Author Archives: Ourignatay targetlaos

ນາຍົກລັດຖະມົນຕີແຫ່ງ ສປຈີນ ສົ່ງສານອວຍພອນວັນຊາດແຫ່ງ ສປປ ລາວ ຄົບຮອບ 43 ປີ.

ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນຄົບຮອບ 43 ປີແຫ່ງການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມອວຍພອນອັນປະເສີດເຖິງສະຫາຍ ແລະ ຜ່ານສະຫາຍເຖິງລັດຖະບານລາວ. ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ເຫັນວ່າ, ໃນໜຶ່ງປີທີ່ຜ່ານມາ, ປະເທດລາວມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ພາລະກິດການສ້າງສາປະເທດຊາດ ສືບຕໍ່ໄດ້ຮັບຄວາມຄືບໜ້າໃໝ່. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ສາຍພົວພັນຈີນ-ລາວ ໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ດີ, ການຮ່ວມມືໃນທຸກຂົງເຂດໄດ້ຮັບການຊຸກຍູ້ໃຫ້ກ້າວໄປໜ້າຢ່າງໜັກແໜ້ນ. ຈີນຍິນດີຮ່ວມກັນກັບລາວ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວເຕັມໄປດ້ວຍຄວາມອຸດົມສົມບູນຢ່າງບໍ່ຢຸດຢັ້ງ ເພື່ອສ້າງຜົນປະໂຫຍດຕົວຈິງໃຫ້ປະຊາຊົນສອງປະເທດ ຫຼາຍກວ່າເກົ່າ. ຂໍອວຍພອນ ໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນມີຄວາມຜາສຸກ. ຂໍອວຍພອນ ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ຈົ່ງໄດ້ຮັບການປັບປຸງແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຫຼີເຄີ້ສຽງ ນາຍົກລັດຖະມົນຕີສາທາລະນະລັດປະຊາຊົນຈີນ ທີ່ນະຄອນຫຼວງປັກກິ່ງ ວັນທີ 02 ທັນວາ 2018 ຂອບໃຈຂໍ້ມູນຈາກເພສບຸກ ທ່ານ ສຸຣິອູດົງ ແສງດາຣາ.

Read More »

ປະທານປະເທດແຫ່ງ ສປຈີນ ສົ່ງສານອວຍພອນວັນຊາດແຫ່ງ ສປປລາວ ຄົບຮອບ 43 ປີ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປລາວ ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວຄົບຮອບ 43 ປີ, ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ ແລະ ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ສົ່ງຄຳອວຍພອນອັນປະເສີດ ແລະ ຊົມເຊີຍຢ່າງສຸດໃຈໄປຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວປານອ້າຍນ້ອງ. ໜຶ່ງປີຜ່ານມາ, ປະເທດລາວມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມປອງດອງກັນ, ເສດຖະກິດພັດທະນາເປັນຢ່າງດີ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ.     ໃນຖານະເປັນສະຫາຍ ແລະ ເພື່ອນມິດ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ເລື່ອງນີ້, ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳ-ນຳພາ ຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ມີສະຫາຍບຸນຍັງເປັນແກນນຳ, ປະຊາຊົນປະເທດລາວ ຍ່ອມຈະສາມາດບັນລຸເປົ້າໝາຍສູ້ຊົນທີ່ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ປະຊາຊົນປະຕິວັດລາວ ແລະ ຈະປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດຊາດ. ນັບແຕ່ຕົ້ນປີມານີ້, ການພົວພັນຈີນ-ລາວໄດ້ສືບຕໍ່ຮັກສາທ່ວງທ່າຂະຫຍາຍຕົວເປັນຢ່າງດີ. ການນໍາຂັ້ນສູງຂອງສອງຝ່າຍໄດ້ແລກປ່ຽນການໄປມາຫາສູ່ກັນເລື້ອຍໆ, ການເຊື່ອມຕໍ່ທາງຍຸດທະສາດໄດ້ດຳເນີນໄປເປັນຢ່າງດີ, ການຮ່ວມມືດ້ານໂຄງການໃຫຍ່ໃຫຍ່ໄດ້ມີຄວາມຄືບໜ້າທີ່ດີ, ການແລກປ່ຽນໃນຂົງເຂດວັດທະນະທຳ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ສອງປະເທດ ແລະ ປະຊາຊົນສອງຊາດ. ຂ້າພະເຈົ້າເອົາໃຈໃສ່ຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ລາວ ...

