Author Archives: Ourignatay targetlaos

ສອງປະເທດ ຈະເພີ່ມທະວີການຊ່ວຍເຫຼືອທາງດ້ານການຄຸ້ມຄອງ ແລະ ພັດທະນາສີມືແຮງງານ

ໃນລະຫວ່າງ ວັນທີ 20-22 ກຸມພາ 2019 ນີ້ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມລະດັບລັດຖະມົນຕີ ແຮງງານ ຢູ່ທີ່ຣາຊະອານາຈັກໄທ ຕາມການເຊື້ອເຊີນຂອງທ່ານ ພົນຕຳຫຼວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີວ່າການ ກະຊວງແຮງງານ ແຫ່ງ ຣາຊະອານາຈັກໄທ. ກອງປະຊຸມຄັ້ງນີ້ ແມ່ນເພື່ອສືບຕໍ່ການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມກອງ ປະຊຸມສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນທ້າຍປີ 2018 ທີ່ນະຄອນຫຼວງວຽງຈັນ ກໍຄືການທົບທວນການຮ່ວມມືໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານລາວ-ໄທ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດຮ່ວມກັນ, ໃນໄລຍະສອງປີຜ່ານສອງກະຊວງໄດ້ເອົາໃຈໃສ່ປະສານສົມທົບ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກຫລັກທີ່ກຳນົດໄວ້ໃນບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ກໍໄດ້ມີຜົນສຳເລັດຫລາຍດ້ານ ...

Read More »

ກອງປະຊຸມ ຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ

ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 13 ໄຂຂຶ້ນທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ນະຄອນຫຼວງວຽງຈັນ  ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ປລາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງ ຣາຊະອານາຈັກ ກຳປູເຈຍ ປະທານຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ກຳປູເຈຍ-ລາວ ພ້ອມດ້ວຍພະນັກງານຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ທັງສອງຝ່າຍໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ (JC) ຄັ້ງທີ 12 ທີ່ໄດ້ລົງນາມຮ່ວມກັນທີ່ຊຽມຣຽບ ຣາຊະອານາຈັກກຳປູເຈຍ ໃນເດືອນ ທັນວາ ປີ 2014 ທີ່ຜ່ານມາ ແລະ ໄດ້ສືບຕໍ່ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບການຮ່ວມມືສອງຝ່າຍໃນດ້ານຕ່າງໆໂດຍສະເພາະແມ່ນການຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດ ການຮ່ວມມືດ້ານເສດຖະກິດ ແລະ ວິຊາການ ການຮ່ວມມືດ້ານວັດທະນະທຳ ແລະ ສັງຄົມ ການຮ່ວມມືດ້ານເສດຖະກິດພາກພື້ນ. ສອງຝ່າຍຍັງສືບຕໍ່ຊຸກຍູ້ການຮ່ວມມືໃນດ້ານອື່ນໆເຊັ່ນ: ວຽກງານຊາຍແດນ ການຮ່ວມມືດ້ານກົງສຸນ ການຄ້າ ການສຶກສາ ແລະ ...

Read More »

