Author Archives: Ourignatay targetlaos

ສໍານັກງານ ປົກປ້ອງເງິນຝາກ ມີສະມາຊິກທັງໝົດ 40 ທະນາຄານ

ທະນາຄານແຫ່ງ ສປປ ລາວ ໄດ້ປະກາດ ການສ້າງຕັັ້ງສໍານັກງານປົກປ້ອງເງິນຝາກ ຂຶ້ນຢ່າງເປັນທາງການໃນວັນທີ 23 ມັງກອນ 2019 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ; ພ້ອມດ້ວຍ ທ່ານນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກ, ບັນດາພາກສ່ວນຈາກກະຊວງທີ່ກ່ຽວຂ້ອງ, ຄະນະກົມ-ຄະນະສະພາບໍລິຫານ,ຄະນະອໍານວຍການສໍານັກງານປົກປ້ອງເງິນຝາກ-ຄະນະອໍານວຍການທະນາຄານລັດ ແລະ ບັນດາທະນາຄານທີ່ເປັນສະມາຊິກເຂົ້າຮ່ວມຢ່າງຄົບຖ້ວນ. ສໍານັກງານປົກປ້ອງເງິນຝາກ ໃນເມື່ອກ່ອນເປັນກອງທຶນປົກປ້ອງຜູ້ຝາກເງິນ ທີ່ໄດ້ຮັບການສ້າງຂຶ້ນໃນທ້າຍປີ 1999 ເພື່ອປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ຝາກເງິນ ທັງນີ້ເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ສັງຄົມ ກໍຄືລະບົບທະນາຄານໄປຄຽງຄູ່ກັບການພັດທະນາລະບົບທະນາຄານ. ສໍານັກງານປົກປ້ອງເງິນຝາກ ໄດ້ຮັບການສ້າງຂຶ້ນຕາມດໍາລັດເລກທີ 329/ລບ; ລົງວັນທີ 25 ຕຸລາ 2017 ຊຶ່ງເປັນການຈັດຕັ້ງການເງິນຂອງລັດມີຖານະທຽບເທົ່າກົມ, ເປັນນິຕິບຸກຄົນທີ່ເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກໍາໄລ, ມີຄວາມເປັນເອກະລາດທາງດ້ານການເງິນ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານແຫ່ງ ສປປ ລາວ. ທ່ານ ນາງ ແສງດາວວີ ວົງຄໍາຊາວ ຫົວໜ້າສໍານັກງານປົກປ້ອງເງິນຝາກໄດ້ແຈ້ງໃຫ້ຊາບການເຄື່ອນໄຫວໃນປີ 2018 ຜ່ານມາໂດຍໄດ້ຮັບຜົນສໍາເລັດຫຼາຍດ້ານເປັນຕົ້ນດ້ານວຽກງານນິຕິກໍາ; ດ້ານວຽກງານກວດກາ ແລະ ວິເຄາະ; ດ້ານການເຄື່ອນໄຫວທາງດ້ານການເງິນ; ການເກັບເບ້ຍປະກັນ, ...

Read More »

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນ ແຂວງຈຳປາສັກ ຊຸດທີ I

ໃນວັນທີ 23 ມັງກອນ 2019 ຢູ່ທີ່ ສະໂມສອນຫຼັກ 4 ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຈຳປາສັກ ຊຸດທີ I  ຢ່າງເປັນທາງການ  ພາຍໃຕ້ ການເປັນປະທານຂອງທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນ ແຂວງຈຳປາສັກ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ບັນດາທ່ານຮອງເຈົ້າແຂວງ, ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 15, ສະມາຊິກສະພາປະຊາຊົນແຂວງ, ບັນອົງການປົກຄອງແຂວງ, ນະຄອນ, ເມືອງ ຫົວໜ້າພະແນກການ​ ອ້ອມຂ້າງແຂວງ, ຜູ້ຕາງໜ້າອົງການຈັດຕັ້ງຕ່າງໆທົ່ວແຂວງເຂົ້າຮ່ວມ. ທ່ານ ເມກສະຫວັນ ພົມພິທັກ  ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆ ຂອງແຂວງ ຄື: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2018 ແລະ ທິດທາງແຜນການ 2019. ຮັບຟັງລາຍງານການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານປະຈຳ ປີ 2018 ແລະແຜນການປີ 2019 ຂອງອົງການກວດສອບປະຈຳພາກໃຕ້, ການແກ້ໄຂຜົນການກວດສອບຂອງພະແນກ ກວດກາລັດປະຈຳແຂວງ. ພິເສດສະມາຊິກສະພາປະຊາຊົນແຂວງ ຈະໄດ້ພິຈາລະນາຮັບຮອງເອົາການສະເໜີຂອງ ...

