ສຶກສາ ແລະ ກິລາ

ໂຮງຮຽນ ນານາຊາດ ວຽງຈັນ (VIS) ຮ່ວມກັບ ທະນາຄານລາວ – ຝຣັ່ງ (BFL) ສ້າງໂອກາດເພື່ອການພັດທະນາສູນກາງການຮຽນຮູ້ ຢູ່ໃນສປປ ລາວດ້ວຍໂຄງການປັບປຸງພື້ນທີ່ຂອງໂຮງຮຽນ (Campus Gateway)

ທະນາຄານລາວ – ຝຣັ່ງ (BFL) ໃຫ້ທຶນກູ້ຢືມແກ່ໂຄງການປັບປຸງພື້ນທີ່ຂອງໂຮງຮຽນ ນານາຊາດ ວຽງຈັນ (VIS) ເຊິ່ງລວມມີ:  ສູນສິລະປະ ການສະແດງ, ສູນອອກກໍາລັງກາຍ ແລະ ເປັນບ່ອນພົບປະສັງສັນແຫ່ງໃໝ່ ໃຫ້ກັບໂຮງຮຽນ ແລະ ຊຸມຊົນໃນທ້ອງຖິ່ນ. ທີ່ນະຄອນຫຼວງວຽງຈັນ, ໃນເດືອນ ກຸມພາ 2021 ທີ່ຜ່ານມາ – BFL ແລະ VIS ໄດ້ສະເຫຼີມສະຫຼອງການຮ່ວມມື ແລະ ການເລີ່ມຕົ້ນໂຄງການ ປັບປຸງພື້ນທີ່ ຂອງໂຮງຮຽນ ດ້ວຍການຈັດພິທີຖະແຫລ່ງຂ່າວ ເປີດຕົວໂຄງການປັບປຸງພື້ນທີ່ ຂອງໂຮງຮຽນ ໃນ ວັນທີ 03 ມີນາ 2021 ຢູ່ທີ່ VIS ໂດຍການເປັນກຽດເຂົ້າຮ່ວມງານ ຂອງບັນດາຄູ່ຮ່ວມສັນຍາ, ຕ່າງໜ້າຈາກພາກລັດ, ອໍານາດການປົກຄອງທ້ອງຖິ່ນ, ບັນດານັກການທູດ ແລະ ອົງການຈັດຕັ້ງສາກົນປະຈໍາສປປ ລາວ, ບັນດາສື່ມວນຊົນ, ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບຮູ້ຂໍ້ມູນລະອຽດ ຂອງໂຄງການດັ່ງກ່າວ.  ຄາດຄະເນວ່າ ໂຄງການດັ່ງກ່າວ ຈະສໍາເລັດກ່ອນໃນວັນທີ 14 ມິຖຸນາ 2022 ...

Read More »

ມາຮ່ວມສົ່ງເສີມການອ່ານໄປພ້ອມກັນກັບງານເທສະການປຶ້ມອ່ານ ປະຈໍາປີ 2021 (ເລີ່ມແຕ່ວັນທີ 4-5-6 ມີນາ 2021 ນີ້)

