Author Archives: Ourignatay targetlaos

ປີທ່ອງທ່ຽວລາວ ສ້າງລາຍຮັບເຂົ້າປະເທດ ເພີ່ມຂຶ້ນ 17%

ຜ່ານການເປີດປີທ່ອງທ່ຽວ 2018 ແມ່ນໄດ້ຮັບຜົນສໍາເລັດຫຼາຍດ້ານ ຊຶ່ງໃນປີ 2018 ມີຈໍານວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ ຈໍານວນ 4.186.432 ເທື່ອຄົນ ເຊິ່ງເພີ່ມຂຶ້ນ 8,2% ເມື່ອທຽບໃສ່ປີ 2017 ແລະ ສ້າງລາຍຮັບເຂົ້າປະເທດໄດ້ 755.342.151 ໂດລາສະຫະລັດ ຫຼື ປະມານ 6 ພັນຕື້ກວ່າກີບ ເພີ່ມຂຶ້ນ 17% ທຽບໃສ່ປີ 2017. ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ຮອງປະທານ, ຜູ້ປະຈໍາການຄະນະຊີີ້ນໍາລະດັບຊາດໃນການຈັດປີທ່ອງທ່ຽວລາວ 2018 ແຈ້ງໃຫ້ຮູ້ຕື່ມວ່າ: ພ້ອມນີ້ກໍມີຫຼາຍກຸ່ມຕະຫຼາດທ່ອງທ່ຽວທີ່ເພີ່ມຂຶ້ນເຊັ່ນ:ກຸ່ມຕະຫຼາດອາຊີປາຊີຟິກ ເພີ່ມຂຶ້ນ 8,4% ມີອັດຕາສ່ວນກວມເອົາ 94,16 %, ກຸ່ມຕະຫຼາດເອີຣົບ ເພີ່ມຂຶ້ນ 3% ມີອັດຕາສ່ວນ 3,96%, ກຸ່ມຕະຫຼາດອາເມຣິກາ ເພີ່ມຂຶ້ນ 7,5% ມີອັດຕາສ່ວນ 1,65% ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ ມີພຽງກຸ່ມປະເທດ ອາຟຣິກກາ ແລະ ຕາເວັນອອກກາງທີ່ມີອັດຕາຫຼຸດ ລົງ 0,5% ແຕ່ກໍ່ກວມເອົາອັດຕາສ່ວນພຽງ ...

Read More »

ປີ 2019 ຫຼວງພະບາງ ໄດ້ຮັບລາງວັນເມືອງທ່ອງທ່ຽວຍອດນິຍົມ

ໃນວັນທີ 7-8 ກຸມພາ 2019 ຜ່ານມາ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທົ່ວແຂວງ ປະຈໍາປີ 2018-2019 ໂດຍໄດ້ໄດ້ສຸມໃສ່ການສະຫຼຸບຄືນ ການປະຕິບັດໜ້າທີ່ວຽກງານໃນ 1 ປີຜ່ານມາ, ພ້ອມວາງທິດທາງແຜນການໃນປີຕໍ່ໜ້າ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ. ທ່ານ ສຸລິທີບ ໜໍ່ຄຸນຜົນ ຫົວໜ້າພະແນກ ຖວທ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ: ວຽກງານຖະແຫຼງຂ່າວໄດ້ພັດທະນາດ້ານວິທີການ ແລະ ຮູບແບບການນໍາສະເໜີຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ຄວາມບັນເທີງຜ່ານສື່ຕ່າງໆ ເປັນຕົ້ນແມ່ນ: ວິທະຍຸ, ໂທລະພາບ ແລະໜັງສືພິມ ເຮັດໃຫ້ສັງ ຄົມໄດ້ຮັບຂໍ້ມູນຂ່າວສານດ້ານຕ່າງໆ ຊັດເຈນ ແລະ ວ່ອງໄວ້ກວ່າເກົ່າ; ວຽກງານວັດທະນະທໍາ ໄດ້ຢຶດໝັ້ນທິດນໍາ: ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ວັດທະນະທໍາ ...

