Author Archives: Targetlaos Editor

ນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງສາທາລະນະສຸກສືບຕໍ່ແກ້ໄຂຕົວຊີ້ວັດທີ່ບໍ່ທັນບັນລຸ

ໃນວັນທີ 28 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານຫຼັກແຫຼ່ງຂອງ ກະຊວງ ສາທາລະນະສຸກ ເນື່ອງໃນໂອກາດປິດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວປະເທດປະຈຳປີ 2018 ແລະ ທິດທາງແຜນການປີ2019 ໂດຍທ່ານໄດ້ເນັ້ນໃຫ້ກະຊວງສາທາລະນະສຸກເອົາໃຈໃສ່ຫຼາຍບັນຫາເປັນຕົ້ນແມ່ນ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ແກ້ໄຂ ບາງຕົວຊີ້ວັດທີ່ຍັງບໍ່ທັນບັນລຸ ພ້ອມທັງໃຫ້ສຸມໃສ່ການປະຕິບັດໜ້າທີ່, ຈັນຍາບັນ ຈັນຍາທຳຂອງບັນດາແພດໝໍ ແລະ ມາດຕະການປ້ອງພະຍາດຕ່າງໆ. ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາ ລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫລາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດ ຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫລາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫລາຍກວ່າເກົ່າ ...

Read More »

ເຕັກໂນໂລຊີ ທີ່ຊ່ວຍປ່ຽນໂຮງແຮມ ທ່ານໃຫ້ກາຍເປັນ “Digital Hotel”

ປັດຈຸບັນຂະແໜງການທ່ອງທ່ຽວ ຖືວ່າວ່າຂະແໜງການຫຼັກຂອງປະເທດເຮົາກໍວ່າໄດ້ ເນື່ອງຈາກວ່າລາວເຮົາເປັນປະເທດທີ່ອຸດົມໄປດ້ວຍສະຖານທີ່ທ່ອງທ່ຽວທີ່ຫຼາກຫຼາຍ ບໍ່ວ່າຈະເປັນສະຖານທີ່ເກົ່າແກ່ບູຮານສະຖານ ແລະສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ທັງຄົນລາວເຮົາເອງ ແລະ ຕ່າງປະເທດໃຫ້ຄວາມສົນໃຈ ແລະ ເດີນທາງເຂົ້າມາທ່ອງທ່ຽວເປັນຈໍານວນຫຼວງຫຼາຍ. ເມື່ອມີນັກທ່ອງທ່ຽວເຂົ້າມາແລ້ວສິ່ງທີ່ເອື້ອອໍານວຍ ແລະ ສ້າງລາຍໄດ້ຈາກຂະ  ແໜງນີ້ໄດ້ດີກໍຄື ທຸລະກິດໂຮງແຮມນັ້ນເອງ… ເຊິ່ງທຸລະກິດໂຮງແຮມນັ້ນ ຢູ່ຄູ່ກັບການທ່ອງທ່ຽວມາຕະຫຼອດ; ຈົນປັດຈຸບັນໂລກມີການປ່ຽນແປງ Digital ເຂົ້າມາມີອິດທິພົນໃນການເຮັດທຸລະກິດຫຼາຍຂຶ້ນນັບມື້ ລວມທັງທຸລະກິດໂຮງແຮມເອງ ກໍໄດ້ຮັບອິດທິພົນຂອງ Digital ທີ່ເຂົ້າມາປ່ຽນໂລກໄປນໍາ ຈຶ່ງເຮັດໃຫ້ທຸລະກິດນີ້ຕ້ອງຊອກຫາທາງພັດທະນາ, ປັບປ່ຽນເພື່ອໃຫ້ທັນກັບຍຸກແຫ່ງການປ່ຽນແປງນີ້. ມື້ນີ້ ທາງວາລະສານທາເກັດຈຶ່ງຢາກຈະມາແນະນໍາໃຫ້ບັນດາທ່ານ ໂດຍສະເພາະເຈົ້າຂອງທຸລະກິດ ທັງໂຮງແຮມໃຫຍ່ໆ ແລະ ເຮືອນພັກໄດ້ຮູ້ຈັກກັບ 5 ເຕັກໂນໂລຊີ ທີ່ຈະມາປ່ຽນທຸລະກິດ ຂອງທ່ານໃຫ້ກາຍເປັນ Digital Hotel… ລະບົບ Mobile Check In ແລະລະບົບ Keyless ເປັນລະບົບທີ່ໃຊ້ Mobile Application ຂອງແຕ່ລະໂຮງແຮມ ໃນການອໍານວຍຄວາມສະດວກໃຫ້ແຂກ Check In ເປັນການຫຼຸດຂັ້ນຕອນໃນການຕິດຕໍ່ພະນັກງານຕ້ອນຮັບເພື່ອຂໍກະແຈຫ້ອງ ເຊິ່ງລະບົບຈະໄດ້ຮັບການແຈ້ງເຕືອນຜ່ານ Application ຂອງໂຮງແຮມເພື່ອກວດກາວ່າ ຫ້ອງພັກຂອງຕົນນັ້ນເປັນລະບຽບຮຽບຮ້ອຍ ພ້ອມທີ່ຈະໃຫ້ແຂກເຂົ້າພັກໄດ້ບໍ່? ຖ້າຫ້ອງພັກສະດວກ ກໍສາມາດໃຊ້ Mobile ...

