Senglao content (728×90)

40 ແຫ່ງການເຕີບໃຫ່ຍ ເຂັ້ມແຂງ ເສດຖະກິດໝັ້ນທ່ຽງ ປະຊາຊົນຢູ່ດີກິນດີ

40 ແຫ່ງການເຕີບໃຫ່ຍ ຂັ້ມແຂງ

ເສດຖະກິດໝັ້ນທ່ຽງ ປະຊາຊົນຢູ່ດີກິນດີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ( 02/12/1975 – 02/12/2015 ) ທີ່ຈະມາເຖິງນີ້ ທາງວາລະສານ ທາເກັດ (Target) ໄດ້ຮັບກຽດເປັນຢ່າງສູງຈາກ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ແຫ່ງ ສ.ປ.ປ. ລາວ ທີ່ໃຫ້ສໍາພາດຂຶ້ນປົກ ແລະ ຍົກໃຫ້ເຫັນຜົນງານພົ້ນເດັ່ນຂອງພັກ-ລັດຖະບານໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 40 ປີຜ່ານມາ, ໂດຍສະເພາະທ່ານໄດ້ເນັ້ນໜັກແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແຕ່ລະໄລຍະຈາກປີ 1976 ຈົນເຖິງປີ 2015.

ຂໍອະນຸຍາດຮຽນຖາມທ່ານວ່າ: ການພັດທະນາເສດຖະກິດ-ສັງຄົມ ໃນ 40 ປີຜ່ານມາມີບາດກ້າວຂະ
ຫຍາຍຕົວຄືແນວໃດ?

ຕະຫຼອດໄລຍະເວລາ 40 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ, ສປປ ລາວ
ນັບມື້ນັບໄດ້ຮັບການພັດທະນາເປັນກ້າວໆມາ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນບັນເຜົ່າໄດ້
ຮັບການປົວແປງນັບມື້ນັບດີຂຶ້ນພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ແລະ ລັດຖະບານ, ໄດ້
ມີການດັດປັບແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະໃຫ້ສອດຄ່ອງກັບສະ
ພາບການທັງພາຍໃນ ແລະ ສາກົນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີ
ສະຖຽນລະພາບ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ລັດຖະບານໄດ້ຖືເອົາແຜນພັດທະນາເສດ
ຖະກິດ-ສັງຄົມ ເປັນເຄື່ອງມືສຳຄັນໃນການກຳນົດທິດທາງພັດທະນາໃນໄລຍະສ້າງສາປະເທດ, ເຊິ່ງ
ໄດ້ສະແດງອອກໃນແຜນການປະຈຳປີ, 5 ປີ, ແຜນຍຸດທະສາດ 10 ປີ ແລະ 20 ປີ, ໃນແຕ່ລະໄລຍະ
ເຫັນວ່າມີການພັດທະນາທີ່ດີຂຶ້ນມາໂດຍຕະຫຼອດ ເຖິງວ່າຈະໄດ້ຮັບຜົນກະທົບຈາກປັດໃຈພາຍໃນ
ແລະ ພາຍນອກເປັນຕົ້ນ: ວິກິດການການເງິນ 1997,ສະພາບຖົດຖອຍເສດຖະກິດສະຫະພາບເອີຣົບ
ແລະໄພພິບັດທາງທຳມະຊາດ. ແຜນພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະລັດຖະບານໄດ້
ປັບປ່ຽນໄປຕາມສະພາບເພື່ອໃຫ້ແທດເໝາະກັບກາລະໂອກາດ ແລະ ເປີດກວ້າງການຮ່ວມມື, ສ້າງ
ເພື່ອນມິດໃນທົ່ວໂລກເພື່ອຍາດແຍ່ງເອົາບົດຮຽນ, ການຊ່ວຍເຫຼືອ, ການລົງທຶນ, ເຕັກໂນໂລຊີທີ່ກ້າວ
ໜ້າໃນໂລກ; ຊຶ່ງໝາກຜົນຂອງການພັດທະນາໃນແຕ່ລະໄລຍະມີດັ່ງນີ້:

  • ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ1976-1977: ແມ່ນແຜນການປະຈຳປີຄັ້ງທຳອິດ
    ຂອງ ສປປ ລາວ ເຊິ່ງເປົ້າໝາຍຕົ້ນຕໍແມ່ນຮຳບາດແຜສົງຄາມ ແລະ ຟື້ນຟູພື້ນຖານໂຄງລ່າງເສດຖະ
    ກິດ-ສັງຄົມ ທີ່ຖືກທຳລາຍມ້າງເພຈາກສົງຄາມໂດຍແນໃສ່ບູລະນະ ແລະ ຟື້ນຟູການຜະລິດກະສິກຳ,
    ອຸດສາຫະກຳ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ທຳມາຫາກິນ, ສາມາດຟື້ນຟູໂຮງຈັກໂຮງງານເພື່ອຮັບໃຊ້
    ພຶື້ນຖານການຜະລິດເຊັ່ນ: ໂຮງງານໄຟຟ້າ, ນ້ຳປະປາ, ໂຮງງານສ້ອມແປງກົນຈັກ, ໂຮງງານປຸງແຕ່ງ
    ອາຫານ, ປົວແປງ ແລະ ຟື້ນຟູລະບົບຄົມມະນາຄົມຂົນສົ່ງເພື່ອຮັບປະກັນການຈໍລະຈອນສິນຄ້າ ແລະ
    ການໄປມາສະດວກສະບາຍ. ດ້ານການສຶກສາ ແລະສາທາລະນະສຸກ ກໍເຫັນວ່າໄດ້ມີບາດກ້າວຂະຫຍາຍ
    ຕົວໄວ ເຫັນໄດ້ຈາກການຟື້ນຟູໂຮງຮຽນສາມັນທົ່ວປະເທດ ແລະ ຂະຫຍາຍໂຮງຮຽນໃໝ່ 100 ກວ່າ
    ແຫ່ງ; ໂຮງໝໍຫຼາຍແຫ່ງກໍໄດ້ປັບປຸງ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
  • ແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ1978-1980: ເປົ້າໝາຍຕົ້ນຕໍແມ່ນສືບຕໍ່ຟື້ນຟູ
    ເສດຖະກິດ-ສັງຄົມຫຼັງສົງຄາມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ນັບ
    ດີຂຶ້ນ ໂດຍໄດ້ເນັ້ນໜັກໃສ່ການພັດທະນາເສດຖະກິດເປັນສຳຄັນ ແນໃສ່ສ້າງເງື່ອນໄຂໃຫ້ປະຊາຊົນ ມີ
    ທີ່ຢູ່ອາໃສ ແລະ ມີບ່ອນທຳມາຫາກິນເປັນປົກກະຕິ, ຟື້ນຟູເນື້ອທີ່ການຜະລິດກະສິກຳ, ປົວແປງຄືນບາງ
    ຕົວເມືອງທີ່ຖືກທຳລາຍໃນປາງສົງຄາມ, ຟື້ນຟູໂຮງງານອຸດສາຫະກຳທີ່ມີຢູ່ໃຫ້ສາມາດເຄື່ອນໄຫວໄດ້.

