ຂ່າວ ຕ່າງປະເທດ

ບັດເດບິດ Mastercard ສຳລັບທຸລະກຳການເງິນສະກຸນເງິນດິຈິຕອນ

Mastercard ຮ່ວມມືກັບບໍລິສັດສະກຸນເງິນດິຈິຕອນຊັ້ນນໍາໃນທົ່ວອາຊີປາຊີຟິກເພື່ອເປີດຕົວບັດຊໍາລະເງິນ Crypto-linked ທໍາອິດຂອງພາກພື້ນ.ໃນການຮ່ວມມືກັບ Mastercard, ສາມຜູ້ໃຫ້ບໍລິການດ້ານ cryptocurrency ຊັ້ນນໍາໃນອາຊີປາຊີຟິກຈະເປີດຕົວບັດຊໍາລະເງິນ Mastercard ທີ່ໄດ້ຮັບທຶນ crypto. ເປັນຄັ້ງທໍາອິດ, ຜູ້ບໍລິໂພກ ແລະທຸລະກິດໃນພາກພື້ນອາຊີປາຊີຟິກຈະສາມາດສະຫມັກຂໍເອົາບັດເຄຣດິດ Mastercard ທີ່ເຊື່ອມໂຍງກັບ crypto, ສຳລັບບັດເດບິດ ຫຼື ບັດຊໍາລະລ່ວງຫນ້າທີ່ຈະຊ່ວຍໃຫ້ພວກເຂົາສາມາດປ່ຽນ cryptocurrencies ຂອງເຂົາເຈົ້າເຂົ້າໄປໃນສະກຸນເງິນ fiat ແບບດັ້ງເດີມໄດ້ທັນທີ, ເຊິ່ງສາມາດໃຊ້ໄດ້ທຸກບ່ອນໃນທົ່ວໂລກ. Mastercard ໄດ້ຮ່ວມມືກັບ 3 ຜູ້ໃຫ້ບໍລິການດ້ານຊັບສິນດິຈິຕອນຄື: Amber Group ໃນຮ່ອງກົງ, Bitkub ໃນປະເທດໄທ, ແລະ CoinJar ໃນອົດສະຕາລີ, ເຊິ່ງທັງຫມົດນີ້ໃຫ້ບໍລິການຊື້ ແລະແລກປ່ຽນເງິນຕາ cryptocurrency ໃນຕະຫຼາດພາຍໃນຂອງພວກເຂົາ. ບໍລິສັດເຫຼົ່ານີ້ແມ່ນ APAC-based cryptocurrency platforms ທໍາອິດ ທີ່ອີງໃສ່ APAC ເພື່ອເຂົ້າຮ່ວມໂຄງການບັດ Crypto ທົ່ວໂລກຂອງ Mastercard ເຊິ່ງຖືກອອກແບບມາເພື່ອເຮັດໃຫ້ບໍລິສັດ crypto ສາມາດນຳໃຊ້ໄດ້ງ່າຍດາຍ ແລະວ່ອງໄວຂຶ້ນ ທີ່ສຳຄັນມັນຈະເປັນບັດຊໍາລະເງິນທີ່ປອດໄພອີກດ້ວຍ, ເພື່ອໃຫ້ສອດຄ່ອງ ແລະ ເຂົ້າໃນລະບົບຕະຫຼາດ, ...

Read More »

ມີຫລາຍບໍລິສັດສື່ດັງຂອງໂລກ ມີແຜນຈະຢຸດຜະລິດລົດທີ່ນຳໃຊ້ “ນຳ້ມັນ”

