Life Stlye

ຍ້ອນຫຍັງ?? ຄົນລາວເຮັດວຽກຄຸນນະພາບຕ່ຳກວ່າຄົນກຳປູເຈຍ 10% ແລະ ຫວຽດນາມ 50%

ທະນາຄານໂລກສະເໜີໃຫ້ລາວລົງທຶນໃສ່ການພັດທະນາດ້ານມະນຸດ ເພື່ອເພີ່ມຜະລິດຕະພາບ ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານ​ທີ່​ຮັກ​ແພງ ເມື່ອ​ເດືອນ​ກ່ອນ ຂ້າ​ພະ​ເຈົ້າ​ໄດ້​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ກັບ​ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່​​ບໍ​ລິ​ສັດຕ່າງ​ປະ​ເທດ​ແຫ່ງ​ໜຶ່ງທີ່​ມາ​ລົງ​ທຶນ​ຢູ່​ປະ​ເທດ​ລາວ​ເກືອບ 20 ປີ ​ທ່ານຈົ່ມເລື່ອງ​ພະ​ນັກ​ງານ​ຄົນ​ລາວ​​ທີ່​ເຮັດ​ວຽກ​ຢູ່​ຫ້ອງ​ການ​ຂອງ​ທ່ານ​ທີ່​ຂາດ​ຄວາມ​ກະ​ຕື​ລື​ລົ້ນ ບໍ່​ເອົາ​ໃຈ​ໃສ່​ໃນ​ວຽກ​ງານ ​ແລະ ມັກ​ງ່າຍມັກສະ​ບາຍຫຼາຍ​ເກີນ​ໄປ ເພາະທ່ານ​ເປັນ​ຫ່ວງ​ເວ​ລາ​​ອອກ​ຈາກ​ບໍ​ລິ​ສັດ​ໄປ​ແລ້ວ ຢ້ານພວກ​ເຂົາ​ບໍ່​ມີ​ວຽກ​ເຮັດ, ຈະ​ໄປ​ເຮັດ​ວຽກ​ຢູ່​ໃສ? ແລ້ວໃຜ​ຈະ​ຮັບ​ເອົາ?. ຖື​ເປັນ​ເລື່ອງ​ທີ່​ໜ້າ​ຄິດ ເພາະ​ແທນ​ທີ່​ພະ​ນັກ​​ງານ​ຈະ​ຫ່ວ​ງອະ​ນາ​ຄົດ​ຂອງ​ຕົນ​ເອງ ນີ້​ພັດ​ເປັນ​ຄົນ​ອື່ນ​ທີ່​ມາ​ຫ່ວງ​ອະ​ນາ​ຄົດ​ໃຫ້​​ແທນ. ພໍ​ດີ​ຂ້າ​ພະ​ເຈົ້າ​ຄິດ​ເຫັນ​ເຫດ​ການ​ຄັ້ງ​ໜຶ່ງ​ເມື່ອ​ເກືອບ 20​ປີ ມີ​ບໍ​ລິ​ສັດ​ຕັດ​ຫຍິບ​ແຫ່ງ​ໜຶ່ງ ​ເຊິ່ງເປັນ​ໂຮງ​ງານ​ຕັດ​ຫຍິບ​ຂອງ​ຕ່າງ​ປະ​ເທດ​ທີ່ໄດ້ຢຸດ​ກິດ​ຈະ​ການທີ່​ແຂວງ​ສະ​ຫວັນ​ນະ​ເຂດ ປະ​ເທດ​ລາວ​ເຮົາ ທັງໆ​ທີ່​ເປີດ​ພ້ອມ​ກັນກັບໂຮງ​ງານ​ທີ່​ຢູ່​ປະ​ເທດ​ຫວຽດ​ນາມ, ​ຢູ່​ລາວ​ຢຸດ ແຕ່​ຢູ່​ຫວຽດ​ນາມ​​ພັດ​ຍັງ​ເປີດ​ມາ​ຮອດ​ທຸກວັນ​ນີ້ ໂດຍ​ສາ​ເຫດຫຼັກໆ ເປັນ​ຍ້ອນ​ແຮງ​ງານ​ລາວ​​ຍັງ​ບໍ່​ມີ​ຜະ​ລິດ​ຕະ​ພາບ​ພໍ ເມື່ອ​ປຽບ​ທຽບ​ກັບ​ຄົນ​ໃນ​ປະ​ເທດ​ໃກ້​ຄຽງ. ຂ້າ​ພະ​ເຈົ້າ​ເວົ້າ​ແບບນີ້ ກໍ​ບໍ່​ໄດ້​ມີ​ເຈດ​ຕະ​ນາ​ມາ​ດູ​ຖູກ​ຄົນ​ລາວ​ດ້ວຍ​ກັນ ເພາະ​ນີ້​ເປັນ​ເລື່ອງ​ຈິງ ຍ້ອນ​ເອື້ອຍ​ຂ້າ​ພະ​ເຈົ້າເຮັດ​ວຽກ​ຢູ່​ໃນ​ພະ​ແນກ​ບຸກ​ຄະ​ລາ​ກອນ (ພະ​ແນກ​ຈັດ​ຕັ້ງ) ເຊິ່ງ​ຕອນນັ້ນ​ເປັນ​ໄລຍະ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ຮຽນ​ຢູ່​ຊັ້ນມັດ​ທະ​ຍົມແລະ ບໍ່​ທັນ​ຮູ້ດອກວ່າ ແຮງ​ງານ​ທີ່​ມີ​ຜະ​ລິດ​ຕະ​ພາບນັ້ນ​ເປັນ​ແນວ​ໃດ? ​ຍ້ອນເອື້ອຍ​ເຮັດ​ວຽກຈິງ​ທີ່​ພະ​ແນກ​ບຸກ​ຄະ​ລາ​ກອນ​ຈິ່ງ​ພົບ​ບັນ​ຫານີ້ຢ່າງຫຼວງຫຼາຍຕົວ​ຢ່າງ: ຮອດ​ຍາມ​ເຮັດ​ນາ ​ຄົນ​ງານ​ຈຳ​ນວນ​ໜຶ່ງ​ກໍ​​ຂໍ​ລາ​ອອກ​ໄປເຮັດ​ນາ ໂດຍບໍ່​ສົນ​ໃຈ​ວ່າ ບໍ​ລິ​ສັດ​ມີ​ຍອດ​ສັ່ງ​ຊື້​ຈາກ​ລູກ​ຄ້າ​ຫຼາຍແລະ​ຕ້ອງ​ຜະ​ລິດ​ເສື້ອ​ຜ້າ​ໃຫ້​ທັນ​ຕາມ​ກຳ​ນົດ​ເວ​ລາ​ສົ່ງໃຫ້​ລູກ​ຄ້າ, ບາງ​ຄັ້ງ​ທາງ​ໂຮງ​ງານ​ກໍ​ຕ້ອງ​ສົ່ງ​ຄົນ​ໄປ​ນົບ​ໄປ​ໄຫວ້ ເພື່ອ​​ຂໍໃຫ້​​ພວກ​ເຂົາກັບ​ເຂົ້າ​ມາ​ເຮັດ​ວຽກ, ແຕ່ພວກ​ເຂົາ​ກໍ​ບໍ່​ສົນ​ໃຈ ບາງ​ຄົນຍິ່ງ​ພັດ​ສວຍ​ໂອ​ກາດ​ຂໍ​ຂຶ້ນ​ຄ່າ​ແຮງ, ທາງ​ໂຮງ​ງານ​ຈິ່ງ​ຈຳ​ເປັນ​ຂຶ້ນ​ໃຫ້ ເຖິງ​ຈະ​ມີ​ຜົນ​ກະທົບ​ໄລ​ຍະ​ຍາວ​ດ້ານ​ຄ່າ​ໃຊ້​ຈ່າຍ​ຕໍ່​ໂຮງ​ງານ​ກໍ​ຕາມ, ແຕ່​ເມື່ອ​ຄົນ​ໜຶ່ງ​ຂຶ້ນ ຄົນ​ອື່ນ​ໆກໍ​​ຂໍ​ຂຶ້ນ​ຕາມ ແຕ່​ຖ້າບໍ່​ຂຶ້ນ​ໃຫ້ ກໍ​ພາ​ກັນ​ນັດ​ຢຸດ​ງານ ຍິ່ງ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ໂຮງ​ງານ​ຕື່ມ ເຊິ່ງບໍ່​ລວມ​ການ​ຜະ​ລິດບໍ່​ໄດ້​ມາດ​ຕະ​ຖານຍ້ອນ​ຄົນ​ງານ​ປ່ຽນ​ກັນ​ອອກໆ​ເຂົ້າໆ ຈົນ​ສຸດ​ທ້າຍ​ໂຮງ​ງານ​ກໍ​ຖືກ​ປັບ​ໄໝ ເພາະ​ເສື້ອ​ຜ້າ​ຂາດ​ຄຸນ​ນະ​ພາບ ເຊິ່ງບໍ່​ລວມ​ບາງ​ລາຍ​ທີ່​​ຍັດ​ໝາກ​ກ້ວຍ​ໃສ່ ເພາະ​ບໍ່​ພໍ​ໃຈ​ຫົວ​ໜ້າ​ຄຸມ​ງານ​ທີ່​ເຄັ່ງ​ຂັດ​ເກີນ​ໄປ​ ຫຼື ເປັນ​ຍ້ອນ​ຄວາມ​ບັງ​ເອີນ​ທີ່​ມີ​ໝາກ​ກ້ວຍ​ແລ່ນ​ເຂົ້າ​ໄປ​ໃນ​ເສື້ອ​ຜ້າ​ເອງ​ແຕ່​ສິ່ງ​ທີ່ບໍ່​ບັງ​ເອີນ​ກໍ​ຄື​ໂຮງ​ງານ​ເສຍ​ຫາຍ, ເສຍ​ຄວາມ​ໜ້າ​ເຊື່ອ​ຖື ...

