ສຶກສາ ແລະ ກິລາ

ປີ 2025 ຂະແໜງການສຶກສາ ແລະ ກີລາ ຈະມີໂຄງສ້າງທີ່ເໝາະສົມ ທັງມີຄຸນນະພາບ…………………..

ຫວນຄືນກ່ອນປີ 1975 ຂະແໜງການສຶກສາລາວ ມີ ຄວາມຫຍຸ້ງຍາກໃນດ້ານສະຖານທີ່ຮຽນ ແລະ ຄູສອນ. ແຕ່ພາຍຫຼັງສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ອັດຕາການເຕີບໂຕຂອງຂະແໜງສຶກສາລາວມີຄວາມກ້າວໜ້າ ແລະ ກະໂດດຂັ້ນ ປະກອບສ່ວນອັນສຳຄັນໃນການສ້າງບຸກຄະລາກອນຄຸນນະພາບອອກຮັບໃຊ້ສັງຄົມ. ສຳລັບການສຶກສາແຫ່ງຊາດມີການປ່ຽນແປງຢູ່ 3 ໄລຍະ ຄື: ໄລຍະກ່ອນປົດປ່ອຍໄດ້ເລີ່ມປັບປຸງໄລຍະການຮຽນຂັ້ນຕົ້ນຊຸມປີ 1970 – 1986 ການສຶກສາສາມັນສຶກສາ ມີລະບົບການຮຽນຢູ່ 10 ປີ ຫຼື 10 ຫ້ອງ, ຈົນມາຮອດຊຸມປີ 1990 ໄດ້ມີການປ່ຽນແປງລະບົບການສຶກສາ ຈາກ 10 ປີ ມາເປັນ 11 ປີ ແລະ ມາຮອດປັດຈຸບັນໄດ້ປ່ຽນລະບົບການສຶກສາແຫ່ງຊາດມາເປັນລະບົບສາມັນສຶກສາ 12 ປີ, ປະກອບມີ 5 +    4 + 3 ໝາຍຄວາມວ່າ ຂັ້ນປະຖົມ 5 ປີ, ມັດທະຍົມຕອນຕົ້ນ 4 ປີ, ...

Read More »

ຄັດເລືອກນັກຮຽນ ທີ່ຈະເປັນຕົວແທນເຂົ້າຮ່ວມແຂ່ງຂັນລະດັບພາກພື້ນ……

ພິທີແຂ່ງຂັນ ຖາມ-ຕອບ ຄວາມຮູ້ກ່ຽວກັບອາຊຽນ ລະດັບຊາດ ຄັ້ງທີ 9 ປະຈໍາປີ 2020 ໄດ້ຈັດຂຶ້ນ ໃນວັນທີ 4 ທັນວາ 2020 ນີ້, ຢູ່ ໂຮງຮຽນ ມສ ວຽງຈັນ ນະຄອນຫຼວງວຽງຈັນ, ມີນັກຮຽນເຂົ້າຮ່ວມແຂ່ງຂັນທັງໝົດ 13 ຄົນ ທີ່ມາຈາກແຂວງຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ແຂວງລະ 3 ຄົນ ແລະ ນະຄອນຫລວງວຽງຈັນ 4 ຄົນ ເຊິ່ງຈະຄັດເລືອກເອົາ 3 ຄົນ ເພື່ອເປັນຕົວແທນໃຫ້ແກ່ ສປປ ລາວ ໄປຮ່ວມແຂ່ງຂັນລະດັບພາກພື້ນ ທີ່ຈະຂຶ້ນໃນລະຫວ່າງວັນທີ 16-17 ທັນວາ 2020 ໂດຍຜ່ານລະບົບສືສານແບບທາງໄກ ເຊິ່ງເປັນເຈົ້າພາບໂດຍ ປະເທດສິງກະໂປ. ການແຂ່ງຂັນໃນຄັ້ງນີ້ ແມ່ນເລັ່ງໃສ່ບັນດານ້ອງນັກຮຽນ ລະດັບການສຶກສາຂັ້ນມັດທະຍົມຕອນປາຍ ທີ່ມີອາຍຸສະເລ່ຍ 14 ຫາ 18 ປີ, ການແຂ່ງຂັນແບ່ງອອກເປັນ 4 ຮອບ, ຕອບຄຳຖາມໃນ 4 ...

