Special Scope

ດອກເບ້ຍການກູ້ຢືມເງິນສູງ ແລະ ກົດໝາຍ

ສັງຄົມລາວເຮົາມັກເວົ້າກັນວ່າບໍ່ຈຳເປັນແທ້ໆ ບໍ່ໄປກູ້ຢືມເປັນໜີ້ເປັນສິນຜູ້ໃດ…ແຕ່ໃນສະພາບເສດຖະກິດ ແລະ ສັງຄົມ ໃນປັດຈຸບັນທີ່ມີຄ່າຄອງຊີບສູງ, ມີລາຍຈ່າຍຫຼາຍ ແຕ່ໃນເວລາດຽວກັນລາຍໄດຊ້ຳພັດຍັງເທົ່າເກົ່າ ຫຼື ໜ້ອຍກວ່າເກົ່າ (ເມື່ອທຽບກັບຄ່າເງິນກີບທີ່ອ່ອນຄ່າລົງຕາມລຳດັບ), ບາງຄັ້ງໃນຢາມເຈັບເປັນ ຫຼື ມີຄວາມຈຳເປັນຕ້ອງໄດ້ໃຊ້ເງິນ; ຫຼື ຈຳເປັນລົງທຶນເພີ່ມສຳລັບຂະຫຍາຍກິດຈະການ, ຫ້າງຮ້ານ ແລະ ອື່ນໆ ເພື່ອສະພາບຄ່ອງໃນການດຳເນີນທຸລະກິດ ກໍຕ້ອງໄດ້ “ກູ້ໜີ້ຢືມສິນ” ຈາກຜູ້ອື່ນ ເພື່ອນຳມາແກ້ໄຂຄວາມຫຍຸ້ງຍາກຂາດເຂີນ ໃນຊີວິດປະຈຳວັນ ຫຼື ເພື່ອຊຸກຍູ້ທຸລະກິດໃຫ້ເຕີບໃຫຍ່.ຖ້າໄປກູ້ຢືມເງິນນຳທະນາຄານ ຫຼື ສະຖາບັນການເງິນ ກໍມີຫຼາຍຂັ້ນຕອນຫຍຸ້ງຍາກ ແລະ ຕ້ອງໄດ້ລໍຖ້າການອະນຸມັດທີ່ອາດໃຊ້ເວລາຫຼາຍເດືອນຈຶ່ງຈະໄດ້ເງິນ ໂດຍສະເພາະສຳລັບນັກທຸລະກິດແລ້ວ ກວ່າຈະໄດ້ເງິນກູ້ຢືມມາ ໂອກາດໃນການໄດ້ລູກຄ້າ ຫຼື ສັ່ງວັດຖຸດິບກໍອາດບໍ່ທັນການແລ້ວກໍເປັນໄດ້, ສະນັ້ນ ການກູ້ຢືມເງິນຈາກບຸກຄົນ ບໍ່ວ່າຈະເປັນໝູ່ເພື່ອນ, ຍາດຕິພີ່ນ້ອງ ຫຼື ຈາກຜູ້ທີ່ໃຫ້ບໍລິການເງິນກູ້ຢືມເປັນອາຊີບ ເອີ້ນວ່າ: “ເຈົ້າໜີ້ນອກລະບົບທະນາຄານ” ຈຶ່ງເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ແລະ ບາງຄັ້ງເຖິງແມ່ນວ່າດອກເບ້ຍກູ້ຢືມສູງກວ່າທະນາຄານ ຫຼື ສະຖາບັນການເງິນ ຫຼາຍໆຄົນກໍຈຳຍອມເພາະຄວາມຈຳເປັນ ດັ່ງທີ່ກ່າວມາແລ້ວນັ້ນ. ເມື່ອເປັນແນວນີ້ ກົດໝາຍບ້ານເຮົາໄດ້ກຳນົດໄວ້ແນວໃດແດ່ ກ່ຽວກັບດອກເບ້ຍເງິນກູ້ຢືມທີ່ສູງ ມື້ນີ້ຂ້າພະເຈົ້າຈະເລົ່າໃຫ້ຟັງ ກ່ອນອື່ນໝົດ, ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ (2008),​ ...