Read More »

ເຟສບຸກ Stories ໃຊ້ໃຫ້ເປັນ ສາມາດຊ່ວຍທຸລະກິດທ່ານໄດ້!!!

ຮູ້ບໍ່ວ່າ Facebook Stories ບໍ່ພຽງແຕ່ເປັນຊ່ອງທາງການແຊຣ໌ເລື່ອງລາວຕ່າງໆ ໃຫ້ເຮົາໄດ້ມ່ວນຊື່ນເທົ່ານັ້ນ ແຕ່ Facebook Stories ຍັງເປັນຊ່ອງທາງການສື່ສານທີ່ນ່າສົນໃຈລະຫວ່າງແບຣນກັບລູກຄ້າອີກດ້ວຍ. ນອກຈາກຈະເປັນອີກໜຶ່ງຊ່ອງທາງໃຫ້ເຮົາສາມາດສື່ສານເລື່ອງລາວຂອງຕົວເອງໄດ້ໂດຍຜ່ານ ເຟສບຸກ ແລ້ວ. ທ່ານຮູ້ບໍ່ວ່າ Facebook Stories ຍັງເປັນອີກໜຶ່ງຊ່ອງທາງການລົງໂຄສະນາ ທີ່ກຳລັງມາແຮງ ແລະ ນ່າສົນໃຈ ເພາະຈະເຮັດໃຫ້ທ່ານສາມາດລົງຮູບ ແລະ ວີດີໂອ ທຸລະກິດຂອງທ່ານໄດ້ແບບເຕັມໜ້າຈໍໂທລະສັບມືຖື ທີ່ສຳຄັນມີລາຍງານຈາກເຟສບຸກ ຕື່ມວ່າ ຜູ້ຫຼິ້ນທົ່ວໂລກ ກຳລັງຫັນມາໃຫ້ຄວາມສົນໃຈແຊຣ໌ເລື່ອງລາວຂອງຕົວເອງຜ່ານ Stories  ເພີ່ມຂຶ້ນເລື້ອຍໆ. ໃນຂະນະທີ່ໜ້າ ຟິດປົກກະກັບຫຼຸດລົງເລື້ອຍໆ. Stories ມີຄຸນສົມບັດພິເສດຄື ຈະຢູ່ໄດ້ພຽງ  24 ຊົ່ວໂມງ ເລື່ອງລາວຕ່າງໆ ເຫຼົ່ານັ້ນກໍຈະຫາຍໄປ ເຊິ່ງເໝາະສຳລັບຜູ້ທີ່ຕ້ອງການແຊຣ໌ໂມເມັ້ນ ຫຼື ເຫດການສັ້ນໆ ທີ່ເກີດຂຶ້ນໃນແຕ່ລະມື້ ໂດຍບໍ່ຕ້ອງການໃຫ້ຄ້າງຢູ່ໜ້າເຟສບຸກ ເຊິ່ງຈະແຊຣ໌ຈັກເທື່ອກໍໄດ້ ຈະເປັນເລື່ອງບໍ່ມີປະໂຫຍດກໍໄດ້, ເພາະພຽງບໍ່ດົນເລື່ອງລາວເຫຼົ່ານັ້ນກໍຈະຖືກລົບໄປເອງ ດ້ວຍເຫດຜົນນີ້ ຈຶ່ງເຮັດໃຫ້ Facebook Stories   ໄດ້ຮັບຄວາມນິຍົມເພີ່ມຂຶ້ນເລື້ອຍໆຈົນເຮັດໃຫ້ຜູ້ໃຊ້ເຟສບຸກຫຼາຍຄົນຫັນມາແຊຣ໌ເລື່ອງລາວຂອງຕົນໃນ  Stories ຫຼາຍກວ່າຈະແຊຣ໌ຜ່ານໜ້າຟີດເຟສບຸກແບບເກົ່າໆ ແລະ ນີ້ເອງເປັນເຫດຜົນວ່າ ເປັນຫຍັງແບຣນຈຶ່ງຄວນຫັນມາລົງໂຄສະນາໃນ Stories ຫຼາຍຂຶ້ນ ໃນເມື່ອລູກຄ້າຂອງເຮົາຕ່າງກໍຫັນມາຢູ່ໃນ Stories ຫຼາຍຂຶ້ນ. ມາເບິ່ງວ່າ ...

