Author Archives: Ourignatay targetlaos

ລາວ-ຈີນ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ໝັ້ນຄົງ ແລະ ຍາວນານ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ ຈີນ ຄັ້ງທີ 1 (China International Import – Expo), ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 5-10 ພະຈິກ 2018 ທີ່ ນະຄອນຊຽງໄຮ້, ສປ ຈີນ. ໃນວັນທີ 4 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ຕໍ່ການເຊື້ອເຊີນຄະນະຜູແທນ ສປປ ລາວ ...

Read More »

ອັງກິດ ເປີດຫ້ອງການສະຖານທູດປະຈໍາອາຊຽນທີ່ຈາກາຕາ

ທ່ານ Jeremy Hunt, ລັດຖະມົນຕີ ກະຊວງການຕ່າງປະເທດ ອັງກິດ ໄດ້ປະກາດກ່ຽວກັບແຜນຂອງອັງກິດທີ່ເປີດຫ້ອງການສະຖານທູດ ປະຈໍາອາຊຽນແຫ່ງໃໝ່ ເມື່ອບໍ່ດົນຜ່ານມານີ້. ທ່ານລັດຖະມົນຕີ ໄດ້ເນັ້ນກ່ຽວກັບສັນຍານທີ່ເຂັ້ມແຂງໃນການເປັນຄູ່ຮ່ວມທີ່ເຕັມໄປດ້ວຍຄວາມຝັນກັບອາຊຽນ, ເຊິ່ງໄດ້ຮັບການສ້າງຕັ້ງຂື້ນບົນພື້ນຖານການແລກປ່ຽນທາງດ້ານຜົນປະໂຫຍດ ແລະ ເປົ້າໝາຍຮ່ວມກັນ ເປັນຕົ້ນແມ່ນຂະແໜງຄວາມໝັ້ນຄົງ, ການຄ້າ ແລະ ຄວາມອຸດົມຮັ່ງມີ. ຫ້ອງການສະຖານທູດໃໝ່ນີ້ແມ່ນຈະໄດ້ຮັບການນໍາພາໂດຍເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອຄົນໃໝ່ປະຈໍາອາຊຽນ ແລະ ຈະຕັ້ງຢູ່ສະຖານທູດອັງກິດທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ. ທ່ານທູດຄົນໃໝ່ ແລະ ທີມງານຈະເຮັດວຽກຢ່າງໃກ້ຊິດກັບເລຂາທິການອາຊຽນ ແລະ 10 ປະເທດສະມາຊິກອາຊຽນໃນການສ້າງຄູ່ຮ່ວມລະຫ່ວາງອັງກິດ ແລະ ອາຊຽນ. ອັງກິດ ແມ່ນເປັນປະເທດສົ່ງອອກຫຼັກຂອງອາຊຽນ ແລະ ເປັນທີ່ຕັ້ງຂອງບັນດາສະຖາບັນການເງິນຊັ້ນນໍາຂອງໂລກ ແລະ ການບໍລິການດ້ານອາຊີບຕ່າງໆ ທີ່ສາມາດຕອບສະໜອງດ້ານຄວາມຕ້ອງການດ້ານການເງິນຂອງອາຊຽນ. ທ່ານ Hugh Evans, ເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອໄດ້ເນັ້ນວ່າ: “ ການປະກາດດັ່ງກ່າວນີ້ແມ່ນເປັນຂີດໝາຍທີ່ສໍາຄັນດ້ານນະໂຍບາຍຂອງອັງກິດທີ່ມີຕໍ່ ທຸກໆປະເທດສະມາຊິກອາຊຽນ  ເຊິ່ງໄດ້ຮັບການເຕີບໃຫ່ຍຂະຫຍາຍຕົວເທື່ອລະກ້າວໃນຊຸມປີທີ່ຜ່ານມາ.          ສາຍພົວພັນ ລະຫ່ວາງ ອັງກິດ ແລະ ສປປ ...