Read More »

ຖວທ ມີແຫຼ່ງທ່ອງທ່ຽວ 2.208 ແຫ່ງ ແລະ ໄດ້ຮັບການພັດທະນາແລ້ວ 590 ແຫ່ງ………..

ປີ 2021 ກະຊວງ ຖວທ ຈະສຸມໃສ່ບັນດາແຜນວຽກບຸລິມະສິດ ພັດທະນາວຽກງານທ່ອງທ່ຽວເພື່ອຟື້ນຟູການທ່ອງທ່ຽວລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19 ດ້ວຍການກະຕຸ້ນເສດຖະກິດ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ກ່າວວ່າ: ໃນໄລຍະ 45 ປີຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດແນວທາງການປ່ຽນແປງໃໝ່ຮອບດ້ານ ໂດຍຖືເອົາການທ່ອງທ່ຽວເປັນໜຶ່ງໃນຂະແໜງຍຸດທະສາດທີ່ສໍາຄັນໃນການພັດທະນາເສດຖະກິດສະເພາະໜ້າ ແລະ ຍາວນານ ເຊິ່ງເປັນຂະແໜງທີ່ສ້າງຜົນປະໂຫຍດແບບທະວີຄູນ ແລະ ສາມາດນໍາລາຍໄດ້ໃຫ້ປະຊາຊົນບັນດາເຜົ່າ ທັງເຂດຕົວເມືອງ ແລະ ຊົນນະບົດ. ທ່ານກ່າວຕື່ມວ່າ: ໃນປັດຈຸບັນ ສປປ ລາວ ມີຈໍານວນແຫຼ່ງທ່ອງທ່ຽວ 2.208 ແຫ່ງ, ໃນນີ້ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ວັດທະນະທໍາ 596 ແຫ່ງ, ປະຫວັດສາດ 294 ແຫ່ງ. ໃນນັ້ນ, ໄດ້ສໍາຫຼວດຂັ້ນພື້ນຖານແລ້ວ ຈໍານວນ ...

Read More »

ລັດເລັ່ງປັບປຸງຫຼຸດປະລິມານ ແຕ່ເພີ່ມຄຸນນະພາບຂອງພະນັກງານລັດ……………..

ລັດຖະບານລາວຈະເລັ່ງປັບປຸງກົງຈັກຂອງອົງການລັດໃນແຕ່ລະຂັ້ນ ໂດຍສະເພາະຈະເນັ້ນປັບປຸງ ຄຸຸນນະພາບ ແລະການປະຕິບັດໜ້າທີ່ວຽກງານຂອງພະນັກງານລັດ ໂດຍເຮັດໃຫ້ຈຳນວນພະນັກງານລັດຫຼຸດລົງແຕ່ຄຸນນະພາບເພີ່ມຂຶ້ນ, ນອກນັ້ນ ຍັງຈະປັບບັນດາໜ້າວຽກຕ່າງໆຂອງລັດໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບປັດຈຸບັນ. ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດໃນພິທີສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2 ທັນວາ 1975 – 2 ທັນວາ 2020) ທີ່ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ທັວາ 2020 ທີ່ຜາ່ນມາ ທີ່ຫໍປະຊຸມແຫ່ງຊາດໂດຍມີເນື້ອໃນບາງຕອນທີ່ສຳຄັນວ່າ: ໃນຕໍ່ໜ້າຢາກໃຫ້ອົງການລັດແຕ່ລະຂັ້ນໃຫ້ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ, ປັບປຸງລະບອບການຈັດຕັ້ງກົງຈັກ, ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດ ແຕ່ລະຂັ້ນໃຫ້ເຂັ້ມແຂງຄຽງຄູ່ກັບການເຮັດໃຫ້ຈຳນວນລັດຖະກອນຫຼຸດໜ້ອຍຖອຍລົງ ແຕ່ຄຸນນະພາບເພີ່ມຂຶ້ນ, ໃຫ້ໃຊ້ຈ່າຍປະຢັດ, ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ການບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາທີ່ຍືນຍົງ ແລະ ເປັນເຈົ້າຂອງຕົນເອງ, ຫັນເອົົາທ່ານແຮງບົ່ມຊ້ອນໃຫ້ເປັນຂະແໜງເສດຖະກິດປາຍແຫຼມ, ສົ່ງເສີມວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ, ສົ່ງເສີມຈັດສັນວຽກເຮັດງານທຳໃຫ້ປະຊາຊົນ ເພື່ອລົບລ້າງຄວາມທຸກຍາກ ແລະ ແກ້ໄຂບັນຫາສິ່ງແວດລ້ອມ. ...

Read More »

ກະຊວງສາທາລະນະສຸກເນັ້ນປັບຕຳແໜ່ງບໍລິຫານປະເພດຕ່າງໆໃຫ້ຫຼຸດລົງ……………

ບົດລາຍງານການເມືອງ ຕໍ່ກອງປະຊຸມ ໃຫຍ່ ຄັ້ງທີ IX ຂອງອົງຄະນະພັກກະຊວງສາທາລະນະສຸກ ທີ່ໄຂຂຶ້ນຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນວັນທີ 3 ທັນວາ 2020 ໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານທີ່ພົ້ນເດັ່ນ ຜ່ານການເຄື່ອນໄຫວວຽກງານສາທາລະນະສຸກໃນໄລຍະ 5 ປີ ຜ່ານມາ, ເປັນຕົ້ນວຽກງານປັບປຸງການຈັດຕັ້ງພັກ ແລະ ກົງຈັກລັດ ໃຫ້ສອດຄ່ອງກັບກົດລະບຽບພັກ ແລະ ກົດໝາຍຂອງລັດ ຕາມທິດກະທັດຮັດ, ສົມເຫດສົມຜົນ ແລະ ມີປະສິດທິພາບ. ອັນພົ້ນເດັ່ນ ແມ່ນໄດ້ປັບປຸງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ໂຮງໝໍສູນກາງ; ໄດ້ສ້າງຕັ້ງສະພາຄຸ້ມຄອງວິຊາຊີບປີ່ນປົວ, ໄດ້ໂຮມຂະແໜງການຂອງພະ ແນກສາທາລະນະສຸກແຂວງ, ນະຄອນຫຼວງ ຈາກ 15 ຂະແໜງການມາເປັນ 09 ຂະແໜງການ ແລະ ຍຸບ ໜ່ວຍງານທີ່ຂຶ້ນກັບຂະແໜງການ, ໄດ້ປັບປຸງພາລະບົດບາດຂອງໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ແລະ ກໍານົດ ມາດຕະຖານການບັນຈຸພະນັກງານໃສ່ໂຮງໝໍນ້ອຍ ປະເພດ ກ ຈາກ 7-10 ຄົນ ຕໍ່ແຫ່ງ ມາເປັນ 5-7 ...

Read More »

ຫຼາຍພາກສ່ວນສະໜັບສະໜູນ ການແຂ່ງຂັນດອກປີກໄກ່ຄັ້ງທຳອິດ……….

ພິທີຖະແຫຼງຂ່າວຈັດຂຶ້ນໃນວັນທີ 30 ພະຈິກ 2020 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄດ່ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກຜູ້ສະໜັບສະໜູນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ຖືເປັນໃບໜ້າປະຫວັດສາດຂອງວົງການກີລາດອກປີກໄກ່ບ້ານເຮົາ ເພາະໄດ້ຮັບກຽດເປັນຢ່າງສູງຈາກ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອະນຸຍາດໃຫ້ນຳໃຊ້ ນາມມະຍົດ “ ຊີງຂັນທ່ານນາຍົກລັດຖະມົນຕີ ” ເປັນຄັ້ງທໍາອິດ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, ສ້າງຂະບວນ, ເປັນເວທີໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກເຟັ້ນໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນແຕ່ລະຮຸ່ນອາຍຸ ລວມເຖິງເປັນການສ້າງເງື່ອນໄຂກັບແຕ່ລະແຂວງ ໄດ້ມີການກະກຽມນັກກີລາທົ່ວປະເທດ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີໜ້າອີກ. ສໍາລັບ ເງິນລາງວັນໃນການແຂ່ງຂັນໃນຄັ້ງນີ້ ລວມມູນຄ່າເປັນເງິນ ...

