AEC

ຜະລິດຕະພັນກະສິກຳສົ່ງອອກ ຍີ່ຫໍ້ “ບ້ານເກີນ”

“ລາວເຮັດ ລາວໄດ້ ລາວໃຊ້ ລາວຈະເລີນ” ຄໍາຂວັນນີ້ຄົງຈະຄຸ້ນຫູຫຼາຍໆຄົນ ເພາະຖືວ່າເປັນຄໍາຂວັນທີ່ຢູ່ຄູ່ສັງຄົມລາວມາ 60 ກວ່າປີແລ້ວ ນັບຕັ້ງແຕ່ສະໄໝລັດຖະບານປະສົມ ໃນເຫດການໂຮມລາວຄັ້ງທີ 1 ປີ 1957 ທີ່ມີເປົ້າໝາຍຕ້ອງການກະຕຸ້ນໃຫ້ຄົນລາວຮູ້ສຶກຕື່ນຕົວ ວ່າຄວນຫັນມາເປັນຜູ້ຜະລິດ ພ້ອມທັງຊົມໃຊ້ສິນຄ້າ ແລະບໍລິການຂອງຄົນລາວເອງ ເພື່ອສ້າງຄວາມເຂັ້ມແຂງທາງເສດຖະກິດ ຫຼຸດຜ່ອນການຂາດດຸນການຄ້າຂອງຊາດ ເມື່ອເວລາຜ່ານເລີຍໄປຫຼາຍທົດສະວັດ ເຫັນວ່າບັນຫາການຂາດດຸນການຄ້າຂອງລາວເຮົາກໍຍັງຄົງປະກົດໃຫ້ເຫັນຢູ່ ເນື່ອງຈາກການຜະລິດສິນຄ້າພາຍໃນທີ່ຍັງບໍ່ທັນເຂັ້ມແຂງ ຕ້ອງນຳເຂົ້າສິນຄ້າຈາກຕ່າງປະເທດຫຼາຍຂຶ້ນເລື້ອຍໆ ພາໃຫ້ຄວາມຕ້ອງການເງິນກີບຫຼຸດລົງ ສົ່ງຜົນໃຫ້ເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ ແລະທະວີຄວາມຮຸນແຮງຂຶ້ນນັບແຕ່ຕົ້ນປີ 2019 ທີ່ຜ່ານມາ ເຊິ່ງກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ແລະຕົ້ນທຶນຂອງທຸກໆຫົວໜ່ວຍທຸລະກິດ ທີ່ເພີ່ມສູງຂຶ້ນ ສະນັ້ນ ມື້ນີ້ ຄໍລຳ Entrepreneurship ຈະຂໍນຳສະເໜີເລື່ອງລາວຂອງຜູ້ປະກອບການທ່ານໜຶ່ງ ທີ່ມີວິໄສທັດ ມຸ່ງຫວັງຢາກໃຫ້ສິນຄ້າລາວຫຼາກຫຼາຍ ແລະເຕີບໃຫຍ່ຂະຫຍາຍຕົວ… (ລາຍລະອຽດສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 162 ເດືອນມັງກອນ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 ...

Read More »

