Author Archives: Ourignatay targetlaos

ເຈົ້າແຂວງບໍ່ແກ້ວ ລົງກວດກາການກໍ່ສ້າງພື້ນຖານໂຄງລ່າງ

ໃນວັນທີ 4 ມີນາ 2019 ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ພ້ອມຄະນະໄດ້ລົງກວດກາ ບັນດາໂຄງການທີ່ລົງທຶນຂອງລັດ ຢູ່ເມືອງຫ້ວຍຊາຍ (ລາຍລະອຽດຕິດຕາມຄຣິບລຸ່ມນີ້) ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ລົງກວດກາບັນດາໂຄງການລົງທຶນຂອງລັດ ຢູ່ເມືອງຫ້ວຍຊາຍ ວັນທີ 5/3/2019 ພາບ:ຂ່າວ ຄໍາເພັງ ສີສະຫວ່າງ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Tuesday, March 5, 2019 ຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ສະພາກາຊາດໄທ ມອບເຄື່ອງຊ່ວຍເຫຼືອ ໃຫ້ອົງການກາແດງລາວ

ໃນວັນທີ 5 ມີນາ 2019 ທີ່ນະຄອນຫຼວງວຽງຈັນ, ສະພາກາຊາດໄທ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ອົງການກາແດງລາວ ກ່າວມອບໂດຍ ທ່ານ ພົນໂທ ອຳນາດ ບາລີ ຜູ້ອຳນວຍການ ສຳນັກງານບັນເທົາທຸກ ສະພາກາຊາດໄທ, ກ່າວຮັບໂດຍ ທ່ານ ກາວີ ພອນສຸດທິ ຫົວໜ້າກອງຊ່ວຍ ເຫຼືອບັນເທົາທຸກອົງການກາແດງລາວ, ມີ ທ່ານ ຄຳຮຸ່ງ ເຮືອງວົງສາ ປະທານອົງການກາແດງລາວ ຮ່ວມເປັນສັກຂີພິຍານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຂໍ້ມູນຈາກ: ຂປລ.

Read More »

ລັດຖະບານຍີ່ປຸ່ນ ສະໜັບສະໜູນການກໍ່ສ້າງສູນເຝິກອົບຮົມ ແລະ ການຮຽນຮູ້

ລັດຖະບານຍີ່ປຸ່ນ ອະນຸມັດເງິນຊ່ວຍເຫຼືອ ສປປ ລາວ ມູນຄ່າ 274.459 ໂດລາສະຫະລັດ ເພື່ອສະໜັບສະໜູນການກໍ່ສ້າງສູນເຝິກອົບຮົມ ແລະ ການຮຽນຮູ້ ເພື່ອພັດທະນາຄວາມສາມາດໃຫ້ກັບຜູ້ພິການ ໃຫ້ມີວຽກເຮັດງານທຳ ທີ່ເມືອງວຽງໄຊ ແຂວງຫົວພັນ. ໂດຍທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະ ຣາຊະທູດ ຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ນາງ ໂທມິໂກະ ມາອາຈິມະ ປະທານອົງການພັດທະ ນາຄົນພິການ ອາຊີ(ADDP) ໄດ້ຮ່ວມລົງນາມໃນສັນຍາຮັບເອົາທຶນດັ່ງກ່າວ ໃນວັນທີ 28 ກຸມ ພາ 2019 ນີ້ ທີ່ນະຄອນຫຼວງວຽງຈັນ. ໂຄງການດັ່ງກ່າວ ຈະໄດ້ຮັບການສ້າງຂຶ້ນ ພາຍຫຼັງທີ່ໄດ້ຮັບທຶນຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນໃນຄັ້ງນີ້ ເພື່ອເປັນບ່ອນຮຽນຮູ້ ແລະ ສາມາດເຂົ້າເຖິງການເຝິກວິຊາຊີບ ຂອງຄົນພິການທາງພາກເໜືອ ໂດຍສະເພາະແຂວງຫົວພັນ ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າເພີ່ມທັກສະໃນດ້ານຕ່າງໆ ເປັນຕົ້ນແມ່ນ ການຈັດສວນ ແລະ ປູກຜັກ ຜ່ານການອົບຮົມວິຊາຊີບ ເຊິ່ງເປັນການພັດທະນາຄວາມສາມາດ ໃນການມີວຽກເຮັດງານທຳ ສາມາດສ້າງລາຍໄດ້ ເພິ່ງຕົນເອງ ກຸ້ມຕົນເອງຂອງຄົນພິການລາວ. ຂໍ້ມູນຈາກ: ຂປລ.