Read More »

ຄະນະບໍລິຫານງານພັກ-ອົງການປົກຄອງ ນະຄອນຫຼວງວຽງຈັນ ເຂົ້າວາງພວງມາລາ ໃນໂອກາດວັນຊາດ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 43 ປີ, ໃນຕອນເຊົ້າຂອງວັນທີ 2 ທັນວາ 2018 ນີ້ຄະນະບໍລິຫານງານພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ນໍາໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ເລຂາຄະນະພັກ,ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າວາງພວງມາລາຢູ່ທີ່ ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ໜ້າຮູບຫຼໍ່ ປະທານໄກສອນ ພົມວິຫານ.   ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃໝ່

Read More »

ສູນທອນພົດ ເລຂາທິການໃຫຍ່ ກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງວຽງໄຊ

ສູນທອນພົດຂອງສະຫາຍ ບຸນ​ຍັງ ​ວໍລະ​ຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະ​ທານ​ປະ​ເທດ ​ແຫ່ງ ສ​ປ​ປ ລາວ ກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງ​ວຽງ​ໄຊຖານທີ່ໝັ້ນ​ຂອງການ​ປະຕິວັດລາວຄົບຮອບ 50 ປີ (ທີ່​ເມືອງ​ວຽງ​ໄຊ, ວັນ​ທີ 30 ​ພະຈິກ 2018) —————————– – ນ້ອມ​ນະ​ມັດ​ສະ​ການ​ພ​ຣະ​ເຖ​ຣາ​ນຸ​ເຖ​ຣະ! – ສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ! – ບັນດາແຂກທີ່ມີກຽດ ທັງ​ພາຍ​ໃນ​ ແລະ​ ຕ່າງປະ​ເທດ! – ພີ່ນ້ອງ​​ຮ່ວມ​ຊາດ ​ແລະຊາວເມືອງ​ວຽງ​ໄຊ ທີ່​ຮັກ​ແພງທັງຫຼາຍ! ມື້ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ​, ສູນ​ກາງ​ແນວ​ລາວ​ສ້າງ​ຊາດພ້ອມ​ດ້ວຍ ຊາວ​ເມືອງ​ວຽງ​ໄຊ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ ໃນ​ທົ່ວ​ປະ​ເທດມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​​​ ແລະ​ ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້ພ້ອມ​ກັນຈັດ​ຕັ້ງພິທີສະເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ເມືອງ​ວຽງໄຊຄົບຮອບ 50 ປີ, ວັນ​ສະຖາປະນາ ສປປ ລາວ ຄົບ​ຮອບ 43 ປີ ​ແລະ ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ຄົບຮອບ ...

Read More »

ຂະບວນຄາຣາວານລົດທ່ອງທ່ຽວມອບເງິນ 10 ລ້ານ ບູລະນະຖໍ້າປິວ.

