ການເມືອງ

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານ ເຂົ້າຮ່ວມໂຄງການອອກບັດພະນັກງານ-ລັດຖະກອນ

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານທຸລະກິດຄື: 1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 2. ທະນາຄານພັດທະນາລາວ ຈຳກັດ 3. ທະນາຄານສົ່ງເສີມກະສິກຳ 4. ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ເຊັນສັນຍາອອກບັດພະນັກງານ-ລັດຖະກອນ ຢູ່ ສປປ ລາວ ໃນວັນທີ 24 ມິຖຸນາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອອກບັດໃຫ້ພະນັກງານ-ລັດຖະກອນທົ່ວປະເທດ ສໍາເລັດຕາມແຜນການທີ່ກໍານົດໄວ້ ທັງເປັນການອໍານວຍຄວາມສະດວກ ໃນການນໍາໃຊ້ບັດຂອງພະນັກງານທັງສູນກາງ ແລະ ທ້ອງຖິ່ນ. ຜ່ານມາ ໄດ້ມີການເຮັດທົດລອງຈັດຕັ້ງປະຕິບັດ ອອກບັດໃຫ້ແກ່ພະນັກ ງານ-ລັດຖະກອນ ຢູ່ກະຊວງພາຍໃນ ໂດຍແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ(ທຄຕລ) ເປັນຜູ້ພິມບັດຕາມການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນພະນັກງານ-ລັດຖະກອນ ຈາກກະຊວງພາຍໃນ, ຈາກນັ້ນ ກໍໄດ້ສືບຕໍ່ອອກບັດໃຫ້ບັນດາກະຊວງ-ອົງການ ຂັ້ນສູນກາງ ເລີ່ມແຕ່ປີ 2017 ມາຮອດປີ 2020 ສຳເລັດ 46 ພາກສ່ວນ ປະມານ 13.550 ບັດ ກວມ 66% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນສູນກາງ(ຕາມສະຖິຕິລັດຖະກອນປີ 2020), ຂັ້ນແຂວງສຳ ເລັດແລ້ວ 9 ແຂວງ, ລວມທັງໝົດປະມານ 9.554 ບັດ ...

Read More »

ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຄົນໃໝ່!

ເປີດປະຫວັດການເຮັດວຽກຂອງ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ຄົນໃໝ່! 07.1991 – 10.1993 : ອາຈານສອນທີ່ມະຫາວິທະຍາໄລແຫ່ງຊາດລາວ (ຄະນິດສາດ ແລະ ຟີຊິກສາດ) 07.1993 – 10.1996 : ພະນັກງານຄັງເງິນແຫ່ງຊາດ, ກະຊວງການເງິນ 10.1996 – 08.1998 : ຮອງຫົວຫນ້າ ພະແນກບັນຊີທົ່ວໄປ, ຄັງເງິນແຫ່ງຊາດ, ກະຊວງການເງິນ, ນະຄອນຫຼວງວຽງຈັນ, ສປປລາວ 05.2005 – 03.2007: ຫົວຫນ້າ ພະແນກນະໂຍບາຍການເງິນ ແລະ ເສດຖະກິດ, ພະແນກນະໂຍບາຍການເງິນ, ກະຊວງການເງິນ. 04.2007 – 11.2010 ຮອງຫົວຫນ້າກົມການເງິນພາຍນອn, ກະຊວງການເງິນ. 11.2010 – 12.2012 ອໍານວຍການຝ່າຍບໍລິຫານ, ຄະນະກໍາມະການທະນາຄານ ພັດທະນາອາຊີ – ສໍາລັບສປປ ລາວ, ອັຟການິສະຖານ, ບັງກະລາເທດ, ບູຖານ, ອິນເດຍ, ...

Read More »

ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ຄົນໃໝ່

ສະພາແຫ່ງຊາດໄດ້ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ປະທານອົງການກອບສອບແຫ່ງລັດ ມາເປັນ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ຄົນໃໝ່) ໃນວັນທີ 20 ມິຖຸນາ 2022. ສ່ວນ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (ຄົນເກົ່າ) ແມ່ນໄດ້ແຕ່ງຕັ້ງເປັນ ລັດຖະມົນຕີປະຈໍາ ສຳນັກງານນາຍົກ. ຕໍາແໜ່ງທີ່ຜ່ານມາ ແລະປັດຈຸບັນ ຂອງ ທ່ານ ມະໄລທອງ ກົມມະສິດ: ຮອງລັດຖະມົນຕີ ຮອງຫົວໜ້າຮອງວ່າການສຳນັກງານນາຍົກລັດຖະມົນຕີ ກຳມະການປະຈຳແຂວງຈຳປາສັກ ອະດີດຮອງເຈົ້າແຂວງຈຳປາສັກ ປະທານອົງການກວດສອບແຫ່ງລັດ (ປີ 2021) ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ (20 ມິຖຸນາ 2022)