Read More »

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ລົງຢ້ຽມຢາມກອງພົນທະຫານຮາບທີ 1

ວັນທີ 2 ພະຈິກ 2018ນີ້ ທ່ານ ບຸນຍັງ ວໍລະຈິດ ເລຂາທິການການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມ ກອງພົນທະຫານຮາບທີ 1 ຢູ່ເມືອງວັງວຽງ ແຂວງວຽງຈັນ, ໂດຍມີບັນດາອໍານາດການປົກຄອງແຂວງວຽງຈັນ, ນາຍ ແລະ ພົນທະຫານ ໃຫ້ການຕ້ອນຮັບ . ກອງພົນດັ່ງກ່າວ,ມີໜ້າທີ່ເປັນກໍາລັງເຄື່ອນທີ່ຂອງກະຊວງປ້ອງກັນປະເທດ, ປະສານກັບບັນດາກົມກອງເພື່ອເຮັດໜ້າທີ່ປົກປັກຮັກສາ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂດໃຈກາງ, ເຮັດໜ້າທີ່ເກາະຫ້ອຍຢູ່ພື້ນທີ່ສ່ວນ ໃຫຍ່ຂອງແຂວງ, ຂອບເຂດຊາຍແດນ ເຊື່ອມຕໍ່ລະຫວ່າງບັນດາແຂວງຕ່າງໆ. ພ້ອມທັງເປັນກໍາລັງລົງກໍ່ສ້າງຮາກຖານການເມືອງປັບປຸງກໍ່ສ້າງກໍາລັງ. ຂໍ້ມູນຈາກ: ຂປລ.

Read More »

ປະທານ ສຄສຊ ຍົກໃຫ້ເຫັນເສດຖະກິດປີນີ້ຂະຫຍາຍຕົວຊ້າລົງ

ໃນກອງປະຊຸມສົນທະນາທິດທາງເສດຖະກິດຂອງ ສປປ ລາວ, ບົດບາດຂອງທຸລະກິດເລີ່ມໃໝ່ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາ 2018 ຜ່ານມາ ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບົວສອນ ບຸບຜາວັນ ປະທານສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ (ສຄສຊ), ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ພ້ອມດ້ວຍນັກທຸລະກິດ,ອົງການຈັດຕັງສາກົນເຂົ້າຮ່ວມ. ທ່ານ ບົວສອນ ບຸບຜາວັນ ກ່າວວ່າ: ທິດທາງເສດຖະກິດຂອງ ສປປ ລາວ ໃນຊຸມປີຜ່ານມາ ຖືວ່າເປັນປະເທດໜຶ່ງໃນພາກພື້ນອາຊຽນທີ່ມີຈັງຫວະການຂະຫຍາຍຕົວທາງເສດຖະກິດໄວ, ລາຍໄດ້ສະເລ່ຍຫົວຄົນຕໍ່ປີເພີ່ມຂຶ້ນຢ່າງຕໍ່ເນື່ອງ. ແຕ່ໃນປີ 2018 ນີ້ປະເທດເຮົາໄດ້ປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ, ຖືກໄພນໍ້າຖ້ວມເກືອບທຸກແຊວງ ອັນໄດ້ສ້າງຜົນກະທົບຕໍ່ການຜະລິດກະສິກໍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ຕາມການປະເມີນຄາດວ່າ ການຜະລິດກະສິກໍາ ແລະ ປ່າໄມ້ ຈະຫຼຸດຈາກປີ 2017 ...