Read More »

Alexa ສັ່ງວຽກດ້ວຍສຽງ ເຕັກໂນໂລຊີສື່ສານທີ່ຈະມາແຮງໃນອະນາຄົດ

ເມື່ອກ່ອນເຕັກໂນໂລຊີຖືກນໍາເຂົ້າມາໃຊ້ໃນວົງການຂອງທຸລະກິດ ໂດຍການເຂົ້າມາຊ່ວຍເພີ່ມແຮງງານຄົນໃຫ້ເຮັດວຽກໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ. ແຕ່ປັດຈຸບັນເຕັກໂນໂລຊີໄດ້ກາຍເປັນສ່ວນໜຶ່ງໃນຊີວິດມະນຸດໄປແລ້ວ, ຄົນສ່ວນຫຼາຍມັກຄວາມສະດວກສະບາຍຈົນກາຍເປັນນິໄສ ຜູ້ຜະລິດເຕັກໂນໂລຊີກໍພັດທະນາຂຶ້ນມາແບບທັນໃຈ ຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ ຄືດັ່ງຜູ້ຊ່ວຍທີ່ມີຊື່ວ່າ Alexa ນີ້ ມີລັກສະນະຄ້າຍໆກັບ Siri ໃນ Apple Smart Phone ແລະ Google Assistant ໃນ Google ແຕ່ຈະມາໃນຮູບແບບຂອງລໍາໂພງ ແລະ ເພີ່ມປະສິດທິພາບໃນການໃຊ້ງານຕື່ມອີກ… ເຮົາມາທໍາຄວາມຮູ້ຈັກກັບ Alexa ພ້ອມໆກັນເບິ່ງວ່າແມ່ນຫຍັງແທ້? Alexa ແມ່ນຫຍັງ? Alexa ເປັນລໍາໂພງສຽງ ທີ່ຖືກພັດທະນາມາຈາກ Amazon Echo ເຊິ່ງສາມາດໃຊ້ວຽກໄດ້ຄືກັນກັບ Siri ເຊິ່ງຜູ້ໃຊ້ສາມາດຖາມຄໍາຖາມໄດ້ທຸກຢ່າງເພື່ອໃຫ້ Alexa ຕອບ. ໂດຍ Amazon ໄດ້ອອກແບບ Alexa Voice Service (AVS) ເພື່ອຮຽນແບບການສົນທະນາຕົວຈິງ ແຕ່ທ່ານສາມາດໃຊ້ຄໍາສັ່ງສຽງນີ້ເພື່ອໃຊ້ບໍໍລິການ ແລະ ເຮັດວຽກແບບສະເພາະເຈາະຈົງໄດ້; Alexa ເປັນ ເຄື່ອງເຕືອນ ທີ່ຄອຍເຕືອນເວລາ ແລະ ສິ່ງທີ່ທ່ານຕັ້ງໄດ້, ເປັນໂມງປຸກໃນຕອນເຊົ້າ, ເປັນຜູ້ຊ່ວຍໃນການເດີນທາງ…  ພຽງແຕ່ທ່ານຖາມ ...