Read More »

ແຕ່ງຕັ້ງຮອງນາຍົກໃໝ່ ປ່ຽນສະມາຊິກລັດຖະບານຫຼາຍຕຳແໜ່ງ

1 ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີ ກະຊວງ ປກສ. 2 ທ່ານ ສະເຫລີມໄຊ ກົມມະສິດ ເປັນຮອງນາຍົກລັດຖະມົນຕີ ພ້ອມທັງເປັນລັດຖະມົນຕີກະຊວງການຕ່າງປະເທດ. ແຕ່ງຕັ້ງ ແລະ ຍົກຍ້າຍຕຳແໜ່ງສະມາຊິກລັດຖະບານ 1 ຍົກຍ້າຍ ແລະແຕ່ງຕັ້ງ ທ່ານ ປອ. ສົມແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ ເປັນ ລັດຖະມົນຕີປະຈໍາ ສຳນັກງານນາຍົກລັດຖະມົນຕີ. 2. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານກາງ ໄປເປັນ ລັດຖະມົນຕີປະຈໍາສຳນັກງານນາຍົກລັດຖະມົນຕີ. 3. ທ່ານ ມະໄລທອງ ກົມມະສິດ ເປັນ ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ 4. ທ່ານ ປອ ບຸນເຫລືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ ເປັນຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ກອງປະຊຸມສະໄມສາມັນເທື່ອທີ 3 ຊຸດທີ ...

Read More »

ລາວ-ໄທ ຈະສຶກສາຄວາມເປັນໄປໄດ້ນໍາໃຊ້ເງິນຕາຂອງສອງປະເທດ

ລາວ-ໄທ ຈະສຶກສາຄວາມເປັນໄປໄດ້ນໍາໃຊ້ເງິນຕາຂອງສອງປະເທດ ກີບ-ບາດ ເພື່ອຊໍາລະສະສາງລະຫວ່າງກັນ ພ້ອມຍົກສູງການຄ້າຜ່ານຊາຍແດນ. ໃນໂອກາດ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ລະຫວ່າງວັນທີ 1-2 ມິຖຸນາ 2022ສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນສະໜັບສະໜູນໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງ ການນໍາຂັ້ນສູງຂອງສອງປະເທດ. ຕີລາຄາສູງຕໍ່ການພົວພັນຮ່ວມມືໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ເປັນຕົ້ນ ການສະກັດກັ້ນ ແລະ ປາບປາມການຄ້າຂາຍສິ່ງຜິດກົດໝາຍ ແລະ ເຫັນດີຊູກຍູ້ໃຫ້ຮ່ວມກັນດໍາເນີນການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ທີ່ຍັງຄົງຄ້າງໃຫ້ສຳເລັດໂດຍໄວ. ສອງລັດຖະບານ ໄດ້ເນັ້ນໜັກຄວາມສໍາຄັນການເຊື່ອມໂຍງເຊື່ອມຈອດ ລະຫວ່າງສອງປະເທດ ແລະ ກັບອະນຸພາກພື້ນ ໂດຍເອກະພາບຮ່ວມກັນໃນການພັດທະນາເສັ້ນທາງຄົມມະນາຄົມ ທັງທາງບົກ ແລະ ອາກາດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ.ສອງຝ່າຍໄດ້ຕີລາຄາສູງໝາກຜົນຂອງການຮ່ວມມືສອງຝ່າຍດ້ານເສດຖະກິດ ທີ່ມີບາດກ້າວຂະຫຍາຍຕົວຕໍ່ເນື່ອງ. ສອງຝ່າຍ ເຫັນດີສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການຄ້າຜ່ານແດນ ແລະ ການຄ້າຊາຍແດນເຊິ່ງກັນ ແລະ ກັນ ຕາມພັນທະສັນຍາຕ່າງໆ ທີ່ທັງສອງຝ່າຍເປັນຄູ່ພາຄີໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານເພິ່ງພາເຊິ່ງກັນ ...

