Senglao content (728×90)
Senglao content (728×90)

ຄວາມໝາຍສໍາຄັນທາງດ້ານນະໂຍບາຍການຄ້າຕໍ່ກັບຕ່ອງໂສ້ມູນຄ່າໂລກ.

ແຜນປະຊາຄົມເສດຖະກິດອາຊຽນ 2025 ລວມມີພັນທະຂອງການເຮັດໃຫ້ຕ່ອງໂສ້ມູນຄ່າຂອງພາກພື້ນ ແລະ ຂອງໂລກ ເລິກເຊິ່ງຍິ່ງຂຶ້ນ ດັ່ງທີ່ຫຼາຍທ່ານຮັບຮູ້ແລ້ວວ່າ, ການຄ້າລະຫວ່າງປະເທດໃນປັດຈຸບັນແມ່ນຕິດພັນກັບຕ່ອງໂສ້ມູນຄ່າໂລກ ຊຶ່ງ ການບໍລິການ, ວັດຖຸດິບ ແລະ ຊິ້ນສ່ວນປະກອບຕ່າງໆແມ່ນເຄື່ອນຍ້າຍລະຫວ່າງປະເທດໄປຕາມຂັ້ນຕອນຂອງການຜະລິດຊຶ່ງຕັ້ງຢູ່ໃນແຕ່ລະປະເທດທີ່ແຕກຕ່າງກັນ ກ່ອນທີ່ຈະປະກອບເຂົ້າກັນເປັນຜະລິດຕະພັນສຸດທ້າຍ ເພື່ອສົ່ງໃຫ້ກັບຜູ້ຊົມໃຊ້ທົ່ວໂລກ ຊຶ່ງກວມເຖິງ 2/3 ຂອງມູນຄ່າການຄ້າໂລກ.

ການສົ່ງອອກຈາກປະເທດໜຶ່ງໄປອີກປະເທດໜຶ່ງ ສະທ້ອນໃຫ້ເຫັນເຖິງການພົວພັນກັນຢ່າງສະຫຼັບຊັບຊ້ອນທັງຜູ້ສະໜອງພາຍໃນ ແລະ ຕ່າງປະເທດ ແລະ ການສ້າງລາຍໄດ້ໃຫ້ແກ່ບັນດາວິສາຫະກິດ ແລະ ກໍາມະກອນໃນສະຖານທີ່ຕັ້ງ (ປະເທດ) ແຕກຕ່າງກັນຢ່າງກວ້າງຂວາງຜ່ານຕ່ອງໂສ້ມູນຄ່າ.  ວິສາຫະກິດທີ່ດໍາເນີນທຸລະກິດລະຫວ່າງປະເທດ ສ້າງຍຸດທະສາດສາກົນ ທີ່ຕິດພັນກັບການນໍາໃຊ້ແຫຼ່ງວັດຖຸດິບ, ການແບ່ງບາງໜ້າວຽກຂອງການດໍາເນີນງານ, ການໄປລົງທຶນໂດຍກົງຢູ່ຕ່າງປະເທດ ເພື່ອດໍາເນີນກິດຈະກໍາທີ່ຈໍາເປັນ ໃນສະຖານທີ່ຕັ້ງ/ປະເທດທີ່ມີ ວັດຖຸດິບ, ທັກສະຄວາມຮູ້ທີ່ມີຕົ້ນທຶນ ແລະ ຄຸນນະພາບທີ່ໄດ້ປຽບໃນການແຂ່ງຂັນ.

ການເຂົ້າຮ່ວມເປັນຕ່ອງໂສ້ມູນຄ່າໂລກ (GVCs) ເປັນຕົວຂັບເຄື່ອນສໍາຄັນໃນການສ້າງວຽກເຮັດງານທໍາ. ບົດສຶກສາວິໄຈຂອງອົງການ OECD ໄດ້ຄາດຄະເນວ່າ ຈໍານວນກໍາມະກອນອາຊຽນທີ່ເຂົ້າຮ່ວມໃນການຜະລິດສິນຄ້າຂັ້ນກາງທີ່ຄ້າຂາຍກັນ ຫຼື ເອີ້ນວ່າ “ກ້າວສູ່ການສ້າງວຽກເຮັດງານທໍາໃນ GVC” ແມ່ນເພີ່ມຂຶ້ນຈາກ 7,5 ລ້ານຄົນໃນປີ 1995 ມາເປັນ 18,9 ລ້ານຄົນໃນປີ 2011, ຊຶ່ງເພີ່ມຂຶ້ນ 150% ແລະ ສາມເທົ່າຂອງການສ້າງວຽກເຮັດງານທໍາໂດຍສະເລ່ຍໃນພາກພື້ນອາຊຽນ. ໂດຍລວມແລ້ວ, ພາກພື້ນອາຊຽນ ເປັນອັນດັບສອງຮອງຈາກ ສປ ຈີນ ໃນການຈ້າງງານທີ່ເຂົ້າຮ່ວມໃນ GVCs. ບົດວິໄຈຂອງ OECD ນີ້ຍັງໄດ້ສະແດງໃຫ້ເຫັນວ່າ: ສ່ວນປະກອບວັດຖຸດິບຈາກພາຍໃນພາກພື້ນອາຊຽນໃນຜະລິດຕະພັນສົ່ງອອກ ໄດ້ຫຼຸດລົງບາງສ່ວນຕະຫຼອດທົດສະວັດຜ່ານມາ, ໃນຂະນະທີ່ ມູນຄ່າລວມຂອງການສົ່ງອອກເຫຼົ່ານັ້ນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.​ ສິ່ງນີ້ ຊີ້ໃຫ້ເຫັນຈະແຈ້ງກ່ຽວກັບຜົນປະໂຫຍດສໍາຄັນຈາກ GVCs, ຕ.ຢ. ການເປີດກວ້າງຕໍ່ກັບການນໍາເຂົ້າຈາກນອກພາກພື້ນ ກໍແມ່ນສໍາຄັນຍິ່ງໃນການຜະລິດສົ່ງອອກສິນຄ້າທີ່ໄດ້ປຽບໃນການແຂ່ງຂັນ.

ການຄ້າໃນປະຈຸບັນ ແມ່ນການດໍາເນີນງານລະດັບໂລກ, ໃນຂະນະທີ່ ຈຸດສຸມຂອງນະໂຍບາຍການຄ້ານັບແຕ່ປີ 1995 ເປັນຕົ້ນມາ ໄດ້ສຸມໃສ່ການເຈລະຈາ ສັນຍາການຄ້າທີ່ໃຫ້ສິດທິພິເສດທາງດ້ານພາສີໃຫ້ແກ່ກັນ, ໂດຍທົ່ວໄປ ກໍແມ່ນບົນພື້ນຖານຂອງການຮ່ວມມືພາກພື້ນ. ບັນດາວິສາຫະກິດແມ່ນໄດ້ສ້າງຄວາມຫຼາກຫຼາຍທາງດ້ານຍຸດທະສາດການສະໜອງວັດຖຸດິບ ແລະ ໄດ້ນໍາເຂົ້າວັດຖຸດິບຈາກບັນດາເສດຖະກິດທີ່ພວມຂະຫຍາຍຕົວສູງ, ສະນັ້ນຈຶ່ງເຮັດໃຫ້ເກີດການເພີ່ມຂຶ້ນຂອງສ່ວນແບ່ງມູນຄ່າ-ເພີ່ມຈາກນອກກຸ່ມພາກພື້ນໃນສິນຄ້າສົ່ງອອກຈາກ ອາຊີ, ເອີຣົບ, ອາເມລິກາເໜືອ ແລະ ອາເມລິກາໃຕ້. ມີພຽງແຕ່ ສະຫະພາບເອີຣົບເທົ່ານັ້ນ, ທີ່ສ່ວນແບ່ງມູນຄ່າ-ເພີ່ມຈາກພາຍໃນກຸ່ມ ຍັງສູງກວ່າ ສ່ວນແບ່ງມູນຄ່າ-ເພີ່ມຈາກນອກກຸ່ມ. ແຕ່ວ່າ ທ່າອ່ຽງກໍຄ້າຍຄືກັນ ເພາະວ່າ ບັນດາວິສາຫະກິດໃນເອີຣົບ ແມ່ນເພິ່ງພາການນໍາເຂົ້າວັດຖຸດິບຈາກນອກກຸ່ມເອີຣົບນັບມື້ນັບເພີ່ມຂຶ້ນ.

