຽນຈົນເຖິງຂັ້ນສູນກາງ ເພາະວ່າຜູ້ບໍລິຫານເປັນກອງໜູນ ທີ່ປິ່ນອ້ອມ ແລະ ຊຸກຍູ້ ຄູ-ອາຈານ ໃຫ້ປະຕິບັດພາລະບົດບາດ ແລະ ໜ້າ ທີ່ຂອງຕົນໄດ້ຢ່າງເຕັມສ່ວນ. ການບໍລິຫານທີ່ມີປະສິດທິພາບ ແລະ ປະສິດທິຜົນ ຈະຊ່ວຍໃຫ້ບັນລຸເປົ້າໝາຍການປະຕິຮູບການສຶກສາ. ຜູ້ບໍລິຫານເອງກໍຈະຕ້ອງ ໄດ້ມີການຍົກລະດັບຄວາມຮູ້ຄວາມສາມາດໃນການນໍາພາ ແລະ ຄຸ້ມຄອງບໍລິ ຫານ ແລະ ເປັນຜູ້ທີ່ມີຄວາມສະດຸ້ງໄວຕໍ່ຍຸດທະສາດ ແລະ ແຜນພັດທະນາ ການສຶກສາ.

ພ້ອມກັນນີ້ກໍຍັງຈະຕ້ອງໄດ້ມີມາດຖານ ແລະ ກົນໄກໃນການປະເມີນຄຸນ ນະພາບການສຶກສາເພື່ອເປັນບ່ອນອີງໃນການປັບປຸງການສຶກສາໃນແຕ່ລະໄລຍະ ແລະ ເປັນຂໍ້ມູນໃນການທຽບຖານຄຸນນະພາບການສຶກສາຂອງ ສປປລາວ ກັບ ບັນດາປະເທດທີ່ນອນໃນຂົງເຂດ ແລະ ພາກພື້ນເພາະວ່າຈຸດໝາຍປາຍທາງ ຂອງການພັດທະນາການສຶກສາແມ່ນເພື່ອໃຫ້ໄດ້ມາດຕະຖານ ແລະ ຄຸນນະພາບ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ຄຽງຄູ່ກັນນີ້ການປະຕິຮູບຫຼັກສູດໃຫ້ທັນກັບຍຸກສະໄໝ ກໍເປັນຂອດໜຶ່ງທີ່ສຳ ຄັນໃນການປະຕິຮູບການສຶກສາໂດຍສະເພາະໃນຍຸກສະໄໝທີ່ສະພາບການຂອງ ໂລກໄດ້ມີການຂະຫຍາຍຕົວ ແລະ ປ່ຽນແປງຢ່າງວ່ອງໄວຊຶ່ງສົ່ງຜົນກະທົບໂດຍ ກົງຕໍ່ການພັດທະນາການສຶກສາ. ສະນັ້ນ, ຂະແໜງສຶກສາກໍຕ້ອງໄດ້ມີການປັບ ປຸງຫຼັກສູດເພື່ອໃຫ້ຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ທ້ອງຖິ່ນ, ຄວາມຕ້ອງການຂອງຕະຫຼາດແຮງງານ, ເຮັດໃຫ້ການຮຽນຕິດພັນກັບ ຕົວຈິງ, ຄອບຄົວ ແລະ ສັງຄົມ. ເນື້ອໃນຫຼັກສູດການສຶກສາຕ້ອງຮັບປະກັນ ລັກສະນະຊາດ, ລັກສະນະວິທະຍາສາດ ທັນສະໄໝ ແລະ ລັກສະນະມະຫາຊົນ ພ້ອມທັງປະຕິບັດຕາມ 5 ຫຼັກມູນຄື: ຄຸນສົມບັດສຶກສາ, ປັນຍາສຶກສາ, ແຮງ ງານສຶກສາ, ພະລະສຶກສາ ແລະ ສິລະປະສຶກສາ. ໃນການປັບປຸງຫຼັກສູດການ ຮຽນ-ການສອນຍັງຮຽກຮ້ອງໃຫ້ມີສ່ວນຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງເພາະ ວ່າ ການສຶກສາພົວພັນກັບທຸກຂະແໜງການ ຕົວຢ່າງ: ໃນສາຍອາຊີວະສຶກສາ ກໍໄດ້ມີການຮ່ວມມືກັບເອກະຊົນ ຫຼື ສະຖານປະກອບການສ້າງມາດຖານຫຼັກສູດ ແລະ ປັບປຸງການຮຽນພາກປະຕິບັດຂອງນັກຮຽນເພື່ອໃຫ້ສອດຄ່ອງກັບຄວາມ ຕ້ອງການຂອງຕະຫຼາດແຮງງານ ໂດຍຈັດຕັ້ງການສອນພາກປະຕິບັດ ແລະ ຝຶກ ເຂັ້ມໃຫ້ແກ່ນັກຮຽນປີສຸດທ້າຍ. ໃນຕໍ່ໜ້ານີ້ອີງຕາມກົດໝາຍສະບັບປັບປຸງໃໝ່ທີ່ ຖືກຮັບຮອງຈາກສະພາແຫ່ງຊາດໃນວັນທີ 16/7/2015 ການຮຽນພາສາອັງກິດ ກໍກາຍເປັນວິຊາບັງຄັບນັບແຕ່ ປໍ 3 ຂຶ້ນເມືອ.

