ສປປ ລາວ ແມ່ນປະເທດໜຶ່ງທີ່ສຳຄັນ ຂອງບັນດາໝູ່ເພື່ອນຂອງສປຈີນ ວັນທີ 25 ເມສາ 1961, ສອງປະເທດ ໄດ້ສ້າງການພົວພັນ ທາງການທູດຢ່າງເປັນທາງການ, ເຮັດໃຫ້ການພົວພັນ ລະຫວ່າງສອງປະເທດ ເປີດໜ້າໃໝ່ ບໍ່ວ່າໃນໄລຍະສົງຄາມກູ້ຊາດຍາດເອົາເອກະລາດ, ໄລຍະປົດປ່ອຍຊາດ ຫຼື ໃນໄລຍະສ້າງສາສັງຄົມນິຍົມ, ປະຊາຊົນສອງປະເທດ ໄດ້ໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ, ໄດ້ຜູກມັດມິດຕະພາບອັນເລິກເຊິ່ງ ດ້ວຍຄວາມຈິງໃຈຕໍ່ກັນ ແລະ ໄດ້ສ້າງເປັນແບບຢ່າງ ແຫ່ງການຢູ່ຮ່ວມກັນ ໂດຍສັນຕິ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ໄດ້ຮັບຜົນປະໂຫຍດຮ່ວມກັນ ດ້ວຍການກະທຳຕົວຈິງ. ເມື່ອການພົວພັນ ລະຫວ່າງສອງປະເທດ ໄດ້ຜ່ານການທົດສອບເປັນເວລາ 56 ປີ ມານີ້, ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດການເມືອງ, ເສດຖະກິດ ແລະ ວັດທະນະທຳ ນັບມື້ນັບກ້າວສູ່ລວງເລິກ, ການພົວພັນລະຫວ່າງສອງປະເທດໄດ້ເຂົ້າສູ່ໄລຍະດີທີ່ສຸດ ໃນປະຫວັດສາດ.
ການຮ່ວມມືດ້ານເສດຖະກິດການຄ້າ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແມ່ນພະລັງຊຸກດັນ ການພົວພັນ ແລະ ຈີນໄດ້ກາຍເປັນປະເທດທີ່ລົງທຶນຫຼາຍທີ່ສຸດຢູ່ລາວ, ແມ່ນປະເທດທີ່ໃຫ້ການຊ່ວຍເຫຼືອ ແກ່ລາວຫຼາຍທີ່ສຸດ ແລະ ເປັນຄູ່ການຄ້າໃຫຍ່ ອັນດັບທີ 2 ຂອງປະເທດລາວ. ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ”, ການຮ່ວມມືດ້ານຄວາມສາມາດການຜະລິດສາກົນ ແລະ ຂໍ້ລິເລີ່ມອື່ນໆຂອງຈີນໄດ້ເຊື່ອມຈອດກັບຍຸດທະສາດຂອງລາວ ກ່ຽວກັບການຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມຕໍ່ໃນອະນຸພາກພື້ນ ກໍຄືການສ້າງສາປະເທດອຸດສາຫະກຳທັນສະໄໝ ແລະ ຍຸດທະສາດອື່ນໆ.ໂຄງການທາງລົດໄຟ ລາວ-ຈີນ ແລະ ໂຄງການດາວທຽມ ໂທລະຄົມລາວແຊັດ-1 ໄດ້ສະແດງໃຫ້ເຫັນເຖິງຄວາມໂດດເດັ່ນອັນໃໝ່ ໃນປະຫວັດສາດການຮ່ວມມືລະຫວ່າງ ພັກ ແລະ ລັດຖະບານ ສອງປະເທດ.(ຄັດຈາກບົດຄວາມຂອງທ່ານ ຫວາງ ເວີນ ທ່ຽນ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ)
ສອງພັກ, ສອງລັດ ລາວ-ຈີນ-ລາວ ຢືນຢັນວ່າ: ໃນຖານະເປັນປະເທດສັງຄົມນິຍົມ ເພື່ອນບ້ານໃກ້ເຮືອນຄຽງ ທີ່ເປັນຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍ ຍຸດທະສາດ ຈະສືບຕໍ່ຍຶດໝັ້ນ ຕາມທິດໝັ້ນຄົງຍາວນານ, ເພື່ອນບ້ານມິດຕະພາບ, ໄວ້ເນື້ອເຊື່ອໃຈກັນ, ຮ່ວມມືຮອບດ້ານບົນຈິດໃຈ ແຫ່ງການເປັນ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ, ລົງເລິກການຮ່ວມມືແລກປ່ຽນ ໃນຂົງເຂດຕ່າງໆ ຢ່າງຮອບດ້ານ, ຊຸກຍູ້ສາຍພົວພັນ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ ທີ່ຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ຊ່ວຍເຫຼືອກັນ ແລະ ເຊື່ອໝັ້ນກັນໃນລະດັບສູງໃຫ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນສຳຄັນເຂົ້າໃນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາ ພາກພື້ນ ແລະ ໃນໂລກ.
