Senglao content (728×90)
Senglao content (728×90)

ອີຢູ ແມ່ນໜຶ່ງໃນຄູ່ຮ່ວມງານ ດ້ານການພັດທະນາໃຫຍ່ທີ່ສຸດຂອງ ສປປ ລາວ.

ທ່ານ ລີໂອ ຟາເບີ, ເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ໃຫ້ໂອກາດແກ່ວາລະສານທາເກັດໃນການສຳພາດແບບເຈາະເລິກກ່ຽວກັບສາຍສຳພັນ ແລະ ສາຍພົວພັນຢ່າງໃກ້ຊິດລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ. ພ້ອມດຽວກັນນີ້, ທ່ານຍັງໄດ້ສະເຫນີໃຫ້
ຮູ້ກ່ຽວກັບບົດບາດແລະຈຸດປະສົງຂອງສະຫະພາບເອີຣົບລວມໄປເຖິງຄວາມໝາຍໝັ້ນຂອງທ່ານເອງເພື່ອເສີມຂະຫຍາຍການມີສ່ວນຮ່ວມກັບ ສປປ ລາວ. ພາຍຫຼັງໄລຍະເວລາໜຶ່ງທີ່ເອີຣົບໄດ້ສົນຢູ່ແຕ່ກັບວິກິດການທີ່ມີຢູ່ຂອງຕົນເອງ, ປັດຈຸບັນເອີຣົບໄດ້ເລີ່ມດຳເນີນການຕາມແນວທາງຄິດໄປຂ້າງໜ້າເພື່ອ
ສ້າງຕົນເອງຄືນໃຫມ່ ແລະເສີມຂະຫຍາຍສາຍພົວພັນກັບພາກພື້ນອາຊີຕາເວັນອອກສຽງໃຕ້ໂດຍສະເພາະກໍແມ່ນ ສປປ ລາວ.

ທ່ານປະເມີນວິວັດທະນາການຂອງສາຍສຳພັນລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບຕະຫຼອດໄລຍະຫຼາຍປີທີ່ຜ່ານມາຄືແນວໃດ?

ພາຍຫຼັງການພົວພັນທີ່ມີລັກສະນະຫຼ້າຊ້າລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບໃນທົດສະຕະວັດຕົ້ນໆໃນເວລາທີ່ທັງສອງຝ່າຍຍັງບໍ່ທັນມີຄວາມເຂົ້າໃຈກ່ຽວກັບອີກຝ່າຍຢ່າງເລິກເຊິ່ງ, ພວກເຮົາໄດ້ມາຮອດຈຸດທີ່ພວກເຮົາຢາກຮູ້ ແລະ ເຂົ້າໃຈກັນຫຼາຍຂຶ້ນເພື່ອຜົນປະໂຫຍດເຊິ່ງກັນແລະ ກັນເພື່ອສາຍສຳພັນອັນແໜ້ນແຟ້ນ ແລະ ຈິງໃຈ.

ຖ້າຈະເວົ້າແລ້ວການເຮັດຄວາມເຂົ້າໃຈກັບ ສະຫະພາບເອີຣົບ (ອີຢູ) ມັນບໍ່ແມ່ນເລື່ອງງ່າຍເລີຍສະຫະພາບເອີຣົບບໍ່ແມ່ນປະເທດ ຫຼື ອົງການຈັດຕັ້ງສາກົນທົ່ວໄປມັນເປັນການປະສົມປະສານກັນລະຫວ່າງທັງສອງຮູບແບບ. ແນວຄວາມຄິດແບບນີ້ຂອງເອີຣົບແມ່ນເກີດມາຈາກຄວາມປາດຖະໜາ
ທີ່ຈະມີສັນຕິພາບໃນທະວີບທີ່ຖືກຕັດຂາດ ແລະ ແບ່ງແຍກດ້ວຍການສົງຄາມ. ຜົນໄດ້ຮັບກໍຄືການເຊັນຂໍ້ຕົກລົງຮ່ວມກັນໂດຍ 6 ປະເທດ ໃນປີ 1950 ເພື່ອລວບລວມເອົາຊັບພະຍາກອນຖ່ານຫີນແລະແຮ່ທາດເຫຼັກຂອງແຕ່ລະປະເທດ. ຫຼັງຈາກນັ້ນ 7 ປີຕໍ່ມາ, ກໍໄດ້ມີການເຊັນຮັບຮອງເອົາສົນທິສັນຍາຢູ່ນະຄອນ
ໂຣມ ເພື່ອສ້າງຕັ້ງປະຊາຄົມເສດຖະກິດເອີຣົບ (ECC) ເຊິ່ງຖືວ່າເປັນຈຸດເລີ່ມຕົ້ນຂອງ ສະຫະພາບເອີຣົບໃນປັດຈຸບັນ.