ບັນຫາຊັບພະຍາກອນຮັບໃຊ້ວຽກງານປະຕິຮູບການສຶກສາກໍເປັນຂອດໜຶ່ງທີ່ສຳຄັນເຊິ່ງລວມມີທັງງົບປະມານ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ. ຜ່ານມາເຫັນວ່າ ລັດຖະບານໄດ້ມີຄວາມພະຍາຍາມເພີ່ມງົບປະມານລົງທຶນໃສ່ ຂະແໜງສຶກສາເຊັ່ນ: ໄດ້ສະໜອງເງິນບໍລິຫານໂຮງຮຽນຕາມມູນຄ່າຫົວໜ່ວຍຄື: ຊັ້ນອະນຸບານ, ຊັ້ນມັດທະຍົມຕົ້ນ ແລະ ມັດທະຍົມປາຍ 20.000 ກີບ/ຄົນ/ປີ ແລະ ຊັ້ນປະຖົມ 50.000 ກີບ/ຄົນ/ປີ. ເຖິງແມ່ນວ່າມີການປ່ຽນແປງດີຂຶ້ນແຕ່ກໍ ຍັງບໍ່ທັນພຽງພໍກັບຄວາມຕ້ອງການຕົວຈິງ. ໃນກົດໝາຍການສຶກສາສະບັບປັບປຸງ ໃໝ່ກະຊວງສຶກສາທິການ ແລະ ກິລາ ໄດ້ຂໍ ເພີ່ມງົບປະມານລັດລົງທຶນໃສ່ຂະ ແໜງສຶກສາ 18% ຂຶ້ນໄປ.

ຜ່ານມາມີຫາງສຽງຈົ່ມວ່າຂອງຜູ້ປົກຄອງວ່າ “ລູກຫຼານສອບເສັງບໍ່ຜ່ານທັງໆ ທີ່ຮຽນດີ, ຄະແນນດີ, ຈົບມາແລ້ວບໍ່ໄດ້ເຮັດວຽກ, ບໍ່ໄດ້ເຂົ້າສັງກັດລັດຖ້າບໍ່ມີ ເສັ້ນສາຍ, ບໍ່ມີເງິນ…ອື່ນ?”

– ຕໍ່ບັນຫານີ້ມັນມີມູນຄວາມຈິງຊໍ່າໃດ? ແລະ ຈະມິວິທີທາງແກ້ໄຂແນວໃດ?