Read More »

ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນປະເທດຍີ່ປຸ່ນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ­ນັບ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ຮອງ​ປະ­ທານ​ສະ­ພາ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ປະ­ເທດ​ຍີ່­ປຸ່ນ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ດ້ານ​ທຸ­ລະ​ກິດ​ແມ່­ນ້ຳ​ຂອງ ໃນ​ວັນ​ທີ 27 ກຸມ­ພາ 2019 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ລາວ ເພື່ອ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື ກໍ​ຄື ການ​ເພີ່ມ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ສົ່ງ­ເສີມ​ວຽກ​ງານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຂອງ​ສອງ​ປະ­ເທດ ໃຫ້​ນັບ​ມື້​ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ. ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ການ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ພ້ອມ​ຄະ­ນະ​ຄັ້ງ​ນີ້ ຖື​ເປັນ​ການ​ປະ­ກອບ­ສ່ວນ​ສຳ­ຄັນ ໃນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ການ​ຮ່ວມ​ມື​ສອງ​ປະ­ເທດ ໂດຍ​ສະ­ເພາະ​ແມ່ນ ການ​ສົ່ງ­ເສີມ​ພາກ​ທຸ­ລະ​ກິດ​ການ​ຄ້າ ການ​ລົງ­ທຶນ​ສອງ​ຝ່າຍ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ ປັດ­ຈຸ­ບັນ​ນັກ­ທຸ­ລະ­ກິດ​ປະ­ເທດ​ຍີ່­ປຸ່ນ ໄດ້​ໃຫ້​ຄວາມ​ສຳ­ຄັນ ແລະ ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ເປັນ​ຈຳ­ນວນ​ຫຼາຍ​ສົມ­ຄວນ ບໍ່​ວ່າ​ຈະ​ເປັນ​ທຸ­ລະ​ກິດ​ໂຮງ​ຈັກ​ໂຮງ­ງານ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຕະ­ຫຼອດ​ເຖິງ​ທຸ­ລະ​ກິດ​ກ່ຽວ​ກັບ​ສິນ­ຄ້າ​ກະ­ສິ­ກຳ​ສົ່ງ​ອອກ ພ້ອມ​ນັ້ນ ລັດ­ຖະ­ບານ​ລາວ ກໍ​ໄດ້​ອຳ­ນວຍ​ຄວາມ​ສະ­ດວກ ແລະ ຊຸກ­ຍູ້​ພາກ​ທຸ­ລະ​ກິດ​ຂອງ​ປະ­ເທດ​ຍີ່­ປຸ່ນ ໃຫ້​ດຳ­ເນີນ​ກິດ­ຈະ­ການ​ດ້ວຍ​ຄວາມ​ວ່ອງ­ໄວ ຖືກ­ຕ້ອງ ແລະ ສອດ­ຄ່ອງ​ກັບ​ລະ­ບຽບ​ກົດ­ໝາຍ​ຂອງ​ລາວ. ຕອນ​ທ້າຍ ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ ...

Read More »

ສະຫາຍ ນາງ ຕ່ອງ ທິຟ້ອງ ຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ

ໃນໂອກາດທີ່ ສະຫາຍ ນາງ ຕ່ອງ ທິຟ້ອງ, ກໍາມະການກົມການເມືອງ ສູນກາງພັກກອມມຸຍນິດຫວຽດນາມ, ຮອງປະທານ, ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລາວ ຮ່ວມກັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ຄະນະ. ໃນວັນທີ 25 ກຸມພາ 2019 ສະຫາຍ ນາງ ຕ່ອງ ທິຟ້ອງ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ໂດຍມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອຳນວຍການ ແລະ ນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມໃຫ້ການຕ້ອນຮັບ. ໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ເປັນຂອງຂັວນຂອງ ສະຫາຍ ນົງດຶງແມັງ ອະດີດເລຂາທິການໃຫຍ່ພັກກອມມຸຍນິດຫວຽດນາມມອບໃຫ້ຊາວນະຄອນຫຼວງວຽງຈັນ ມູນຄ່າ 48 ຕື້ດົງ. ໂຮງຮຽນແຫ່ງນີ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ກັນຍາ 2009, ກົງກັບວັນຊາດຫວຽດນາມ ຄົບຮອບ 64 ປີ. ມີເນື້ອທີ່ 12.850 ...