Read More »

ນາຍົກ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ

ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດ (ສຄອ) ໄດ້ຈັດກອງປະຊຸມປະຈໍາປີ 2018 ພ້ອມທັງການສະເຫຼີມສະຫຼອງ ຄົບຮອບ 30 ປີ ຂຶ້ນຢ່າງເປັນທາງການ ໃນວັນທີ 23 ມັງກອນ 2019 ຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດນີ້ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໃຫ້ ສຄອ ເອົາໃຈໃສ່ໃນການສ້າງກົນໄກການປະສານງານລະຫວ່າງພາກທຸລະກິດ ແລະ ບັນດາຂະແໜງການຂອງລັດ, ເນັ້ນໃຫ້ບັນດາຫົວໜ່ວຍທຸລະກິດເອົາໃຈໃສ່ໃນການພັດທະນາ, ພ້ອມທັງຂະຫຍາຍການຮ່ວມມືກັບປະເທດໃກ້ຄຽງ ແລະ ພາກພື້ນ ເພື່ອເປັນບົດຮຽນ,ປະສົບການ,ນໍາເອົານະວັດຕະກໍາໃໝ່ໆມານໍາໃຊ້ ແລະ ຍົກສູງການຜະລິດເປັນສິນຄ້າ ເພື່ອການສົ່ງອອກ ໃນພາກພື້ນ ແລະ ສາກົນໃຫ້ນັບມື້ຫຼາຍຂຶ້ນ. ທ່ານນາຍົກຍັງໄດ້ແນະນໍາໃຫ້ສືບຕໍ່ຄົ້ນຄວ້າຂະຫຍາຍສູນສົ່ງເສີມ ທຸລະກິດຂະໜາດນ້ອຍ-ກາງ ໄປຍັງແຂວງທີ່ມີເງື່ອນໄຂ,ສ້າງໃຫ້ຫົວໜ່ວຍທຸລະກິດເຫຼົ່ານີ້ມີການຖືບັນຊີຕາມກົດໝາຍ ແລະ ລະບຽບການຢ່າງຖືກຕ້ອງ,ເສຍພັນທະໃຫ້ລັດຕາມລະບຽບກົດໝາຍ ແລະ ທ່ວງທັນເວລາເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມແຂງ.  

Read More »

ຫ້ອງການມໍລະດົກໂລກ ຫຼວງພະບາງ ລິເລີ່ມການຂີ່ລົດຖີບໄປການ

ສະແດງຄວາມຊົມເຊີຍ ຫ້ອງການ ມໍລະດົກໂລກ ແຂວງຫຼວງພະບາງ ທີ່ລິເລີ່ມໂຄງການ ຂີ່ລົດຖີບໄປການ ເພື່ອເປັນການຫຼຸດຜ່ອນມົນລະຜິດ ພ້ອມທັງເປັນການຮັກສຸກຂະພາບທີ່ດີ ແລະ ເປັນການສົ່ງເສີມການປະຢັດມັດທະຍັດ ອີກດ້ວຍ. ໂດຍການກຳນົດເອົາທຸກໆວັນອັງຄານ ຂອງແຕ່ລະອາທິດໃຫ້ທຸກຄົນຂີ່ລົດຖີບມາເຮັດວຽກໃນໂມງລັດຖະການ. ຖ້າສໍານັກງານຂອງລັດ ໃນທຸກແຂວງປະຕິບັດໄດ້ແບບນີ້ ຮັບປະກັນວ່າ ຈະຊ່ວຍເຮັດໃຫ້ຫຼຸດມົນລະພິດທາງອາກາດໄດ້ສູງສົມຄວນ ທັງເປັນການເຮັດໃຫ້ພະນັກງານມີສຸຂະພາບແຂງແຮງ ຫຼຸດຜ່ອນການແອອັດຂອງຍານພາຫະນະ ແລະ ປະຢັດຄ່າໃຊ້ຈ່າຍ ໄປໄດ້ຫຼາຍສົມຄວນ. ຂອບໃຈຮູບພາບຈາກ ເຟສບຸກ:  Sangkhane Phachanthavong