ຂະບວນ ຄາຣາວານລົດທ່ອງທ່ຽວ ວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ ຂອງກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຢ້ຽມຊົມແຫຼ່ງທ່ອງທ່ຽວປະຫວັດສາດ ຖໍ້າປິວ, ເມືອງຄຳ, ແຂວງຊຽງຂວາງ ໃນວັນທີ 1 ທັນວາ 2018 ພ້ອມທັງມອບເງິນໃຫ້ຄະນະຮັບຜິດ ຊອບຖໍ້າປິວ 10 ລ້ານກີບ ໂດຍແມ່ນ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເປັນຜູ້ມອບ ເພື່ອນຳໃຊ້ເຂົ້າໃນ ການປັບປຸງ ແລະ ບູລະນະຖ້ຳແຫ່ງນີ້. ຖ້ຳປິວ ຖືເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ທີ່ປະຊາຊົນລາວບັນດາເຜົ່າບໍ່ສາມາດຫຼົງລືມໄດ້ ນັ້ນຄື: ໂສກອະນາດຕະກຳ ຈາກການຍິງລູກສອນໄຟໃສ່ຖ້ຳປິວເມືອງຄຳ ຂອງກໍາລັງອາກາດພວກຈັກກະພັດອາເມຣິກາ ຜູ້ຮຸກຮານ ເມື່ອວັນທີ່ 24 ພະຈິກ 1968 ເຮັດໃຫ້ປະຊາຊົນ ທີ່ລີ້ໄພຢູ່ໃນຖໍ້າແຫ່ງນີ້ ເສຍຊີວິດພາບດຽວ 374 ຄົນ ໃນພຽງສ້ຽວວິນາທີ. ດັ່ງນັ້ນ ວັນທີ 24 ​ພະ​ຈິກ ຂອງ ...

Read More »

ນໍ້າໃຈວັນຊາດ 2 ທັນວາ ໝັ້ນຍືນ.

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 43 ປີ ບໍລິສັດ K&C Group ພ້ອມດ້ວຍທິມງານວາລະສານ TARGET ແລະ ພະນັກງານທຸກໆຄົນ ຂໍສະແດງຄວາມຮູ້ບຸນຄຸນ ແລະ ອວຍພອນໄຊອັນປະເສີດມາຍັງທ່ານຜູ້ນໍາພັກແລະລັດ, ພະນັກງານ, ກໍາລັງປກຊ, ປກສ ແລະ ປະຊາຊົນບັນດາເຜົ່າ ຈົ່ງປະສົບແຕ່ຄວາມຜາສຸກ ຄວາມຈະເລີນ ຕະຫຼອດໄປ.                        ຊົມເຊີຍ ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ ຢ່າງສຸດໃຈ. ກ່ອນໜ້ານີ້ 43 ປີ ຄືວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ຕົກລົງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລຶບລ້າງລະບອບສັກດີນາລ່າເມືອງຂຶ້ນທີ່ຄອບງຳ ປະເທດເຮົາມາ ເປັນເວລາຍາວນານ ...

Read More »

ພິທີສະເຫຼີມສະຫຼອງຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ

ມື້ນີ້ທາງທີມງານ ວາລະສານ TARGET ໄດ້ປະມວນພາບ ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ (ວັນທີ 30 ພະຈິກ 1968 ຫາວັນທີ 30 ພະຈິກ 2018 ) ຈັດຂຶ້ນໃນຕອນແລງວັນທີ 30 ພະຈິກ 2018 ທີ່ສະ ໜາມຫຼວງເມືອງ ວຽງໄຊ ມາໃຫ້ບັນດາທ່ານໄດ້ຮັບຊົມ. ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ,ທ່ານ ພັນຄຳ ວິພາວັນ, ຜູ້ປະຈໍາການ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວຫນ້າຄະນະກຳມະການລະດັບຊາດເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ , ພ້ອມດ້ວຍການນໍາພັກ-ລັດ, ບັນດາທ່ານອະດີດການນໍາພັກ-ລັດ,ສະພາແຫ່ງຊາດ,ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ແລະ ມວນຊົນຊາວແຂວງຫົວພັນ ເຂົ້າຮ່ວມນັບໝື່ນຄົນ.   ຂອບໃຈພາບຈາກເພສທ່ານ ສົມສະໜຸກ ...