Read More »

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

ໃນວັນທີ 24 ກຸມພາ 2019 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ຄະນະຜູ້ແທນຂັ້ນສູງສອງປະເທດ ລາວ ແລະ ຫວຽດນາມ ໄດ້ມີພິທີລົງນາມບັນດາເອກະສານຮ່ວມມື ຈຳນວນ 09 ສະບັບຄື: 1. ສັນຍາລະຫວ່າງກະຊວງການເງິນລາວ ແລະ ກະຊວງການເງິນຫວຽດນາມ ວ່າດ້ວຍການຮ່ວມມືດ້ານການເງິນ. 2. ສັນຍາວ່າດ້ວຍການຮ່ວມມືພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ. 3. ຂໍ້ຕົກລົງລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ວ່າດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນໃນການກໍ່ສ້າງທາງລົດໄຟ ວຽງຈັນ-ຫວຸງອາງ. 4. ບົດບັນທຶກການຮ່ວມມືລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃນຂົງເຂດຕ້ານການປ່ຽນແປງສະພາບດິນຟ້າອາກາດ ແລະ ອະນຸຮັກຊີວະນາໆພັນ. 5. ບົດບັນທຶກ ມອບ-ຮັບ ຖານຂໍ້ມູນຂ່າວສານພູມສັນຖານ ຮັບໃຊ້ການວາງແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຢູ່ລາວ ລະຫວ່າງກະຊວງພາຍໃນລາວ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ...

Read More »

2018 ເສດຖະກິດຂອງແຂວງໄຊຍະບູລີ ສືບຕໍ່ຂະຫຍາຍຕົວໃນລະດັບ 8,7%

ໃນວັນທີ 22 ກຸມພາ 2019, ທີ່ສະໂມສອນຫ້ອງວ່າການແຂວງໄຊຍະບູລີ, ທ່ານນາງ ປານີ ຢາທໍ່ຕູ້, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ທີ່ພວມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ, ໄດ້ໃຫ້ກຽດພົບປະໂອ້ລົມຕໍ່ພະນັກງານການນໍາຂອງແຂວງ.  ທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ຕໍ່ທ່ານປະທານສະພາແຫ່ງຊາດ, ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນໃນປີຜ່ານມາວ່າ: ສຳລັບປີ 2018 ເສດຖະກິດຂອງແຂວງແມ່ນສືບຕໍ່ຂະຫຍາຍຕົວໃນລະດັບ 8,7%, ລວມຍອດຜະລິດຕະພັນພາຍໃນບັນລຸ 9.555 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 24.096 ລ້ານກີບ ຫຼື 3.012 ໂດລາສະຫະລັດ; ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ, ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 3,3% ກວມ 30,4% ຂອງ GDP; ຂະແໜງອຸດສາຫະກຳເພີ່ມຂຶ້ນ 11,6% ກວມເອົາ 30%; ການບໍລິການ ເພີ່ມຂຶ້ນ 6,7% ກວມ 39,6% ຂອງ GDP, ດ້ານລາຍຮັບເຂົ້າງົບປະມານ ລວມທັງພູດສູນກາງ ແລະ ...