Read More »

ຮອງນາຍົກ ແລະ ລມຕ ແຮງງານ ລົງຢ້ຽມຢາມ-ຊ່ວຍເຫຼືອປະຊາຊົນ ແຂວງອັດຕະປື

ໃນວັນທີ 7 ກຸມພາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງໄປຊຸກຍູ້ໃຫ້ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ແຂວງອັດຕະປື ໃຫ້ສືບຕໍ່ເລັ່ງຈັດສັນເນື້ອທີ່ທໍາການຜະລິດກະສິກຳໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ໃຫ້ທັນລະດູການຜະລິດປີນີ້. ການເຄື່ອນໄຫວເຮັດວຽກຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ລົງຕິດຕາມ ແລະ ກວດກາພື້ນທີ່ໃນເຂດບຸກເບີກການຜະລິດຕົວຈິງ ໂດຍໄດ້ເນັ້ນໃຫ້ຄະນະນຳຂອງແຂວງ ແລະ ພາກສ່ວນກ່ຽວ ຂ້ອງ ກວດຄືນຢ່າງລະອຽດ ກ່ຽວກັບການບຸກເບີກພື້ນທີ່ທຳການຜະລິດ ໃນເຂດທີ່ກຳນົດໃຫ້ບຸກເບີກ ໃຫ້ລະອຽດ, ປະຕິບັດຕາມສັນຍາ, ລະບຽບການຊົດເຊີຍ ແລະ ບັນຫາອື່ນໆ ຢ່າງສົມເຫດສົມຜົນ, ພ້ອມໃຫ້ຮີບຮ້ອນສົ່ງເສີມປະຊາຊົນ ໄດ້ເລີ່ມທຳການຜະລິດໃຫ້ທັນລະດູການ. ໃນໂອກາດນີ້ທ່ານ ຮອງນາຍົກຍັງໄດ້ຢ້ຽມຢາມພົບກັບປະຊາຊົນຢ່າງໃກ້ຊິດໃນພື້ນທີ່ຕົວຈິງທີ່ສູນພັກຊົ່ວຄາວ ເຊັ່ນ: ຈຸດຕໍມໍຢອດ, ຈຸດປິນດົງ ແລະ ຈຸດອື່ນໆ ເພື່ອຢ້ຽມຢາມຖາມຂ່າວເຖິງການດໍາລົງຊີວິດ ແລະ ການເປັນຢູ່ຂອງປະຊາຊົນ. ຂ່າວໃຫ້ຮູ້ຕື່ມວ່າ: ໃນວັນທີ 5 ກຸມພາ 2019 ທີ່ເມືອງສະໜາມໄຊ ແຂວງອັດຕະປື, ຄະນະກໍາມະທິການ ປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ນຳໂດຍ ...

Read More »

ປະກາດໃຊ້ ຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດ

ລັດຖະບານ ໄດ້ອອກດຳລັດເລກທີ 20/ລບ ລົງວັນທີ 31 ມັງກອນ 2019 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ຂອງ ສປປ ລາວ ເຖິງປີ 2030, ພ້ອມມອບໃຫ້ກະຊວງແຜນການ ແລະ ການລົງທຶນ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ເປັນເຈົ້າການປະສານສົມທົບ ກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກ ຄອງທ້ອງຖິ່ນຕ່າງໆ ຄົ້ນຄວ້າ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ຈຸດປະສົງ ແລະ ເປົ້າໝາຍຕົ້ນຕໍຂອງການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດສະບັບນີ້, ແມ່ນເພື່ອເສີມສ້າງຄວາມອາດສາມາດ ໃນການເຊື່ອມສານການເຕີບໂຕສີຂຽວ ເຂົ້າໃນການສ້າງ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການຂອງຂະແໜງການ ແລະ ທ້ອງຖິ່ນໃນແຕ່ລະໄລຍະ ເພື່ອຮັບປະກັນການບັນລຸເປົ້າໝາຍການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະຍາວ ທີ່ພັກ ແລະ ລັດຖະບານຂອງ ສປປ ລາວ ໄດ້ກຳນົດໄວ້ ເປັນຕົ້ນແມ່ນ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນ ປີ 2020 ແລະ ກ້າວໄປເປັນປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ຕາມທິດສີຂຽວ-ຍືນຍົງ ...

Read More »

ຜູ້ມີຜົນງານຕໍ່ປະເທດຊາດ 20 ກວ່າທ່ານໄດ້ຮັບເງິນນະໂຍບາຍອຸດໜູນ

ພິທີມອບ-ຮັບເງິນນະໂຍບາຍ ໃຫ້ແກ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ຕໍ່ປະເທດຊາດ ປະຈໍາປີ 2019 ຂຶ້ນທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ຜູ້ຊີ້ນໍາຂົງເຂດວັດທະນະທໍາ ສັງຄົມ, ທ່ານນາງ ລໍາພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນວ ມີຜູ້ຕາງໜ້າກົມນະໂຍບາຍ ຮອງເຈົ້າເມືອງ ຄະນະກໍາມະການຄົ້ນຄວ້ານະໂຍບາຍ ຫົວໜ້າຫ້ອງການ ແຮງງານເມືອງ ແລະ ພະນັກງານປະຕິວັດອາວຸໂສ ເຂົ້າຮ່ວມ. ການປະຕິບັດນະໂຍບາຍຄັ້ງນີ້ ແມ່ນ 6 ເດືອນຕົ້ນປີ 2018-2019 ນະໂຍບາຍອຸດໜູນເສຍ ສະຫຼະຊີວິດຍ້ອນການສູ້ຮົບ ແລະ ຮັບໃຊ້ສູ້ຮົບ ຈໍານວນ 27 ທ່ານ ເປັນຍິງ 2 ທ່ານ ຈໍານວນເງິນທັງ ໝົດ 608.145.600 ກີບ ແລະ ນະໂຍບາຍເງິນອຸດໜູນນັກຮົບແຂ່ງຂັນ 1 ທ່ານ ຈໍານວນ 10 ລ້ານກີບ. ທ່ານ ...