ສະຫະພາບເອີຣົບໄດ້ເຕີບໂຕຂຶ້ນເລື້ອຍໆຈາກທີ່ມີປະເທດຜູ້ກໍ່ຕັ້ງພຽງແຕ່ 6 ປະເທດຈົນເພີ່ມມາເປັນ 28 ປະເທດ.ບັນດາປະເທດສະມາຊິກສະຫະພາບເອີຣົບໄດ້ຕົກລົງຮ່ວມກັນທີ່ຈະແບ່ງປັນອະທິປະໄຕບາງສ່ວນຂອງພວກເຂົາ, ແຕ່ວ່າອຳນາດຂອງສະຫະພາບເອີຣົບແມ່ນມາຈາກບັນດາປະເທດສະມາຊິກທັງຫມົດ. ຜົນທີ່ຕາມມາແມ່ນ, ສະຫະພາບມີສັກກະຍະພາບພິເສດໃນຫຼາຍຂົງເຂດເຊັ່ນ: ສະຫະພາບພາສີ, ນະໂຍບາຍກະສິກໍາ, ນະໂຍບາຍການເງິນ (ໃນໂຊນຂອງເອີໂຣ) ແລະ ນະໂຍບາຍການຄ້າ ແລະ ການລົງທຶນ. ມີຫຼາຍພາກສ່ວນເຮັດໜ້າທີ່ດໍາເນີນກົນໄກອັນຊັບຊ້ອນນີ້. ຄະນະມົນຕີສະຫະພາບເອີຣົບ (EU Council) ເຮັດໜ້າທີ່ຕາງໜ້າໃຫ້ແກ່ຄະນະລັດຖະບານແຫ່ງຊາດ. ສະພາແມ່ນຖືກເລືອກຕັ້ງໂດຍກົງຈາກ
ປະຊາຊົນ ແລະ ຄະນະກຳມາທິການເອີຣົບ ແມ່ນກອງເລຂາຂອງອີຢູ. ໜ່ວຍງານອື່ນໆເຊັ່ນ: ສານຍຸຕິທໍາ, ສານກວດສອບ, ທະນາຄານກາງອີຢູ ແລະ ອື່ນໆລ້ວນແລ້ວແຕ່ເປັນສ່ວນໜຶ່ງທີ່ເຮັດໃຫ້ສະຫະພາບດຳເນີນງານໄດ້ບົນພື້ນຖານສົນທິສັນຍາແລະ ລະບຽບກົດໝາຍ.

ໄລຍະເວລາທີ່ໄດ້ກ່າວມາຂ້າງເທິງນັ້ນສະທ້ອນໃຫ້ຄວາມລະມັດລະວັງໃນລະດັບໃດໜຶ່ງຕໍ່ສາຍພົວພັນຂອງພວກເຮົາ ເບິ່ງຄືກັບວ່າມັນໄດ້ຜ່ານໄປແລ້ວໃນປັດຈຸບັນຕັ້ງແຕ່ປີ 1975 ເປັນຕົ້ນມາ, ລາວ ແລະ ສະຫະພາບເອີຣົບແມ່ນມີສາຍພົວພັນທີ່ເປັນມິດທີ່ຍັງສືບຕໍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ເຊິ່ງເຫັນໄດ້ຈາກການຍົກສູງພາລະກິດຂອງສະຫະພາບເອີຣົບຕໍ່ກັບປະເທດລາວ ແລະການ ແຕ່ງຕັ້ງຂ້າພະເຈົ້າມາດຳລົງຕຳແໜ່ງເອກອັກຄະລັດຖະທູດແຫ່ງສະຫະພາບເອີຣົບຄົນທຳອິດປະຈຳຢູ່ ສປປ ລາວ ໃນປີ 2016.

ເພື່ອອອກສຽງ ແລະ ປະຕິບັດໜ້າທີ່ເປັນໜຶ່ງດຽວຮັບຜິດຊອບວຽກງານດ້ານເຫດການຕ່າງໆຂອງໂລກ, ສະຫະພາບເອີຣົບໄດ້ສ້າງຕັ້ງໜ່ວຍງານສະໜັບສະໜູນການດຳເນີນງານທາງດ້ານການຕ່າງປະເທດ (EEAS), ເຊິ່ງຖືວ່າເປັນຄະນະທາງການທູດຂອງສະຫະພາບເອີຣົບ ພາຍຫຼັງສົນທິສັນຍາ “ລິດສະບອນ” ມີຜົນບັງຄັບໃຊ້ໃນປີ 2009. ຫ້ອງການຄະນະຜູ້ແທນສະຫະພາບເອີຣົບປະຈຳ ສປປ ລາວ ແມ່ນສ່ວນໜຶ່ງຂອງຄະນະທາງການທູດ ແລະປະກອບດ້ວຍບັນດາພະນັກງານຂອງສະຫະພາບ
ເອີຣົບ ພ້ອມທັງນັກການທູດຈາກບັນດາປະເທດສະມາຊິກຂອງສະຫະພາບເອີຣົບ. ຫ້ອງການຄະນະຜູ້ແທນສະຫະພາບເອີຣົບປະຕິບັດພາລະກິດທາງການທູດເຊັ່ນດຽວກັນກັບບັນດາລັດຕ່າງໆດັ່ງທີ່ໄດ້ກຳນົດໄວ້ໃນອະນຸສັນຍາວຽນນາ.

