Author Archives: Ourignatay targetlaos

ຜັນຂະຫຍາຍມະຕິ ກອງປະຊຸມຄົບຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 7 ສະໄໝທີ X

ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X  ໃນຂົງເຂດເສດຖະກິດ-ການຕ່າງປະເທດ ໄດ້ຈັດຂຶ້ນໃນວັນທີ 17-18 ມັງກອນ 2019 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາພະນັກງານການນຳ, ຄະນະບໍລິຫານງານພັກ ແລະ ຂັ້ນຫົວໜ້າກົມ ມາຈາກບັນດາກະຊວງ, ອົງການໃນຂົງເຂດເສດຖະກິດ-ການຕ່າງປະເທດ ຫລາຍກວ່າ 200 ສະຫາຍ ເຂົ້າຮ່ວມ. ກອງປະຊຸມໄດ້ເຊື່ອມຊຶມ 2 ເອກະສານສໍາຄັນ ຄື: ມະຕິກ່ຽວກັບການເພີ່ມທະວີການນໍາພາ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ຂອງການຄຸ້ມຄອງມະຫາພາກ ແນໃສ່ເຊື່ອມຊຶມ ແລະ ເປັນເອກະພາບໃນລະດັບສູງ ກັບທິດທາງ, ວິທີການ ແລະ ມາດຕະການທີ່ສູນກາງວາງອອກ; ສ້າງຄວາມຕັດສິນໃຈເດັດດ່ຽວ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ, ພ້ອມທັງຄົ້ນຄວ້າກໍານົດບັນດາມາດຕະການ ໃຫ້ເເທດກັບຕົວຈິງ ແລະ ມີປະສິດທິຜົນສູງ ເພື່ອແກ້ໄຂສະພາບການດັ່ງກ່າວ ສ້າງຂະບວນການຈັດຕັ້ງປະຕິບັດຢ່າງແຂງແຮງ, ທົ່ວເຖິງ ກໍ່ໃຫ້ເກີດການຫັນປ່ຽນຕົວຈິງ ທີ່ມີລັກສະນະບຸກທະລຸໃນທຸກຂົງເຂດວຽກງານ ເພື່ອຍູ້ແຮງດ້ານການພັດທະນາໃນດ້ານຕ່າງໆ ໃຫ້ບັນລຸຄາດໝາຍ ...

Read More »

ທ່ານ ບໍ່ແສງຄໍາ ວົງດາລາ ຕ້ອນຮັບຄະນະຜູ້ແທນ ປະເທດຍີ່ປຸ່ນ

ໃນວັນທີ 14 ມັງກອນ 2019 ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຈາກປະເທດຍີ່ປຸ່ນນຳໂດຍ ທ່ານ katsutoshi Endo ປະທານກຸ່ມບໍລິສັດ ອີຕາລຽນ ໂທມາໂຕ ກຸ່ມທຸລະກິດແຟນຊາຍ ທາງດ້ານການບໍລິການ ແລະ ອາຫານ ໃຫ້ນັກທ່ອງທ່ຽວ ແລະ ທຸລະກິດທ່ອງທ່ຽວ ໃນຍີ່ປຸ່ນ, ຮົງກົງ ແລະ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ ທ່ານ katsutoshi Endo ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ...

Read More »

10 ແຂວງຈັດເກັບລາຍຮັບສ່ວຍສາອາກອນ ລື່ນຄາດໝາຍ.

ທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ກ່າວໃນກອງປະຊຸມວຽກງານສ່ວຍສາອາກອນ ທົ່ວປະເທດ ປະຈຳປີ 2018 ທີ່ ນະຄອນຫຼວງວຽງຈັນ, ໃນວັນທີ 14 -15 ມັງກອນ 2019 ນີ້ວ່າ: ວຽກງານສ່ວຍສາອາກອນ ແມ່ນມີບົດບາດສຳຄັນທີ່ສຸດໃນລະບົບການເງິນແຫ່ງລັດ ເພາະເຮັດໜ້າທີ່ຂຸດຄົ້ນບັນດາແຫຼ່ງລາຍຮັບເຂົ້າງົບປະມານ ເພື່ອຕອບສະໜອງໃຫ້ແກ່ການເບີກຈ່າຍງົບປະມານ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສປປ ລາວ, ລາຍຮັບສ່ວຍສາອາກອນ ໄດ້ກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງລາຍຮັບງົບປະມານທັງໝົດ, ເຊິ່ງໃນແຕ່ລະປີກໍມີລັກສະນະເພີ່ມຂຶ້ນ , ການຈັດເກັບລາຍຮັບສ່ວຍສາອາກອນທົ່ວປະເທດ ສຳລັບປີ 2018 ໄດ້ບັນລຸ 93,14 % ຂອງແຜນການປີ, ຊຶ່ງເທົ່າກັບ 10,8 ຕື້ກີບ, ໃນຂະນະຕົວເລກແຜນການປີທີ່ຕັ້ງໄວ້ແມ່ນ 11,6 ຕື້ກີບ. ໃນປີ 2018 ກໍມີຫຼາຍແຂວງ ທີ່ປະຕິບັດການເກັບລາຍຮັບໄດ້ດີເດັ່ນລື່ນຕົວເລກແຜນການທີ່ວາງໄວ້ ເປັນຕົ້ນແມ່ນ ແຂວງຜົ້ງສາລີ, ບໍ່ແກ້ວ, ຫົວພັນ ແລະ ວຽງຈັນ ສາມາດປະຕິບັດໄດ້ລື່ນແຜນການ 20-24%. ໃນຂະນະດຽວກັນ ແຂວງຫຼວງພະບາງ, ຫຼວງນ້ຳທາ, ອຸດົມໄຊ, ຊຽງຂວາງ, ...