Read More »

ເຄັດລັບການປ່ຽນຄວາມຝັນໃຫ້ກາຍເປັນ “ເປົ້າໝາຍ”

ຖ້າປຽບການຂັບເຄື່ອນຂອງຄົນເຮົາເປັນດັ່ງລົດ ໄລຍະທາງ ກໍຄືປະສົບການ ຈຸດໝາຍປາຍທາງກໍແມ່ນ ຄວາມໃຝ່ຝັນແລ້ວ ຮ່າງກາຍ ແລະ ສະໝອງຂອງເຮົາກໍຄືເຄື່ອງຈັກ ທີ່ໃຊ້ເຫື່ອແຮງທີີ່ປຽບໄດ້ດັ່ງນໍ້າມັນ ແລະ ມີແຮງບັນດານໃຈ ທີ່ເປັນນ້ຳມັນເຄື່ອງ ຄອຍຢອດໃສ່ເມື່ອທໍ້ຖອຍ. ເຊິ່ງຫາກຂາດອົງປະກອບໃດໜຶ່ງໄປ, ແນ່ນອນວ່າລົດຄັນນີ້ຈະບໍ່ສາມາດຂັບເຄື່ອນໄປຕໍ່ໄດ້, ແຕ່ຫົວໃຈສຳຄັນທີ່ສຸດທີ່ເຮັດໃຫ້ຫຼາຍຄົນທີ່ປະສົບຜົນສຳເລັດໄດ້ນັ້ນ ມາຈາກການປ່ຽນຄວາມຝັນ ໃຫ້ເປັນເປົ້າໝາຍ ແລ້ວສ້າງແຜນທີ່ເພື່ອເດີນທາງໄປສູ່ເປົ້າໝາຍດັ່ງກ່າວ. ສະນັ້ນ, ການທີ່ເຮົາພຽງແຕ່ຝັນ ມັນກໍຄືກັບເຮົາພວມຍ່າງຢູ່ໃນເຂົາວົງກົດທີ່ບໍ່ມີທາງອອກ ແລະ ຈະບໍ່ສາມາດເຫັນຫົນທາງທີ່ຈະເດີນທາງໄປເຖິງເປົ້າໝາຍໄດ້. ມື້ນີ້ ຂ້າພະເຈົ້າຈຶ່ງຂໍມາເລົ່າເຄັດລັບທີ່ຈະເຮັດໃຫ້ຝັນເຮົາຊັດເຈນຂຶ້ນ ຈົນກາຍເປັນເປົ້າໝາຍ ແລະ ເປັນແຜນທີ່ສາມາດລົງມືເຮັດໄດ້ ເຊິ່ງມີ 5 ວິທີງ່າຍໆດັ່ງນີ້: ການຂຽນເປົ້າຫມາຍ: ການຂຽນສິ່ງທີ່ເຮົາຕ້ອງການເຮັດ ບໍ່ວ່າຈະເປັນເປົ້າໝາຍປະຈໍາວັນ, ອາທິດ, ເດືອນ ຫຼື ປີ ຈະເຮັດໃຫ້ເຮົາໄດ້ທົບທວນໃນສິ່ງເຮົາຕ້ອງການ ແລະ ມັນຈະຊ່ວຍໃຫ້ເຮົາຫຼຸດອອກຈາກຄວາມສັບສົນໃນຈິດໃຈໄດ້ດີ. ອີກອັນໜຶ່ງເມື່ອທ່ານຂຽນເປົ້າໝາຍລົງໄປຢ່າງລະອຽດ ແລະ ທົບທວນມັນເລື້ອຍໆ ມັນຈະກາຍເປັນແຜນທີ່ສຳຄັນທີ່ຈະລ໋ອກ Focus ຂອງທ່ານ, ນຳພາທ່ານ ໄປຫາວິທີການ, ຜູ້ຄົນທີ່ຈະຊຸກຍູູ້ທ່ານໃຫ້ເຂົ້າໃກ້ຄວາມຝັນຫຼາຍຂຶ້ນ. ອ່ານປື້ມດີໆ: ການອ່ານຊ່ວຍເສີມທັກສະ ແລະ ຊ່ວຍຫຼຸດຜ່ອນໄລຍະເວລາຄິດຫາຫົນທາງ ຫຼື ວິທີການເອງ. ໂດຍສະເພາະເມື່ອທ່ານມີບຸກຄົນຕົວແບບ ແລະ ຊອກອ່ານປຶ້ມກ່ຽວກັບປະສົບການຂອງຜູ້ນັ້ນ, ...