ລວມມີ ບໍລິສັດ Volvo ຂອງຊູ​ແອດ, Ford Motor Co ຂອງສະຫະລັດອາເມລິກາ, General Motors Co (GM), MercedesBenz ຂອງ Daimler AG, ບໍລິສັດ BYD ຂອງຈີນ ແລະ ອີກບໍລິສັດ ແມ່ນ Jaguar Land Rover ​ໄດ້ລົງ​ນາມ​ ໃນ​ຂໍ້​ຕົກ​ລົງ ຮ່ວມ​ກັນທີ່ວ່າ​ຈະ​ຢຸດ​ ການ​ຜະລິດ​ລົດ ທີ່ນຳ​ໃຊ້​ນຳ້ມັນ ​ໃຫ້ໄດ້ພາຍ​ໃນ​ປີ 2040 ​ເພື່ອເປັນ​ສ່ວນ​ໜຶ່ງ ​ໃນ​ຄວາມ​ພະຍາຍາມ ຫລຸດ​ຜ່ອນ ການ​ປ່ອຍ​ອາຍ​ພິດ​ກາກ​ບອນ​ ໃນ​ຊັ້ນ ບັນຍາກາດ​ໂລກ ຫລັງ​ຈາກ ຂໍ້​ມູນ​ຈາກ ​ອົງການ​ ພະລັງງານ​ສາກົນ (IEA) ລະບຸ​​ໃນ​ວັນ​ທີ 10​ ພະຈິກ​ນີ້ວ່າ: ລົດ​ບັນທຸກ,ລົດ​ໂດຍສານ ທົ່ວ​ໄປ,​ເຮືອ ​ແລະ​ ​ເຮືອບິນ ມີ​ອັດຕາ​ສ່ວນ ການ​ປ່ອຍ​ອາຍ​ພິດ າກ​ບອນ ປະມານ 1​ ສ່ວນ 4 ​ແລະ ປະລິມານ​ ອາຍ​ພິດ​ກາກ​ບອນ​ ...

Read More »

ຊາຍແດນສະຫະລັດອາເມລິກາ – ເມັກຊິໂກ ໄດ້ເປີດຄືນ ໃໝ່

TIJUANA/CIUDAD JUAREZ, ປະເທດ ເມັກຊິໂກ, ໃນຕົ້ນອາທິດທີ່ຜ່ານມາ ສຳນັກງານຂ່າວ(Reuters)ໄດ້ລາຍງານວ່າ – ທີ່ດ່ານຊາຍແດນເມັກຊິໂກ – ສະຫະລັດອາເມລິກາ ໄດ້ມີຈຳປະຊາຊົນເລິ່ມມີການເດີນທາງຂ້າມຊາຍແດນລະຫວ່າງປະເທດ ຫລາຍກວ່າທີ່ຄາດໄວ້. ດ່ານຂອງສອງປະເທດໄດ້ເປີດຄືນໃໝ່ ສຳລັບການເດີນທາງໃດໆກໍໄດ້ ບໍ່ຈຳເປັນຕ້ອງມີເອກະສານອ້າງອີງເຖິງຄວາມຈຳເປັນໃນການເດີນທາງແຕ່ຢ່າງໃດ. ການເປີດດ່ານດັ່ງກ່າວແມ່ນເປັນການເປີດເທື່ອທຳອິດຫຼັງຈາກການປິດຫລາຍກວ່າ 20 ເດືອນ ຍ້ອນການແຜ່ລະບາດຂອງພະຍາດ COVID-19, ແຕ່ກໍ່ມີຫລາຍຄົນເລືອກທີ່ຈະ​ຍັງບໍ່ທັນເດີນທາງໃນຊ່ວງນີ້ເທື່ອ, ຍ້ອນສະພາບການຈາລະຈອນແມ່ນຂ້ອນຂ້າງທີ່ຈະໜາແໜ້ນ ແລະ ​ເພື່ອ​ຫຼີກ​ເວັ້ນ​ກັບຄວາມ​ວຸ່ນ​ວາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນໃນໄລຍະເສັ້ນທາງໄປຫາດ່ານຊາຍແດນ​. ຊາຍແດນສະຫະລັດອາເມລິກາ – ເມັກຊິໂກ ໄດ້ເປີດຄືນ ໃໝ່

Read More »