Read More »

ອັງກິດ ໃຫ້ທຶນຊ່ວຍເຫຼືອ ການເກັບກູ້ລະເບີດຢູ່ສອງແຂວງ

ໃນວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ເຊັນບົດບັນທືກຄວາມເຂົ້າໃຈໂຄງການລະຫວ່າງ ຄະນະຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປ ລາວ ( ຄຊກລ ) ກັບ ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ. ຮ່ວມລົງນາມບົດບັນທືກຄວາມເຂົ້າໃຈໂດຍ ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການ ຄຊກລ ແລະ ນາງ ບລອດຊຳ ກີວມໍໄຊ ຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ປອ ຄຳແກ້ວ ສານບຸນຄູນໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ Hung Evans ເອກອັກຄະລັດຖະທູດ ຣາຊະອານາຈັກອັງກິດ ປະຈຳ ສປປ ລາວ, ມີບັນດາຜູ້ຕາງໜ້າກະຊວງການຕ່າງປະເທດ, ຕາງໜ້າອຳນາດການປົກຄອງທ້ອງຖິ່ນ ແຂວງຊຽງຂວາງ ແລະ ແຂວງ ...

Read More »

ເຝິກຊ້ອມໃຫຍ່ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ

ໃນຕອນເຊົ້າຂອງວັນທີ 14 ມັງກອນ 2019 ຜ່ານມານີ້, ທີ່ ວິທະຍາຄານກົມມະດຳ, ນໍ້າຊວງ, ເມືອງໂພນໂຮງ, ແຂວງວຽງຈັນ, ໄດ້ຈັດໃຫ້ມີການເຝິກຊ້ອມໃຫຍ່ ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ( 20/01/1949-20/01/2019) ເຊິ່ງສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງ ຂອງກອງທັບປະຊາຊົນລາວ, ພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະເວລາ 70 ປີຜ່ານມາ. ເປັນກຽດເຂົ້າຮ່ວມຊົມການຊ້ອມໃຫຍ່ໃນຄັ້ງນີ້ມີ ທ່ານ ພັນຄຳ ວິພາວັນ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ທ່ານ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ , ທ່ານພົນເອກ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ພ້ອມດ້ວຍບັນດານາຍ ແລະ ພົນທະຫານ ແລະ ແຂກຮັບເຊີນຈາກພາກສ່ວນຕ່າງໆ. ຂອບໃຈແຫຼ່ງທີ່ມາ.

Read More »

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນ I

ໂຮງຮຽນສາມັນ ກິນນອນຊົນເຜົ່າ ແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019, ພິທີຈັດຂຶ້ນໃນວັນທີ 14 ມັງກອນ 2019  ຜ່ານມານີ້,  ໂຮງຮຽນແຫ່ງນີ້ມີນັກຮຽນທັງໝົດ 594 ຄົນ ຍິງ 254 ຄົນ ປະກອບມີ 4 ໝວດພາສາ ແລະ 12 ເຜົ່າ. ລາຍລະອຽດຕິດຕາມໄດ້ຈາກຄຣິບຂ່າວລຸ່ມນີ້ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019 ໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເປີດບັ້ນສອບເສັງພາກຮຽນທີ່ ໜຶ່ງສົກຮຽນ 2018 – 2019#ຂ່າວແຂວງອຸດົມໄຊ Posted by ຂ່າວປະຈຳວັນ Daily News Oudomxay on Monday, January 14, 2019 ຂອບໃຈຂໍ້ມູນຈາກ: ຂ່າວປະຈໍາວັນ ອຸດົມໄຊ.