Read More »

ຂັ້ນຕອນ ແລະ ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະຈຳປີ

ກະຊວງການເງິນອອກລະບຽບ ກ່ຽວກັບການອອກໃບຢັ້ງຢືນການມອບອາກອນ ເລກທີ 1025/ກງ, ລົງວັນທີ 03 ເມສາ 2019 ແນໃສ່ເພື່ອຄຸ້ມຄອງ ແລະ ຕິດຕາມ ການມອບອາກອນປະເພດຕ່າງໆເຂົ້າງົບປະມານແຫ່ງລັດໃຫ້ມີຄວາມຖືກຕ້ອງ ຄົບຖ້ວນ ເປັນເອກະພາບໃນຂອບເຂດທົ່ວປະເທດ, ຮັບປະກັນຜົນປະໂຫຍດອັນຊອບທຳຂອງຜູ້ມອບ ແລະ ຜູ້ເສຍອາກອນ. ໃບຢັ້ງຢືນການມອບອາກອນແມ່ນເອກະສານຢັ້ງຢືນເຖິງ ຄວາມຖືກຕ້ອງ ຄົບຖ້ວນ ໃນການປະຕິບັດພັນທະອາກອນປະເພດຕ່າງໆຂອງຜູ້ດຳເນີນທຸລະກິດ ແລະ ຜູ້ມີລາຍໄດ້ຢູ່ ສປປ ລາວ ແລະ ຢັ້ງຢືນເຖິງສິດໃນການສືບຕໍ່ເຄື່ອນໄຫວທຸລະກຳຕ່າງໆ ທີ່ຕິດພັນກັບການດຳເນີນທຸລະກິດໃນປີຖັດໄປ. ອີງຕາມລະບຽບ ກ່ຽວກັບໃບຢັ້ງຢືນການມອບອາກອນ ເລກທີ 1025/ກງ, ລົງວັນທີ 03 ເມສາ 2019, ​ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງຂໍໃບຢັ້ງຢືນມອບອາກອນ ຕ້ອງປະກອບເອກະສານຄົບຖ້ວນ ດັ່ງຕໍ່ໄປນີ້: 1. ສຳລັບຜູ້ທີ່ສ້າງຕັ້ງທຸລະກິດໃໝ່ ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ແລະ ເລກປະຈຳຕົວຜູ້ເສຍອາກອນ ຈາກຂະແໜງອຸດສາຫະກຳ ແລະ ການຄ້າແລ້ວ, ຕ້ອງສະເໜີຂໍໃບຢັ້ງຢືນການມອບອາກອນຕໍ່ຂະແໜງສ່ວຍສາອາກອນບ່ອນທີ່ຕົນຂຶ້ນກັບ ຕາມແບບພິມຂອງຂະແໜງສວຍສາອາກອນກຳນົດເພື່ອນຳໃຊ້ເປັນເອກະສານຢັ້ງຢືນໃນການເຄື່ອນໄຫວທຸລະກຳຕ່າງໆທີ່ພົວພັນກັບທຸລະກິດ. ເອກະສານປະກອບເພື່ອຂໍໃບຢັ້ງຢືນການມອບອາກອນປະກອບດ້ວຍ: – ໃບຄຳຮ້ອງຂໍໃບຢັ້ງຢືນການມອບອາກອນ – ສຳເນົາທະບຽນວິສາຫະກິດ – ແຜນລາຍຮັບທຸລະກິດ ແລະ ແຜນການມອບພັນທະອາກອນໃນປີ 2. ສຳລັບຜູ້ດຳເນີນທຸລະກິດທີ່ມີການເຄື່ອນໄຫວທຸລະກິດມາແລ້ວ ຕ້ອງສະເໜີຂໍໃບຢັ້ງຢືນການມອບອາກອນທຸກໆປີ ...

Read More »

ລົງທຶນສ້າງຕັ້ງເຮັດທຸລະກິດຮ້ານກາເຟ ແບບໃດບໍ່ໃຫ້ເຈັ້ງ!!!!