ຕໍ່ກັບບັນຫາດັ່ງກ່າວອາດຈະມີການຈົ່ມວ່າແທ້ແຕ່ຕາມຄວາມເປັນຈິງແລ້ວ ພວກເຮົາໄດ້ມີລະບົບທີ່ຮັດກຸມສົມຄວນເຊັ່ນວ່າ: ການສອບເສັງຈົບສາຍສາມັນ ຫຼື ເສັງເຂົ້າມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆ ພວກເຮົາໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບການສອບເສັງ, ຄະນະກຳມະການຮັບຜິດຊອບກວດບົດສອບ ເສັງ ຊຶ່ງຄະນະນີ້ແມ່ນເຮັດວຽກເປັນທີມງານ, ການກວດບົດສອບເສັງກໍ່ມີ 2 ຄົນ ກວດຮ່ວມກັນໂດຍຜັດປ່ຽນກັນເບິ່ງຄືນຜົນຂອງການຕັດສິນຄະແນນ ແລະ ມີ ການລົງລາຍເຊັນພ້ອມ ທັງ 2 ຄົນໃສ່ໃນບົດສອບເສັງ ຂອງນັກຮຽນທີ່ກວດ ແລ້ວຈາກນັ້ນຍັງມີຫົວໜ້າທີມງານກວດຄືນຄວາມຖືກຕ້ອງຕື່ມອີກ. ສະນັ້ນ, ເພື່ອ ໃຫ້ໄດ້ຄຳຕອບທີ່ລະອຽດຕ້ອງຮູ້ໄດ້ສະພາບບັນຫາດັ່ງກ່າວວ່າ: ເກີດຢູ່ແຂວງ ແລະ ເມືອງໃດ? ຜ່ານມາກະຊວງສຶກສາທິການ ແລະ ກິລາກໍ່ໄດ້ຍິນແຕ່ຫາງ ສຽງຈາກຂ້າງນອກທີ່ບໍ່ມີຂໍ້ມູນລະອຽດ.

ສ່ວນການບັນຈຸລັດຖະກອນໃໝ່ນັ້ນກໍມີການສອບເສັງຢູ່ແຕ່ລະກະຊວງໃຜລາວ. ສຳລັບກະຊວງສຶກສາທິການ ແລະ ກິລາແມ່ນປະຕິບັດດັ່ງນີ້:

ພາຍຫຼັງທີ່ໄດ້ຮັບຕົວເລກແບ່ງປັນ (ໂກຕ້າ) ຈາກກະຊວງພາຍໃນແລ້ວ, ກໍ່ໄດ້ອອກແຈ້ງການເພື່ອປະກາດໃຫ້ສະໝັກ ແລະ ໃຫ້ຄຳແນະນຳວິທີການສອບ ເສັງຄັດເລືອກໃຫ້ບັນດາພະແນກສຶກສາທິການ ແລະ ກິລາ ແຕ່ລະແຂວງໃຫ້ມີ ຄວາມເປັນເອກະພາບ, ອອກຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການສອບເສັງຄັດ ເລືອກເອົາລັດຖະກອນໃໝ່ ຊຶ່ງປະກອບດ້ວຍ: ຄະນະຊີ້ນຳລວມ, ຄະນະຮັບຜິດ ຊອບອອກຫົວບົດ, ຄະນະຮັບຜິດຊອບຍາມຫ້ອງເສັງ, ຄະນະຮັບຜິດຊອບກວດ ຫົວບົດສອບເສັງ ແລະ ອະນຸກຳມະການຊ່ວຍວຽກພາຍຫຼັງໄດ້ຜົນການສອບ ເສັງແລ້ວກໍ່ໄດ້ມີການຄັດເລືອກເປັນໝູ່ຄະນະຄັກແນ່. ພວກເຮົາໄດ້ມີການຖອດ ຖອນບົດຮຽນທຸກປີເພື່ອປັບປຸງໃຫ້ສອດຄ່ອງຂຶ້ນແຕ່ຍ້ອນໂກຕ້າທີ່ໄດ້ຮັບມີຈໍາ ນວນຈໍາກັດຈຶ່ງບໍ່ສາມາດຈະບັນຈຸນັກຮຽນທີ່ຮຽນຈົບທຸກຄົນໄດ້.