ຜົນງານທີ່ພົ້ນເດັ່ນ ແມ່ນສາມາດຟື້ນຟູນາເຮື້ອ ແລະ ຊ່າວນາໃໝ່ໄດ້ເກືອບ 100.000 ເຮັກຕາ ເຊິ່ງ
ສາມາດຜະລິດ ແລະ ເກັບກ່ຽວເຂົ້າໄດ້ເຖິງ 1 ລ້ານກວ່າໂຕນ; ບັນດາໂຮງງານປຸງແຕ່ງກະສິກຳ ກໍມີ
ການຂະຫຍາຍຕົວເຊັ່ນ: ໂຮງງານປຸງແຕ່ງອາຫານສັດ, ໂຮງງານຜະລິດຢາວັກແຊງ, ໂຮງງານສ້ອມ
ແປງລົດໄຖນາ ແລະ ໄດ້ຂະຫຍາຍອຸດສາຫະກຳນ້ອຍຫຼາຍແຫ່ງ, ໄດ້ສຳເລັດການກໍ່ສ້າງເຂື່ອນໄຟ
ຟ້ານໍ້າງື່ມໄລຍະ 2 ເຊິ່ງໄດ້ຍົກຄວາມສາມາດຜະລິດໄຟຟ້າຈາກ 30.000 ກິໂລວັດ ເປັນ 110.000
ກິໂລວັດ; ໄດ້ເອົາໃຈໃສ່ກໍ່ສ້າງສ້ອມແປງ ແລະ ບູລະນະພື້ນຖານໂຄງລ່າງຈຳນວນໜຶ່ງ ທີ່ຖືກທຳລາຍ
ຈາກສົງຄາມຄືນໃໝ່ ເຊັ່ນ: ລະບົບຊົນລະປະທານ, ສາງເຄື່ອງ, ທໍ່ສົ່ງນໍ້າມັນ, ອ່າງເກັບນ້ຳມັນ, ໂຮງຮຽນ,
ໂຮງໝໍ, ສຳນັກງານອົງການຕ່າງໆ; ໄດ້ເອົາໃຈໃສ່ເປີດກ້ວາງ ແລະ ຂະຫຍາຍຕາໜ່າງການສຶກສາໃຫ້
ນັບມື້ນັບຂະຫຍາຍຕົວຮອດປີ 1980 ສາມາດລຶບລ້າງຄວາມບໍ່ຮູ້ໜັງສືຂອງປະຊາຊົນໄດ້ 80%, ວຽກ
ງານສາທາລະນະສຸກ ກໍໄດ້ຮັບການປັບປຸງໃນລະດັບດີສົມຄວນສະແດງອອກທຸກແຂວງ ແລະ ເມືອງ
ໄດ້ມີໂຮງໝໍ ແລະ 1/3 ຂອງຈຳນວນບ້ານທັງໝົດ ໄດ້ມີຖົງຢາປະຈຳບ້ານ.

  • ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ I (1981-1985): ເປັນແຜນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ໂດຍສະເພາະ ການຈັດຕັ້ງຜັນຂະຫຍາຍການປະຕິບັດ 3 ປະການ (ການປະຕິວັດການພົວພັນການຜະລິດ, ການປະຕິວັດເຕັກນິກ-ວິທະຍາສາດ ແລະ ການປະຕິວັດວັດທະນະທຳ) ເພື່ອແນໃສ່ການຫັນຈາກກະສິກຳ-ປ່າໄມ້ ເປັນພື້ນຖານໃຫ້ແກ່ການຂະຫຍາຍອຸດສາຫະກຳ. ໃນໄລຍະນີ້ເສດຖະກິດຂອງ ສປປ ລາວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງລວມຍອດຜະລິດຕະພັນພາຍໃນໄດ້ເພີ່ມຂຶ້ນຈາກ 7.988 ລ້ານກີບ ໃນປີ 1980 ເປັນ 12.023 ລ້ານກີບ ໃນປີ 1985, ສະເລ່ຍແລ້ວແມ່ນເພີ່ມຂຶ້ນປະມານ 8,4% ຕໍ່ປີ. ລາຍຮັບສະເລ່ຍຕໍ່ຫົວຄົນກໍໄດ້ເພີ່ມຂຶ້ນຈາກ 2,4ລ້ານກີບ/ຄົນ/ປີ ໃນປີ 1980 ເປັນ 3,4ລ້ານກີບ/ຄົນ/ປີໃນປີ 1985; ດ້ານກະສິກຳ ໄດ້ມີການຂະຫຍາຍຕົວ, ເດັ່ນກວ່າໝູ່ແມ່ນການຜະລິດເຂົ້າ ແລະ ພືດສະບຽງອາຫານເພີ່ມຂຶ້ນຈາກ 1,05 ລ້ານໂຕນ ໃນປີ 1980 ເປັນ 1,4 ລ້ານໂຕນ ໃນປີ 1985 ສະເລ່ຍເພີ່ມຂຶ້ນ6%/ປີ; ດ້ານອຸດສາຫະກຳກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 1.264 ລ້ານກີບ ໃນປີ 1980 ເປັນ 3.053 ລ້ານກີບ ໃນປີ 1985 ໂດຍສະເລ່ຍເພີ່ມຂຶ້ນ 23,6%;ດ້ານພື້ນຖານໂຄງລ່າງແມ່ນເລັ່ງໃສ່ກໍ່ສ້າງພື້ນຖານໂຄງລ່າງສຳລັບກະສິກຳ, ອຸດສາຫະກຳ, ຄົມມະນາຄົມຂົນສົ່ງ; ດ້ານການສຶກສາກໍມີການພັດທະນາ ແລະ ຂະຫຍາຍຕົວເຊິ່ງໂຮງຮຽນສາມັນ ໄດ້ເພີ່ມຂຶ້ນ ຈາກ 6.452 ແຫ່ງ ໃນປີ 1980 ເປັນ 8.033 ແຫ່ງໃນປີ 1985 ສິ່ງທີ່ພົ້ນເດັ່ນໃນໄລຍະນີ້ ແມ່ນການສຶກສານອກລະບົບທີ່ເລັ່ງໃສ່ການລົບລ້າງຄວາມບໍ່ຮູ້ໜັງສືຂອງປະຊາຊົນ; ວຽກງານສາທາລະນະສຸກ ໃນໄລຍະນີ້ໄດ້ມີການຂະຫຍາຍຕົວສະແດງອອກໃນການເພີ່ມຂຶ້ນຂອງຈຳນວນໂຮງໝໍຈາກ 118 ແຫ່ງ ໃນປີ 1980 ເປັນ 124 ແຫ່ງ ໃນປີ 1985.
  • ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II(1986-1990): ແມ່ນແຜນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກຊຶ່ງເປົ້າໝາຍຕົ້ນຕໍແມ່ນການສ້າງໂຄງປະກອບເສດຖະກິດກະສິ
    ກຳ-ປ່າໄມ້, ອຸດສາຫະກຳ ແລະ ການບໍລິການ, ປັບປຸງ ແລະ ສ້າງຂໍ້ກຳນົດກົດລະບຽບ, ກົດໝາຍການ
    ຄຸ້ມຄອງເສດຖະກິດ-ສັງຄົມຕາມກົນໄກໃໝ່ ເປີດກວ້າງການຮ່ວມມືກັບຕ່າງປະເທດ, ພັດທະນາການ
    ສຶກສາ, ສາທາລະນະສຸກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ເຖິງວ່າຈະເປັນໄລຍະທຳ
    ອິດຂອງການປະຕິຮູບເສດຖະກິດໃໝ່ເຊິ່ງປະສົບພົບພໍ້ກັບຄວາມຫຍຸ້ງຍາກຫຼາຍປະການ ແຕ່ອັດຕາ
    ການເຕີບໂຕຂອງເສດຖະກິດກໍມີທ່າກ້າວ ແລະ ຢູ່ໃນລະດັບ 4,4%, ອັດຕາເງິນເຟີ້ ໄດ້ຫຼຸດລົງ ຈາກ
    30,3% ໃນປີ 1985 ມາເປັນ 19,6% ໃນປີ 1990.