ບາດກ້າວ-ຄວາມສະດວກ ໃນການດຳເນີນທຸລະກິດ

ທ່ານອາດໄດ້ຍິນຂ່າວວ່າ ສະພາບແວດລ້ອມຍັງ​ບໍ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດຢູ່ລາວ ໂດຍສະເພາະ ລະບຽບຄຸ້ມຄອງການສ້າງຕັ້ງວິສາຫະກິດ ແລະ ການເຄື່ອນໄຫວທຸລະກິດດ້ານອື່ນໆ. ໃນປີ 2019, ລາວຖືກຈັດຢູ່ໃນອັນດັບທີ 154 ໃນ 190 ປະເທດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ ເຊິ່ງຕົກຈາກອັນດັບທີ 141 ໃນປີ 2018 ທີ່ຜ່ານມານັ້ນ. ເມື່ອພິຈາລະນາມາດຖານລະອຽດ, ພົບວ່າປະເທດເຮົາຢູ່ໃນອັນດັບທີ່ຕໍ່າ ໃນດ້ານເວລາ ແລະ ຄ່າໃຊ້ຈ່າຍ ໃນການເລີ່ມຕົ້ນທຸລະກິດ (ໝາຍວ່າ ໄດ້ອັນດັບທີ 180), ການປົກປ້ອງນັກລົງທຶນຜູ້ຖືຮຸ້ນນ້ອຍ (ໄດ້ອັນດັບທີ 174) ແລະ ການແກ້ບັນຫາການລົ້ມລະລາຍຂອງທຸລະກິດ (ໄດ້ອັນດັບທີ 168). ຍ້ອນແນວນັ້ນ, ລັດຖະບານຈຶ່ງພະຍາຍາມປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນຫຼາຍໆດ້ານ ດ້ວຍການອອກຄຳສັ່ງເລກທີ 02/ນຍ ໃນຕົ້ນເດືອນກຸມພາ ປີ 2018 ເພື່ອໃຫ້ບັນດາກະຊວງ ຂະແໜງການຂຸ້ນຂ້ຽວດຳເນີນການ. ສະເພາະຕິດພັນກັບໜ້າວຽກ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ແມ່ນການປັບປຸງລະບຽບການ ແລະ ຂັ້ນຕອນ ເພື່ອອຳນວຍຄວາມສະດວກແກ່ການຂຶ້ນທະບຽນ ພາຍໃຕ້ກົດໝາຍວິສາຫະກິດ ແລະ ກົດໝາຍສົ່ງເສີມການລົງທຶນ ໂດຍສົ່ງຜົນໃຫ້ມີການຫຼຸດເວລາ ແລະ ຂັ້ນຕອນທີ່ຈໍາເປັນໃນການຂຶ້ນທະບຽນວິສາຫະກິດ ແລະ ...

Read More »

GOTEDDY ສະຕາດອັບລາວມາແຮງໄດ້ຮັບລາງວັນ LAO ICT Award 2019