Read More »

ກຸ່ມຫັດຖະກຳແກະສະຫຼັກໄມ້ບ້ານໄຜ່ລ້ອມ

ຫັດຖະກຳລາວ ມີຫຼາຍຂະແໜງທີ່ສະທ້ອນຄວາມເປັນເອກະລັກຂອງຊາດ ຄົນສະໄໝກ່ອນມີສີໄມ້ລາຍມືໃນການແກະສະຫຼັກໄມ້ ຢ່າງປານີດສວຍງາມ ດັ່ງເຫັນໄດ້ຈາກຜົນງານແກະສະຫຼັກໄມ້ປະດັບອາຄານຕາມວັດວາອາຮາມ ແລະ ອື່ນໆ. ການແກະສະຫຼັກໄມ້ຍັງຄົງເປັນຜົນງານສິນລະປະ ແລະ ສ້າງຊື່ສຽງແກ່ຊາວຊ່າງຫັດຖະກຳ. ໃນໂອກາດນີ້ ພວກເຮົາຈຶ່ງພາທ່ານມາທຳຄວາມຮູ້ຈັກກັບກຸ່ມຫັດຖະກຳແກະສະຫຼັກໄມ້ຕົວແບບແຫ່ງໜຶ່ງ ຊຶ່ງຕັ້ງຢູ່ບ້ານໄຜ່ລ້ອມ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ກຸ່ມຫັດຖະກຳແກະສະຫຼັກໄມ້ບ້ານໄຜ່ລ້ອມ ໄດ້ຮັບການສ້າງຕັ້ງຢ່າງເປັນທາງການ ໃນເດືອນພຶດສະພາ ປີ 2014 ເພື່ອເຕົ້າໂຮມເອົາບັນດາຊາວຊ່າງຫັດຖະກຳ ເຂົ້າຢູ່ໃນການຈັດຕັ້ງຂອງກຸ່ມ ແລະ ພັດທະນາຜະລິດຕະພັນໃຫ້ມີຄຸນນະພາບ ສາມາດຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ປະກອບສ່ວນໃນການອະນຸລັກວັດທະນະທຳດ້ານການແກະສະຫຼັກ ຂອງທ້ອງຖິ່ນ ກໍຄືຂອງຊາດ. ປັດຈຸບັນກຸ່ມນີ້ ມີສະມາຊິກ 11 ຄອບຄົວ (​58 ຄົນ) ໂດຍໄດ້ຮັບການສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງຈາກພາກລັດ ເປັນຕົ້ນ ການພັດທະນາສີມືຊາວຊ່າງ ດ້ວຍການເຝິກອົບຮົມການອອກແບບຜະລິດຕະພັນ, ເຕັກນິກການແກະສະຫຼັກໄມ້ທີ່ໄດ້ມາດຕະຖານ, ການນຳໃຊ້ວັດຖຸດິບສິ່ງເສດເຫຼືອມາຜະລິດເປັນເຄື່ອງທີ່ລະນຶກ ເປັນການສ້າງມູນຄ່າເພີ່ມ ແລະ ນຳໃຊ້ວັດຖຸດິບໄມ້ໃຫ້ເກີດປະໂຫຍດສູງສຸດ. ນອກນີ້ ຍັງມີການເຝິກອົບຮົມກ່ຽວກັບການເຂົ້າຫາແຫຼ່ງທຶນ ແລະ ການຕະຫຼາດນຳອີກ. (ລາຍລະອຽດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 166 ເດືອນມິຖຸນາ 2020 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ...

Read More »