ໃນໄລຍະນີ້ຂະແໜງອຸດສາຫະກຳ ແລະ ຫັດຖະກຳມີການຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 8% ຕໍ່
ປີ, ຕົ້ນຕໍແມ່ນມາຈາກອຸດສາຫະກຳປຸງແຕ່ງ, ອຸດສາຫະກຳຕັດຫຍິບ, ບໍ່ແຮ່ ແລະ ພະລັງງານເຊິ່ງແມ່ນຜົນຈາກການໄຫຼເຂົ້າມາຂອງການລົງທຶນຈາກຕ່າງປະເທດ. ຂະແໜງກະສິກຳ-ປ່າໄມ້ ກໍມີການຂະຫຍາຍ
ຕົວໃນລະດັບສະເລ່ຍ 3,4%, ເນື້ອທີ່ການຜະລິດກະສິກຳໄດ້ເພີ່ມຂຶ້ນໃນແຕ່ລະປີ ໂດຍສະເພາະເນື້ອ
ທີ່ການຜະລິດເຂົ້າໄດ້ເພີ່ມຂຶ້ນເຖິງ 40%, ເດັ່ນກວ່າໝູ່ແມ່ນການຜະລິດສາລີ ໄດ້ເພີ່ມຂຶ້ນຫຼາຍກວ່າສອງ
ທົບຈາກ 33.332 ໂຕນ ໃນປີ 1985 ເປັນ 81.823ໂຕນໃນປີ 1990 ໃນໄລຍະນີ້ໄດ້ມີການປະຕິຮູບ
ການຄ້າ ແລະ ອັດຕາພາສີນຳເຂົ້າໄດ້ຫຼຸດລົງຈາກ1-200% ເຫຼືອພຽງ 0-70% ເຊິ່ງເປັນການຊຸກຍູ້
ໃຫ້ຂະແໜງການຄ້າມີການຂະຫຍາຍຕົວ ໂດຍສະເພາະການນຳເຂົ້າສິນຄ້າຈາກຕ່າງປະເທດ ໄດ້ເພີ່ມ
ຂຶ້ນຈາກ 127 ລ້ານໂດລາ ໃນປີ 1989 ເປັນ 200 ລ້ານໂດລາໃນປີ 1990. ສຳລັບວຽກງານການສຶກ
ສາໄດ້ມີການເພີ່ມຂຶ້ນຢ່າງໄວວາ; ສຳລັບໂຮງຮຽນອະນຸບານຈາກ 297 ແຫ່ງ ໃນປີ 1985 ເປັນ 858
ແຫ່ງ ໃນປີ 1990 ແລະ ຈຳນວນນັກຮຽນສາມັນກໍຄ່ອຍໆເພີ່ມຂຶ້ນໃນແຕ່ລະປີມາຮອດປີ 1990 ທົ່ວ
ປະເທດມີນັກຮຽນສາມັນເຖິງ 696.000 ຄົນ, ໃນນັ້ນ ອັດຕາສ່ວນການລົງທະບຽນຂອງແມ່ຍິງໃນຊັ້ນປະ
ຖົມກໍເພີ່ມຂຶ້ນຈາກ 47% ໃນປີ 1985 ເປັນ 54%ໃນປີ 1990. ສ່ວນດ້ານສາທາລະນະສຸກແມ່ນໄດ້
ສຸມໃສ່ການພັດທະນາໂຄງລ່າງຂັ້ນສູນກາງ ເຊິ່ງສະແດງອອກຄື: ຈຳນວນໂຮງໝໍສູນກາງແມ່ນເພີ່ມຂຶ້ນ
ຈາກ 4 ແຫ່ງ ໃນປີ 1985 ເປັນ 8 ແຫ່ງ ໃນປີ 1990 ແລະ ຈຳນວນພະນັກງານແພດໄດ້ເພີ່ມຂຶ້ນໃນແຕ່ລະປີ ມາຮອດປີ 1990 ມີພະນັກງານແພດທັງໝົດ 10.000 ຄົນ.

  • ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ III (1991-1995): ແມ່ນໄລຍະສືບຕໍ່ປະຕິບັດແນວ
    ທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກທີ່ໄດ້ກຳນົດໄວ້ຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ່ V
    ຂອງພັກ. ຕົ້ນຕໍແມ່ນແນໃສ່ສືບຕໍ່ຂະບວນການຫັນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດໄປສູ່
    ເສດຖະກິດຜະລິດສິນຄ້າຕາມກົນໄກຕະຫຼາດທີ່ມີການນຳພາຂອງພັກ ແລະ ຄຸ້ມຄອງຂອງລັດ, ປັບປຸງ
    ພື້ນຖານໂຄງລ່າງ ແລະ ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ, ຂະ
    ຫຍາຍການຮ່ວມມືກັບຕ່າງປະເທດ ແລະ ດຶງດູດການລົງທຶນຂອງຕ່າງປະເທດເພື່ອສືບຕໍ່ຊຸກຍູ້ ແລະ
    ຂະຫຍາຍເສດຖະກິດຜະລິດສິນຄ້າຕາມກົນໄກຕະຫຼາດ; ໂດຍພາຍໃຕ້ການຊີ້ນຳ-ນຳພາຢ່າງໃກ້ຊິດ
    ຂອງພັກ, ລັດຖະບານໄດ້ກຳນົດ 8 ແຜນງານບູລິມະສິດແຫ່ງຊາດເພື່ອເປັນພື້ນຖານໃຫ້ແກ່ການຂະ
    ຫຍາຍການຜະລິດສິນຄ້າ ແລະ ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ໃນໄລຍະນີ້
    ແມ່ນສາມາດບັນລຸຕົວເລກການເຕີບໂຕເສດຖະກິດໃນລະດັບສະເລ່ຍ 6,85%, ໂຄງປະກອບກະສິກຳ-
    ປ່າໄມ້, ອຸດສາຫະກຳ ແລະ ບໍລິການ ແມ່ນມີການພັດທະນາ ແລະ ໄປຕາມທິດທີ່ກຳນົດໄວ້ຄື: ໂຄງປະ
    ກອບກະສິກຳ-ປ່າໄມ້ຕໍ່ GDP ຫຼຸດລົງຈາກ 60,7% ເຫຼືອ 55,2%, ອຸດສາຫະກຳ-ຫັດຖະກຳຕໍ່ GDP
    ເພີ່ມຂຶ້ນຈາກ 14,4% ເປັນ 18% ສ່ວນບໍລິການ ແມ່ນຢູ່ໃນລະດັບຄົງທີ່ຄືຈາກ 24,1% ເປັນ 24,5%,
    ອັດຕາເງິນເຟີ້ສະເລ່ຍປະມານ 11,12%, ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຈາກ 213 ໂດລາ ໃນປີ 1990
    ເປັນ 334 ໂດລາ ໃນປີ 1995. ໃນໄລຍະນີ້ການລົງທຶນຂອງຕ່າງປະເທດ ແມ່ນມີທ່ວງທ່າເພີ່ມຂຶ້ນ
    ເຊິ່ງລວມຍອດການລົງທຶນໄລຍະ 5 ປີ ຫຼາຍກວ່າ2 ຕື້ໂດລາ ຫຼື ເພີ່ມຂຶ້ນ 59% ໃນນັ້ນການລົງທຶນ
    ຂະແໜງອຸດສາຫະກຳ ແລະ ຫັດຖະກຳ ກວມອັດຕາສ່ວນ ເຖິງ 72% ຂອງການລົງທຶນຕ່າງປະເທດທັງ
    ໝົດ. ດ້ານພື້ນຖານໂຄງລ່າງລັດຖະບານກໍໄດ້ສຸມທຶນຮອນໃສ່ປະມານ 562 ຕື້ກີບ ໃນການກໍ່ສ້າງ
    ເສັ້ນທາງ ແລະ ຂົວ ພິເສດແມ່ນສາມາດຍາດແຍ່ງການຊ່ວຍເຫຼືອເຂົ້າໃນການກໍ່ສ້າງຂົວຂ້າມນ້ຳຂອງ
    ແຫ່ງທຳອິດ(ຂົວມິດຕະພາບລາວ-ໄທ) ແລະ ສ້າງສຳເລັດໃນປີ 1994 ເຊິ່ງອຳນວຍຄວາມສະດວກ
    ໃຫ້ແກ່ການຄົມມະນາຄົມ ແລະ ການຄ້າ-ການລົງທຶນລະຫວ່າງສອງປະເທດ ແລະ ປະເທດທີສາມ
    ນັບມື້ນັບດີຂຶ້ນ. ການພັດທະນາ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມໄດ້ເອື້ອອຳນວຍໃຫ້ແກ່ການ
    ຂົນສົ່ງສິນຄ້າເພີ່ມຂຶ້ນຈາກ 667,9 ໂຕນ ໃນປີ 1990 ເປັນ 1.470,2 ໂຕນ ໃນປີ 1995 ສະເລ່ຍ
    ເພີມຂຶ້ນ 44% ຕໍ່ປີ, ດ້ານການທ່ອງທ່ຽວໃນໄລຍະນີ້ແມ່ນມີການຂະຫຍາຍຕົວດີ ແລະ ໃນປີ 1995
    ເມືອງຫຼວງພະບາງກໍໄດ້ຖືກຮັບຮອງເປັນເມືອງມໍລະດົກໂລກເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາ ສປປ
    ລາວ ໃນໄລຍະ 5 ປີ ມີເຖິງ 720.749 ເທື່ອຄົນ ເຊິ່ງສາມາດສ້າງລາຍຮັບໄດ້ປະມານ 9 ລ້ານກວ່າ
    ໂດລາ. ສຳລັບວຽກງານພັດທະນາຊົນນະບົດແມ່ນໄດ້ສຸມໃສ່ການແກ້ໄຂສະບຽງອາຫານ ແລະ ຢຸດຕິ
    ການຖາງປ່າເຮັດໄຮ່ແບບເລື່ອນລອຍ, ໄດ້ມີການກຳນົດເຂດຈຸດສຸມການພັດທະນາທັງໝົດ 11 ຈຸດ
    ສຸມເຊິ່ງກວມປະມານ 963 ໝູ່ບ້ານສາມາດສ້າງ ແລະ ສ້ອມແປງເສັ້ນທາງຊົນນະບົດໄດ້ 914 ກິໂລ