Read More »

ທຫລ ຈະເອົາຜິດກັບທຸກສະຖາບັນການເງິນ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ປັດຈຸບັນ ສະຖາບັນການເງິນຈຸລະພາກທີ່ຈົດທະບຽນ ຢູ່ພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງສະຖາບັນການເງິນມີທັງໝົດ 185 ແຫ່ງ ໃນນີ້ມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) 20 ແຫ່ງ, ສະຖາບັນການເງິນຈຸລະພາກ ທີ່ບໍ່ຮັບເງິນຝາກ (ສກຈບ) 77 ແຫ່ງ, ສະຫະກອນສິນເຊື່ອແລະ ເງິນຝາກປະຢັດ (ສສງ) 27 ແຫ່ງ, ບໍລິສັດເຊົ່າສິນເຊື່ອ 29 ແຫ່ງ, ໂຮງຊວດຈໍາ 27 ແຫ່ງ ແລະ ບໍລິສັດໂອນເງິນດ່ວນ 5 ແຫ່ງ. ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ທຫລ ໃນວັນທີ 6 ກຸມພາ 2019 ນີ້ວ່າ: ໃນປີ 2018 ກົມຄຸ້ມຄອງສະຖາບັນການເງິນ ໄດ້ຢຸດຕິຊົ່ວຄາວໃນການອອກອະນຸຍາດ ໃຫ້ສ້າງຕັ້ງສະຖາບັນການເງິນຈຸລະພາກຂຶ້ນໃໝ່, ແຕ່ສະຖາບັນການເງິນຈຸລະພາກ ທີ່ໄດ້ຮັບອະນຸຍາດໃຫ້ເຄື່ອນໄຫວກ່ອນໜ້ານີ້ ກໍມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນໃນຫລາຍດ້ານ. ຂໍ້ມູນຈາກ: ຂປລ.

Read More »

ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 1

  ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 1 ໄຂຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 6-8 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ  ສົມລິດ ສີຜາວັນ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ , ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ແລະ ມີບັນດາຜູ້ແທນເຂົ້າຮ່ວມຢ່າງພ້ອມພຽງ…(ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ກອງປະຊຸມສະໄໝສະມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ 16/2/2019ຂ່າວ: ຄຳເພັງ ສີສະຫວ່າງ Posted by ໂທລະພາບແຂວງບໍ່ແກ້ວ ຂ່າວ on Wednesday, February 6, 2019 ທີ່ມາ: ໂທລະພາບແຂວງບໍ່ແກ້ວ.

Read More »

ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ

ໃນວັນທີ 7 ກຸມພາ 2019 ທີ່ນະຄອນຫຼວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ປັບປຸງຄວາມສະດວກໃນການດຳເນີນທຸລະກິດ ແລະ ການລົງທຶນ ຢູ່ ສ ປປ ລາວ ຕາມຄຳສັ່ງເລກທີ 02/ນຍ ໂດຍມີຈຸດປະສົງ ເພື່ອຮັບຟັງລາຍງານກ່ຽວກັບບັນດາລະບຽບການ ແລະ ນິຕິກຳຕ່າງໆ ທີ່ໄດ້ຮັບການປັບປຸງ ເພື່ອອຳນວຍຄວາມສະດວກແກ່ການດຳເນີນທຸລະກິດຢູ່ ສປປ ລາວ, ດຳລັດວ່າດ້ວຍການຮັບຮອງເອົາບັນຊີ ກິດຈະການຄວບຄຸມ ແລະ ກິດຈະການສຳປະທານຂອງ ສປປ ລາວ ສະບັບເລກທີ 03/ນຍ ລົງວັນທີ 10 ມັງກອນ 2019 ທີ່ຈະອຳນວຍຄວາມສະດວກແກ່ການອະນຸຍາດລົງທຶນໃຫ້ສະດວກ ແລະ ໄວຂຶ້ນ, ພ້ອມບົດແນະນຳວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນ ດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາ ຫະກິດສະບັບເລກທີ 01/ຄລທ.ສ ລົງວັນທີ 2 ມັງກອນ 2019 ຈະເຮັດໃຫ້ການຜ່ານແຜນນຳເຂົ້າ ແຜນປະຈຳປີ ໃຫ້ຮັດກຸມ, ສະດວກວ່ອງໄວ ແລະ ໂປ່ງໃສກວ່າເກົ່າ. ນອກນີ້, ຍັງມີການປັບປຸງການອອກເລກປະຈຳຕົວຜູ້ເສຍອາກອນ ພ້ອມກັບໃບທະບຽນວິສາຫະກິດ, ...

