Columnist

ຖ້າສັນຍາບໍ່ເປັນສັນຍາ ຫຼື ມີການລະເມີດສັນຍາແລ້ວ ອີກຝ່າຍສາມາດ ຍົກເລີກໄດ້ບໍ່?

ໃນການດໍາເນີນທຸລະກິດ “ສັນຍາ” ຖືເປັນເອກະສານໜຶ່ງທີ່ມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຫຼາຍ ເນື່ອງຈາກວ່າເປັນສິ່ງທີ່ພາໃຫ້ເກີດຂໍ້ຜູກພັນທາງດ້ານກົດໝາຍ ແລະ ເປັນການກໍານົດການຕົກລົງຂອງຄູ່ສັນຍາ ລວມທັງ ຮັບປະກັນການປະຕິບັດສິດ ແລະ ພັນທະຕາມທີ່ກໍານົດໄວ້ໃນສັນຍາ ແລະ ກົດໝາຍ. ນອກຈາກນີ້ ຍັງສາມາດໃຊ້ເປັນຫຼັກຖານ ຫຼື ເອກະສານໃນເວລາທີ່ເກີດຂໍ້ຂັດແຍ່ງ ຫຼື ຮ້ອງຟ້ອງໄປຍັງສານປະຊາຊົນໄດ້. ເມື່ອກ່າວເຖິງ ສັນຍາແລ້ວຫຼາຍໆທ່ານ ອາດເຄີຍໄດ້ຍິນຄໍາວ່າ “ສັນຍາຕ້ອງເປັນສັນຍາ” [Contract must be served] ຫຼື ສັນຍາຕ້ອງໄດ້ຮັບການປະຕິບັດ ແຕ່ຄໍາຖາມກະຄືວ່າ ຖ້າສັນຍາບໍ່ເປັນສັນຍາ ຫຼື ມີການລະເມີດສັນຍາແລ້ວ ອີກຝ່າຍສາມາດ ຍົກເລີກໄດ້ບໍ່? ດັ່ງກໍລະນີຕົວຈິງຂ້າງລຸ່ມນີ້. ທ້າວ ກໍ ແລະ ນາງ ຂໍ (ນາມສົມມຸດ) ໄດ້ເຮັດສັນຍາຊື້-ຂາຍທີ່ດິນ ແລະ ເຮືອນ ນໍາກັນ ໂດຍມີມູນຄ່າຊື້-ຂາຍທັງໝົດ 100,000,000 ກີບ ໂດຍທີ່ ທ້າວ ກໍ (ຜູ້ຊື້) ໄດ້ຈ່າຍເງິນມັດຈໍາໃຫ້ແກ່ ນາງ ຂໍ (ຜູ້ຂາຍ) ຈໍານວນ 50,000,000 ...

Read More »