Read More »

ຮັບຮອງບ້ານທ່າຊະໂນ ເປັນບ້ານໃຫຍ່ພັດທະນາ ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ

ພິທີປະກາດຮັບຮອງບ້ານ ທ່າຊະໂນ ເປັນບ້ານໃຫຍ່ພັດທະ ນາຄ້າຍຄືຕົວເມືອງນ້ອຍໃນ ຊົນນະບົດເປັນແຫ່ງທີ 5 ຂອງ ນະຄອນໄກສອນ ພົມວິຫານ ໄດ້ຈັດຂຶ້ນໃນວັນທີ 20 ພະຈິກ 2018 ນີ້, ທີ່ສະໂມສອນຫ້ອງການບ້ານດັ່ງກ່າວ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງທ່ຽງ ສີດາວົງ ຄະນະປະຈໍາພັກແຂວງ ຫົວ ໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ, ມີທ່ານ ບຸນຍູ້ ທໍາມະວົງ ກໍາມະການພັກ ແຂວງ ເລຂາພັກນະຄອນ ເຈົ້ານະຄອນໄກສອນ ພົມວິຫານ, ພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງນະຄອນ, ການນຳຈາກເມືອງອຸທຸມພອນ ແລະເມືອງໄຊພູທອງ, ແຂກ ຖືກເຊີນ ພ້ອມດ້ວຍອຳນາດ ການປົກຄອງ ແລະພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ. ທ່ານ ແສງມະນີ ຊະນະວົງໄຊ ເລຂາພັກບ້ານ ນາຍໆບ້ານ ໃຫຍ່ບ້ານທ່າຊະໂນ ແຈ້ງໃຫ້ຊາບວ່າ: ບ້ານທ່າຊະໂນ ແມ່ນບ້ານໃຫຍ່ມີພົນລະເມືອງທັງໜົດ 2.197 ຄົນ, ຍິງ 1.119 ຄົນ, ມີຄອບຄົວ 356 ຄອບຄົວ, ປະຊາຊົນພາຍໃນບ້ານມີລາຍຮັບສະເລ່ຍ 2.100 ໂດລາ/ຄົນ /ປີ, ...

Read More »

ສ້າງໂອກາດ ເຂົ້າເຖິງບໍລິການດ້ານການເງິນ ໃນ ສປປ ລາວ ຄັ້ງທຳອິດ

ໃນວັນທີ 29 ພະຈິກ 2018, ສະມາຄົມການເງິນຈຸລະພາກ ຮ່ວມກັບທະນາຄານແຫ່ງ ສປປ ລາວ ໂດຍການສະໜັບສະໜູນຈາກອົງກອນ ອາດາ (ADA) ປະເທດລຸກຊຳບວກ ​ໄດ້ຈັດກອງປະຊຸມ ເພື່ອປຶກສາຫາລື ແລະ ສົນທະນາກ່ຽວກັບທ່ວງທ່າ ແລະ ວິວັດທະນາການຂອງ ການເງິນຈຸລະພາກ ກໍ​ຄືການສ້າງ​ເງື່ອນ​ໄຂ ​ແລະ ​ໂອກາດ ເຂົ້າເຖິງການບໍລິການ ດ້ານການເງິນໃນ ສປປ ລາວ ​ເຊິ່ງຈັດ​ຂຶ້ນຄັ້ງທຳອິດ ທີ່​ນະຄອນຫຼວງ​ວຽງຈັນ. ໂດຍມີ ທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງ ສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກບັນດາ ກະຊວງທີ່ກ່ຽວຂ້ອງ, ຜູ້ໃຫ້ທຶນ ແລະ ສະມາຊິກສະມາຄົມ ການເງິນຈຸລະພາກ​ເຂົ້າ​ຮ່ວມ. ທ່ານ ສົມພອນ ສີແສງລັດ ປະທານສະພາບໍລິຫານ ສະມາຄົມການເງິນຈຸລະພາກ ກ່າວວ່າ: ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເພີ່ມຄວາມເຂົ້າໃຈ ກ່ຽວກັບການເງິນຈຸລະພາກ ການເຂົ້າເຖິງການ ບໍລິການ ທາງດ້ານການເງິນຢູ່ໃນ ສປປ ລາວ ໃຫ້ກັບລູກຄ້າ ແລະ ປະຊາຊົນທົ່ວໄປ; ເພື່ອສ້າງການຮ່ວມມື ...

