Senglao content (728×90)

ເຊີນທ່ຽວສາລະວັນ

ມື້ນີ້ວາລະສານ ທາເກັດ ຈະມາແນະນໍາໃຫ້ທຸກທ່ານໄດ້ຮູ້ຈັກກັບແຂວງສາລະວັນ ແລະ ແຫຼ່ງທ່ອງທ່ຽວບາງສະຖານທີ່ ແຂວງສາລະວັນ ຕັ້ງຢູ່ທາງພາກໃຕ້ຂອງປະເທດລາວ  ເປັນແຂວງທີ່ມີເສດຖະກິດພວມຂະຫຍາຍຕົວ, ມີຫຼາຍຊົນຊາດຊົນເຜົ່າດຳລົງຊີວິດຢູ່ດ້ວຍກັນ ເມືອງເອກຂອງແຂວງ ແມ່ນເມືອງ ສາລະວັນ ເຊິ່ງມີດິນແດນສ່ວນໜຶ່ງກວມເອົາພູພຽງບໍລະເວນອັນອຸດົມຮັ່ງມີຂອງແຂວງເໝືອນດັ່ງຄໍາຂັວນທີ່ວ່າ: “ ຫມາກພ້າວນາໄຊ ປິ້ງໄກ່ນາປົ່ງ ເຫລົ້າຂາວເມືອງຄົງ ລໍາວົງສາລະວັນ ” ເປັນຄໍາຂັວນແຂວງສາລະວັນ ທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າດັ່ງຄໍາເວົ້າແຕ່ກ່ອນແຕ່ເດີມທີ່ວ່າ: ສາລະວັນຂີ້ໄຮ້ຂາຍຊ້າງແລກກະບອງ ແລະ ແຕ່ກ່ອນໄດ້ມີຕົ້ນຮັງ( ສາລະ ) ເກີດຂຶ້ນຫຼາຍຈຶ່ງເປັນທີ່ມາຂອງຊື່ສາລະວັນທີ່ໝາຍເຖິງດິນແດນແຫ່ງຕົ້ນຮັງ ແລະ ຍັງປະກອບດ້ວຍສະຖານທີ່ທ່ອງທ່ຽວທີ່ສໍາຄັນຫຼາກຫຼາຍບໍ່ວ່າຈະເປັນທາງທໍາມະຊາດ ແລະ ທາງປະຫວັດສາດເຊັ່ນ: ອະນຸສາວະລີອົງແກ້ວ-ສວນແຄນ, ນໍ້າຕົກຕາດເລາະ-ຕາດຮັງ, ນໍ້າຕົກຕາດເທວະດາ, ນໍ້າຕົກຕາດສູງ( ເຊເຊັດ ), ວັດກາງ, ຂົວທ່ານສຸພານຸວົງ, ຫັດຖະກໍາຕໍ່າແຜ່ນແພ ບ້ານຫ້ວຍຫູນ, ກອງເສົາຊໍ່-ເສົາເສ, ຕາດເສນ, ຕາດໄມ້ເຮ້ຍ, ປີ້ງໄກ່ນາປົ່ງ ແລະ ຍັງອີກຫຼາຍໆສະຖານທີ່.

    ອະນຸສາວະລີອົງແກ້ວ-ສວນແຄນ: ເປັນອະນຸສະຖານທີ່ຈາລຶກເຖິງຄຸນງາມຄວາມດີຂອງອົງແກ້ວ ວິລະບູລຸດຂອງຊາດລາວເຮົາທີ່ໄດ້ສ້າງວິລະກໍາອັນລໍ້າເລີດ ນໍາພາປະຊາຊົນລາວລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຝຣັ່ງຢ່າງອົງອາດກ້າຫານ ອົງແກ້ວເກີດທີ່ບ້ານຈະກໍາ ເມືອງທ່າແຕງ ແຂວງເຊກອງ ແລະ ເສຍຊີວິດໃນວັນທີ 12 ພະຈິກ 1910 ອະນຸສາວະລີອົງແກ້ວມີຄວາມສູງ 8,60 ແມັດເຊິ່ງລວມມີຮູບປັ້ນຫລໍ່ທ່ານອົງແກ້ວທີ່ສູງ 5 ແມັດ ແລະ ຖານຮອງຮູບປັ້ນ.

 