Read More »

ການນຳພັກ-ລັດ ຮ່ວມຊົມການຊ້ອມຮົບສະແດງປະສານເຫຼົ່າຍິງລູກປຶນແທ້ 12 ລາຍການ………….

ໃນວັນທີ 30 ພະຈິກ 2020 ທີ່ສະໜາມຫັດແອບວິທະຍາຄານກົມມະດໍາ ກອງທັບປະຊາຊົນ ປະຕິວັດລາວ ໄດ້ຈັດຊ້ອມຮົບສະແດງປະສານເຫຼົ່າຍິງລູກປຶນແທ້ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ກຳມະການກົມການເມືອງສູນກາງພັກ ເລຂາທິການໃຫຍ່ ຄະນະບໍລິຫານສູກກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນການພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນການພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາລັດຖະມົນຕີ ພ້ອມດ້ວຍແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ກອງທັບປະຊາຊົນ ປະຕິວັດລາວ ທັງເປັນຄະນະຊີ້ນຳລວມ ການຝຶກຊ້ອມການສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ໄດ້ລາຍງານໃຫ້ຮູ້ວ່າ: ການສະແດງປະສານເຫຼົ່າຍິງລູກປຶນແທ້ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ...

Read More »

ນັກລົງທຶນຮຽກຮ້ອງໃຫ້ລັດຖະບານ ລົງກວດສອບຕາມແຜນການເຄື່ອນໄຫວ…..

