ດອກເບ້ຍການກູ້ຢືມເງິນສູງ ແລະ ກົດໝາຍ

ສັງຄົມລາວເຮົາມັກເວົ້າກັນວ່າບໍ່ຈຳເປັນແທ້ໆ ບໍ່ໄປກູ້ຢືມເປັນໜີ້ເປັນສິນຜູ້ໃດ…ແຕ່ໃນສະພາບເສດຖະກິດ ແລະ ສັງຄົມ ໃນປັດຈຸບັນທີ່ມີຄ່າຄອງຊີບສູງ, ມີລາຍຈ່າຍຫຼາຍ ແຕ່ໃນເວລາດຽວກັນລາຍໄດຊ້ຳພັດຍັງເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ (ເມື່ອທຽບກັບຄ່າເງິນກີບທີ່ອ່ອນຄ່າລົງຕາມລຳດັບ), ບາງຄັ້ງໃນຢາມເຈັບເປັນ ຫຼື ມີຄວາມຈຳເປັນຕ້ອງໄດ້ໃຊ້ເງິນ; ຫຼື ຈຳເປັນລົງທຶນເພີ່ມສຳລັບຂະຫຍາຍກິດຈະການ, ຫ້າງຮ້ານ ແລະ ອື່ນໆ ເພື່ອສະພາບຄ່ອງໃນການດຳເນີນທຸລະກິດ ກໍຕ້ອງໄດ້ “ກູ້ໜີ້ຢືມສິນ” ຈາກຜູ້ອື່ນ ເພື່ອນຳມາແກ້ໄຂຄວາມຫຍຸ້ງຍາກຂາດເຂີນ ໃນຊີວິດປະຈຳວັນ ຫຼື ເພື່ອຊຸກຍູ້ທຸລະກິດໃຫ້ເຕີບໃຫຍ່.ຖ້າໄປກູ້ຢືມເງິນນຳທະນາຄານ ຫຼື ສະຖາບັນການເງິນ ກໍມີຫຼາຍຂັ້ນຕອນຫຍຸ້ງຍາກ ແລະ ຕ້ອງໄດ້ລໍຖ້າການອະນຸມັດທີ່ອາດໃຊ້ເວລາຫຼາຍເດືອນຈຶ່ງຈະໄດ້ເງິນ ໂດຍສະເພາະສຳລັບນັກທຸລະກິດແລ້ວ ກວ່າຈະໄດ້ເງິນກູ້ຢືມມາ ໂອກາດໃນການໄດ້ລູກຄ້າ ຫຼື ສັ່ງວັດຖຸດິບກໍອາດບໍ່ທັນການແລ້ວກໍເປັນໄດ້, ສະນັ້ນ ການກູ້ຢືມເງິນຈາກບຸກຄົນ ບໍ່ວ່າຈະເປັນໝູ່ເພື່ອນ, ຍາດຕິພີ່ນ້ອງ ຫຼື ຈາກຜູ້ທີ່ໃຫ້ບໍລິການເງິນກູ້ຢືມເປັນອາຊີບ ເອີ້ນວ່າ: “ເຈົ້າໜີ້ນອກລະບົບທະນາຄານ” ຈຶ່ງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແລະ ບາງຄັ້ງເຖິງແມ່ນວ່າດອກເບ້ຍກູ້ຢືມສູງກວ່າທະນາຄານ ຫຼື ສະຖາບັນການເງິນ ຫຼາຍໆຄົນກໍຈຳຍອມເພາະຄວາມຈຳເປັນ ດັ່ງທີ່ກ່າວມາແລ້ວນັ້ນ. ເມື່ອເປັນແນວນີ້ ກົດໝາຍບ້ານເຮົາໄດ້ກຳນົດໄວ້ແນວໃດແດ່ ກ່ຽວກັບດອກເບ້ຍເງິນກູ້ຢືມທີ່ສູງ ມື້ນີ້ຂ້າພະເຈົ້າຈະເລົ່າໃຫ້ຟັງ