    ແມັດ, ສ້າງໂຮງຮຽນເຂດຊົນນະບົດ ໄດ້ 28 ແຫ່ງ, ຂະຫຍາຍເນື້ອທີ່ນາແຊງໄດ້ 278 ເຮັກຕາ ແລະ ຊຸກຍູ້ໃຫ້ປະຊາຊົນລົງມາເຮັດນາ ໄດ້ 3.085 ຄອບຄົວ.
    • ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (1996-2000): ໄລຍະນີ້ແມ່ນແນໃສ່ສ້າງໂຄງ
    ປະກອບເສດຖະກິດຕາມຂະແໜງການ, ເຂດແຄ້ວນໃຫ້ມີຄວາມເຂັ້ມແຂງ ໂດຍຕິດພັນກັບການປົກປັກ
    ຮັກສາສິ່ງແວດລ້ອມ, ການພັດທະນາເຂດພູດອຍຊົນເຜົ່າ ແລະ ການແກ້ໄຂລະດັບການຫຼຸດໂຕນລະ
    ຫວ່າງຕົວເມືອງກັບຊົນນະບົດໃຫ້ຄ່ອຍໆຫຍັບເຂົ້າໃກ້ກັນເທື່ອລະກ້າວ, ເອົາໃຈໃສ່ປັບປຸງວຽກງານ
    ການພົວພັນ ແລະ ຮ່ວມມືກັບຕ່າງປະເທດເພື່ອຍາດແຍ່ງເອົາບົດຮຽນ, ທຶນຮອນ ແລະ ການຊ່ວຍເຫຼືອ
    ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຊິ່ງໄດ້ເຮັດໃຫ້ເສດຖະກິດມີການຂະຫຍາຍ
    ຕົວດີສົມຄວນສະເລ່ຍ 5 ປີ GDP ເພີ່ມຂຶ້ນ 6,2% ຕໍ່າກວ່າແຜນວາງໄວ້ 1,8% ສາເຫດກໍຍ້ອນຜົນກະ
    ທົບຂອງວິກິດການການເງິນອາຊີ ເຮັດໃຫ້ປະເທດ ປະສົບກັບໄພເງິນເຟີ້ໃນປີ 1999 ອັດຕາເງິນເຟີ້ສູງ
    ເຖິງ 128% ເຖິງວ່າ ຈະປະສົບວິກິດການການເງິນດັ່ງກ່າວແຕ່ລັດຖະບານກໍຄ່ອຍໆດັດປັບ ແລະ ສາມາດນຳເອົາເສດຖະກິດຂອງປະເທດຫຼຸດພົ້ນຈາກວິກິດດັ່ງກ່າວໄດ້ໄປພ້ອມກັບການເປີດກວ້າງການຮ່ວມ
    ມືກັບພາກພື້ນ ແລະ ສາກົນ ເຊິ່ງສາມາດຍາດແຍ່ງ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ນັບມື້ນັບ
    ຫຼາຍຂຶ້ນ ແລະ ອັນພົ້ນເດັ່ນໃນປີ 1997 ສປປ ລາວກໍໄດ້ເຂົ້າຮ່ວມເປັນສະມາຊິກສົມບູນຂອງສະມາຄົມ
    ອາຊຽນ ແລະ ໄດ້ເຂົ້າຮ່ວມເຂດການຄ້າເສລີອາຊຽນ (AFTA) ກໍຄືການເຂົ້າຮ່ວມແຜນງານຫຼຸດຜ່ອນກຳ
    ແພງພາສີ (CEPT) ໃນປີ 1998 ເປັນຕົ້ນມາ; ສຳລັບການດຶງດູດການລົງທຶນຕ່າງປະເທດບັນລຸ
    ໄດ້ປະມານ 3,9 ຕື້ໂດລາ; ດ້ານກະສິກຳກໍໄດ້ມີການຫັນປ່ຽນໂຄງປະກອບການຜະລິດເຮັດໃຫ້ການພັດ
    ທະນາຂະແໜງກະສິກຳ ໂດຍສະເພະໃນເຂດຊົນນະບົດໄດ້ມີການພັດທະນາທີ່ຫຼາກຫຼາຍເຊັ່ນ: ການ
    ຜະລິດເປັນຟາມ, ການຟື້ນຟູການຜະລິດແບບດັ້ງເດີມ ເຮັດໃຫ້ອັດຕາການຂະຫຍາຍຕົວເພີ່ມຂຶ້ນຂອງ
    ຂະແໜງກະສິກຳສະເລ່ຍ 5,2%; ດ້ານອຸດສາຫະກຳແລະ ຫັດຖະກຳໄດ້ມີການຂະຫຍາຍຕົວສະເລ່ຍ
    10,2% ຕໍ່ປີ. ສໍາເລັດການກໍ່ສ້າງໂຮງງານສີມັງແຫ່ງທຳອິດ, ສ້າງໂຮງງານປຸ່ຍຊີວະພາບ, ໂຮງງານ
    ປະສົມອາຫານສັດ; ພ້ອມນັ້ນກໍໄດ້ເພີ່ມຄວາມສາມາດໃນການຜະລິດຂອງໂຮງງານເບຍ, ໂຮງງານ
    ນໍ້າຫວານ ແລະ ໄດ້ສຳເລັດການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກເທີນຫີນບູນ, ຫວ້ຍເຫາະ, ນໍ້າເລິກ ແລະ
    ເຂື່ອນຂະໜາດນ້ອຍຈຳນວນໜຶ່ງ; ດ້ານວຽກງານຄົມມະນາຄົມ-ຂົນສົ່ງ ກໍໄດ້ຮັບການພັດທະນາຢ່າງ
    ກວ້າງຂວາງ, ໂດຍສະເພາະເສັ້ນທາງຫຼາຍເສັ້ນໄດ້ຮັບການຟື້ນຟູ ແລະ ກໍ່ສ້າງໃໝ່ມີຄວາມຍາວທັງ
    ໝົດປະມານ 24.000 ກິໂລແມັດ, ໄດ້ຍົກລະດັບການກໍ່ສ້າງລະບົບຄົມມະນາຄົມທາງອາກາດເຊັ່ນ:
    ສະໜາມບິນວັດໄຕ ແລະ ສະໜາມບິນຫຼວງພະບາງ ໃຫ້ເປັນສະໜາມບິນສາກົນ; ດ້ານວຽກງານການສຶກ
    ສາກໍໄດ້ມີບາດກ້າວຂະຫຍາຍຕົວ ໂດຍສະເພາະໄດ້ສຸມໃສ່ພັດທະນາຄູ, ພັດທະນາຫຼັກສູດ, ປື້ມແບບ
    ຮຽນ ແລະ ພຶ້ນຖານວັດຖຸ-ເຕັກນິກ , ປະຊາຊົນຕື່ນຕົວ ແລະ ປະກອບສ່ວນເຂົ້າໃນການສຶກສານັບມື້ນັບ
    ຫຼາຍຂຶ້ນເຮັດໃຫ້ມີນັກຮຽນສາມັນທັງໝົດ ຫຼາຍກວ່າ 1,1 ລ້ານຄົນ ໃນປີ 2000, ອັດຕາການຮູ້ໜັງສືຂອງ
    ປະຊາຊົນກໍໄດ້ເພີ່ມຂຶ້ນຈາກ 54% ໃນປີ 1995 ເປັນ 74% ໃນປີ 2000, ມະຫາວິທະຍາໄລແຫ່ງ
    ຊາດກໍໄດ້ຖືກສ້າງຕັ້ງຂຶ້ນ.