ດັດຊະນີ BCI ຫວຽດນາມ ໃນໄຕມາດທີ 3 ບັນລຸ 18,3%

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 9 ພະຈິກ ຜ່ານມາ, ສະມາຄົມວິສາຫະກິດເອີຣົບ ຢູ່ ຫວຽດນາມ (EuroCham) ໄດ້ປະກາດດັດຊະນີສະພາບແວດລ້ອມໃນການດຳເນີນທຸລະກິດ ໃນໄຕມາດທີ 3 ປີ 2021 (BCI) ບັນລຸເຖິງ 18,3%.ຂ່າວລະບຸວ່າ: ເຖິງວ່າດັດຊະນີ BCI ຈະເພີ່ມຂຶ້ນພຽງເລັກໜ້ອຍກໍຕາມ ແຕ່ກໍເປັນທີ່ໜ້າຊົມເຊີຍ ເມື່ອທຽບໃສ່ ລະດັບສະຖິຕິທີ່ບັນລຸໄດ້ 15% ໃນໄລຍະປະສົບກັບຄວາມຫຍຸ້ງຍາກຂອງການແຜ່ລະບາດຮອບທີ 4 ຂອງພະຍາດລະບາດ ໂຄວິດ-19 ໃນເດືອນ ກັນຍາ 2021. ຕາມສະມາຄົມ EuroCham ແລ້ວ, ດັດຊະນີ BCI ທີ່ຫາກໍປະກາດນັ້ນ ໄດ້ຮັບຮູ້ເຖິງການຟື້ນຟູກ່ຽວກັບພື້ນຖານເສດຖະກິດຂອງ ຫວຽດນາມ. ບັນດາວິສາຫະກິດ ແລະ ນັກລົງທຶນ ເອີຣົບ ທີ່ເຂົ້າຮ່ວມການສຳຫຼວດດັດຊະນີ BCI ຕ່າງກໍ່ມີຄວາມປະທັບໃຈກ່ຽວກັບສະພາບແວດລ້ອມການດຳເນີນທຸລະກິດຢູ່ປະເທດຫວຽດນາມ ພາຍຫຼັງສິ້ນສຸດການຮັກສາໄລຍະຫ່າງທາງສັງຄົມ ແລະເລີ່ມຕົ້ນໄລຍະປົກກະຕິໃໝ່, ໂດຍສະເພາະແມ່ນຂົງເຂດການຄ້າ ແລະການລົງທຶນ. ຕາມທີ່ກ່າວມານັ້ນຈຳນວນວິສາຫະກິດ, ນັກລົງທຶນເອີຣົບ ເກືອບເຄິ່ງໜຶ່ງທີ່ເຂົ້າຮ່ວມການສຳຫຼວດ ໄດ້ຄາດຄະເນວ່າ “ພື້ນຖານເສດຖະກິດ ຫວຽດນາມ ວ່າຈະມີສະຖຽນລະພາບ ແລະ ມີການເຕີບໃຫຍ່ໃນໄຕມາດຈະມາເຖິງ”. ໃນນັ້ນ, ...

Read More »

ຟີລິບປິນ ເຊັນສັນຍາໂອນເງິນທາງດິຈິຕອນກັບ ສິງກະໂປ,​ ຕາມຫຼັງ ກຳປູເຈຍ ທີ່ລຳ້ໜ້າກ່ອນ.

ທະນາຄານ​ກາງ​ສິງກະ​ໂປ ແລະ​ ທະນາຄານຟີ​ລິບ​ປິນ ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຊຳລະ​ເງິນ​ດີ​ຈີ​ຕອນ​ລະຫວ່າງ​ສອງ​ປະ​ເທດ. ການຮ່ວມມືດ້ານ FinTech ສະບັບປັບປຸງທີ່ລົງນາມໂດຍອົງການການເງິນສິງກະໂປ (MAS) ແລະ Bangko Sentral ng Pilipinas (BSP) ໃນວັນຈັນ, ທີ່ໄດ້ສ້າງຂື້ນໃນຂໍ້ຕົກລົງ ປີ 2017 ເພື່ອຂະຫຍາຍຂອບເຂດຂອງການຮ່ວມມື FinTech.ຂໍ້​ຕົກລົງ​ດັ່ງກ່າວ​ໄດ້​ເຊື່ອມ​ຕໍ່​ລະບົບ​ການ​ຊຳລະ​ເງິນ​ແບບ​ວິນນາທີຕໍ່ວິນາທີ ​ແລະ ລະບົບ QR ໂຄດ ຂອງ​ສອງ​ປະ​ເທດ, ​ເພື່ອ​ສະໜອງ​ການ​ຊໍາລະ​ຂ້າມ​ຊາຍ​ແດນ​ແບບ​ທັນ​ທີ, ບໍ່​ຕິດ​ຂັດ ​ແລະ ລາຄາ​ຕໍ່າ, ​ເຊິ່ງຈະ​ຊ່ວຍ​ໃຫ້​ຜູ້​ເດີນທາງ​ລະຫວ່າງ​ສອງ​ປະ​ເທດ​ ທີ່ມີ​ປະມານ 900,000 ຄົນ​ກ່ອນການ​ລະບາດຂອງໂລກ​ໂຄ​ໂຣນາ​ໄດ້​ຕັດ​ການ​ເຊື່ອມ​ຕໍ່​ການ​ເດີນທາງ. ຄາດວ່າຈະກັບຄືນມາໃນຂະນະທີ່ຂະບວນການສັກຢາວັກຊີນຂອງສອງປະເທດຊ່ວຍໃຫ້ມີພູມຕ້ານທານໃຫ້ແກ່ຮ່າງກາຍ. ຟີລິບປິນ ເຊັນສັນຍາໂອນເງິນທາງດິຈິຕອນກັບ ສິງກະໂປ

Read More »

ສສຊ ໜູ່ມສຸດຂອງຍີ່ປຸ່ນ ອາຍຸຈັກປີ?