ວຽກງານໂດຍລວມຂອງພວກເຮົາເລີ່ມຈາກວຽກງານການຄ້າຈົນຂະຫຍາຍໄປສູ່ວຽກງານການຄຸ້ມຄອງ, ນັບຕັ້ງແຕ່ບັນຫາການປົກປັກຮັກສາສິ່ງແວດລ້ອມຂອງພວກເຮົາໄປສູ່ບັນຫາການສຶກສາ.ສະຫະພາບເອີຣົບໄດ້ໃຫ້ຄວາມສຳຄັນແກ່ວຽກງານການສຶກສາ, ໂພຊະນາການ ແລະ ການຄຸ້ມຄອງ, ແຕ່ກໍຍັງແກ້ໄຂບັນຫາອື່ນໆຄຽງຄູ່ໄປນຳເຊັ່ນ: ບັນຫາການເກັບລະເບີດທີ່ບໍ່ທັນແຕກ, ຄວາມສະເໝີພາບຍິງ-ຊາຍ ແລະ ການປ່ຽນແປງດິນຟ້າອາກາດ. ທີ່ສໍາຄັນໄປກວ່ານັ້ນ, ປັດຈຸບັນສະຫະພາບເອີຣົບແມ່ນ
ໜຶ່ງໃນຄູ່ຮ່ວມງານດ້ານການພັດທະນາທີ່ໃຫຍ່ທີ່ສຸດຂອງ ສປປ ລາວ ໃນດ້ານການໃຫ້ທຶນຊ່ວຍເຫຼືອລ້າ ສຳລັບການຮ່ວມມືດ້ານການພັດທະນາ ແລະ ການຊ່ວຍເຫຼືອດ້ານມະນຸດຊະທຳ. ການຊ່ວຍເຫຼືອຢ່າງເຕັມສ່ວນຂອງສະຫະພາບເອີຣົບແກ່ ສປປ ລາວໃນຄວາມພະຍາຍາມທີ່ຈະບັນລຸເປົ້າຫມາຍສະຫັດສະຫວັດແຫ່ງການພັດທະນາຈະຍັງສືບຕໍ່, ໃຫ້ຄືກັບ”ວຽກທີ່ຍັງບໍ່ແລ້ວ” ໃນການຕໍ່ສູ້ກັບໄພທຸກຍາກ.
ພວກເຮົາຍັງມີຄວາມມຸ່ງໝັ້ນທີ່ຈະສະໜອງການຊ່ວຍເຫຼືອ ແລະ ສະໜັບສະໜູນໃຫ້ບັນລຸເປົ້າຫມາຍແຫ່ງການພັດທະນາທີ່ຍືນຍົງພາຍໃນປະເທດທີ່ຫາກໍ່ສ້າງວ່າງບໍ່ດົນມານີ້.

ເອີຣົບ ແລະ ລາວ ແມ່ນຕັ້ງຢູ່ຫ່າງກັນຄົນລະຟາກໂລກ, ແຕ່ພວກເຮົາຕ່າງກໍປະເຊີນກັບບັນດາສິ່ງທ້າທາຍຫຼາຍຢ່າງຄ້າຍຄືກັນ. ສຸດທ້າຍແລ້ວ, ພວກເຮົາຕ້ອງໄດ້ເຮັດວຽກຫຼາຍຂຶ້ນເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ເສີມຂະຫຍາຍເຄືອຂ່າຍຂອງສາຍພົວພັນທາງດ້ານວັດທະນະທຳ, ເສດຖະກິດ ແລະ ການເມືອງໃຫ້ຫຼາຍກວ່າເກົ່າ ເຊິ່ງຈະຊ່ວຍສົ່ງເສີມໃຫ້ມີຄວາມເຫັນອົກເຫັນໃຈ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍຂຶ້ນ.

ທ່ານຄິດວ່າບັນດາສິ່ງທ້າທາຍ, ໂອກາດ ແລະ ຂໍ້ຫຍຸ້ງຍາກທາງດ້ານການຮ່ວມມືດ້ານການພັດທະນາ
ແມ່ນຫຍັງ?

ສາຍພົວພັນຂອງພວກເຮົາແມ່ນຖືວ່າຢູ່ໃນສະຖານະພາບທີ່ດີສົມຄວນ ແລະ ກໍຍັງມີແຮງຊຸກຍູ້ພຽງພໍທີ່ຈະເຮັດໃຫ້ສາຍພົວພັນດັ່ງກ່າວນີ້ໄປໃນທິດທາງທີ່ດີຂຶ້ນ. ສະຫະພາບເອີຣົບບໍ່ພຽງແຕ່ຢາກຈະສະເຫຼີມສະຫຼອງຊາວປີຂອງການຮ່ວມມືຢ່າງເປັນທາງການເທົ່ານັ້ນ, ແຕ່ພວກເຮົາຍັງຢາກສ້າງສາຍພົວພັນທີ່ເຂັ້ມແຂງ ແລະ ຮັດແໜ້ນໃນອະນາຄົດ ໜຶ່ງຕົວຢ່າງທີ່ດີກໍແມ່ນວຽກງານດ້ານການຄ້າລະຫວ່າງສະຫະພາບເອີຣົບ ແລະ ລາວ ທີ່ພວກເຮົາຫວັງວ່າຈະມີຄວາມກ້າວໜ້າ, ມີການຫຼຸດຜ່ອນບັນດາອຸປະ ສັກຕ່າງໆ ແລະ ເປີດປະຕູບານໃໝ່ຕ້ອນຮັບບັນດານັກທຸະລິດ ແລະ ນັກລົງທຶນ.