ໃນສັງຄົມລາວເຮົາມັກຈະໄດ້ຍິນເລື້ອຍໆຕໍ່ຄຳເວົ້າທີ່ວ່າ “ຄົນລາວບໍ່ມັກອ່ານໜັງສື” ເຊິ່ງເປັນອຸປະສັກຢ່າງໜຶ່ງທີ່ຂວາງທາງປາຍປາກກາ ແລະ ເປັນສິ່ງຫຍໍ້ທໍ້ຈິດໃຈໃຫ້ແກ່ບັນດານັກຂຽນລາວບໍ່ໜ້ອຍ, ແຕ່ເຖິງຢ່າງໃດກໍຕາມ ນັກຂຽນຫຼາຍທ່ານ ຍັງຄົງຝົນປາຍປາກກາ ແລະ ທຸ້ມເທສະຕິປັນຍາສ້າງສັນປຶ້ມທີ່ດີມີຄຸນຄ່າ ເພື່ອທີ່ຈະເຮັດໃຫ້ຄົນລາວຫັນມາອ່ານໜັງສືໃຫ້ນັບມື້ນັບຫຼາຍຂຶ້ນ. ດັ່ງນັ້ນ ທາງຄະນະອັກສອນສາດກໍຄືມະຫາວິທະຍາໄລແຫ່ງຊາດຈຶ່ງໄດ້ຈັດໃຫ້ມີງານເທສະການອາຫານສະໝອງຂຶ້ນ. ເຊິ່ງໃນວັນທີ 26 ກຸມພາ 2021 ນີ້ທີ່ສະໂມສອນ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີການຈັດຖະແຫຼງຂ່າວງານເທສະການປຶ້ມອ່ານ ປະຈໍາປີ 2021 ຂຶ້ນ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ປທ ທອງສຸກ ແກ້ວມະນີ ຮັກສາການຄະນະບໍດີ ຄະນະອັກສອນສາດ, ມີທ່ານ ປອ. ນາງ ລັດຊະນີ ສຸລິຍະວົງ ຫົວໜ້າພະແນກວິຊາການ ຄະນະອັກສອນສາດ ທັງເປັນຜູ້ປະສານງານ ເທສະການປຶ້ມອ່ານ, ທ່ານ ສົມໄໝ ພົມມະຈັນ ຄະນະຈັດງານ ເທສະການປຶ້ມອ່ານ ພ້ອມດ້ວຍບັນດານັກສຶກສາ ແລະ ສື່ມວນຊົນເຂົ້າຮ່ວມ. ການຈັດງານໃນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນອ່ານໂລກ (4 ມີນາ) ແລະ ສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ (8 ມີນາ) ພ້ອມ, ໂດຍສະເພາະແມ່ນເພື່ອທີ່ຈະເປັນສ່ວນໜຶ່ງໃນການປູກຝັງນິໄສມັກການອ່ານ ການຂຽນ ໃຫ້ແກ່ໄວໜຸ່ມລາວ ເພື່ອພວກເຂົາໄດ້ເຕີບໃຫຍ່ພ້ອມໆກັບຄວາມຮູ້ທີ່ກວ້າງຂວາງ, ...

Read More »

ພິທີວາງສີລາລືກໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ……..

ພິທີວາງສີລາລືກໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນໄດ້ຈັດຂຶ້ນໃນວັນທີ 28 ທັນວານີ້, ທີ່ບ້ານໂນນສະອາດ (ເຂດດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ປ້າຄຳເມິງ ພັນລະຍາທ່ານ ປະທານປະເທດແຫ່ງສປປລາວ, ທ່ານ ສາວ ເວີນຢູ (Zhao Wenyu) ທີ່ປຶກສາດ້ານເສດຖະກິດ-ການຄ້າສະຖານທູດຈີນ ປະຈຳ ສປປ ລາວ, ມີບັນດາແຂກຖືກເຊີນເຂົ້າຮ່ວມ. ໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສຳນຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ, ເປັນໜໍ່ແໜງຂອງປະເທດຊາດ ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນໃຫ້ມີການຂະຫຍາຍທາງດ້ານສະຖານທີ່ ທີ່ເໝາະສົມທາງດ້ານວັດຖຸອຸປະກອນການນຳໃຊ້ທີ່ທັນສະໄໝສິ່ງອຳນວຍຄວາມສະດວກຄົບຖ້ວນເຂົ້າໃນການເຄື່ອນໄຫວກິດຈະກຳຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ. ດັ່ງນັ້ນ, ພັກ ແລະ ລັດຖະບານຈຶ່ງເຫັນໄດ້ຄວາມສຳຄັນດັ່ງກ່າວ ແລະ ໄດ້ຕົກລົງມອບເນື້ອທີ່ດິນ 3,5 ເຮັກຕາທີ່ຕັ້ງຢູ່ບ້ານໂນນສະອາດເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອສ້າງເປັນສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ ແລະ ງົບປະມານໃນການກໍ່ສ້າງສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ, ໄລຍະຜ່ານມາລັດຖະບານຈີນໄດ້ຊ່ວຍເຫຼືອຫຼາຍໂຄງການໃຫ້ແກ່ ສປປ ລາວເວົ້າລວມ, ເວົ້າສະເພາະກໍຄືງົບປະມານ 72.060.000 ລ້ານຢວນ ເພື່ອສ້າງເປັນສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ . ...