Read More »

ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນ

ວັນທີ 2 ມິຖຸນາ 2022, ນີ້, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ ພັນຄໍາ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການ. ໃນລະຫວ່າງການຢ້ຽມຢາມຄັ້ງນີ້ ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນຄື:1) ໄທ ແລະ ສປປ ລາວ ພ້ອມແລ້ວທີ່ຈະເດີນຫນ້າຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານ ເສດຖະກິດໃນເຂດຊາຍແດນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. 2) ເລັ່ງປັບປຸງບູລະນະການທ່ອງທ່ຽວ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເຊິ່ງໄທຈະສະຫນັບສະຫນູນ ສປປ ລາວ ໃນການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງລາວ-ໄທ. 3) ເລັ່ງ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມລະຫວ່າງກັນໃຫ້ຫຼາຍຂຶ້ນ, ໂດຍສະເພາະແມ່ນການເຊື່ອມຕໍ່ ລະບົບທາງລົດໄຟຂອງສອງປະເທດ ພ້ອມທັງຖືເອົາຜົນປະໂຫຍດສູງສຸດຈາກໂຄງການທາງລົດໄຟລາວ-ຈີນ ່ ຮ່ວມກັນແບບ Win-Win. 4) ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ເຮັດໃຫ້ມາດຕະຖານ ແລະ ລະບຽບການສອດຄ່ອງກັນ 5) ...

Read More »

ແຜນວຽກຈຸດສຸມ ເດືອນ 6 ຄຸ້ມຄອງເງິນຕາ, ບັນຫານ້ຳມັນເຊື້ອໄຟ ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດ

ລັດຖະບານໄດ້ວາງທິດທາງແຜນວຽກຈຸດສຸມ ຂອງເດືອນ ມິຖຸນາ 2022 ໃນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 ໄດ້ຈັດຂຶ້ນໃນ ວັນທີ 30 ພຶດສະພາ 2022 ທີ່ສຳນັກ ງານນາຍົກລັດຖະມົນຕີ. ສຳລັບທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2022 ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດ ຖະບານ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ໃນນັ້ນ ຈະສຸມໃສ່ການຄຸ້ມຄອງເງິນຕາ, ບັນຫານ້ຳມັນເຊື້ອໄຟ ໃຫ້ມີຄວາມສະຫງົບ, ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄປຕາມແຜນທີ່ກຳນົດໄວ້ລວມທັງ ປັບບປຸງກົນໄກການເຮັດວຽກໃຫ້ຮັດກຸມ, ສະດວກ, ວ່ອງໄວ, ທັນການ ແລະ ຮັບປະກັນປະສິດທິຜົນສູງສຸດ. 1) ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ຈັດຕັ້ງປະຕິບັດຢ່າງຈິງຈັງ. 2) ສືບຕໍ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປີ 2022, ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ດີຂຶ້ນກວ່າເກົ່າ. ...

Read More »

ເຊັນບັນທຶກຄວາມເຂົ້າໃຈຮ່ວມມືຫັນເປັນດີຈີຕອນ ແລະທັນສະໄໝ ໃນຂະແໜງຄຸ້ມຄອງສໍາມະໂນຄົວ

ວັນທີ 27 ພຶດສະພາ 2022 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືຫັນເປັນດີຈີຕອນ ແລະ ທັນສະໄໝ ຂະແໜງຄຸ້ມຄອງສໍາມະໂນຄົວ ໃນຍຸກປະຕິວັດອຸດສາຫະກໍາ 4.0 ຢູ່ ສປປ ລາວ. ທ່ານ ພັນເອກ ລຳໄພ ຍົດປະໄພ ຮອງຫົວໜ້າຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບໄດ້ກ່າວວ່າ: ໂຄງການຮ່ວມມືດັ່ງກ່າວແມ່ນຈະສຸມໃສ່ສຶກສາຄວາມເປັນໄປໄດ້ ເພື່ອຈະນໍາໄປພັດທະນາບັນດາໂຄງການຮ່ວມມືໃນແຕ່ລະກິດຈະກໍາ ເຊິ່ງລວມມີ ການຮ່ວມມືໃນການຊ່ວຍເຫລືອຈັດຕັ້ງຜັນຂະຫຍາຍລະບົບຄຸ້ມຄອງສໍາມະໂນຄົວ ໃນໄລຍະທີ 1 ແລະ 2 ຈົນກວ່າລະບົບສົມບູນ ນໍາໃຊ້ເຂົ້າໃນວຽກງານຕົວຈິງໄດ້, ຮ່ວມມືໃນການສະໜອງສາຍເຊົ່າ DPLC ຮັບໃຊ້ລະບົບຄຸ້ມຄອງສໍາມະໂນຄົວ, ຮ່ວມມືໃນການສ້າງລະບົບສູນ Data Center, ຊ່ວຍເຫລືອໃນການຝຶກອົບຮົມໃຫ້ພະນັກງານ ຮັບຜິດຊອບຂົງເຂດວຽກງານ ໄອທີຊີ ແລະ ຮ່ວມມືຊ່ວຍເຫລືອບັນດາໜ້າວຽກອື່ນທີ່ກ່ຽວຂ້ອງ. ຂໍ້ມູນ: ຂປລ