ຄວາມຮຸນແຮງໃນຄອບຄົວ ບັນຫາທີ່ບໍ່ຄວນເບິ່ງຂ້າມ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຖືໄດ້ວ່າເປັນອີກປະກົດການຫຍໍ້ທໍ້ໜຶ່ງຂອງສັງຄົມ ທີ່ເກີດຂຶ້ນຢູ່ໃນທົ່ວໂລກທີ່ມີມາແຕ່ດົນນານແລ້ວ ເຊິ່ງເມື່ອກ່ອນ ຜູ້ຊາຍສ່ວນໃຫຍ່ມັກຍຶດຖືແນວຄວາມຄິດທີ່ວ່າ ຕົນເອງເປັນຜູ້ນໍາຄອບຄົວ ເປັນຜູ້ລ້ຽງດູຄອບຄົວ ຍ່ອມມີອໍານາດໃນການຊີ້ຂາດ ບັນຫາທຸກຢ່າງໃນຄອບຄົວ, ຖ້າຫາກ ສະມາຊິກ ພາຍໃນຄອບຄົວຫາກ ບໍ່ເຊື່ອຟັງກໍມັກຈະຖືກລົງໂທດ ດ້ວຍການໃຊ້ຄວາມຮຸນແຮງ ຫຼື ເຮັດໃຫ້ເຈັບປວດ ໃນ 4 ດ້ານເຊັ່ນ: ຄວາມຮຸນແຮງຕໍ່ຮ່າງກາຍ, ຕໍ່ຈິດໃຈ, ທາງເພດ ແລະ ເສດຖະກິດ. ນອກຈາກນີ້ ການໃຊ້ຄວາມຮຸນແຮງຍັງທະວີຄວາມຮຸນແຮງຂຶ້ນ ຈາກປັດໄຈກະຕຸ້ນເຊັ່ນ: ດື່ມເຫຼົ້າເມົາ ຫຼື ໃຊ້ຢາເສບຕິດ ພາໃຫ້ຜິດຖຽງກັນຈົນເຖິງຂັ້ນລົງມື, ເຫດຜົນເລື່ອງເສດຖະກິດຂອງຄອບຄົວ ຫຼື ປັດໄຈອື່ນໆ. ຢ່າລືມວ່າແມ່ຍິງ ແລະ ເດັກນ້ອຍທົ່ວໂລກ ມີຈຳນວນກວ່າເຄິ່ງໜຶ່ງຂອງປະຊາກອນ ສະນັ້ນ ການທີີ່ເຂົາເຈົ້າຕ້ອງປະເຊີນກັບບັນຫາຄວາມຮູນແຮງເຮັດໃຫ້ບໍ່ສາມາດພັດທະນາຕົນເອງ ແລະ ເຂົ້າເຖິງໂອກາດທາງເສດຖະກິດໄດ້ ຈຶ່ງເປັນບັນຫາໃຫຍ່ທີ່ຖ່ວງດຶງການພັດທະນາໃນລະດັບຊາດເຊັ່ນກັນ ນອກຈາກນີ້ ລາຍຈ່າຍໃນການແກ້ໄຂບັນຫາຄວາມຮຸນແຮງ ທີ່ລັດຖະບານ ແລະ ສັງຄົມຕ້ອງໃຊ້ຈ່າຍໄປໃນທົ່ວໂລກກໍມະຫາສານເຊັ່ນດຽວກັນ ບໍ່ວ່າຈະເປັນ ຄ່າໃຊ້ຈ່າຍໃນການປົວແປງສຸຂະພາບກາຍ, ສຸຂະພາບຈິດ ແລະ ຊັບສິນທີ່ເສຍຫາຍໄປນຳອີກ ສະນັ້ນ, ໃນປັດຈຸບັນ ບັນດາປະເທດຕ່າງໆໃນໂລກ, ລວມທັງ ສປປ ...

Read More »

ສິດຂອງຜູ້ຊົມໃຊ້ສິນຄ້າ ຫຼືການບໍລິການ

ໃນຍຸກທີ່ເສດຖະກິດ ມີການຂະຫຍາຍຕົວສູງ ຄວາມຕ້ອງການຊົມໃຊ້ສິນຄ້າ ແລະ ການບໍລິການ ແມ່ນນັບມື້ນັບຫຼາຍຂຶ້ນ, ຄຽງຄູ່ກັນນັ້ນ ບັນຫາທີ່ເກີດຂຶ້ນສ່ວນໃຫຍ່ແມ່ນເລື່ອງຂອງການຊົມໃຊ້ສິນຄ້າ ແລະ ການບໍລິການທີ່ບໍ່ມີຄຸນນະພາບ, ບໍ່ໄດ້ສິນຄ້າຄົບຕາມຈໍານວນ, ລາຄາບໍ່ເປັນທໍາ, ໃຊ້ແລ້ວເປັນອັນຕະລາຍ ດັ່ງນີ້ເປັນຕົ້ນ. ຫຼາຍໆທ່ານຄົງຕັ້ງຄໍາຖາມວ່າ ກົດໝາຍໃຫ້ສິດຫຍັງແດ່ແກ່ຜູ້ຊົມໃຊ້ ແລະ ໃຫ້ການປົກປ້ອງຈາກການເອົາປຽບຈາກ ຜູ້ສະໜອງສິນຄ້າ ຫຼື ການບໍລິການແນວໃດ? ມື້ນີ້ເຮົາມີຄໍາຕອບໃຫ້. ແນ່ນອນການຊື້ສິ້ນຄ້າ ຜູ້ຊື້ກໍຢາກໄດ້ສິນຄ້າທີ່ມີຄຸນນະພາບຕາມມາດຕະຖານຂອງສິນຄ້ານັ້ນໆ ຫຼື ໄດ້ຮັບການບໍລິການທີ່ດີ ແລະ ຄວາມພໍໃຈ ໃຫ້ສົມກັບເງິນທີ່ໄດ້ຈ່າຍເປັນຄ່າສິນຄ້າ ຫຼື ການບໍລິການນັ້ນ. ແຕ່ກ່ອນອື່ນໝົດເຮົາມາຮູ້ຈັກຄໍາວ່າ “ການປົກປ້ອງຜູ້ຊົມໃຊ້” ຕາມກົດໝາຍ ວ່າມີຄວາມໝາຍແນວໃດ ເສຍກ່ອນ:  ໂດຍ ອີງຕາມ ກົດໝາຍ ວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ ສະບັບເລກທີ 02/ສພຊ, ລົງວັນທີ 30 ມິຖຸນາ 2010, ມາດຕາ 2 ໄດ້ໃຫ້ຄໍານິຍາມ ກ່ຽວກັບການປົກປ້ອງຜູ້ຊົມໃຊ້ວ່າ: “ການປົກປ້ອງຜູ້ຊົມໃຊ້ ແມ່ນການນໍາໃຊ້ມາດຕະການ ເພື່ອຮັກສາຊີວິດ, ສຸຂະພາບ, ຊັບສິນ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງ ຜູ້ຊົມໃຊ້ ...