ບັນດາມາດຕະການປົກປ້ອງການຄ້າຕໍ່ກັບການນໍາເຂົ້ານັ້ນ ເຮັດໃຫ້ຕົ້ນທຶນໃນການຜະລິດເພີ່ມຂຶ້ນ ແລະ ຫຼຸດຜ່ອນຄວາມສາມາດຂອງປະເທດໃນການແຂ່ງຂັນໃນຕະຫຼາດສົ່ງອອກ ແລະ ການເຂົ້າຮ່ວມ GVCs. ເຊັ່ນດຽວກັນນັ້ນ, ມາດຕະການແຊກແຊງທາງດ້ານອັດຕາແລກປ່ຽນເງິນຕາຕ່າງປະເທດທີ່ອາດເນັ້ນເປົ້າໝາຍໃນການສ້າງຄວາມໄດ້ປຽບໃນການແຂ່ງຂັນສໍາລັບຜູ້ສົ່ງອອກນັ້ນ ນັບມື້ນັບບໍ່ມີປະສິດທິຜົນ, ເນື່ອງຈາກວ່າ ຜົນປະໂຫຍດທີ່ໄດ້ຈາກການສົ່ງອອກຍ້ອນຄ່າເງິນຕໍ່ານັ້ນ ຢ່າງໜ້ອຍສ່ວນໜຶ່ງແມ່ນຖືກສູນເສຍໄປຍ້ອນ ວັດຖຸດິບທີ່ນໍາເຂົ້າ, ສິນຄ້າທຶນ ແລະ ການບໍລິການມີຕົ້ນທຶນລາຄາສູງຂຶ້ນ.

ຕ່ອງໂສ້ມູນຄ່າໂລກ ໄດ້ຫັນປ່ຽນການຄ້າໂລກ ແລະ ຜູ້ສ້າງນະໂຍບາຍການຄ້າ ຈໍາເປັນຕ້ອງໄດ້ທົບທວນຄືນເຖິງຄວາມເປັນຈິງຂອງທຸລະກິດ GVCs. ຕະຫຼອດໄລຍະສອງທົດສະວັດຜ່ານມາ, ໄດ້ມີການປ່ຽນແປງອັນສໍາຄັນ ທັງທາງດ້ານໂຄງສ້າງ ແລະ ຮູບແບບຂອງການຄ້າ ຊຶ່ງເຮັດໃຫ້ຕ້ອງໄດ້ມີການປະເມີນຄືນເຖິງວັດຖຸປະສົງຂອງນະໂຍບາຍການຄ້າແບບດັ້ງເດີມ. ສ່ວນໃຫຍ່ການຄ້າປະກອບດ້ວຍສິນຄ້າຂັ້ນກາງ ແລະ ສິນຄ້າທຶນ. ການແບ່ງບາງກິດຈະກໍາໃນການດໍາເນີນງານຂອງທຸລະກິດ ເຊັ່ນ ການຜະລິດລະຫວ່າງປະເທດນີ້ ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງປະເທດທີ່ຈະຕ້ອງການເຂົ້າຮ່ວມ ຕ້ອງໄດ້ມີນະໂຍບາຍການຄ້າ ແລະ ການລົງທຶນທີ່ເປີດກວ້າງ, ສາມາດຄາດການໄດ້ ແລະ ມີຄວາມໂປ່ງໃສ ເນື່ອງຈາກວ່າ ພາສີ, ມາດຕະການທີ່ບໍ່ແມ່ນພາສີ ແລະ ມາດຕະການຈໍາກັດການຄ້າອື່ນໆ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຜູ້ສະໜອງຕ່າງປະເທດ,​ ແຕ່ສົ່ງຜົນຕໍ່ຜູ້ຜະລິດພາຍໃນເຊັ່ນກັນ. ພ້ອມນັ້ນ, ສິ່ງສໍາຄັນຍິ່ງ ໃນການໃຫ້ຄວາມສໍາຄັນກັບນະໂຍບາຍທີ່ສະໜັບສະໜູນອື່ນໃນເຂົ້າຮ່ວມໃນ GVCs ເພື່ອໃຫ້ເກີດການເຕີບໂຕທາງດ້ານເສດຖະກິດ ແລະ ການສ້າງວຽກເຮັດງານທໍາທີ່ທົ່ວເຖິງ.

