Event

ແຈ້ງການ ເຫັນດີໃຫ້ ຈັດງານບຸນນະມັດສະການພະທາດຫລວງ

ແຈ້ງການຈາກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 1435/ຫສນຍ ນະຄອນຫຼວງວຽງຈັນ, ລົງວັນທີ 11 ພະຈິກ 2021.ລາຍລະອຽດແຈ້ງການມີດັ່ງນີ້:ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຊີ້ນໍາຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານຂົງເຂດການປົກຄອງ ແລະ ວັດທະນະທໍາ-ສັງຄົມ ມາຍັງທ່ານຊາບ ດັ່ງນີ້: “ເຫັນດີອະນຸມັດໃຫ້ນະຄອນຫຼວງວຽງຈັນ ຈັດງານປະເພນີບຸນນະມັດສະການພຣະທາດຫຼວງວຽງຈັນ ປະຈໍາປີ 2021, ກໍານົດເວລາ 03 ວັນ (ນັບແຕ່ວັນທີ 17 ຫາ 19 ພະຈິກ 2021) ໂດຍອະນຸຍາດໃຫ້ຈັດແຕ່ກິດຈະກໍາທີ່ເປັນປະເພນີທາງສາສະຫນາເທົ່ານັ້ນ, ສ່ວນລາຍລະອຽດມອບໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19. ຂັ້ນນະຄອນຫຼວງວຽງຈັນ ເປັນເຈົ້າ ການສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ຕົກລົງ ທັງຊີ້ນໍາການປະຕິບັດມາດຕະການຕ່າງໆ ທີ່ວາງອອກຢ່າງເຂັ້ມ ງວດ ແລະ ຮັບປະກັນໃຫ້ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ”.ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.ລັດຖະມົນຕີ, ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ຄຳເຈນ ວົງໂພສີ ແຈ້ງການ ເຫັນດີໃຫ້ ຈັດງານບຸນນະມັດສະການພະທາດຫລວງ

Read More »

Covid-19 ໃນຈີນ​ເຮັດ​ໃຫ້​ການ​ແລ່ນ​ມາ​ຣາ​ທອນ​ປັກ​ກິ່ງຕ້ອງ​ເລື່ອນ​ເວ​ລາ

ການ​ລະ​ບາດ​ຂອງ​ Covid-19 ໃນຈີນ​ເຮັດ​ໃຫ້​ການ​ແລ່ນ​ມາ​ຣາ​ທອນ​ປັກ​ກິ່ງຕ້ອງ​ເລື່ອນ​ເວ​ລາຕາມແຜນແລ້ວ ຄາດການວ່າຈະມີນັກແລ່ນປະມານ 30,000 ຄົນເຂົ້າຮ່ວມໃນວັນທີ 31 ຕຸລານີ້ການແລ່ນມາຣາທອນປັກກິ່ງໃນທ້າຍອາທິດນີ້ໄດ້ຖືກເລື່ອນອອກໄປຈົນກ່ວາມີແຈ້ງການເພີ່ມເຕີມ, ຜູ້ຈັດງານກ່າວວ່າ “ເພື່ອປ້ອງກັນຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດດັ່ງກ່າວ (ແລະ) ປົກປ້ອງສຸຂະພາບ ແລະຄວາມປອດໄພຂອງນັກແລ່ນ, ພະນັກງານ ແລະ ປະຊາຊົນສ່ວນໃຫຍ່.” ໃນຂະນະທີ່ຈີນພະຍາຍາມສະກັດກັ້ນການລະບາດຂອງ Covid ແລະ ກັບຄືນສູ່ສະຖານະການປອດຈາກໂຄວິດ ກ່ອນການແຂ່ງຂັນກິລາໂອລິມປິກລະດູໜາວທີ່ຈະມາຮອດແລະ ເຫລືອເວລາອີກ 100 ກວ່າມື້ ເກມການແຂ່ງຂັນຂອງປະເທດກໍຈະໄດ້ເລີ່ມຕົ້ນແລ້ວ. ແຕ່ຍ້ອນສະຖານະການຂອງການຕິດເຊື້ອພາຍໃນປະເທດໃຫມ່ທີ່ມີຈຳນວນ 39 ກໍລະນີ ໃນວັນຈັນທີ່ຜ່ານມາ, ໂດຍການລະບາດດັ່ງກ່າວແມ່ນການແຜ່ລາມໂດຍກຸ່ມນັກທ່ອງທ່ຽວ ແລະ ການທີ່ບໍ່ສາມາດຄວບຄຸມການແຜ່ລະບາດ ຂອງປະເທດໄດ້ ເຮັດໃຫ້ໂອກາດໃນການຈັດງານໃຫຍ່ຂອງປະເທດອາດຈະຕ້ອງໄດ້ເລື່ອນອອກໄປເຊັ່ນກັນ. Participants run past the Tiananmen gate during the Beijing International Marathon in Beijing, China, September 20, 2015. (Photo by Kim Kyung-Hoon/Reuters) #TargetMagazine

