Senglao content (728×90)

ມາຮູ້ຈັກກັບ ອາຍຸຄວາມທາງອາຍາ ແລະ ທາງແພ່ງ

ສຳລັບນັກວິຊາຊີບທະນາຍຄວາມ ແລະ ນັກກົດໝາຍທົ່ວໄປແລ້ວ, ຄຳວ່າ”ອາຍຸຄວາມທາງອາຍາ ແລະ ທາງແພ່ງ” ນີ້ຖືເປັນເລື່ອງທີ່ຫຼາຍທ່ານໄດ້ເຂົ້າໃຈໝົດແລ້ວ ,ແຕ່ໃນຄວາມເປັນຈິງຄົນສ່ວນຫຼາຍໃນສັງຄົມຍັງບໍ່ທັນເຂົ້າໃຈຄວາມໝາຍ ແລະ ຄວາມສຳຄັນຂອງຄຳວ່າ: “ອາຍຸຄວາມທາງອາຍາ ແລະ ທາງແພ່ງ” ດັ່ງນັ້ນເພື່ອຕອບຄໍາຖາມທີ່ຂຽນສົ່ງມາຫາຜູ້ຂຽນຈະຂໍອະທິບາຍດັ່ງນີ້:

ຕາມລະບົບກົດໝາຍຂອງລາວ ແລະ ຂອງສາກົນ ເພິ່ນໄດ້ແຍກກົດໝາຍອອກເປັນ 2 ລະບົບໃຫຍ່ຄື: ລະບົບກົດໝາຍອາຍາ ແລະ ລະບົບກົດໝາຍແພ່ງ

ອາຍຸຄວາມທາງອາຍາໄດ້ແບ່ງເປັນ 2 ປະເພດຄື:

  • ອາຍຸຄວາມໃນການຮ້ອງຟ້ອງທາງອາຍາ: ໝາຍຄວາມວ່າເມື່ອມີບຸກຄົນໃດໜຶ່ງໄດ້ກະທຳຜິດທາງອາຍາແລ້ວ, ການດຳເນີນຄະດີອາຍາຕ້ອງດຳເນີນການພາຍໃນ ກຳນົດເວລາທີ່ກົດໝາຍອະນຸຍາດໃຫ້, ແຕ່ຖ້າປະປ່ອຍໃຫ້ກາຍກຳນົດເວລາດັ່ງກ່າວໄປແລ້ວຈະບໍ່ສາມາດຮ້ອງຟ້ອງທາງອາຍາໄດ້. ກົດໝາຍອາຍາ ມາດຕາ 26 ໄດ້ບົ່ງອາຍຸຄວາມໃນການຮ້ອງຟ້ອງ ທາງອາຍາເປັນ 3 ຂໍ້ຄື:

1 ປີສໍາລັບການກະທໍາຜິດໃນຖານລະຫຸໂທດ.

7 ປີສໍາລັບການກະທໍາຜິດໃນຖານໂທສານຸໂທດ.

15 ປີສໍາລັບການກະທໍາຜິດໃນຖານຂະຣຸໂທດ.

ອາຍຸຄວາມໃນການປະຕິບັດ(ໂທດ) ທີ່ສານໄດ້ລົງຄຳຕັດສິນເດັດຂາດໄປແລ້ວ ມາດຕາ 51 ກົດໝາຍອາຍາ ໝາຍຄວາມວ່າໂທດທີ່ສານວາງໃສ່ ຜູ້ກະທໍາຜິດ ຈະບໍ່ສາມາດ ປະຕິບັດໄດ້ຖ້າຫາກປະປ່ອຍໃຫ້ກາຍກຳນົດເວລາທີ່ກ່າວໄວ້ລຸ່ມນີ້ຄື:

