Magazine

ຄິງພາວເວີ ມະຫານະຄອນ ທີ່ພັກອາໄສສຸດຫຼູຫຼາ ໃນຕຶກສູງທີ່ສຸດຂອງປະເທດໄທ

​​ຄອນໂດ ທີ່​ພັກ​ອາໄສທີ່ທ່ານ​ສາ​ມາ​ດ​ເປັນ​ເຈົ້າ​ຂອງ​ກຳມະສິດທີ່ ຣິດຊ-ຄາຕັນ ຣິຊີເດັນ, ບາງກອກ (Ritz-Carlton Residences, Bangkok) ຄິງ​ພາວ​ເວີ​ມະ​ຫາ​ນະ​ຄອນ (King Power Mahanakhon) ເຊິ່ງ​ເປັນ​ຕຶກ​ສູງທີ່ສຸດຢູ່ປະເທດໄທ​ ທັງເປັນຈຸດໝາຍປາຍທາງທີ່ໄດ້​ເປີ​ດ​ໂຕ ​ແລະ ນຳສະເໜີ​ທີ່ພັກອາໄສທີ່ຫຼູຫຼາທີ່ສຸດຂອງ ຣິດຊ-ຄາຕັນ ຣິຊີເດັນ, ບາງກອກ (Ritz-Carlton Residences, Bangkok) ຕຶກທີ່ພັກອາໄສດັ່ງ​ກ່າວຕັ້ງຢູ່ ເຂດສາທອນ ເຊິ່ງ​ເປັນເຂດທຸລະກິດໃຈກາງນະຄອນຫຼວງບາງກອກ. ທີ່ພັກອາໄສທີ່ທ່ານສາມາດເປັນເຈົ້າຂອງກຳມະສິດຕັ້ງຢູ່ຊັ້ນທີ 23 ເຖິງ 73 ຂອງອາຄານທີ່​ມີ​ເອ​ກະ​ລັກ​ອັນ​ໂດດ​ເດັ່ນ​. ທີ່ພັກອາໄສນີ້​ມີຫ້ອງຫຼາຍຂະ​ໜາດ​ເຊິ່ງ​ເລີ່ມແຕ່ 2-4 ຫ້ອງນອນໂດຍຂະໜາດແມ່ນ 135 ຕາແມັດຈົນ​ໄປຮອດ 447 ຕາແມັດ. ນອກ​ຈາກນັ້ນ​ຜູ້ທີ່ສົນໃຈຍັງມີທາງເລືອກອື່ນ​ອີກ​ໂດຍສາ​ມາດ​ລວມ​ເອົາພື້ນທີ່​ທີ່​ພັກອາໄສຢູ່ຊັ້ນທີ 59 ເພື່ອໃຫ້​ມີເນື້ອ​ທີ່​ກວ້າງເຖິງ 1,100 ຕາແມັດ. ສະ​ຖານ​ທີ່​ດັ່ງ​ກ່າວແມ່ນ​ຢູ່​ບໍ່​ໄກ​ຈາກສະຖານີລົດໄຟ ຊອງ​ນົນ​ຊີ (Chong Nonsi BTS station), ເຊິ່ງ​ເປັນໂອກາດອັນ​ດີທີ່ຈະເປັນເຈົ້າຂອງທີ່ພັກອາໄສໃນເຂດຕົວເມືອງທີ່​ມີ​ຊື່​ສຽງ ສະ​ນັ້ນ, ຜູ້ທີ່ກໍາລັງຊອກຫາວິຖີຊີວິດຢູ່ຕົວເມືອງແບບ​ຫຼູຫຼາ ແລະ ຊີວິດຄົນໃນເມືອງກໍ່​ສາ​ມາດ​ເຂົ້າ​ມາ​ຈອງ​ໄດ້. ນອກເໜືອຈາກສິ່ງອໍານວຍຄວາມສະດວກ ແລະ ການບໍລິການທີ່ມີລະດັບຈາກ​ພະ​ນັກ​ງານ​​ຂອງຣິດຊ-ຄາ​ຕັນ ຣິ​ຊີ​ເດັນ, ທີ່ພັກອາໄສດັ່ງກ່າວຍັງມີ​ການ​ຕົບ​ແຕ່ງພາຍໃນແບບລະ​ດັບ​ໂລກໂດຍບໍ​ລິ​ສັດ David Collins ...

Read More »

ຜົນງານພົ້ນເດັ່ນຂອງລັດຖະບານໃນ 4 ເດືອນຜ່ານມາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະເໜີບົດລາຍງານ ໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ , ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 5 ມີຖຸນາ 2019 ທີ່ຜ່ານມາວ່າ: ໃນ 4 ເດືອນຜ່ານມາສະພາບການຂອງພາກພື້ນ ແລະ ສາກົນ ໄດ້ຜັນແປຢ່າງສັບສົນ,ໂດຍສະເພາະແມ່ນບັນຫາເສດຖະກິດ ຂອງໂລກ ທີ່ບໍ່ທັນຂະຫຍາຍຕົວດີ ແລະ ຄວາມຂັດແຍ່ງທາງການຄ້າລະຫວ່າງປະເທດມະຫາອໍານາດທາງດ້ານເສດຖະກິດ,ອັດຕາການຂະຫຍາຍຕົວຂອງເສດຖະກິດ ໃນພາກພື້ນຫຼຸດລົງຈາກລະດັບ 5,9% ໃນປີ 2018 ມາເປັນ 5,7% ໃນປີ 2019 ແລະ ປະເທດທີ່ກໍາລັງພັດທະນາໃນອາຊີຄາດວ່າຈະຂະຫຍາຍຕົວຫຼຸດລົງຈາກລະດັບ 6,4% ໃນປີ 2018 ມາເປັນ 6,2% ໃນປີ 2019,ນະໂຍບາຍປິດລ້ອມທາງການຄ້າ ໃນການສົ່ງອອກນໍ້າມັນ ໃນຕາເວັນອອກກາງໄດ້ສົ່ງຜົນໃຫ້ລາຄານໍ້າມັນໃນຕະຫຼາດໂລກເພີ່ມສູງຂຶ້ນ. ສະພາບດັ່ງກ່າວໄດ້ສົ່ງຜົນກະທົບທາງກົງ ແລະ ...