Read More »

ເປັນນັກທຸລະກິດ ຄວນລະວັງຫຍັງແດ່?!!! (ອ່ານເລີຍ…)

ນັບວ່າເປັນບາດກ້າວໃໝ່ຂອງກົດໝາຍລາວ ເມື່ອສະພາແຫ່ງຊາດ ໄດ້ຮັບຮອງເອົາ ປະມວນກົດໝາຍ ອາຍາ ສະບັບທໍາອິດ ຂອງ ສປປ ລາວ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 17 ພຶດສະພາ 2017 ແລະ ໄດ້ປະກາດໃຊ້ ຕາມ ລັດຖະດໍາລັດ ຂອງ ປະທານປະເທດ ສະບັບເລກທີ 118/ປປທ, ລົງວັນທີ 26 ມີຖຸນາ 2017 ໃນນັ້ນ ໄດ້ກໍານົດຫຼາຍບັນຫາໃໝ່ ທີ່ບໍ່ເຄີຍມີໃນກົດໝາຍຂອງ ສປປ ລາວ ມາກ່ອນ, ເຊິ່ງໜຶ່ງໃນບັນຫາໃໝ່ນັ້ນກະຄືການກໍານົດກ່ຽວກັບ: “ຄວາມຮັບຜິດຊອບທາງອາຍາຂອງນິຕິບຸກຄົນ”. ກ່ອນອື່ນໝົດ ຂ້າພະເຈົ້າ ຂໍອະທິບາຍ ຄວາມໝາຍຂອງ ນິຕິບຸກຄົນ ເສຍກ່ອນວ່າມີຄວາມໝາຍແນວໃດ, ໂດຍອີງຕາມ ມາດຕາ 3 ຂໍ້ 6 ຂອງ ປະມວນກົດໝາຍອາຍາ ເຊິ່ງກໍານົດວ່າ: “ນິຕິບຸກຄົນ ໝາຍເຖິງ ວິສາຫະກິດ (ບໍລິສັດ) ຕາມທີ່ກໍານົດໄວ້ໃນ ກົດໝາຍ ວ່າດ້ວຍວິສາຫະກິດ ລວມທັງ ສະຫະກອນ, ...