ມື້ນີ້ພວກເຮົາມີໂອກາດມາຮູ້ຈັກກັບທຸລະກິດປະກອບການໃໝ່ຫຼືສະຕາດອັບ (Startup) ທີ່ມີຊື່ວ່າ “ໂກເທັດດີ້” (GOTEDDY) ເຊິ່ງເປັນທຸລະກິດທີ່ໃຫ້ບໍລິການສັ່ງອາຫານຈາກຮ້ານຕ່າງໆທົ່ວນະຄອນຫຼວງວຽງຈັນຜ່ານ “ແອັບພລີເຄຊັ່ນ” (application) ໃນມືຖືຂອງທ່ານແອັບນີ້ຍັງໃໝ່ອີ່ຫຼີເພາະຫາກໍເລີ່ມຕົ້ນເປີດຕົວໄດ້ພຽງແຕ່ 4 ເດືອນເທົ່ານັ້ນແຕ່ຖືວ່າກຳລັງມາແຮງເພາະມີຈຳນວນຜູ້ຊົມໃຊ້ (user) ເພີ່ມຂຶ້ນເຖິງເດືອນລະ 15% ແລະຫຼ້າສຸດຍັງໄດ້ຮັບລາງວັນຊະນະເລີດໃນງານລາວໄອຊີທີອະວອດ 2019 (Lao ICT Award 2019). ກ່ອນອື່ນທີມງານວາລະສານ ທາເກັດ ຂໍແນະນຳຕົວຜູ້ສ້າງຕັ້ງ ແລະ ປະທານບໍລິສັດໃຫ້ຜູ້ອ່ານໄດ້ຮູ້ຈັກກັນກ່ອນເພິ່ນມີຊື່ວ່າ ທ່ານ ປະສົງ ລັດຕະນະ ຫຼື ເອີ້ນວ່າ ສົງ ອາຍຸ 24 ປີ ຮຽນຈົບ ມັດທະຍົມປາຍ ທີ່ປະເທດສິງກະໂປ,  ປະລິນຍາຕີຈາກ ປະເທດອັງກິດ ແລະ ມີແຜນຈະໄປຮຽນຕໍ່ປະລິນຍາໂທ. ເພິ່ນມີແນວຄວາມຄິດຢາກສ້າງຕັ້ງ GOTEDDY ຕັ້ງແຕ່ຕອນທີ່ຮຽນຢູ່ຕ່າງປະເທດແລ້ວ ເນື່ອງຈາກລຶ້ງເຄີຍກັບການໃຊ້ບໍລິການສັ່ງຊື້ສິນຄ້າຕ່າງໆຜ່ານໂທລະສັບມືຖືໃນຮູບແບບ “ແອັບພລີເຄຊັ່ນ” ທີ່ສະດວກສະບາຍ ໂດຍສະເພາະການສັ່ງຊື້ອາຫານ ແຕ່ເມື່ອກັບມາຢາມບ້ານ ເວລາຢາກກິນຫຍັງກໍຕ້ອງເດີນທາງອອກໄປຊື້ ຫຼື ຕ້ອງຍົກຫູໂທລະສັບໄປສັ່ງຈາກຮ້ານອາຫານ ແລ້ວຍັງຕ້ອງໂທແຈ້ງບໍລິສັດສົ່ງສິນຄ້າມາສົ່ງຕ້ອງແຈ້ງທີ່ຢູ່ຂອງເຮົານຳອີກເຊິ່ງເຫັນວ່າຫຍຸ້ງຍາກ ແລະ ບໍ່ເໝາະກັບພຶດຕິກຳຜູ້ບໍລິໂພກລຸ້ນໃໝ່ແບບ ກຸ່ມ Gen Y ທີ່ໃຫຍ່ມາກັບ “ອິນເຕີເນັດ” ...