Read More »

ການກໍ່ສ້າງໂຮງໝໍມະໂຫສົດ ໄລຍະທີ 1 ຄືບໜ້າ 80% ຄາດວ່າຈະສໍາເລັດຕົ້ນປີ 2021…………

ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ໄລຍະທີ 1 ມີຄວາມຄືບໜ້າ80% ຄາດວ່າຈະສໍາເລັດ 100% ໃນເດືອນ ມັງກອນ ປີ 2021 ແລະ ຈະເລີ່ມລົງມືກໍ່ສ້າງໃນໄລຍະທີ 2 ໃນເດືອນເມສາ ປີ 2021 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດໃນເດືອນມີນາປີ 2022. ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ເປັນໂຄງການຊ່ວຍເຫຼືອຈາກ ສປ ຈີນ ມູນຄ່າການກໍ່ສ້າງ 590 ລ້ານກວ່າຢວນ ຫຼື ປະມານ 751,8 ຕື້ກີບ ໂດຍໄດ້ແບ່ງອອກເປັນສອງໄລຍະ. ທ່ານ ຫວັງ ຊີກາງ (Wang Zhi Gang) ຫົວໜ້າທີມງານເຕັກນິກ ບໍລິສັດ Beijing Uni-Construction Group Co., Ltd ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 23 ທັນວາ ຜ່ານມາ ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ ມີເນື້ອທີ່ທັງໝົດ 30.300 ຕາແມັດ. ໂຄງການດັ່ງກ່າວນີ້ເປັນໂຄງການທີ່ມີຄວາມໝາຍສໍາຄັນຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຈີນ ແລະ ປະຊາຊົນລາວ, ເຊິ່ງເປັນໂຄງການທີ່ຜູ້ນຳຂອງສອງປະເທດ ຮ່ວມວາງສີລາລືກ ...

Read More »

ປະທານປະເທດ ເນັ້ນໜັກໃຫ້ສູນກາງສູນກາງ ຊປປລ ເອົາໃຈໃສ່ 9 ວຽກງານສໍາຄັນ……….

ໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດຄັ້ງທີVIII ຈັດຂຶ້ນໃນວັນທີ 24-25 ທັນວາ 2020 ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກບາງບັນຫາ ດັ່ງນີ້:1. ຄະນະຊາວໜຸ່ມທຸກຂັ້ນແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້; ປະກອບສວ່ນຢ່າງກົມກຽວເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.2. ຕັ້ງໜ້າສຶກສາອົບຮົມພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍ່ຄືຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮູ້ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຕົນ. 3. ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊາວໜຸ່ມ, ເຍົາວະຊົນແລະ ອະນຸຊົນລາວບັນດາເຜົ່າ ໃຫ້ມີແບບແຜນການດຳລົງຊີວິດທີ່ດີ, ດຸໝັ່ນໃນການສຶກສາຮ່ຳຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂື້ນໄປເລື້ອຍໆ ເພື່ອໃຫ້ກາຍເປັນຜູ້ຊຳນານງານ ແລະ ກາຍເປັນຜູ້ສືບທອດທີ່ດີີຂອງຊາດ.4. ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ...

Read More »

ເຜີຍແຜ່ນະໂຍບາຍແຫ່ງຊາດ ສ້າງເວທີແຫ່ງການຮ່ວມມື ແລະ ການປະສານງານ…….

ໃນວັນທີ 24 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ເຜີຍແຜ່ນະໂຍບາຍແຫ່ງຊາດ ດ້ານປະຊາກອນ ແລະ ການພັດທະນາ (NPDP 2019-2030) ເພື່ອສ້າງເວທີແຫ່ງການຮ່ວມມື ແລະ ການປະສານງານ ໂດຍຜ່ານການຮ່ວມມືຂອງລັດຖະບານກັບພາກສ່ວນກ່ຽວຂ້ອງຕ່າງໆ ໃນຫລາຍຂົງເຂດ ເພື່ອແກ້ໄຂບັນຫາປະຊາກອນ ແລະ ເລັ່ງລັດການບັນລຸແຜນດຳເນີນງານຂອງ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25) ແລະ ວາລະການພັດທະນາແບບຍືນຍົງຮອດປີ 2030. ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ການປັບປຸງນະໂຍບາຍດັ່ງກ່າວ ແມ່ນອີງໃສ່ນະໂຍບາຍສະບັບເກົ່າຖືກສ້າງຂຶ້ນມາເປັນເວລາດົນນານແລ້ວ ແລະ ເມື່ອສົມທຽບກັບສະພາບປະຈຸບັນ ເຫັນວ່າມີຫລາຍອັນປ່ຽນ ແປງເປັນຕົ້ນ ສະພາບເສດຖະກິດ-ສັງຄົມ, ສະພາບການພັດທະນາຂອງສາກົນ (SDGs), ການປ່ຽນແປງດ້ານປະຊາກອນ ໂດຍອີງໃສ່ການສຳຫລວດລ່າສຸດ ການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ປີ 2015 ສະແດງໃຫ້ເຫັນວ່າ ປະຊາກອນລາວ ສ່ວນໃຫຍ່ແມ່ນປະຊາກອນໜຸ່ມ ແລະ ຢູ່ໃນໄວອອກແຮງງານ ...