Read More »

ຂໍ້ຄິດເຫັນສໍາຄັນ ເພື່ອຈັດການກັບບັນຫາທ້າທາຍ ຂອງທຸລະກິດທີ່ພວມເຕີບໂຕ (1)

ພາຍໃຕ້ຍຸກແຫ່ງການແຂ່ງຂັນທຸລະກິດໃນປັດຈຸບັນ ແລະ ການພັດທະນາທາງດ້ານເຕັກໂນໂລຊີ ເຫັນວ່າ ຫຼາຍທຸລະກິດທີ່ພວມເຕີບໃຫຍ່ ມັກຈະປະເຊີນໜ້າກັບຫຼາຍບັນຫາທ້າທາຍ ທີ່ຕ້ອງໄດ້ໃຫ້ຄວາມສໍາຄັນທາງດ້ານການຈັດການເປັນພິເສດ. ສະນັ້ນ, ການທີ່ຮັບຮູ້ ແລະ ຫາວິທີການເພື່ອແກ້ໄຂບັນຫາທົ່ວໄປທີ່ເກີດຂຶ້ນກັບການເຕີບໂຕຂອງທຸລະກິດ ແມ່ນຈໍາເປັນຢ່າງຍິ່ງ ຖ້າຫາກທຸລະກິດຂອງທ່ານພວມສືບຕໍ່ໃນການເຕີບໂຕ ແລະ ຈະເລີນຮຸ່ງເຮືອງ. ສິ່ງສໍາຄັນຍິ່ງອີກປະການໜຶ່ງ ແມ່ນຕ້ອງຮັບປະກັນວ່າ ບາດກ້າວ ຫຼື ວິທີການແກ້ໄຂບັນຫາຂອງທ່ານໃນມື້ນີ້ ບໍ່ກາຍເປັນບັນຫາເພີ່ມຕື່ມໃນອະນາຄົດ ແລະ ແນ່ນອນວ່າ ຫຼາຍວິທີແກ້ໄຂບັນຫາໃນອະດີດຜ່ານມາ ອາດຈະບໍ່ສາມາດຕອບໂຈດທີ່ເກີດຂຶ້ນໃນປັດບຸັນໄດ້. ສະນັ້ນ, ຄວາມເປັນຜູ້ນໍາທີ່ມີປະສິດທິຜົນ ຈະຊ່ວຍທ່ານໃນການສ້າງໂອກາດ ແລະ ເຮັດໃຫ້ການເຕີບໂຕຂອງທຸລະກິດມີຄວາມຍືນຍົງໃນອະນາຄົດ. ວາລະສານທາເກັດສະບັບນີ້ ຈະນໍາສະເໜີກ່ຽວກັບ 3 ໃນ 7 ວິທີການເພື່ອຈັດການກັບບັນຫາທ້າທາຍຂອງທຸລະກິດທີ່ພວມເຕີບໂຕ ໂດຍສະເພາະຄວາມສ່ຽງ ແລະ ຄວາມຜິດພາດທີ່ມັກຈະສົ່ງຜົນກະທົບຕໍ່ກັບທຸລະກິດທີ່ພວມເຕີບໃຫຍ່ ແລະ ແລກປ່ຽນຂໍ້ຄິດເພື່ອຈັດການກັບບັນຫາທ້າຍເຫຼົ່ານັ້ນ; ອີກ 4 ວິທີການຈະໄດ້ແລກປ່ຽນກັນຕື່ມໃນສະບັບໜ້າ ເນື່ອງຈາກຂໍ້ຈໍາກັດທາງດ້ານພື້ນທີ່ ຂອງຄໍລໍ້ານີ້. ໃນນີ້, ທຸລະກິດທີ່ພວມເຕີບໃຫຍ່ມັກຈະພົບບັນຫາທ້າທາຍຫຼາຍດ້ານ ສິ່ງສໍາຄັນທີ່ທຸລະກິດຕ້ອງໄດ້ ຄື ການຕິດຕາມຕະຫຼາດຢ່າງຕໍ່ເນື່ອງ; ການວາງແຜນລ່ວງໜ້າ; ການໄຫຼວຽນເງິນນສົດ ແລະ ການຄຸ້ມຄອງການເງິນ; ການແກ້ໄຂບັນຫາ; ລະບົບທີ່ຖືກຕ້ອງເໝາະສົມ; ທັກສະຄວາມຮູ້ ແລະ ທັດສະນະຄະຕິ;​ ...

Read More »

ຄາດໝາຍເສດຖະກິດ ຂອງລາວໃນປີ 2019….

