ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ຄືບໜ້າ 83%

ການກໍ່ສ້າງພື້ນຖານໂຄງລ່າງຂອງທາງລົດໄຟ ລາວ – ຈີນ ສໍາເລັດ 83%, ສາມາດໄກ່ເກ່ຍທີ່ດິນ ແລະ ມອບພື້ນທີ່ໃຫ້ແກ່ການກໍ່ສ້າງໄດ້ທັງໝົດ 99,59% ຂອງແລວທາງທັງໝົດ 409 ກິໂລແມັດ. ໃນນີ້, ການຊີເຈາະອຸມົງໃນປັດຈຸບັນສໍາເລັດແລ້ວ 86,5%, ການກໍ່ສ້າງຂົວທັງໝົດສໍາເລັດ 59,3%.


ໃນວັນທີ 6 ມັງກອນ 2020 ນີ້ ຄະນະຄຸ້ມຄອງໂຄງການທາງລົດໄຟ ລາວ – ຈີນ ໄດ້ຈັດກອງປະຊຸມພະນັກງານບໍລິສັດທາງລົດໄຟ ລາວ – ຈີນ ເພື່ອເຜີຍຄວາມສໍາເລັດວຽກງານທຸກດ້ານຂອງການກໍ່ສ້າງທາງລົດໄຟ ລາວ – ຈີນ ພ້ອມທັງປຶກສາຫາລື ແລະ ວາງແຜນສືບຕໍ່ວຽກງານຕ່າງໆຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ – ຈີນ ປີ 2020 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄໍາປ່ຽນ ອິນທະລືຊາ ຮອງຫົວໜ້າຄະນະຄຸ້ມຄອງໂຄງການທາງລົດໄຟ ລາວ – ຈີນ, ມີ ທ່ານ ຈູ່ກົວຈ່ຽງ ປະທານສະພາບໍລິຫານ ບໍລິສັດ ເສັ້ນທາງລົດໄຟ ລາວ – ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງໂຄງການທາງລົດໄຟເຂົ້າຮ່ວມຫຼາຍກວ່າ 70 ທ່ານ.


ທ່ານ ຄໍາປ່ຽນ ອິນທະລືຊາ ກ່າວວ່າ: ທ້າຍປີ 2019 ທີ່ຜ່ານມາສາມາດສະຫຼຸບວຽກງານຕ່າງໆຂອງໂຄງການທາງລົດໄຟ ລາວ – ຈີນ ໄດ້ຄື: ການກໍ່ສ້າງພື້ນຖານໂຄງລ່າງຂອງທາງລົດໄຟ ລາວ – ຈີນ ລວມທັງໝົດສໍາເລັດ 83%, ສາມາດໄກ່ເກ່ຍທີ່ດິນ ແລະ ມອບພື້ນທີ່ໃຫ້ແກ່ການກໍ່ສ້າງໄດ້ທັງໝົດ 99,59% ຂອງແລວທາງທັງໝົດ 409 ກິໂລແມັດ, ສາມາດຊົດເຊີຍສິ່ງກີດຂວາງ ເຊິ່ງໄດ້ນໍາໃຊ້ງົບປະມານຂອງລັດຖະບານລາວ ແລະ ບໍລິສັດ ທາງລົດໄຟ ລາວ – ຈີນ ເປັນຈໍານວນເງິນ 666,81 ຕື້ກີບ.


ທ່ານ ຫຼີງປິ່ງສວນ ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟ ລາວ – ຈີນ ໃຫ້ຮູ້ລາຍລະອຽດກ່ຽວກັັບຄວາມສໍາເລັດຂອງພື້ນຖານໂຄງລ່າງຕື່ມວ່າ: ມາຮອດປັດຈຸບັນການຊີເຈາະອຸມົງສຳເລັດແລ້ວ 86,5% ຈາກທັງໝົດ 75 ແຫ່ງ, ການກໍ່ສ້າງຂົວທັງໝົດສໍາເລັດ 59,3% ເຊິ່ງມີຄວາມຍາວ 36.185 ແມັດ. ນອກຈາກນີ້, ຍັງມີ ຄວາມສໍາເລັດອື່ນໆອີກ.

ທ່ານຍັງກ່າວຕື່ມວ່າ: ປີ 2020 ນີ້ຈະສຸມໃສ່ສືບຕໍ່ກໍ່ສ້າງໂຄງລ່າງພື້ນຖານທາງລົດໄຟ ເຊັ່ນ: ອຸມົງ, ພື້ນທາງ, ຂົວ ແລະ ສະຖານີ ພ້ອມທັງຕິດຕັ້ງລາງລົດໄຟ ແລະ ລະບົບອື່ນໆອີກ. ນອກນັ້ນ, ຍັງຈະສືບຕໍ່ກວດກາຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພໃຫ້ໄດ້ 100% ພ້ອມທັງທົດແທນ ແລະ ປັບປຸງສິ່ງແວດລ້ອມ ເພື່ອບັນລຸເປົ້າໝາຍການກໍ່ສ້າງໂຄງການທາງລົດໄຟ ໃຫ້ກາຍເປັນໂຄງການສັນຍະລັກມິດຕະພາບ ລາວ – ຈີນ ກໍຄື “ ໜຶ່ງແລວໜຶ່ງເສັ້ນທາງ ” ຕາມນະໂຍບາຍຂອງທາງລັດຖະບານຈີນ ແລະ ລັດຖະບານລາວ ຕົກລົງເຫັນດີຮ່ວມກັນໃນໄລຍະຜ່ານມາ.

ໃນກອງປະຊຸມດັ່ງກ່າວທາງ ບໍລິສັດ ລົດໄຟ ລາວ – ຈີນ ຍັງໄດ້ມອບລາງວັນ ແລະ ໃບຍ້ອງຍໍພະນັກງານແລະ ໝູ່ຄະນະທີ່ມີຜົນງານໃນການປະຕິບັດວຽກງານດີ.

( ໂດຍ: ສົມລົດ )

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments