Author Archives: Targetlaos Editor

ຄາດວ່າ ຈະດຶງດູດນັກທ່ອງທ່ຽວເຂົ້າມາລາວໃຫ້ໄດ້ຫຼາຍກວ່າ 4 ລ້ານຄົນ ໃນປີນີ້.

ພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຈັດຂຶ້ນໃນຕອນແລງ ວັນທີ 25 ມັງກອນ 2019 ທີ່ຫໍວັດທະ ນະທຳແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ທ່ານ ບໍແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວ, ທ່ານ ລູຊູ ກາງ, ລັດຖະມົນຕີກະຊວງວັດທະນະທຳ ແລະທ່ອງທ່ຽວຈີນ, ພ້ອມດ້ວຍແຂກຮັບເຊີນ ແລະມວນຊົນໃນນະຄອນຫຼວງວຽງຈັນເຂົ້າຮ່ວມ. ໃນພິທີ ທ່ານ ລູຊູກາງ, ລັດຖະມົນຕີກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ໄດ້ຂຶ້ນອ່ານສານຊົມເຊີຍ ຂອງທ່ານ ສີຈິ້ນຜິງ, ປະທານປະເທດຈີນ ຕໍ່ການເປີດປີທ່ອງທ່ຽວລາວ-ຈີນ 2019 ແລະ ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຂຶ້ນອ່ານ ສານຊົມເຊີຍ ຂອງທ່ານບຸນຍັງວໍລະຈິດ, ປະທານປະເທດລາວຕໍ່ພິທີເປີດປີທ່ອງທ່ຽວລາວ-ຈີນ 2019, ສານຊົມເຊີຍຂອງທັງສອງທ່ານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອຍາວນານ ແລະການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ ຄື: ບ້ານໃກ້ເຮືອນຄຽງທີ່ດີ, ...

Read More »

ເທຣນຮັບມືປີ 2019 ທີ່ມີໂຄສະນາ-ຄອນເທຣນ ຫຼາຍຂຶ້ນເຕັມສື່ໂຊຊຽວ

“Mindshare” ຄາດການວ່າປີ 2019 ນີ້ ຈະເປັນປີທີ່ແບຣນຕ່າງໆໃຊ້ງົບໃນການໂຄສະນາຫຼາຍຂຶ້ນ ແບຣນຕ່າງໆທັງແບຣນເກົ່າ ແລະ ເກີດຂຶ້ນໃໝ່ ຈະໃຊ້ເງິນທຸ່ມໃນການໂຄສະນາຫຼາຍຂຶ້ນຢ່າງໜ້ອຍກໍ 10% ຂອງງົບການຕະຫຼາດ,​ ນັ້ນໝາຍຄວາມວ່າ ໃນປີນີ້ ຜູ້ບໍລິໂພກຈະເຫັນໂຄສະນາໃນສື່ໂຊຊຽວຫຼາຍຂຶ້ນ ໃນ 1 ມຶ້ ຜູ້ບໍລິໂພກຈະໄດ້ເຫັນການໂຄສະນາສິນຄ້າຕ່າງໆ ເຕັມໜ້າ Feeds News ແນ່ນອນ ແລະ ມີການໂຄສະນາໃຫມ່ໆເກີດຂຶ້ນໃນແຕ່ລະມື້ອີກ. ປັດຈຸບັນ, ເວັບໄຊຕ່າງໆກໍເພີ່ມຂຶ້ນ ໂດຍເວັບໄຊກໍຈະສ້າງຄອນເທຣນໃຫມ່ໆໃຫ້ເຮົາເຫັນຕະຫຼອດເວລາ ແລະ ເຮົາມາເບິ່ງ  4 ເທຣນທີ່ເປັນແຮງຂັບເຄື່ອນການຕະຫຼາດໃນປີ 2019.  Streaming Content ອີກໜຶ່ງສື່ທີ່ສຳຄັນເຂົ້າເຖິງກຸ່ມຄົນ Millennials ໃນຄວາມຈິງ “Streaming Content” ແມ່ນມີມາແຕ່ດົນນານ ແຕ່ບໍ່ຫຼາຍປີມານີ້ ມີກະແສເພີ່ມຂຶ້ນ ສົ່ງຜົນໃຫ້ການເສບສື່ມີເດຍປົກກະຕິໜ້ອຍລົງ ເພາະຜູ້ບໍລິໂພກຫັນໄປເສບ Content ໃນສ່ອງທາງ Video Streaming ຫຼາຍຂຶ້ນ. ເນື່ອງຈາກສາມາດເບິ່ງຄອນເທນໄດ້ຍາວຕະຫຼອດເວລາ ໂດຍບໍ່ມີໂຄສະນາມາຂັ້ນ. ສະນັ້ນ, ເຮັດໃຫ້ “Gen Millennials” ເຊິ່ງເປັນຜູ້ບໍລິໂພກທີ່ບໍ່ມັກເສບສື່ທາງໂທລະພາບຢູ່ແລ້ວ ຍິ່ງເຮັດໃຫ້ເບິ່ງໜ້ອຍລົງໄປອີກ,  ສິ່ງທີ່ຕາມມາກໍຄືຜູ້ບໍລິໂພກ ໂດຍສະເພາະຄົນລຸ້ນໃຫມ່ ຈະເສບຄອນເທຣນ ຜ່ານສ່ອງທາງ Video Streaming ແທນການເບິ່ງໂທລະພາບ. ສະນັ້ນ, ແບຣນຕ່າງໆຄວນຊອກຫາວິທີນຳເອົາໂຄສະນາຂອງຕົນເຮັດແນວໃດເຂົ້າໄປໃນ Video Streaming ...