ພວກເຮົາ, ໃນຖານະທີ່ເປັນສະຫະພາບເອີຣົບ, ຮັບຮູ້ວ່າ: ໂລກາພິວັດຍ່ອມມາພ້ອມກັບຄວາມບໍ່ແນ່ນອນຫຼາຍຢ່າງ, ເຖິງຢ່າງໃດກໍດີ, ມັນກໍຍັງມີທ່າແຮງທາງດ້ານເສດຖະກິດຢ່າງໃຫຍ່ຫຼວງ, ເຊິ່ງພວກເຮົາຈະສາມາດເຮັດໃຫ້ສົມບູນໄດ້ກໍຕໍ່ເມື່ອພວກເຮົາຮ່ວມມືກັນຢ່າງໜຽວແໜ້ນ. ປັດຈຸບັນນີ້ສະຫະພາບ
ເອີຣົບໃນລາວກຳລັງປະຕິບັດໜ້າທີ່ຕໍ່າກວ່າຂີດຄວາມສາມາດສູງສຸດທີ່ມີຢູ່. ທາງດ້ານການເປີດເສລີທາງການຄ້າ, ສະພາບເສດຖະກິດທີ່ເອື້ອອຳນວຍຂຶ້ນພາຍໃນປະເທດຖືວ່າໄດ້ວ່າເປັນບາດກ້າວອັນ
ສຳຄັນໃນທິດທາງດັ່ງກ່າວ.

ປັດຈຸບັນ, ການພົວພັນ ແລະ ເຊື່ອມໂຍງຫາກັນລະຫວ່າງປະຊາກອນຂອງພວກເຮົາແມ່ນໃຈກາງຂອງການຮ່ວມມືຂອງພວກເຮົາ. ອີງໃສ່ອັນນີ້, ວຽກງານໂດຍລວມຂັ້ນຕໍ່ໄປແມ່ນການເສີມຂະຫຍາຍການຄ້າ ແລະ ການລົງທຶນລະຫວ່າງສະຫະພາບເອີຣົບ ແລະ ລາວ. ແຕ່ຖ້າພວກເຮົາຫາກຕ້ອງການທີ່ຈະບັນລຸການຮ່ວມມືຂອງພວກເຮົາໃຫ້ໄດ້ຢ່າງເຕັມສ່ວນ, ທັງສອງຝ່າຍຈຳເປັນຢ່າງຍິ່ງທີ່ຈະຕ້ອງສືບຕໍ່ເພີ່ມທະວີການຮ່ວມມືດ້ານການພັດທະນາຂອງພວກເຮົາຂຶ້ນຕື່ມ. ໃນເລື່ອງນີ້, ຄວາມໝາຍໝັ້ນຂອງສະຫະພາບເອີຣົບທີ່ມີຕໍ່ລາວແມ່ນໄດ້ຖືກນຳເຂົ້າໃນແຜນງານຮ່ວມຂອງຄູ່ຮ່ວມພັດທະນາເອີຣົບ ສຳລັບ ສປປ ລາວ ລະຫວ່າງປີ 2016-2020 (JP) ເຊິ່ງເກີດຂຶ້ນໄດ້ຍ້ອນຄວາມພະຍາຍາມຂອງສະຫະພາບເອີຮົບ ຮ່ວມກັບບັນດາປະເທດສະມາຊິກ ແລະ ປະເທດສະວິດເຊີແລນ.

ເອກະສານແຜນງານຮ່ວມຂອງຄູ່ຮ່ວມພັດທະນານີ້ ແມ່ນສອດຄ່ອງຫຼາຍກັບບັນດາວຽກງານບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8 ແລະມີຈຸດປະສົງຕົ້ນຕໍ່ເພຶ່ອແກ້ໄຂຄວາມບໍ່ດຸ່ນດ່ຽງທີ່ເກີດຈາກໂລກາພິວັດ ແລະ ການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດລາວ. ນອກຈາກນີ້, ເອກະສານແຜນງານດັ່ງກ່າວຍັງຈະຊ່ວຍສົ່ງເສີມປະເທດລາວໃຫ້ຫຼຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ບັນລຸເປົ້າໝາຍແຫ່ງການພັດທະນາທີ່ຍືນຍົງ ເຊິ່ງຄວາມເປັນເຈົ້າການຮ່ວມກັນຖືວ່າເປັນໝາກຫົວໃຈຂອງແຜນງານ. ເອກະສານດັ່ງກ່າວນີ້ຍັງວາງບັນດາທາງເລືອກ ແລະ ບັນດາຂໍ້ແນະນຳເພື່ອເຮັດໃຫ້ບັນດາທຸລະກິດ ແລະ ພົນລະເມືອງລາວສາມາດແຂ່ງຂັນໃນຕະຫຼາດລະດັບພາກພື້ນທີ່ພວມມີການເຄື່ອນໄຫວຢ່າງໄວວາພາຍຫຼັງການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ (AEC).

ບັນດາໜ່ວຍງານ ແລະ ຊ່ອງທາງການຕິດຕໍ່ສື່ສານຕ່າງໆທີ່ເຮົາມີກັບອຳນາດການປົກຄອງຂອງລາວເພື່ອປຶກສາບັນຫາຕ່າງໆກໍແມ່ນອີກກໍລະນີໜຶ່ງທີ່ຕ້ອງໄດ້ກ່າວເຖິງ. ກອງປະຊຸມສຸດຍອດອາຊີ-ເອີຣົບ(ASEM Summit)  ຄັ້ງຕໍ່ໄປທີ່ຈະຖືກຈັດຂຶ້ນໃນເດືອນຕຸລາຢູ່ນະຄອນບຣຸກແຊນ ຈະເປັນແນວທາງ
ທີ່ເໝາະສົມເພື່ອສົ່ງເສີມການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດນຳກັນກັບລາວ.

  • ຍ້ອນຫຍັງສະຫະພາບເອີຣົບຈຶ່ງໄດ້ຕັດສິນໃຈສະໜອງທຶນຈຳນວນໜຶ່ງຈາກທຶນຊ່ວຍເຫຼືອດ້ານການ
    ພັດທະນາທີ່ເປັນທາງການ (ODA) ຂອງສະຫະພາບເອີຣົບ ເອງໃນຮູບແບບການຊ່ວຍເຫຼືອງົບປະມານ?

ຄຳຖາມນີ້ຊີ້ໃຫ້ເຫັນເຖິງບາງສິ່ງບາງຢ່າງທີ່ນັກສັງເກດການຈຳນວນຫຼາຍຄົນມັກຈະເບິ່ງຂ້າມ:ກ່ຽວກັບການຮ່ວມມືດ້ານການພັດທະນາ, ວິທີການຊ່ວຍເຫຼືອໂຄງການທີ່ໂດຍທົ່ວໄປແລ້ວຈະມີຜູ້ໃຫ້ທຶນຄຸ້ມຄອງໂຄງການຢ່າງເຄັ່ງຄັດນັ້ນ ສ່ວນຫຼາຍແມ່ນບໍ່ສາມາດບັນລຸຜົນໄດ້ຮັບຕໍ່ການພັດທະນາທີ່ມີລັກສະນະຍືນຍົງຕາມທີ່ຕັ້ງເປົ້າໄວ້. ປະສົບການແມ່ນຊື່ທີ່ເຮົາຕັ້ງໃຫ້ກັບຄວາມຜິດພາດ ຫຼື ຄວາມລົ້ມເຫຼວທີ່ຜ່ານມາຂອງພວກເຮົາ. ໃນຖານະທີ່ເປັນຊາວເອີຣົບ, ພວກເຮົາຮັບຮູ້ບັນດາຂໍ້ຈຳກັດເຫຼົ່ານີ້
ແລະໄດ້ດຳເນີນການປະເມີນຄືນໃໝ່ຢ່າງລະອຽດວ່າເມື່ອໃດຄວນຈະໃຊ້ວິທີການຊ່ວຍເຫຼືອແບບນີ້.

ພວກເຮົາເຊື່ອໝັ້ນ ແລະ ຂໍສະໜັບບສະໜູນວ່າປັດໄຈທີ່ກຳນົດໃຫ້ການຮ່ວມມືບັນລຸຜົນສຳເລັດໄດ້ແມ່ນສ່ວນໃຫຍ່ແລ້ວຕ້ອງຂຶ້ນກັບຄຸນນະພາບ ແລະ ຄວາມເອົາຈິງເອົາຈັງຂອງການສົນທະນາປຶກສາຫາລືກັບປະເທດຜູ້ໄດ້ຮັບຜົນປະໂຫຍດ, ຄືດັ່ງໃນກໍລະນີດຽວກັນກັບອຳນາດການປົກຄອງຂອງລາວ.  ນອກນີ້, ພວກເຮົາຈະບໍ່ສາມາດເຮັດສຳເລັດໄດ້ຖ້າປາສະຈາກການປະສານງານທີ່ຕໍ່ເນື່ອງລະຫວ່າງບັນດາຜູ້ໃຫ້ທຶນ, ເຊິ່ງເປັນປັດໄຈໜຶ່ງທີ່ສຳຄັນທີ່ເຮົາຄວນຄຳນຶງເຖິງ.

ໃນຂະນະທີ່ການເບີກຈ່າຍທຶນຊ່ວຍເຫຼືອຮູບແບບອື່ນໆສ່ວນຫຼາຍແລ້ວແມ່ນຈ່າຍຕາມບັນດາລາຍຈ່າຍທີ່ຖືກຕ້ອງຕາມເງື່ອນໄຂ, ແຕ່ສຳລັບຮູບແບບການຊ່ວຍເຫຼືອງົບປະມານ (Budget Support)ແລ້ວ, ການເບີກຈ່າຍທຶນແມ່ນຈະຈ່າຍຕາມຜົນໄດ້ຮັບຕົວຈິງທີ່ສາມາດບັນລຸໄດ້ຈະເຮັດໄດ້ກໍຕໍ່ເມື່ອສາມາດບັນລຸຜົນໄດ້ຮັບ, ເຊິ່ງຮູບແບບນີ້ຈະສ້າງໂອກາດທາງດ້ານນະໂຍບາຍເພື່ອການວາງຍຸດທະສາດໃຫ້ແກ່ລັດຖະບານໃນການກຳນົດແນວທາງທີ່ຈະບັນລຸຜົນໄດ້ຮັບທີ່ຄາດຫວັງໄວ້. ຈະເປີດຊ່ອງຫວ່າງທາງດ້ານນະໂຍບາຍສຳລັບການວາງຍຸດທະສາດເພື່ອໃຫ້ລັດຖະບານກຳນົດແນວທາງທີ່ຈະບັນລຸຜົນໄດ້ຮັບທີ່ຄາດຫວັງໄວ້.  ພວກເຮົາໄດ້ພິຈາລະນາແລ້ວວ່າ: ຮູບແບບດັ່ງກ່າວນີ້ສອດຄ່ອງກັບສະພາບການຂອງປະເທດລາວເປັນພິເສດ, ແລະ ທັງເປັນພາຫະນະເຄື່ອງມືທີ່ເໝາະສົມ ແລະ ສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8. ວິທີການແບບນີ້ແມ່ນໄດ້ຮັບການສະຫນັບສະໜູນຈາກຄະນະກຳມາທິການເອີຣົບ ເຊິ່ງສະແດງໃຫ້ເຫັນຈາກບັນດາສັນຍາການຊ່ວຍເຫຼືອງົບປະມານຈຳນວນ263 ສະບັບທົ່ວໂລກ, ລວມເປັນງົບປະມານທັງໝົດ 12.7 ຕື້ ເອີໂຣ ແລະ ລາຍຈ່າຍເປັນເງິນຈຳນວນ 1.7 ຕື້ ເອີໂຣ ໃນປີ 2016.