Read More »

ໂຄງການສົ່ງເສີມຄວາມສະເໝີພາບບົດ ບາດ ຍິງ-ຊາຍ ໃນໂຮງຮຽນມັດທະຍົມສຶກສາ

ໃນວັນທີ 29 ພະຈິກ 2018 ທີ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ມີພິທີເຊັນສັນຍາໃຫ້ການຊ່ວຍເຫຼືອລ້າ ເພື່ອສະໜັບສະໜູນໃຫ້ແກ່ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ (NGO) ໃນການສືບຕໍ່ຈັດຕັ້ງປະຕິບັດ “ໂຄງການສົ່ງເສີມຄວາມສະເໝີພາບບົດ ບາດ ຍິງ-ຊາຍ ໃນໂຮງຮຽນມັດທະຍົມສຶກສາ” ໃນໄລຍະສຸດທ້າຍ ປີ 2019 ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ, ມູນຄ່າ 505.210 ໂດລາສະຫະລັດ. ລະຫວ່າງ ທ່ານ ທາເຄຊິ ຮິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈິຢະ ນະງະຊິມະ ຜູ້ຮັບຜິດຊອບໂຄງການແພລນສາກົນ ຍີ່ປຸ່ນ ປະຈຳ ສປປ ລາວ (Plan International Japan) ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ. ໂຄງການດັ່ງກ່າວ ໄດ້ເນັ້ນການກໍ່ສ້າງສິ່ງອໍານວຍຄວາມສະດວກ ພາຍໃນໂຮງຮຽນມັດທະຍົມສຶກສາ ແລະ ສະໜັບສະໜູນການຮຽນຮູ້ ກ່ຽວກັບບົດບາດຂອງຍິງ-ຊາຍ ໃນແຂວງບໍ່ແກ້ວ. ໂຄງ​ການ​ນີ້ ແມ່ນ​ຖືກ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາຍ​ໃນ 3 ປີ ຕັ້ງ​ແຕ່​ເດືອນ​ທັນ​ວາ 2016 ຫາ ເດືອນ​ພະ​ຈິກ 2019 ​ແນ່​ໃສ່​ການ​ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ, ສ້າງ​ສະ​ພາບ​ແວດ​ລ້ອມ ​ການ​ສຶກ​ສາ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ​ ໃຫ້​ນ້ອງ​ນັກ​ຮຽນ​ແມ່​ຍິງ ​ໂດຍ​ສະ​ເພາະໃນ ​ໂຮງ​ຮຽນຊັ້ນ​ມັດທະຍົມສຶກສາ 11 ແຫ່ງ​ ໃນ​ເມືອງ​ຜາ​ອຸ​ດົມ ​ແຂວງ​ບໍ່​ແກ້ວ. ສຳລັບ​ການ​ດຳ​ເນີນ​ໂຄງ​ການ ​ໄລ​ຍະ​ທີ 1-2 ​ເລີ່ມປະຕິບັດແຕ່​ປີ 2017-2018 ແມ່ນ​ໄດ້​ມີ​ການ​ສ້າງ​ຄວາມ​ຮູ້​ ໃຫ້​ແກ່​ຜູ້​ເຝິກ​ອົບ​ຮົມ​ເລື່ອງ​ເພດ ແລະ ເຝິກ​ອົບ​ຮົມ​ເລື່ອງ​ເພດ​ໃຫ້​ແກ່​ຄູ, ຕົວ​ແທນ​ຜູ້​ປົກ​ຄອງ, ຜູ້​ນຳ​ສະ​ພາ​ສະ​ໂມ​ສອນ​ນັກ​ຮຽນ, ມີກ​ານ​​ອົບ​ຮົມ​ ດ້ານ​ການ​ບູ​ລະ​ນະ​ຮັກ​ສາ​ອຸ​ປະ​ກອນ ເຊິ່ງ​ລວມ​ມີ 730 ຄົນ​ເຂົ້າ​ຮ່ວມ ແລະ ໄດ້​ສ້າງ​ຫໍ​ພັກ​ໃຫ້​ແກ່ 2 ໂຮງ​ຮຽນ​ອີກ​ດ້ວຍ. ຂ່​າວ-ພາບ: ສົ​ມ​ຫວັງ ...

Read More »