Read More »

ອິນໂດຊາຍນາ ຣີເສີດ ໜຶ່ງໃນທຸລະກິດຄົ້ນຄວ້າວິໄຈຊັ້ນນຳຂອງລາວ

ທຸລະກິດຄົ້ນຄວ້າວິໄຈຫຼື Research ກຳລັງເປັນທຸລະກິດທີ່ມາແຮງທັງໃນພາກພື້ນແລະຢູ່ລາວການເຮັດທຸລະກິດໃນຮູບແບບນີ້ກໍກຳລັງເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ໂດຍພື້ນຖານແລ້ວທຸລະກິດນີ້ຈະປະກອບສ່ວນເປັນຄັງສະໝອງຊຸກຍູ້ການພັດທະນາທັງໃຫ້ບໍລິການແກ່ທຸລະກິດແລະໂຄງການພັດທະນາຕ່າງໆ. ດັ່ງນັ້ນ,ວາລະສານທາເກັດຂອງພວກເຮົາຈຶ່ງຢາກສຳພາດກ່ຽວກັບການສ້າງຕັ້ງແລະດຳເນີນທຸລະກິດຂອງບໍລິສັດອິນໂດຊາຍນາຣີເສີດ (IndoChina Research) ພ້ອມທັງຮັບຟັງທັດສະນະຂອງຜູ້ບໍລິຫານບໍລິສັດນີ້ກ່ຽວກັບແນວທາງການພັດທະນາທຸລະກິດແລະຂໍ້ສະເໜີຕໍ່ພາກລັດ. ກ່ອນອື່ນໝົດພວກເຮົາມາຮູ້ຈັກກັບທ່ານຈັນສະດາສຸວັນລາສີ, ອາຍຸ 47 ປີເຊິ່ງເປັນຜູ້ອຳນວຍການຂອງບໍລິສັດອິນໂດຊາຍນາຣີເສີດປະຈຳລາວ.ທ່ານຈັນສະດາຮຽນຈົບປະລິນຍາຕີໃນຂະແໜງວິສະວະກໍາຢູ່ໂຮງຮຽນຊັບພະວິຊາແລະຫຼັງຈາກນັ້ນເພິ່ນໄດ້ໄປຮຽນຕໍ່ປະລິນຍາໂທດ້ານການວາງແຜນຂົນສົ່ງຢູ່ປະເທດຍີ່ປຸ່ນ. ບໍລິສັດນີ້ໄດ້ເລີ່ມໃຫ້ບໍລິການດ້ານການຄົ້ນຄວ້າວິໄຈຢູ່ລາວນັບແຕ່ປີ 1999 ເປັນຕົ້ນມາໂດຍໃນເບື້ອງຕົ້ນແມ່ນຈ້າງທີ່ປຶກສາຫຼືConsultants ແຕ່ການສ້າງຕັ້ງສຳນັກງານຢູ່ປະເທດລາວແທ້ໆແມ່ນໃນປີ 2003 ເຊິ່ງແມ່ນປີດຽວກັບທີ່ທ່ານຈັນສະດາໄດ້ເລີ່ມເຮັດວຽກທັງເປັນຜູ້ບໍລິຫານຂອງບໍລິສັດນີ້. ບໍລິສັດIndoChinaResearch ສ້າງຕັ້ງທຳອິດຢູ່ປະເທດຫວຽດນາມແລ້ວຕໍ່ມາຈຶ່ງໄດ້ຂະຫຍາຍກິດຈະການອອກມາກຳປູເຈຍແລະລາວ. ຫວ່າງບໍ່ດົນມານີ້ກໍໄດ້ຂະຫຍາຍສາຂາໄປຍັງມຽນມ້ານຳ. ບໍລິສັດຂອງເພິ່ນເນັ້ນໜັກການຄົ້ນຄວ້າວິໄຈໃນສອງດ້ານເປັນຕົ້ນຕໍຄືເຮັດວິໄຈການຕະຫຼາດ (Market Research) ໃຫ້ແກ່ບັນດາທຸລະກິດແລະການຄົ້ນຄວ້າດ້ານສັງຄົມ (Social Research) ໃຫ້ແກ່ອົງການຈັດຕັ້ງສາກົນກໍຄືລັດຖະບານທີ່ໄດ້ຮັບການສະໜັບສະໜູນຈາກສາກົນ. ຕໍ່ຄຳຖາມທີ່ວ່າເປັນຫຍັງທ່ານຈັນສະດາສຸວັນລາສີຈຶ່ງສົນໃຈເຮັດທຸລະກິດນີ້, ເພິ່ນໄດ້ຕອບວ່າໄດ້ມີຜູ້ມາຊັກຊວນໃນເບື້ອງຕົນເຊິ່ງຕົນເອງເຫັນວ່າເປັນທຸລະກິດທີ່ທ້າທາຍແລະໄດ້ຮຽນຮູ້ຕະຫຼອດເວລາຈຶ່ງຢາກລອງເບິ່ງເຖິງແມ່ນວ່າອາດເປັນວຽກທີ່ບໍ່ກ່ຽວຂ້ອງໂດຍກົງກັບຂະແໜງທີ່ເພິ່ນໄດ້ຮຽນມາ. ບໍລິສັດໄດ້ມີການພົວພັນກັບລູກຄ້າທີ່ຫຼາກຫຼາຍລວມທັງອົງການຈັດຕັ້ງສາກົນ, ພາກລັດແລະທຸລະກິດ. ທຳອິດບໍລິສັດຂອງເພິ່ນໄດ້ເລີ່ມຈາກການເຮັດວິໄຈການຕະຫຼາດແລ້ວຈາກນັ້ນກໍເລີ່ມປະມູນໄດ້ໂຄງການໃຫຍ່ທໍາອິດຂອງທະນາຄານໂລກ. ນີ້ເປັນຈຸດປ່ຽນທີ່ເຮັດໃຫ້ບໍລິສັດສາມາດໄດ້ລູກຄ້າທີ່ເປັນອົງການຈັດຕັ້ງສາກົນຕະຫຼອດມາ. ຢູ່ລາວລູກຄ້າທີ່ນຳໃຊ້ການວິໄຈການຕະຫຼາດຍັງບໍ່ຫຼາຍຍ້ອນວ່່າປັດຈຸບັນຈະມີແຕ່ບໍລິສັດຂະໜາດໃຫຍ່ທີ່ນຳໃຊ້ການວິໄຈການຕະຫຼາດ. ທຸລະກິດຂະໜາດນ້ອຍແລະກາງຍັງບໍ່ທັນນຳໃຊ້ການວິໄຈການຕະຫຼາດຫຼາຍເທົ່າທີ່ຄວນແຕ່ກໍເລີ່ມມີຖ່ວງທ່າເພີ່ມຂຶ້ນ. ສຳລັບລູກຄ້າທີ່ເປັນອົງການຈັດຕັ້ງສາກົນບໍລິສັດຂອງເພີ່ນເຮັດການຄົ້ນຄວ້າດ້ານສັງຄົມເຊັ່ນ: ໂຄງການພັດທະນາການສຶກສາ, ສາທາລະນະສຸກແລະຫຼຸດຜ່ອນຄວາມທຸກຍາກ. ທຸລະກິດນີ້ເຮັດການຄົ້ນຄວ້າກ່ຽວກັບຜົນໄດ້ຮັບຂອງໂຄງການ (Impact Evaluation); ໝາຍວ່າເລີ່ມຕົ້ນເປັນແນວໃດ (baseline) ແລະເມື່ອດຳເນີນໂຄງການຫຼືສຳເລັດໂຄງການແລ້ວມີຜົນກະທົບດ້ານບວກ-ດ້ານລົບຫຍັງແດ່.  ຈຸດແຂງຂອງບໍລິສັດອິນໂດຊາຍນາຣີເສີດແມ່ນຍ້ອນມີປະສົບການໃນການເຮັດທຸລະກິດດ້ານ ນີ້ມາຫຼາຍກວ່າ 16 ປີແລະບໍລິສັດເອງກໍຖືຄຸນນະພາບເປັນສຳຄັນ. ຄຸນນະພາບນີ້ເປັນສິ່ງທີ່ຢັ້ງຢືນວ່າ ລູກຄ້າພຶງພໍໃຈແລະໃຊ້ບໍລິການຂອງບໍລິສັດຕະຫຼອດມາ. ຂໍ້ຫຍຸ້ງຍາກຂອງການດຳເນີນທຸລະກິດ ແມ່ນມີຕົ້ນທຶນຂ້ອນຂ້າງສູງໂດຍສະເພາະບາງໂຄງການຄົ້ນຄວ້າທີ່ຢູ່ເຂດຫ່າງໄກສອກຫຼີກຕ້ອງປະເຊີນກັບຄວາມບໍ່ສະດວກດ້ານພູມສັນຖານແລະພື້ນຖານໂຄງລ່າງເຮັດໃຫ້ໃຊ້ເວລາໃນການເດີນທາງຫຼາຍ. ນອກນີ້ການເກັບກຳຂໍ້ມູນກໍນຳໃຊ້ພະນັກງານແບບສັນຍາຈ້າງເປັນຈຳນວນຫຼາຍທັງມີຄວາມທ້າທາຍໃນການຄັດເລືອກແລະການເຝິກອົບຮົມນຳອີກ. ບໍລິສັດມີໂອກາດໃນການພັດທະນາທຸລະກິດດ້ານນີ້ໂດຍໃນໄລຍະຕົ້ນມີພະນັກງານພຽງແຕ່ 2 ຄົນຈົນສາມາດຂະຫຍາຍຕົວມີພະນັກງານເພີ່ມຂຶ້ນຫຼາຍກວ່າ 50 ຄົນໃນປັດຈຸບັນ. ທຸລະກິດໄດ້ເຕີບໂຕຄ່ອຍໆຕາມທ່າແຮງຂອງບ້ານເຮົາກໍຄືການຂະຫຍາຍຕົວທາງທຸລະກິດ. ...