ປັບປຸງ “ຈຸດຢືນຂອງຍີ່ຫໍ້” ເພື່ອນຳພາທຸລະກິດຜ່ານຜ່າວິກິດ COVID-19

ທ່າມກາງສະຖານະການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ໂຄວິດ-19 ເປັນພາວະທີ່ຜູ້ປະກອບການຫຼາຍໆທ່ານກຳລັງປະເຊີນກັບວິກິດການ ທາງທຸລະກິດ ຈົນແທບຕັ້ງຕົວບໍ່ທັນ ແລະ ມີເວລາພຽງສັ້ນໆ ໃຫ້ກະກຽມແຜນການຮັບມືກັບສະພາບການທີ່ປ່ຽນແປງຢ່າງໄວ ເມື່ອເກີດພະຍາດລະບາດ ທຸລະກິດທີ່ເຄີຍຂາຍດີ ມີລູກຄ້າຈຳນວນຫຼວງຫຼາຍ ໃນມື້ນີ້ພັດງຽບເຫງົາ ຕ້ອງໂຈະຊົ່ວຄາວ ຍອດຂາຍຫຼຸດລົງແບບບໍ່ເຄີຍຄາດຄິດມາກ່ອນ ແຜນທຸລະກິດ ແລະ ການຕະຫຼາດທີ່ວາງໄວ້ ມີອັນຕ້ອງຍົກເລີກ. ໃນຂະນະທີ່ບັນດາເຈົ້າຂອງທຸລະກິດ ຍັງຕ້ອງແບກຮັບຄ່າໃຊ້ຈ່າຍຕ່າງໆ ໂດຍສະເພາະລາຍຈ່າຍປະຈຳ (Fixed cost) ບໍ່ວ່າຈະເປັນ ໜີ້ສິນ ເງິນເດືອນພະນັກງານ ຄ່າບໍລິຫານຫ້ອງການ ແລະ ອື່ນໆ ບາງອົງກອນຈຶ່ງຕ້ອງເລືອກໃຊ້ວິທີຫຼຸດເງິນເດືອນທັງຜູ້ບໍລິຫານ ແລະ ພະນັກງານ ບາງບ່ອນກໍຈຳຕ້ອງໃຊ້ນະໂຍບາຍ ໃຫ້ພະນັກງານລາພັກ ໂດຍບໍ່ເອົາເງິນເດືອນ ໄປຈົນຮອດການໃຫ້ພະນັກງານຢຸດເຊົາການເຮັດວຽກ ຫຼື ໃຫ້ອອກຈາກການວຽກ ເຊິ່ງສ້າງຄວາມເຈັບປວດໃຫ້ທັງນາຍຈ້າງ ແລະ ພະນັກງານ ສະນັ້ນ ມື້ນີ້ ຄໍລຳ Branding & Marketing ຂອງພວກເຮົາ ຈຶ່ງຢາກເປັນສ່ວນໜຶ່ງ ທີ່ນຳສະເໜີແງ່ມຸມ ແລະ ວິທີການຮັບມືກັບວິກິດການຄັ້ງນີ້ ດ້ວຍການກຳນົດທິດທາງທຸລະກິດໃຫ້ຊັດເຈນຂຶ້ນ ໂດຍການທົບທວນ ຈຸດຢືນຂອງຍີ່ຫໍ້ (Brand Positioning) ເພື່ອປັບປຸງໃຫ້ເໝາະສົມກັບສະຖານະການ ແລະ ສ້າງໂອກາດໃນພາວະວິກິດ. ...

Read More »