Read More »

ລັດຖະບານລາວ ຮັບຮອງ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສຸນກິດຕິມະສັກ ແຫ່ງປອກຕຸຍການ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືລັດຖະມົນຕີກະຊວງການຕ່າງປະເທດ  ຮັບຮອງເອົາ ທ່ານ ນາງ ຈັນທະຈອນ ວົງໄຊ ເປັນກົງສູນ ກິດຕິມະສັກ ແຫ່ງ ປອກຕຸຍການ (Honorary Consular for Portugal)  ທີ່ນະຄອນຫຼວງວຽງຈັນ,  ໂດຍມີຂອບເຂດການເຄື່ອນໄຫວກວມເອົາທັງໝົດ ສປປ ລາວ. ພິທີຈັດຂຶ້ນໃນວັນທີ 22 ມັງກອນ 2019 ທີ່ຜ່ານມາ ທີ່ກະຊວງການຕ່າງປະເທດ. ໃນການປະຕິບັດໜ້າທີ່ກົງການເຄື່ອນໄຫວກົງສຸນກິດຕິມະສັກດັ່ງກ່າວຂ້າງເທີງ ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ຮັບຄວາມສະດວກ, ອະພິສິດ ແລະ ສິດຄຸ້ມກັນທາງກົງສຸນ ທີ່ ສປປ ລາວ ມອບໃຫ້ໃນຖານະກິດຕິມະສັກຂອງຕ່າງປະເທດ.  

Read More »