Read More »

5 ສະພາບແວດລ້ອມສໍາຄັນໃນການດໍາເນີນທຸລະກິດ

ຫຼາຍຄົນອາດຈະໄດ້ຍິນ ແລະ ໄດ້ອ່ານພົບກ່ຽວກັບຄໍາວ່າ ສະພາບແວດລ້ອມໃນການດໍາເນີນທຸລະກິດ ພໍສົມຄວນ, ໂດຍສະເພາະ ໃນປັດຈຸບັນ ພັກ ແລະ ລັດຖະບານ ໂດຍສະເພາະ ແມ່ນກະຊວງ ອຸດສາຫະກໍາ ແລະ ການຄ້າ ແມ່ນສຸມໃສ່ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດໍາເນີນທຸລະກິດ ຊຶ່ງເປັນໜຶ່ງໃນແຜນບູລິມະສິດຂອງກະຊວງ ເພື່ອສ້າງຄວາມໄດ້ປຽບໃນການແຂ່ງຂັນໃຫ້ກັບພາກທຸລະກິດ, ພ້ອມດຽວກັນນັ້ນ,​ ກໍເພື່ອເປັນການຈັດຕັ້ງປະຕິບັດຄໍາສັ່ງຂອງ ນາຍົກລັດຖະມົນຕີເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018, ກ່ຽວກັບການປັບປຸງຂອດຂັ້ນການແຈ້ງບໍລິການຂຶ້ນທະບຽນວິສາຫະກິດ ແລະ ຂັ້ນຕອນການຄ້າຂ້າມແດນ ໂດຍສະເພາະ ແມ່ນລະບຽບການທີ່ຕິດພັນກັບການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ສະດວກ ແລະ ໃຊ້ເວລາໜ້ອຍລົງ. ວາລະສານທາເກັດ ຈະພາທ່ານຜູ້ອ່່ານເຂົ້າໃຈພາບລວມກ່ຽວກັບອົງປະກອບສໍາຄັນຂອງສະພາບແວດລ້ອມໃນການດໍາເນີນທຸລະກິດ ຊຶ່ງ ໝາຍເຖິງ ທຸກປັດໄຈ, ແຮງກະທົບ ແລະ ສະຖາບັນຕ່າງໆ ທີ່ມີຜົນໂດຍກົງ ຫຼື ທາງອ້ອມຕໍ່ກັບທຸລະກໍາຂອງທຸລະກິດ ໂດຍສະເພາະ ສະພາບແວດລ້ອມທາງເສດຖະກິດ, ສັງຄົມ, ການເມືອງ, ນິຕິກໍາ ແລະ ເຕັກໂນໂລຊີ.  ໂດຍລວມແລ້ວ ບໍລິສັດທີ່ດໍາເນີນທຸລະກິດໃນລະບົບເສດຖະກິດເປີດກວ້າງ ແມ່ນໄດ້ຊັບພະຍາກອນ ຫຼື ວັດຖຸດິບຈາກສະພາບແວດລ້ອມ ແລະ ສະໜອງການຜະລິດສິນຄ້າ ...

Read More »

ການຕະຫຼາດທາງອິນເຕີເນັດ ທາງເລືອກໃໝ່ໃນຍຸກ “ດີຈິຕອນ”

ວາລະສານທາເກັດສະບັບນີ້ ຈະນໍາທ່ານຜູ້ອ່ານມາຮັບຮູ້ກ່ຽວກັບການຕະຫຼາດທາງອິນເຕີເນັດ ຫຼື ການຕະຫຼາດອອນໄລ໌ ເຊິ່ງເປັນທາງເລືອກໜຶ່ງທີ່ສໍາຄັນໃນຍຸກ “ດີຈີຕອນ” ເພື່ອໂຄສະນາໃຫ້ເຂົ້າເຖິງບັນດາກຸ່ມລູກຄ້າເປົ້າໝາຍໄດ້ໂດຍກົງ ແລະ ມີປະສິດທິຜົນ, ສິ່ງສໍາຄັນ ແມ່ນລາຄາຖືກກວ່າ ການຕະຫຼາດແບບດັ້ງເດີມເຊັ່ນ: ຜ່ານທາງວິທະຍຸ, ໂທລະພາບ, ໜັງສືພິມ ຫຼື ວາລະສານ. ກ່ອນອື່ນຕ້ອງມາຮູ້ຈັກກັບຄໍາວ່າ: ການຕະຫຼາດອິນເຕີເນັດ ຊຶ່ງໝາຍເຖິງ ການໂຄສະນາສິນຄ້າ ຫຼື ກິດຈະກໍາທາງການຕະຫຼາດທີ່ໃຊ້ ເວັບໄຊ໌ ແລະ ອີເມວ ເພື່ອກະຕຸກຊຸກຍູ້ການຂາຍໂດຍກົງ ຜ່ານການຄ້າທາງເອເລັກໂທຣນິກ. ການຕະຫຼາດທາງອິນເຕີເນັດ ຕົ້ນຕໍແລ້ວ ສາມາດແບ່ງອອກເປັນຂົງເຂດສະເພາະດ້ານ ເຊັ່ນ: ການຕະຫຼາດຜ່ານເວັບໄຊ໌, ການຕະຫຼາດຜ່ານ ອີເມວ ແລະ ການຕະຫຼາດຜ່ານສື່ສັງຄົມອອນໄລ໌. ກ) ການຕະຫຼາດຜ່ານເວັບໄຊ໌: ທ່ານອາດຈະສັງເກດເຫັນໄດ້ ເວລາເຂົ້າໄປໃນເວັບໄຊ໌ໃດໜຶ່ງ ແລ້ວຈະມີ pop-up ຫຼື ແທັບ ທີ່ໃຫ້ທ່ານສາມາດລິ້ງໄປຫາ ເວັບໄຊ໌ສະເພາະຕື່ມ. ພ້ອມນັ້ນ, ໃນເວັບໄຊ໌ສະເພາະ ກໍອາດຈະລວມເອົາ ການຄ້າຜ່ານທາງເອເລັກໂທຣນິກເຂົ້ານໍາ ຊຶ່ງລູກຄ້າສາມາດສັ່ງຊື້ສິນຄ້າ ແລະ ບໍລິການ ໂດຍໃຊ້ບັດເຄຼດິດ ຫຼື ບັດເດບິດ ຕ່າງໆທີ່ສາກົນຍອມຮັບ.  ພ້ອມນັ້ນ, ກໍຍັງມີ ...