ຜ່ານມາກະຊວງສຶກສາໄດ້ມີການກວດສອບມາດຕະຖານຂອງໂຮງຮຽນເອກະ ຊົນ ແລະ ພົບວ່າຫຼາຍແຫ່ງຕ້ອງຖືກສັ່ງໂຈະ, ຕ້ອງມີການປັບປຸງແຕ່ມາຮອດ ປັດຈຸບັນນີ້ໄດ້ດຳເນີນໄປຄືແນວໃດ ແລະ ມີການປັບປຸງແກ້ໄຂຄືແນວໃດ?

– ຜ່ານການປັບປຸງແລ້ວເຫັນວ່າມີທ່າອ່ຽງດີຂຶ້ນຄືແນວໃດ?

ໃນໄລຍະປະຕິຮູບລະບົບການສຶກສາແຫ່ງຊາດ ໄລຍະທີ II ນີ້, ກະຊວງ ສຶກສາທິການ ແລະ ກິລາ ໄດ້ດຳເນີນການກວດກາສະຖານສຶກສາທັງພາກລັດ ແລະ ເອກະຊົນຈາກການກວດກາເຫັນວ່າ ສະຖາບັນການສຶກສາຫຼາຍແຫ່ງບໍ່ໄດ້ ມາດຕະຖານຕາມທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ວາງໄວ້, ຈຶ່ງບໍ່ອະນຸ ຍາດໃຫ້ວິທະຍາໄລ, ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມຂອງລັດ ແລະ ເອ ກະຊົນສືບຕໍ່ເປີດການສອນ-ການຮຽນຫຼັກສູດໃໝ່ໃນລະດັບປະລິນຍາຕີ ຫຼື ສູງ ກວ່ານັ້ນ (ນັບທັງລະບົບປົກກະຕິ, ລະບົບຕໍ່ເນື່ອງ ແລະ ເຊື່ອມຕໍ່) ແຕ່ອະນຸ ຍາດໃຫ້ເປີດການສອນ-ການຮຽນຫຼັກສູດແຕ່ລະດັບຊັ້ນສູງລົງມາກ່ອນ.

ການໂຈະການເປີດສອນຫຼັກສູດປະລິນຍາຕີຊົ່ວຄາວ ແມ່ນເພື່ອເປີດໂອກາດ ໃຫ້ສະຖາບັນການສຶກສາທັງພາກລັດ ແລະ ເອກະຊົນໄດ້ປັບປຸງຄຸນນະພາບຂອງ ຕົນເອງຕາມມາດຖານຮັບປະກັນຄຸນນະພາບການສຶກສາ.ໃນໄລຍະນີ້ກະຊວງສຶກ ສາທິການ ແລະ ກິລາກໍໄດ້ເຝິກອົບຮົມການນຳໃຊ້ມາດຕະຖານຄຸນນະພາບໃຫ້ ແກ່ສະຖານສຶກສາລະດັບຕ່າງໆເຊັ່ນ: ລະດັບສະຖາບັນ, ວິທະຍາໄລ ແລະ ໂຮງ ຮຽນລວມທັງໝົດ 101 ແຫ່ງ ແລະ ມະຫາວິທະຍາໄລ 4 ແຫ່ງ; ໄດ້ຈັດເຝິກ ອົບຮົມຜູ້ປະເມີນພາຍນອກ 2 ຊຸດ. ນອກຈາກນີ້ຍັງໄດ້ຈັດຕັ້ງການປະເມີນພາຍ ນອກໃຫ້ແກ່ສະຖາບັນການສຶກສາ 24 ແຫ່ງ ປັດຈຸບັນກະຊວງໄດ້ຮັບບົດປະ ເມີນພາຍນອກແລ້ວ 17 ແຫ່ງ (ເອກະຊົນ 10 ແຫ່ງ ແລະ ພາກລັດ 7ແຫ່ງ). ສໍາລັບສະຖາບັນ 24 ແຫ່ງທີ່ໄດ້ຮັບການປະເມີນພາຍນອກສ່ວນຫຼາຍເປັນສະ ຖານບັນທີ່ສ້າງຕັ້ງມາດົນແລ້ວ. ຈາກການປະເມີນພົບວ່າສະຖາບັນພາກລັດມີ ຄວາມເຂັ້ມແຂງໃນດ້ານວິໄສທັດ, ການພັດທະນາບຸກຄະລາກອນ, ການສົ່ງເສີມ ນັກສຶກສາ ແລະ ການຄົ້ນຄວ້າວິໄຈ, ແຕ່ສະຖາບັນພາກເອກະຊົນມີຄວາມເຂັ້ມ ແຂງໃນດ້ານການຄຸ້ມຄອງບໍລິຫານ. ຜົນການປະເມີນຍັງຊີ້ໃຫ້ເຫັນວ່າວຽກງານ ການປະກັນຄຸນນະພາບພາຍໃນສະຖາບັນການສຶກສາ, ວຽກງານຄົ້ນຄວ້າວິທະ ຍາສາດ ແລະ ບໍລິການສັງຄົມແມ່ນຍັງຢູ່ໃນລະດັບອ່ອນບໍ່ວ່າຈະແມ່ນສະຖາບັນ ຂອງລັດກໍຄືເອກະຊົນ.