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ສຄອຊ ຄົບຮອບ 30 ປີ

ໃນໂອກາດ ກອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ພ້ອມກັບການສະເຫຼີມສະຫຼອງ ສະພາການຄ້າ ຄົບຮອບ 30 ປີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ບັນດາຄະນະຜູ້ບໍລິຫານ, ບັນດາອົງການຈັດຕັ້ງສາກົນ, ພາກສ່ວນທີ່ກ່ຽວຂ້ອງ ແລະ ບັນດານັກທຸລະກິດລາວ ທົ່ວປະເທດ ທັງໝົດ 400 ທ່ານທີ່ເຂົ້າຮ່ວມຄື: 1. ສະແດງຄວາມຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວຂອງ ສຄອຊ ຕະຫຼອດໄລຍະຜ່ານມາ, 2. ເນັ້ນໃຫ້ ສຄອຊ ເອົາໃຈໃສ່ໃນການປະສານງານກັບຂະແໜງການກ່ຽວຂ້ອງ ເພື່ອສ້າງໄດ້ກົນໄກການປະສານງານລະຫວ່າງພາກທຸລະກິດ ແລະ ບັນດາຂະແໜງການຂອງລັດ, 3. ໃຫ້ບັນດາຫົວໜ່ວຍທຸລະກິດເອົາໃຈໃສ່ໃນການພັດທະນາຕົນເອງຫັນມາເປັນການຜະລິດ ແລະ ທຸລະກິດເປັນປາຍແຫຼມສົ່ງອອກ ໃນການຂະຫຍາຍທຸລະກິດຂອງຕົນໄປຍັງພາກພື້ນ ແລະ ສາກົນໃຫ້ເພີ່ມຂຶ້ນ, 4. ໂດຍການເພີ່ມນະວັດຕະກໍາໃໝ່ເຂົ້າໃນປັດໄຈຂອງການດໍາເນີນທຸລະກິດໃຫ້ມີການຮ່ວມມືກັບທຸລະກິດປະເທດເພື່ອນບ້ານໃນພາກພື້ນ ແລະ ສາກົນ, 5. ເພີ່ມການແລກປ່ຽນຖອດຖອນບົດຮຽນ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ, 6. ເປັນເຈົ້າການສ້າງເງື່ອນໄຂໃຫ້ມີນັກທຸລະກິດດີເດັ່ນ ແລະ ຮັບໂລ້ລາງວັນໃຫ້ຫຼາຍ, 7. ...

Read More »

30 ປີ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສ້າງທຸລະກິດລາວເຕີບໃຫຍ່ເຂັ້ມແຂງ…

ໃນຕອນບ່າຍວັນທີ 23 ມັງກອນ 2019, ຢູ່ທີ່ ຫໍປະຊຸມແຫ່ງຊາດຫຼັກ 6, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເປີດກອງປະຊຸມ ປະຈຳປີ 2018 ພ້ອມກັບສະເຫຼີມສະຫຼອງ ສະພາການຄ້າ ແລະ ອຸດສາຫະກຳ ຄົບຮອບ 30 ປີ. ໃຫ້ກຽດເຂົ້າຮ່ວມງານໂດຍພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານ ທອງລຸນ ສີສຸລິດ, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍການເປັນປະທານ ຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາ ການຄ້າ ແລະ ອຸດສາຫະກຳ, ມີບັນດາ ລັດຖະມົນຕີ,​ ຮອງລັດຖະມົນຕີ, ມີບັນດາຫົວໜ້າກົມ, ຮອງກົມ, ອົງການຈັດຕັ້ງສາກົນ, ພາກສ່ວນທີ່ກ່ຽວຂ້ອງ, ສະພາການຄ້າ ແລະ ອຸດສາຫະກຳ ແຕ່ລະແຂວງ, ສະມາຄົມ-ນັກທຸລະກິດ ແລະ ສະມາຊິກ ...

Read More »

ເທສະການອາຫານລາວ ເລີ່ມແລ້ວມື້ນີ້ ຈົນຮອດວັນທີ 26 ມັງກອນນີ້.

ໃນຕອນເຊົ້າວັນທີ 23 ມັງກອນ 2019 ທີ່ແຄມຂອງທ່າວັດຈັນ ນະຄອນຫຼວງວຽງຈັນ ໄດ້ມີພິທີເປີດງານເທສະການອາຫານລາວ ຄັ້ງທີ​ 14​ ປະຈໍາປີ​ 2019​ ທີ່ຈັດໂດຍສະມາຄົມນັກທຸລະກິດແມ່ຍິງລາວ ຮ່ວມກັບ ສູນກາງສະຫະແມ່ຍິງລາວ ເຊິ່ງໄດ້ລວບລວມເອົາອາຫານທີ່ເປັນເອກະລັກສະເພາະ ຈາກບັນດາແຂວງແຕ່ເໜືອຮອດໃຕ້ສຸດຂອງລາວ ມາວາງສະແດງ ແລະ ບໍລິການຂາຍ ໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຊື້, ໄດ້ຊິມລົດຊາດອາຫານທີ່ເປັນເອກະລັກແຕ່ລະແຂວງຂອງລາວ.​ງານດັ່ງກ່າວຈະດໍາເນີນໄປຮອດວັນທີ 26 ມັງກອນ 2019.​ ນ​ໂອກາດ​ດັ່ງກ່າວ,​ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງລາວ ກ່າວໃນພິທີເປີດງານເທສະການອາຫານ ຢ່າງເປັນທາງການ ໃນຕອນເຊົ້າວັນທີ 23 ມັງກອນນີ້ວ່າ: ງານເທສະການອາຫານລາວ, ມີທັງໝົດ 180 ຮ້ານວາງສະແດງ, ໃນນັ້ນເປັນຮ້ານອາຫານ 140 ຮ້ານ, ຮ້ານຫັດຖະກຳ-ກະສິກຳ 20 ຮ້ານ, ຮ້ານຈາກປະເທດອາຊຽນ ແລະ ສະຖານທູດ 2 ຮ້ານ ແລະ ຮ້ານທີ່ມາຈາກເຄືອຂ່າຍໜຶ່ງເມືອງ, ໜຶ່ງຜະລິດຕະພັນ ປະເທດໄທ ມີ18 ຮ້ານ, ໃນນັ້ນມີຮ້ານອາຫານ, ...