Read More »

ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດໄດ້ປະກອບສ່ວນສຳຄັນ ໃນວຽກງານຊາວໝຸ່ມ…….

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວ ຄັ້ງທີ VIII ວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ໃນໄລຍະຜ່ານມາ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ປະກອບສ່ວນຫລາຍດ້ານເຂົ້າໃນວຽກງານຊາວໜຸ່ມ ເປັນຕົ້ນ ເຂົ້າຮ່ວມຂະບວນການຂອງສູນກາງຊາວໜຸ່ມ, ການລົງຮາກຖານຕ່າງໆ, ການເຂົ້າຮ່ວມທຸກໆກອງປະຊຸມທີ່ປິ່ນອ້ອມຂອງສູນກາງຊາວໜຸ່ມ. ນອກຈາກນີ້ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຍັງມີສ່ວນຮ່ວມໃນການລົງຊ່ວຍເຫລືອບັນດາແຂວງ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ ແລະ ຊ່ວຍເຫລືອຜູ້ດ້ອຍໂອກາດ, ພ້ອມທັງມີສ່ວນຮ່ວມໃນຫລາຍກິດຈະກໍາ ເປັນຕົ້ນ ສິລະປະກິລາ, ການປົກປັກຮັກສາສິ່ງແວດລ້ອມ, ກິດຈະກໍາຕ່າງໆ ເພື່ອຕ້ອນຮັບວັນປະຫວັດສາດທີ່ສໍາຄັນຂອງຊາດ ໂດຍສະເພາະແມ່ນໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນສຳຄັນອື່ນໆ, ໄດ້ລະດົມທຶນຊ່ວຍເຫລືອໃນທຸກໆເຫດການເຊັ່ນ: ອຸທົກກະໄພ, ນໍ້າຖ້ວມ ແລະ ອື່ນໆ ເປັນວັດຖຸ ປັດໃຈ ແລະ ງົບປະມານເງິນສົດລວມມູນຄ່າຫລາຍຕື້ກີບ. ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຍັງໃຫ້ຮູ້ອີກວ່າ: ໃນນາມເປັນຜູ້ແທນຂອງສະມາຄົມນັກທຸລະກິດໜຸ່ມ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບຄັດເລືອກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດໃນຄັ້ງນີ້ ...

Read More »

ການພັດທະນາມະນຸດຂອງ ສປປ ລາວຍັງຕິດຢູ່ອັນດັບທີ່ 137 ໃນ 189 ປະເທດ ແລະ ເຂດແຄ້ວນທົ່ວໂລກ……

ໃນບົດລາຍງານການພັດທະນາມະນຸດໄດ້ຈັດອັນດັບບັນດາປະເທດໂດຍອີງໃສ່ດັດສະນີການພັດທະນາມະນຸດ (HDI) ເຊິ່ງວັດຜົນ ສຳເລັດໂດຍສະເລ່ຍໃນສາມດ້ານພື້ນຖານຂອງການພັດທະນາມະນຸດ, ອາຍຸຍືນ, ການສຶກສາ ແລະ ລາຍໄດ້ຕໍ່ຫົວຄົນ; ໃນລະຫວ່າງປີ 1990 ແລະ 2019, ຄ່າ HDI ຂອງ ສປປ ລາວ ໄດ້ເພີ່ມຂື້ນຈາກ 0.405 ເປັນ 0.613, ເພີ່ມຂື້ນ 51,4 ເປີເຊັນ, ແລະ ສົ່ງຜົນໃຫ້ຖືກຈັດຢູ່ອັນດັບ 137 ໃນ 189 ປະເທດ ແລະ ເຂດແຄວ້ນ, ອີງຕາມບົດລາຍງານການພັດທະນາມະນຸດ (HDR) 2020 ໂດຍອົງການສະຫະປະຊາຊາດ ເພື່ອການພັດທະນາ (ອົງການ UNDP) ໃນວັນພຸດທີ 23 ທັນວາ 2020 ທີ່ນະຄອນຫຼວງວຽງຈັນ. ບົດລາຍງານສະບັບນີ້ ຄົບຮອບ 30 ປີຂອງ HDR: ” ການພັດທະນາມະນຸດ ແລະ Anthropocene” ໄດ້ຮັບການແນະນຳຕົວຢ່າງເປັນທາງການໃນປະເທດລາວໂດຍອົງການ UNDP ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວ ພາຍຫຼັງການເຜີຍແຜ່ທົ່ວໂລກ ໃນວັນທີ 15 ທັນວາ ...