ສະບັບໜ້າ, ຈະໄດ້ນໍາສະເໜີຕື່ມກ່ຽວກັບນະໂຍບາຍການຄ້າທີ່ສໍາຄັນໃນການເຂົ້າຮ່ວມ GVCs.

(ວາລະສານ ທາເກັດ ສະບັບທີ 139 ເດືອນກຸມພາ  2018 ຕາມ M Point Mart, Jeffy Mart ແລະ  U  Express  ຫຼື ສອບຖາມຈອງເປັນ ສະມາຊິກ ໄດ້ທີເບີ 021 216 666)

Trade Policy Implications of Global Value Chains.

The AEC Blueprint 2025 includes commitments on deepening regional and global value chains. As you may be aware, international trade nowadays increasingly involves global value chains (GVCs), where services, raw materials, parts, and components are exchanged across different countries where different stages of the production process are located before being incorporated in final products that are shipped to consumers all over the world, accounted for third quarter of the world trade.

Today, exports from one country to another are reflecting complex interactions among a variety of domestic and foreign suppliers and create income for firms and workers in widely separated locations through GVC arrangements. Firms dealing with international trade have international strategies to engage in foreign outsourcing and foreign direct investment and carry out their activities wherever the necessary skills and materials are available at a competitive cost and appropriate quality.

GVC participation is an important driver of job creation. OECD analysis estimates that the number of ASEAN workers engaged in producing the intermediates traded within GVCs—”forward GVC jobs”—grew from 7.5 million in 1995 to 18.9 million in 2011, an increase of 150% and three times the average rate of job creation in the region. As a whole, the ASEAN region is second only to China in the employment of workers participating in GVCs. OECD research also shows that while the share of domestic content in exports has fallen slightly in ASEAN over the last decade, the total value of those exports has grown considerably. This underscores a key benefit from GVCs; openness to imports is critical to producing competitive exports.

Trade is becoming more global while the focus of trade policy since 1995 has been on the negotiation of preferential trade agreements—often on a regional basis. Companies have increasingly diversified their sourcing strategies and have increasingly imported inputs from emerging economies, thus leading to an increase in the share of extra-regional value added to the exports of Asia, Europe, and North and South America. It is only in the European Union that the share of intra-regional value-added remains higher than the share of extra-regional value-added. But the trend has been similar; EU companies are relying more and more on extra-EU inputs.

Protection measures against such imports increase costs of production and reduce a country’s ability to compete in export markets and to participate in GVCs. Similarly, currency interventions which may aim at creating a competitive advantage for exporters lose relevance, as any export advantage gained from a cheaper currency is at least partially eroded by the cost of more expensive imported inputs and capital goods or services.

Global value chains have transformed world trade and trade policymakers need to take stock of the reality of business in GVCs. Over the last two decades, there has been an important shift in world trade. Both the structure and patterns of trade have changed, leading to a re-assessment of traditional trade policy objectives. Trade consists mostly of intermediate and capital products. The growing fragmentation of production across borders highlights the need for countries to have an open, predictable, and transparent trade and investment regime as tariffs, non-tariff barriers, and other restrictive measures impact not only on foreign suppliers, but also on domestic producers. It is crucial to take into account the importance of an ambitious complementary policy agenda to leverage engagement in GVCs into more inclusive growth and employment.

In the next issue, we will have further discussion on trade policies for engagement in GVCs.

 

 

 

 

 

 

 

 

 

 

Comments