Read More »

ແອັບ WeChat ເພີ່ມລູກຫຼິ້ນ “Time Capsule” ຈະແມ່ນເປັນແບບໃດ? (ກົດເຂົ້າອ່ານເລີຍ)

ແອັບຍອດນີຍົມໃນຈີນ WeChat ກໍຕາມກະແຊໂຊຊຽວໂລກ ໂດຍ ເພີ່ມຟີເຈີ ຫຼື ລູກຫຼິ້ນ Stories ຄືກັບສະແນບແຊັດ, ອິດສຕຣາແກມ ແລະ ເຟສບຸກ.  ທີ່ເອີ້ນວ່າ  “Time Capsule” ທີ່ໃຫ້ເຫັນຄຣິບສັ້ນໆ 15 ວິນາທີ  ແລະ ຈະຫາຍໄປພາຍໃນ 24 ຊົ່ວໂມງ ຄືກັບ  Stories ຂອງໄອຈີ ແລະ ເຟສບຸກ ທີ່ເຮົາເຫັນກັນເລື້ອຍໆ. Time Capsule ກັບ Stories ຕ່າງກັນຄືເຮົາຈະເຫັນຄົນໂພສ Time Capsule  ເປັນວົງມົນສີຟ້າ ຢູ່ຫຼັງ profile  ເທົ່ານັ້ນ  ຖ້າໃຜຈະເຂົ້າເບິ່ງກໍຕ້ອງໄດ້ກົດເຂົ້າໄປເບິ່ງອີກ  ຕ່າງຈາກ Stories ທີ່ເຮົາຮູ້ກັນດີທີ່ເຫັນຢູ່ ໃນ Moment ແອັບເລີຍ. ປັດຈຸບັນ, WeChat  ຂອງບໍລິສັດ Tencent ມີຖານຜູ້ໃຊ້ ທັງໝົດໃນຈີນປະມານ 1.000 ລ້ານຄົນ ໂດຍບໍ່ໄດ້ເປັນພຽງແອັບແຊັດ ແລະ ໂຊຊຽວ ທຳມະດາ ແຕ່ຍັງມີລູກຫຼິ້ນ ຄວາມສາມາດຫຼາກຫຼາຍຢ່າງໃນແອັບນີ້ ແລະ  Time Capsule ນີ້ ກໍຈະຕາມຕິດກັບ profile  ຂອງຜູ້ໃຊ້ແຕ່ລະຄົນໄປທຸກໆບ່ອນ.  ຂ່າວຈາກ:  techcrunch.com/2018/12/24/wechat-adds-snap-like-stories

Read More »