ຄວາມຮຸນແຮງໃນຄອບຄົວ ບັນຫາທີ່ບໍ່ຄວນເບິ່ງຂ້າມ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຖືໄດ້ວ່າເປັນອີກປະກົດການຫຍໍ້ທໍ້ໜຶ່ງຂອງສັງຄົມ ທີ່ເກີດຂຶ້ນຢູ່ໃນທົ່ວໂລກທີ່ມີມາແຕ່ດົນນານແລ້ວ ເຊິ່ງເມື່ອກ່ອນ ຜູ້ຊາຍສ່ວນໃຫຍ່ມັກຍຶດຖືແນວຄວາມຄິດທີ່ວ່າ ຕົນເອງເປັນຜູ້ນໍາຄອບຄົວ ເປັນຜູ້ລ້ຽງດູຄອບຄົວ ຍ່ອມມີອໍານາດໃນການຊີ້ຂາດ ບັນຫາທຸກຢ່າງໃນຄອບຄົວ, ຖ້າຫາກ ສະມາຊິກ ພາຍໃນຄອບຄົວຫາກ ບໍ່ເຊື່ອຟັງກໍມັກຈະຖືກລົງໂທດ ດ້ວຍການໃຊ້ຄວາມຮຸນແຮງ ຫຼື ເຮັດໃຫ້ເຈັບປວດ ໃນ 4 ດ້ານເຊັ່ນ: ຄວາມຮຸນແຮງຕໍ່ຮ່າງກາຍ, ຕໍ່ຈິດໃຈ, ທາງເພດ ແລະ ເສດຖະກິດ. ນອກຈາກນີ້ ການໃຊ້ຄວາມຮຸນແຮງຍັງທະວີຄວາມຮຸນແຮງຂຶ້ນ ຈາກປັດໄຈກະຕຸ້ນເຊັ່ນ: ດື່ມເຫຼົ້າເມົາ ຫຼື ໃຊ້ຢາເສບຕິດ ພາໃຫ້ຜິດຖຽງກັນຈົນເຖິງຂັ້ນລົງມື, ເຫດຜົນເລື່ອງເສດຖະກິດຂອງຄອບຄົວ ຫຼື ປັດໄຈອື່ນໆ. ຢ່າລືມວ່າແມ່ຍິງ ແລະ ເດັກນ້ອຍທົ່ວໂລກ ມີຈຳນວນກວ່າເຄິ່ງໜຶ່ງຂອງປະຊາກອນ ສະນັ້ນ ການທີີ່ເຂົາເຈົ້າຕ້ອງປະເຊີນກັບບັນຫາຄວາມຮູນແຮງເຮັດໃຫ້ບໍ່ສາມາດພັດທະນາຕົນເອງ ແລະ ເຂົ້າເຖິງໂອກາດທາງເສດຖະກິດໄດ້ ຈຶ່ງເປັນບັນຫາໃຫຍ່ທີ່ຖ່ວງດຶງການພັດທະນາໃນລະດັບຊາດເຊັ່ນກັນ ນອກຈາກນີ້ ລາຍຈ່າຍໃນການແກ້ໄຂບັນຫາຄວາມຮຸນແຮງ ທີ່ລັດຖະບານ ແລະ ສັງຄົມຕ້ອງໃຊ້ຈ່າຍໄປໃນທົ່ວໂລກກໍມະຫາສານເຊັ່ນດຽວກັນ ບໍ່ວ່າຈະເປັນ ຄ່າໃຊ້ຈ່າຍໃນການປົວແປງສຸຂະພາບກາຍ, ສຸຂະພາບຈິດ ແລະ ຊັບສິນທີ່ເສຍຫາຍໄປນຳອີກ ສະນັ້ນ, ໃນປັດຈຸບັນ ບັນດາປະເທດຕ່າງໆໃນໂລກ, ລວມທັງ ສປປ ...

Read More »

ຍ້ອນຫຍັງຈຶ່ງຈ້າງ​ຄົນ​ຕ່າງ​ປະ​ເທດ ​ມາເປັນ​ຜູ້​ຈັດ​ການ?