ເຖິງຢ່າງໃດກໍ່ຕາມຂະແໜງສຶກສາ ແລະ ກິລາເອງ ກໍ່ຈະຕ້ອງສືບຕໍ່ສ້າງ ນິຕິກຳ ແລະ ນະໂຍບາຍຕ່າງໆເພື່ອຮອງຮັບ ແລະ ກວດກາຄືນບັນດາສະຖາ ບັນການສຶກສາຕາມມາດຖານເພື່ອເປັນການສົ່ງເສີມການປັບປຸງຄຸນນະພາບການ ສຶກສາຂອງຊາດໃຫ້ຢູ່ໃນລະດັບທີ່ຍອມຮັບໄດ້.

AEC ຈະມີກາລະໂອກາດ ແລະ ສິ່ງທ້າທາຍອັນໃດແດ່ຕໍ່ຂົງເຂດການສຶກ ສາໃນບ້ານເຮົາ?

– ກະຊວງມີແຜນຮອງຮັບຄືແນວໃດ?

ການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນຈະນໍາເອົາກາລະໂອກາດ ແລະ ຜົນປະໂຫຍດໃຫ້ຂະແໜງສຶກສາຫຼາຍດ້ານເປັນຕົ້ນ ແມ່ນສົ່ງເສີມການຂະຫຍາຍ ເຄື່ອຂ່າຍການສຶກສາໃນຫຼາຍລະດັບນັບແຕ່ການສຶກສາສາຍສາມັນຈົນຮອດການ ສຶກສາຊັ້ນສູງ, ການຮ່ວມມືແລກປ່ຽນບົດຮຽນກ່ຽວກັບຫຼັກສູດການສຶກສາ, ການ ໂອນໜ່ວຍກິດ, ການປະກັນຄຸນນະພາບການສຶກສາລວມທັງການ ແລກ ປ່ຽນຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ອື່ນໆ ລວມທັງການດຶງດູດການລົງທຶນ ຈາກຕ່າງປະເທດໃນຂົງເຂດສຶກສາໃຫ້ຫຼາຍຂຶ້ນສິ່ງດັ່ງກ່າວເປັນການສ້າງໂອກາດ ໃຫ້ຄູ-ອາຈານ, ນັກຮຽນ-ນັກສຶກສາໄດ້ປັບປຸງຄວາມຮູ້ຄວາມສາມາດໃຫ້ມີຄຸນນະ ພາບຂຶ້ນເພື່ອສາມາດແຂ່ງຂັນ ແລະ ຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ດ້ວຍກັນ. ນອກຈາກນີ້ກໍຍັງເປັນການຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ຂະແໜງສຶກ ສາໄດ້ປັບປຸງລະບຽບການເພື່ອໃຫ້ເທດເໝາະກັບສະພາບຂອງປະເທດ ແລະ ສອດຄ່ອງກັບພັນທະຂອງພາກພື້ນ ແລະ ສາກົນ.

