Life Stlye

ມາຮູ້ຈັກ!!! 3 ຂັ້ນຕອນ ໃນການເລີ່ມຕົ້ນ ສ້າງທຸລະກິດ ໃນ ສປປ ລາວ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ວ່າດ້ວຍ ຂັ້ນຕອນການເລີ່ມຕົ້ນທຸລະກິດ ສຳລັບ ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ມີຈຸດປະສົງ ຢາກເລີ່ມຕົ້ທຸລະກິດຢູ່ ສປປ ລາວ ສະບັບ ເລກທີ0115/ອຄ.ກທຄວ ລົງວັນທີ 29 ມັງກອນ 2020 ຂອງ ຫ້ອງການ ກະຊວງ ອຸດສາຫະກຳ ແລະ ການຄ້າ ສຳລັບໃຜ ທີ່ກຳລັງຈະເລີ່ມເຮັດທຸລະກິດ ຄວນອ່ານ ແລະ ຮັບຮູ້ໄວ້. 3 ຂັ້ນຕອນໃນເລີ່ມຕົ້ນສ້າງທຸລະກິດໃນ ສປປ ລາວ ມີຄື: – ຂັ້ນຕອນທີ 1: ການແຈ້ງຂຶ້ນທະບຽນສ້າງຕັ້ງວິສາຫະກິດ ໃຊ້ເວລາສູງສຸດບໍ່ເກີນ 10 ລັດຖະການ -ຂັ້ນຕອນທີ 2: ການຄວັດຕາປະທັບ ແລະ ການອະນຸຍາດນຳໃຊ້ຕາປະທັບ ໃຊ້ເວລາສູງສຸດບໍ່ເກີນ 5 ວັນລັດຖະການ. -ຂັ້ນຕອນທີ 3: ການຈົດທະບຽນປະກັນສັງຄົມ ໃຊ້ເວລາສູງສຸດບໍ່ເກີນ 2​ ວັນລັດຖະການ ການເລີ່ມຕົ້ນທຸລະກິດ ...

Read More »

7 ວິທີກຳຈັດ “ຄວາມຂີ້ຄ້ານ” ພ້ອມປ່ຽນຕົວເອງໃຫ້ເປັນຄົນໃຫມ່ທີ່ດິີກວ່າເກົ່າ

ສະບາຍດີທ່ານຜູ້ອ່ານທຸກໆທ່ານ ມື້ນີ້ຈະເອົາສິ່ງທີ່ເກືອບວ່າທຸກຄົນເປັນຢູ່ ນັ້ນກໍຄື  “ຄວາມຂີ້ຄ້ານ” ນັ້ນເອງ, ແຕ່ເລື່ອງນີ້ ເຮົາສາມາດປ່ຽນແປງຕົນເອງໄດ້ງ່າຍໆ ພຽງແຕ່ເຮົາຄິດ ແລະ ລົງມຶປະຕິບັດເລີຍ ຄວາມຂີ້ຄ້ານກໍຈະໜີອອກຈາກໂຕເຮົາໄປແນ່ນອນ,​ ມື້ນີ້, ທາເກັດຈະມາບອກ 7 ວິທີເຮັດໃຫ້ຕົນເອງດຸໝັ້ນ ແລະ ບອກລາຄວາມຂີ້ຄ້ານອອກຈາກຕົວເຮົາເອງ. ເຊິ່ງຖ້າເຮົາປະຕິບັດໄດ້ ແນ່ນອນຄວາມສຳເລັດ ກໍຈະຢູ່ບໍ່ໄກຈາກຕົວເຮົາ. ຄິດແລ້ວ ລົງມືເຮັດ (ຢ່າຫາຂໍ້ອ້າງ ແລະ ມີແຕ່ຄິດ) ຕັດຄຳວ່າ: ມື້ນັ້ນ ມື້ນີ້ ຄານີ້ ຄານັ້ນ  ອອກໄປຈາກສະໜອງ ເມື່ອໃດທີ່ຄິດຈະເຮັດ ກໍຂໍໃຫ້ເລີ່ມລົງມືເຮັດຕັ້ງແຕ່ຕອນນັ້ນເລີຍ, ແຕ່ຖ້າຍັງຈະລໍຖ້າ ມື້ນັ້ນກ່ອນ, ມື້ນີ້ກ່ອນ ແລ້ວບໍ່ລົງມືເຮັດຈັກເທື່ອ ທ່ານກໍຈະເລີ່ມເປັນຄົນຂີ້ຄ້ານ ຈົນສຸດທ້າຍ… ສິ່ງທີ່ຈະເຮັດກໍບໍ່ເກີດຊໍ້າ. 2. ເຊື່ອໝັ້ນໃນຕົວເອງວ່າຕ້ອງເຮັດໄດ້ ເອົາທັດສະນະຄະຕິທີ່ວ່າ “ຄືເຮົາ ເຮັດບໍ່ໄດ້ດອກ….” ອອກໄປຈາກຄວາມຄິດ  ເພາະກ່ອນທີ່ເຮົາຈະປະສົບຜົນສຳເລັດໄດ້ນັ້ນ ທ່ານຕ້ອງໄດ້ລົງມືເຮັດກ່ອນ ຈະຖືກຫຼືຜິດ ກໍຖືວ່າເປັນເລື່ອງທຳມະດາ  ທ່ານເຄີຍໄດ້ຍິນບໍ່ວ່າ? ຄົນທີ່ບໍ່ເຄີຍເຮັດຜິດ ຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ  ສະນັ້ນ, ເມື່ອໃດທີ່ທ່ານຄິດຈະເຮັດຫຍັງ ແມ່ນໃຫ້ລົງມືເຮັດເລີຍບໍ່ຕ້ອງລໍຖ້າໂອກາດໃດໆ. 3. ໃສ່ໃຈສຸຂະພາບ ທັງຮ່າງກາຍ ແລະ ສະໝອງ ...