ຕະຫຼາດກາເຟລາວຍັງສົດໃສ ແຕ່ຂາດທຶນໝູນວຽນ

ທ່ານ ສີວິໄຊ ໄຊຍະແສງ ຫົວໜ້າຫ້ອງການສະມາຄົມກາເຟລາວ ໄດ້ເປີດເຜີຍວ່າ: ປັດຈຸບັນເນື້ອທີ່ປູກກາເຟໃນທົ່ວປະເທດມີຢູ່ 10 ແຂວງ. ໃນນີ້, 80% ແມ່ນຢູ່ເຂດພູພຽງພໍລະເວນ ແລະ ມີສະມາຊິກທັງໝົດ 57 ຫົວໜ່ວຍທຸລະກິດ. ສໍາລັບເນື້ອທີ່ປູກກາເຟໃນ 4 ແຂວງພາກໃຕ້ສົກປີ 2018 ມີທັງໝົດ 73,255 ເຮັກຕາ ແລະ ເນື້ອທີ່ໃຫ້ໝາກ 66,838 ເຮັກຕາ. ສ່ວນການສົ່ງອອກໄປຍັງເອີຣົບ, ອາເມຣິກາ ແລະ ອາຊຽນໃນປີ 2017 ຈໍານວນ 32 ພັນໂຕນ ມູນຄ່າ 83 ລ້ານໂດລາ, ມາເຖິງປີ 2018 ຍອດສົ່ງອອກຫຼຸດລົງມີພຽງແຕ່ 26 ພັນໂຕນ ມູນຄ່າ 55 ລ້ານໂດລາ.   ສໍາລັບລາຄາກາເຟຂອງຕະຫຼາດໂລກໃນປີ 2017-2018 ປະມານ 2.500 -2.600 ໂດລາ/ໂຕນ; ໃນນີ້, ລາຄາທີ່ບໍລິສັດຊື້ນໍາປະຊາຊົນປະເພດກາເຟໝາກແດງ ລາຄາ 2.200 – 3.000 ກີບ/ກິໂລ ແລະ ...

Read More »

ເຊກອງກຽມແຮ່ຮູບປັ້ນ ທ່ານ ອົງແກ້ວ ໄປດິດສະຖານໄວ້ຢູ່ສວນອະນຸສາວະລີ

ມື້ນີ້ວັນທີ 23 ມັງກອນ 2019, ເວລາ 14: 00ໂມງ  ແຂວງເຊກອງ ຈະໄດ້ຈັດພິທີແຮ່ຮູບປັ້ນທ່ານ ອົງແກ້ວ ໄປດິດສະຖານໄວ້ຢູ່ສວນອະນຸສາວະລີ ຈຸດເລີ່ມຕົ້ນ ແມ່ນເລີ່ມຈາກຫົວຂົວເຊກອງຜ່ານບ້ານໂພນຄໍາ ມາຕາມສາຍທາງໜ້າທະນາຄານສົ່ງເສີມກະສິກໍາ ລົງມາຫາທ່າບັກ ອອກໄປຫາເສັ້ນທາງຫຼວງໜ້າໂຮງຮຽນຊົນເຜົ່າ ແລ້ວອອກໄປສູ່ສວນອະນຸສາວະລີ ອົງແກ້ວ. ສະນັ້ນ, ຂໍເຊີນການນໍາພັກ-ລັດ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງເຊກອງ ໂດຍສະເພາະບັນດາທ່ານທີ່ຢູ່ໃນ 6 ບ້ານເທສະບານແຂວງ ເຂົ້າຮ່ວມພິທີແຮ່ຮູບປັ້ນໃຫ້ມີບັນຍາກາດຟົດຟື້ນ ແລະ ສົມກຽດ     

Read More »

ມີເຝີກອົບຮົມຫົວຂໍ້ດີໆ (FREE) ສຳລັບຜູ້ປະກອບການ

ສູນຜູ້ປະກອບການແມ່ຍິງ ຮ່ວມກັບ ບໍລິສັດທີ່ປຶກສາ EDC ຈັດການເຝິກອົບຮົມ ຟຣີ (FREE) ສຳລັບແມ່ຍິງ ? ? ? #free training ຫົວຂໍ້ ກ້າວໄປຂ້າງໜ້າສໍາລັບຜູ້ ປະກອບການແມ່ຍິງ #GetAhead ສົນໃຈເຂົ້າຮ່ວມສາມາດສະມັກຕາມລິ້ງນີ້ https://goo.gl/forms/zcBO6sX0jXKk3aMw1 ໃນວັນທີ 4-8 ກຸມພາ 2019 ເວລາ 8:30 – 16:00 ທີ່ສູນຜູ້ປະກອບການແມ່ຍິງ ຂໍມູນເພີ່ມເຕີມໂທ: 021 451669

Read More »