Read More »

THE MONUMENT THONG LO

ສຳລັບເຂດທີ່ຢູ່ອາໄສໃນກຸງເທບ ທີ່ມີຊື່ສຽງ ແລະ ຫຼາຍຄົນຮູ້ຈັກດີ ຈະຮູ້ວ່າແມ່ນຢູ່ຖະໜົນສຸຂຸມວິດ ຫຼື ທອງຫຼໍ່ເຊິ່ງເປັນເຂດທີ່ມີຄວາມສຳຄັນ ແລະ ໄດ້ຮັບຄວາມນິຍົມທີ່ສຸດສຳລັບຄົນໃນຕົວເມືອງກຸງເທບ ເພາະເຂດນີ້ເປັນເຂດສະດວກສະບາຍທີ່ສຸດ ບໍ່ວ່າຈະເປັນເລື່ອງການເດີນທາງ, ອາຫານ, ຮ້ານຄາເຟ່ ແລະ ບາທີ່ມີເອກະລັກໂດດເດັ່ນ ຄົນກຸງເທບນິຍົມໄປທ່ຽວຫຼາຍທີ່ສຸດ.ບໍ່ພຽງເທົ່ານັ້ນ, ເຂດທອງຫຼໍ່ ຍັງເປັນເຂດທີ່ຢູ່ອາໄສຂອງບຸກຄົນສໍາຄັນ ແລະ ນັກທຸລະກິດທີ່ມີອິດທິພົນຂອງປະເທດ ເພາະເປັນເຂດທີ່ມີຄວາມສະຫງົບ, ປອດໂປ່ງ ແລະ ຄວາມເປັນສ່ວນຕົວທີ່ສຸດ. ຖ້າໃຜຫາກໄດ້ຜ່ານໄປແຖວທອງຫຼໍ່ ຈະສັງເກດເຫັນສະຖາປັດຕະຍາກໍາຕຶກອາຄານສູງ ທີ່ເປັນຮູບຊົງ Monolith“ໂມໂນລິດ” ແຫ່ງທໍາອິດຂອງປະເທດໄທ ແລະ ຍັງເປັນໂຄງການທີ່ສູງທີ່ສຸດໃນເຂດທອງຫຼໍ່ ດີໄຊ໌ ທີ່ເອີ້ນວ່າເປັນ World-class Designທີ່ເຂດໃຈກາງເມືອງ ແລະ ເຂດສຳຄັນທົ່ວໂລກມັກນິຍົມກັນສ້າງອາຄານສະຖາປັດຕະຍາກຳ “ໂມໂນລິດ” ມີເອກະລັກໂດດເດັ່ນ ຮູບຊົງເປັນແທ່ງຊື່ສູງ ແລະ ມີອັດຕາສ່ວນລະຫວ່າງ ຄວາມກ້ວາງຂອງຖານອາຄານຕໍ່ຄວາມສູງຂອງອາຄານຢູ່ທີ່ 1:10ເຊິ່ງກໍບໍ່ແປກໃຈເລີຍທີ່ຈະເຮັດໃຫ້ໂຄງການນີ້ ກຸ້ມຄ່າແກ່ການເປັນເຈົ້າຂອງ ເພາະຄວາມແຕກຕ່າງທີ່ໂດດເດັ່ນຈະສະແດງເຖິງລົດນິຍົມ ແລະ ບົ່ງບອກຕົວຕົນຂອງຜູ້ເປັນເຈົ້າຂອງ. THE MONUMENT THONG LOເປັນໂຄງການຈາກແສນສິລິ ຄືແລນມາກແຫ່ງໃໝ່ ໃນຖະໜົນເສັ້ນຫຼັກຂອງເຂດທອງຫຼໍ່ ແລະ ເປັນເປົ້າໝາຍທີ່ຢູ່ອາໃສຂອງລູກຄ້າກຸ່ມ “Luxury” ເພາະດ້ວຍເຂດທີ່ຕັ້ງ ທີ່ມີອັດຕາລາຄາດິນທີ່ສູງຂຶ້ນຢ່າງຕໍ່ເນື່ອງ ແລະ ...

Read More »

Market Trend ໃນປີ 2020 ຈະມີຫຍັງແດ່?