ຄຽງຄູ່ກັບຜົນປະໂຫຍດທີ່ຈະໄດ້ຮັບກໍຍັງມີສິ່ງທ້າທາຍຫຼາຍຢ່າງເຊັ່ນ: ຄວາມ ຮູ້ຄວາມສາມາດຂອງພະນັກງານດ້ານພາສາຕ່າງປະເທດ ກໍຄືດ້ານວິຊາສະເພາະ ຕ່າງໆທີ່ຕິດພັນກັບການເຊື່ອມໂຍງຍັງຈຳກັດ. ການເຜີຍແຜ່ວຽກງານອາຊຽນໃຫ້ ພາກລັດ, ພາກທຸລະກິດ ແລະ ປະຊາຊົນຍັງ ບໍ່ທັນກ້ວາງຂວາງ ແລະ ເລິກ ເຊິ່ງເທົ່າທີ່ຄວນ. ຄວາມສາມາດຍາດແຍ່ງຜົນປະໂຫຍດຈາກບັນດາປະເທດອາ ຊຽນຍັງບໍ່ທັນຫຼາຍ. ການສະໜອງງົບປະມານການເຄື່ອນໄຫວວຽກງານອາຊຽນ ຍັງຈຳກັດ.

ເພື່ອແກ້ໄຂສິ່ງທ້າຍທາຍດັ່ງກ່າວກະຊວງສຶກສາທິການ ແລະ ກິລາ ຈະ ຕ້ອງໄດ້ຮີບຮ້ອນສ້າງຄວາມສຳນຶກ ແລະ ຄວາມເຂົ້າໃຈກ່ຽວກັບປະຊາຄົມອາ ຊຽນໃຫ້ຖັນແຖວພະນັກງານຄູອາຈານ, ນັກສຶກສາ-ນັກຮຽນ ແລະ ປະຊາ ຊົນໃຫ້ທົ່ວເຖິງ; ຍົກລະດັບພະນັກງານທີ່ເຮັດວຽກໃນຂະແໜງການສຶກສາໃຫ້ມີ ຄວາມສາມາດດ້ານພາສາອັງກິດ, ດ້ານເຕັກໂນໂລຊີ ແລະ ຄວາມສາມາດໃນ ການສ້າງແຜນຮ່ວມມືດ້ານຕ່າງໆກັບບັນດາປະເທດອາຊຽນໄດ້. ສົ່ງເສີມພູມປັນ ຍາທ້ອງຖິ່ນ ແລະ ທ່າແຮງທີ່ມີເພື່ອດຶງດູດການເຊື່ອມໂຍງ; ສະໜອງງົບປະ ມານພຽງພໍໃນການເຄື່ອນໄຫວວຽກງານອາຊຽນ; ສ້າງຍຸດທະສາດ ແລະ ແຜນ ພັດທະນາຊັບພະຍາກອນມະນຸດເພື່ອພັດທະນາອາຊີວະສຶກສາ, ການສຶກສາຊັ້ນ ສູງ ແລະ ສ້າງສີມືແຮງງານໃຫ້ແທດເໜາະກັບຕະຫຼາດແຮງງານ, ແລະ ຮັບ ຮອງການເຄື່ອນຍ້າຍສີມືແຮງງານເພື່ອໄປເຮັດວຽກຢູ່ໃນບັນດາປະເທດອາຊຽນ ຢ່າງມີຄຸນນະພາບ.

Bringing our curriculum up to date is an important part of our education reform.

The Ministry of Education and Sports has laid forth a vision for the development of education for up until 2030, stating that “All Lao citizens must receive a high quality education on an equal basis in order that they may develop themselves and become people who are good for the nation, are virtuous, have strong health, possess a high level of skills and knowledge, and have professional expertise to develop the nation so that it may be civilized, sustainable, and able to compete within the region and the world”.