ວິທີການຮູບແບບນີ້ປະກອບມີຂະບວນການການໂອນເງິນທຶນໂດຍກົງເຂົ້າງົບປະມານຂອງປະເທດຄູ່ຮ່ວມງານ ເຊິ່ງເງິນທຶນງົບປະມານດັ່ງກ່າວຈະຖືກຄຸ້ມຄອງໂດຍການນຳໃຊ້ລະບົບທີ່ມີຢູ່ຂອງປະເທດນັ້ນ. ການໄວ້ເນື້ອເຊື່ອໃຈ ແລະ ຄວາມເປັນເຈົ້າຂອງລັດຖະບານ ສປປ ລາວ ຖືວ່າເປັນສອງຫຼັກການທີ່ຈະໃຊ້ເປັນແນວທາສະໜັບສະໜູນຂັ້ນຕອນຕະຫຼອດການດຳເນີນງານ. ການຊ່ວຍເຫຼືອງົບປະມານນອກຈາກຈະຊ່ວຍສ້າງໃຫ້ໜ່ວຍງານຮັບຜິດຊອບງົບປະມານມີປະສິດທິພາບ ແລະ ປັບປຸງການ
ມີຄວາມຮັບຜິດຊອບ, ຜົນຂອງການຄົ້ນຄວ້າຫຼ້າສຸດເຮັດໃຫ້ມີຫຼັກຖານທີ່ຊີ້ໃຫ້ເຫັນວ່າການຊ່ວຍເຫຼືອງົບປະມານຍັງແມ່ນວິທີການໜຶ່ງທີ່ມີປະສິດພາບເພື່ອສົ່ງເສີມຄວາມໂປ່ງໄສ ແລະ ຄວາມຮັບຜິດຊອບຂອງລັດຖະບານພ້ອມທັງສະໜັບສະໜູນຄວາມພະຍາຍາມໃນການຫຼຸດການສໍ້ລາດບັງຫຼວງເຊິ່ງເປັນບັນຫາຮ້າຍແຮງທີ່ຍັງກະທົບພາບພົດຂອງປະເທດລາວ ແລະ ຊື່ສຽງທົ່ວໂລກ.

ຂໍ້ໂຕ້ແຍ້ງທີ່ຂ້າພະເຈົ້າພະຍາຍາມທີ່ຈະອະທິບາຍກໍຄື: ເວົ້າລວມແລ້ວທຸກຝ່າຍຕ່າງກໍໄດ້ຜົນປະໂຫຍດການຊ່ວຍເຫຼືອງົບປະມານຊ່ວຍໃຫ້ເຮົາມີພື້ນທີ່ທີ່ຕ້ອງການເພື່ອສົນທະນາປຶກສາຫາລືກັບອຳນາດການປົກຄອງຂອງລາວ ຄຽງຄູ່ກັບບັນດາພາກສ່ວນທີ່ກ່ຽວຂ້ອງທັງໝົດນອກເໜືອໄປຈາກການຫຼຸດຄ່າໃຊ້ຈ່າຍໃນການດຳເນີນງານເພື່ອສະໜອງການຊ່ວຍເຫຼືອຂອງສະຫະພາບເອີຣົບ.

ຕົວຢ່າງດີທີ່ສຸດຂອງການຮ່ວມມືຢ່າງມີປະສິດທິພາບຈາກຮູບແບບການຊ່ວຍເຫຼືອງົບປະມານໃນລາວແມ່ນແຜນງານສະໜັບສະໜູນການສຶກສາຂັ້ນພື້ນຖານທີ່ມີຈຸດປະສົງເພື່ອຮັບປະກັນການເຂົ້າເຖິງການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ແລະ ເພື່ອສ້າງໃຫ້ໄວໜຸ່ມລາວມີທັກສະ ແລະ ສັກກະຍະພາບ
ທີ່ພຽງພໍ.ໃນຖານະທີ່ເປັນສ່ວນໜຶ່ງຂອງແຜນງານດັ່ງກ່າວ, ເມື່ອບໍ່ດົນມານີ້ພວກເຮົາໄດ້ເລີ່ມຈັດການສົນທະນາປຶກສາຫາລືໂດຍກົງກັບລັດຖະບານໂດຍຜ່ານຄະນະກຳມະການຊີ້ນຳການຊ່ວຍເຫຼືອງົບປະມານຈາກສະຫະພາບເອີຣົບທີ່ມີຕາງໜ້າຈາກບັນດາກະຊວງຕ່າງໆເຖິງແມ່ນວ່າແຜນງານດັ່ງກ່າວຈະຍັງບໍ່ທັນໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນທາງການໃນປີນີ້ກໍຕາມ. ພ້ອມດຽວກັນນີ້ພວກເຮົາກໍພວມກຽມຄວາມພ້ອມທີ່ຈະເລີ່ມການຊ່ວຍເຫຼືອງົບປະມານຈາກສະຫະພາບເອີຣົບສຳລັບຂະແໜງໂພຊະນາການ.