ຄິດວ່າຫຼາຍຄົນມີຄວາມຝັນຢາກມີທຸລະກິດເປັນຂອງຕົນເອງ ແລະ ບາງຄົນກໍອາດມີຄວາມຝັນ ຢາກມ່ີທຸລະກິດຮ້ານກາເຟ ແຕ່ເມື່ອລົງທຶນແລ້ວກໍຢ້ານຈະພົບພໍ້ກັບອຸປະສັກ ເພາະຕະຫຼາດຮ້ານກາເຟ ແມ່ນມີຫຼາຍ ຄູ່ແຂ່ງກໍຫຼາຍທັງຮ້ານທີ່ເປັນແຟຣນຟາຍແບຣນລະດັບໂລກ ກໍເຂົ້າມາບ້ານເຮົາເລື້ອຍໆ. ເມື່ອມີການແຂ່ງຂັນສູງ ການເຮັດທຸລະກິດ ເປີດຮ້ານກາເຟ ຂອງນັກທຸລະກິດທຸກຄົນ ບໍ່ແມ່ນວ່າຈະໄປລອດໝົດທຸກຄົນ  ຫຼາຍຄົນຕ້ອງຂາດທຶນ ຫຼື ຂັ້ນເຖິງປິກກິດຈະການ ເນື່ອງຈາກຫຼາຍສາເຫດ. ດັ່ງນັ້ນ, ທາເກັດ ຈຶ່ງໄດ້ລວບລວມເຫດຜົນທີ່ເຮັດໃຫ້ຮ້ານກາເຟ ບໍ່ປະສົບຄວາມສຳເລັດ ມາຝາກເພື່ອເປັນແນວທາງການປັບແນວທາງທຸລະກິດ ແລະ ຫຼຸດຂໍ້ຄວາມສ່ຽງໃນການຜິດພາດໃນອະນາຄົດ. ບໍ່ລົງທຶນເລື່ອງ ສະຖານທີ່ຕັ້ງຂອງຮ້ານ ຖ້າຫາກຢາກຫຼຸດຕົ້ນທຶນໃນການຊອກຫາສະຖານທີ່ຕັ້ງຂອງຮ້ານ ໃນລຳດັບຮອງໆລົງມາ ຫຼື ສະຖານທີ່ຕັ້ງຮ້ານອາດບໍ່ເປັນທຳເລທີ່ດີ ແລະ ອາດໄດ້ລາຄາເຊົ່າຖືກ ແຕ່ມັນກໍເປັນຜົນດີພຽງໄລຍະສັ້ນ,​ ສ່ວນໃນໄລຍະຍາວອາດບໍ່ສົ່ງຜົນດີຕໍ່ທຸລະກິດນີ້ເລີຍ ຈົ່ງເຊື່ອວ່າການລົງທຶນຫາທຳເລ ສະຖານທີ່ຕັ້ງທີ່ດີ ຈະຈ່າຍແພງກວ່າ ແຕ່ກໍຄຸ້ມແນ່ນອນ. 2. ບໍລິຫານ ຮ້ານບໍ່ເປັນ ບໍລິຫານຮ້ານບໍ່ເປັນຄື ອາດຈະເກີດຂຶ້ນຈາກທ່ານບໍ່ຮູ້ຈັກການບໍລິຫານຈັດການພາຍໃນຮ້ານໃຫ້ດີ ສັງເກດບໍ່ວ່າ ຮ້ານກາເຟທີ່ລູກຄ້າຕິດໃຈ ມັກຈະເປັນຮ້ານທີ່ສ້າງການຮັບຮູ້  ຫຼື ຈາກການເຮັດໂປໂມຊັນ ໃຫ້ລູກຄ້າສົນໃຈ ດຽວນີ້ຮ້ານກາເຟ ນອກຈາກຈະແຂ່ງຂັນກັນທີ່ລົດຊາດແລ້ວ ຍັງຕ້ອງແຂ່ງຂັນກັນບໍລິການຂອງຮ້ານໃດດີກວ່າກັນອີກ. 3. ບໍ່ມີຈຸດຂາຍຂອງຮ້ານ ຖ້າຫາກຄິດຈະຂາຍກາເຟ ເຮົາຕ້ອງຄິດກ່ອນສະເໝີວ່າ ຈະມີຫຍັງແດ່ໃຫ້ຄົນສົນໃຈຮ້ານເຮົາ ຖ້າຫາກໃນເຂດດຽວກັນທີ່ຕັ້ງຂອງຮ້ານທ່ານມີຮ້ານກາເຟ ຢູ່ ...

Read More »

ມາຮູ້ຈັກ!!! ປະຫວັດຕົ້ນກຳເນີດຂອງເຂົ້າຈີ່

ຫຼາຍຄົນເຄີຍສົງໃສບໍ່? ວ່າເປັນຫຍັງຢູ່ບ້ານເຮົາ ຈຶ່ງມີເຂົ້າຈີ່ແບບຝຣັ່ງກິນເປັນອາຫານ ທັງທີເປັນອາຫານຂອງຄົນຕ່າງປະເທດມັກກິນ ແລະ ເຮົາຄົນລາວ ແມ່ນກິນໄດ້ສະບາຍງ່າຍໆ ຈະເປັນເຂົ້າເຊົ້າ, ສວາຍ, ແລງ ຫຼື ເປັນຂອງກິນຫຼິ້ນກໍໄດ້, ກິນຄວບຄູ່ກັບກາເຟ ຫຼື ໂອວັນຕິນ ກໍດີ ແລະ ກໍມີຄົນລາວຫຼາຍຄົນເຮັດເປັນທຸລະກິດ ສ້າງລາຍໄດ້ໃຫ້ກັບຄອບຄົວເປັນຢ່າງດີ. ສຳລັບ, ເຂົ້າຈີ່ລາວແທ້ໆ ແມ່ນເຮົາຮູ້ຈັກກັນດີ  ກໍຄື ເຂົ້າຈີ່ (ເຂົ້າປີ້ງ) ທີ່ເຮັດດ້ວຍ ເຂົ້າໜຽວ ມາປັ້ນທາເກືອ ປີ້ງໃຫ້ສຸກດ້ວຍໄຟ ແລ້ວ ທາໃສ່ໄຂ່ ຫຼື ປາແດກ  ທີ່ເຮົາເຫັນຂາຍກັນທຸກມື້ນີ້ ແລະ ກໍຈັດມີບຸນປະເພນີລາວເຮົາ ກໍຄື ບຸນເຂົ້າຈື່ ເປັນບຸນປະຈຳເດືອນ 3 ລາວນັ້ນເອງ. ແຕ່ສຳລັບ ເຂົ້າຈີ່ທົ່ວໄປ ກໍຕໍ່ເນື່ອງຈາກການຕົກເປັນຫົວເມືອງຂຶ້ນຂອງຝຣັ່ງທີ່ເຂົ້າມາໃນແຫຼມອິນດູຈີນ ໃນສະໄໝກ່ອນນັ້ນແຫຼະ!! ນອກຈາກການດື່ມກາເຟ ແລ້ວ ທີ່ຝຣັ່ງໄດ້ນຳເອົາແນວພັນມາປູກ ຢູ່ທີ່ພູພຽງບໍລະເວນແລ້ວ  ກໍຍັງມີອາຫານຫຼາກຫຼາຍຢ່າງທີ່ເຂົ້າມາພ້ອມໆກັນໃນຂົງເຂດນີ້ໂດຍສະເພາະ “ເຂົ້າຈີ່”  ທີ່ກິນຄູ່ກັບກາເຟ  ເຮັດໃຫ້ປະເທດລາວ ກໍໄດ້ຮັບອິດທິພົນນີ້ເຊັ່ນດຽວກັນຄື ກັບປະເທດອື່ນໆອ້ອມຂ້າງ ແຕ່ເນື່ອງຈາກໄດ້ມີການປຸງແຕ່ງຕ່າງໆ ຂອງວັດຖຸດິບສ່ວນປະກອບທີ່ຊອກຫາໄດ້ງ່າຍໆພາຍໃນເຂດນີ້ ແລະ ດັດແປງໃຫ້ຖືກປາກຄົນໃນເຂດນີ້ ຈົນກາຍເປັນເຂົ້າຈີ່ປາເຕ້, ...