Read More »

ຫາລື ກ່ຽວກັບການສ້າງຕັ້ງສະມາຄົມ ປົກປ້ອງຜູ້ຊົມໃຊ້

ຫາລື ກ່ຽວກັບການສ້າງຕັ້ງສະມາຄົມ ປົກປ້ອງຜູ້ຊົມໃຊ້ ເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທຳ. ວັນທີ 20 ພຶດສະພາ 2022, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບ ກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈັດກອງປະຊຸມປຶກສາຫາລື ແລະ ເຜີຍແຜ່ຄຳແນະນຳ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມປົກປ້ອງຜູ້ຊົມໃຊ້ ເລກທີ 0707/ອຄ.ກຄພນ, ລົງວັນທີ 30 ກໍລະກົດ 2020. ແນໃສ່ໃຫ້ຜູ້ເຂົ້າຮ່ວມໄດ້ຊ່ວຍໃນການເຜີຍແຜ່ ແລະ ກ້າວໄປເຖິງການປຸກລະດົມ ແລະ ຊຸກຍູ້ບັນດາສະມາຄົມ, ມູນນິທິ, ຜູ້ຊົງຄຸນວຸດທິ ຫລື ບຸກຄົນທົ່ວໄປ ທີ່ມີຄວາມສົນໃຈ ແລະ ມີມາດຖານເງື່ອນໄຂພຽງພໍ ໄດ້ພິຈາລະນາຄົ້ນຄວ້າສ້າງຕັ້ງສະມາຄົມປົກປ້ອງຜູ້ຊົມໃຊ້ຂຶ້ນໃນອະນາຄົດ. ກອງປະຊຸມໃນຄັ້ງນີ້ແມ່ນ: ມີຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໂດຍລວມ ກ່ຽວກັບ ວຽກງານການປົກປ້ອງຜູ້ຊົມໃຊ້, ການແກ້ໄຂຂໍ້ຂັດແຍ່ງ ລະຫວ່າງ ຜູ້ສະໜອງ ແລະ ຜູ້ຊົມໃຊ້ ກໍຄືການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງຜູ້ຊົມໃຊ້ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ. ...

Read More »

ສາລະວັນ ຈັດສົ່ງ 16 ອັດຖິຂອງທະຫານອາສາສະໝັກ ຊ່ຽວຊານຫວຽດນາມ ກັບຄືນປະເທດ

ແຂວງສາລະວັນ ໄດ້​ຈັດພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມກັບຄືນປະເທດ ຈຳນວນ 16 ອັດຖິ ຂຶ້ນ​ເມື່ອບໍ່​ດົນ​ມານີ້ ຢູ່ທີ່ກອງບັນຊາການທະຫານແຂວງ. ປັນຍາຊົນ ແລະ ມວນຊົນຊາວແຂວງສາລະວັນ ແລະ ຄະນະປະຕິບັດງານພິເສດແຂວງເຊກອງ ໄດ້ພ້ອມກັນມາເຕົ້າໂຮມເພື່ອໄຫວ້ອາໄລເຖິງດວງວິນຍານ ແລະ ຈັດສົ່ງອັດຖິ ຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຈໍານວນ 16 ອັດຖິ. ໃນນັ້ນ, ຂຸດຄົ້ນຈາກແຂວງເຊກອງໄດ້ 3 ອັດຖິ. ຈາກນັ້ນ, ຄະນະຜູ້ແທນທັງສອງຝ່າຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ວາງພວງມະລາ ເພື່ອລະນຶກເຖິງຄວາມຮູ້ບຸນຄຸນຂອງພະນັກງານ – ນັກຮົບ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມໃນຄັ້ງນີ້, ພ້ອມນຳເອົາອັດຖິດັ່ງກ່າວຂຶ້ນສູ່ລົດ ແລະ ນຳສົ່ງກັບຄືນປະເທດຫວຽດນາມຢ່າງສົມກຽດ. ຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍພະນັກງານ-ນັກຮົບ ຈະກາຍເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ລູກຫຼານຄົນຮຸ່ນຫຼັງໄດ້ຮໍ່າຮຽນ ແລະ ສືບທອດເອົາຊົ່ວກາລະນານ. ຂໍ້ມູນ: ປະຊາຊົນ

Read More »