ມີທຶນໃຫ້ນັກສຶກສາລາວ ໄປຮຽນຕໍ່ຢູ່ປະເທດບຣູໄນ ອ່ານດ່ວນ….

ເປີດຮັບສະໝັກແລ້ວ !!! ?? ?? ??
ແຈ້ງການເຖິງທຶນການສຶກສາ ຈາກລັດຖະບານປະເທດ ບຣູໄນ ດາຣູຊາແລມ ປະຈໍາປີ 2019 ສໍາຫຼັບນັກສຶກສາລາວ.
ປິດຮັບສະໝັກ: 31/03/2019
ລາຍລະອຽດ ຕາມປະກາດແຈ້ງການ.
ຫ້ອງການກະຊວງສຶກສາ ແລະ ກິລາ ແຈ້ງມາຍັງພະນັກງານ ແລະ ນັກສຶກສາ ຊາບທົ່ວເຖິງກັນວ່າ: Universiti Brunei Darussalam (UBD) ປະເທດບຣູໄນ ສະເໜີໃຫ້ທຶນການສຶກສາລະດັບປະລິນຍາໂທ ສາຂາຮຽນ Master of Public Policy and Management (MPPM) ໂດຍເປີດຮັບສະໝັກຜູ້ທີ່ມີຈຸດປະສົງຢາກໄປຮຽນຕໍ່ທີ່ປະເທດດັ່ງກ່າວ ພາຍໃຕ້ທຶນຂອງ Universiti  Brunei  Darussalam (UBD) ສ່ວນຂໍ້ມູນລາຍລະອຽດຜູ້ສົນໃຈສະໝັກເຂົ້າເບິ່ງໄດ້ທີ່:  https://apply.ubd.edu.bn/orbron/uis-welcom/     E-Mail: [email protected],  Facebook@ipsubd.

ເງື່ອນໄຂຂອງຜູ້ສະໝັກ:

  1. ຕ້ອງເປັນຄົນລາວຖືສັນຊາດລາວ ສຸຂະພາບສົມບູນແຂງແຮງດີທາງກາຍ ແລະ ຈິດໃຈ
  2. ສຳເນົາໃບປະກາດ ແລະ ໃບຄະແນນ ຈົບປະລິນຍາຕີໃນລະດັບດີ
  3. ສຳເນົາໃບຢັ້ງຢືນຄະແນນ TOEFL 550, IELTS 6,5 Passport
  4. ແຜນຮຽນ (Study Plan) ຕາມແບບຟອມ, ມີປະສົບການເຮັດວຽກຢ່າງໜ້ອຍ 5 ປີຂຶ້ນໄປ
  5. ໃບກວດສຸຂະພາບ ແລະ Passport

ວິທີສະໝັກ ແລະ ແບບຟອມສະໝັກ

  1. ແບບຟອມສະໝັກໃຫ້ສະໝັກທາງ Online ຕາມເວັບໄຊຂ້າງເທີງ ຫຼັງຈາກສະໝັກເປັນທີ່ຮຽບຮ້ອຍແລ້ວ ໃຫ້ປິ້ນເອກະສານທັງໝົດສົ່ງໄປຍັງສະຖານທູດ ບຣູໄນ ປະຈຳນະຄອນຫຼວງວຽງຈັນ ແລະ ແຈ້ງລາຍຊື່ມາຍັງກົມກິດຈະການສຶກສາເພື່ອຊາບ. ວັນປິດສະໝັກ Online ວັນທີ 31/3/2019.

ທີ່ມາ: Lao Youth Radio FM 90.0 Mhz

Comments