ລັດຖະບານ ຮຽກຮ້ອງໃຫ້ບໍລິສັດຊື້-ຂາຍລົດ ຕິດລາຄາ ແລະ ຊຳລະເປັນເງິນກີບເທົ່ານັ້ນ.

ຕະຫຼາດພາຫະນະບ້ານເຮົາຍອດຈຳໜ່າຍແມ່ນຂະຫຍາຍຕົວຢ່າງຕໍ່ເນື່ອງແຕ່ສ່ວນຫຼາຍຍັງນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຕິດປະກາດລາຄາ ແລະຊຳລະສະສາງ ຊຶ່ງເປັນການກະທຳທີ່ຂັດກັບລະບຽບກົດໝາຍ ທັງເປັນຫຼຸດຄຸນຄ່າເງິນກີບລາວລົງ. ແນວໃດກໍດີຈາກສະພາບບັນຫາຄືດັ່ງກ່າວ ໃນປີນີ້ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ຊຸກຍູ້ສົ່ງເສີມພາກລັດ ແລະພາກທຸລະກິດເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ ຮັບຊຳລະເປັນເງິນກີບ ໂດຍຜ່ານລະບົບທະນາຄານຫຼາຍຂຶ້ນ.

ຢ່າງໃດກໍຕາມ ຈາກສະພາບສັງຄົມ ທີ່ມີຄວາມເຄີຍຊິນກັບການນຳໃຊ້ເງິນຕາຕ່າງປະເທດບວກກັບສະຕິເຄົາລົບ ກົດໝາຍຍັງບໍ່ສູງຕະຫຼອດຮອດການຄຸ້ມຄອງຕາມລະບຽບກົດໝາຍຍັງບໍ່ທັນເຂັ້ມງວດ ຈິ່ງເຮັດໃຫ້ປັດຈຸບັນໃນສັງຄົມຍັງມີການນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຊຳລະສະສາງຢ່າງກວ້າງຂວາງຂະນະດຽວກັນນັ້ນບາງຫົວໜ່ວຍທຸລະກິດທີ່ມີມູນຄ່າສູງໂດຍສະເພາະຮ້ານຊື້-ຂາຍລົດ ແມ່ນຍັງມີການຮ້ອງປະກາດລາຄາ ແລະ ຊຳລະເປັນເງິນຕາຕ່າງປະເທດ ແຕ່ຖ້າຊຳລະເປັນເງິນກີບຜູ້ຂາຍກໍກຳນົດໃນອັດຕາແລກປ່ຽນສູງ ຊຶ່ງຖືເປັນການເອົາປຽບຜູ້ຊື້ຢ່າງຫຼີກລຽງບໍ່ໄດ້.

 

ສະນັ້ນ, ທາງ ທຫລ ຈະກຳນົດລະບຽບການເຄື່ອນຍ້າຍເງິນສົດ ພ້ອມທັງສືບຕໍ່ຊຸກຍູ້ ສົ່ງເສີມພາກລັດ ແລະພາກທຸລະກິດມູນຄ່າສູງເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ຮັບ ແລະ ຊຳລະເປັນເງິນກີບ ໂດຍ ຜ່ານລະບົບທະນາຄານ ຊຶ່ງຈະມີການປັບປຸງການຊຳລະຮ່ວມກັນຂອງບັນດາທະນາຄານທຸລະກິດໃຫ້ກວ້າງຂວາງຜ່ານຕູ້ເອທີເອັມ ແລະສ້າງຜະລິດຕະພັນໃໝ່ໆ ເພື່ອສ້າງແຮງຈູງໃຈໃຫ້ມີການຊຳລະຜ່ານລະບົບທະນາຄານຫຼາຍຂຶ້ນ.ແຕ່ທັງນີ້ທັງນັ້ນ ພໍ່ແມ່ປະຊາຊົນ ລວມທັງຜູ້ປະກອບການເອງກໍດີຈົ່ງໄດ້ມີສະຕິຄວາມເປັນເຈົ້າສູງຕໍ່ການນຳໃຊ້ເງິນກີບ ເພື່ອເປັນສ່ວນໜຶ່ງໃນການສ້າງຄຸນຄ່າໃຫ້ກັບເງິນກີບລາວໄດ້ທຽບເທົ່າກັບເງິນຕາຕ່າງປະເທດ. ປັດຈຸບັນ ທຫລ ໄດ້ມີມາດຕະການຄຸ້ມຄອງ ໂດຍສະເພາະແມ່ນກຳນົດວົງເງິນທີ່ຈຳກັດໃນການແລກປ່ຽນເອົາເງິນຕາຕ່າງປະເທດຢູ່ບັນດາທະນາຄານ ແຕ່ບັນດາຮ້ານແລກປ່ຽນທົ່ວໄປຍັງເຫັນວ່າເປີດແລກປ່ຽນແບບເສລີຢູ່ໂດຍໃນອັດຕາທີ່ຂ້ອນຂ້າງສູງສົມຄວນຖ້າທຽບໃສ່ອັດຕາອ້າງອີງຂອງ ທຫລ ໃນແຕ່ລະວັນບັນຫານີ້ທະນາຄານແຫ່ງ ສປປ ລາວ ກໍຄວນເບິ່ງຕື່ມ.
ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດສະບັບປີ 2014 ມາດຕາ 49 ກ່ຽວກັບມາດຕະການປັບໃໝ ໄດ້ລະບຸໄວ້ວ່າ ຖ້າຫາກບຸກຄົນໃດ, ນິຕິບຸກຄົນໃດ ແລະການຈັດຕັ້ງທີ່ຕິດປະກາດ ຫຼື ໂຄສະນາລາຄາ ແລະ ຄ່າອື່ນໆ ໃນລາວເປັນເງິນຕາຕ່າງປະເທດຈະຖືກປັບໃໝ 1 ລ້ານກີບຕໍ່ຄັ້ງ ແລະ ໃນກໍລະນີຮັບຊຳລະ ຫຼື ຊຳລະຄ່າສິນຄ້າ, ຄ່າບໍລິການ, ຊຳລະໜີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະຕໍ່ລັດເປັນເງິນຕາຕ່າງ ປະເທດທີ່ບໍ່ໄດ້ຮັບອະນຸຍາດແມ່ນຈະຖືກປັບໃໝ 3 ລ້ານກີບຕໍ່ຄັ້ງ.
ທີ່ມາ: ເສດຖະກິດ-ສັງຄົມ

ຂອບໃຈຮູບພາບປະກອບຂ່າວຈາກ: ຮ້ານຂາຍລົດມຸ່ຍຈະເລີນການຄ້າ ແລະ ຮອນດ້າ ລາວ

 

Comments