ຫົວໃຈສໍາຄັນຂອງການພັດທະນາທຸລະກິດແບບຢືນຍົງກໍຄື ການເບິ່ງໂລກໄລຍະໄກ ໃຫ້ເຫັນຮອດອະນາຄົດ ເພາະເມື່ອຍຸກສະໄໝປ່ຽນໄປ ພຶດຕິກໍາ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກກໍຕ້ອງປ່ຽນໄປນໍາ. ສິ່ງເຫຼົ່ານີ້ຈຶ່ງມີຄວາມຈໍາເປັນທີ່ບັນດາຜູ້ປະກອບການຕ້ອງໄດ້ຮຽນຮູ້ເພື່ອໃຫ້ຕາມກະແສໂລກໃຫ້ທັນ, ຖ້າເຮົາຮູ້ອະນາຄົດ ນັ້ນໝາຍຄວາມວ່າ ເຮົາສາມາດສ້າງສິ່ງຕ່າງໆໃຫ້ກົງກັບຄວາມຕ້ອງການຂອງຄົນຮຸ່ນຕໍ່ໄປໄດ້, ບໍ່ວ່າຈະເປັນນະວັດຕະກໍາ ຫຼືການປັບປຸງແຜນການເຮັດວຽກໃຫ້ສອດຄ່ອງກັບກະແສຄວາມນິຍົມທີ່ຈະເກີດຂຶ້ນໃນອະນາຄົດ. ເພື່ອໃຫ້ການພັດທະນາທຸລະກິດຂອງທ່ານໃນມື້ນີ້ຍືນຍົງ ເຮົາມາ ”ອັບເດດ” ນໍາກັນວ່ານະວັດຕະກຳ ແລະຄ່ານິຍົມ ໃນປິ 2020 ຈະມີຫຍັງທີ່ມາແຮງແດ່? E-Mobility: ຈະດີແນວໃດ ຖ້າລົດຂອງທ່ານບໍ່ຕ້ອງໃສ່ນໍ້າມັນອີກຕໍ່ໄປ. ເພາະປີ 2020 ຈະເປັນຍຸກຂອງການຂັບເຄື່ອນດ້ວຍລະບົບໄຟຟ້າ ທີ່ຈະປ່ຽນພະລັງງານເຊື້ອໄຟໃນການຂັບເຄື່ອນ ຈາກນໍ້າມັນມາເປັນພະລັງງານໄຟຟ້າ, ເຊິ່ງທ່ານຈະສາມາດຕຶ່ມພະລັງງານຂັບເຄື່ອນໄດ້ດ້ວຍການສາກໄຟຟ້າເຂົ້າໄປໃນກ້ອນຖ່ານ (Battery) ປະສິດທິພາບສູງ ແລະ ຄາດວ່າໃນປີ 2020 ຈະມີພາຫະນະທີ່ຂັບເຄື່ອນດ້ວຍລະບົບໄຟຟ້າ ທັງ 2 ລໍ້ ແລະ 4 ລໍ້ ອອກມາວາງຂາຍຫຼາຍກວ່າ 40 ລ້ານຄັນທົ່ວໂລກ. Green Concept: ຍິ່ງເຮົາກໍາລັງກ້າວເຂົ້າໄປໃນໂລກເຕັກໂນໂລຊີ ຫຼາຍເທົ່າໃດ ເຮົາກໍຍິ່ງຕ້ອງໃຫ້ຄວາມສໍາຄັນກັບສິ່ງແວດລ້ອມຫຼາຍຂຶ້ນ. ໂລກໃນຍຸກປີ 2020 ຈະໃຫ້ຄວາມສໍາຄັນກັບແນວຄິດສີຂຽວຫຼາຍຂຶ້ນ ເຊັ່ນ: ສະພາບອາກາດໂລກທີ່ປັ່ນປ່ວນຫຼາຍຂຶ້ນ, ການສ້າງອາຄານ, ສໍານັກງານ ຫຼື ບ່ອນພັກອາໄສ ຈະຖືກອອກແບບໃຫ້ເປັນລັກສະນະສີຂຽວ ...

Read More »

ຈະຫັນ SMEs ອອກຈາກກິດຈະການທີ່ບໍ່ເປັນທາງການແນວໃດ?