ດ້ານສາທາລະນະສຸກແມ່ນໄດ້ເອົາໃຈໃສ່ຍົກລະດັບການກວດພະຍາດ ແລະ ປິ່ນປົວພະຍາດ,
ເປີດກວ້າງບັນດາສູນບໍລິການດ້ານສາທາລະນະສຸກເຮັດໃຫ້ອັດຕາການຕາຍຂອງເດັກຕໍ່າກວ່າ 5
ປີ ໄດ້ຫູຸດລົງຈາກ 114 ຄົນຕໍ່ເດັກ 1.000 ຄົນ ໃນປີ 1995 ເປັນ 97 ໃນປີ 2000 ແລະ ອັດຕາການ
ຕາຍຂອງແມ່ຕໍ່ເດັກເກີດມີຊີວິດ 100.000 ຄົນ ໄດ້ຫຼຸດລົງຈາກ 656 ຄົນ ໃນປີ 1995 ເປັນ 500
ຄົນ ໃນປີ 2000.

  • ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2001-2005): ເປົ້າໝາຍລວມຂອງແຜນການ 5 ປີ ໄລຍະນີ້ແມ່ນຮັບປະກັນໃຫ້ປະເທດສືບຕໍ່ມີຄວາມສະຫງົບທາງດ້ານສັງຄົມ ແລະ ມີສະຖຽນລະພາບ
    ທາງດ້ານການເມືອງຢ່າງໜັກແໜ້ນ ແລະ ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍໄດ້ວາງ
    ຍຸດທະສາດຄື: ຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຍຸດທະສາດການເຕີບໂຕ ແລະ
    ຫຼຸດຜ່ອນຄວາມທຸກຍາກແຫ່ງຊາດ, ຍຸດທະສາດການພັດທະນາເຂດພາກເໜືອ ນອກນີ້ຍັງມີນິຕິກຳຕ່າງໆ
    ເພື່ອຮັບປະກັນໃຫ້ແກ່ວິໄສທັດ 2020 ຂອງລັດຖະບານຄືການນຳເອົາປະເທດຊາດຫຼຸດອອກຈາກ
    ຄວາມດ້ອຍພັດທະນາ, ລັດຖະບານ ຕີລາຄາສູງຄວາມສຳຄັນຂອງການເຊື່ອມໂຍງກັບພາກພື້ນ
    ແລະ ເລັ່ງໃສ່ພັດທະນາໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມໂຍງທາງດ້ານເສດຖະກິດ ພ້ອມທັງ
    ຍາດແຍ່ງເອົາການລົງທຶນຂອງຕ່າງປະເທດເຂົ້າໃສ່ຂະແໜງທີ່ເປັນທ່າແຮງຂອງປະເທດເປັນຕົ້ນ: ບໍ່ແຮ່,
    ໄຟຟ້າເພື່ອພັດທະນາ ສປປ ລາວ. ເຖິງວ່າ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະນີ້ຈະປະສົບກັບຫຼາຍບັນຫາຈາກສະພາບການຜັນແປຂອງສາກົນ ແລະ ພາກພື້ນ ແຕ່ພາຍໃຕ້ການນຳພາຢ່າງມີໄຫວ
    ພິກຂອງພັກ ແລະ ຄວາມເອົາໃຈໃສ່ຂອງລັດຖະບານເຮັດໃຫ້ປະເທດສາມາດຮັກສາສະຖຽນລະ
    ພາບໄດ້ຢ່າງໝັ້ນຄົງ, ເສດຖະກິດ ຮັກສາໄດ້ລະດັບການຂະຫຍາຍຕົວຢ່າງຕໍ່ເນື່ອງໂດຍສະເລ່ຍ GDP
    ຂະຫຍາຍຕົວ 6,3% ຕໍ່ປີ, ລາຍໄດ້ຕໍ່ຫົວຄົນບັນລຸ491 ໂດລາ, ອັດຕາເງິນເຟີ້ ກໍໄດ້ມີສະຖຽນລະພາບ
    ຂຶ້ນເທື່ອລະກ້າວ ແລະ ຫຼຸດລົງ ຢູ່ໃນລະດັບໜຶ່ງຕົວເລກຈາກ 15,5% ໃນປີ 2003 ເປັນ 7,8% ໃນປີ
    2005. ໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ
    ເທື່ອລະກ້າວ, ໂຄງປະກອບຂອງຂະແໜງກະສິກຳຕໍ່ GDP ໄດ້ຫຼຸດລົງຈາກ 51% ໃນປີ 2000 ເປັນ
    45,4% ໃນປີ 2005, ສ່ວນໂຄງປະກອບຂອງຂະແໜງອຸດສາຫະກຳໄດ້ເພີ່ມຂຶ້ນຈາກ 23,3%   ເປັນ
    28,2% ແລະ ບໍລິການໄດ້ເພີ່ມຂຶ້ນຈາກ 25,7% ເປັນ 26,4%; ດ້ານການພົວພັນການຄ້າກັບຕ່າງ
    ປະເທດໃນຊຸມປີນີ້ມີການເຕີບໂຕຂຶ້ນ ເນື່ອງຈາກສະພາບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເຮັດ
    ໃຫ້ມູນຄ່າການສົ່ງອອກເພີ່ມຂຶ້ນຈາກ 325 ລ້ານໂດລາ ໃນປີ 2000 ເປັນ 456 ລ້ານໂດລາ ໃນປີ
    2005; ດ້ານການລົງທຶນຂອງຕ່າງປະເທດ ເຫັນວ່າມີບັນຍາກາດຟົດຟື້ນ ເຊິ່ງສາມາດດຶງດູູດການລົງທຶນ
    ຈາກຕ່າງປະເທດໄດ້ທັງໝົດ 585 ໂຄງການ ເປັນທຶນຈົດທະບຽນທັງໝົດ 2,8 ຕື້ໂດລາ ແລະ ຍ້ອນ
    ໄດ້ຂະຫຍາຍການຮ່ວມມື ແລະ ການເຊື່ອມໂຍງກັບພາກພື້ນເຮັດໃຫ້ ສປປ ລາວ ໄດ້ຮັບກຽດໃນການ
    ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊມຄັ້ງທີ 10, ກອງປະຊຸມລັດຖະສະພາອາຊຽນ ແລະອື່ນໆ;
    ດ້ານວຽກງານສຶກສາໄດ້ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບເຮັດໃຫ້ອັດຕາ
    ເຂົ້າຮຽນຊັ້ນປະຖົມເພີ່ມຈາກ 77,3% ເປັນ 84,3%,ນັກສຶກສາລະດັບມະຫາວິທະຍາໄລ ໄດ້ເພີ່ມຂຶ້ນຈາກ
    8.800 ຄົນ ເປັນ 12.100 ຄົນ ແລະ ໄດ້ເປີດມະຫາວິທະຍາໄລຂຶ້ນຕື່ມ 2 ແຫ່ງຄື: ມະຫາວິທະຍາໄລ
    ສຸພານຸວົງ ແລະ ມະຫາວິທະຍາໄລຈຳປາສັກ; ດ້ານວຽກງານສາທາລະນະສຸກໄດ້ຂະຫຍາຍຕົວ ແລະ
    ພັດທະນາເທື່ອລະກ້າວ ແລະ ໄດ້ຂະຫຍາຍການບໍລິການໄປສູ່ເຂດຊົນນະບົດ ແລະ ຫ່າງໄກສອກ
    ຫຼີກ. ສິ່ງພົ້ນເດັ່ນແມ່ນການສະໜອງຖົງຢາປະຈຳບ້ານເພີ່ມຂຶ້ນກວ່າ 3 ເທົ່າ, ສຸກສາລາເພີ່ມຂຶ້ນກວ່າ
    40% ຍ້ອນການຂະຫຍາຍການບໍລິການດັ່ງກ່າວ ສຸຂະພາບຂອງປະຊາຊົນມີທ່າອ່ຽງດີຂຶ້ນເທື່ອລະ
    ກ້າວເຮັດໃຫ້ອາຍຸຍືນສະເລ່ຍເພີ່ມຂຶ້ນຈາກ 59 ປີ ເປັນ 65 ປີ. ສຳລັບວຽກງານການຫຼຸດຜ່ອນຄວາມ
    ທຸກຍາກ; ແມ່ນເປັນໃຈກາງຂອງການພັດທະນາເສດຖະກິດ-ສັງຄົມ ເຊິ່ງໃນໄລຍະ 5 ປີນີ້ ຄອບຄົວ
    ທຸກຍາກໄດ້ຫຼຸດລົງຈາກ 304.100 ຄອບຄົວ ໃນປີ 2000 ເປັນ 166.600 ຄອບຄົວ ໃນປີ 2005.
  • ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VI (2006-2010): ຈຸດໝາຍຂອງແຜນໄລຍະນີ້ແມ່ນຍູ້ແຮງການເຕີບໂຕຂອງເສດຖະກິດດ້ວຍຈັງຫວະໄວ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ,
    ປ່ຽນແປງໂຄງປະກອບເສດຖະກິດຢ່າງແຂງແຮງ, ໂຄງປະກອບແຮງງານໃຫ້ໄປຕາມທິດສ້າງພື້ນຖານ
    ເສດຖະກິດການຜະລິດເປັນສິນຄ້າຫຼາຍຮູບແບບໂດຍອີງໃສ່ຄວາມສາມາດບົ່ມຊ້ອນທີ່ອຸດົມຮັ່ງມີ
    ຂອງປະເທດ, ສ້າງລະບົບລະບຽບເສດຖະກິດຕະຫຼາດຕາມທິດກ້າວຂຶ້ນສັງຄົມນິຍົມຢ່າງຕັ້ງໜ້າ, ສືບ
    ຕໍ່ເປີດກວ້າງໄປຄຽງຄູ່ກັບການຍາດເອົາກາລະໂອກາດທີ່ອຳນວຍໃນການພົວພັນເສດຖະກິດກັບຕ່າງ
    ປະເທດຢ່າງມີປະສິດທິຜົນ. ສ້າງບາດກ້າວກະໂດດໃຫ້ແກ່ການຫັນປ່ຽນທາງດ້ານປະລິມານຂອງການ
    ສຶກສາ ແລະ ສ້າງຊັບພະຍາກອນມະນຸດ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີກາຍເປັນກຳລັງດັນ
    ແຫ່ງການພັດທະນາເທື່ອລະກ້າວ. ພັດທະນາວັດທະນະທຳ ແລະ ສັງຄົມ ໄປຄຽງຄູ່ກັບການເຕີບໂຕ
    ເສດຖະກິດ, ສືບຕໍ່ຫຼຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນ, ຫຼຸດຜ່ອນປະກົດການຫຍໍ້
    ທໍ້ໃນສັງຄົມ, ຮັບປະກັນສະຖຽນລະພາບດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍດ້ານ
    ສັງຄົມ ແລະ ຄວາມໝັ້ນຄົງຂອງປະເທດຊາດຢ່າງໜັ້ກແໜ້ນ.