Read More »

ການຮ້ອງຟ້ອງມີທັງຜົນໄດ້ ແລະ ຜົນເສຍ

ການຮ້ອງຟ້ອງ ຖືເປັນສິດຂັ້ນພື້ນຖານຂອງພົນລະເມືອງ ຕາມທີ່ກໍານົດໄວ້ໃນ ມາດຕາ 41 ຂອງລັດຖະທໍາມະນູນ ສະບັບປັບປຸງປີ 2015 ທັງນີ້ກໍເພື່ອເປັນການຟື້ນຟູສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ທີ່ຖືກແຕະຕ້ອງ ຈາກບຸກຄົນອື່ນ, ເຖິງຢ່າງໃດກໍຕາມ ການຮ້ອງຟ້ອງ ອາດຈະນໍາມາເຊິ່ງຜົນໄດ້ ແລະ ຜົນເສຍ, ເຊິ່ງກ່ອນຈະຮ້ອງຟ້ອງ ຜູ້ຮ້ອງຟ້ອງຄວນຄິດໃຫ້ຮອບຄອບ ຫຼື ປຶກສາຜູ້ທີ່ຮູ້ກົດໝາຍ ຖ້າບໍ່ດັ່ງນັ້ນ ອາດຈະຖືກຟ້ອງແຍ່ງ (ຖືກຟ້ອງຄືນ), ຈ່າຍຄ່າເສຍຫາຍ ຫຼື ອາດມີໂທດທາງອາຍານໍາອີກ. ໃນບົດຄວາມນີ້ ຂ້າພະເຈົ້າ ຈະອະທິບາຍກ່ຽວກັບຄວາມສ່ຽງທີ່ອາດຈະຂຶ້ນກັບ ຜູ້ຮ້ອງຟ້ອງ ໂດຍມີລາຍລະອຽດດັ່ງລຸ່ມນີ້: ອາດຖືກຟ້ອງແຍ່ງ (ຖືກຟ້ອງຄືນ): ຜູ້ທີ່ຖືກຮ້ອງຟ້ອງ ຫຼື ຈໍາເລີຍ ມີສິດຟ້ອງແຍ່ງ ໂຈດ (ຟ້ອງຄືນ) ໄດ້ເຊັ່ນກັນ (ຫຼື ເວົ້າແບບພາສາຊາວບ້ານວ່າ ເຈົ້າຟ້ອງໄດ້, ຂ້ອຍກະຟ້ອງໄດ້ຄືກັນ) ຖ້າຫາກຄົບເງື່ອນໄຂ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 174 ວັກ 02 ຂອງ ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012 ເຊິ່ງກໍານົດວ່າ: “ຄໍາຟ້ອງແຍ່ງ ແມ່ນເອກະສານຂອງ ...