ຈາກຜົນການສຳຫຼວດໃນປີ 2016 ພົບວ່າ: ປະມານ 86% ຂອງວິສາຫະກິດຢູ່ລາວ ແມ່ນຈັດເປັນປະເພດຈຸລະວິສາຫະກິດ ຫຼື ເປັນທຸລະກິດຄອບຄົວ ທີ່ດຳເນີນກິດຈະການແບບບໍ່ເປັນທາງການ (Informal Sector) ໂດຍບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ. ນັ້ນກາຍເປັນອຸປະສັກໜຶ່ງ ທີ່ເຮັດໃຫ້ຜູ້ປະກອບກິດຈະການເຫຼົ່ານັ້ນ ບໍ່ສາມາດໄດ້ຮັບປະໂຫຍດຈາກນະໂຍບາຍສົ່ງເສີມຂອງລັດຖະບານ ເປັນຕົ້ນແມ່ນ ການເຂົ້າເຖິງແຫຼ່ງທຶນ,​ ການຍົກລະດັບຂີດຄວາມສາມາດ ແລະ ອື່ນໆ.​ ໃນຂະນະທີ່ພາກລັດເອງ ກໍຂາດສະຖິຕິຂໍ້ມູນທີ່ຖືກຕ້ອງແນ່ນອນ ກ່ຽວກັບຈໍານວນຫົວໜ່ວຍຜູ້ປະກອບກິດຈະການ ທີ່ກຳລັງເຄື່ອນໄຫວດ້ານໃດໜຶ່ງ ອັນເຮັດໃຫ້ລັດຖະບານ ບໍ່ສາມາດເກັບລາຍຮັບຈາກພາສີອາກອນເຂົ້າງົບປະມານແຫ່ງຊາດໄດ້ຢ່າງເຕັມສ່ວນ. ສະນັ້ນ, ບັນຫາທີ່ມີຜູ້ດຳເນີນກິດຈະການແບບບໍ່ເປັນທາງການ ຈິ່ງເປັນໜຶ່ງໃນບັນຫາທີ່ລັດຖະບານ ຄວນເອົາໃຈໃສ່. ຜົນການສຶກສາໃນທົ່ວໂລກ ໄດ້ຊີ້ໃຫ້ເຫັນວ່າ: ລະບຽບກົດໝາຍທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ຊຸກຍູ້ໃຫ້ຜູ້ປະກອບກິດຈະການ ເລືອກທີ່ຈະດຳເນີນທຸລະກິດຢູ່ນອກລະບົບ. ຍ້ອນຄວາມເປັນຈິງທີ່ວ່າ ການຢູ່ນອກລະບົບອາດເພີ່ມກຳໄລໃຫ້ແກ່ຜູ້ປະກອບກິດຈະການໃນໄລຍະສັ້ນ ໂດຍການຫຼີກ ການເສຍພັນທະອາກອນ, ການແບກຫາບພາລະທີ່ເກີດຈາກການບໍລິຫານ-ຄຸ້ມຄອງລັດ ທີ່ອາດບໍ່ມີປະສິດທິຜົນພຽງພໍ ແລະ ການປະກອບສ່ວນເຂົ້າໃນຄວາມປອດໄພທາງສັງຄົມ. ການຫຼີກຄວາມຫຍຸ້ງຍາກ ແລະຄ່າໃຊ້ຈ່າຍທີ່ໄດ້ກ່າວມານັ້ນ ແນ່ນອນວ່າຈະເຮັດໃຫ້ຜູ້ປະກອບກິດຈະການ ມີຄວາມຄ່ອງຕົວຫຼາຍຂຶ້ນໃນການດຳເນີນກິດຈະການຂອງພວກເຂົາ. ດັ່ງນັ້ນ ຈິ່ງບໍ່ເປັນໜ້າແປກໃຈວ່າ: ເປັນຫຍັງຜູ້ປະກອບການຈໍານວນຫຼາຍຈິ່ງເລືອກທີ່ຈະເຄື່ອນໄຫວຢູ່ນອກລະບົບ.  ຈາກຜົນການປະເມີນຕົວຊີ້ວັດ ນະໂຍບາຍສົ່ງເສີມວິສາຫະກິດຂະໜາດນ້ອຍແລະກາງ ຫຼື ເອັສເອັມອີ (SMEs) ຂອງອາຊຽນ ປີ 2018 ໄດ້ຊີ້ໃຫ້ເຫັນວ່າ: ...

Read More »

ແ​ມ່ນ​ແທ້​ບໍ່ ທີ່ຄົນ​ລາວ​ເປັນ​ຄົນ “​ບໍ່​ຫ່ວງ​ໂລກ”​?

ສະ​ບາຍ​ດີບັນ​ດາ​ທ່ານ​ນັກ​ອ່ານຄວາມ​ໝາຍ​ທີ່ຢ​າກ​ສື່​ເຖິງ ມັນ​ບໍ່​ໄດ້​ກ່ຽວ​ກັບ​ໂລກ​ຮ້ອນແຕ່​ຢ່າງ​ໃດ ແຕ່​ມັນ​ກ່ຽວ​ຂ້ອງ​ກັບ​ຄຸນ​ລັກ​ສະ​ນະ​ນິດ​ໄສ​ພາຍ​ໃນຂອງ​ຄົນ​ລາວ​ເຮົາ​ທີ່​ຕ້ອງປັບ​ປຸງ​ແກ້​ໄຂ ຖ້າ​ຢາກ​ໃຫ້​ປະ​ເທດ​ຊາດ​ພັດ​ທະ​ນາ​ກ້າວ​ໜ້າ​ໄປ​ໄກ ກໍ​ຕ້ອງ​ເລີ່ມ​ຕົ້ນ​ແກ້​​ທີ່​ນິດ​ໄສ​ຂອງ​ຄົນ​ໃນ​ຊາດ​ກ່ອນ. ແນ່ນອນ​​ເລື່ອງ​​ທີ່ຈະ​ເລົ່າ​ຕໍ່​ໄປ​ນີ້​ແມ່ນ​ມີ​​ທີ່​ມາ ແລະ ສາ​ເຫດ, ເພາະຂ້າ​ພະ​ເຈົ້າ​ບັງ​ເອີນ​ໄປ​ອ່ານ​ປຶ້ມ​ເກົ່າໆຫົວ​ໜຶ່ງ​ທີ່​ເກົ່າ​ແກ່​ຕັ້ງ​ແຕ່​ປີ 1974ມີ​ຕອນ​ໜຶ່ງ​ຂຽນ​ວ່າ “ນິດ​ໄສ​ຄົນ​ລາວ​ມັກ​ມ່ວນ, ມັກ​ກິນ, ມັກ​ງ່າຍ ແລະ ມັກ​ບໍ່​ມີ​ຄວາມ​ກັງ​ວົນ ເປັນ​ຄົນ​ນິດ​ໄສ​ບໍ່​ຫ່ວງ​ໂລກ” ຜູ້​ອ່ານ​ບາງ​ຄົນ​ອາດ​ຈະ​ຍັງ​ສົງ​ໄສ​ຢູ່​ວ່າ ແລ້ວ​ມັນ​ກ່ຽວ​ກັບ​ການ​ເຮັດ​ວຽກ​ຢູ່​ບ່ອນ​ໃດ? ເລື່ອງນີ້​ຄົງ​ຕ້ອງ​ກັບ​ໄປ​ອ່ານ​ຂ່າວ​ຄືນ​ອີກ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ອອກ​ມາ​ແນະ​ນຳ​ໃຫ້​ຄົນ​ລາວ​ຕ້ອງ​ປ່ຽນ​ວິ​ທີ​ການ​ຜະ​ລິດ​ແບບ​ໃໝ່ ບໍ່​ແມ່ນ​ປູກ​ເຂົ້າ​ພໍ​ແຕ່​ກຸ້ມ​ກິນ​ແລ້ວ​ກໍ​ພໍ ຕ້ອງ​ປູກ​ເຂົ້າ​ເຫຼືອ​ເພື່ອ​ຈຳ​ໜ່າຍ​ເປັນ​ສິນ​ຄ້າ ຫາ​ລາຍ​ໄດ້​ທ້ອນ​ໂຮມ​ເງິນ​ໄວ້​ມື້​ໜ້າ ບໍ່​ແມ່ນ​ວ່າຫາ​ໄດ້​​ຊ່ຳ​ໃດ ກໍ​ກິນ​ຊ່ຳນັ້​ນ ໝົດ​ແລ້ວ​ຈິ່ງ​ໄປ​ຫາ​ໃໝ່ ໂດຍບໍ່​ສົນ​ໃຈ​ວ່າມື້​ໜ້າ​ຈະ​ຍັງ​ຫາ​ໄດ້​ແບບ​ເກົ່າ​ຢູ່​ບໍ? ຍິ່ງ​ບາງ​ຄົນ​ຫາ​ໄດ້​ຫ້າ ພັດ​ກິນ​ສິບ ອັນ​ນີ້ບໍ່​ແມ່ນ​ນິດ​ໄສ​ທີ່ບໍ່​ຫ່ວງ​ໂລກ ແຕ່​ເປັນ​​ນິດ​ໄສທີ່​ບໍ່​ຫ່ວງ​ອະ​ນາ​ຄົດ​ຕົນ​ເອງ ເພາະ​ຕ້ອງ​ເກີດ​ເປັນ​ໜີ້​ສິນ​ຕ່າງໆ​ຕາມ​ມາ. ບາງ​ຄົນ​ກໍ​ວ່າ ຍ້ອນ​ແຜ່ນ​ດິນ​ລາວ​ອຸ​ດົມ​ສົມ​ບູນ ໃນ​ນ້ຳ​ມີ​ປາ ​ເມື່ອ​ດຳ​ນາ​ແລ້ວ ກໍ​ຂຶ້ນນອນ​ຢູ່​ເທິງ​ຖຽງ​ນາ ​ຢ່າງ​ເຢັນສະ​ບາຍ​ອຸ​ລາ ຂອງວ່າ​ແຜ່ນ​ດິນ​ລາວ​ເຕັມ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ. ແຕ່​ກໍ​ຕ້ອງ​ຂໍ​ໂທດ ນັ້ນ​ເປັນ​ອະ​ດີດ​ໄປ​ແລ້ວ ເພາະ​ປັດ​ຈຸ​ບັນ​ນີ້ ຊັບ​ພະ​ຍາ​ກອນ​ກຳ​ລັງ​ຈະ​ໝົດ​ແລ້ວ ເມື່ອ​​ກ່ອນດິນ​ງາມ ແຕ່​ດຽວນີ້ ບໍ່​ຄື​ເກົ່າ​ແລ້ວ ແຕ່​ຖ້າ​ຍັງ​ມາ​ມົວ​ເມົາ​ ບຸນ​ບ້ານ​ເຮົາ​ຄ່ອຍຫຼິ້ນ​ຄ່ອຍ​ກິນ​ຢູ່ ຍາກ​​ສຸດທີ່​ປະ​ເທດ​ຊາດ​ຈະ​ພັດ​ທະ​ນາ​ໄດ້ ຖ້າບໍ່​ປ່ຽນ​ມາ​ເປັນ​ແບບ​ໃໝ່​ທີ່​ວ່າ “ບຸນ​ບ້ານ​ເຮົາ ​ຟ້າວຫຼິ້ນ​ຟ້າວ​ກິນ ເພາະ​ຕ້ອງ​ຟ້າວ​ໄປ​ເຮັດ​ວຽກ”. ບາດນີ້ ຂໍ​ກັບ​ມາ​ໃສ່​ເນື້ອ​ໃນຫຼັກ​ທີ່​ວ່າ ການ​ມີ​ນິດ​ໄສທີ່ມັກ​ງ່າຍ ...