ໂດຍລວມແລ້ວ: ເຫັນໄດ້ວ່າຄວາມພະຍາຍາມຂອງລັດຖະບານລາວເພື່ອໃຫ້ບັນລຸຄວາມດຸ່ນດ່ຽງດ້ານການພັດທະນາ-ສັງຄົມແມ່ນໄດ້ຮັບຜົນຕອບແທນ.ຂ້າພະເຈົ້າຂໍຍ້ຳຕື່ມອີກວ່າ: ລະດັບຄວາມໝາຍໝັ້ນຂອງສະຫະພາບເອີຣົບບໍ່ໄດ້ຂຶ້ນກັບການມີສ່ວນຮ່ວມຂອງບຸກຄົນອື່ນ ແລະ ມັນເຫັນໄດ້ຢ່າງຊັດເຈນ. ພວກເຮົາມີຫຼາຍຢ່າງທີ່ຄ້າຍຄືກັນ, ແຕ່ສິ່ງສຳຄັນທີ່ສຸດແມ່ນພວກເຮົາຕ້ອງໃຊ້ປະໂຫຍດຈາກທ່າແຮງທີ່ຍັງບໍ່ໄດ້ໃຊ້ຂອງສາຍພົວພັນພວກເຮົາ.ຂ້າພະເຈົ້າມີຄວາມໝັ້ນໃຈພວກເຮົາຈະກ້າວຂ້າມຂົວນັ້ນພ້ອມກັນເມື່ອພວກເຮົາມາຮອດຈຸດນັ້ນ. ໃນລາວທຸກສິ່ງທຸກຢ່າງເກີດຂຶ້ນໄດ້ແມ່ນລ້ວນແຕ່ຕ້ອງໃຊ້ເວລາ.

(ລາຍລະອຽດ ສາມາດຊອກຊື້ອ່ານທາງວາລະສານ ທາເກັດ ໄດ້ ໃນສະບັບທີ 139 ເດືອນກຸມພາ  2018 ຕາມ M Point Mart, Jeffy Mart ແລະ  U  Express  ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

The EU is now one of Laos’ biggest development partners in terms.

 EU Ambassador to the Lao PDR Leon Faber has granted Target magazine with the opportunity of an in-depth interview pertaining to ever-closer relations and cooperation between Laos and the EU, and has given us a thorough presentation on EU role, objectives and his commitment to further engage with the Lao PDR.  After some time of navel-gazing about its own existential crises, Europe has now embarked in a forward-thinking journey to re-invent itself and intensify relations with Southeast-Asia and the Lao PDR in particular.

How to do you assess the evolution of the Lao PDR-EU relations over the past year?

After a rather slow evolution of the relations between the Lao PDR and the European Union over the first decades when both sides did not feel a deep urge to seek each other out, we have now reached a point where we want to get a better knowledge and understanding of each other for our mutual benefit and our partnership to be sound and genuine.

Understanding the European Union (EU) is not an easy thing. The long and the short of it, the EU is not a country, nor is it a typical international organization.It is a mixture of the two. This idea of Europe grew out of a desire for peace in a war-torn and divided continent. The result was a deal signed by six nations to cobble together their coal and steel resources in 1950. Seven years later a treaty signed in Rome created the European Economic Community (EEC) – the foundations of today’s European Union.

The EU has grown steadily from its six founding members to 28 countries. EU Member States have agreed to share some of their sovereignty but the EU’s powers come entirely from Member States. Following this, the Union has exclusive competence in areas such as the customs union, agriculture policy, monetary policy (for the Eurozone) and the trade and investment policy. Several bodies run this complex machinery. The EU Council represents national governments. The Parliament is directly elected by the people and the European Commission is the EU’s executive arm. Other bodies, like the Court of Justice, the Court of Auditors, the European Central Bank, only to name these, contribute to a well-functioning Union that is proud to be based on Treaties and the rule of law.

The above-mentioned period characterised by a certain amount of caution in our relations seems a bygone era to us now. Since 1975, Laos and the EU have enjoyed friendly relations that continue to expand staggeringly, as evidenced bythe upgrade of the EU Mission to Laos and my appointment as the first-ever EU resident Ambassador to the Lao PDR in 2016.

To speak and act as one in world affairs, the EU has established the European External Action Service (EEAS), the EU’s diplomatic corps upon the entry into force of the Treaty of Lisbon in 2009. The EU Delegation to the Lao PDR is part of that corps and is made up of EU officials as well as Diplomats from EU Member States. The EU Delegation is a diplomatic mission in the same sense as are those of States as laid down in the Vienna Convention.