Read More »

ເປີດໂຕຢ່າງຍິ່ງໃຫຍ່!!! ບໍລິສັດ ເບສ ເທເລຄອມ ຈໍາກັດ

ບໍລິສັດ ເບສ ເທເລຄອມ ຈໍາກັດ ໄດ້ເປີດໂຕຂຶ້ນຢ່າງເປັນທາງການ ໃນຕອນແລງຂອງວັນທີ 19 ມີນາ 20201 ຜ່ານມາ, ທີ່ໂຮງແຮມລາວພລາຊາ. ໂດຍການເປັນປະທານຂອງທ່ານ ທ່ານ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ກະຊວງປ້ອງກັນປະເທດ, ປະທານ ສະພາບໍລິຫານ ບໍລິສັດ ເບສ ເທເລຄອມ ຈໍາກັດ, ທ່ານ ນາງ ກິ່ງໂພເງິນ ພູມມະສັກ, ຜູ້ອໍານວຍການໃຫຍ່ ບໍລິສັດ ເບສ ເທເລຄອມ ຈໍາກັດ, ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດ AIF Group, ມີທ່ານ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕິີ ກະຊວງການເງິນ, ພ້ອມດ້ວຍ ລັດຖະມົນຕີ, ຮອງລັດຖະມົນ, ກົມໃຫຍ່, ຄະນະພະແນກຈາກກະຊວງ ທີ່ກ່ຽວຂ້ອງ, ຕາງໜ້າຜູ້ບໍລິຫານ ບໍລິສັດໂທລະຄົມ, ກຸ່ມບໍລິສັດ AIF ແລະ ສື່ມວນຊົນເຂົ້າຮ່ວມ. ໃນພິທີດັ່ງກ່າວ, ທ່ານ ຄໍາຄິດ ໄຊສົງຄາມ, ຫົວໜ້າກົມສື່ສານ, ...

Read More »

ຍອດຜູ້ຕິດເຊື້ອໂຄວິດ-19 ຣັດເຊຍ ເພີ່ມຂຶ້ນມື້ລະ 10.000 ກວ່າຄົນ

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ່ 10 ພຶດສະພາ 2020 ວ່າ ສູນຕອບໂຕ້ເຊື້ອໄວຣັດໂຄ-19 ຂອງຣັດເຊຍ ອອກລາຍງານເມື່ອວັນອາທິດ ກ່ຽວກັບສະຖານະການພະຍາດໂຄວິດ-19 ໃນປະເທດວ່າມີການຢືນຢັນຜູ້ຕິດເຊື້ອລາຍໃຫ່ມອີກ 11,012 ຄົນ ເພີ່ມສະຖິຕິຜູ້ປ່ວຍສະສົມເປັນຢ່າງນ້ອຍ 209,688 ຄົນ ທັງນີ້ ຣັດເຊຍລາຍງານການພົບຜູ້ຕິດພະຍາດໂຄວິດ-19 ເພີ່ມຂື້ນຫລາຍກວ່າວັນລະ 10,000 ຄົນ ຕັ້ງແຕ່ວັນທີ່ 3 ພຶດສະພາທີ່ຜ່ານມາ ຂະນະທີ່ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີສະສົມເພີ່ມເປັນຢ່າງນ້ອຍ 34,306 ຄົນ ດ້ານຈຳນວນຜູ້ເສຍຊີວິດເພີ່ມເປັນຢ່າງນ້ອຍ 1,915 ຄົນ ເພີ່ມຂື້ນ 88 ຄົນ ທັງນີ້ ພື້ນທີ່ວິກິດທີ່ສຸດຂອງໂລກໂຄວິດ-19 ໃນຣັດເຊຍ ຄືນະຄອນມອສໂກ ມີຜູ້ປ່ວຍສະສົມຢ່າງນ້ອຍ 104,189 ຄົນ ຮັກສາຫາຍຢ່າງນ້ອຍ 12,779 ຄົນ ແຕ່ເສຍຊີວິດແລ້ວ 1,010 ຄົນ ທັງນີ້ ທ່ານເຊີຣເກ ຊອບຍານິນ ນາຍົກນະຄອນມອສໂກ ກ່າວວ່າ ການຂະຫຍາຍໄລຍະເວລາມາດຕະການລ໊ອກດາວໃນເມືອງຫຼວງຂອງຣັດເຊຍ ຊື່ງມີຜົນຕັ້ງແຕ່ວັນທີ່ 30 ມີນາ ທີ່ຜ່ານມາ ໃຫ້ຄອບຄຸມຕໍ່ໄປເຖິງວັນທີ 31 ພຶດສະພານີ້ ຢ່າງໃດກໍຕາມໂຮງງານອຸດສະຫະກຳຂະຫນາດໃຫ່ຍ ...

Read More »