ທາງລົດໄຟຈີນ-ລາວ ແມ່ນໂຄງການຮ່ວມມືຍຸດທະສາດລະຫວ່າງສອງປະເທດ,ແມ່ນສາຍພານແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ການພັດທະນາພ້ອມກັນລະຫວ່າງສອງປະເທດ,ຜົນສຳເລັດການສ້າງທາງລົດໄຟສາຍນີ້ ຈະກາຍເປັນພະລັງທີ່ແຂງແຮງຕໍ່ການພັດທະນາເສດຖະກິດຂອງລາວແລະ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນສອງປະເທດຫຼາຍກວ່າເກົ່າ.
ການຄ້າລະຫວ່າງຈີນ-ລາວໄດ້ພັດທະນາຢ່າງວ່ອງໄວແລະຈີນໄດ້ກາຍເປັນຄູ່ຄ້າໃຫຍ່ອັນດັບສອງຂອງລາວ ເຊິ່ງເຫັນໄດ້ຈາກການສະຖິຕິຂອງຈີນຄືນັບແຕ່ເດືອນມັງກອນຫາເດືອນກັນຍາປີນີ້,ສອງປະເທດບັນລຸມູນຄ່າການຄ້າເຖິງ 2 ຕື້100 ລ້ານໂດລາສະຫະລັດເພີ່ມຂຶ້ນ 25,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ອີງຕາມສະຖິຕິທາງການຂອງຈີນສະແດງໃຫ້ເຫັນວ່າມາຮອດເດືອນກັນຍາປີ 2017ນີ້, ຈີນໄດ້ລົງທຶນຢູ່ລາວປະມານ 6 ຕື້ 310 ລ້ານໂດລາສະຫະລັດ,ລາວເປັນປະເທດເປົ້າໝາຍການລົງທຶນໃຫຍ່ທີ 3 ຂອງຈີນໃນອາຊຽນ. ຂະນະທີ່ສະຖິຕິຂອງລາວກໍສະແດງໃຫ້ເຫັນວ່າ ຈີນເປັນປະເທດທີ່ລົງທຶນຢູ່ລາວຫຼາຍທີ່ສຸດເຊິ່ງກວມ ¼ ຂອງຍອດມູນຄ່າການລົງທຶນຈາກຕ່າງປະເທດ.