Read More »

ທາງລົດໄຟລາວ-ຈີນ ທີ່ຜ່ານແຂວງອຸດົມໄຊ ຄືບໜ້າ

ໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ທີ່ຜ່ານແຂວງອຸດົມໄຊ 126,6 ກິໂລແມັດ, ປະກອບມີ 3 ສັນຍາ, 8 ກຸ່ມບໍລິສັດກໍ່ສ້າງ, ມີອຸບມຸງ 32 ອຸບມຸງ, ຄວາມຍາວລວມ 83.697,5 ແມັດ ສັງລວມແລ້ວເຫັນວ່າ ວຽກເຈາະອຸບມຸງ ທັງສາມສັນຍາ ສາມາດປະຕິບັດໄດ້ 79 ຈຸດກໍ່ສ້າງ(ປາກອຸບມຸງທັງໝົດລວມທັງອຸບມຸງອຽງເຈາະດ້ານຂ້າງ) ຂອງ 25 ອຸບມຸງ, ລວມຄວາມຍາວທີ່ສາມາດເຈາະໄດ້ທັງໝົດ 45.009 ແມັດ. ໃນນີ້ສະເພາະແລວເສັ້ນແດງທາງລົດໄຟເຈາະໄດ້ 37.456 ແມັດ. ເທົ່າກັບ 44,76% ຂອງຄວາມຍາວທັງໝົດຂອງໄລຍະຜ່ານແຂວງອຸດົມໄຊ . ໃນຈໍານວນອຸບມຸງທີ່ເຈາະນັ້ນ ສາມາດເຈາະສຳເລັດແລ້ວ 3 ແຫ່ງຄື: 1. ນາທົງ 1 (ບ້ານນາທົງ, ເມືອງນາໝໍ້) ຄວາມຍາວ 730 ແມັດ. 2. ກໍ່ນ້ອຍ3 (ບ້ານຫ້ວຍຍຳ, ເມືອງໄຊ). ຄວາມຍາວ 558 ແມັດ. 3. ນາວອນ (ບ້ານທ້ຽວ, ເມືອງໄຊ) ຄວາມຍາວ 567 ແມັດ. ...

Read More »

ຄະນະກຳມະການ ກວດກາສູນກາງພັກ ກອມມູນິດຫວຽດນາມ ຢ້ຽມຢາມລາວ

ວັນທີ 31 ຕຸລາ 2018, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ຕຸລາ ເຖິງ 1 ພະຈິກ 2018. ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສະຫາຍ ເຈິນເກີ້ມຕູ້ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ກັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ...

Read More »

ຮອງລັດຖະມົນຕີ ຖວທ ຕ້ອນຮັບຊ່ຽວຊານ ICOMOS

ໃນວັນທີ 30 ຕຸລາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ຊ່ຽວຊານ ICOMOS ຈາກອົງການອຸຍເນັດສໂກ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນລະຫວ່າງວັນທີ 20-30 ຕຸລາ 2018 ເພື່ອການປະເມີນໄຫຫີນ ແຂວງຊຽງຂວາງ ໃນການຮັບຮອງເຂົ້າເປັນມໍລະດົກໂລກ. ໃນໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ອົງການອຸຍເນັດສໂກ ໃຫ້ໄດ້ຮັບການພັດທະນາ ...

Read More »

ຈະປັບລາຄາບັດລົດເມນະໂຍບາຍ ໃນສາມສາຍທາງ

ອໍານວຍການລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລກທີ 1868/ລລມ.ນວ ລົງວັນທີ 29/10/2018 ເຖິງບັນດານັກສຶກສາ ຜູ້ທີ່ນໍາໃຊ້ບັດລົດເມນະໂຍບາຍ ດ້ວຍລະບົບ ໄອທີຊີ (ITC) ວ່າ: ທາງບໍລິສັດໄດ້ຮ່ວມກັບໂຄງການປັບປຸງຂົນສົ່ງສາທາລະນະໃນຕົວເມືອງ ນະຄອນຫຼວງວຽງຈັນໄລຍະ 2 ຂອງອົງການໄຈກາ (JICA) ປະເທດຍີ່ປຸ່ນ ຈະໄດ້ປັບລະບົບການນໍາໃຊ້ບັດໃຫ້ນໍາໃຊ້ໄດ້ເປັນບາງສາຍທາງ ແລະ ປັບລາຄາຂອງບັດລົດເມ ນະໂຍບາຍຄືນໃໝ່ ເພື່ອໃຫ້ມີຄວາມເໝາະສົມ ຈາກລາຄາເກົ່າໃນເມື່ອກ່ອນດັ່ງນີ້:……   ສ່ວນບັດທີ່ໄດ້ລົງທະບຽນນໍາໃຊ້ແລ້ວໃນໄລຍະປີ 2018-2019 ແມ່ນຍັງສາມາດນໍາໃຊ້ໄດ້ຈົນກວ່າຈະໝົດອາຍຸຂອງບັດໃນປີ 2019 ແລະ ລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດນັບແຕ່ວັນທີ 5 ພະຈິກ 2018 ເປັນຕົ້ນໄປ. Cr ລັດວິສາຫະກິດລົດເມ ນະຄອນຫຼວງວຽງຈັນ .  