ຜ່ານການຈັດຕັ້ງປະຕິບັດໄລຍະ 5 ປີ ເຫັນວ່າມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ມີຈັງຫວະໝັ້ນ
ທ່ຽງ, GDP ຂະຫຍາຍຕົວສະເລ່ຍ 7,9%, ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸ 1.069 ໂດລາ/ປີ ໃນປີ
2010, ອັດຕາເງິນເຟີ້ສະເລ່ຍ 5 ປີ ແມ່ນ 5,09%, ໂຄງປະກອບເສດຖະກິດ ແລະ ການສ້າງມູນຄ່າ
ເພີ່ມຂອງບັນດາຂະແໜງການໄດ້ມີການເໜັງຕີງໃນລະດັບທີ່ດີ ແລະ ຖືກຕາມທິດທີ່ກຳນົດໄວ້ພໍສົມ
ຄວນສະເລ່ຍ 5 ປີຂະແໜງກະສິກຳ-ປ່າໄມ້ ກວມເອົາ 30,4%, ອຸດສາຫະກຳ ກວມເອົາ 26,1% ແລະ
ບໍລິການກວມເອົາ 37,2%, ໃນໄລຍະ 5 ປີ ສາມາດດຶງດູດການລົງທຶນເອກະຊົນພາຍໃນ ແລະ ຕ່າງປະ
ເທດໄດ້ທັງໝົດ 1.022 ໂຄງການ, ເປັນທຶນຈົດທະບຽນທັງໝົດ 11,01 ຕື້ໂດລາສະຫະລັດ, ຂະແໜງ
ກະສິກຳ-ປ່າໄມ້ໄດ້ຂະຫຍາຍຕົວສະເລ່ຍ 4,0%, ການຜະລິດຂອງຂະແໜງກະສິກຳ-ປ່າໄມ້ ແມ່ນໄດ້
ຮັບການພັດທະນາ ແລະ ສາມາດຕອບສະໜອງສະບຽງອາຫານຕໍ່ຄວາມຕ້ອງການພາຍໃນໄດ້ໂດຍ
ພື້ນຖານ; ເປັນຕົ້ນແມ່ນເຂົ້າໃນແຕ່ລະປີສະເລ່ຍປະມານ 2,9 ລ້ານໂຕນຕໍ່ປີ ນອກຈາກການຜະລິດເຂົ້າ
ແລ້ວ ຍັງມີການຜະລິດພືດສະບຽງອາຫານເພື່ອສະໜອງການບໍລິໂພກ ແລະ ປ້ອນໂຮງງານແປຮູບ
ເຊັ່ນ:ສາລີ, ມັນຕົ້ນ, ອ້ອຍ, ພືດຜັກຕ່າງໆ, ດ້ານອຸດສາຫະກຳ ໄດ້ມີການຂະຫຍາຍຕົວສະເລ່ຍ 12,6%
ຕໍ່ປີ ເດັ່ນກວ່າໝູ່ແມ່ນການຂຸດຄົ້ນແຮ່ທາດ, ອຸດສາຫະກຳປຸງແຕ່ງ ແລະ ອຸດສາຫະກຳໄຟຟ້າ; ສຳລັບ
ຂະແໜງບໍລິການ ເຫັນວ່າ ຂະຫຍາຍຕົວຊ້າກວ່າຂະ ແໜງອຸດສາຫະກຳສະເລ່ຍ 8,4% ຕໍ່ປີ; ໃນນັ້ນ
ສ່ວນໃຫຍ່ແມ່ນການຄ້າຂາຍຍົກ-ຂາຍຍ່ອຍ, ການສ້ອມແປງ, ການບໍລິການຂອງລັດ, ການຄົມະນາ
ຄົມຂົນສົ່ງ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆ. • ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ
VII (2011-2015): ເປັນແຜນສືບຕໍ່ໝາກຜົນທີ່ຍາດມາໄດ້ໃນແຜນການ 6 ຄັ້ງຜ່ານມາ ແລະ ທັງ
ເປັນແຜນສືບຕໍ່ບຸກທະລຸ ໂດຍມີ 4 ດ້ານຄື: (1) ບຸກທະລຸດ້ານຈິນຕະນາການ, (2) ບຸກທະລຸດ້ານ
ການພັດທະນາຊັບພະຍາກອນມະນຸດ, (3) ບຸກທະລຸລະບົບກົນໄກ, ລະບອບ, ລະບຽບການບໍລິຫານ
(4) ບຸກທະລຸດ້ານແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-
ສັງຄົມຢ່າງມີຈຸດສຸມ. ເຊິ່ງມີເປົ້າໝາຍສ້າງໃຫ້ໄດ້ອັດຕາການເຕີບໂຕຂອງເສດຖະກິດແຫ່ງຊາດທີ່
ໄວ ແລະ ໝັ້ນທ່ຽງ, ຮັກສາສະຖຽນລະພາບຄວາມໝັ້ນຄົງຂອງປະເທດ ແລະ ຄວາມເປັນລະບຽບຮຽບ
ຮ້ອຍຂອງສັງຄົມ, ເປັນການພັດທະນາທີ່ເນັ້ນໜັກຄຸນນະພາບ ແລະ ຄວາມຍືນຍົງ, ບັນລຸໃຫ້ໄດ້ເປົ້າ
ໝາຍສະຫັດສະຫວັດດ້ານການພັດທະນາ (MDGs)ໃນປີ 2015 ແລະ ສ້າງປະຖົມປັດໃຈເບື້ອງຕົ້ນໃນ
ການຫັນປະເທດ ເປັນອຸດສາຫະກຳ ແລະ ທັນສະໄໝໃນອະນາຄົດ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 4 ປີ ເຫັນວ່າເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ສັງຄົມມີຄວາມສະຫງົບສະແດງ
ອອກອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ໂດຍສະເລ່ຍເພີ່ມຂຶ້ນ
8,0% ໃນນັ້ນຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນໂດຍສະເລ່ຍ 2,9%, ຂະແໜງອຸດສາຫະກຳ ເພີ່ມ
ຂຶ້ນໂດຍສະເລ່ຍ 11,6% ແລະ ຂະແໜງບໍລິການເພີ່ມຂຶ້ນໂດຍສະເລ່ຍ 8,7%, ຄາດຄະເນ ປີສຸດທ້າຍ
ທີ່ຍັງເຫຼືອເສດຖະກິດຈະສືບຕໍ່ຂະຫຍາຍຕົວໃນຈັງຫວະ 7,5% ຂຶ້ນໄປ. ການປ່ຽນແປງໂຄງປະ
ກອບເສດຖະກິດ ເຫັນວ່າ ຄ່ອຍໆປ່ຽນຈາກຂະແໜງ ກະສິກຳ-ປ່າໄມ້ ໄປສູ່ຂະແໜງອຸດສາຫະກຳຕາມ
ທິດທາງແຜນການ 5 ປີວາງໄວ້ຄື: ຂະແໜງກະສິກຳກວມ 23,0%, ອຸດສາຫະກຳ ກວມ 39,0%
ແລະ ບໍລິການກວມ 38,0%, ອັດຕາເງິນເຟິີ້ ໄດ້ເໜັງຕີງໃນລະດັບທີ່ກຳນົດໄວ້ (ຕໍ່າກວ່າອັດຕາການ
ຂະຫຍາຍຕົວຂອງເສດຖະກິດ) ອັດຕາເງິນເຟີ້ສະເລ່ຍ 4 ປີ ຢູ່ໃນລະດັບ 5,84%, ອັດຕາແລກປ່ຽນ
ມີຄວາມສະຫງົບ ແລະ ໝັ້ນທ່ຽງຄ່າເງິນກີບທຽບກັບເງິນສະກຸນຫຼັກຢູ່ໃນລະດັບ 5%, ປະລິມານເງິນ
M2 ໄດ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງຕາມກົນໄກຕະຫຼາດໃນລະດັບທີ່ສາມາດຄວບຄຸມໄດ້ ແລະ ບໍ່ກະ
ທົບກັບອັດຕາເງິນເຟີ້.