  • 1 ປີສໍາລັບການກະທໍາຜິດໃນຖານລະຫຸໂທດ.
  • 7 ປີສໍາລັບການກະທໍາຜິດໃນຖານໂທສານຸໂທດ.
  • 15 ປີສໍາລັບການກະທໍາຜິດໃນຖານຂະຣຸໂທດ.
  • ອາຍຸຄວາມໃນການຮ້ອງຟ້ອງທາງແພ່ງ: ທີ່ບົ່ງໄວ້ໃນ ມາດຕາ 102 (ປັບປຸງ) ຂອງກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາໄດ້ຂຽນໄວ້ວ່າ: ອາຍຸຄວາມໃນການຮ້ອງຟ້ອງມີກຳນົດ 10 ປີ ສໍາລັບສັນຍາກ່ຽວກັບສິ່ງກໍ່ສ້າງ 3 ປີ ສໍາລັບສັນຍາປະເພດອື່ນ ( ສັນຍາກູ້ຢືມ, ສັນຍາຊື້-ຂາຍ…) ແລະ ການຮ້ອງຂໍເອົາການໃຊ້ແທນຄ່າເສຍຫາຍ (ຈາກອຸປະຕິເຫດ) ເວັ້ນເສຍແຕ່ກົດ ໝາຍຫາກໄດ້ກຳນົດໄວ້ຢ່າງອື່ນ.

ອາຍຸຄວາມໃນການຮ້ອງຟ້ອງ(ທາງແພ່ງ) ໃຫ້ເລີ່ມແຕ່ວັນກຳນົດເວລາຂອງສັນຍານັ້ນໄດ້ສິ້ນສຸດ ຫຼື ນັບແຕ່ວັນທີ່ຄວາມເສຍຫາຍໄດ້ເກີດຂຶ້ນເປັນຕົ້ນໄປ.

ແຕ່ຖ້າຫາກປະປ່ອຍເວລາກາຍໄປໂດຍບໍ່ໄດ້ດຳເນີນການໃດໆແລ້ວ, ຈະຂຽນຄຳຮ້ອງຟ້ອງຂຶ້ນມາຕາມພາຍຫຼັງ, ສານທີ່ມີອຳນາດກໍຈະປະຕິເສດຄຳຮ້ອງຟ້ອງດັ່ງກ່າວ ໝາຍຄວາມວ່າທ່ານກໍຈະເສຍສິດດັ່ງກ່າວຢ່າງຂາດຕົວໄປເລີຍ.

ດັ່ງນັ້ນຜູ້ຂຽນຈຶ່ງຂໍສະເໜີທ່ານທີ່ມີຄວາມສົງໃສກ່ຽວກັບບັນຫາໃຫ້ເຂົ້າພົບ ແລະ ຂໍຄຳປຶກສາຈາກທະນາຍຄວາມ ເຊັ່ນດຽວກັບທ່ານມີບັນຫາທາງສຸຂະພາບໃຫ້ພົວພັນ ແລະ ພົບທ່ານໝໍນັ້ນເອງ.

Statutes of limitations for criminal and civil law

In the legal profession, the term ‘statutes of limitations in criminal and civil law’ is something about which everyone understands but many members of the public do not yet understand its meaning and importance.

Therefore, in answer to the question written in asking about it, I will explain it like this:

According to the Lao and international legal systems, law is divided into two main systems – the criminal legal system and the civil legal system.

There are two types of statutes of limitations in criminal law:

– Statutes of limitations for criminal prosecution:

This means that when an individual has committed a criminal offence, case proceedings must proceed within a specified time permitted by law and if this time has expired, criminal prosecution may no longer take place. Article 26 of the Penal Law specifies statutes of limitations for three types of criminal prosecution:

One year for minor offences;

Seven years for major offences; and

Fifteen years for crimes.

As for the limitation period for the execution of punishment for which a final verdict has been given by the court, according to Article 51, a punishment issued by a court for a defender may not be executed if the following periods have expired:

One year for a minor offence;

Seven years for a major offence; and

Fifteen years for a crime.

– Statutes of limitations for civil claims: As stated in Article 102 (amended) of the Law on Contract and Tort, “The statute of limitation for a claim has a term of ten years for construction contracts and three years for other types of contracts (loan contracts, purchase contracts, etc.) and claims for compensation for damages unless otherwise provided by law.

The limitation period for making claims (in civil law) commences on the date on which the contract expires or on which the damages were incurred”.

If a claim is made after this period has expired, the court shall have the right to reject it, meaning that the right to make it will have been forfeited.

I would therefore like to suggest that those wondering about this issue, meet and consult with an attorney in the just same way as a person experiencing health problems would meet with a doctor.

ສະແດງຄຳຄິດເຫັນ