Read More »

ຄວາມ​ເປັນ​ມາ​ຂອງວັນ​ປີ​ໃໝ່​ ຊາວ​ຈີນ ແລະ​ ຫວຽດ​ນາມ

ວັນປີໃໝ່ ຂອງຊາວຈີນ ແລະ ຫວຽດນາມ ຫຼື ເຮົາເຈົ້າຂ້ອຍຮູ້ຈັກດີແມ່ນມື້ກິນກຸດຈີນ, ກູດຫວຽດ ປີນີ້ກົງກັບວັນທີ 25 ມັງກອນ 2020, ສຳລັບຄວາມເປັນມາ ຂອງວັນດັ່ງກ່າວນັ້ນ ເຊື່ອກັນວ່າ ປະເພນີນີ້ ມີມາດົນກວ່າ ສີ່ພັນປີມາແລ້ວ. ການຈັດງານກໍເພື່ອສະເຫຼີມສະຫຼອງ ເທສະການ ລະດູໃບໄມ້ປົ່ງ ແຕ່ກ່ອນບໍ່ໄດ້ເອີ້ນ ວ່າ ເທສະການກິນກຸດ ແຕ່ມີຊື່ເອີ້ນ ຕ່າງກັນຕາມ ຍຸກສະໄໝ ເມື່ອ 2.100 ປີກ່ອນ ຄສ ຈະເອີ້ນວ່າ “ ຊຸ່ຍ”  ເຊິ່ງມີຄວາມ ໝາຍເຖິງ ການໂຄຈອນ ຄົບໜຶ່ງຮອບ ຂອງດາວຈູປິ ເຕີຣ໌ ຈົນຕໍ່ມາໃນຍຸກ 1.000 ກວ່າປີກ່ອນ ຄສ ເທສະການກຸດຈີນ ຈະຖືກເອີ້ນວ່າ “ ໜຽນ ” ໝາຍເຖິງການ ເກັບກ່ຽວ ໄດ້ຜົນອຸດົມ ສົມບູນນັ້ນເອງ. ນອກຈາກນີ້ ວັນກຸດຈີນ ຍັງມີຊື່ເອີ້ນ ອີກຢ່າງໜຶ່ງວ່າ “ວັນຊຸງເຈ໋ ” ເຊິ່ງໝາຍເຖິງ ເທສະການ ...

Read More »