ພິທີມອບ-ຮັບອາຄານໂຮງຮຽນມັດທະຍົມຕອນຕົ້ນບ້ານ ເມືອງນ້ອຍ

ພິ­ທີ​ມອບ-ຮັບ​ອາ­ຄານ​ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ຕົ້ນ​ບ້ານ ເມືອງ​ນ້ອຍ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດຂຶ້ນໃນວັນທີ 21 ກຸມພາ 2019 ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ສົມ​ພັນ ແພງ​ຄຳ​ມີ ກຳ­ມະ­ການ​ສູນ​ກາງ​ພັກ ຮອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ ປະ­ທານ​ຄະ­ນະ​ສັນ­ຕິ­ພາບ ແລະ ສາ­ມັກ­ຄີ​ຂອງ​ລາວ ທ່ານ ກາວ ຢູນ​ຫຼົງ ຮອງ​ປະ­ທານ​ສະ­ພາ​ທີ່​ປຶກ­ສາ​ການ­ເມືອງ​ແຫ່ງ​ປະ­ເທດ​ຈີນ ປະ­ທານ​ມູນ​ນິ­ທິ​ຈີນ​ເພື່ອ​ສັນ­ຕິ­ພາບ ແລະ ການ​ພັດ­ທະ­ນາ. ອາຄານຮຽນດັ່ງກ່າວເປັນ​ໂຮງ­ຮຽນ​ຫຼັງ​ທີ 7 ທີ່​ສ້າງ​ຂຶ້ນ​ໂດຍ​ການ​ຮ່ວມ​ມື​ລະ­ຫວ່າງ​ຄະ­ນະ​ສັນ­ຕິ­ພາບ ແລະ ສາ­ມັກ­ຄີ​ຂອງ​ລາວ ແລະ ມູນ​ນິ­ທິ​ຈີນ​ເພື່ອ​ສັນ­ຕິ­ພາບ ແລະ ການ​ພັດ­ທະ­ນາ ເຊິ່ງ​ໄດ້​ເລີ່ມ​ກໍ່­ສ້າງ​ວັນ​ທີ 1 ເມ­ສາ 2018 ແລະ ສໍາເລັດ​ວັນ​ທີ 1 ກຸມ­ພາ 2019 ມູນ​ຄ່າ 450.000 ໂດ​ລາ​ສະ­ຫະ­ລັດ  ເປັນ​ອາ­ຄານ​ຮຽນ 2 ຊັ້ນ ມີ 14 ຫ້ອງ​ຮຽນ 2 ຫ້ອງ­ການ 6 ຫ້ອງ​ນ້ຳ 4 ຫ້ອງ​ພັກ​ຄູ 1 ຫ້ອງ​ສະ­ໝຸດ ແລະ ...

Read More »

ຊາວແຂວງບໍ່ແກ້ວ ເຊີນຊວນທ່ຽວຊົມງານບຸນປະເພນີບັນດາເຜົ່າ 10 ເຜົ່າ ຄັ້ງທີ1

ເພື່ອເປັນການຮັດແໜ້ນຄວາມສາມັກຄີ ອະນຸລັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ, ຂໍເຊີນຊວນບັນດາທ່ານມາທ່ຽວຊົມງານບຸນປະເພນີບັນດາເຜົ່າ 10 ເຜົ່າ ທີ່ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ (ລາຍລະອຽດຕິດຕາມຄຣິບລຸ່ມນີ້) ເຊີນຊວນບັນດາທ່ານ ມາທ່ຽວຊົມງານບຸນປະເພນີບັນດາເຜົ່າ 10 ເຜົ່າ ຄັ້ງທີ1 ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, February 20, 2019 ຂໍ້ມູນຈາກ: ໂທລະພາບແຂວງບໍ່ແກ້ວ.

Read More »