ຜ່ານໄລຍະດັ່ງກ່າວເສດຖະກິດ-ສັງຄົມ ມີຄວາມໝັ້ນທ່ຽງຄືແນວໃດ?

ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 40 ປີທີ່ຜ່ານມານັ້ນ
ໂດຍພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະປະດິດສ້າງຂອງພັກ ແລະ ຄວາມເອົາໃຈໃສ່ມຸ່ງໝັ້ນ
ໃນການພັດທະນາເສດຖະກິດ-ສັງຄົມຂອງລັດຖະບານເຮັດໃຫ້ ສປປ ລາວ ມີການພັດທະນາຢ່າງ
ຕໍ່ເນື່ອງ ແລະ ມີຈັງຫວະການຂະຫຍາຍຕົວທີ່ດີ, ເສດຖະກິດ ມີການເຕີບໃຫຍ່ຂະຫຍາຍຕົວ, ໝັ້ນທ່ຽງ,
ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ອັດຕາຄວາມທຸກຍາກຂອງປະຊາຊົນຫຼຸດລົງ, ລະ
ດັບຊີວິດການເປັນຂອງປະຊາຊົນບັນດາເຜົ່ານັບມື້ນັບດີຂຶ້ນ ເຊີ່ງສະແດງອອກຈາກການເຕີບໂຕຂອງ
ເສດຖະກິດ ໃນແຜນການ 5 ປີແຕ່ລະໄລຍະຄື:

  • ແຜນການ 5 ປີຄັ້ງ I (1981-1985) GDP ຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 8,4% ຕໍ່ປີ.
  • ແຜນການ 5 ປີຄັ້ງທີ II (1986-1990) GDP ຂະຫຍາຍຕົວສະເລ່ຍ 4,4% ຕໍ່ປີ.
  • ແຜນການ 5 ປີຄັ້ງທີ III (1991-1995) GDP ຂະຫຍາຍຕົວສະເລ່ຍ 6,8% ຕໍ່ປີ.
  • ແຜນການ 5 ປີຄັ້ງທີ IV (1996-2000) GDP ຂະຫຍາຍຕົວສະເລ່ຍ 6,2% ຕໍ່ປີ.
  • ແຜນການ 5 ປີຄັ້ງທີ V (2001-2005) GDP ຂະຫຍາຍຕົວສະເລ່ຍ 6,3% ຕໍ່ປີ.
  • ແຜນການ 5 ປີຄັ້ງທີ VI (2006-2010) GDP ຂະຫຍາຍຕົວສະເລ່ຍ 7,9% ຕໍ່ປີ.
  • ແຜນການ 5 ປີຄັ້ງທີ VII (2011-2015) GDP ຂະຫຍາຍຕົວສະເລ່ຍ 4 ປີ ແມ່ນ 8,0% ຕໍ່ປີ,
    ສຳລັບປີສຸດທ້າຍຄາດຄະເນບໍ່ຫຼຸດ 7,5% ຕໍ່ປີ.
  • ອັດຕາຄວາມທຸກຍາກຂອງປະຊົນໄດ້ຄ່ອຍໆຫຼຸດລົງ(ຂໍ້ມູນຈາການສໍາຫຼວດ LECS) ຈາກ 33,5%
    ໃນສົກປີ 2002-2003 ມາເປັນ 23,2% ໃນປີ 2012-2013 ແລະ ຄາດໝາຍຂອງແຜນການ 5 ປີ
    ຄັ້ງທີ VII ວາງໄວ້ແມ່ນ 19%.

ຂໍອະນຸຍາດຮຽນຖາມທ່ານຕື່ມວ່າ: ຄຽງຄູ່ກັບຜົນງານ ແລະ ຈຸດດີຄືດັ່ງກ່າວແລ້ວ ຍັງມີຂໍ້ຄົງຄ້າງ ແລະ
ສິ່ງທ້າທາຍຫຍັງແດ່ ທີ່ຈະຕ້ອງແກ້ໄຂໃນຕໍ່ໜ້າ?

ຄຽງຄູ່ກັບຜົນສໍາເລັດທາງດ້ານການພັດທະນາເສດຖະກິດ-ສັງຄົມທີ່ໄດ້ກ່າວມາຂ້າງເທິງນັ້ນກໍ
ຍັງມີບາງຂໍ້ຄົງຄ້າງທີ່ຍັງເປັນບັນຫາສິ່ງທ້າທາຍຕໍ່ການພັດທະນາຂອງປະເທດພວກເຮົາ, ເຖິງວ່າ ລວມ
ຍອດຜະລິດຕິພັນພາຍໃນ ແລະ ລາຍຮັບຕໍ່ຫົວຄົນຈະມີທ່ວງທ່າດີຂຶ້ນໃນແຕ່ລະໄລຍະ, ແຕ່ຍັງບໍ່ທັນ
ສ່ອງແສງການກະຈາຍລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນຢ່າງທົ່ວເຖິງ, ໂດຍສະເພາະເຂດຫ່າງໄກ
ສອກຫຼີກ, ການເຕີບໂຕສວ່ນໃຫຍ່ແມ່ນຍັງອາໃສທ່າແຮງຈາກຊັບພະຍາກອນທໍາມະຊາດ, ການຫັນປ່ຽນ
ໂຄງປະກອບເສດຖະກິດເຫັນວ່າອຸດສາຫະກຳໄດ້ຂະຫຍາຍຕົວຊ້າ ເມື່ອທຽບໃສ່ການບໍລິການຊຶ່ງ
ສະແດງໃຫ້ເຫັນການຫັນໄປສູ່ອຸດສາຫະກຳບໍ່ທັນເຂັ້ມແຂງ, ຄວາມຕ້ອງການໃນການພັດທະນາຍັງ
ມີສູງກວ່າຄວາມສາມາດໃນການສະໜອງ.ໃນຕໍ່ໜ້າລັດຖະບານກໍຈະໄດ້ສືບຕໍ່ນໍາພາປະ
ເທດຊາດ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃຫ້ໄດ້ໂດຍພື້ນຖານ ແລະ ພວກເຮົາ ຈະໄດ້ທົບທວນ
ຄືນບັນດາຄາດໝາຍຕ່າງໆເປັນຕົ້ນ: ຄາດໝາຍ MDG; ການພັດທະນາຊົນນະບົດ ແລະ ລຶບລ້າງ
ຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ. ພ້ອມດຽວກັນນັ້ນກໍກະກຽມສະຫຼຸບການຈັດຕັ້ງປະຕິບັດ
ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015) ແລະ ສ້າງແຜນການ 5 ປີ ຄັ້ງທີ
VIII (2016-2020); ຍຸດທະສາດຮອດປີ 2025 ແລະ ວິໄສທັດຮອດປີ 2030, ເຊິ່ງເປົ້າໝາຍຕົ້ນຕໍ
ແມ່ນສ້າງຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນ, ປະເທດຊາດມີຄວາມມັ່ງຄັ່ງສີວິໄລ, ຖືເອົາການພັດທະນາ
ເສດຖະກິດເປັນໃຈກາງ, ສັງຄົມມີຄວາມສະຫງົບປອດໄພ, ສິ່ງແວດລ້ອມມີຄວາມຍືນຍົງ, ຫັນ ສປປ
ລາວ ເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ ແລະ ເປີດກວ້າງການຮ່ວມມືກັບສາກົນ.

ສະແດງຄຳຄິດເຫັນ