ສ່ວນປະເທດລາວກໍມີການສົ່ງສິນຄ້າໄປຂາຍຢູ່ຈີນເພີ່ມຂຶ້ນ, ຜະລິດຕະພັນກະສິກຳຂອງລາວ ເຊັ່ນ: ເຂົ້າສານ, ກາເຟ, ໝາກກ້ວຍ ແລະ ໝາກໂມ ເປັນຕົ້ນນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກຂອງຈີນ.ການແລກປ່ຽນດ້ານວັດທະນະທຳ ລາວ-ຈີນ ນັບມື້ນັບເພີ່ມຫຼາຍຂຶ້ນ. ໃນ 6 ເດືອນຕົ້ນປີ2017 ນີ້, ນັກທ່ອງທ່ຽວຈີນ 4 ແສນເທື່ອຄົນ ໄດ້ມາທ່ອງທ່ຽວຢູ່ລາວ ແລະ ຄົນລາວ ກໍໄດ້ໄປເຮັດທຸລະກິດ ຫຼື ທ່ອງທ່ຽວຢູ່ຈີນນັບມື້ນັບຫຼາຍ, ຈຳນວນນັກສຶກສາລາວທີ່ໄດ້ຮັບທຶນການສຶກສາຂອງລັດຖະບານຈີນ ແລະ ຮຽນຢູ່ຈີນນັ້ນ ຫຼາຍທີ່ສຸດໃນບັນດາປະເທດອາຊຽນ.
ໃນວັນທີ 9 ພະຈິກ 2017 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈາກ ສປ ຈີນ ແລະ ສປປ ລາວ ກ່ຽວກັບຄວາມຄືບໜ້າ ໃນການສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ໃນຫຼາຍປີຜ່ານມາ ເຫັນວ່າການພົວພັນຮ່ວມມືສອງຝ່າຍໄດ້ມີການຂະຫຍາຍຕົວທາງດ້ານລວງກວ້າງ ແລະ ເລິກ ເຊິ່ງສະແດງອອກຢ່າງຈະແຈ້ງ ໃນຫຼາຍໆດ້ານເຊັ່ນ: ໃນດ້ານເສດຖະກິດ ກໍຈະເຫັນວ່າການພົວພັນຮ່ວມມື ໃນດ້ານເສດຖະກິດໄດ້ມີການ ຂະຫຍາຍຕົວກ້າວຂຶ້ນແບບກະໂດດຂັ້ນ ໂດຍສະແດງອອກໃນດ້ານການລົງທຶນຜ່ານມາ ສປ ຈີນ ເປັນຜູ້ລົງທຶນອັນດັບໜຶ່ງຂອງ ສປປ ລາວ ໃນໄລຍະຫຼາຍປີ, ປີຜ່ານມາມູນຄ່າການຄ້າ ສອງປະເທດກໍເພີ່ມຂຶ້ນກວ່າ 20% ໃນການຮ່ວມມືດ້ານຂົງເຂດວັດທະນະທຳ-ສັງຄົມ ໄດ້ມີການຂະຫຍາຍຕົວຢ່າງກວ້າງຂວາງ.
ພ້ອມນີ້, ທ່ານລັດຖະມົນຕີ ຍັງໃຫ້ຮູ້ຕື່ມວ່າ: ພາຍຫຼັງທີ່ປະທານ ສີຈິ້ນຜີງ ໄດ້ປະກາດຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ໃນປີ 2013 ລັດຖະບານ ສປປ ລາວ ກໍໄດ້ສະໜັບສະໜູນ ແລະ ເຂົ້າຮ່ວມຢ່າງຫ້າວຫັນ ໃນການຈັດຕັ້ງປະຕິບັດ ບັນດາມາດຕະການ ກໍຄື ໂຄງການຕ່າງໆບົນພື້ນຖານ ຂອງຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ເຊິ່ງສິ່ງທີ່ ສປປ ລາວ ຈະໄດ້ຮັບໃນອະນາຄົດ ແມ່ນມີຫຼາຍອັນ, ອັນພົ້ນເດັ່ນເຫັນວ່າ ທາງດ້ານທີ່ຕັ້ງຂອງ ສປປ ລາວ ແມ່ນຢູ່ໃນໃຈກາງຂອງພາກພື້ນ ນອນຢູ່ໃນແລວທາງຂອງຂໍ້ລິເລີ່ມ ດັ່ງກ່າວ ເຊິ່ງເຫັນໄດ້ພົ້ນເດັ່ນ ກໍຄື ໂຄງການສ້າງທາງລົດໄຟດ່ວນ ຈາກພາກໃຕ້ຂອງຈີນ ແຂວງຢຸນໜານ ສູ່ນະຄອນຫຼວງວຽງຈັນ ບໍ່ພຽງແຕ່ຈະອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງລະຫວ່າງ ລາວ-ຈີນ ເທົ່ານັ້ນ ແຕ່ຍັງຈະເປັນ ສິ່ງອຳນວຍຄວາມສະດວກ ໃຫ້ແກ່ປະເທດໃຫ້ຄຽງຢູ່ໃນ ພາກພື້ນອາຊີ-ປາຊີຟິກ ສາມາດ ນຳໃຊ້ແລວທາງ ຫຼື ເສັ້ນທາງດັ່ງກ່າວ ໃນການຂົນສົ່ງສິນຄ້າ, ການຂະຫຍາຍການຮ່ວມມື ທາງດ້ານເສດຖະກິດ ຢູ່ໃນພາກພື້ນ ກໍຄື ຢູ່ໃນໂລກເຊັ່ນດຽວກັນ.
ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນປະທານ ຄະນະກຳມາທິການຮ່ວມມື ລາວ-ຈີນ ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນ ລາວ ແລະ ຈີນໃນວັນທີ 10 ພະຈິກ 2017 ກ່ຽວກັບຜົນສຳເລັດອັນພົ້ນເດັ່ນໃນການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຈີນ ວ່າ: ການລົງທຶນຂອງ ສປ ຈີນ ເປັນອັນດັບໜຶ່ງຂອງນັກລົງທຶນຕ່າງປະເທດ ທີ່ມາລົງທຶນຢູ່ ສປປ ລາວ, ທັງເປັນຄູ່ຄ້າອັນດັບສອງຂອງລາວ ຊຶ່ງມີມູນຄ່າການລົງທຶນລວມ 10 ຕື້ກວ່າໂດລາສະຫະລັດ, ໂຄງການລົງທຶນຕ່າງໆ ມີ 700 ກວ່າໂຄງການ, ມູນຄ່າການຄ້າລະຫວ່າງປະເທດ ໄດ້ມີການຂະຫຍາຍຕົວແຕ່ລະໄລຍະ ຕາມສະພາບການຂອງເສດຖະກິດໂລກ, ໃນຫົກເດືອນຕົ້ນປີ 2017 ນີ້ເຫັນວ່າສະພາບການຄ້າລະຫວ່າງ ລາວ-ຈີນ ກໍໄດ້ມີການເພີ່ມຂຶ້ນ 23,5%, ມູນຄ່າການຄ້າ ຢູ່ໃນລະດັບ 1,5 ຕື້ໂດລາສະຫະລັດ, ເຊິ່ງມັນເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາ ປະເທດລາວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວດີ ຂຶ້ນເທື່ອລະກ້າວ.
ໃນວັນທີ 13-14 ພະຈິກ 2017 ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການ ສູນກາງພັກ ກອມມູນິດຈີນ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາຊົນຈີນ ໄດ້ດຳເນີນການຢ້ຽມຢາມ ທາງລັດຖະກິດຢ່າງເປັນທາງການ ເຊິ່ງເປັນການເຄື່ອນໄຫວຢ້ຽມຢາມ ຕ່າງປະເທດຄັ້ງທຳອິດ, ພາຍຫຼັງພັກກອມມູນິດຈີນ ໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIX ໃນທ້າຍເດືອນຕຸລາ 2017 ຜ່ານມາ.