ຜ່ານການຄົ້ນຄ້ວາ; ພິຈາລະນາ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ທິດທາງແຜນການ ປີ 2019 ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII. ກອງປະຊຸມໄດ້ມີມະຕິເລກທີ 099/ສພຊ ລົງວັນທີ 28/11/2018 ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ທິດທາງແຜນການ ປີ 2019 ເຊິ່ງລວມມີທັງໝົດ 5 ມາດຕາ… ວາລະສານພວກເຮົາຂໍນໍາສະເໜີ ມາດຕາ 2 ໂດຍສະເພາະແມ່ນຈຸດທີ່ ເວົ້າເຖິງຄາດໝາຍດ້ານເສດຖະກິດມະຫາພາກ ເຊິ່ງລາຍລະອຽດມີດັ່ງນີ້: ຄາດໝາຍດ້ານເສດຖະກິດມະຫາພາກ ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ໃຫ້ຂະຫຍາຍຕົວ 6,7% ຂຶ້ນໄປ ມູນຄ່າບໍ່ໃຫ້ຫຼຸດ 165.475 ຕື້ກີບ, ສະເລ່ຍຕໍ່ຫົວຄົນປະມານ 2.726 ໂດລາສະຫະລັດ. ລາຍໄດ້ແຫ່ງຊາດ (GNI) ສະເລ່ຍຕໍ່ຫົວຄົນໃຫ້ໄດ້ ປະມານ 2.317 ໂດລາສະຫະລັດ ໃນນັ້ນ: 1.1. ດ້ານໂຄງປະກອບເສດຖະກິດ + ຂະແໜງກະສິກໍາ ເພີ່ມຂຶ້ນ ...

Read More »

ທ່ານ ໂດໂນ ທຣຳ ແລະ ທ່ານ ກິມ ຈົງອຶນ ໄດ້ເດີນທາງຮອດ ຫວຽດນາມ ແລ້ວ…

ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ກິມ ຈົງອຶນ ໄດ້ເດີນທາງໂດຍລົດໄຟສາຍພິເສດເຖິງສະຖານີ ຢົງຢັງ ຂອງແຂວງລັງເຊິນ  ທີ່ມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ ໃນຕອນເຊົ້າວັນທີ 26 ກຸມພາ  ໂດຍການໃຊ້ເວລາ 2 ມື້ເຄິ່ງ ໃນໄລຍະທາງ ໄກເຖິງ 4.000 ກິໂລແມັດ ເພື່ອເຖິງຫວຽດນາມແລະ ພ້ອມນັ້ນ ທ່ານ ໂດໂນ ທຣຳ ປະທານາທິບໍດີສະຫະລັດເດີນທາງເຖິງນະຄອນຫຼວງຮ່າໂນ່ຍ ສສ.ຫວຽດນາມ ໃນຄ່ຳຄືນຂອງມື້ດຽວກັນ ດ້ວຍຍົນໂດຍສານປະຈຳຕໍາແໜ່ງ. ທັງສອງຜູ້ນຳ ແມ່ນເຂົ້າຮ່ວມກອງປະຊຸມສຸດຍອດ ສປປ ເກົາຫຼີ-ສະຫະລັດ  ຄັ້ງທີ 2  ທີ່ຈະມີຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ.  ສຳນັກຂ່າວສູນກາງສປປ ເກົາຫຼີ (KCNA) ລາຍງານວ່າ ຂະບວນລົດໄຟຂອງ ກິມ ຈົງ ອຶນ ໄດ້ເດີນທາງອອກຈາກນະຄອນຫຼວງພຽງຢາງໃນຕອນບ່າຍຂອງວັນທີ 23 ກຸມພາ ເຊິ່ງໃນຂະບວນລົດໄຟດັ່ງກ່າວມີເຈົ້າໜ້າທີ່ຂັ້ນສູງຂອງສປປ ເກົາຫຼີ ຫຼາຍທ່ານໃນນັ້ນລວມມີ ກິມ ໂຢຈອງ ເຊິ່ງເປັນ ນ້ອງສາວ ຂອງທ່ານ ກິມ ຈົງອຶນ. ໃນການໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມຂອງທ່ານ ຫງວຽນ ຊວນ ...