ຜົນການເລືອກຕັ້ງ ສະມາຊິກ​ສະພາ​ລຸ່ມ​ Lower House Lawmakers Election ຂອງປະເທດຍີ່ປຸ່ນ ໃນວັນທີ​ 31​ ຕຸລາ​ 2021​ທີ່ຜ່ານມາ,​ ອາຍຸສະເລ່ຍຂອງ​ ສສຊ​ ຊຸດໃໝ່​ແມ່ນຫັນເປັນໜູ່ມ ຈາກຄ່າສະເລ່ຍ 59,0 ປີ​ ຫລຸດລົງ​ມາເປັນ​ 55,5 ປີ.​ ໃນນັ້ນ​ ທ່ານ​ ຢຸກິ ບະບະ (Mr. Yuki Baba) ຈາກພັກ CDP ມີອາຍຸໜູ່ມສຸດໃນຈຳນວນ 465 ທ່ານ,​ ເຊິ່ງມີອາຍຸພຽງແຕ່ 29​ ປີເທົ່ານັ້ນ.ສສຊ ທີ່ອາຍຸໜູ່ມສຸດຂອງປະເທດລາວແມ່ນຈັກປີ ທ່ານຮູ້ຫຼືບໍ່?​ ສສຊ ໜູ່ມສຸດຂອງຍີ່ປຸ່ນ ອາຍຸຈັກປີ?

Read More »

ຫວຽດນາມ​ປ່ອຍດາວທຽມຂຶ້ນອາວະກາດຮ່ວມກັບຍີ່ປຸ່ນ

ສຳເລັດການຖ່າຍທອດ ການປ່ອຍດາວທຽມຂອງ ປະເທດຫວຽດນາມ ຂຶ້ນສູ່ວົງໂຄຈອນ ໃນເວລາ 9 ໂມງ 55 ນາທີ ຂອງວັນທີ 9/11 (ຕາມເວລາທ້ອງຖິ່ນ), ຈະຫຼວດ Epsilon ໝາຍເລກ 5 (Epsilon-5) ໄດ້ສຳເລັດການຍິງຂຶ້ນສູ່ອາວະກາດຈາກສູນອາວະກາດ Uchinoura, ບັນຈຸດາວທຽມ NanoDragon ຂອງຫວຽດນາມ ແລະ ດາວທຽມຍີ່ປຸ່ນ ອີກ 8 ດວງ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ທ່ານ Vu Hong Nam ທີ່​ມີ​ໜ້າເຂົ້າຮ່ວມ​ຢູ່ໃນ​ສູນ​ອາ​ວະ​ກາດ Uchinoura ​ໄດ້​ໃຫ້​ຮູ້​ວ່າ: “ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ຫລາຍ​ເມື່ອ​ໄດ້​ເຫັນ​ຍານ​ອາ​ວະ​ກາດ Epsilon-5 ຢູ່​ສູນ​ກາງ. Uchinoura Cosmos ເລີ່ມສົ່ງດາວທຽມ NanoDragon ຂອງຫວຽດນາມ ຂຶ້ນສູ່ອາວະກາດ. ໄລຍະ​ເວລາ​ນີ້​ ໄດ້​ບັນທຶກລົງ​ໃນ​ປະຫວັດສາດຂອງຫວຽດນາມແລ້ວ, ​ເປັນ​ຂີດ​ໝາຍ​ການ​ເຕີບ​ໂຕ​ໃໝ່​ຂອງ​ອຸດສາຫະກຳ​ອະວະກາດ​ຂອງ​ຫວຽດນາມ.” ສັງເກດໄດ້ວ່າ ປະເທດອື່ນໆໂດຍສະເພາະ ປະເທດເພື່ອນບ້ານ ແມ່ນບໍ່ໄດ້ຢຸດການພັດທະນາ ເຖິງວ່າສະພາບການແຜ່ລະບາດຍັງສືບຕໍ່, ສະນັ້ນຂໍເປັນກຳລັງໃຈໃຫ້ທຸກຂະແໜງການ ຈົ່ງຮີບສ້າງຜົນງານຂອງຕົນໃຫ້ປະສົບຜົນສຳເລັດ ເພື່ອປະເທດຊາດຂອງເຮົາ. ຫວຽດນາມ​ປ່ອຍດາວທຽມຂຶ້ນອາວະກາດຮ່ວມກັບຍີ່ປຸ່ນ