ເງື່ອນໄຂ ຂອງສປປ ລາວ ທີ່ຈະມອບສັນຊາດລາວໃຫ້ຄົນຕ່າງປະເທດ ທີ່ອາໄສຢູ່ລາວ

ກົດໝາຍວ່າດ້ວຍສັນຊາດລາວໃນມາດຕາ 14,  ເງື່ອນໄຂການໄດ້ສັນຊາດລາວຂອງພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດ ພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດອາດຈະໄດ້ສັນຊາດລາວຕາມຄໍາຮ້ອງຂໍຂອງຜູ້ກ່ຽວຖ້າຫາກວ່າມີເງື່ອນໄຂຄົບຖ້ວນດັ່ງນີ້: ຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປໃນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ ເຄົາລົບລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ ເວົ້າ, ອ່ານ ແລະ ຂຽນພາສາລາວໄດ້ໃນລະດັບອັນແນ່ນອນ ມີຫຼັກຖານວ່າຕົນໄດ້ເຊື່ອມເຂົ້າສັງຄົມ ແລະ ວັດທະນະທໍາລາວ, ຮູ້ ແລະ ເຄົາລົບຮີດຄອງປະເພນີດີງາມຂອງລາວ ມີສຸຂະພາບດີ, ບໍ່ເປັນພະຍາດຕິດຕໍ່ຮ້າຍແຮງ, ບໍ່ຕິດຢາເສບຕິດ ບໍ່ຖືກສານຕັດສິນລົງໂທດຕັດອິດສະລະພາບ ໄດ້ປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ ໄດ້ປະສັນຊາດເດີມຂອງຕົນ (ຍົກເວັ້ນຄົນບໍ່ມີສັນຊາດ) ໄດ້ຢູ່ ສປປ ລາວ ຢ່າງຕໍ່ເນື່ອງແຕ່ສິບປີຂຶ້ນໄປກ່ອນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ, ສໍາລັບຜູ້ມີຄວາມຮູ້ດ້ານວິຊາສະ ເພາະຂັ້ນຊ່ຽວຊານກໍານົດເວລາດັ່ງກ່າວນີ້ອາດຈະສັ້ນກວ່າ ມີວິຊາສະເພາະ, ວິຊາຊີບໃດໜຶ່ງທີ່ແນ່ນອນ, ມີຖານະດ້ານເສດຖະກິດທີ່ໝັ້ນຄົງ ໃນວັນທີ 10 ມັງກອນ ທີ່ຜ່ານມາ, ພະ​ແນກ​ພາຍ​ໃນນະ­ຄອນ­ຫຼວງ​ວຽງ​ຈັນ ກໍໄດ້ຈັດ​ພິ­ທີ​ມອບ​ສັນ­ຊາດ​ລາວ​ໃຫ້​ຄົນ​ຕ່າງ­ປະ­ເທດ ຫຼື ຄົນ​ທີ່​ບໍ່​ມີ​ສັນ­ຊາດ​ທີ່​ອາ­ໄສ​ຢູ່ ສປປ ລາວ ແລະ ມີ​ເງື່ອນ­ໄຂ​ຄົບ​ຖ້ວນ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ສັນ­ຊາດ​ລາວ, ​ມອບ​ໂດຍ​ ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ຫົວ­ໜ້າ​ພະ​ແນກ​ພາຍ​ໃນນະຄອນຫຼວງ, ...

Read More »