Read More »

ລາຊາເງິນຜ່ອນ “ກະແສໃໝ່ໃນສັງຄົມລາວ”

ຈາກສະພາບເສດຖະກິດໂດຍລວມ 2-3 ປີຜ່ານມາ,​ ຫຼາຍຄົນຈົ່ມວ່າ ຫາເງິນຍາກ, ຂາຍເຄື່ອງບໍ່ໄດ້ດີ ແລະ ບາງທ້ອງຖິ່ນໃນລາວ ກໍປະສົບບັນຫາໄພນໍ້າຖ້ວມ; ຫຼາຍຄົນທີ່ເປັນໜີ້ສິນ ກໍເລີ່ມເຈັບຫົວໃນການຫາເງິນມາໃຊ້ໜີ້ທີ່ເພີ່ມພູນຂຶ້ນ. ໃນຂະນະດຽວກັນ, ຫຼາຍບໍລິສັດ ເຊົ່າສິນເຊື່ອທາງການເງິນ ກໍເກີດຂຶ້ນຢ່າງຫຼວງຫຼາຍ ແລະ ພະຍາຍາມຫາລູກຄ້າ ໂດຍການປ່ອຍສິນເຊື່ອ ການຜ່ອນຊື້ລົດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ. ສະນັ້ນ, ວາລະສານເກັດສະບັບນີ້ ຈະພາທ່ານຜູ້ອ່ານ ມາຮັບຟັງ 5 ຄໍາຄິດເຫັນທີ່ໜ້າສົນໃຈ ເພື່ອເປັນບົດຮຽນກ່ອນການຕັດສິນໃຈໃນການຊື້ເຄື່ອງແບບຈ່າຍຜ່ອນ ໂດຍເນັ້ນໜັກ ໄປທີ່ສອງຄໍາຖາມກວ້າງໆ ກໍຄື:  1. ຄິດແນວໃດກັບການຊື້ສິນຄ້າເຊັ່ນ ລົດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆແບບຈ່າຍຜ່ອນ? ແລະ 2. ບັນຫາທີ່ພົບໃນການຜ່ອນຈ່າຍມີຫຍັງແດ່? ຜູ້ໃຫ້ສໍາພາດ 1: ສໍາລັບການຊື້ສິ້ນຄ້າແບບຈ່າຍຜ່ອນ ຄິດວ່າມັນກໍຈະມີທັງຂໍ້ດີ ແລະ ຂໍ້ເສຍ, ຖ້າກໍລະນີຈໍາເປັນ ເງິນບໍ່ພໍ ຊືຶ້ເຄື່ອງບາດດຽວ, ແຕ່ເຮົາຈໍາເປັນຕ້ອງໃຊ້ ການຈ່າຍຜ່ອນໃນແຕ່ລະງວດ ເຖິງວ່າຈະຕ້ອງຈ່າຍໃນລາຄາທີ່ແພງກວ່າກໍຕາມ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງຄໍານຶງເຖິງລາຍຈ່າຍທີ່ເຮົາຕ້ອງໃຊ້ຈ່າຍໃນແຕ່ລະເດືອນພ້ອມ ວ່າເຮົາມີກໍາລັງທີ່ຈະຈ່າຍໄດ້ບໍ? ແຕ່ກໍລະນີເປັນເຄື່ອງທີ່ບໍ່ຈໍາເປັນຕ້ອງໃຊ້ປານໃດ, ແນະນໍາວ່າ ຢ່າຈ່າຍຜ່ອນຈະດີກວ່າ ເພາະຈະກາຍເປັນໜີ້ສິນແບບບໍ່ຈໍາເປັນ ...