Read More »

ການປູກພືດເປັນສິນຄ້າ ເປັນທ່າແຮງສໍາຄັນຂອງແຫຼ່ງລາຍຮັບ

ໃນປີ 2018 ເສດຖະກິດຂອງແຂວງຈໍາປາສັກ ໂດຍລວມແລ້ວເຫັນວ່າຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 8,15%, ລວມຍອດຜະລິດຕະພັນພາຍໃນ GDP ປະຕິບັດໄດ້ 19.142,33 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 3.153 ໂດລາສະຫະລັດຕໍ່ຄົນຕໍ່ປີ, ໃນນັ້ນໂຄງປະກອບເສດຖະກິດຄື: ຂະແໜງກະສິກຳກວມ 22,9%, ຂະແໜງອຸດສາຫະກຳກວມ 22,94% ແລະ ຂະແໜງບໍລິການກວມ 54,16% ຂອງGDP. ສາເຫດທີ່ພາໃຫ້ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນ ແມ່ນຍ້ອນຜົນຜະລິດການປູກພືດເປັນສິນຄ້າເພີ່ມສູງຂຶ້ນ ໂດຍສະເພາະແມ່ນມັນຕົ້ນ ປະຕິບັດໄດ້ 16.587 ເຮັກຕາ, ຜົນຜະລິດ 879.111 ໂຕນ ທຽບໃສໄລຍະດຽວເພີ່ມຂຶ້ນ 19%, ທຽບໃສແຜນປີລື່ນແຜນ 19%, ປະເພດສິນຄ້າຜູກພັນສອງສົ້ນ ( ຜັກກະລໍ່າ,ຜັກກາດຫຍໍ່, ຂິງ ) ເພີ່ມຂຶ້ນຫຼາຍເທົ່າຕົວ, ນອກນັ້ນ ພືດທີ່ເປັນທ່າແຮງຂອງແຂວງເຊັ່ນ: ກາເຟ ຜົນຜະລິດກໍ່ເພີ່ມຂຶ້ນ 9,5% ໃນເນື້ອທີ່ໃຫ້ໝາກ 46.770 ເຮັກຕາ,( ຜົນຜະລິດໝາກແດງໄດ້ 469.822 ໂຕນ ) ຖ້າທຽບໃສ່ແຜນປີປະຕິບັດໄດ້ 100%. ຢາງພາລາມີເນື້ອທີ່ 28.824 ເຮັກຕາ, ຜົນຜະລິດໄດ້ 51.926 ...

Read More »

ຈັດງານເທສະການອາຫານລາວ ຄັ້ງທີ 14

ງານເທສະການອາຫານລາວປີ 2019 ຈັດຂຶ້ນລະຫວ່າງວັນທີ 23-26 ມັງກອນ 2019 ທີ່ແຄມຂອງ (ສວນເຈົ້າອານຸວົງ) ບ້ານວັດຈັນ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ປີນີ້ເປັນປີທີ 14 ເຊິ່ງມີຫຼາຍກວ່າ 180 ຮ້ານເຂົ້າຮ່ວມເຊັ່ນ: ຂາຍອາຫານເຄື່ອງດື່ມ ຢາສະໝຸນໄພ ເຄື່ອງຫັດຖະກຳ ຈາກພາຍໃນ ແລະ ຕ່າງປະເທດ ການບໍລິການແມ່ນເລີ່ມແຕ່ເວລາ 8:00 ຫາ 22:00ໂມງ.  