Read More »

ການລົງທຶນໃນຮຸ້ນ

ຜູ້ອ່ານຫຼາຍທ່ານອາດເຄີຍໄດ້ຍິນປະໂຫຍກທີ່ວ່າ“ຄົນທຸກຫຼິ້ນຫວຍ ຄົນຮັ່ງມີຫຼິ້ນຮຸ້ນ”ແຕ່ທ່ານຮູ້ຫຼືບໍ່ວ່າ: ການເຂົ້າໄປລົງທຶນໃນຮຸ້ນຂອງບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບນັ້ນ ພຽງທ່ານມີເງິນເລີ່ມຕົ້ນ 2-3 ແສນກີບ ກໍສາມາດຊື້ຮຸ້ນໄດ້ແລ້ວ. ສະນັ້ນ ໃນບົດຄວາມນີ້ ຜູ້ຂຽນຈະມານຳສະເໜີອີກທາງເລືອກໜຶ່ງໃນການເພີ່ມພູນມູນຄ່າໃຫ້ແກ່ ການທ້ອນເງິນຂອງທ່ານ ໂດຍນຳເອົາຂໍ້ມູນຂອງ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ມາປະກອບການນຳສະເໜີ. ການລົງທຶນໃນຕະຫຼາດທຶນລາວ ສາມາດລົງທຶນໄດ້ໃນ ສອງຕະຫຼາດ ຄື: ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ (ຕະຫຼາດຫຼັກຊັບລາວ). ການເຂົ້າໄປຊື້ຮຸ້ນຂອງບໍລິສັດທີ່ອອກຮຸ້ນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວນັ້ນ ກໍຄືການເຂົ້າໄປເປັນເຈົ້າຂອງບໍລິສັດນັ້ນໆ ເຊັ່ນ: ເມື່ອທ່ານຊື້ຮຸ້ນຂອງ ຜ-ຟຟລ ທ່ານກໍຈະມີຖານະເປັນ ຜູ້ຖືຮຸ້ນ ຫຼື ເຈົ້າຂອງບໍລິສັດ ຕາມສັດສ່ວນຮຸ້ນທີ່ທ່ານຖືຄອງ, ແລະ ເມື່ອບໍລິສັດມີຜົນກຳໄລ ຈາກການດຳເນີນທຸລະກິດ ທ່ານຜູ້ຖືຮຸ້ນກໍຈະໄດ້ຮັບເງິນປັນຜົນຕາມສັດສ່ວນຮຸ້ນທີ່ທ່ານຖືຄອງ. ການລົງທຶນຊື້ຮຸ້ນໃນຕະຫຼາດຂັ້ນໜຶ່ງ ເປັນການຊື້ຮຸ້ນໂດຍກົງຈາກບໍລິສັດທີ່ອອກຮຸ້ນ ຕົວຢ່າງ: ຜ-ຟຟລ ເປີດຈອງ ຊື້ຮຸ້ນຄັ້ງທຳອິດໃນຕະຫຼາດຂັ້ນໜຶ່ງ ວັນທີ 16 – 24 ທັນວາ 2010, ເຊິ່ງ ຜ-ຟຟລ ໄດ້ປະກາດຂໍ້ມູນກ່ຽວກັບບໍລິສັດໃນໜັງສືຊວນຊື້ ເຊິ່ງລວມມີ: ຂໍ້ມູນທົ່ວໄປ, ຕົວເລກທາງການເງິນປີຜ່ານມາ, ຜູ້ບໍລິຫານ, ...

Read More »

ເລື່ອງທີ່ຄວນຮູ້ກ່ຽວກັບການຕະຫຼາດຍຸກ 5.0

ບັນດາ SMEs, Startups ແລະ ຫົວໜ່ວຍທຸລະກິດ ລວມໄປເຖິງນັກການຕະຫຼາດທັງຫຼາຍ ອາດຈະຮູ້ຈັກກັບ “ການຕະຫຼາດ ຍຸກ 5.0”ນີ້ເປັນຢ່າງດີ ວ່າເປັນການຕະຫຼາດທີ່ເນັ້ນໃຊ້ສື່ Digital ໃນການເຂົ້າເຖິງກຸ່ມເປົ້າໝາຍ ເພື່ອນໍາສະເໜີເນື້ອໃນ (Content)ຫຼືການໂຄສະນາສົ່ງເສີມການຂາຍ (Promotion)ເດັດໆທີ່ຕົນເອງມີຢູ່ໃຫ້ລູກຄ້າໄດ້ຮັບຮູ້ ຈົນນໍາໄປສູ່ການ “ປິດການຂາຍ”ກໍຄືລູກຄ້າຕັດສິນໃຈຊື້ສິນຄ້ານັ້ນເອງ. ແຕ່ທັງໝົດທີ່ທ່ານຮູ້ ແລະ ປະຕິບັດມານັ້ນມັນອາດຈະຍັງບໍ່ພຽງພໍ, ເພາະທ່ານຈໍາເປັນຕ້ອງມີຍຸດທະສາດທີ່ຊ່ວຍໃຫ້ການໃຊ້ຊ່ອງທາງເຫຼົ່ານັ້ນ ໃຫ້ມີປະສິດຕິພາບຫຼາຍຂຶ້ນ. ເຊິ່ງແນ່ນອນວ່າ ທາງວາລະສານທາເກັດຂອງພວກເຮົາ ກໍໄດ້ກະກຽມຂໍ້ມູນດີໆໄວ້ໃຫ້ທ່ານຮຽບຮ້ອຍແລ້ວ ຈະເປັນແນວໃດນັ້ນ ມາອ່ານເບິ່ງເລີຍ!!! Conversion is King ສໍາລັບການເຮັດການຕະຫຼາດໃນຍຸກ Digital ເຮົາມັກຈະລຶ້ງເຄີຍກັບຄໍາວ່າ “Content is King”ແຕ່ທ່ານເຄີຍຕັ້ງຄໍາຖາມໃຫ້ກັບການສ້າງ Content ຫຼືບໍ່ວ່າ ສຸດທ້າຍແລ້ວເນື້ອໃນບົດຄວາມດີໆທີ່ທ່ານສົ່ງອອກໄປເຖິງກຸ່ມເປົ້າໝາຍນັ້ນ ສາມາດປ່ຽນເຂົາເຈົ້າໃຫ້ກາຍເປັນລູກຄ້າຂອງທ່ານໄດ້ຈັກຄົນ, ແລ້ວເພີ່ມຍອດຂາຍໃຫ້ກັບທຸລະກິດໄດ້ຫຼາຍປານໃດ? ລອງກັບໄປຖາມຕົວເອງເບິ່ງ ແລ້ວທ່ານຈະຮູ້ວ່າສິ່ງທີ່ສໍາຄັນທີ່ສຸດແທ້ໆ ບໍ່ແມ່ນ “Content” (ເນື້ອໃນ) ແຕ່ມັນແມ່ນ “Conversion”(ການຫັນປ່ຽນ) ນັ້ນເອງ. ປະສົບການມີອິດທິພົນ ເໜືອກວ່າຄຸນນະພາບ ແລະ ລາຄາ ທ່ານອາດຈະລຶ້ງເຄີຍກັບການແຂ່ງຂັນດ້ານລາຄາ ຫຼືຄຸນນະພາບຂອງສິນຄ້າ ແຕ່ສິ່ງທີ່ໄດ້ບອກຄື ການເຮັດທຸລະກິດຍຸກ 5.0 “ປະສົບການຂອງລູກຄ້າ” ...