ໃນໂອກາດຢ້ຽມຢາມລັດຖະກິດຄັ້ງນີ້ ສອງຝ່າຍໄດ້ມີການຮ່ວມລົງນາມເອກະສານການຮ່ວມມື 17 ສະບັບ ຄື: ສັນຍາການຮ່ວມມືລະຫວ່າງກະຊວງການຕ່າງປະເທດລາວ ແລະ ກະຊວງການຕ່າງປະເທດຈີນ ກ່ຽວກັບການເພີ່ມທະວີການຮ່ວມມືໃນສະພາບການໃໝ່; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນກໍ່ສ້າງແລວທາງເສດຖະກິດລາວ-ຈີນ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເພີ່ມທະວີການພັດທະນາເສັ້ນທາງສາຍໄໝ ດີຈີຕອນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດຂໍ້ມູນຂ່າວສານ; ສັນຍາວ່າດ້ວຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດຕັ້ງປະຕິບັດຮ່ວມໂຄງການຕົວແບບ ໃນການສ້າງສູນຂໍ້ມູນຂ່າວສານຊັບພະຍາກອນນ້ຳແຫ່ງຊາດ ແລະ ການສ້າງແຜນແມ່ບົດການຄຸ້ມຄອງອ່າງຮັບນ້ຳອູ ແລະ ນ້ຳເທີນ-ນ້ຳກະດິງ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມກັນຊຸກຍູ້ສ້າງເຂດຕົວແບບພັດທະນາກະສິກຳຄົບວົງຈອນທີ່ທັນສະໄໝ; ບົດບັນທຶກຄວາມເຂົ້າໃຈກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດພື້ນຖານໂຄງລ່າງ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານການຊ່ວຍເຫຼືອໃນ 3 ປີຕໍ່ໜ້າ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານພັດທະນາຊັບພະຍາກອນມະນຸດ; ສານແລກປ່ຽນວ່າດ້ວຍຝ່າຍຈີນເຫັນດີກຳນົດເອົາໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກຳ ແລະ ການຄ້າລາວ; ສັນຍາຂອບສະໜອງເງິນກູ້ພິເສດໃຫ້ແກ່ລາວ ເພື່ອຈັດຕັ້ງປະຕິບັດໂຄງການເຂື່ອນໄຟຟ້າຫ້ວຍປາຫຼາຍ; ບົດບັນທຶກຄວາມເຂົ້າໃຈການສ້າງຄູ່ຮ່ວມມືຍຸດທະສາດດ້ານການຮ່ວມມືໄຟຟ້າ; ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນລາວ; ສັນຍາເງິນກູ້ພິເສດດອກເບ້ຍຕ່ຳໂຄງການເຂື່ອນໄຟຟ້າຫ້ວຍປາຫຼາຍ; ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 115 (ກິໂລໂວນ) ຊຽງຮ່ອນ-ຫົງສາ; ສັນຍາຮ່ວມທຶນສ້າງໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນຫາບໍ່ເຕັນ ຕອນທີ I ນະຄອນຫຼວງວຽງຈັນຫາວັງວຽງ; ສັນຍາເງິນກູ້ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະຄອນຫຼວງວຽງຈັນ ແລະ ຍັງໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງອາຄານໂຮງໝໍມະໂຫສົດຫຼັງໃໝ່ຂະໜາດ 600 ຕຽງ ມູນຄ່າປະມານ 646.800.000 ຢວນ. ພ້ອມດຽວກັນນີ້ທາງ ສປ ຈີນ ຍັງແຈ້ງຈະໃຫ້ການຊ່ວຍເຫຼືອ ສປປ ລາວ 4 ຕື້ຢວນ ໃນໄລຍະ 3 ປີຕໍ່ໜ້າ ພ້ອມທັງໃຫ້ການຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃນ 8 ໂຄງການໃໝ່.
ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງສະຫາຍ ສີຈິ້ນຜິງ ແລະ ຄະນະໃນຄັ້ງນີ້ ເປັນການຢັ້ງຢືນຄືນອີກເທື່ອໜຶ່ງ ເຖິງໄມຕີຈິດມິດຕະພາບ, ຄວາມໃກ້ຊິດຕິດແທດ ສະໜິດສະໜົມຮັກແພງ ສະເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນ ສອງຊາດ ລາວ-ຈີນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ໃຫ້ຈະເລີນງອກງາມຍິ່ງຂຶ້ນ ຕາມທິດ 4 ດີຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ ໃຫ້ໝັ້ນຄົງຕະຫຼອດໄປ.
(ລາຍລະອຽດ ສາມາດຊອກຊື້ອ່ານທາງວາລະສານ ທາເກັດ ໄດ້ ໃນສະບັບທີ 137 ເດືອນທັນວາ 2017 ຕາມ M Point Mart, Jeffy Mart ແລະ U Express ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)
Lao-Chinese
Comprehensive Partnership.
The Lao PDR is an important partner for the People’s Republic of China. On April 25, 1961, both countries officially established diplomatic relations which was an opening to a new bilateral cooperation. Although both nations were in the era of fighting for liberation and attempting to maintain socialism, they have helped each other with deep friendship and sincerity, constructing such ties as a model for peaceful and mutually beneficial relations through practical means. Such relations have been put to the test for 56 years and we can see that bilateral cooperation in the political, economic, and cultural areas has been continuously deepened to the highest level in their history.
The mutually beneficial economic cooperation serves as an impetus for good cooperation in general. China has become the top investor in Laos, providing the highest level of aid and ranked as the Lao PDR’s second-biggest trading partner. The “One Belt One Road” initiative, international cooperation to boost productivity, and other Chinese initiatives ideally link with the Lao strategy of transforming itself from a landlocked to a land-linked country in the region, industrialization efforts, and other strategies. The Laos–China Railway and the Lao Sat-1 telecommunications satellite serve to highlight the cooperation history between the two parties and governments.
Both parties and governments affirm that as socialist countries and neighbors who share a common long-lasting meaningful and strategic fate, both countries will maintain friendship, trustworthiness, and comprehensive cooperation on a basis of being good neighbors, friends, comrades, and partners. They will deepen comprehensive exchanges in various areas, support the mutually beneficial Lao-Chinese Comprehensive Partnership, and help and trust each other in order to bring relations to a higher level. In addition, both states will contribute to the protection of the peace, stability, security, prosperity, and development of the region and the world.
The Laos–China Railway is a strategically cooperative project aiming to boost mutual benefits and the development of both nations. The achievement of this project will become a strong force in pushing forward the Lao economy and yielding more benefits to both peoples.
The rapid development of Lao-Chinese trade has enabled China to become the Lao PDR’s second-largest trading partner. It can be seen from the Chinese statistics from January to September this year that trade between the two countries reached a value of 2.1 billion US dollars, an increase of 25.1% when compared to the same period of the previous year. Official Chinese statistics reveal that up until September 2017, China’s investments in Laos amounted to approximately 6.31 billion US dollars. Laos is China’s third-biggest investment destination in ASEAN. In the meantime, Lao statistics also suggest that Chinese investment comprises the largest proportion (one quarter) of the country’s total FDI.
Laos is exporting more products to China. Most of them are agricultural goods, namely rice, coffee, bananas, and watermelons. These products have become increasingly popular among Chinese consumers. Laos and China are also engaging in more cultural exchanges. In the first six months of 2017, 400,000 Chinese tourists visited Laos. Lao people also do business or travel to China more than before. Currently, Laos has the highest number of students in ASEAN who received scholarships from the Chinese Government to study in China.