ກ່ອນອື່ນໝົດ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ (2008),​ ມາດຕາ 56 ກໍານົດກ່ຽວກັບດອກເບັ້ຍລະຫວ່າງບຸກຄົນດ້ວຍກັນ (ບໍ່ແມ່ນການກູ້ຢືມເງິນຈາກທະນາຄານ ຫຼື ສະຖາບັນການເງິນ) ຊຶ່ງສາມາດສະຫຼຸບເນື້ອໃນໃຫຍ່ຄື:

  • ຖ້າຄູ່ສັນຍາບໍ່ໄດ້ຕົກລົງກັນເລື່ອງດອກເບ້ຍກ່ອນ ໄວ້ໃນສັນຍາກູ້ຢືມ ຈະໄລ່ດອກເບ້ຍນຳກັນຕາມພາຍຫຼັງບໍ່ໄດ້; ແຕ່ກົດໝາຍກໍອະນຸຍາດໃຫ້ ເຈົ້າໜີ້ ຮຽກຮ້ອງຄ່າເສັຍຫາຍ ຈາກລູກໜີ້ຫາກເຫັນວ່າຕົນໄດ້ຮັບຄວາມອັບປະໂຫຍດຕໍ່ການຊຳລະໜີ້ສິນທີ່ຊັກຊ້າ ຫຼື ບໍ່ຊຳລະ. ຄວາມເສຍຫາຍນີ້ເອີ້ນວ່າ “ຄ່າປວຍການຊັບ” ຊຶ່ງໝາຍເຖິງຈໍານວນເງິນຂອງລູກໜີ້ທີ່ທົດແທນຄ່າເສຍຫາຍໃຫ້ເຈົ້າໜີ້ ທີ່ຄວນຈະໄດ້ຮັບຍ້ອນລູກໜີ້ບໍ່ປະຕິບັດພັນທະຂອງຕົນ ຕົວຢ່າງ ຄ່າລົດ, ຄ່າໂທລະສັບ ທີ່ໂທໄປທວງໜີ້ຈາກລູກໜີ້.
  • ຄູ່ສັນຍາສາມາດຕົກລົງກ່ຽວກັບອັດຕາດອກເບັ້ຍນຳກັນ ຕາມຄວາມສະໝັກໃຈຂອງຄູ່ສັນຍາ; ແຕ່ໃນຈຸດນີ້ໄດ້ມີການປັບປຸງໃນປະມວນກົດໝາຍແພ່ງ ແລະ ອາຍາ ຊຶ່ງອະທິບາຍລຸ່ມນີ້:
  • ຫ້າມການເອົາດອກເບ້ຍມາເປັນຕົ້ນທຶນ. ກົດໝາຍບໍ່ອະນຸຍາດໃຫ້ເອົາຕົ້ນທົບດອກ ດອກທົບຕົ້ນ, ຖ້າຫາກວ່າລູກໜີ້ຄ້າງຈ່າຍດອກເບ້ຍ ຈະເອົາຈຳນວນທີ່ຄ້າງຈ່າຍນັ້ນມາຄິດໄລ່ເປັນຕົ້ນທຶນບໍ່ໄດ້.