Read More »

ບັນດານະໂຍບາຍ ແລະ ມາດຕະການປີ 2019 (ຕໍ່)

ດ້ານງົບປະມານ: ປະຕິບັດເບີກຈ່າຍເງິນນະໂຍບາຍ-ເງິນອຸດໜູນນາຍບ້ານໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ. ປັບປຸງກົນໄກການເບີກຈ່າຍເງິນເດືອນ ເງິນນະໂຍບາຍຕ່າງໆຜ່ານລະບົບທະນາຄານໃຫ້ມີປະສິດທິຜົນສູງ; ຮັບປະກັນໃຫ້ມີຄວາມສາມາດເບີກຈ່າຍທັນເວລາທີ່ກໍານົດໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນກໍສ້າງກົນໄກໃໝ່ຮ່ວມກັບຂະແໜງ ປກສ. ປກຊ ໃນການຫັນການເບີກຈ່າຍເງິນທຶນ; ເງິນນະໂຍບາຍຂອງກໍາລັງບໍລິຫານເຂົ້າສູ່ລະບົບທະນາຄານ, ເພີ່ມທະວີກົນໄກປະສານສົມທົບໃນວຽກງານການກວດສອບ ແລະ ການແກ້ໄຂຜົນການກວດສອບເພື່ອໃຫ້ການຄຸ້ມຄອງລາຍຮັບ ລາຍຈ່າຍເຂົ້າສູ່ລະບົບງົບປະມານຕາມລະບຽບການ ແນໃສ່ປະຕິບັດໃຫ້ເຂັ້ມງວດຕໍ່ວິໃນແຜນການ ແລະ ວິໃນການເງິນ, ຜັນຂະຫຍາຍກົດໝາຍ ແລະ ອອກນິຕິກໍາລຸ່ມກົດໝາຍ ທີ່ສໍາຄັນ ເພື່ເປັນບ່ອນອີງໃຫ້ແກ່ການຈັດຕັ້ວປະຕິບັດລາຍຈ່າຍງົບປະມານໃຫ້ມີປະສິດທິຜົນ ແລະ ສອດຄ່ອງຕາມລະບຽບການເປັນຕົ້ນ. ຄໍາແນະນໍາວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ; ປັບປຸງນິຕິກໍາ ແລະ ກົນໄກປະຕິບັດລາຍຮັບ-ລາຍຈ່າຍວິຊາການ ແລະ ກອງທຶນຂອງລັດໃຫ້ເໝາະສົມຄ່ອງຕົວ ແລະ ມີຄວາມວ່ອງໄວຂຶ້ນກວ່າເກົ່າ; ສືບຕໍ່ປັບປຸງ ແລະ ອອກຄໍາແນະນໍາຕ່າງໆເຊັ່ນ: ການກວດກາຫຼັງການຈ່າຍ, ກໍານົດໝາຍນໍາໃຊ້ລາຍຈ່າຍບໍລິຫານຂອງລັດ ຕິດພັນກັບນະໂຍບາຍປະຢັດມັດທະຍັດ ແລະ ນິຕິກໍາອື່ນໆ ສືບຕໍ່ຈັດຕັ້ງປະຕິບັດ ແລະ ປະສານສົບທົບພາກສ່ວນກ່ຽວຂ້ອງ ເພື່ອກວດກາຄືນຄວາມສອດຄ່ອງ ໃນການປະຕິບັດນະໂຍບາຍເງິນອຸດໜຸນ ຢູ່ເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານແທດເໝາະຄວາມເປັນຈິງ ແລະ ບໍ່ໃຫ້ມີຊ່ອງວ່າງ ປະຕິບັດນະໂຍບາຍ ແລະ ມາດຕະການປະຢັດຢ່າງເຂັ້ມງວດ ແລະ ໃຫ້ເປັນຮູບປະທໍາແທ້ ໂດຍໃຫ້ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ຄົ້ນຄວ້າກໍານົດອອກເປັນມາດຕະການ, ແຜນດໍາເນີນງານ ...