4 ຢ່າງຄວນຫຼີກໃນການເຮັດວຽກ ທີ່ຈະທຳລາຍສຸຂະພາບ

ໃນການເຮັດວຽກບາງມື້ກໍມີວຽກຫຼາຍຈົນບໍ່ມີເວລາໄດ້ພັກຜ່ອນ ຈົນເຮັດໃຫ້ສຸຂະພາບອ່ອນເພຍແບບບໍ່ຮູ້ຕົວ ດັ່ງນັ້ນ, ວາລະສານທາເກັດ ຈຶ່ງມີວິທີແນະນໍາກ່ອນທ່ານຈະຮູ້ສຶກວ່າ ວຽກງານກຳລັງທຳລາຍສຸຂະພາບຂອງທ່ານ. 1 ບໍ່ດຶ່ມກາເຟແທນນໍ້າ        ເພາະທຸກຄົນເຊື່ອວ່າກາເຟຊ່ວຍໃຫ້ບໍ່ເຫງົານອນ ແລະ ຊ່ວຍໃຫ້ຄຶກຄັກຢູ່ຕະຫຼອດເວລາ ຖ້າເຮົາດື່ມໃນປະລິມານຫຼາຍເກີນຄວາມຕ້ອງການຂອງຮ່າງກາຍ ຈະສົ່ງຜົນລົບຕໍ່ສຸຂະພາບ ການດຶ່ມກາເຟຈະເຮັດໃຫ້ປະສາດຕື່ນຢູ່ຕະຫຼອດເວລາ ແຕ່ກົງກັນຂ້າມຮ່າງກາຍຂອງເຮົາພັດຕ້ອງການພັກຜ່ອນ ນີ້ແມ່ນຜົນມາຈາກຮ່າງກາຍຂອງເຮົາບໍ່ສາມາດປັບເວລານອນໃຫ້ເປັນປົກກະຕິ ວິທີແກ້ໄຂກໍຄືຄວນຫຼຸດປະລິມານຂອງກາເຟລົງເທື່ອລະໜ້ອຍ ເມື່ອເຮົາເຮັດໄດ້ ຮ່າງກາຍຈະປັບເຂົ້າສະພາບເປັນປົກກະຕິ, ໄດ້ພັກຜ່ອນສົມສ່ວນ ແລະ ຕື່ນມາກໍສົດຊື່ນ. 2 ບໍ່ຢູ່ກັບໜ້າຈໍຫຼາຍເກີນໄປ ຄວາມເມື່ອຍບໍ່ໄດ້ມາຈາກການເຮັດວຽກພຽງຢ່າງດຽວ ແຕ່ເກີດຈາກການທີ່ບໍລິໂພກຂ່າວສານບ້ານເມືອງຫຼາຍເກີນໄປ. ບາງຄົນເລີກວຽກມາແລ້ວຍັງບໍ່ຍອມພັກຜ່ອນຕ້ອງໄດ້ເບິ່ງໜ້າຈໍໂທລະສັບ ແລະ ເບິ່ງໂທລະພາບກ່ອນ. ທ່ານຄວນຢຸດກັບພຶດຕິກໍາແບບນີ້ ເພື່ອໃຫ້ຮ່າງກາຍໄດ້ພັກຜ່ອນ ມີຄວາມພ້ອມສໍາລັບວຽກໃນມື້ຕໍ່ມາ. 3 ເຫງົານອນໃນຕອນບ່າຍ        ທຸກຄົນຄິດວ່າການເຫງົານອນໃນຕອນບ່າຍຄົງບໍ່ມີໃຜຫຼີກພົ້ນໄດ້ ພຶດຕິກໍານີ້ສາມາດປັບປ່ຽນໄດ້ເພື່ອຊ່ວຍໃຫ້ເຮັດວຽກໄດ້ດີຂຶ້ນ. ອາຫານເປັນຕົວຊ່ວຍສໍາຄັນທີ່ຈະຊ່ວຍໃຫ້ຜ່ານອາການເຫງົານອນໃນຕອນບ່າຍ. ວິທີກໍຄື: ຄວນເລືອກກິນອາຫານທີ່ມີໂປຣຕິນຫຼາຍກວ່າພວກແປ້ງ, ນໍ້າຕານ ເພື່ອນໍາໄປສ້າງພະລັງງານແບບບໍ່ທໍາຮ້າຍຮ່າງກາຍ ແລະ ຮັກສາຄວາມສົມດຸນຂອງລະດັບນໍ້າຕານໃນເລືອດໃຫ້ຄົງທີ່ ຊຶ່ງຈະຊ່ວຍໃຫ້ຫຼຸດຜ່ອນອາການຢາກນອນໃນຕອນບ່າຍໄດ້. 4 ບໍ່ມີເວລາພຽງພໍ ຕໍ່ໃຫ້ມື້ໜຶ່ງມີ 100 ຊົ່ວໂມງ ທ່ານກໍບໍ່ສາມາດເຮັດໃຫ້ຮ່າງກາຍພັກຜ່ອນໄດ້ພຽງພໍ ຖ້າທ່ານບໍ່ສາມາດຈັດການເວລາໃຫ້ກັບຕົວທ່ານໄດ້ ຄວນແບ່ງເວລາໃຫ້ເປັນ ເພື່ອໃຫ້ຮູ້ວ່າເວລາໃດຄວນຄວນເຮັດວຽກຫຍັງ? ແລະ ເວລາໃດ? ຄວນພັກຜ່ອນໃນເວລາດ? ເພື່ອສ້າງຄວາມລື້ງເຄີຍໃຫ້ເປັນນິດໄສ ແລະ ...

Read More »