Read More »

ກົດໝາຍໃຫ້ການປົກປ້ອງ ເຄື່ອງໝາຍການຄ້າ ທີ່ບໍ່ໄດ້ຈົດທະບຽນ ຫຼື ບໍ່?

ຖ້າຫາກກ່າວເຖິງເຄື່ອງໝາຍການຄ້າ ຫຼາຍໆທ່ານຄົງຄິດວ່າເປັນເລື່ອງໄກຕົວ ແລະ ເປັນເລື່ອງທີ່ເຂົ້າໃຈຍາກ ແຕ່ຄວາມຈິງແລ້ວ ເຄື່ອງໝາຍການຄ້າ ເປັນສິ່ງທີ່ຢູ່ອ້ອມຕົວຂອງພວກເຮົາ ເຊິ່ງຕິດພັນກັບ ການດໍາລົງຊີວິດ, ການນໍາໃຊ້ສິນຄ້າ ຫຼື ການບໍລິການ, ເຊິ່ງເປັນຊັບສິນທາງປັນຍາປະເພດໜຶ່ງ ທີ່ສ້າງຂຶ້ນເພື່ອ ບົ່ງບອກວ່າ ເປັນສິນຄ້າ ຫຼື ການບໍລິການປະເພດໃດ? ເປັນຂອງໃຜ? ຫຼື ຂອງບໍລິສັດໃດ? ເຊິ່ງໃນປັດຈຸບັນເຮົາສາມາດເຫັນ “ໂລໂກ້” (logo) ຫຼື ເຄື່ອງໝາຍການຄ້າ ຈາກການບໍລິການທີ່ມີຊື່ສຽງຢູ່ພາຍໃນປະເທດ ເຊັ່ນ: “ໂລໂກ້” ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານ ພັດທະນາລາວ ຫຼື ຈາກຜະລິດຕະພັນທີ່ມີຊື່ສຽງ ເຊັ່ນ: ກາເຟດາວ, ກາເຟສີນຸກ, ເບຍລາວ, ນໍ້າດື່ມຕ່າງໆ ແລະ ອື່ນໆ ດັ່ງນີ້ເປັນຕົ້ນ. ນອກຈາກນີ້ ເຮົາຍັງສາມາດເຫັນໄດ້ຈາກ “ແບຣນ” ທີ່ມີຊື່ສຽງລະດັບໂລກ ເຊັ່ນ: ໄນກີ່ (NIKE), ອາດີດາສ໌ (ADIDAS), ແອັບເປິ້ນ (APPLE), ຊໍາຊູງ (SAMSUNG), ຫົວເວີຍ (HUAWEI) ແລະ ອື່ນໆ. ...

Read More »

ບັນດານັກຂາຍຄວນລະວັງຫຍັງແດ່?!!!!! (ໃຜເປັນແມ່ຄ້າ-ພໍ່ຄ້າອອນໄລ໌ ອ່ານເລີຍ)

ໃນຊີວິດປະຈໍາວັນຂອງພວກເຮົາ ອາດເຫັນການໂຄສະນາ ກ່ຽວກັບ ສິນຄ້າ ຫຼື ການບໍລິການ ຫຼາກຫຼາຍຮູບແບບ, ຫຼາຍສີສັນ ເຊິ່ງເປັນການເຮັດການຕະຫຼາດ ເພື່ອເພີ່ມຍອດຂາຍ, ດຶງດູດລູກຄ້າ ຫຼື ເຮັດໃຫ້ສິນຄ້າ ຫຼື ການບໍລິການຂອງຕົນເບິ່ງແລ້ວ ດີ, ມີຄຸນນະພາບ ໂດຍຜ່ານຫຼາຍຊ່ອງທາງ ເຊັ່ນ: ການຂາຍໂດຍກົງ, ໂທລະພາບ, ວິທະຍຸ, ປ້າຍໂຄສະນາ, ເຟສ໌ບຸກ (Facebook), ອິນສ໌ຕາແກຼມ (Instagram) ຫຼື ຜ່ານສື່ສັງຄົມອອນລາຍອື່ນໆ. ແຕ່ທ່ານຮູ້ບໍ່ວ່າ ຖ້າຫາກ ການໂຄສະນາດັ່ງກ່າວຫາກ ເກີນຄວາມເປັນຈິງ, ບໍ່ຖືກຕ້ອງ ເຊັ່ນ: ເປັນການໂຄສະນາຊວນເຊື່ອ ເພື່ອອວດອ້າງສັບພະຄຸນຂອງສິນຄ້າ ຫຼື ການບໍລິການ ເຊັ່ນ: ໃຊ້ແລ້ວຂາວ, ກິນແລ້ວຮຸ່ນດີ ດັ່ງນີ້ເປັນຕົ້ນ ແຕ່ເມື່ອໃຊ້ແລ້ວ ແມ່ນ ບໍ່ດີ ຫຼື ບໍ່ມີຄຸນນະພາບ ຄືກັບການໂຄສະນາໄວ້ ເຊິ່ງສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ໃຫ້ແກ່ຜູ້ອຸປະໂພກ ຫຼື ຜູ້ບໍລິໂພກ ແມ່ນ ເປັນຄວາມຜິດທາງອາຍາ ເຊິ່ງອາດຈະຖືກລົງໂທດຕັດອິດສະຫຼະພາບ (ຕິດຄຸກ) ຫຼື ປັບໃໝ ຕາມທີ່ກົດໝາຍໄດ້ກຳນົດໄວ້ດັັ່ງນີ້: ...