Read More »

Mr. Bo Donut  ແບຣນຂະໜົມຫວານຂອງຄົນລາວ ທຸລະກິດທີ່ກໍາລັງມາແຮງ…

ວາລະສານທາເກັດສະບັບນີ້ທີມງານຂອງພວກເຮົາຈະນໍາທ່ານມາຮູ້ຈັກກ່ຽວກັບຜູ້ປະກອບການກຸ່ມທຸລະກິດ Born to B ຊຶ່ງເປັນກຸ່ມທຸລະກິດທີ່ກໍາລັງມາແຮງ ແລະ ໄດ້ຮັບການຕອບສະໜອງຈາກລູກຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ. ທ່ານນາງ ວິພາວັນ ວົງໄຊ ປັດຈຸບັນເປັນຮອງປະທານຜູ້ບໍລິຫານຂອງກຸ່ມທຸລະກິດໄດ້ໃຫ້ກຽດສໍາພາດກ່ຽວກັບທຸລະກິດຂອງເພິ່ນ ໂດຍສະເພາະແມ່ນຫຼັກການສໍາຄັນໃນການດໍາເນີນທຸລະກິດເພື່ອໃຫ້ຢູ່ລອດໃນຍຸກແຫ່ງການແຂ່ງຂັນໃນປັດຈຸບັນໂດຍສະເພາະແມ່ນຮ້ານ Mr. Bo Donut ທີ່ຂະຫຍາຍອອກເປັນ 3 ສາຂາແລ້ວ. ສໍາລັບຮ້ານ Mr. Bo Donut ແມ່ນໃຫ້ການບໍລິການເຂົ້າໜົມຫວານ, ສໍາລັບຄົນລາວທຸກເພດທຸກໄວໂດຍສະເພາະກໍແມ່ນເດັກນ້ອຍທີ່ເນັ້ນໜັກໃສ່ຄວາມສົດໃໝ່  ແລະ ຄວາມສະອາດ ຕາມສະໂລແກນຂອງພວກເຮົາຄື: “We are always fresh and fun” ຊຶ່ງໝາຍຄວາມວ່າທ່ານຈະໄດ້ຮັບຄວາມສົດໃໝ່ ແລະ ຄວາມສຸກສະເໝີຈາກຮ້ານຂອງພວກເຮົາຕາມຄວາມຕັ້ງໃຈຢາກໃຫ້ຄົນລາວເຮົາໄດ້ກິນເຂົ້າໜົມທີ່ດີໆມີຄຸນະພາບລະດັບສາກົນໃນລາຄາສົມເຫດສົມຜົນ. ດ້ານຄວາມສົດໃໝ່ຂອງພວກເຮົານັ້ນ ໄດ້ມີການສ້າງຫ້ອງຄົວຜະລິດ ເຂົ້າໜົມສະເພາະ ເພື່ອຄວບຄຸມມາດຕະຖານ, ຄຸນນະພາບ, ຄວາມສະອາດຂອງຂະບວນການຜະລິດ ໂດຍເລີ່ມຕົ້ນຈາກການຄັດເລືອກວັດຖຸດິບທີ່ມີຄຸນນະພາບດີຈາກທັງໃນ ແລະ ຕ່າງປະເທດ ເພື່ອໃຫ້ໄດ້ລົດຊາດທີ່ມາດຕະຖານ ແລະ ຖືກໃຈຂອງລູກຄ້າໂດຍການຜະລິດແມ່ນຜະລິດມື້ຕໍ່ມື້(ຖ້າຂາຍບໍ່ໝົດໃນມື້ນັ້ນ, ກໍຈະໃຫ້ພະນັກງານ, ແຖມ ຫຼື ແຈກຢາຍ ເພື່ອໃຫ້ລູກຄ້າໝັ້ນໃຈໄດ້ວ່າ Donut ຂອງເຮົາມີຄວາມແຊບ, ສົດ, ໃໝ່ທຸກວັນ), ສິ່ງສໍາຄັນເຮົາຈະບໍ່ໃສ່ສານກັນບູດເຂົ້າໄປໃນເຂົ້າໜົມເດັດຂາດ ແລະ ທຸກໆ ...

Read More »