ວິທີ!!! ວາງເປົ້າໝາຍ ຄິດໃຫຍ່ຂຶ້ນ ແລະ ຍາກກວ່າເກົ່າ ເພື່ອຄວາມສຳເລັດ

ເຮັດວຽກມາຫຼາຍປີ ແຕ່ຕໍາແໜ່ງໜ້າທີ່ວຽກງານ ແລະ ເງິນເດືອນຍັງຄົງທີ່ ສະນັ້ນ, ເປັນໂອກາດດີໃຫ້ເລີ່ມຕັ້ງເປົ້າໝາຍທ້າທາຍຄວາມສໍາເລັດ. ວາງເປົ້າໝາຍ ຄິດໃຫຍ່ຂຶ້ນ ແລະ ຍາກກວ່າເກົ່າ ຫຼາຍໆເທື່ອ ເວລາຕັ້ງເປົ້າໝາຍເອົາໄວ້ແລ້ວ ຜົນອອກມາຈະບໍ່ສຳເລັດໄດ້ເຕັມຮ້ອຍ ສະນັ້ນ, ເປົ້າໝາຍທີ່ຕັ້ງໄວ້ນັ້ນຕ້ອງຂະຫຍາຍໃຫ້ມັນໃຫຍ່ ແລະ ຍາກກວ່າເກົ່າ. ລອງທົບທວນເບິ່ງວ່າ ປີຜ່ານມາ ໄດ້ເຮັດຫຍັງສໍາເລັດໄປແລ້ວແດ່! ບັນລຸເປົ້າໝາຍທີ່ໄດ້ຕັ້ງໄວ້ຈັກຢ່າງແລ້ວ ຈາກນັ້ນ ປີນີ້ເລີ່ມຕັ້ງເປົ້າໝາຍໃຫ້ຕົວເອງໃໝ່ ໂດຍເອົາຄວາມສໍາເລັດໂຕເກົ່າມາເປັນແບບຢ່າງ ແລ້ວສ້າງເປົ້າໝາຍທີ່ໃຫຍ່ກວ່າ ແລະ ລົງມືປະຕິບັດໃຫ້ເຕັມສ່ວນ. ຕັ້ງເປົ້າໝາຍຢາກຮ່ວມເຮັດວຽກກັບໃຜເປັນພິເສດ ຢູ່ໃນສາຍວຽກທີ່ທ່ານຮັບຜິດຊອບນັ້ນ ອາດມີຄົນໃດຄົນໜຶ່ງທີ່ເປັນຄົນເກັ່ງ, ມີຄວາມສາມາດ, ເປັນຄົນທີ່ທ່ານມັກ ແລະ ເປັນ Idol  ທີ່ທ່ານຄິດຢາກຈະມີໂອກາດໄດ້ຮ່ວມວຽກນໍາຈັກເທື່ອໜຶ່ງ  ເຊິ່ງມັນຈະເຮັດໃຫ້ທ່ານມີແຮງບັນດານໃຈ ເພື່ອຈະພັດທະນາຕົນເອງໃຫ້້ກ້າວຂຶ້ນໄປເຖິງຂັ້ນນັ້ນໃຫ້ໄດ້ ເຖິງວ່າທ່ານບໍ່ມີໂອກາດຈະໄດ້ຮ່ວມງານນໍາ ທ່ານກໍຈະກາຍເປັນຄົນເກັ່ງດ້ວຍຕົວທ່ານເອງໄດ້ແນ່ນອນ. ຕັ້ງເປົ້າພັດທະນາຕົນເອງ ມີຫຼາຍໆຄົນອາດຄິດວ່າ ເຮົາເກັ່ງ ແລະ ລື້ງເຄີຍກັບວຽກງານອາຊີບນີ້ດີ ເພາະເຮັດມາຫຼາຍປີ ຄວາມຄິດແບບນີ້ເປັນການຖ່ວງດຶງການພັດທະນາຕົນເອງໃນຫຼາຍໆດ້ານ ເພາະໂລກທຸກມື້ນີ້ ເຕັມໄປດ້ວຍເຕັກໂນໂລຊີທີ່ກ້າວໜ້າທັນສະໄໝ ຖ້າຍັງຄິດວ່າຕົນເອງເປັນຄົນເກັ່ງແລ້ວ ແຕ່ປະຕິບັດແບບເກົ່າໆມາຫຼາຍປີ ທ່ານກໍຄວນທົບທວນຄືນໃໝ່ ແລ້ວຈະເຫັນວ່າໂລກໄປໄກຮອດໃສ. ແລ້ວໂຕເຮົາເດຍັງຂາດຫຍັງຢູ່ ຈາກນັ້ນ, ກໍຕັ້ງເປົ້າເຝິກຝົນຕົນເອງໃຫ້ທັນກັບໂລກ. ຕັ້ງເປົ້າໝາຍເຝິກນິດໄສຕົວເອງໃໝ່ ບາງເທື່ອການເປັນຕົວຂອງຕົນເອງແບບເກົ່າມາໂດຍຕະຫຼອດ ອາດຈະໜ້າເບື່ອ ທ່ານລອງສຳຫຼວດຕົນເອງຄືນໃໝ່ເບິ່ງວ່າທີ່ຜ່ານຕົນເອງເປັນຄົນແນວໃດ? ...

Read More »

ສິ່ງທີ່ຄວນເອົາໃຈໃສ່ໃນການເຮັດທຸລະກິດສ່ວນຕົວ.