ສະ​ບາຍ​ດີ​ ທ່ານຜູ້​ອ່ານ​ທີ່​ເຄົາ​ລົບ ​, ​ສະ​ບັບ​ນີ້ ຂ້າ​ພະ​ເຈົ້າ​ຮຽກ​ຮ້ອງ​ໃຫ້​ຄົນ​ລາວ​ເຮັດ​ວຽກ​ເປັນ​ມື​ອາ​ຊີບ ເພ​າະ​ວ່າ​ຜູ້​ປະ​ກອບ​ການ​ຄົນ​ລາວ​ຫັນ​ມາ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ມາ​​ເປັນ​ຜູ້​ຈັດ​ການ​ໃນ​ຕຳ​ແໜ່ງ​ສູງໆຫຼາຍ​ຂຶ້ນ ​ຈິ່ງ​ເຮັດ​ໃຫ້​ຄົນ​ລາວຜູ້​ທີ່​ມີ​ທັກ​ສະ​ສູງ​ເສຍ​ໂອ​ກາດ​ດີໆ​ໄປ. ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໂອ້​ລົມ​ກັບ​ນັກ​ທຸ​ລະ​ກິດ​ແຖວ​ໜ້າ​ໃນ​ດ້ານ​ໂຮງ​ແຮມ, ຮ້ານ​ອາ​ຫານ ແລະ ທ່ອງ​ທ່ຽວ ເພື່ອ​ຢາກ​ຮູ້​ວ່າ ເປັນ​ຫຍັງ​ພວກ​ເພິ່ນ​ຈິ່ງ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ມາ​ບໍ​ລິ​ຫານ​​ຮ້ານ​ອາ​ຫານ? ພວກ​ເພິ່ນ​ກໍ​ຕອບ​ກັບ​ມາ​ຢ່າງ​ໄວ​ວ່າ “ຈ້າງ​ແລ້ວ​ສະ​ບາຍ​ໃຈ” ຂ້າ​ພະ​ເຈົ້າ​ ຖາມ​ເຈາະ​ຈິ້ມ​ຕໍ່​ໄປ​ອີກວ່າ “​ເຖິງ​ແມ່ນ​ຈ້າງ​ຄົນ​ຕ່າງ​ປະ​ເທດ​ແພງກວ່າ​ຄົນ​ເຮົາ​ກໍ​ຕາມ​ບໍ?” ພວກ​ເພິ່ນ​ກໍ​ຕອບ​ກັບ​ມາ​ວ່າ “ແມ່ນ, ເຖິງ​ຈະ​ແພງກວ່າ ແຕ່​ກໍ​ກຸ້ມ​ຄ່າກວ່າ ເພາະ​ຄົນ​ຕ່າງ​ປະ​ເທດ​ເຮັດ​ວຽກ​ເປັນ​ແບບ​ມື​ອາ​ຊີບກວ່າ​ຄົນ​ລາວ ໂດຍ​ສະ​ເພາະ​ແມ່ນ​ຄົນ​ປະ​ເທດ​ໃນ​ເອີ​ຣົບ”. ບາງ​ຄົນ​ອາດ​ຈະ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ຄວນ​ເອົາ​ຄຳ​ຕອບ​ພຽງ​ແຕ່​ຈາກ​ສອງ​ສາມ​ຄົນ​ແລ້ວ​ມາ​ຕັດ​ສິນ​ຄົນ​ທັງ​ປະ​ເທດ ​ຍ້ອນ​ຄົນ​ເອີ​ຣົບ​ເຮັດ​ວຽກ​ດີ ​ກໍເພາະ​​ພວກເຂົາ​ໄດ້​ເງິນ​ເດືອນ​ສູງກວ່າ​ຄົນ​ລາວ​ແມ່ນ​ບໍ? ແຕ່​ແທນ​ທີ່​ຄົນ​ລາວ​ເຮົາ​ຈະ​ຕື່ນ​ຈາກ​ຝັນ​ວ່າ ກ່ອນ​ທີ່​ຈະ​ຮຽກ​ຮ້ອງ​ເງິນ​ເດືອນ​ສູງໆ​ຂຶ້ນ​ຈາກ​ນາຍ​ຈ້າງນັ້ນ ເຮົາ​ຄວນ​ຈະ​ມາ​ພັດ​ທະ​ນາ​ສີ​ມື​ ເພື່ອ​ໃຫ້​ສົມ​ກັບ​ຄ່າ​ຈ້າງ​ທີ່​ແພງໆ​ນັ້ນ​ສາ​ກ່ອນ ເພາະ​ເຖິງ​ຢ່າງ​ໃດ ບໍ່​ແມ່ນ​ຂ້າ​ພະ​ເຈົ້າ​ຕອບ​ແທນ​ຜູ້​ປະ​ກອບ​ການ ຍ້ອນ​ຄົນ​ລາວ​ກໍ​ລ້ວນ​ແຕ່​ຢາກ​ຊ່ວຍ​ເຫຼືອ​ຄົນ​ລາວ​ດ້ວຍ​ກັນ ແລະ ໃຫ້​ໂອ​ກາດ​ກັນ​ຢູ່​ແລ້ວ ເພາະ​ຖ້າ​ຈ້າງ​ຄົນ​ຕ່າງ​ປະ​ເທດ ນອກ​ຈາກ​ຈະ​ແພງ​ແລ້ວ ຍັງ​ຕ້ອງ​ມາ​ຫຍຸ້ງ​ຍາກ​ເລື່ອງ​ທີ່​ພັກ ແລະ ອື່ນໆ​ອີກ​ແມ່ນ​ບໍ? ແຕ່​ທຸ​ລະ​ກິດ ກໍ​ຄື​ທຸກ​ລະ​ກິດ ຜົນ​ປະ​ກອບ​ການ​ແມ່ນ​ສຳ​ຄັນ​ກວ່າ. ຂໍ​ອະ​ນຸ​ຍາດ​ກັບ​ເຂົ້າ​ມາ​ສູ່​ເນື້ອ​ໃນ​ໃຈ​ຄວາມ​ດີກວ່າ​ເນາະ ແລ້ວຈະ​ເຮັດ​ວຽກ​ແບບ​ໃດ ຈິ່ງ​ຈະ​ຖື​ວ່າ​ເປັນ​ມື​ອາ​ຊີບ​ທີ່ຖືກ​ໃຈ​ນາຍ​ຈ້າງ?. ຄຳ​ຕອບ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຈາກ​ນັກ​ທຸ​ລະ​ກິດ​ແຖວ​ໜ້າ​ຂອງ​ປະ​ເທດ​ລາວ ກໍ​ຄື ຄວາມ​ຮັບ​ຜິດ​ຊອບ​ສູງ ຫຼື Commitment ໝາຍ​ເຖິງ​ເວ​ລາ​ມອບ​ວຽກ​ໃຫ້​ແລ້ວ ກໍ​ສະ​ບາຍ​ຫາຍ​ຫ່ວງ ບໍ່​ແມ່ນ​ຕ້ອງ​ຕາມ​ຖາມ​ຕາມ​ຈີ້​ເອົາ​ຄື​ດັ່ງ​ເຮົາ​ເຫັນ, ເພາະ​ຄົນ​ຕ່າງ​ປະ​ເທດນີ້ ຖ້າ​ໄປ​ຕາມ​ວຽກ​ນຳພວກ​ເຂົາຫຼາຍ ເຂົາ​ກໍ​ຈະ​ບໍ່​ພໍ​ໃຈ ເພາະ​ນັ້ນ​ຖື​ເປັນ​ການ​ດູ​ຖູກ ...