 

Our common work spans from trade to governance, from protecting our environment to education issues. The EU put the stress on education, nutrition and governance, but also tackles issues such as UXO clearance, gender equality and climate change. More importantly, the EU is now one of Laos’ biggest development partners in termsof grant aid for development cooperation and humanitarian assistance.

Our unwavering support to the Lao PDR in its efforts to achieve the Millennium Development Goals will continue, as an important “unfinished business” in the fight against poverty. We are also striving to provide assistance and support for the achievement of the newly set Sustainable Development Goals in the country.

Europe and Laos are a world apart, but many of the challenges we face are similar. Ultimately, we need to do more to promote understanding and nurture networks of cultural, economic and political relations, which in turn could increase mutual empathy and support.

What challenges, opportunities and bottlenecks do you identify on development cooperation side?

Our relationship is in a pretty good shape and there is enough forward momentum to keep it on an upward trajectory. We don’t want just to celebrate 20 years of – formal – cooperation, but also build a strong and robust relationship in the future. A good example of this is trade with Laos, where we hope to get ahead, to bring down barriers and open new doors for business people and investors.

We, as Europeans, acknowledge that globalisation comes along with a lot of uncertainty, but it also has an immense economic potential, which we can only fulfil if we engage together, cooperatively. In the economic field, the EU in Laos is operating far below its potential. For instance, in terms of trade liberalization, a more enabling economic and business environment in the country would be regarded as an important milestone to advance towards a higher presence of EU companies in Laos.

At the moment, interactions and connections between our populations are the fabric and the cement of our partnership. On this basis, common work to increase trade and investment between EU and Laos should be next.

But if we want to reach the full extent of our partnership, we also dearly need to continue deepening our development cooperation. In that regard, the EU commitment to Laos is seared into a European Joint Programming for the Lao PDR 2016-2020 (JP) which pull together efforts of the EU along with EU Members States and Switzerland.

This joint development document is echoing the 8th National Social Economic Development Plan (8th NSEDP) priorities and is chiefly aiming at bridging the imbalances generated by globalisation and burgeoning Lao economy. Besides, it is also supporting the Laos journey to graduate out of the Least Developed Country status and to achieve the SDGs. Joint ownership lies at the heart of the EU cooperation programe. This document also lays out options and recommendations to enable the Lao businesses and citizens to compete in the fast-moving regional market following the establishment of the ASEAN Economic Community (AEC).

The numerous bodies and diversified channels of communication we have with Lao authorities to discuss a host of issues is another case in point. The next ASEM Summit to be held next October in Brussels would provide an ideal avenue to reenergize our mutually beneficial partnership with Laos.

Why the EU decided to deliver one part of its ODA as Budget Support?

This question points to something too many observers tend to overlook: over matters of development cooperation, project approach modalities mostly based on tightly donor-controlled projects did not always produce the intended sustainable development outcomes. Experience is the name we give to our mistakes or failings. As Europeans, we acknowledge these limitations and carefully reassessed when to use these aid modalities.

We believe and advocate that what shapes a successful cooperation has far more to do with the quality and intensity of the dialogue we have with recipient country, as it is the case with Lao authorities. We can’t also get by without a seamless coordination among donors; an important factor to be reckoned with.

Whereas other modalities are mostly disbursed against eligible expenditures, Budget Support (BS) is disbursed in accordance with the results actually achieved, while leaving policy room for manoeuvre for the government in determining the way to achieve the desired result. We’ve regarded this modality as particularly relevant in the Lao context, and as the ideal vehicle to further align with the 8th NSEDP. This method is favoured by the European Commission through 263 budget support contracts worldwide, for a portfolio of EUR 12.7 billion and payments amounting to EUR 1.7 billion in 2016.

This instrument involves the direct transfer of funds to a partner country’s budget, where they can be managed using national systems. Trust and ownership of the Lao PDR government lie as the two guiding principles underpinning the process all the way long.

While putting the fiscal house in order and improving accountability, recent findings convincingly bring broad evidence that BS is also an efficient mean to increase transparency and government accountability, and support efforts to reduce corruption; a rampant issue that still endangers Lao’s image and reputation worldwide.

The argument I’m trying to get across is that, in all, it’s a win-win for everybody. BS offers us a viable and living platform for dialogue with the Lao authorities along with all relevant stakeholders, besides considerably lowering the transaction cost of delivering assistance for the EU.

The greatest example of BS’s effective collaboration in Laos is our Basic Education Support Programme, with a view to ensure access to quality basic education and to equip Lao’s youngster with adequate skills and competences. As part of this programme, we got off to a flying start (even before the programme is formally endorsed this year!) by recently establishing a direct policy dialogue with the Government through the Inter-ministerial EU Budget Support Steering Committee.In the same vein, we are in the run-up to the launching of the EU Budget Support for the Nutrition Sector.

In all, it appears that the Lao government’s effort to achieve a healthy development-social balance have paid dividends. I reiterate that EU level of commitment does not depend on the engagement of others, and it is clearly there to stay. We are rich in commonalities, but most importantly we need to harness the untapped potential of our relation. I am quite confident, but we’ll cross that bridge when we come to it. In Laos, everything comes in the fullness of time.

Comments