Read More »

ປ່ອຍເງິນກູ້ດອກເບ້ຍເກີນ 36% ມີສິດຕິດຄຸກໄດ້!

ໃນສະພາບເສດຖະກິດ-ສັງຄົມ ທີ່ມີການຂະຫຍາຍຕົວສູງ ຄວາມຮຽກຮ້ອງຕ້ອງການທາງດ້ານການເງິນ ບໍ່ວ່າເພື່ອຈຸດປະສົງໃນການດໍາເນີນທຸລະກິດ, ການສຶກສາ, ການດໍາລົງຊີວິດປະຈໍາວັນ ແລະ ອື່ນໆ ແມ່ນນັບມື້ນັບສູງຂຶ້ນ, ການກູ້ຢືມເງິນ ຈຶ່ງເປັນອີກທາງເລືອກໜຶ່ງ ສໍາລັບ ບຸກຄົນທີ່ມີບັນຫາດັ່ງກ່າວ. ແນ່ນອນ ການກູ້ຢືມເງິນ (ນອກລະບົບ) ເຈົ້າໜີ້ອາດຈະກໍານົດອັດຕາດອກເບ້ຍຂ້ອນຂ້າງສູງ ເຊິ່ງໃນກໍລະນີທີ່ລູກໜີ້ສາມາດໃຊ້ແທນໄດ້ ກໍຈະບໍ່ມີບັນຫາຫຍັງໝົດ, ແຕ່ໃນທາງກົງກັນຂ້າມ ລູກໜີ້ຫາກບໍ່ມີຄວາມສາມາດໃຊ້ແທນໄດ້ ກໍຈະພາໃຫ້ເກີດຂໍ້ຂັດແຍ່ງເກີດຂຶ້ນ ບາງຄັ້ງເຖິງຂັ້ນໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ (ທວງໜີ້ໂຫດ) ເຊິ່ງບັນຫາດັ່ງກ່າວຖືເປັນປະກົດການຫຍໍ້ທໍ້ໜຶ່ງຂອງສັງຄົມ ທີ່ເກີດຂຶ້ນໃນປັດຈຸບັນນັບມື້ນັບຫຼາຍຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ ທ່ານຮູ້ບໍ່ວ່າ ການທີ່ເຈົ້າໜີ້ ກໍານົດ ອັດຕາດອກເບ້ຍທີ່ສູງເກີນກວ່າກົດໝາຍອະນຸຍາດໃຫ້ ອາດຈະເຮັດໃຫ້ເຈົ້າໜີ້ ມີຄວາມຮັບຜິດຊອບທາງອາຍາ ຫຼື ຕິດຄຸກໄດ້ ໂດຍອີງຕາມປະມວນກົດໝາຍ ອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017, ໝວດທີ 7, ພາກທີ 2, ມາດຕາ 298 ກໍານົດວ່າ: “ບຸກຄົນໃດ ຫາກໄດ້ໃຫ້ກູ້ຢືມເປັນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດ ດໍາເນີນທຸລະກິດ ຈາກຂະແໜງການທີ່ກ່ຽວຂ້ອງ ແລ້ວຄິດໄລ່ອັດຕາດອກເບ້ຍເງິນກູ້ຢືມສູງກວ່າ ສາມສິບຫົກສ່ວນຮ້ອຍ ຕໍ່ປີ ...

