ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ

13 ກໍລະກົດ 2016 ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 107 ປີ.

ທົ່ວພັກ-ທົ່ວປວງຊົນລາວທັງຊາດ ຕ່າງກໍຮູ້ດີວ່າປະທານ ສຸພານຸວົງ ເປັນເຊື້ອເຈົ້າ ແລະ ແມ່ນປັນຍາຊົນຜູ້ໜຶ່ງ ທີ່ມີນ້ຳໃຈຮັກຊາດ ອັນດູດດື່ມທີ່ໄດ້ເອົາຊີວິດ ຕິດພັນກັບ ພາລະກິດ ການຕໍ່ສູ້ປົດປ່ອຍຊາດ ຕັ້ງແຕ່ຫົວທີ ແລະ ຕະຫລອດເຄິ່ງ ສະຕະວັດທີ່ຜ່ານມາ. ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດ ທີ່ແທ້ຈິງກາຍເປັນ ນັກປະຕິວັດ ທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເປັນທີ່ເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ. ປະທານ ສຸພານຸວົງ ເຄີຍໄດ້ບັນທຶກຄວາມຊົງຈຳ ເປັນຂໍ້ຄວາມຕອນ ໜຶ່ງໄວ້ວ່າ: “ສະເພາະຂ້າພະເຈົ້າແລ້ວ ຕັ້ງແຕ່ອາຍຸ 13 ປີ ຂ້າພະເຈົ້າ ໄດ້ຕັດສິນໃຈວ່າ ເຖິງຈະເສຍຄ່າແພງ ທໍ່ໃດກໍຕາມ ຂ້າພະເຈົ້າກໍຈະຕ້ອງ ປະລະນິດໄສທີ່ປ່ອຍປະ ລະເລີຍໃຫ້ໄປຕາມບຸນຕາມກຳ, ຂີ້ຄ້ານມັກງ່າຍ, ເອົາແຕ່ເວົ້າເປັນໃຫຍ່ ເຊິ່ງແມ່ນຈຸດພິເສດ ຂອງສັງຄົມເຮົາ ແລະ ຂອງບັນດາຊາດ ທີ່ຊຸດໂຊມອັນຈະ ຕ້ອງກາຍເປັນ ເຫຍື່ອໃຫ້ແກ່ຝູງ ສັດຮ້າຍໃນທີ່ສຸດ”. ຄຳເວົ້າເຫລົ່ານີ້ຊ່ວຍຢືນຢັນ ໄດ້ວ່າປະທານ ສຸພານຸວົງ ໄດ້ເລືອກເສັ້ນທາງຊີວິດ ແລະ ພາລະກິດອັນຍິ່ງໃຫຍ່ ຂອງເພີ່ນໄວ້ແຕ່ດົນ ພຸ້ນແລ້ວ.

ຫລັງຈາກການປະຕິວັດ ຂອງປະເທດຫວຽດນາມ ໃນເດືອນສິງຫາ ປີ 1945 ໄດ້ຮັບໄຊຊະນະ ແລະ ປະກາດຄວາມເປັນເອກະລາດ ຕໍ່ຊາວໂລກໄດ້ຮັບຮູ້ແລ້ວ. ປະທານ ໂຮ່ຈີ່ມິງ ໄດ້ເຊີນປະທານ ສຸພານຸວົງ ໄປນະຄອນຫລວງຮ່າໂນ້ຍ ເພື່ອພົບປະໂອ້ລົມກັນເປັນຄັ້ງທຳອິດ ຂອງປະຫວັດສາດ ແລະ ສຳຄັນຍິ່ງກວ່ານັ້ນ ແມ່ນຜູ້ນຳທັງສອງ ຝ່າຍໄດ້ຕົກລົງສ້າງ ກອງທະຫານປະສົມລາວ-ຫວຽດນາມ ຂຶ້ນຢູ່ລາວ ເພື່ອດຳເນີນການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ຍາດເອົາຄວາມ ເປັນເອກະລາດໃຫ້ ແກ່ລາວເພາະປະເທດລາວ ເປັນເອກະລາດ, ຫວຽດນາມ ຈິ່ງມີເອກະລາດທີ່ຖາວອນໄດ້. ພາຍຫລັງທີ່ໄດ້ເດີນທາງ ກັບຄືນມາເຖິງປະເທດລາວ ປະທານ ສຸພານຸວົງ ໄດ້ກ່າວ ປາໄສຕໍ່ປະຊາຊົນ ທີ່ມາເຕົ້າໂຮມກັນ ເພື່ອຕ້ອນຮັບເພີ່ນ ຢູ່ທີ່ເມືອງເຊໂປນ ໂດຍມີໃຈຄວາມວ່າ: “ແຜ່ນດິນລາວ ຕ້ອງແມ່ນຄົນລາວເປັນເຈົ້າຂອງ ສະນັ້ນພວກເຮົາ ທຸກຄົນຕ້ອງສາມັກຄີກັນ ໂຮມແຮງກັນຕໍ່ສູ້ກູ້ຊາດ ອັນແສນຮັກຂອງພວກເຮົາ ຄືນມາໃຫ້ໄດ້”. ໃນເວລານັ້ນເອງ, ເພິ່ນໄດ້ສືບຕໍ່ເຄື່ອນໄຫວ ປຸກລະດົມ ແລະ ສ້າງກຳລັງ ຢູ່ສະຫວັນນະເຂດ ແລະ ທ່າແຂກ ເພື່ອກະກຽມໃຫ້ແກ່ ການຢຶດອຳນາດ ແລະ ປະກາດເອກະລາດ ເຊິ່ງມາຮອດວັນທີ 12 ຕຸລາ 1945 ຢູ່ນະຄອນຫລວງວຽງຈັນ ໄດ້ຈັດພິທີປະກາດເອກະລາດຢ່າງ ເປັນທາງການ, ລັດຖະບານ ລາວອິດສະລະ ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍປະທານ ສຸພານຸວົງ ໄດ້ຮັບແຕ່ງຕັ້ງ ເປັນລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ດຳລົງຕຳແໜ່ງ ຜູ້ບັນຊາການສູງສຸດ ຂອງບັນດາກຳລັງ ປະກອບອາວຸດ ອິດສະລະ. ແຕ່ມາເຖິງວັນທີ 24 ເມສາ 1946 ກອງທັບຂອງພວກລ່າ ເມືອງຂຶ້ນແບບເກົ່າ ໄດ້ຢຶດເອົານະຄອນຫລວງວຽງຈັນ  ເຮັດໃຫ້ປະທານ ສຸພານຸວົງ ພ້ອມດ້ວຍພະນັກງານ ລັດຖະບານອິດສະລະ ຈຳນວນໜຶ່ງ ຕ້ອງໄດ້ລີ້ໄພໄປປະເທດ ໄທເປັນການຊົ່ວຄາວ ເຊິ່ງປະທານ ສຸພານຸວົງ   ເພື່ອກ່າວປະນາມ ຢ່າງເຄັ່ງຂຶມວ່າ: “ຂະບວນການຕໍ່ຕ້ານ ພວກລ່າເມືອງຂຶ້ນແບບເກົ່າ  ເພື່ອປົດປ່ອຍຊາດ ຂອງປະຊາຊົນ ລາວຍັງຄົງດຳເນີນສືບຕໍ່ໄປ ຈົນເຖິງໄຊຊະນະສຸດທ້າຍ….”. ພ້ອມກັນນັ້ນ, ປະທານ ສຸພານຸວົງ ຍັງໄດ້ຮຽກຮ້ອງ ໃຫ້ປະຊາຊົນລາວທັງຊາດ ຈົ່ງລຸກຂຶ້ນຕໍ່ສູ້ຢ່າງທໍລະຫົດ ອົດທົນຕ້ານພວກລ່າ ເມືອງຂຶ້ນແບບ ເກົ່າ ແລະ ລູກແຫລ້ງຕີນມື ຂອງພວກເຂົາ ເພື່ອຍາດເອົາເອກະລາດ.

