ຊົມເຊີຍ! ການຈັດຕັ້ງປະຕິບັດຂອງແຂວງຈຳປາສັກ ທີ່ຕິດປ້າຍແນະນຳຊ່ອງທາງແລ່ນລົດຂອງແຕ່ລະປະເພດຕາມເສັ້ນທາງຫຼວງ ທັງນີ້ ເພື່ອໃຫ້ການສັນຈອນຂອງລົດແຕ່ລະປະເພດມີຄວາມເປັນລະບຽບຮຽບຮ້ອຍ. ບໍ່ກິນເລນຂອງລົດປະເພດອື່ນ ຕົ້ນຂອງເຫດຂອງການເຮັດໃຫ້ລົດຕິດ ແລະ ເກີດອຸບັດຕິເຫດ.
” ຊີວິດຍັງຍາວໄກ ຄວາມປອດໄພຕ້ອງມາກ່ອນ”…
” ຂັບຂີ່ພາຫະນະ ຢ່າປະໝາດ ຖ້າຜິດພາດ ຈະເກີດຜົນເສຍຫາຍ “…
” ໃຊ້ລົດໃຫ້ລະວັງຄົນ ຂ້າມຖະໜົນໃຫ້ລະວັງລົດ “…
ເປັນຄຳຄົມເຕືອນສະຕິຜູ້ທີ່ໃຊ້ລົດໃຊ້ຖະໜົນ ໃຫ້ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ໂດຍສະເພາະແມ່ນການຂັບຂີ່ພາຫະນະໃນເສັ້ນທາງໃນຕົວເມືອງທີ່ມີ 4 ເລນ ຕ້ອງແລ່ນໃຫ້ຖືກເລນທີ່ພາກສ່ວນກ່ຽວຂ້ອງກຳນົດໄວ້…
ຂອບໃຈຂໍ້ມູນ-ພາບ: ຈາກ ຈົດໝາຍຂ່າວ message