Read More »

ລັດຖະມົນຕີ ກະຊວງສາທາລະນະສຸກ ເນັ້ນການບໍລິການທີ່ດີ ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ

ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫຼາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫຼາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫຼາຍກວ່າເກົ່າ ເປັນຕົ້ນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ (\1.000 ເດັກເກີດມີຊີວິດ), ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊີນກັນພະຍາດ Penta3. ຂໍ້ມູນດັ່ງກ່າວແມ່ນໄດ້ລາຍງານໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກທົ່ວປະເທດປະຈຳ ປີ 2018 ແລະ ທິດທາງແຜນການໃນປີ 2019 ທີ່ຈັດຂຶ້ນໃນວັນທີ 26 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ທ່ານ ດຣ.ບຸນກອງ ສີຫາວົງ ...

Read More »

ຍຸດທະສາດດີໆ ທີ່ຈະຊ່ວຍໃຫ້ SME ໂດດເດັ່ນໃນສັງຄົມ (ອ່ານເລີຍ!!!)

ປັດຈຸບັນ, ລູກຄ້າ ແລະ ກຸ່ມເປົ້າໝາຍ ຈະຊື້ສິນຄ້າ ຫຼື ບໍລິການໃດໜຶ່ງ  ຈະບໍ່ໄດ້ຄຳນຶງເຖິງພຽງຄຸນນະພາບຂອງຜະລິດຕະພັນພຽງຢ່າງດຽວເທົ່ານັ້ນແລ້ວ, ແຕ່ຍັງມີການພິຈາລະນາໄປອີກຢ່າງໜຶ່ງຄື:  ຜະລິດຕະພັນທີ່ຕົນເອງຊື້ ຫຼື ອົງກອນທີ່ຕົນເປັນລູກຄ້າ ໄດ້ສົ່ງຜົນກະທົບຕໍ່ຄົນອື່ນ ຫຼື ສັງຄົມແນວໃດ? ນັ້ນກໍຄື  ຍຸດທະສາດ CSR=Corporate Social Responsibility   ໝາຍເຖິງ ຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຂອງອົງກອນ ທີ່ຈະນຳໄປສູ່ການພັດທະນາແບບຢັ້ງຍືນຂອງສັງຄົມ. ຂໍ້ມູນທີ່ຈະເຮັດໃຫ້ລູກຄ້າເຊື່ອໝັ້ນໃນຜະລິດຕະພັນ ແລະ ອົງກອນ ໄດ້ນັ້ນແມ່ນການສະແດງອອກຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ  ຂໍ້ມູນເຫຼົ່ານີ້ມັກຈະສ້າງຂຶ້ນໃນຮູບແບບຂອງການລາຍງານທີ່ເອີ້ນວ່າ: Sustainability Report ຫຼື CSR Report  ແລະ ມັກມີໃຫ້ເຫັນແຕ່ສະເພາະອົງກອນທຸລະກິດຂະໜາດໃຫຍ່ໆ ທີ່ມີກິດຈະການຢູ່ຫຼາຍພັນແຫ່ງທົ່ວໂລກທີດຳເນີນຍຸດທະສາດນີ້. ແຕ່ສຳລັບ ທຸລະກິດ SME ກໍສາມາດມີຂໍ້ມູນ ຫຼື ເຮັດສິ່ງນີ້ໄດ້ຄືກັນ ພຽງແຕ່ເຮົາຍັງບໍ່ຄ່ອຍເຫັນ SME ສ່ວນຫຼາຍໃຫ້ຄວາມສົນໃຈໃນເລື່ອງນີ້… ສາເຫດຫຼັກກໍເປັນເພາະຂາດແຮງຈູງໃຈ ຫຼື ບໍ່ເຫັນຜົນປະໂຫຍດທີ່ຈະໄດ້ຮັບຫຼາຍເທົ່າທີ່ຄວນ ເມື່ອທຽບກັບເວລາ ແລະ ຊັບພະຍາກອນທີ່ຕ້ອງໃຊ້ທີ່ມີຈຳນວນກຳຈັດ. ແຕ່ກໍຍັງມີ  SME ຫຼາຍບໍລິສັດ ...

Read More »

ເປັນຜູ້ບໍລິຫານ ຄວນໃຫ້ກຽດພະນັກງານ ແບບນີ້…..