ສິ່ງເຫຼົ່ານີ້ ເປັນສິ່ງທີ່ນັກທຸລະກິດ ຫຼື ຜູ້ປະກອບການມັກຈະບໍ່ສົນໃຈໃນເວລາເລີ່ມຕົ້ນເຮັດທຸລະກິດ ຫຼື ແມ່ນແຕ່ນັກທຸລະກິດລາຍໃຫຍ່ ກໍຍັງລືມສິ່ງທີ່ຄວນເອົາໃຈໃສ່ເຫຼົ່ານີ້: ຢ່າໝັ້ນໃຈຕົວເອງເກີນໄປ: ຄວາມໝັ້ນໃຈ ເປັນສິ່ງທີ່ດີ ແຕ່ຖ້າໝັ້ນໃຈຫຼາຍເກີນໄປອາດສົ່ງຜົນເສຍໃຫ້ກັບທຸລະກິດໄດ້, ເພາະຜູ້ເຮັດທຸລະກິດຜູ້ນັ້ນ ອາດຈະບໍ່ສົນໃຈຄູ່ແຂ່ງ ແລະ ບໍ່ມີແຜນສໍາຮອງ ເມື່ອທຸລະກິດພົົບກັບຄວາມສ່ຽງ ແລະ ກາຍເປັນຄົນທີ່ເບິ່ງເຫັນແຕ່ດ້ານດຽວ ຈົນອາດເບິ່ງຂ້າມຈຸດອ່ອນຂອງທຸລະກິດຕົນເອງໄດ້. ນອກນີ້, ຄົນຜູ້ນັ້ນ ເມື່ອໝັ້ນໃຈຕົນເອງເກີນໄປ ມັກຈະບໍ່ຟັງຄວາມຄິດເຫັນຂອງຄົນອື່ນ ບໍ່ວ່າຈະເປັນຮຸ້ນສ່ວນ ຫຼື ພະນັກງານ; ການຕັດສິນໃຈທຸກຢ່າງແມ່ນຂຶ້ນກັບຕົນເອງ ຄິດວ່າຕົນເອງເກັ່ງຮູ້ໄປໝົດທຸກເລື່ອງ ອາດຈະນຳໄປສູ່ການເກີດຄວາມຜິດພາດສູງ ຫຼື ການຕັດສິນໃຈທາງທຸລະກິດສ່ຽງຕໍ່ການຂາດທຶນໄດ້. ເປັນເພື່ອນມິດທີ່ດີ: ຮູ້ເຮັດວຽກກັບທຸກຄົນ ດ້ວຍວິທີສະຫຼາດ ໂດຍຫຼີກການປະທະໂດຍກົງ ບໍ່ວ່າຈະເປັນເພື່ອນຮ່ວມງານ ຫຼື ບໍລິສັດຄູ່ແຂ່ງ. ຖ້າເປັນເພື່ອນຮ່ວມງານ ກໍຂໍໃຫ້ປຶກສາກັນດ້ວຍເຫດຜົນ ແລະ ໃຫ້ຍຶດຜົນປະໂຫຍດລວມຂອງທຸລະກິດເປັນທີ່ຕັ້ງ, ບໍ່ແມ່ນເພື່ອເອົາຊະນະເພື່ອນຮ່ວມງານພຽງຢ່າງດຽວ ເພາະຈະເຮັດໃຫ້ແຕກແຍກໃນການເຮັດວຽກເປັນທີມ. ສ່ວນການຕໍ່ສູ້ກັບຄູ່ແຂ່ງ ເຮົາຄວນຄິດຫາວິທີສູ້ແບບທີ່ສ້າງສັນ, ດ້ວຍຈຸດເດັ່ນ ຫຼື ຄຸນນະພາບຂອງສິນຄ້າ ບໍ່ແມ່ນຈະສູ້ກັນທາງດ້ານການຕັດລາຄາ ເຊິ່ງມັນຈະເຮັດໃຫ້ຮັບຜົນເສຍທັງສອງຝ່າຍ. ຢ່າເຮັດທຸກຢ່າງພຽງຄົນດຽວ: ການສ້າງທຸລະກິດຄືການສ້າງລະບົບຂຶ້ນມາເພື່ອໃຫ້ກິດຈະການດໍາເນີນໄປດ້ວຍຕົວມັນເອງໄດ້ ຖ້າທ່ານກັງວົນທຸກໆເລື່ອງ ແລະ ບໍ່ຍອມມອບໝາຍວຽກ ແລະ ອຳນາດໃນການຕັດສິນໃຈໄປໃຫ້ກັບລູກນ້ອງ ແຕ່ນຳເອົາທຸກສິ່ງທຸກຢ່າງມາລວມໄວ້ກັບຕົວທ່ານຄົນດຽວ ຈະເຮັດໃຫ້ທຸລະກິດບໍ່ສາມາດດຳເນີນໄດ້ດ້ວຍຕົວເອງ ...

Read More »

ປ່ຽນສິນຄ້າທຳມະດາ ໃຫ້ມີລາຄາເພີ່ມຂຶ້ນ ດ້ວຍ 2 ສິ່ງນີ້….