Read More »

ເຈົ້າໜີ້ ຍຶດຫຼັກຊັບຄ້ຳປະກັນ ຂາຍເອງເລີຍໄດ້ບໍ່?

ບັນດາຜູ້ປ່ອຍສິນເຊື່ອ ຫຼື ເງິນກູ້ ທັງຫຼາຍ ອາດມີຂໍ້ສົງໃສວ່າ: ໃນດ້ານກົດໝາຍ ເຈົ້າໜີ້ ມີສິດຍຶດຫຼັກຊັບຄ້ຳປະກັນແລ້ວປະກາດຂາຍເອງໄດ້ບໍ່? ຄໍາຕອບກະຄື “ບໍ່” ຕາມກົດໝາຍແລ້ວ ເຈົ້າໜີ້ ບໍ່ມີສິດຍຶດຫຼັກຊັບຄ້ຳປະກັນແລ້ວປະກາດຂາຍເອງໄດ້ ຖ້າຫາກ ລູກໜີ້ ບໍ່ເຫັນດີ ຫຼື ບໍ່ຍິນຍອມ. ຫຼັກການນີ້ ມີຢູ່ວ່າ: ຫຼັກຊັບຄໍ້າປະກັນ ແມ່ນຄໍ້າເພື່ອຮັບປະກັນການໃຊ້ແທນໜີ້ສິນ ບໍ່ແມ່ນການຊື້-ຂາຍຊັບແຕ່ຢ່າງໃດ. ເຖິງແມ່ນ ເຈົ້າໜີ້ ແລະ ລູກໜີ້ ຈະມີວິທີການເຫັນດີ ຫຼື ຍິນຍອມກັນລ່ວງໜ້າດ້ວຍຮູບການຕົກລົງກັນໄວ້ແນວໃດກໍຕາມ ເຊັ່ນ: ສັນຍາຂາຍຝາກ, ເອກະສານໂອນລອຍ, ໃບມອບກຳມະສິດ ແລະ ອື່ນໆ ກໍຕາມ ຈະຖືວ່າເປັນໂມຄະ ໃຊ້ການບໍ່ໄດ້ ຖ້າຫາກເປົ້າໝາຍທີ່ເຮັດສັນຍາກັນນັ້ນ ຫາກແມ່ນເພື່ອເປົ້າໝາຍການຄ້ຳປະກັນ ເຊິ່ງບັນຫານີີ້ແມ່ນໄດ້ກຳນົດໄວ້ໃນ ຂໍ້ 5 ຂອງ ຄຳແນະນຳ ຂອງປະທານສານປະຊາຊົນສູງສຸດ ເລກທີ 03/ສປສສ ລົງວັນທີ 29/06/2016 ໂດຍໄດ້ກໍານົດໄວ້ວ່າ “ການນຕົກລົງມອບຊັບ ໂດຍເຮັດໃບມອບກຳມະສິດ, ສັນຍາຊື້-ຂາຍ, ສັນຍາຂາຍຝາກ ແລະ ຮູບການອື່ນ ທີ່ມີຂໍ້ມູນຫຼັກຖານຢັ້ງຢືນວ່າ: ເຮັດຂຶ້ນດ້ວຍການເຊື່ອງອໍາ, ...