ຄຳວ່າ ຂອບໃຈ ແລະ ຍ້ອງຍໍຊົມເຊີຍພະນັກງານ ອາດບໍ່ພຽງພໍທີ່ຈະສະແດງໃຫ້ເຫັນວ່າທ່ານໃຫ້ຄວາມສຳຄັນ ແຕ່ຍັງມີອີກຫຼາຍວິທີທີ່ຈະສະແດງເຮັດໃຫ້ພະນັກງານຂອງທ່ານໄດ້ຮັບຮູ້ ແລະ ຈະເຮັດໃຫ້ພະນັກງານ ພ້ອມທີ່ຈະທຸ້ມເທໃນການເຮັດວຽກໃນອົງກອນຢ່າງເຕັມທີ່. ເປີດໂອກາດໃຫ້ສະແດງຄວາມຄິດເຫັນ: ເຊື່ອໝັ້ນວ່າພະນັກງານຂອງຕົນທຸກເປັນຄົນເກັ່ງ ກ່ອນຈະຕັດສິນໃຈຫຍັງດ້ວຍຕົນເອງ ທ່ານຄວນໃຫ້ກຽດພວກເຂົາໃນການສະເໜີຄວາມຄິດເຫັນ ນອກນີ້, ທ່ານຍັງຈະໄດ້ຮັບ ໄອເດຍຈາກຜູ້ທີ່ໄດ້ສຳຜັດກັບບັນຫາທີ່ແທ້ຈິງ, ໄດ້ໃກ້ສິດກັບລູກຄ້າ ເຊິ່ງອາດເປັນໄອເດຍໃໝ່ໆທີ່ທ່ານຄິດບໍ່ເຖິງ. ຟັງຢ່າງຕັ້ງໃຈ: ເປັນການສົ່ງສັນຍານທີ່ດີ ແລະ ງ່າຍທີ່ສຸດໃນການສະແດງວ່າທ່ານໃຫ້ກຽດກັບຜູ້ເວົ້າ ແຕ່ຜູ້ບໍລິຫານຫຼາຍຄົນມັກຈະມີທຸລະກິດ, ວຽກຫຼາຍຈຶ່ງເຮັດໃຫ້ບໍ່ມີເວລາ ອາດເບິ່ງຂ້າມຄວາມສຳຄັນຂໍ້ນີ້ “ຂ້ອຍກຳລັງຟ້າວ ຊ່ວຍເວົ້າແບບສະຫຼຸບຫຍໍ້ໄດ້ບໍ” ການສື່ສານແບບນີ້ສະແດງໃຫ້ເຫັນວ່າສິ່ງທີ່ພະນັກງານກຳລັງສື່ສານນັ້ນບໍ່ໄດ້ມີຄ່າກັບທ່ານເລີຍ. ພຽງຟັງຢ່າງຕັ້ງໃຈເມື່ອພະນັກງານກຳລັງສະແດງຄວາມຄິດເຫັນທີ່ເປັນປະໂຫຍດຕໍ່ອົງກອນເພື່ອສະແດງວ່າທ່ານເຫັນຄຸນຄ່າພະນັກງານ ທີ່ກຳລັງຕັ້ງໃຈເຮັດເພື່ອທ່ານ ແລະ ອົງກອນ. 3. ໃຫ້ເຄຼດິດພະນັກງານ: ນອກຈາກການຖາມ ແລະ ຟັງແລ້ວ ອີກວິທີໜຶ່ງໃນການໃຫ້ກຽດພະນັກງານຄື ການໃຫ້ຄວາມເຊື່ອຖືພະນັກງານ ຍ້ອງຍໍ ໄອເດຍ ຂອງພວກເຂົາໃຫ້ເໜືອກວ່າຄວາມຄິດຂອງທ່ານ ໂດຍບໍ່ຕ້ອງຢ້ານວ່າຕົນເອງຈະດ້ອຍກວ່າ ການສະໜັບສະໜູນຜົນງານພະນັກງານເປັນການສະແດງຄວາມຊົມເຊີຍ ແລະ ຍ້ອງຍໍ ເຮັດໃຫ້ພວກເຂົາພູມໃຈໃນຕົວເອງ ລວມທັງພູມໃຈທີ່ມີຜູ້ບໍລິຫານຄືທ່ານ.   Three ways to show respect to your employees   Merely giving ...

Read More »