ຖ້າສິນຄ້າຂອງທ່ານເປັນສິນຄ້າທີ່ທຳມະດາ ທີ່ຊອກຫາຊື້ຢູ່ຕາມຕະຫຼາດໄດ້ທົ່ວໄປ ທີ່ໃຜໆກໍຂາຍ ທ່ານຈະເອົາຫຍັງເປັນຈຸດຂາຍ ເພື່ອເຮັດໃຫ້ລູກຄ້າເລືອກຈະຊື້ສິນຄ້າຂອງທ່ານຫຼາຍກວ່າຂອງຄູ່ແຂ່ງ. ຖ້າມື້ນີ້ ສິນຄ້າຂອງທ່ານບໍ່ໄດ້ມີນະວັດຕະກຳທີ່ສຸດລໍ້າເໜືອຄູ່ແຂ່ງ ສິ່ງທີ່ຈະເຮັດໃຫ້ທ່ານແຕກຕ່າງໄດ້ງ່າຍທີ່ສຸດ ຄືຮູບລັກສະນະພາຍນອກທີ່ລູກຄ້າເຫັນໄດ້ຈາກການຫຸ້ມຫໍ້ ແລະ ໂລໂກ້ ເຊິ່ງຖ້າສາມາດອອກແບບມາໄດ້ດີ ແລະ ສະດຸດຕາ ທ່ານຈະສາມາດປ່ຽນຈາກສິນຄ້າທຳມະດາໃຫ້ມີມູນຄ່າເພີ່ມຂຶ້ນໄດ້ ແລະ ແນ່ນອນວ່າຕ້ອງໄປສະດຸດຕາລູກຄ້າໄດ້ດີ.   ມີຄວາມຄິດສັງສັນການອອກແບບຜ່ານກ່ອງຫຸ້ມຫໍ້ ຫຼື ໂລໂກ້ ການປັບປ່ຽນສິນຄ້ານັ້ນ ກ່ອນອື່ນທ່ານຕ້ອງທຳຄວາມຮູ້ຈັກກັບອົງປະກອບສຳຄັນທີ່ຈະຊ່ວຍໃຫ້ສິນຄ້າຂອງທ່ານໂດດເດັ່ນ ເຊິ່ງມີ 2 ອົງປະກອບໄດ້ແກ່: ການຫຸ້ມຫໍ່ ແລະ ໂລໂກ້ ໂດຍທັງ 2 ສິ່ງນີ້ຈະເຮັດໜ້າທີ່ເປັນຕົວສື່ອອກໄປຍັງຜູ້ບໍລິໂພກວ່າສິນຄ້າຂອງທ່ານນັ້ນເໝາະກັບກຸ່ມເປົ້າໝາຍໃດ ອາຍຸ ເພດ ຈົນໄປເຖິງໄລ໌ສະໄຕ໌ຂອງການໃຊ້ຊີວິດຂອງລູກຄ້າ.​ ໃນແງ່ຂອງການອອກແບບສິ່ງຫຸ້ມຫໍ່ນັ້ນ, ຜູ້ປະກອບການຈະຕ້ອງຮູ້ຈັກກຸ່ມເປົ້າໝາຍຂອງແບຣນກ່ອນວ່າແມ່ນໃຜ? ມັກໃນເລື່ອງໃດ? ອາຍຸຈັກປີ, ມີການໃຊ້ຊີວິດແບບໃດ? ເພື່ອນຳມາເປັນຖານຂໍ້ມູນໃນການອອກແບບ ສິ່ງຫຸ້ມຫໍ່ດັ່ງກ່າວຕ້ອງສາມາດສົ່ງເສີມພາບລັກສະນະຂອງແບຣນ, ບອກຈຸດຂາຍ ແລະ ຈຸດເດັ່ນຂອງສິນຄ້າໄດ້ຢ່າງຊັດເຈນ, ຈົນເຮັດໃຫ້ລູກຄ້າຮູ້ສຶກຢາກຈັບຢາກຊື້ ເມື່ອວາງທຽບກັບສິນຄ້າຂອງຄູ່ແຂ່ງ ການຫຸ້ມຫໍ່ຕ້ອງສາມາດເບິ່ງແຍງສິນຄ້າທາງໃນໄດ້ຢ່າງເໝາະສົມ ລາຄາເໝາະສົມກັບສິນຄ້າ ສິ່ງຫຸ້ມຫໍ່ຕ້ອງບໍ່ຖືກ ຫຼື ແພງຈົນເກີນໄປ ຕ້ອງມີຄວາມເປັນສາກົນ,​ສາມາດເຮັດການຕະຫຼາດໄດ້ທັງໃນ ແລະ ຕ່າງປະເທດ. ສ່ວນການອອກແບບໂລໂກ້ກໍເຊັ່ນດຽວກັນ ໂລໂກ້ທີ່ດີຈະຕ້ອງສາມາດບົ່ງບອກເຖິງຕົວຕົນຂອງແບຣນ ແລະ ຕໍາແໜ່ງຂອງສິນຄ້າໄດ້ຊັດເຈນ ມີຄວາມເປັນສາກົນ ...

Read More »