Read More »

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 8

ກຊສ ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 8 (ເປີດກວ້າງ) ສະໄໝທີ I ຂອງຕົນຂຶ້ນ ໃນວັນທີ 22 ມັງກອນ 2019, ໂດຍການເປັນປະທານຂອງ ສະຫາຍ ສົມມາດ ພົນເສນາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີບັນດາຄະນະປະຈຳພັກ, ຄະນະພັກກະຊວງ ແລະ ສະຫາຍ ເລຂາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ. ກອງປະຊຸມ, ໄດ້ພິຈາລະນາເອກະສານສຳຄັນຫຼາຍສະບັບ ເປັນຕົ້ນ ຮ່າງບົດລາຍງານກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າ; ຮ່າງບົດສະຫຼຸບລາຍງານ ກ່ຽວກັບວຽກງານກວດກາພັກຂອງຂະແໜງກວດກາໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນ 1 ປີຕໍ່ໜ້າ; ຮ່າງບົດສະຫຼຸບ 6 ເດືອນທ້າຍປີ 2018 ແລະ ທິດທາງແຜນການເຄື່ອນໄຫວ 6 ...

Read More »

ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ຖືກຮັບຮອງເປັນ ກົງສູນ ກິດຕິມະສັກ ປອກຕຸຍການ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ  ຮັບຮອງເອົາ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສູນ ກິດຕິມະສັກ ແຫ່ງ ປອກຕຸຍການ ທີ່ນະຄອນຫຼວງວຽງຈັນ Honorary Consular for Portugal ໂດຍມີຂອບເຂດການເຄື່ອນໄຫວກວມເອົາທັງໝົດ ສປປ ລາວ. ພິທີຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ກະຊວງການຕ່າງປະເທດ.  

Read More »

ທ່ານ ປອ ຄຳແພງ ໄຊສົມແພງ ຕ້ອນຮັບຜູ້ຕາງໜ້າອົງການຈັດຕັ້ງສາກົນຄົນໃໝ່ ປະຈຳລາວ.

ໃນວັນທີ 17 ມັງກອນ 2019 ນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ພ້ອມຄະນະ, ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Dr. Mark Andrew JACOBS ຜູ້ຕາງໜ້າອົງການອະນາໄມໂລກ ( WHO ) ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນໂອກາດ ທີ່ ມາດຳລົງຕຳແໜ່ງເປັນຜູ້ຕາງໜ້າອົງການອະນາໄມໂລກ (WHO) ຄົນໃໝ່ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ Dr. Mark Andrew JACOBS ພ້ອມທັງສະແດງຄວາມຂອບໃຈຕໍ່ທາງອົງການອະນາໄມໂລກ ທີ່ໄດ້ໃຫ້ ການຊ່ວຍເຫຼືອແກ່ ສປປ ລາວ ເວົ້າລວມ, ເວົ້າສະເພາະ ...

Read More »

ມອບ-ຮັບ ໂຮງຮຽນ ມຕົ້ນ ກຸ່ມບ້ານນາເຄືອ

ລັດຖະບານ ຢີ່ປຸ່ນໄດ້ມອບຮັບໂຮງຮຽນ ທີ່ໄດ້ຮັບທຶນສະໜັບສະໜຸນ ແລະ ກໍ່ສ້າງພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGPs) ທີ່ເມືອງນາໝໍ້, ແຂວງອຸດົມໄຊ. ພິທີມອບຮັບໂຄງການຢ່າງເປັນທາງການແມ່ນໄດ້ຖືກຈັດຂຶ້ນໃນວັນທີ 16 ມັງກອນ 2019 ທີ່ຜ່ານມາ, ໂດຍມີ ທ່ານ ດ.ຣ. ຄຳພັນ ເຜີຍຍະວົງ, ເຈົ້າແຂວງ ແຂວງອຸດົມໄຊ, ທ່ານ ທາເຄຊິ ຮິກິຮາຣະ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ. ສັນຍາຂໍ້ຕົກລົງດັ່ງກ່າວແມ່ນການຊ່ວຍເຫຼືອລ້າທີ່ມີມູນຄ່າ 145.943 ໂດລາສະຫະລັດ ເຊິ່ງໄດ້ມີພິທີລົງນາມໃຫ້ການຊ່ວຍເຫຼືອຂຶ້ນໃນ ເດືອນມີນາ ປີ 2017. Oudomxay, 16 January 2019 – The Government of Japan has handed over a school which was financed and constructed by the Japanese Grant ...

Read More »