In order to adopt the above vision, the Ministry of Education and Sports has set out eleven goals to be achieved during its 8th Education Development Plan for 2016-2020. The following is what Education and Sports Minster Ms. Sengdeuan Lachanthaboune explained during an interview she recently granted to Target magazine:

  • What do you think needs to be addressed during this education reform?
  • What measures need to be put in place?
  • How can the curriculum be improved to bring it up to speed with other ASEAN countries?

“In answer to these questions, I believe that the Ministry of Education and Sports is implementing reforms in all areas but the most important aspect to work on during this reform is to improve education quality. To achieve this, we first of all have to focus on our teachers and lecturers because they are the deciding factor in the quality of the learning and teaching which take place and it is they who adopt the policies of education reform and put it into practice with their students. If our teachers and lecturers are substandard, this will have a direct impact of the education reform process. For example, as part of our reform of the ordinary education system, we have added English language at Primary Grade 3 and included ICT at secondary level. This demands that primary school teachers learn English in order that they may be able to teach it to their students. Our primary level teacher education curriculum therefore needs to focus on getting trainee teachers to learn English and how to teach it while our secondary level teacher education curriculum needs to include a stream specifically for ICT and the use of computers and secondary school teachers must have a knowledge of ICT and be able to use computers in order to help their students in class.

In addition to solving the problem with teachers, we also have to pay close attention to education administrators, right from school-level all the way through to central level, because administrators are the people who support teachers and lecturers to perform their responsibilities and duties to the fullest extent of their abilities. Efficient and effective administration will help to achieve our education reform goals. Administrators themselves must raise their leadership and management knowledge and capacities and become actively involved in education development strategies and plans.

We also need to have standards and mechanisms to assess education quality for use as a reference in improving education during each period and in comparing education quality in the Lao PDR with education quality in other countries of the region because the end goal of education development is to achieve standards and quality and be able to link up with the region and the world so as to contribute to the preservation and development of the nation.

Together with this, bringing ourselves up to date with the modern era is an important aspect of our education reform and this era of growth and rapid change is having a direct effect of education development. The education sector must therefore improve its curricula so as to keep up with national and local socio-economic development and labor market demand and so that learning stays relevant to reality, families, and society. Curricular content must be of a patriotic, scientific, modern, and collectivist nature and cover the following five aspects – ethics, intellectual education, work ethics, physical education, and arts education. Improving the curricula demands the participation of many relevant parties because education concerns all sectors. For example, vocational education requires cooperation with the private sector and institutes must specify curricular standards and improve practical learning by setting up practical courses and work experience for students in their final years in order to bring them more closely into line with the needs of the labor market. In future, pursuant to the amended law approved by the National Assembly on 16 July 2015, English language will be a compulsory subject from Primary Grade 3 and above.

The issue of the use of resources is another important area for our education reform and this includes budgets and facilities. In the past, we have seen a rise in government education spending. For example, school administration budgets have now risen to 20,000 kip per student per year for kindergartens and lower- and upper-secondary schools and 50,000 kip per student per year for primary schools. Despite this improvement, they remain insufficient to meet actual needs in practice. In the amended law, the Ministry of Education and Sports is increasing the State education budget by 18% or more.”

  • In the past, we have heard complaints from parents that although their children do well in their studies and get good grades, they still do not pass, that after they graduate, they can find a job, that if you lack the right connections or lack money, you can’t get into the civil service and so forth. To what extent do you think this is true and what can be done to address these problems?

“While it may be true that people are making such complaints, in reality, we have a fairly tight system. For students graduating from the ordinary education system or sitting entrance examinations for universities and institutes, we appoint a committee responsible for the holding of the examinations themselves and a committee responsible for marking them. These committees work as a team. Two people are appointed to mark and review the examinations together. A student’s examination paper is then signed by both people. The head of the team then rechecks them to ensure they are correct. Therefore, in order to give a detailed answer, we have to know which province and district we are talking about. The Ministry of Education and Sports has heard of such stories from external sources but have no detailed information.