ນອກຈາກທີ່ກ່າວມານີ້, ປະມວນກົດໝາຍແພ່ງ[1]ໄດ້ກຳນົດກ່ຽວກັບດອກເບ້ຍສະເພາະ. ວັກສອງ ຂອງມາດຕາ 431 ຂອງປະມວນກົດໝາຍແພ່ງກຳນົດເນື້ອໃນທີ່ກ່ຽວຂ້ອງກັບດອກເບ້ຍດັ່ງນີ້ “ໃນການກູ້ຢືມເງິນນອກທະນາຄານ ຫຼື ສະຖາບັນການເງິນອື່ນແລ້ວ ການຄິດໄລ່ດອກເບ້ຍ ດອກເບ້ຍບໍ່ໃຫ້ສູງກວ່າ ສາມສິບຫົກສ່ວນຮ້ອຍຕໍ່ປີ”. ນີ້ກໍໝາຍຄວາມວ່າ ການກູ້ຢືມເງິນກັນລະຫວ່າງບຸກຄົນ ສາມາດຕົກລົງດອກເບ້ຍນຳກັນເທົ່າໃດກໍໄດ້ ແຕ່ບໍ່ໃຫ້ເກີນ 36 % ຕໍ່ປີ.   ຖ້າເກີນນີ້ຈະເປັນແນວໃດ. ປະມວນກົດໝາຍອາຍາ ຊຶ່ງໄດ້ຮັບການຮັບຮອງ ແລະ ປະກາດໃຊ້ ແລະ ມີຜົນສັກສິດແລ້ວໃນເວລານີ້ກຳນົດກ່ຽວກັບດອກເບ້ຍທີ່ເກີນກວ່າກົດໝາຍໄວ້ກຳນົດດັ່ງນີ້: ມາດຕາ 298 ກຳນົດກ່ຽວກັບການຄິດໄລ່ດອກເບ້ຍສູງ ວ່າ: “ບຸກຄົນໃດຫາກໄດ້ໃຫ້ກູ້ຢືມເປັນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຈາກຂະ ແໜງການທີ່ກ່ຽວຂ້ອງ ແລ້ວຄິດໄລ່ດອກເບ້ຍເງິນກູ້ຢືມສູງກວ່າ ສາມສິບຫົກສ່ວນຮ້ອຍຕໍ່ປີ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ໜຶ່ງ ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 10.000.000​ກີບ”. ຈາກບົດບັນຍັດຂອງມາດຕາ 298 ຈະເຫັນໄດ້ວ່າ ຖ້າບຸກຄົນໃດໜຶ່ງທີ່ບໍ່ແມ່ນສະຖາບັນການເງິນ ຫຼື ທະນາຄານ ຫາກໄດ້ຖືເອົາການໃຫ້ການກູ້ຢືມເງິນ ເປັນອາຊີບ-ລັກສະນະທາງທຸລະກິດ ແລ້ວ ແຕ່ຜູ້ກ່ຽວບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸລະກິດແບບນີ້ ແມ່ນນອນຢູ່ໃນເປົ້າໝາຍຂອງປະມວນອາຍາ. ລູກໜີ້, ບຸກຄົນອື່ນທີ່ໄດ້ຮັບຜົນກະທົບ ຫຼື ອົງການຈັດຕັ້ງທີ່ກ່ຽວຂ້ອງ ສາມາດຮ້ອງຟ້ອງທາງອາຍາກັບເຈົ້າໜີ້ລັກສະນະນີ້ໄດ້.

ຈາກພຶດຕິກໍາຕົວຈິງ ກໍເຫັນວ່າການຄິດໄລ່ດອກເບ້ຍສູງ ຍັງມີຫຼາຍໃນສັງຄົມເຮົາ ທັງມີການປະກາດຢ່າງໂຈ່ງແຈ້ງ ແລະ ແຜ່ຫຼາຍ ເປັນຕົ້ນການຄິດໄລ່ດອກເບັ້ຍເປັນມື້ເປັນວັນ ຊຶ່ງບວກລົບຄູນຫານ ແລະ ໄລ່ລຽງແລ້ວເຫັນວ່າສ່ວນຫຼາຍຕົກຢູ່ໃນກໍລະນີດອກເບ້ຍທີ່ສູງ ຕາມປະມວນອາຍາ.