Read More »

ຫວຽດນາມລົງທຶນໃນ ສປປ ລາວ ຫຼາຍກວ່າ 4 ຕື້ ໂດລາ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ , ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 20 ກຸມພາ 2019 ກ່ຽວກັບການພົວພັນຮ່ວມມືລະຫວ່າງລາວ ແລະ ຫວຽດນາມ ໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນສະພາບການຮ່ວມມືໃນແຕ່ລະດ້ານດັ່ງນີ້: – ດ້ານການເມືອງ-ການຕ່າງປະເທດ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ແລະ ມີຄວາມໜັກແໜ້ນ, ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ແລະ ສ້າງເງື່ອນໄຂອັນດີໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະປະເທດ. – ດ້ານການຄ້າ: ສອງຝ່າຍສາມາດບັນລຸໄດ້ 1 ຕື້ໂດລາສະຫະລັດ ຫຼື 8,550 ຕື້ກີບ, ເພີ່ມຂຶ້ນ 13% ທຽບໃສ່ປີ 2017, ເຊິ່ງລື່ນຄາດໝາຍທີ່ໄດ້ກຳນົດໄວ້. – ດ້ານການລົງທຶນ: ມາຮອດປັດຈຸບັນ, ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ລາວມີທັງໝົດ 409 ໂຄງການ, ມູນຄ່າການລົງທຶນຫຼາຍກວ່າ 4 ຕື້ໂດລາສະຫະລັດ. ການລົງທຶນສ່ວນໃຫຍ່ກວມເອົາຂະແໜງພະລັງງານ, ບໍ່ແຮ່, ກະສິກຳ, ການບໍລິການ ແລະ ...

Read More »

ລາວ-ກຳປູເຈຍ ເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ການຮ່ວມມື

ໃນວັນທີ 22 ກຸມພາ 2019, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມຄະນະ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມ ຄົບຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC). ທີ່ມາ: ຂປລ.  

Read More »

ວາງສີລາຈາລຶກ ກໍ່ສ້າງ ພຣະພຸດທະຮູບ ຣັດຕະນະມິ່ງເມືອງ ປາງສະມາທິ

ໃນວັນທີ 19 ກຸມພາ 2019 ນີ້ ທີ່ເທິງພູຜາບ່ອງ ເມືອງຄອບ, ແຂວງ ໄຊຍະບູລີ ໄດ້ຈັດພິທີ ວາງສີລາຈາລຶກ ການກໍ່ສ້າງພຣະພຸດທະຮູບ ຣັດຕະນະມິ່ງເມືອງ ປາງສະມາທິ. ໃຫ້ກຽດເຂົ້າຮ່ວມພິທີ ມີທ່ານ ພົງສະຫວັນ ສິດທະວົງ, ເຈົ້າແຂວງ ແຂວງໄຊຍະບູລີ, ມີບັນດາການນໍາຂອງແຂວງ, ການນໍາຂອງເມືອງ, ນັກທຸລະກິດ, ຕະຫຼອດເຖິງປະຊາຊົນຊາວເມືອງ ຄອບ ແລະ ແຂກຈາກ ປະເທດໄທ ເຂົ້າຮ່ວມຢ່າງຫຼວງຫຼາຍ. ທ່ານ ພົມ ມິ່ງບຸບຜາ, ເຈົ້າເມືອງ-ເມືອງ ຄອບ ໄດ້ກ່າວວ່າ: ການສ້າງພຣະພຸດທະຮູບ ຣັດຕະນະມິ່ງເມືອງ ປາງສະມາທິ ເທິງພູຜາບ່ອງ ແມ່ນເພື່ອສ້າງໃຫ້ເປັນສະຖານທີ່ສັກຄະລະບູຊາຂອງຊາວພຸດ ກໍຄື ປະຊາຊົນຊາວເມືອງ ຄອບ, ສ້າງເປັນສະຖານທີ່ທ່ອງທ່ຽວທາງວັດທະນະທໍາ ແລະ ທໍາມະຊາດ, ທັງເປັນສະຖານທີ່ຊົມວິວ ທິວທັດ ຕົວເມືອງຄອບ ຕື່ມອີກ. ການກໍ່ສ້າງພຣະພຸດທະຮູບດັ່ງກ່າວ ແມ່ນໄດ້ຮັບການຮ່ວມແຮງຮ່ວມໃຈຂອງອໍານາດການປົກຄອງ, ພໍ່ແມ່ປະຊາຊົນພາຍໃນເມືອງຄອບ ແລະ ນັກທຸລະກິດ ທີ່ຮ່ວມເປັນເຈົ້າສັດທາຫຼັກ ໂດຍສະເພາະແມ່ນ ທ່ານ ຈໍານຽນ ບຸນທະວີ, ທ່ານ ...

Read More »