ສປປ ລາວ ຈັດຢູ່ໃນອັນດັບ 154 ຈາກ 190 ປະເທດ ທີ່ມີຄວາມຍາກງ່າຍໃນການດໍາເນີນທຸລະກິດ

ໃນບົດລາຍງານ ຂອງທະນາຄານໂລກ Doing Business 2019 ເຊິ່ງຜົນການສຶກສາຄວາມງ່າຍດາຍໃນການເນີນທຸລະກິດຈໍານວນ 190 ປະເທດ ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງຄົງຢູ່ໃນອັນດັບຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກ ແລະ ເຂດປາຊີຟິກ, ຄືພຽງແຕ່ຖືກຈັດໃນອັນດັບດີກວ່າ ສ ມຽນມາ (171) ແລະ ຕີມໍເລສເຕ້ (178). ແຕ່ເມືອທຽບໃສ່ປະເທດເພື່ອນບ້ານອາຊຽນ ແລະ ປະເທດຄູ່ແຂ່ງໃນພາກພື້ນແລ້ວ ສປປ ລາວ ກໍຍັງຢູ່ໃນອັນດັບທີ່ລາກທ້າຍຢູ່ ເຊັ່ນ: ກໍາປູເຈຍ (138), ສສ ຫວຽດນາມ (69), ຣຊ ໄທ (27), ມາເລເຊຍ (15) ເຊິ່ງ ສປປ ລາວ ຖືກຈັດຢູ່ໃນອັນດັບທີ 154. ໃນ 10 ໝວດຕົວຊີ້ວັດ ມີພຽງໝວດຕົວຊີ້ວັດການຄ້າຂ້າມແດນ ທີ່ມີການປ່ຽນແປງໃນລຳດັບດີຂຶ້ນ ຄືຈາກລໍາດັບທີ 124 (2018) ມາເປັນ 76 (2019). ດັ່ງນັ້ນ ພາລະກິດຂອງບັນດາຂະແໜງການກ່ຽວຂ້ອງ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ບຸກທະລຸ ເພື່ອສືບຕໍ່ປັບປຸງແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ...

Read More »

Micro Influencer ເຄື່ອງມືການຕະຫຼາດທີ່ບໍ່ໄດ້ໂຄສະນາເກີນຈິງ… ແຕ່ໄດ້ຜົນແທ້!!!

ກະແສສັງຄົມແບບ “ຊີວິດຕິດຣີວິວ” (Review) ກາຍເປັນສ່ວນສໍາຄັນຂອງການຊື້ສິນຄ້າໄປພ້ອມກັບຍຸກ “ອິນເຕີເນັດ” ທີ່ຂໍ້ມູນຕ່າງໆສາມາດຄົ້ນຫາໄດ້ຢ່າງງ່າຍໆ, ຍັງລະອຽດ, ເຈາະເລິກ ຈົນນໍາມາເຊິ່ງການຕັດສິນໃຈຊື້ທີ່ງ່າຍຂຶ້ນ ແລະ ເປັນການຈ່າຍເງິນທີ່ກຸ້ມຄ່າທີ່ສຸດ. ການ “ຣີວິວ” ສິນຄ້າຮູບແບບຕ່າງໆ ທັງການຂຽນ “ຣີວິວ” ຫຼືເຮັດເປັນ VDO ເຜີຍແຜ່ຜ່ານທາງ Facebook Page ຕ່າງໆເກີດຂຶ້ນຢ່າງຫຼວງຫຼາຍ ແລະ ສົ່ງຜົນຕໍ່ການຊື້ສິນຄ້າຫຼາຍຂຶ້ນ ຈົນກາຍມາເປັນສ່ວນໜຶ່ງຂອງການຕະຫຼາດບໍ່ໜ້ອຍໄປກວ່າການໂຄສະນາ. ແຕ່ພຶດຕິກໍາຂອງຄົນຍຸກໃໝ່ ການທີ່ເຈົ້າຂອງສິນຄ້າອອກມາປະກາດວ່າ ສິນຄ້າຂອງເຮົາດີແນວໃດ ນັ້ນບໍ່ໄດ້ມີນໍ້າໜັກເທົ່າກັບ ມີໃຜຄົນໃດຄົນໜຶ່ງທີ່ໜ້າເຊື່ອຖື ແລະ ແບ່ງປັນຄວາມຮູ້ສຶກອອກມາຫຼັງຈາກໄດ້ລອງໃຊ້ສິນຄ້ານັ້ນແທ້ໆ. ພຶດຕິກໍາດັ່ງກ່າວເປັນທີ່ມາຂອງ ຍຸດທະສາດການຕະຫຼາດທີ່ໃຫ້ ບັນດາຜູ້ມີອິດທິພົນໃນໂລກຂອງສື່ສັງຄົມອອນໄລ໌ (Social Media)ຫຼື ການຕະຫຼາດຜູ້ມີອິດທິພົນ (Influencer Marketing)ໃນການກະຕຸ້ນຍອດຂາຍ. ໂດຍໃຫ້ຜູ້ທີ່ມີຄົນຮູ້ຈັກ ແລະຕິດຕາມຫຼາຍ (Influencer)ເຮັດໜ້າທີ່ “ຣີວິວ” ສິນຄ້າ ເພື່ອຈູງໃຈໃຫ້ເກີດການຊື້ສິນຄ້ານັ້ນໃນທີ່ສຸດ. Influencer Marketing ແບ່ງອອກເປັນ 4 ກຸ່ມຕາມຈໍານວນຜູ້ຕິດຕາມ (Followers) ທີ່ຫຼຸດລື່ນກັນຄື: ກຸ່ມ Celebrities, ກຸ່ມ Power Influencer, ກຸ່ມ Peer ...

Read More »