Read More »

ຖອນເງິນດ້ວຍ”ແຊັກ” (Cheque) ແຕ່ໃນບັນຊີບໍ່ມີເງິນພຽງພໍ ຖືວ່າຜິດຕໍ່ກົດໝາຍ…

ຫຼາຍຄົນອາດເຄີຍໄດ້ຍິນເລື່ອງ “ແຊັກເດັ້ງ” ຖອນເງິນບໍ່ໄດ້ ເງິນໃນບັນຊີມີບໍ່ພໍໃຫ້ຖອນຕາມຈຳນວນທີ່ລະບຸໃນ”ແຊັກ” ບັນຫາຕາມມາກໍຄື ໄດ້ຮັບໝາຍຮຽກຈາກ ເຈົ້າໜ້າທີ່ ສຸດທ້າຍກໍຖືກກັກຕົວດຳເນີນຄະດີອາຍາ. ເພື່ອຫຼີກບັນຫາດັ່ງກ່າວ ໃນບົດຄວາມນີ້ ຂ້າພະເຈົ້າ ຂໍຊີ້ແຈງເຫດຜົນທາງດ້ານກົດໝາຍ ກ່ຽວກັບສາເຫດທີ່ມີໂທດອາຍາຕິດຄຸກ ເນື່ອງຈາກການນຳໃຊ້”ແຊັກ”ທີ່ບໍ່ມີເງິນໃນບັນຊີ ແລະ ຄວນເຮັດແນວໃດເພື່ອບໍ່ໃຫ້ເກີດບັນຫາດັ່ງກ່າວ. ໃນຊີວິດປະຈຳວັນ ຖ້ານຳໃຊ້”ແຊັກ”ຢ່າງຖືກຕ້ອງ ປົກກະຕິກໍບໍ່ໄດ້ມີບັນຫາຫຍັງໃນການຊຳລະສະສາງຄ່າໃຊ້ຈ່າຍຕ່າງໆ ຕາມວົງເງິນທີ່ມີໃນບັນຊີຂອງຕົນ. ຫຼາຍກໍລະນີທີ່ມັກມີບັນຫາຖືກດຳເນີນຄະດີ, ຖືກກັກຕົວຕິດຄຸກ ແມ່ນກ່ຽວຂ້ອງກັບການນຳໃຊ້”ແຊັກ”ທີ່ບໍ່ມີເງິນໃນບັນຊີເພື່ອຄ້ຳປະກັນ ການປະຕິບັດສັນຍາໃດໜຶ່ງ. ກໍລະນີທີ່ມີບັນຫານັ້ນ ແມ່ນຂຽນສັ່ງຈ່າຍ”ແຊັກ”ເປັນເງິນສົດ ແຕ່ໃນຕົວຈິງໃນບັນຊີພັດບໍ່ມີເງິນຈຳນວນດັ່ງກ່າວ. ດ້ວຍຄວາມມັກງ່າຍ ຫຼາຍກໍລະນີ ເພື່ອໃຫ້ຝ່າຍຄູ່ຮ່ວມທຸລະກິດ ຫຼື ຝ່າຍຄູ່ສັນຍາ ເກີດມີຄວາມເຊື່ອໝັ້ນໃນການປະຕິບັດສັນຍາ ແລະ ຄິດວ່າຈະມີເງິນໃນອະນາຄົດນັ້ນ ຈິ່ງຂຽນສັ່ງຈ່າຍ”ແຊັກ”ເປັນເງິນສົດແລ້ວເອົາໄປຄ້ຳປະກັນນຳຝ່າຍກົງກັນຂ້າມ. ເມື່ອຮອດເວລາປະຕິບັດສັນຍາ ຝ່າຍທີ່ຖື”ແຊັກ”ເງິນສົດນັ້ນ ໄປຂໍຖອນເງິນຢູ່ທະນາຄານ ແຕ່ໃນບັນຊີດັ່ງກ່າວພັດບໍ່ມີເງິນພຽງພໍໃຫ້ຖອນຕາມຈຳນວນໃນໃບ”ແຊັກ”. ກໍລະນີດັ່ງກ່າວນີ້, ແມ່ນຖືວ່າຜິດຕໍ່ກັບ ມາດຕາ 33 ຂອງ ດຳລັດ ວ່າດ້ວຍ”ແຊັກ” ສະບັບເລກທີ 386/ນຍ ລົງວັນທີ 27/10/2014 ເຊິ່ງກຳນົດໄວ້ວ່າ “ຜູ້ໃດທີ່ໄດ້ສັ່ງຈ່າຍ”ແຊັກ” ໂດຍຈໍານວນເງິນໃນບັນຊີຂອງຕົນ ບໍ່ພຽງພໍບາງສ່ວນ ຫຼື ທັງໝົດກັບຈຳນວນເງິນທີ່ກຳນົດໃນໃບ”ແຊັກ” ຍົກເວັ້ນກໍລະນີ”ແຊັກ”ທີ່ໄດ້ຮັບການຢັ້ງຢືນຈາກຜູ້ອອກ”ແຊັກ” ຈະຖືກປັບໃໝຕາມຈຳນວນເງິນທີ່ໄດ້ຂຽນໃນໃບ”ແຊັກ”ນັ້ນ ແລະ ...