ນໍ້າຕົກຕາດເລາະ – ຕາດຮັງ: ຕັ້ງຢູ່ບ້ານແສນວັງ ເມືອງສາລະວັນ ຫ່າງຈາກຕົວເມືອງປະມານ 31 ກິໂລແມັດ ຖືກຄົ້ນພົບໃນປີ 1985 ແລະ ເປີດໃຫ້ເຂົ້າທ່ຽວຊົມຢ່າງເປັນທາງການເມື່ອປີ 1990 ເປັນຕົ້ນມາ. ຄໍາວ່າ: “ ຕາດເລາະ ” ມີກົກເຄົ້າມາຈາກພາສາຂອງເຜົ່າທີ່ອາໄສຢູ່ແຖບນີ້ຄືຄໍາວ່າ: “ ໂລະ ” ມີຄວາມໝາຍວ່າອະໄວຍະວະເພດຊາຍ, ໂດຍມີຕໍານານເລົ່າຂານເຖິງສອງສາວເອື້ອຍນ້ອງທີ່ໄດ້ເຮັດການພະນັນຂັນຕໍ່ທ້າໃຫ້ພໍ່ເຖົ້າໂຕນລົງນໍ້າຢູ່ຕາດນີ້ ຖ້າກ້າໂຕນພວກເຂົາຊິຍອມເປັນເມຍ ພໍ່ເຖົ້າຜູ້ນັ້ນກໍແກ້ເຄື່ອງປະເປືອຍຈົນເຫັນໂລະແຫ່ວຍານແລ້ວໂດດລົງໄປດົນເຕີບ ສອງນ້ອງເອື້ອຍພາກັນຄິດວ່າພໍ່ເຖົ້າຕາຍແລ້ວແຕ່ໂຊກເຂົ້າຂ້າງພໍ່ເຖົ້າດວງດີຄາດຊິໄດ້ເມຍສາວນ້ອຍສາມາດເງີຍຫົວຂຶ້ນມາຈາກນໍ້າຢ່າງປອດໄພຈຶ່ງເປັນອັນວ່າສອງສາວນັ້ນຈໍາຕ້ອງພາກັນປະຕິບັດຕາມສັນຍາຍອມເປັນເມຍພໍ່ເຖົ້າຜູ້ກ້າຫານນີ້ ຈຶ່ງເປັນທີ່ມາຂອງຕາດໂລະ ຫຼື ຕາດເລາະຈົນເທົ່າທຸກມື້ນີ້.

    ຫັດຖະກໍາຕໍ່າແຜ່ນແພ ບ້ານຫ້ວຍຫູນ: ຫັດຖະກໍາຕໍ່າແຜ່ນຂອງເຜົ່າກະຕູ່ແມ່ນຢູ່ບ້ານຫ້ວຍຫູນ ເມືອງເລົ່າງາມ ຫ່າງຈາກເມືອງເລົ່າງາມປະມານ 10 ກິໂລແມັດ ເຊິ່ງບ້ານດັ່ງກ່າວນີ້ໄດ້ພາກັນຍົກຍ້າຍຖິ່ນຖານມາຈາກບ້ານປະລຸ ແຂວງຕາເວັນອອກ( ແຂວງ ເຊກອງໃນປັດຈຸບັນ ) ໃນກາງຊຸມປີ 1970 ປະຊາຊົນພາຍໃນບ້ານສ່ວນໃຫຍ່ແມ່ນເຜົ່າກະຕູ່ເຊິ່ງເປັນເຜົ່າທີ່ມີພາສາປາກເວົ້າສະເພາະ ແລະການນຸ່ງຖືເປັນເອກະລັກ ເຜົ່າດັ່ງກ່າວແມ່ນເຊື່ອຖືສາດສະໜາຜີ( ບັນພະບູຣຸດ ) ສິ່ງທີ່ແປກປະຫລາດຂອງເຜົ່ານີ້ແມ່ນວ່າທຸກໆຄອບຄົວຕ້ອງໄດ້ມີໂຮງສົບໄວ້ຢູ່ເຮືອນ ສິ່ງທີ່ການເປັນຈຸດດຶງດູດແກ່ນັກທ່ອງທ່ຽວໃນບ້ານນີ້ແມ່ນຜະລິດຕະພັນຫັດຖະກໍາແຜ່ນແພຂອງເຂົາເຈົ້າ ເຊິ່ງເຜົ່າກະຕູ່ເອງແມ່ນມີສີໄມ້ລາຍມືໃນການຕໍ່າຫູກທໍໄໝອັນເປັນເອກະລັກມາແຕ່ບູຮານນະການແລ້ວ ດ້ວຍເຕັກນິກການເກັບລາຍທີ່ມີຫົວຄິດປະດິດສ້າງ, ສວຍງາມ ແລະ ແຕກຕ່າງຈາກບ່ອນອື່ນຈຶ່ງເຮັດໃຫ້ນັກທ່ອງທ່ຽວທີ່ມາແວ່ຊົມບ້ານນີ້ ອົດບໍ່ໄດ້ຕ້ອງໄດ້ອຸດໜູນຊື້ສິນຄ້າຕິດໄມ້ຕິດມືກັບໄປນໍາ.

ນອກຈາກນີ້ແລ້ວແຂວງສາລະວັນ ມີຄວາມຫຼາກຫຼາຍທາງດ້ານຮີດຄອງປະເພນີເຊິ່ງສະແດງອອກຜ່ານການຮ້ອງລໍາທໍາເພງເຊັ່ນ: ລໍາສາລະວັນ ທີ່ມີຊື່ສຽງໂດ່ງດັງໄປທົ່ວປະເທດ, ລໍາຄົງເຊໂດນ, ລໍາຜູ່ໄທ, ລໍາຕາລີມອນ, ລໍາກະເລີ້ຍ ແລະ ອື່ນໆ ແລະ ຖ້າຫາກທ່ານໃດໄດ້ໄປຢ່າລືມຢ່າພາດທີ່ຈະຊິມອາຫານທີ່ມີຊື້ສຽງໂດ່ງດັງໂດຍສະເພາະແມ່ນປີ້ງໄກ່ນາປົ່ງລົດຊາດແຊບໆ, ບໍ່ວ່າໃຜໆກາຍໄປຕ້ອງໄດ້ແວ່ຊື້ຕິດໄມ້ຕິດມືກັບມາ.

ສະແດງຄຳຄິດເຫັນ