Read More »

ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019

 ອົງການ ດີວີວີ ອິນເຕີເນເຊິນແນວ ປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ (DVV International) ໄດ້ມອບສື່ສິ່ງພິມ ແລະ ອຸປະກອນຮັບໃຊ້ຫ້ອງການ ສຳລັບປີ 2019 ລວມມູນຄ່າ 180 ລ້ານກີບ ໃຫ້ແກ່ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ເພື່ອຮັບໃຊ້ເຂົ້າໃນການສຶກສານອກໂຮງຮຽນ ເພື່ອການພັດທະນາແບບຍືນຍົງ ແລະ ການສຶກສາຕໍ່ເນື່ອງໃນ ສປປ ລາວ. ພິທີຈັດຂຶ້ນໃນຕອນບ່າຍຂອງ ວັນທີ 14 ມັງກອນ 2019 ທີ່ນະຄອນຫລວງວຽງຈັນ. ຂໍ້ມູນຈາກ: ຂປລ.

Read More »

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີອິນເດຍ

ໃນວັນທີ 10 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ ຣາສະຕຼາປະຕີ ບາວັນ (Rashtrapati Bhavan), ນິວເດນລີ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ຣາມ ນາດ ໂກວິນ (Ram Nath Kovind), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິນເດຍ.   ຂໍ້ມູນຈາກ: ຂປລ.

Read More »

ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດສະຫຼຸບວຽກງານ ປີ 2018 ແລະ ວາງທິດທາງແຜນການໃນປີ 2019

ໃນວັນທີ 11 ມັງກອນ 2019 ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄ ອຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວປະຈຳ ປີ 2018 ແລະ ວາງທິດທາງປະຈໍາປີ 2019 ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ, ມີຜູ້ຕາງໜ້າຈາກບັນດາກະຊວງ ອ້ອມຂ້າງສູນກາງ ແລະ ຄະນະກໍາມະການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນໄລຍະໜຶ່ງປີຜ່ານມາ, ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ເຄື່ອນໄຫວວຽກງານການຄຸ້ມຄອງອິນເຕີເນັດ ໃນສປປ ລາວ ຢ່າງເອົາຈິງເອົາຈັງ, ເຊິ່ງເປັນປີທີ່ມີຫຼາຍເຫດການເກີດຂຶ້ນ, ໂດຍສະເພາະແມ່ນຂ່າວຕ່າງໆ ກ່ຽວກັບເຫດການໄພພິບັດທີ່ເກີດຂຶ້ນໃນທົ່ວປະເທດ ແລະ ບັນດາຂ່າວທີ່ບໍ່ເປັນຄວາມຈິງອື່ນໆ ທີ່ຖືກກຸ່ມຄົນບໍ່ດີປ່ອຍອອກມາ ເພື່ອຫວັງສ້າງຄວາມແຕກຕື່ນໃຫ້ປະຊາຊົນໃນສັງຄົມທົ່ວປະເທດ. ສິ່ງເຫຼົ່ານັ້ນ, ໄດ້ເຮັດໃຫ້ເຫັນເຖິງຄວາມສໍາຄັນໃນການຄຸ້ມຄອງອິນເຕີເນັດ, ເວົ້າສະເພາະກໍແມ່ນສື່ສັງຄົມ  ”ອອນໄລ໌”. ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໄດ້ຊີ້ນໍາຂະແໜງ ການກ່ຽວຂ້ອງ ເອົາໃຈໃສ່ແກ້ໄຂບັນດາດ້ວຍຮູບການຕ່າງໆ ຢ່າງມີປະສິດທິພາບ, ເປັນຕົ້ນແມ່ນ ການສ້າງ ແລະ ນໍາໃຊ້ບັນດານິຕິກຳ ທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດ, ໂດຍສະເພາະ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກໍາທາງຄອມພິວເຕີ, ແລະ ...

Read More »

ຊາວໜຸ່ມ ປາກີສະຖານ ສູງ 2,4 ແມັດ

ທ້າວ Zia Rashid ອາຍຸ 23 ປີ ຄົນປະເທດ ປາກີສະຖານ ມີຄວາມສູງ 2,4 ແມັດ , ລາວກໍາລັງພະຍາຍາມຊອກຫາຄົນຮັກ ຍ້ອນວ່າລາວຍັງບໍ່ເຄີຍພົບແມ່ຍິງຄົນໃດ ທີ່ຈະເໝາະສົມກັບລາວເທື່ອ… ຂໍ້ມູນຈາກ: China Daily  

Read More »