Read More »

ເຈົ້າຂອງບໍລິສັດຢູນິເທັກ ລາວ (UniqTek) ຜູ້ທີ່ມີວິໄສທັດຫັນເປັນຍຸກດີຈິຕອນ

ດັ່ງທີ່ທ່ານໄດ້ຮູ້ນຳກັນແລ້ວວ່າລັດຖະບານລາວກຳລັງພັດທະນາປະເທດເພື່ອຫັນເປັນອຸດສາຫະກຳແລະທັນສະໄໝຕາມທິດສີຂຽວແລະຍືນຍົງ. ເພື່ອໃຫ້ເຮັດໄດ້ແນວນັ້ນຈຶ່ງຈຳເປັນຕ້ອງສ້າງພື້ນຖານເຕັກນິກກໍຄືເຄື່ອງມືອັນທັນສະໄໝປະກອບໃຫ້ກັບພາກລັດແລະທຸລະກິດ. ຍ້ອນແນວນີ້ຈຶ່ງເກີດມີຊ່ອງຫວ່າງໃນການສ້າງທຸລະກິດທີ່ໃຫ້ບໍລິການດ້ານນີ້ຂຶ້ນແລະວາລະສານທາເກັດຢາກມາແລກປ່ຽນກັນກ່ຽວກັບບໍລິສັດຢູນິເຕັກລາວ (UniqTek). ໂດຍສະເພາະໃນທີ່ນີ້ພວກເຮົາໄດ້ສຳພາດແລະທຳຄວາມ ຮູ້ຈັກກັບນັກທຸລະກິດໜຸ່ມໄຟແຮງຜູ້ທີ່ມີວິໄສທັດກ່ຽວກັບຍຸກການຫັນເປັນດີຈິຕອນຄືທ່ານຈັນດາວົງສຸດທິທຳຫຼື(ຕ້ອມ) ເຊິ່ງເປັນຜູ້ສ້າງຕັ້ງແລະຜູ້ອຳນວຍການຂອງບໍລິສັດນີ້. ບໍລິສັດ ຢູນິເຕັກລາວ (UniqTek) ເຮັດທຸລະກິດຕົ້ນຕໍ ດ້ານການລົງທຶນໃສ່ພື້ນຖານໂຄງລ່າງດ້ານດີຈິຕອນ (Digital infrastructure) ໃຫ້ລັດຖະບານ ແລະ ຜູ້ປະກອບການ. ການຈະກ້າວສູ່ອຸດສາຫະກຳຍຸກ 4.0 ພວກເຮົາຈະໄດ້ຍິນກ່ຽວກັບການເຊື່ອມຕໍ່ສື່ສານອັດຕະໂນມັດຂອງອຸປະກອນເຄື່ອງໃຊ້ (Internet of Things) ແລະ ການພັດທະນາ ເປັນຕົວເມືອງອັດສະລິຍະ (Smart Cities). ກ່ອນຈະມີໄດ້ແນວນັ້ນມີຄວາມຈຳເປັນທີ່ຈະຕ້ອງມີການປູພື້ນທາງດ້ານພື້ນຖານໂຄງລ່າງເສຍກ່ອນ. ພື້ນຖານໂຄງລ່າງບໍ່ວ່າຈະເປັນ Reality Capture ຫລື Laser Scan ເພື່ອເບິ່ງໂຄງສ້າງເຮືອນ ຫຼື ໂຮງຈັກໂຮງງານໃນການຈັດເກັບແຜນທີ່ ຫຼື ໂຄງສ້າງໃນລະບົບດີຈິຕອນ. ບາງໂຄງການທີ່ບໍລິສັດ ຢູນິເຕັກລາວ (UniqTek) ໃຫ້ບໍລິການແມ່ນການຊ່ວຍລັດຖະບານໃນການພັດທະນາລະບົບການສຳຫຼວດທີ່ດິນໃນທົ່ວປະເທດຈາກລະບົບທີ່ມີໃນປະຈຸບັນ ຫຼື ແບບ “ແມນນວນ” (Manual) ທີ່ໃຊ້ການບັນທຶກໃສ່ເຈ້ຍໃຫ້ເປັນລະບົບດີຈິຕອນ. ໝາຍຄວາມວ່າໃຊ້ດາວທຽມຊ່ວຍຈັບຈຸດພິກັດ ເຊິ່ງຈະຊ່ວຍໄດ້ຫຼາຍ ເພື່ອໃຫ້ສາມາດສຳເລັດວຽກໂດຍໄວ, ໃຊ້ຄົນໜ້ອຍລົງ ແລະ ມີຄວາມຊັດເຈນສູງຂຶ້ນ. ກ່ອນທີ່ຈະມາເຮັດທຸລະກິດນີ້, ທ່ານ ຈັນດາວົງ ສຸດທິທຳ ແມ່ນໄດ້ຮຽນຈົບປະລິນຍາຕີຈາກມະຫາວິທະຍາໄລ ...

Read More »