ພຣະທາດຍາຄູຂີ້ຫອມ ຫຼື ພຣະຣາຊະຄູ ຫຼວງຍອດແກ້ວ ໂພນສະເມັກ

ງານບຸນນະມັດສະການ ພຣະທາດຍາຄູຂີ້ຫອມ ຫຼື ພຣະຣາຊະຄູ ຫຼວງຍອດແກ້ວ ໂພນສະເມັກ ທີ່ຊາວບ້ານດົງກຶມ ເມືອງ ອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 19 ກຸມພາ 2019 ດ້ວຍການເຂົ້າຮ່ວມ ມີທ່ານ ລໍາທອງ ຂອບສີລາວົງ ເຈົ້າເມືອງໆ ອາດສະພັງທອງ,ພະແນກ ຖວທ ແຂວງ,ຈາກນີ້ກໍມີ ທ່ານ ຜູ້ຕາງໜ້າພະແນກການຂອງຂອງ ບັນດາເມືອງຕ່າງໆຈໍານວນໜຶ່ງ ຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນເມືອງ ແລະ ຕ່າງເມືອງເຂົ້າຮ່ວມຢ່າງຄັບຄາໜາແໜ້ນ. ງານບຸນນະມັດສະການ ພຣະທາດຍາຄູຂີ້ຫອມນີ້ ແມ່ນເປັນງານປະເພນີໜຶ່ງຂອງຊາວເມືອງ ອາດສະພັງທອງຈັດຂຶ້ນ ເຊິ່ງເປັນການອະນຸລັກຮັກສາສຶບທອດປະເພນີວັດທະນະທໍາຂອງທ້ອງຖິ່ນໃຫ້ມີຄວາມຍືນຍົງຕະຫຼອດໄປ ອັນສໍາຄັນແມ່ນເປັນການເຕົ້າໂຮມຄວາມສາມັກຄີອັນເປັນປຶກແຜ່ນ ແລະ ສ້າງບັນຍາກາດໃນການທ່ອງທ່ຽວພາຍໃນເມືອງ ອາດສະພັງທອງໃຫ້ມີສີສັນຂຶ້ນຕື່ມ ໂດຍໄດ້ໃຫ້ແຂກຕ່າງດ້າວທ້າວຕ່າງແດນໄດ້ມາສໍາພັດກັບບັນຍາທໍາມະຊາດແລະການດໍາລົງຊີວິດຂອງປະຊາຊົນຊາວບ້ານດົງກຶມ.ສໍາຄັນກໍໃຫ້ຮູ້ເຖິງປະຫວັດຄວາມເປັນມາຂອງພຣະທາດຍາຄູຂີ້ຫອມຕື່ມອີກ. ທ່ານ ເຈົ້າເມືອງ ອາດສະພັງທອງ ມີຄໍາເຫັນວ່າ:ພຣະທາດຍາຄູຂີ້ຫອມ ແມ່ນໜຶ່ງປູສະນີຍະສະຖານທີ່ລໍ້າຄ່າ ແລະ ເປັນພຣະທາດອົງສັກສິດ ຄູ່ບ້ານຄູ່ເມືອງມາແຕ່ບູຮານນາການ ເຊິ່ງໃນຕໍານານແລະການບອກເລົ່າສືບທອດກັນວ່າ: ຍາຄູຂີ້ຫອມ ຫຼື ເວົ້າອີກຢ່າງໜຶ່ງແມ່ນ ພຣະຣາຊະຄູ ຫຼວງຍອດແກ້ວ ໂພນສະເມັກ ແມ່ນເປັນຜູ້ມີສະໜອງດີ,ເປັນຕົ້ນກໍແມ່ນຮຽນໜັງສືທັມເກັ່ງ ຊຶ່ງວ່າຟັງແລະອ່ານໜັງສືລວດດຽວກໍສາມາດຈື່ໄດ້ໝົດທຸກຂໍ້ຄວາມ ອີກຢ່າງໜຶ່ງໃນເມື່ອເວລາເພິ່ນຖ່າຍ(ອາຈົມ)ແມ່ນຈະບໍ່ມີກິ່ນ ຈົນເຮັດໃຫ້ບັນດາລູກສິດ ອອກຕົນຍາດໂຍມທັງປວງຈຶ່ງພາກັນໃຫ້ສາຍາວ່າ: ພຣະຍາຄູຂີ້ຫອມຕະຫຼອດສືບຕໍ່ກັນມາ. ພຣະຍາຄູຂີ້ຫອມ ...

Read More »

ອາເມຣິກາ ຮ່ວມກັບ ລັດຖະບານ ສປປ ລາວ ສ້າງຄວາມເຂັ້ມແຂງ ການສະໜອງທຶນ ດ້ານການບິນ

ໃນວັນທີ 20 ກຸມພາ 2019 ຜ່ານມາ, ເຈົ້າໜ້າທີ່ຈາກ ລັດຖະບານ ສປປ ລາວ ລວມທັງ ສະຫະລັດອາເມຣິກາ, ສສ ຫວຽດນາມ ແລະ ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆປະມານ 40 ທ່ານ ໄດ້ເຂົ້າຮ່ວມສຳມະນາ ກ່ຽວກັບ ສົນທິສັນຍາເຄັບທາວ Cape Town Convention ເພື່ອປຶກສາຫາລື ແນວທາງການປະຕິບັດທີ່ດີທີ່ສຸດເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນຍາກາດທາງດ້ານທຸລະກິດ ທີ່ກ່ຽວຂ້ອງກັບຜູ້ຖືກຳມະສິດເປັນເຈົ້າຂອງເຮືອບິນ ແລະ ການສະໜອງທຶນ ຢູ່ໃນ ສປປ ລາວ. ງານສຳມະນາໃນຄັ້ງນີ້ແມ່ນຈັດຂື້ນໂດຍ ສະຖານທູດສະຫະລັດອາເມຣິກາຮ່ວມກັບ ກົມການບີນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ຮັບການ ສະໜັບໜູນຈາກ ບໍລິສັດ General Electric (GE) ແລະ ໂບອິ້ງ. ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ສັນຕິສຸກ ສີມມະລາວົງ, ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ...

Read More »

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບທ່ານ ໜິງ ຈີເຈີ ພ້ອມຄະນະ

ໃນວັນທີ 20 ກຸມພາ 2019 ຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໜິງ ຈີເຈີ ຮອງປະທານ ຄະນະກຳມະການພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງໃນເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືອັນເປັນມູນເຊື້ອ ແລະ ສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ,ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕະຫຼອດໄປ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມດີໃຈ ທີ່ເຫັນວ່າການຮ່ວມມືໃນດ້ານຕ່າງໆ, ໂດຍສະເພາະດ້ານເສດຖະກິດ, ການຄ້າ-ການລົງທຶນ ລະຫວ່າງ ສອງປະເທດ ລາວ-ຈີນ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ...