Read More »

ມາຮູ້ຈັກ!!!! ປະຫວັດ ແລະ ຕົ້ນກຳເນີດ ຂອງກາເຟລາວ

ຈາກເບ້ຍ ກາເຟອ່ອນ ທີ່ປູກຢູ່ໃນທີ່ດິນທີ່ສົມບູນທີ່ສຸດແຫ່ງໜຶ່ງໃນໂລກ “ພູພຽງບໍລະເວນ” ດິນແຫ່ງນີ້ ເຄີຍເປັນດິນພູເຂົາໄຟໃນແຫຼມອິນດູຈີນໃນຫຼາຍພັນປີກ່ອນ. ສິ່ງທີ່ເຫຼືອໄວ້ຄື ກາຍເປັນແຮ່ທາດຈາກພູເຂົາໄຟ ແລະ ເປັນດິນທີ່ອຸດົມສົມບູນຂອງຜືນແຜ່ນດິນລາວ ພ້ອມທັງມີອາກາດທີ່ບໍລິສຸດທີ່ຊ່ວຍໃຫ້ພືດພັນຫຼາຍຊະນິດເບັ່ງບານຢ່າງສົມບູນແບບ ໂດຍສະເພາະ ກາເຟ. ຈາກວິຖີຊີວິດຂອງພໍ່ແມ່ປະຊາຊົນ ຊາວພູພຽງພໍລະເວນ ແມ່ນເປັນຊາວກະສິກອນປູກ ແລະ ຜະລິດກາເຟ ມາແຕ່ດົນນານ. ຈຶ່ງເຮັດໃຫ້່ປະເທດລາວ ມີເມັດກາເຟລາວທີ່ຫອມຫວນຊວນໃຈ ມີຄວາມເປັນເອກະລັກ, ມີຄຸນນະພາບ ແລະ ປອດສານພິດ ທີ່ສົ່ງອອກໄປຂາຍແລ້ວ ຫຼາຍປະເທດທົ່ວໂລກ ປີໜຶ່ງຫຼາຍພັນໂຕນ ສາມາດສ້າງລາຍຮັບໄດ້ກັບພໍ່ແມ່ປະຊາຊົນຊາວພູພຽງບໍລະເວນ ກໍຄືການພັດທະນາເສດຖະກິດຂອງປະເທດລາວທີ່ສຸດ. ສິ່ງນີ້ເປັນອີກໜຶ່ງສິ່ງທີ່ເປັນຄວາມພາກພູມໃຈຂອງຄົນລາວ ທີ່ໄດ້ມີສິນຄ້າກະສິກຳ ສາມາດສົ່ງອອກທີ່ສາກົນຍອມຮັບໄດ້. ໃນຄວາມຈິງແລ້ວ ເມື່ອກ່ອນຄົນລາວບໍ່ໄດ້ດື່ມກາເຟ ແຕ່ເມື່ອຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ວັດທະນະທຳການດື່ມກາເຟຈຶ່ງເລີ່ມແພ່ກະຈາຍເຂົ້າມາໃນຂົງເຂດນີ້ ຄົນລາວຈຶ່ງເລີ່ມດື່ມກາເຟ ແລະ ໃນຕອນນັ້ນເອງ ຝຣັ່ງໄດ້ນຳສາຍພັນກາເຟເຂົ້າມາລາວ ພວກເຂົາເລີ່ມຊອກຫາສະຖານທີ່ປູກກາເຟທີ່ເໝາະສົມທີ່ສຸດ ຈົນມາພົບກັບຂຸມຊັບແຫ່ງທຳມະຊາດໃນດິນແດນແຫ່ງນີ້ເປັນພູພຽງບໍລະເວນ. ຜ່ານມາຫຼາຍຕໍ່ຫຼາຍອາຍຸຄົນ ຄົນລາວເລີ່ມດື່ມກາເຟຫຼາຍຂຶ້ນ ເລີ່ມໃຫ້ຄວາມສົນໃຈ ແລະ ຖືເປັນວິຖີຊີວິດອັນບົ່ງບອກເຖິງຣົດສະນິຍົມ ເມນູທີ່ມັກນິຍົມຫຼາຍທີ່ສຸດຄື ກາເຟບູຮານ ທີ່ເອີ້ນວ່າ ກະເຟດຳ ຕໍ່ໆມາກໍມີ ກາເຟໃສ່ນົມ, ໃສ່ນໍ້າກ້ອນ ທີ່ເອີ້ນວ່າ ການເຟນົມເຢັນ ແລະ ອື່ນໆຕາມມາອີກຫຼາກຫຼາຍ. ເພື່ອໃຫ້ໄດ້ກາເຟ ...

Read More »

ຄຸນປະໂຫຍດດີໆຂອງອາຫານເຊົ້າທີ່ທ່ານຄວນຮູ້! 