Now with the new government, each ministry holds its own examinations. The Ministry of Education and Sports does this as follows:

After receiving the figures (quota) from the Ministry of Home Affairs, we issue an announcement for applications which details the instructions for the examinations and selection procedure for each provincial education and sports service to ensure uniformity and issue a ministerial decision for the appointment of examinations committees to select new civil servants. These committees comprise a general steering committee, a committee responsible for the writing of the examinations, a committee responsible for the sitting of the examinations, and a committee responsible for marking the examinations along with various subcommittees to assist and after the results of the examinations have been determined, a definite council is selected. We review the process each year to improve it and make it more consistent but as the quota we are allotted is limited, we are unable to receive all fresh graduates.”

  • In the past, the Ministry of Education would inspect the standards of private schools and many had their operations suspended and forced to make improvements but how is this being done at present and how are improvements being made?
  • In the past, after improvements had been made, how had they gotten better?

“During the National Education Reform, now in its second phase, the Ministry of Education and Sports is carrying out inspections of State and private education institutes. These inspections have shown that many institutes are failing to meet the standards set forth by the Ministry of Education and Sports and certain integrated State and private colleges and technical schools have not been permitted to continue opening new courses at bachelor’s degree level and higher (including the ordinary, continuous, and connected systems) and are only being permitted to open higher level courses and under.

These temporary suspensions to the teaching of bachelor’s degree courses are to provide State and private institutes with the opportunity to improve in terms of quality in accordance with the education quality assurance standards. During this phase, the Ministry of Education and Sports is providing training on the application of these quality standards to educational facilities of various levels, such as institutes, colleges, and schools, amounting to a total of 101 facilities and 4 universities. We are also training up two groups of external inspectors. We are also in the process of carrying out external assessments for 24 educational institutes and the Ministry has now received the assessment reports for 17 (10 private and 7 State sector). These 24 institutes being assessed externally are mostly institutes which have been in operation for a long time. The assessments have shown that the State institutes are strong in terms of vision, staff development, education promotion, and research while the private institutes are strong in terms of management and administration. These results also indicate that the internal quality assurance activities of the educational institutes and their scientific research and social services remain poor, both at State and private institutes.

The education and sports sector must also continue to create legislation and policies for approving and inspecting institutes according to the standards in order to boost the quality of the country’s education so that it reaches an acceptable level.”

  • What opportunities and challenges will the AEC bring to the education sector?
  • What plans does the Ministry have in place to prepare for this?

“AEC accession will bring opportunities and benefits for the education sector in many ways. It will, for example, boost the expansion of the education network at many levels from the ordinary education level through to higher level. Cooperation will take place on curricula, the transfer of credits, quality assurance, teacher and student exchanges, and so forth and it will attract increased foreign investment into education. These benefits will create opportunities for teachers, lecturers, and students to develop higher quality skills so that they may compete and cooperate with other ASEAN countries. It will also help and create the conditions for the education sector to improve regulations to make them better suited to the circumstances of the country and more consistent with regional and international obligations.

Together with the benefits which will be received, there will also be some challenges. The knowledge of our staff and the expertise in foreign languages needed to collaborate with other countries, for example, is limited, dissemination of ASEAN affairs among the State and private sectors and the public has not yet been as broad or as deep as it should be, our capacity to secure interests from other ASEAN countries remains low, and the budgets available for ASEAN activities remain limited.

In order to resolve these challenges, the Ministry of Education and Sports will have to raise awareness and understanding about the ASEAN Economic Community among teachers, lecturers, students, and the general public as a matter of urgency, upgrade the skills of staff working in the education sector with respect to English language, technology, and creating plans for cooperation with other ASEAN countries, promote local knowledge and potentials to attract ties, provide sufficient budgets to carry out ASEAN activities, and create human resource development strategies and plans for the development of vocational and higher education and the training up of the right human resources for the labor market and to ensure that they have the right skills to gain high quality employment in other ASEAN countries.”

ສະແດງຄຳຄິດເຫັນ