Read More »

ເປັນ​ຫຍັງ​ຄົນ​ຈີນ​ ເຮັດການຄ້າຈຶ່ງຮັ່ງມີ? (ຕໍ່​ຈາກ​ສະ​ບັບ​ກ່ອນ)

ເມື່ອພະເຈົ້າແຜ່ນດິນ ຊິນຊີ້ຮວງ (Qin Shi Huang) ໄດ້ສະຖາປານາພະອົງຂຶ້ນເປັນພະເຈົ້າແຜ່ນດິນແຫ່ງລາຊະວົງຊິນທີ່ເປັນອານາຈັກທີ່ຍິ່ງໃຫຍ່ທຳອິດຂອງປະເທດຈີນແລ້ວ ພໍ່ຄ້າລີກໍໄດ້ກາຍເປັນທ່ານເສນາອາມາດທີ່ເຮັດໜ້າທີ່ເປັນເໝືອນດັ່ງນາຍົກລັດຖະມົນຕີມີເງິນຄໍາອຳນາດ ແລະ ອິດທິພົນໃຫຍ່ລົ້ນຟ້າໃນເວລາຕໍ່ມາຖືວ່າປະສົບຄວາມສຳເລັດຈາກການລົງທຶນກໍ່ຕັ້ງລາຊະວົງ ສົມກັບທີ່ໄດ້ຕັ້ງໃຈໄວ້. ປະຫວັດສາດແຫ່ງການກຳເນີດລາຊະວົງທຳອິດຂອງຈີນທີ່ມາຈາກການລົງທຶນເຮັດການຄ້ານີ້ ໄດ້ຖືກສອນກັນຜ່ານຮຸ່ນລູກຮຸ່ນຫຼານຊາວຈີນພວກເຂົາເກ່ງເລື່ອງເຮັດການຄ້າບໍ່ແມ່ນເກີດຂຶ້ນໃນມື້ໜຶ່ງຍາມດຽວແຕ່ມັນຄືຄວາມຮູ້ທີ່ຖືກສະສົມມານັບພັນໆປີ ແລະ ກໍບໍ່ສະເພາະການເຮັດການຄ້າ, ເລື່ອງການປະດິດຄິດຄົ້ນຂອງຊາວຈີນໃນເມື່ອກ່ອນກໍກ້າວໜ້າທີ່ສຸດໃນໂລກເຊັ່ນ: ເຂັມທິດ, ການພິມ, ໝື້ປືນ ແລະ ການປະດິດເຈ້ຍໃຊ້ກ່ອນໝູ່ໃນໂລກ ລວມທັງວິທະຍາສາດການເດີນເຮືອ ໂດຍກ່າວກັນວ່າ ນັກສຳຫຼວດທີ່ໄປເຖິງແຜ່ນດິນອາເມຣິກາກ່ອນໝູ່ນັ້ນ; ບໍ່ແມ່ນ ທ່ານ ຄຣິດສະຕອບເຟີ ໂຄລຳບັສ (ChristopherColumbus) ແຕ່ແມ່ນທ່ານ ເຈີ້ງເຫີ (Zheng He) ແມ່ທັບເຮືອທີ່ຍິ່ງໃນລາຊະວົງ ມິງ (Ming Dynasty)ຂອງຈີນຕ່າງຫາກ ທີ່ໄປຢຽບແຜ່ນດິນອາເມຣິກາໃນປີ 1421 ຫຼື ປະມານ 71 ປີ ກ່ອນທີ່ ຄຣິດສະຕອບເຟີໂຄລຳບັສ ຈະໄປຮອດອາເມຣິກາ,  ກອງເດີນເຮືອຂອງແມ່ທັບເຈີ້ງເຫີແມ່ນໃຫຍ່ກວ່າຂອງ ຄຣິດສະຕອບເຟີໂຄລຳບັສ ຫຼາຍຮ້ອຍເທົ່າ, ເສຍດາຍທີ່ເວລາຕໍ່ມາ ຍ້ອນຄວາມບໍ່ເປັນເອກະພາບຂອງຂຸນນາງ ແລະ ພະເຈົ້າແຜ່ນດິນອົງໃໝ່ທີ່ຄອງລາດໃນລາຊະວົງມິງ ໄດ້ປິດປະເທດ ແລະ ທຳລາຍກອງເຮືອທີ່ຍິ່ງໃຫຍ່ສະທ້ານໂລກ, ແຜ່ນດິນຈີນກໍກາຍເປັນເໝືອນດັ່ງມັງກອນນອນຫຼັບທີ່ຫາກໍເລີ່ມຕື່ນຂຶ້ນຫຼັງຈາກປົດປ່ອຍປະເທດໃນປີ 1949 ໂດຍການນຳຂອງຜູ້ນຳທີ່ຍິ່ງໃຫຍ່ທ່ານ ເມົາເຈີຕຸງ (Mao ...

Read More »