ເມື່ອອາຍຸເພີ່ມຂຶ້ນການຮັກສາສຸຂະພາບຈຶ່ງເປັນສິ່ງທີ່ຈຳເປັນທີ່ສຸດ ແລະ ການທີ່ຈະຮັກສາສຸຂະພາບໄດ້ດີນັ້ນ ທ່ານຈຳເປັນຈະຕ້ອງເປັນຄົນທີ່ມີວິໄນໃສ່ໃຈໃນການກິນ ຄວນເລືອກອາຫານທີ່ມີປະໂຫຍດ ສະອາດ ບໍ່ຄວນກິນມັນ ແລະ ຫວານຈົນເກີນໄປ, ສຳລັບທ່ານໃດທີ່ມີບັນຫາເລື່ອງນໍ້າໜັກ ມີນໍ້າໜັກເກີນ ຈົນແພດຕ້ອງສັ່ງໃຫ້ກິນຢ່າງລະມັດລະວັງ ເພື່ອສຸຂະພາບທີ່ດີ ມື້ນີ້ເຮົາມີຄຸນປະໂຫຍດໃນການກິນອາຫານເຊົ້າແຕ່ສາມາດຊ່ວຍຫຼຸດນໍ້າໜັກຂອງທ່ານໄດ້ ແລະ ຍັງມີຄຸນປະໂຫຍດດີໆໃນການກິນອາຫານເຊົ້າມາຝາກ ຈະມີຄຸນປະໂຫຍດຢ່າງໃດແດ່ ລອງມາເບິ່ງໄດ້ເລີຍ… ກະຕຸ້ນຈິດໃຈໃຫ້ແຈ່ມໃສ-ມີຄວາມຈື່ຈຳດີ ການວິໄຈຂອງ  National Weight Control Registry ພົບວ່າ 78% ຂອງຄົນທີ່ຫຼຸດນ້ຳໜັກໄດ້ມັກຈະເປັນຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນບໍ່ເກີນ 1 ຊົ່ວໂມງ ເຊິ່ງນອກຈາກຈະເປັນຜົນປະໂຫຍດເລຶ່ອງຫຼຸດຄວາມຕຸ້ຍແລ້ວຜົນການວິໄຈພົບອີກວ່າ ຄົນທີ່ກິນອາຫານເຊົ້າຫຼັງຕື່ນນອນ 1 ຊົ່ວໂມງມີທ່າອ່ຽງອາລົມແຈ່ມໃສ ຈິດໃຈເບີກບານ ລວມທັງມີທັກສະການຮຽນຮູ້ ແລະ ຈື່ຈຳໄດ້ດີຂຶ້ນກວ່າປົກກະຕິນຳອີກ ແລະ ຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງ ບໍ່ເຈັບບໍ່ໄຂ້ໄດ້ງ່າຍ ແຖມຍັງຊ່ວຍໃຫ້ຫຼຸດນ້ຳໜັກໄດ້ງ່າຍຂຶ້ນອີກດ້ວຍ ຊ່ວຍຫຼຸດນ້ຳໜັກໄດ້ດີ ການກິນອາຫານເຊົ້າໃນຊົ່ວໂມງທຳອິດຂອງການຕື່ນນອນຈະຊ່ວຍຄວບຄຸມລະດັບນ້ຳຕານໃນເລືອດໃຫ້ເປັນປົກກະຕິ ໃນເວລາດຽວກັນນ້ຳຕານໃນເລືອດຈະຊ່ວຍປຸກລະບົບເຜົາຜານໃຫ້ຕື່ນມາເຮັດວຽກດ້ວຍຄວາມດຸໝັ່ນແຂງແຮງໄປໄດ້ໝົດມື້, ແຕ່ຖ້າທ່ານອົດອາຫານເຊົ້າ ລະດັບນ້ຳຕານໃນເລືອດທີ່ຢູ່ໃນລະດັບຕ່ຳຕັ້ງແຕ່ຕອນຕື່ນນອນຈະເຮັດໃຫ້ທ່ານຫວັ່ນໄຫວໄປກັບອາການແຄລໍລີ່ສູງ ແລະ ນ້ຳຫວານໄດ້ງ່າຍຂຶ້ນ ດັ່ງນັ້ນໃຜທີ່ຢາກຫຼຸດນ້ຳໜັກຄວນກິນອາຫານເຊົ້າຫຼັງຈາກຕື່ນນອນປະມານ 1 ຊົ່ວໂມງເດີ້. ຖ້າທ່ານບໍ່ມີເວລາທັນພໍທີ່ຈະມາແຕ່ງອາຫານໃນທຸກໆຕອນເຊົ້າໆ ໃຫ້ລູກໃຫ້ຫຼານ ຫຼື ຕົນເອງ. ຂໍແນະນຳເລີຍ ໃຫ້ມາແວ່ທີ່ ຮ້ານ Kaogee Cafe ...

Read More »

ໃຜມັກດື່ມກາເຟ!!! ຄວນອ່ານ 5 ປະໂຫຍດຂອງການດື່ມກາເຟ.

ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້ ມີນັກວິໄຈພິສູດວ່າໃນກາເຟດໍາ ຫຼື ກາເຟທີ່ເຮົາຊົງກິນໂດຍທີ່ບໍ່ໃສ່ນໍ້າຕານ ແລະ ຄຣີມທຽມສາມາດປ້ອງກັນພະຍາດໄວຣັດຕັບອັກເສບ B ໄດ້. 2. ດື່ມກາເຟເປັນປະຈຳສາມາດປ້ອງກັນພະຍາດຫອບຫືດ ເຊິ່ງພະຍາດນີ້ມີສາເຫດມາຈາກກພູມແພ້ຊະນິດໜຶ່ງ ໂດຍທົ່ວໄປແລ້ວຮ່າງກາຍມະນຸດຈະບໍ່ມີອາການຂອງພະຍາດຫອບຫືດໄດ້ງ່າຍໆ ແຕ່ຖ້າຫາກປະສາດສຳຮອງຖືກກະຕຸ້ນກໍຈະເກີດອາການຫອບທັນທີ, ດັ່ງນັ້ນເມື່ອທ່ານດື່ມກາເຟເຂົ້າໄປໃນຮ່າງກາຍ ຄາເຟອີນທີ່ມີຢູ່ໃນກາເຟກໍຈະຊ່ວຍລະງັບການຕຶງຄຽດຂອງປະສາດສຳຜັດສຳຮອງ ຫຼຸດອາການເກີດຫອບຫືດໄດ້ເປັນຢ່າງດີ.   3. ການດື່ມກາເຟເປັນປະຈຳສາມາດຫຼຸດອາການເກີດພະຍາດຕັບທີ່ເປັນສາເຫດຈາກການດື່ມເຫຼົ້າຫຼາຍ ຕາມທີ່ນັກວິຊາການສຳຫຼວດແລ້ວຈຶ່ງຄົ້ນພົບວ່າ: ກາເຟຊ່ວຍຫຼຸດຜົນຮ້າຍທີ່ຈະມີຕໍ່ຕັບໄດ້.   3. ການດື່ມກາເຟເປັນປະຈຳຊ່ວຍປ້ອງກັນມະເຮັງຕັບ ມະເຮັງລຳໄສ້ ແລະ ມະເຮັງໃນຜົ້ງປາກ ຈາກຜົນການທົດລອງຂອງນັກວິໄຈຄົ້ນພົບວ່າໃນກາເຟມີປະສິດທິພາບປ້ອງກັນພະຍາດໃນຂັ້ນຕົ້ນ ໂດຍສະເພາະໃນຄາເຟອີນທີ່ມີຢູ່ໃນກາເຟຈະມີກົດ”ອະຊີຕິກ” ທີ່ຊ່ວຍປ້ອງກັນພະຍາດດັ່ງກ່າວໄດ້. 4. ການດື່ມກາເຟເປັນປະຈຳຊ່ວຍຂັບໄລ່ຄວາມຊະລາ “ອົກຊີແຊນ”ເປັນສານທີ່ສຳຄັນທີ່ຮ່າງກາຍຂອງມະນຸດຕ້ອງການຫຼາຍກໍແມ່ນຄວາມຈິງ ແຕ່ໃນທາງກົງກັນຂ້າມກັນຖ້າຮ່າງກາຍມີ”ອົກຊີແຊນ”ຫຼາຍເກີນໄປຈະເຮັດໃຫ້ມີໂອກາດເປັນພະຍາດມະເຮັງສູງ ແລະ ເຖົ້າໄວ ແຕ່ຖ້າທ່ານດື່ມກາເຟໃນປະລິມານທີ່ເໝາະສົມຈະເຮັດໃຫ້ຫຼຸດຜ່ອນການເກີດມະເຮັງໄດ້ ແລະ ຍັງກະຕຸ້ນການເຜົາຜານໃນຮ່າງກາຍໄດ້ເປັນຢ່າງດີ. 5.  ການດື່ມກາເຟເປັນປະຈຳຊ່ວຍຫຼຸດອັດຕາໄຂມັນ ຊ່ວຍປ້ອງກັນພະຍາດຫົວໃຈ ແລະ ຍັງສາມາດຊ່ວຍຫຼຸດໄຂມັນໃນເສັ້ນເລືອດໄດ້ອີກດ້ວຍ ເຫັນຄຸນປະໂຫຍດຂອງກາເຟແລ້ວເປັນແນວໃດແດ່? ທ່ານລອງປ່ຽນການດື່ມກາເຟ ຈາກທີ່ເຄີຍດື່ມແບບໃສ່ນໍ້າຕານ ແລະ ຄຣີມທຽມຫຼາຍໆ ໃຫ້ຄ່ອຍໆຫຼຸດຜ່ອນລົງແລ້ວທ່ານຈະໄດ້ຄຸນປະໂຫຍດທີ່ດີຈາກກາເຟ ຈົນທ່ານເອງກໍຄາດບໍ່ເຖິງ.  ທ່ານກໍສາມາດຫາດື່ມໄດ້ງ່າຍໆຕາມຮ້ານທົ່ວໄປ ແຕ່ຖ້າຄິດບໍ່ອອກ ທາເກັດແນະນຳເລີຍ ຮ້ານ Kaogee Cafe ເປັນຮ້ານທີ່ລວບລວມ  ເຄື່ອງດື່ມກາເຟລາວ ຊັ້ນດີ ...

Read More »

ເຄື່ອງດື່ມຊ່ວຍຫຼຸດນ້ຳໜັກ 5 ຢ່າງ… ຜູ້ຢາກຫຼຸດນ້ຳໜັກຄວນກິນ!!!

ເມື່ອເວົ້າເຖິງການຫຼຸດນ້ຳໜັກເຊື່ອເລີຍວ່າທ່ານອາດຈະຄິດເຫັນອາຫານ ແລະ ເຄື່ອງດື່ມທີ່ບໍ່ຄວນກິນ ເພາະຄິດວ່າອາຫານ ແລະ ເຄື່ອງດື່ມປະເພດນັ້ນຈະເພິ່ມໄຂມັນໃຫ້ແກ່ຮ່າງກາຍ ແຕ່ຄວາມຈິງແລ້ວຍັງມີເຄື່ອງດື່ມອີກຫຼາກຫຼາຍຊະນິດທີ່ເໝາະສົມແກ່ຄົນທີ່ຕ້ອງການຫຼຸດນ້ຳໜັກ, ສະນັ້ນມື້ນີ້ເຮົາໄດ້ລວມເຄື່ຶອງດື່ມ 5 ຊະນິດ ທີ່ຊ່ວຍໃນການຫຼຸດນໍ້າໜັກມາຝາກທ່ານໄປເບິ່ງກັນເລຍ:   ນ້ຳດີທ໋ອກ:  ເອີ້ນໄດ້ວ່າເປັນເຄື່ອງດື່ມເພື່ອສຸຂະພາບໃນໝູ່ຄົນທີ່ກຳລັງຕ້ອງການຫຼຸດນ້ຳໜັກເລີຍກໍວ່າໄດ້ສຳຫຼັບ ນ້ຳດີທ໋ອກ ຊື່ງເຕັມໄປດ້ວຍຄຸນປະໂຫຍດ ແລະ ວິຕາມິນສູງ ວິທີເຮັດງ່າຍໆ ພຽງແຕ່ທ່ານນຳເອົາໝາກກ້ຽງ, ໝາກນາວ, ໝາກນ໋ອດ ໝາກໄມ້ຕະກຸນເບີຣີ່ ຫຼື ຈະເປັນໝາກໄມ້ຊະນິດໃດກໍໄດ້ຕາມທີ່ທ່ານຕ້ອງການມາປັ່ນເຂົ້າໃນນ້ຳດື່ມສະອາດແລ້ວນຳມາດື່ມພຽງເທົ່ານີ້ກໍຈະຊ່ວຍ ລ້າງຂອງເສຍອອກຈາກລຳໄສ້ ແລະ ຍັງຂັບໄຂມັນອອກຈາກຮ່າງກາຍຄົນເຮົາໄດ້ຢ່າງດີ. ກາເຟດຳ: ທ່ານຄວນກິນກາເຟແບບທີ່ບໍ່ໃສ່ນ້ຳຕານກ່ອນການອອກກຳລັງກາຍ ເພາະໃນກາເຟດຳຈະປາສະຈາກໄຂມັນ ແລ້ວຍັງຊ່ວຍໃຫ້ອອກກຳລັງກາຍໄດ້ຫຼາຍຂຶ້ນ ນອກນີ້ຍັງມີການວິໄຈທີ່ໄດ້ຕີພິມ ລົງໃນວາລະສານ International Journal Of Sports  Physiology & Performance ວ່ານັກກິລາຂີ່ລົດຖີບຖ້າກິນກາເຟດຳກ່ອນລົງສະໜາມ 1 ຊົ່ວໂມງຈະສາມາດປັ່ນໄດ້ໄກກວ່າຄົນທີ່ບໍ່ໄດ້ກິນກາເຟຢ່າງເຫັນໄດ້ຢ່າງຈະແຈ້ງ. ນ້ຳເຢັນ: ໃຜຈະເຊື່ອວ່າການກິນນ້ຳເຢັນເປັນປະຈຳ ຈະຊ່ວຍເຜົາຜານພະລັງງານໄດ້ເຖິງ 100 ກິໂລເຄລໂລຣີ່ຕໍ່ມື້ ເນື່ອງຈາກວ່ານ້ຳເຢັນຈະໄປຊ່ວຍກະຕຸ້ນການເຜົາຜານໄຂມັນ ແລະ ຊ່ວຍກຳຈັດລ້າງຂອງເສຍໄຫ້ອອກໄປຈາກຮ່າງກາຍ ແລະ ຍັງປັບອຸນຫະພູມໃນຮ່າງກາຍຂອງຄົນເຮົາໃຫ້ປົກກະຕິນຳອີກ. ນ້ຳຜັກ ແລະ ໝາກໄມ້: ໃນນ້ຳຜັກ ແລະ ໝາກໄມ້ຈະອຸດົມໄປດ້ວຍສານອາຫານ ແລະ ແຮ່ທາດຫຼາກຫຼາຍຊະນິດທີ່ມີປະໂຫຍດຕໍ່ຮ່າງກາຍບວກກັບເຄລໂລຣີ່ຕ່ຳ ...