Read More »

ສະຫາຍ ຫງວຽນ ຟູ ຈ້ອງ ແລະ ພັນລະຍາ ພ້ອມຄະນະຈະຢ້ຽມຢາມລາວ

ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ຈະເດີນທາງມາຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 24-25 ກຸມພາ 2019 ນີ້ ການຢ້ຽມຢາມໃນຄັ້ງນີ້, ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບພິເສດຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.  

Read More »

ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນຍີ່ປຸ່ນ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຜ່ານມານີ້ ຢູ່ທີ່ຫ້ອງຮັບແຂກກະຊວງຍຸຕິທຳ, ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ ກະຊວງຍຸຕິທຳ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລຽວທາໂລ ໂອບະ (Mr. Ryotaro Ohba), ຫົວໜ້າສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມຍຸຕິທຳ, ກະຊວງຍຸຕິທຳ ຍີ່ປຸ່ນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ທ່ານໄດ້ເດີນທາງມາຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງການຮ່ວມມືມິດຕະພາບ ລາວ-ຍີປຸ່ນ ໃນຂະແໜງຍຸຕິທຳ ແລະ ການຮັບຮອງປະມວນກົດໝາຍແພ່ງ ໃນລະຫວ່າງວັນທີ 19-21 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ ຢ່າງເປັນທາງການ. ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ທ່ານຍັງໄດ້ແລກປ່ຽນບົດຮຽນກ່ຽວກັບ ການພັດທະນາລັດແຫ່ງກົດໝາຍ, ກ່ຽວກັບຜົນໄດ້ຮັບຂອງໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງ ລັດທີ່ປົກຄອງດ້ວຍກົດໝາຍໃນຂົງເຂດຍຸຕິທຳ ຢູ່ ສປປ ລາວ ທີ່ສະໜັບສະໜູນໂດຍ ອົງການຮ່ວມມືສາກົນຍີ່ປຸ່ນ (JICA). ທ່ານລັດຖະມົນຕີ ກະຊວງຍຸຕິທຳ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ...

Read More »

ສຳມະນາທ່ອງທ່ຽວແບບຍືນຍົງ ແລະ ປົກປັກຮັກສາຊີວະນາໆພັນ

ໃນຕອນເຊົ້າຂອງວັນທີ 19 ກຸມພາ 2019 ຜ່ານມານີ້ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບອົງການທ່ອງທ່ຽວໂລກຈັດກອງປະຊຸມສຳມະນາທ່ອງທ່ຽວແບບຍືນຍົງ ແລະ ປົກປັກຮັກສາຊີວະນາໆພັນ ສຳລັບບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ ຢູ່ທີ່ໂຮງແຮມຈຳປາສັກແກຣນ. ໂດຍໃຫ້ກຽດເປັນປະທານຂອງທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ ທ່ານ ມາແຊວ ເລີຍີເຊີ ຜູ້ຈັດການຮ່ວມມືທາງດ້ານວິຊາການຂອງອົງການທ່ອງທ່ຽວໂລກ ທ່ານ ນາງ ມາລາ ຈັນທະລາມ ຮອງຫົວຫົວ ພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກ, ມີຜູ້ແທນຈາກປະເທດກຳປູເຈຍ, ຈີນ,ລາວ ,ໄທ,ມຽນມາ,ຫວຽດນາມ, ແລະ ຊຽນຊານ ບັນດາອົງການຈັດຕັ້ງສາກົນ ພະແນກການກົມກອງທີ່ກ່ຽວຂອງ ພາກລັດ , ພາກທຸລະກິດເຂົ້າຮ່ວມ, ໃນໂອກາດດັ່ງກ່າວ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວຈຸດປະສົງ ໃນການຈັດກອງປະຊຸມວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສຳຄັນ ຍົກໃຫ້ເຫັນບົດບາດຄວາມສຳຄັນໃນການພັດທະນາການທ່ອງທ່ຽວແບບຍືນຍົງ ການມີສ່ວນຮ່ວມຂອງພາກລັດ ພາກທຸລະກິດ ແລະ ຊຸມຊົນໃນການເປັນເຈົ້າການດ້ານພັດທະນາ ແລະ ...

Read More »