Read More »

ປັດຈຸບັນ ພະນັກງານ-ລັດຖະກອນທົ່ວປະເທດມີທັງໝົດ 178.821 ຄົນ…….

ໃນບົດລາຍງານການເມືອງທີ່ ສະຫາຍ ທອງຈັນ ມະນີໄຊ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພາຍໃນ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງພາຍໃນ ຄັ້ງທີ II ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 22 ທັນ 2020 ໄດ້ໃຫ້ຮູ້ກ່ຽວກັບວຽກງານຄຸ້ມຄອງລັດຖະກອນ ຕະຫລອດໄລຍະ 5 ປີ ຜ່ານມາວ່າ: ວຽກງານຄຸ້ມຄອງລັດຖະກອນຂອງລາວ ໄດ້ຫັນເຂົ້າສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍ ແລະ ເປັນທັນສະໄໝເທື່ອລະກ້າວ. ໂດຍໄດ້ສ້າງ, ປັບປຸງນິຕິກຳ ແລະລະບຽບການຄຸ້ມຄອງລັດຖະກອນ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 15 ທັນວາ 2015, ດຳລັດລຸ່ມກົດໝາຍ 5 ສະບັບ ແລະ ນິຕິກຳຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນ ຫຼາຍກວ່າ 40 ສະບັບ; ເພື່ອປະຕິບັດວຽກງານຄຸ້ມຄອງມະຫາພາກ ການແບ່ງຂັ້ນຄຸ້ມຄອງ ແລະ ປະຕິບັດນະໂຍບາຍ 3 ສ້າງ ກະຊວງພາຍໃນໄດ້ສະເໜີລັດຖະບານມອບ 9 ວຽກງານຄຸ້ມຄອງລັດຖະກອນໃຫ້ກະຊວງ, ອົງການ ແລະ ທ້ອງຖິ່ນ ...

Read More »

ບໍລິສັດ ເບຍລາວ ຈໍາກັດ ມອບທຶນການສຶກສາ ແກ່ນັກສຶກສາທີ່ ຮຽນດີ – ຮຽນເກັ່ງ 330 ທຶນ

ເພື່ອປະກອບສ່ວນເຂົ້າໃນການພັດທະນາບຸກຄະລາກອນຂອງຊາດ ໃຫ້ສອດຄ່ອງກັບແນວທາງ ຂອງພັກ ແລະ ລັດຖະບານ ທັງເປັນການໃຫ້ໂອກາດແກ່ນັກສຶກສາລະດັບມະຫາວິທະຍາໄລ ແລະ ວິທະຍາໄລຄູ, ບໍລິສັດ ເບຍລາວ ຈໍາກັດ ໄດ້ສືບຕໍ່ໂຄງການສານຝັນໃຫ້ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດເຂີນທາງດ້ານທຶນຮອນ ປະຈໍາປີ 2020-2021 ຈໍານວນທັງໝົດ 330 ທຶນ ຈາກ 7 ສະຖາບັນການສຶກສາໃນທົ່ວປະເທດ. ປະກອບມີ ມະຫາວິທະຍາໄລແຫ່ງຊາດ (120 ທຶນ), ມະຫາວິທະຍາໄລ ສຸພານຸວົງ (55 ທຶນ), ມະຫາວິທະຍາໄລ ສະຫວັນນະເຂດ (45 ທຶນ), ມະຫາວິທະຍາໄລ ຈໍາປາສັກ (40 ທຶນ), ວິທະຍາໄລຄູ ສະຫວັນນະເຂດ (20 ທຶນ) ແລະ ວິທະຍາໄລຄູປາກເຊ (20 ທຶນ), ສະຖາບັນວິຈິດສິນ (30 ທຶນ) ເຊິ່ງໂຄງການສານຝັນມອບທຶນການສຶກສາແກ່ນັກສຶກສາທີ່ຂາດເຂີນ ຂອງ ບໍລິສັດ ເບຍລາວ ຈໍາກັດ ເລີ່ມຕົ້ນມາ ຕັ້ງແຕ່ປີ 2010 ເປັນຕົ້ນມາ. ໃນປັດຈຸບັນ ມີນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ດັ່ງກ່າວ ...

Read More »