Read More »

ອາສາສະໝັກຍີ່ປຸ່ນ ມາປະຈໍາທີ່ລາວ ຄົບຕົວເລກ 1.000 ຄົນແລ້ວ

ວັນທີ 4 ກຸມພາ 2019, ທີ່ສະຖານທູດຍີ່ປຸ່ນໄດ້ມີພິທີຕ້ອນຮັບອາສາສະໝັກໃໝ່ຍີ່ປຸ່ນ 11 ທ່ານ ຮ່ວມກັບບັນດາອົງກອນທີ່ຮັບເອົາພວກເຂົາ. ຖ້າລວມ 11 ທ່ານທີ່ມາໃໝ່ໃນຄັ້ງນີ້ ແມ່ນມີຕົວເລກ 1.003 ຄົນ ເຊິ່ງກາຍຕົວເລກ 1 ພັນຄົນໄປແລ້ວ. ທ່ານ ຄຸໂນະ ຄາຊຸຮິໂຣະ ອຸປະທູດຊົ່ວຄາວ ແລະ ທ່ານນາງ ສີສົມບູນ ອຸນາວົງ, ຫົວໜ້າກົມຮ່ວມມືສາກົນ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ໃຫ້ກຳລັງໃຈ. ແຕ່ນີ້ຕໍ່ໄປພວກເຂົາຈະເຮັດວຽກເປັນເວລາສອງປີ ກໍຫວັງວ່າພວກເຂົາຈະເຮັດວຽກປະສົບຜົນສຳເລັດໃນໜ້າທີ່ວຽກງານດ້ວຍ. ອາສາສະໝັກດັ່ງກ່າວ, ຈະຖືກສົ່ງໄປປະຈຳຢູ່ແຂວງຕ່າງໆ ມີ ນະຄອນຫຼວງວຽງຈັນ ຈຳນວນ 3 ທ່ານ, ແຂວງວຽງຈັນ, ສະຫວັນນະເຂດ, ຫຼວງນ້ຳທາ, ຊຽງຂວາງ, ຈຳປາສັກ, ບໍລິຄຳໄຊ,ອຸດົມໄຊ ແລະ ແຂວງ ຫຼວງພະບາງ ແຂວງລະ 1 ທ່ານ. ວັນທີ 4 ເດືອນ 2 2019, ທີ່ສະຖານທູດຍີ່ປຸ່ນໄດ້ມີພິທີຕ້ອນຮັບອາສາສະໝັກໃຫມ່ຍີ່ປຸ່ນ 11 ທ່ານ ຮ່ວມກັບບັນດາອົງກອນທີ່ຮັບເອົາພວກເຂົາ. ຖ້າລວມ ...

Read More »

ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງປະທຸມພອນ ມອບເຄື່ອງຊ່ວຍເຫຼືອສົງເຄາະ

ທ້າຍສັບປະດາຜ່ານມານີ້ ຫ້ອງການແຮງງານ ແລະ ສະຫວັດດີການ ເມືອງປະທຸມພອນ ມອບເຄື່ອງຊ່ວຍເຫຼືອສົງເຄາະ ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ ໃນ 16 ບ້ານ ມູນຄ່າ 51 ລ້ານກີບ. (ລາຍລະອຽດຂ່າວຕິດຕາມຄຣິບລຸ່ມນີ້) ຫ້ອງການແຮງງານ ແລະ ສະຫວັດດີການເມືອງປະທຸມພອນມອບເຄື່ອງອຸປະໂພກຊ່ວຍເຫຼືອ ຫ້ອງການແຮງງານ ແລະ ສະຫວັດດີການເມືອງປະທຸມພອນມອບເຄື່ອງອຸປະໂພກຊ່ວຍເຫຼືອໃຫ້ແກ່ຄອບຄົວປະຊາຊົນຜູ້ທີ່ທຸກຍາກມູນຄ່າ 51 ລ້ານກີບ Posted by ສະຖານິໂທລະພາບແຂວງຈຳປາສັກ on Monday, February 4, 2019 ຂອບໃຈທີ່ມາ: ໂທລະພາບແຂວງຈໍາປາສັກ.

Read More »