ລວມຄວາມແລ້ວ ໃນການກູ້ຢືມເງິນລະຫວ່າງບຸກຄົນດ້ວຍກັນ ກົດໝາຍອະນຸຍາດໃຫ້ຄູ່ສັນຍາຕົກລົງດອກເບ້ຍນຳກັນໄດ້ ແຕ່ອັດຕາດອກເບ້ຍນັ້ນຕ້ອງບໍ່ສູງເກີນກວ່າ 36% ຕໍ່ປີ ຖ້າຫາກສູງກວ່າກົດໝາຍອະນຸຍາດ ຜູ້ເປັນເຈົ້າໜີ້ ອາດຖືກດຳເນີນຄະດີອາຍາໃນສະຖານດອກເບ້ຍສູງກວ່າກົດໝາຍກຳນົດໄດ້.

(ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

high interest loan and law

People in Lao society like to say that without a justifiable reason, no one wants to own debts. However, we are currently living in the economy and society where people have to bear high cost of living and spending, while earning the same level of income or lower (in addition to the depreciation of Lao kip). Sometimes, we may feel sick unexpectedly and need money for medical treatment; or sometimes, we want to expand our business, shops and so on to increase the liquidity for our operation. Then we need “to apply for a loan” from others to help addressing daily or business issues. Applying for a loan from banks or financial institutions involves complicated processes which takes several months to be approved. For businesspeople, waiting long means they might lose an opportunity to get customers or buy raw materials. Thus, borrowing money from individuals, such as friends, relatives or loan sharks so called “unofficial money lender” seems to be an inevitable option. Even though the interest rate is higher than the rate offered by banks or financial institutions, many people have no choice due to the above-mentioned difficulties. Therefore, in this article, I would like to explain to you what the related Lao law says about high interest loan

First of all, according to the Article 56 of the Tort Law (2008) regarding interest rate between individuals (not a loan from banks or financial institutions), it can be concluded as following:

  • If contractors do not set an agreeable interest rate in their contract, interest cannot be charged afterwards. Nevertheless, Lao law allows creditors to claim for compensation from debtors in case they are adversely affected by the late repayment or default. The so called “compensation” refers to the amount of money that debtors shall compensate to creditors for any cost incurred from the failure in fulfilling obligations of debtors. For example, costs associated to transportation, phone calls made to debtors and so on.
  • Contractors can set a mutually agreeable interest rate in their contract. However, according to the amended Civil and Penal Law:
  • The laws prohibit combining interest with principle. If debtors are behind in payment, the amount of interest remained unpaid cannot be added to the principle.

Apart from the above-mentioned information, the Civil Law[1] also stipulates specifically about interest. According to the second paragraph of the Article 431 of the Civil Law, “interest must not be charged over thirty-six percent per year for loans made outside of banks or financial institutions.” It means that loans made between individuals can be set on mutual agreement at any rate not above 36% per year. What if the rate is higher? Pursuant to the Article 298 of the Penal Law which was fully effective after the adoption and promulgation, “any individual who runs a loan business without a proper business license granted by concerned authorities and offer a loan with interest rate higher than thirty-six percent per year will be subject to imprisonment from three months to one year or education without imprisonment and fine from 5,000,000 to 10,000,000 kip.” Based on the provision of the Article 298, it can be seen that any individual who is not a financial institution or bank, but lends money in the professional or business form without a proper business license will be subject to disciplinary measures under the Penal Law. Debtors, affected individuals or relevant organizations can make criminal lawsuits against the above-mentioned creditors.

In fact, high interest loan can still be found widely and openly in our society, especially those who charge interest on a daily basis. If we really calculate the rate into a yearly basis, these businesses all fall under the high interest case as stipulated in the Penal Law.

To sum up, laws allow contractors to set interest at any rate not over 36% per year based on their mutual agreement for loans made between individuals. If the rate is found higher than permitted by laws, creditors may be prosecuted criminally for charging higher interest rate than permitted by laws.

[1] Civil Law was approved by the National Assembly on December 6, 2018. Currently, the law is in the finalization process before being promulgated and entered into force, expectedly in 2020

Comments