Read More »

3 ເມືອງເອກຂອງຈີນກວດທ໋ອບ 5 ເມືອງທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

ສຳນັກຂ່າວHurun ລາຍງານການຈັດອັນດັບມະຫາເສດຖີທົ່ວໂລກ,ເມື່ອວັນທີ 11 ພະຈິກ 2021, ລາຍງານຂອງ Hurun Report ໄດ້ເປີດເຜີຍການຈັດອັນດັບຂອງເສດຖີ ແລະມະຫາເສດຖີທີ່ສຸດໃນໂລກປະຈຳປີ 2021. ມະຫາເສດຖີຖືກກຳນົດວ່າເປັນບຸກຄົນທີ່ມີຊັບສິນຫຼາຍກວ່າ 1 ຕື້ໂດລາ ຫຼືປະມານ 32,8 ຕື້ບາດ.ປີນີ້ທົ່ວໂລກມີມະຫາເສດຖີທັງໝົດ 3,228 ຄົນຈາກ 68 ປະເທດ, ເພີ່ມຂຶ້ນ 414 ຄົນຈາກປີທີ່ຜ່ານມາ ແລະ 1,039 ຄົນຈາກ 5 ປີຜ່ານມາ, ແລະຖ້າຈັດອັນດັບຈາກບັນດາເມືອງທີ່ມີມະຫາເສດຖີຫຼາຍທີ່ສຸດໃນໂລກ ຈະມີເມືອງໃດແດ່ນັ້ນໄປຮູ້ກັນໄດ້ເລີຍ: 1. ເມືອງ ປັກ​ກິ່ງ 145 ຄົນ2. ເມືອງ ຊຽງໄຮ 113 ຄົນ3. ເມືອງ ນິວຢອກ 112 ຄົນ4. ເມືອງ Shenzhen 105 ຄົນ5. ເມືອງ ລອນດອນ 82 ຄົນ 3 ເມືອງເອກຂອງຈີນກວດທ໋ອບ 5 ເມືອງທີ່​ມີ​ມະຫາ​ເສດຖີ​ຫຼາຍ​ທີ່​ສຸດ​ໃນ​ໂລກ.

Read More »

ຈີນ​ໄດ້​ນຳ​ໃຊ້​ເງິນ​ຢວນ​ດິ​ຈິ​ຕອນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ງານ CIIE

ຈີນບໍ່ຊ້າທີ່ຈະກ້າວໄປຂ້າງຫນ້າດ້ວຍການນຳໃຊ້ສະກຸນເງິນດິຈິຕອນ ທີ່ອອກໂດຍອົງການຂອງລັດຖະບານ. ຂະນະ​ທີ່​ປະ​ເທດ​ອື່ນໆ​ຕັ້ງ​ເປົ້າ​ທີ່ຈະ​ເຮັດ, ​ແຕ່​ບໍ່​ໄວ​ເທົ່າ​ກັບ​ຈີນ.ທີ່ ຊຽງ​ໄຮ, ວັນ​ທີ 8 ພະ​ຈິກ ສຳນັກຂ່າວ (ຊິນ​ຮວາ) ໄດ້ລາຍງານວ່າ — ສະ​ກຸນ​ເງິນ​ດິ​ຈິ​ຕອນ​ຂອງ​ຈີນ. ຫຼືເງິນຢວນດິຈິຕອນ (e-CNY) ແມ່ນໄດ້ຖືກນຳໃຊ້ສໍາລັບການເຮັດທຸລະກໍາຢູ່ຮ້ານອາຫານ, ບູດວາງສະແດງ ແລະຮ້ານຂາຍເຄື່ອງເປັນຄັ້ງທຳອິດ ທີ່ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທີ 4 (CIIE).ງານ​ວາງສະ​ແດງ​ໄດ້​ດຶງ​ດູດຜູ້ເຂົ້າຮ່ວມ​ເກືອບ 3.000 ບໍລິສັດ​ທີ່​ມາ​ຈາກ 127 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ​ມາ​ວາງສະ​ແດງ​ຜະລິດ​ຕະພັນ​ຂອງ​ຕົນ. ຜູ້ຕາງຫນ້າຂອງບໍລິສັດ ແລະຮ້ານວາງສະແດງສາມາດນໍາໃຊ້ເງິນຢວນດິຈິຕອນເພື່ອຈ່າຍຄ່າອາຫານ ຫຼື ຊື້ເຄື່ອງທີ່ລະນຶກໃນກິດຈະກໍາຕ່າງໆໃນງານໄດ້. ຈີນ​ໄດ້​ນຳ​ໃຊ້​ເງິນ​ຢວນ​ດິ​ຈິ​ຕອນ​ເປັນ​ຄັ້ງ​ທຳ​ອິດ​ຢູ່ງານ CIIE

Read More »

ປະເທດຍີ່ປຸ່ນ ສືບຕໍ່ຈັດຕັ້ງປະຕິບັດ ຊຸກຍູ້ເສດຖະກິດຢ່າງເຕັມທີ່

ໜັງສືພິມ Yomiuri Shimbun ຂອງ​ຍີ່ປຸ່ນ​ລາຍ​ງານ​ໃນ​ວັນ​ທີ 5 ພະຈິກ​ນີ້​ວ່າ, ລັດຖະບານ​ຍີ່ປຸ່ນ​ມີ​ແຜນ​ຈະ​ໃຊ້​ງົບປະມານ​ ປະມານ 2 ພັນ​ຕື້​ເຢນ (ປະມານ 188,000 ຕື້ກີບ) ​ເພື່ອ​ແຈກ​ຢາຍ​ໃຫ້​ຄອບຄົວ​ທີ່​ມີ​ເດັກນ້ອຍ​ອາຍຸ​ຕຳ່ກວ່າ 18 ປີ ​ເປັນ​ເງິນ 100,000 ​ເຢນ (ປະມານ 9,400,000ກີບ. ) ຕໍ່ເດັກໜຶ່ງຄົນ. ໂດຍທີ່ບໍ່ຄໍານຶງເຖິງລາຍຮັບຂອງຄົວເຮືອນຂອງເຂົາເຈົ້າ ຄາດວ່າຈະສາມາດດຳເນີນການໃນລະດູໃບໄມ້ປົ່ງຂອງປີໜ້າ (ເດືອນມີນາ-ພຶດສະພາ) ເຊິ່ງເປັນສ່ວນໜຶ່ງຂອງແຜນການກະຕຸ້ນເສດຖະກິດ ເພື່ອຊ່ວຍຫຼຸດຜ່ອນຜົນກະທົບຈາກວິກິດການ COVID-19 ໃຫ້ແກ່ປະຊາຊົນ. ແນວ​ຄວາມ​ຄິດ​ຂອງ​ການ​ສະ​ເຫນີ​ເງິນ​ສົດ​ໃຫ້​ຄອບ​ຄົວ​ທີ່​ມີ​ເດັກ​ນ້ອຍ​ແມ່ນ​ນະ​ໂຍ​ບາຍ​ໂຄ​ສະ​ນາ​ຕົ້ນ​ຕໍ​ຂອງ​ພັກ Komeito​. ພັນທະມິດຂອງພັກເສລີປະຊາທິປະໄຕ (LDP), ພັກປົກຄອງ ນັ້ນແມ່ນຂ້ອນຂ້າງແຕກຕ່າງຈາກການສະເຫນີຂອງນາຍົກລັດຖະມົນຕີ Fumio Kishida ທີ່ຈະຈ່າຍເປົ້າຫມາຍທີ່ຕ້ອງການດ່ວນທີ່ສຸດ. ລັດຖະບານຍັງພິຈາລະນາການແຈກຢາຍເງິນສົດໃຫ້ແກ່ຄອບຄົວທີ່ມີລາຍໄດ້ຕໍ່າ ແລະຄົນງານຊົ່ວຄາວ.ຂໍ້ມູນຈາກ: ໄທລັດ ປະເທດຍີ່ປຸ່ນ ສືບຕໍ່ຈັດຕັ້ງປະຕິບັດ ຊຸກຍູ້ເສດຖະກິດຢ່າງເຕັມທີ່

Read More »