On November 9, 2017, Mr. Saleumxay Kommasith, Minister of Foreign Affairs, gave an interview to both Chinese and Lao media regarding the progress in establishing the Lao-Chinese Comprehensive Partnership. Throughout years of cooperation, it can be witnessed that bilateral cooperation has been widening and deepening clearly in several areas. Economic cooperation has expanded dramatically, reflected in China’s highest investment volume in the Lao PDR for many years. Just last year, the trading volume between the two countries rose by 20%. Likewise, the socio-cultural area has also expanded widely.
The minister added that since President Xi Jinping announced the “One Belt One Road” initiative in 2013, the Lao Government has actively supported and participated in the implementation of measures as well as projects on the basis of that initiative. The Lao PDR will enjoy numerous gains from participating in this plan. The more visible ones lie in the location of the Lao PDR at the heart of the region and along the initiative’s route via the Express Railway Project from the southern part of China, Yunnan Province, to Vientiane Capital. This will not only facilitate transportation between Laos and China, but also serve as a route for transporting goods and further promoting economic cooperation in the region and in the world.
Ms. Khemmani Pholsena, Minister of Industry and Commerce and President of the Laos–China Cooperation Committee, gave an interview to both Lao and Chinese media on November 10, 2017 regarding outstanding achievements under the Lao-Chinese Comprehensive Partnership. She said that China is the second-largest trading partner and also the biggest foreign investor in the Lao PDR, with a total investment volume of over 10 billion US dollars in more than 700 projects, with trade volume expanding periodically in line with the global economic situation. In the first six months of 2017, it can be seen that Lao-Chinese trade increased by 23.5% with trade volume reaching 1.5 billion US dollars. This contributed hugely to the national development of Laos as well as the ongoing gradual improvement of the living conditions of the Lao people.
On November 13 to 14, 2017, in response to an invitation from Comrade Bounnhang Vorachit, Secretary General of the Lao People’s Revolutionary Party and President of the Lao PDR, Comrade Xi Jinping, Secretary General of the Chinese Communist Party and President of the People’s Republic of China, officially visited the Lao PDR as his first foreign visit after wrapping up the 19th Party Congress at the end of October 2017.
During this official visit, both sides jointly signed 17 cooperation agreements, namely: the cooperation agreement between the Ministry of Foreign Affairs of Laos and Ministry of Foreign Affairs of China on the strengthening of cooperation in a new era; a memorandum of understanding (MOU) on the establishment of the Lao-Chinese economic corridor; an MOU on the strengthening of digital information development along the Silk Road to support information linkage; a contract on scientific and technological cooperation; an MOU on the joint implementation of a model project in establishing a natural resources information center and the creation of a master plan for the management of the Nam Ou, Nam Theun, and Nam Kading; an MOU on cooperation and assistance for the next three years; an MOU on human resource development; an exchange of notes on Chinese approval of the project for maintaining and improving the ICT system of the Ministry of Industry and Commerce; a contract framework to grant special loans to Laos for the implementation of the Huay Pa Lai Hydropower Project; an MOU on the establishment of a strategic partnership on electricity; an MOU on financial cooperation to promote SMEs in Laos; a soft-loan contract to finance the Huay Pa Lai Hydropower Project; a business loan contract for the Xienghone–Hongsa 115kW Transmission Line Project; a joint investment contract for the Vientiane–Boten Expressway Construction Project phase 1 from Vientiane to Vangvieng; and a business loan contract for the Vientiane 500/230KV Transmission Line Project. Furthermore, the Chinese Government granted assistance for the construction of a new 600-bed building for Mahosot Hospital to a value of 646.8m yuan. China will provide an additional 4 billion yuan of aid in the next three years as well as implementing eight new projects aimed at improving the living conditions of Lao people.
This official visit to the Lao PDR by Comrade Xi Jinping and his delegation reaffirms the friendship, closeness, love, and consistency between the two parties, governments, and peoples in promoting traditional relations and cooperation under the long-lasting Comprehensive Partnership which will continue to bear fruit based on the following four characteristics: good neighbors, good friends, good comrades, and good partners forever.