Read More »

ໂອນເງິນເຂົ້າຜິດບັນຊີ ມີສິດທວງເອົາເງິນຄືນໄດ້ບໍ່?

ໃນຊີວິດປະຈຳວັນ ຫຼາຍທ່ານຫຼີກບໍ່ໄດ້ເລື້ອງຫຼົງໆ ລືມໆ ຖ້າຫາກທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານຕ້ອງກັງວົນໃຈວ່າ: ຈະມີສິດເອົາຄືນໄດ້ບໍ່? ຈະເອົາຄືນໄດ້ແນວໃດ? ຖ້າເຂົາຖອນໄປຈ່າຍໝົດແລ້ວບໍ່ມີເງິນຄືນໃຫ້ເດ ຈະເຮັດແນວໃດ? ດ້ານກົດໝາຍ ມີການກໍານົດໄວ້ຄືແນວໃດ?. ແນ່ນອນ ຕາມກົດໝາຍ ຖ້າທ່ານຫຼົງໂອນເງິນໄປເຂົ້າຜິດບັນຊີ ທ່ານມີສິດທວງເອົາເງິນຄືນໄດ້ ແລະ ຜູ້ທີ່ຮັບເງິນນັ້ນກໍຕ້ອງສົ່ງເງິນດັ່ງກ່າວນັ້ນຄືນໃຫ້ຜູ້ທີ່ຫຼົງໂອນເງິນມານັ້ນ ໂດຍບໍ່ມີເງື່ອນໄຂໃດໆ. ຫຼາຍທ່ານອາດຈະໂຕ້ຖຽງວ່າ: ໂອນເງິນເຂົ້າບັນຊີຂອງຄົນອື່ນ ກໍຖືວ່າເປັນເງິນຂອງຄົນອື່ນ ເພາະເຈົ້າຂອງບັນຊີແມ່ນເປັນເຈົ້າກຳມະສິດຂອງເງິນໃນບັນຊີຕົນ, ນັ້ນເປັນພຽງການໂຕ້ຖຽງໃນແງ່ມຸມຄວາມເຂົ້າໃຈສ່ວນຕົວເທົ່ານັ້ນ. ເຫດຜົນທີ່ມີສິດທວງເອົາເງິນຄືນໄດ້ນັ້ນແມ່ນມີ 2 ເຫດຜົນຄື: ຂໍ້ຜູກພັນນອກສັນຍາ ແລະ ຄວາມຮັບຜິດຊອບທາງອາຍາ. ເຫດຜົນຂໍ້ຜູກພັນນອກສັນຍາ: ແມ່ນໄດ້ກໍານົດໄວ້ໃນ ມາດຕາ 99 ຂອງ ກົດໝາຍ ວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ ສະບັບເລກທີ 01/ສພຊ ລົງວັນທີ 08 ທັນວາ 2008 ໂດຍໄດ້ກຳນົດໄວ້ວ່າ: “ບຸກຄົນໃດ ຫາກໄດ້ຮັບຊັບສິ່ງຂອງ ຂອງຜູ້ອື່ນໂດຍເຈດຕະນາ ທັງໆທີ່ຮູ້ວ່າ ຕົນບໍ່ມີສິດຮັບຊັບສິ່ງຂອງນັ້ນແລ້ວ ບຸກຄົນນັ້ນ ຕ້ອງສົ່ງຊັບສິ່ງຂອງ ຫຼື ມູນຄ່າຂອງຊັບສິ່ງຂອງນັ້ນ ຄືນໃຫ້ຜູ້ເປັນເຈົ້າຂອງ ພ້ອມທັງໝາກຜົນ ຫຼື ລາຍໄດ້ ນັບແຕ່ວັນໄດ້ຮັບເປັນຕົ້ນໄປ”. ...

Read More »