-ວັນທີ 13 ສິງຫາ 1950 ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນ ທົ່ວປະເທດ ໄດ້ຕົກລົງສ້າງຕັ້ງ ແນວໂຮມເອກະພາບແຫ່ງຊາດ ຂຶ້ນຢ່າງເປັນທາງການ ໂດຍໃສ່ຊື່ວ່າ: ແນວ ລາວອິດສະລະ ແລະ ສ້າງຕັ້ງລັດ ຖະບານລາວຕໍ່ຕ້ານ. ປະທານ ສຸພານຸວົງ ໄດ້ຖືກແຕ່ງຕັ້ງເປັນ ປະທານກອງອຳນວຍການ ກາງຂອງແນວລາວອິດສະລະ ແລະ ເປັນນາຍົກ ລັດຖະມົນຕີ ຂອງລັດຖະບານລາວ ຕໍ່ຕ້ານຍິ່ງເປັນການຍົກສູງ ບົດບາດຂອງເພີ່ນ ໃຫ້ສູງເດັ່ນຂຶ້ນພ້ອມກັບພາລະກິດ ອັນໜັກໜ່ວງ. ແຕ່ຕົກໃນວັນທີ 28 ກໍລະກົດ 1959, ປະທານ ສຸພານຸວົງ ແລະ ບັນດາຜູ້ນຳ, ພະນັກງານຂອງແນວລາວຮັກຊາດ ຫລາຍທ່ານ ໄດ້ຖືກຂັງໄວ້ຢູ່ຄຸກໂພນເຄັງ ແຕ່ມາຮອດວັນທີ 23 ພຶດສະພາ 1960, ປະທານ ສຸພານຸວົງ ແລະ ຜູ້ນໍາແນວລາວຮັກຊາດທັງໝົດ ໄດ້ໂຕນອອກຈາກ ຄຸກກັບຄືນສູ່ເຂດທີ່ໝັ້ນ ປະຕິວັດຢ່າງປອດໄພ ເຊິ່ງເປັນ ເຫດການອັນໜ້າອັດສະຈັນໃຈ ເປັນຢ່າງຍິ່ງ ໃນໝູ່ປະຊາຊົນລາວ ໃນທົ່ວປະເທດ.

ໃນວັນທີ 1 ແລະ 2 ທັນວາ 1975, ກອງປະຊຸມໃຫຍ່ ຜູ້ແທນປະຊາຊົນ ທົ່ວປະເທດ ໄດ້ຜ່ານບັນດາມະຕິ ຕົກລົງທີ່ມີລັກສະນະ ປະຫວັດສາດ ແລະ ເປັນເອກະສັນກັນ ໃນການແຕ່ງຕັ້ງປະທານ ສຸພານຸວົງ ເປັນປະທານປະເທດ ຄົນທຳອິດຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂໍ້ມູນຈາກ: ຂປລ.

ບົດຄວາມແນະນໍາ

ສະແດງຄວາມຄິດເຫັນ