Read More »

ເບຍລາວ ອອກແຈ້ງການ ປັບປຸງລາຄາຂາຍຍົກ

ອອກມາແລ້ວແຈ້ງການຜູ້ອໍານວຍການບໍລິສັດເບຍລາວ ຈໍາກັດ ສະບັບເລກທີ 2714 ລົງວັນທີ 29-10-2018 ເລື່ອງການປັບປຸງລາຄາຂາຍຜະລິດຕະພັນຂອງບໍລິສັດເບຍລາວ ຈໍາກັດ.   ເພື່ອເຮັດໃຫ້ການດໍາເນີນທຸລະກິດຂອງບໍລິສັດມີສະພາບຄ່ອງ,ສາມາດແຂ່ງຂັນໃນຕະຫຼາດ ແລະ ເນື່ອງຈາກອັດຕາເງິນເຟີ້ ແລະ ລາຄາຕົ້ນທຶນການຜະລິດໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ, ດັ່ງນັ້ນ ບໍລິສັດເບຍລາວ ຈໍາກັດ ຈຶ່ງໄດ້ມີການກໍານົດລາຄາຂາຍຍົກ ເບຍແກ້ວໃຫຍ່,ແກ້ວນ້ອຍ,ເບຍກະປອງ ແລະ ເບຍສົດ ດັ່ງນີ້…… ລາຄານີ້ເລີ່ມປະຕິບັດແຕ່ວັນທີ 30 ຕຸລາ 2018 ເປັນຕົ້ນໄປ.

Read More »

ມູນຄ່າການນໍາເຂົ້າ-ສົ່ງອອກ ປະຈໍາເດືອນ 9 ປີ 2018

ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 9 ປີ 2018 ປະຕິບັດໄດ້ 724 ລ້ານໂລດາສະຫະລັດ ຍັງບໍ່ທັນລວມເອົາການສົ່ງອອກໄຟຟ້າ. ໃນນັ້ນ ມູນຄ່າການນໍາເຂົ້າປະຕິບັດໄດ້ 426 ລ້ານໂລດາສະຫະລັດ ສ່ວນສໍາລັບມູນຄ່າການສົ່ງອອກແມ່ນປະຕິບັດໄດ້ 298 ລ້ານໂລດາສະຫະລັດ. ສິນຄ້າສົ່ງອອກຫຼັກຂອງ ສປປ ລາວ ປະຈໍາເດືອນ 9 ປະກອບມີ: ແຮ່ທອງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ, ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ, ເຄື່ອງໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ເຄື່ອງດື່ມ, ເຄື່ອງນຸ່ງ, ໝາກກ້ວຍ, ງົວ, ຄວາຍ ແລະ ອື່ນໆ. ສິນຄ້າສົ່ງອອກທີ່ຍັງກວມສູງກ່ວາໝູ່ແມ່ນແຮ່ທອງ ກວມ 26,04% ສ່ວນທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ ກວມ 12,45%. ແຫຼ່ງຂໍ້ມູນຈາກ: ກະຊວງອຸດສະຫະກໍາ ແລະ ການຄ້າ ຮູບປະກອບຈາກ: ອິນເຕີເນັດ

Read More »