Read More »

ມີທຶນໜ້ອຍ!!! ກໍສາມາດເລີ່ມເຮັດທຸລະກິດໄດ້ ດ້ວຍ 5 ເຄັດລັບນີ້….

ເງິນທຶນເປັນປັດໄຈໜຶ່ງສຳຄັນຂອງການເລີ່ມຕົ້ນເຮັດທຸລະກິດ ແຕ່ກໍບໍ່ແມ່ນທັງໝົດ ຜູ້ປະກອບການຫຼາຍຄົນຕ້ອງຢຸດຄວາມຝັນຂອງຕົນເອງໄວ້ ເພາະຄຳວ່າ “ບໍ່ມີເງິນ” ມາເບິ່ງ 5 ວິທີຕໍ່ໄປນີ້ຈະຊ່ວຍໃຫ້ທ່ານສາມາດເລີ່ມຕົ້ນທຸລະກິດໄດ້ ເຖິງວ່າຈະມີເງິນທຶນພຽງໜ້ອຍດຽວກໍຕາມ. ເຊື່ອວ່າຫຼາຍໆຄົນອາດເຄີຍຢາກເຮັດທຸລະກິດເປັນຂອງຕົນເອງ ແຕ່ຄວາມຄິດນັ້ນກໍຈາງຫາຍໄປ ຫຼື ເປັນໄປບໍ່ໄດ້ ເພາະຄຳວ່າ “ບໍ່ມີເງິນ” ແລະ ກໍເປັນອຸປະສັກທີ່ໃຫຍ່ ສຳລັບຜູ້ປະກອບການຫຼາຍທ່ານ ແຕ່ດຽວນີ້ ຢ່າຟ້າວທໍ້ໃຈ. ມາເບິ່ງ 5 ວິທີ ເຫຼົ່ານີ້ອາດຈະຊ່ວຍຄວາມຝັນຂອງທ່ານໃຫ້ເປັນຈິງໄດ້ ເຖິງວ່າຈະບໍ່ມີເງິນທຶນຫຼາຍ ກໍສາມາດເລີ່ມຕົ້ນທຸລະກິດໄດ້.  1. ເລີ່ມຕົ້ນຈາກທຶນທີ່ມີຢູ່: ກ່ອນທ່ານຈະເລີ່ມຕົ້ນເຮັດທຸລະກິດ ສິ່ງທີ່ທ່ານຄິດຢາກເຮັດ ໃຫ້ທ່ານລອງສຳຫຼວດຕົນເອງ ແລະ ສິ່ງທີ່ທ່ານມີຢູ່ອ້ອມຕົວທ່ານກ່ອນເຊັ່ນ: ສະຖານທີ່ ຖ້າຍັງບໍ່ມີເງິນລົງທຶນໄປເຊົ່າຮ້ານ ກໍລອງປັບມູນໃດມູມໜຶ່ງຂອງເຮືອນທ່ານບ່ອນໃດວ່າງກໍເອົາບ່ອນນັ້ນເລີຍ, ເຄື່ອງອຸປະກອນຕ່າງໆບາງສິ່ງທ່ານອາດຈະມີແລ້ວ ຫຼື ສິ່ງໃດທີ່ສາມາດທົດແທນກັນໄດ້ໂດຍລາຄາບໍ່ແພງຈົນເກີນໄປ ຫຼື ການຕົບແຕ່ງຮ້ານດ້ວຍການລົງມືເຮັດເອງ ແລະ ມີໝູ່ເພື່ອນມາຊ່ວຍເຫຼືອ ກໍເປັນສິ່ງໜຶ່ງທີ່ເຮັດໄດ້ບໍ່ຢາກ. ລອງສຳຫຼວດແລ້ວສຳຫຼວດອີກ ຄິດແລ້ວຄິດອີກ ເພາະທ່ານອາດຈະມີຕົ້ນທຶນທີ່ມີພຽງພໍທີ່ຈະສາມາດເລີ່ມເຮັດທຸລະກິດກໍເປັນໄປໄດ້.  2. ໃຊ້ຈ່າຍສະເພາະຕົ້ນທຶນທີ່ຈຳເປັນ:  ນອກຈາກຄົ້ນຫາຕົ້ນທຶນທີ່ມີຢູ່ແລ້ວ ຈາກນັ້ນກໍລອງຈົດສິ່ງທີ່ຈຳເປັນຕ້ອງໃຊ້ຈ່າຍແທ້ໆ ບໍ່ວ່າຈະເປັນຄ່າວັດຖຸດິບທີ່ຈະລົງທຶນຊື້ເພື່ອໃຫ້ມີສິນຄ້າ ຫຼື ການບໍລິການ, ຄ່າຈົດທະບຽນທຸລະກິດ, ຄ່າໃບອະນຸຍາດ ເອີ້ນງ່າຍໆວ່າ ຕົ້ນທຶນທີ່ຈຳເປັນຕ້ອງຈ່າຍ ເພື່ອສາມາດຄຳນວນໄດ້ຄາວໆວ່າ ຈະຕ້ອງໃຊ້ຕົ້ນທຶນເທົ່າໃດ? 3. ເລີ່ມຕົ້ນແບບຄ່ອຍເປັນຄ່ອຍໄປ ...

Read More »