ນັກລົງທຶນພາຍໃນ ແລະ ຕ່າງປະເທດທີ່ລົງທຶນປູກໄມ້ອຸດສາຫະກຳ ໂດຍສະເພາະໄມ້ວິກ, ໄມ້ກະຖິນນະລົງ, ຕົ້ນຢາງພາລາ, ໄມ້ເກດສະໜາ, ໄມ້ສັກ ແລະໄມ້ຊະນິດອື່ນໆ ຕ່າງກໍ່ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງເຜີຍແຜ່ນິຕິກຳຕ່າງໆ ກ່ຽວກັບປ່າໄມ້ ຫຼືກົດໝາຍປ່າໄມ້ຢູ່ແຕ່ລະທ້ອງຖິ່ນໃຫ້ປະຊາຊົນເຂົ້າໃຈ ແລະ ປະຕິບັດເພາະເຂົາເຈົ້າພົບບັນຫາກ່ຽວກັບການສຳປະທານດິນລັດ: ເມື່ອໄດ້ຮັບສຳປະທານໄປແລ້ວປະຊາຊົນຂົງເຂດບໍ່ໃຫ່ການຮ່ວມມື. ຮອງອຳນວຍການບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ໄດ້ກ່າວຕໍ່ນັກຂ່າວ ເມື່ອບໍ່ດົນມານີ້ ກ່ຽວກັບບັນຫາທີ່ເປັນອຸປະສັກໃນການລົງທຶນພັດທະນາ ຫຼື ຂະຫຍາຍເນື້ອທີ່ປູກໄມ້ອຸດສາຫະກຳ (ໄມ້ວິກ ແລະໄມ້ກະຖິນນະລົງ) ຢູ່ລາວວ່າ: ມີຫຼາຍຂົງເຂດທີ່ປະຊາຊົນບໍ່ໃຫ້ການຮ່ວມມືກັບບໍລິສັດ ທັງທີ່ບໍລິສັດໄດ້ຮັບສຳປະທານດິນ ຈາກລັດຖະບານແລ້ວ ນອກນັ້ນ, ເນື້ອທີ່ດິນດັ່ງກ່າວຍັງເປັນຂອງລັດ ຊຶ່ງທາງລັດຖະບານ ມີກົດໝາຍປ່າໄມ້ທີ່ສອດຄ່ອງກັບຍຸກປັດຈຸບັນຢູ່ແລ້ວ ແຕ່ຢາກຮຽກຮ້ອງລັດຖະບານຊ່ວຍລົງໄປເຜີຍແຜ່ນິຕິກຳຕ່າງໆ ຫຼື ກົດໝາຍປ່າໄມ້ຢູ່ຕາມບ້ານ, ຢູ່ເຂດຫ່າງໄກຊອກຫຼີກ ໂດຍສະເພາະຢູ່ເຂດທີ່ບໍລິສັດລົງໄປພັດທະນາ ຫຼື ໄດ້ຮັບສຳປະທານດິນລັດ ເພື່ອປູກໄມ້ອຸດສາຫະກຳ ເພື່ອໃຫ້ປະຊາຊົນໃນເຂດນັ້ນເຂົ້າໃຈ ແລະພ້ອມກັນປະຕິບັດຕາມກົດໝາຍ. ທ່ານ ນາງ ສຸໄພວັນ ໄດ້ກ່າວຕື່ມວ່າ: ອີກບັນຫາໜຶ່ງຢາກໃຫ້ພາກລັດເອົາໃຈໃສ່ຕື່ມ ແມ່ນກ່ຽວກັບບັນຫາສິ່ງແວດລ້ອມ ໃນເມື່ອບໍລິສັດໄດ້ຈ່າຍເງິນກ່ຽວກັບການລົງກວດສອບບັນຫາສິ່ງແວດລ້ອມໝົດປີໄປແລ້ວ ຢາກໃຫ້ລົງກວດສອບແດ່ເຊັ່ນວ່າ: ຕາມແຜນການ 1 ປີ ພະນັກງານຂັ້ນສູນກາງລົງກວດສອບ 1 ເທື່ອ, ຂັ້ນແຂວງລົງ ...

Read More »

ລາວ-ຫວຽດນາມ ແລກປ່ຽນສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ…….

ທ່ານ ຟ້າມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນກະຊວງການຕ່າງປະເທດ ຫວຽດນາມ ຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີຄັ້ງທີ 7 ລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ ໃນລະຫວ່າງວັນທີ 29-30 ພະຈິກ 2020 ທີ່ນະຄອນຫລວງວຽງຈັນ ໂດຍໄດ້ປະຕິບັດຕາມຂໍ້ຕົກລົງການຮ່ວມມືລະ ຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ແລະ ຕາມການເຊື້ອເຊີນຈາກ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນ ຕີຄັ້ງທີ 7 ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 29 ພະຈິກ 2020 ທີ່ສູນຮ່ວມມືສາກົນ ICTC ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ຟ້າມ ບິ່ງ ...

Read More »

ມຊ ສຸມໃສ່ປັບປຸງ ແລະ ສ້າງຫຼັກສູດໃໝ່ທີ່ມີຄວາມຈໍາເປັນ………

ທ່ານ ສຈ. ປອ. ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ໃຫ້ສຳພາດວ່າ:ມະຫາວິທະຍາໄລແຫ່ງຊາດ ( ມຊ ) ໄດ້ຮັບການສ້າງຕັ້ງປີ 1996 ມາຮອດປັດຈຸບັນແມ່ນຄົບຮອບ 24 ປີ ມຊ ໃນເບື້ອງຕົ້ນມະຫາວິທະຍາໄລແຫ່ງຊາດ ມີພຽງແຕ່ 7 – 8 ຄະນະວິຊາ ແຕ່ມາຮອດປັດຈຸບັນມີເຖິງ 13 ຄະນະວິຊາ. ນອກຈາກນີ້ ມະຫາວິທະຍາໄລແຫ່ງຊາດຍັງໄດ້ມີ 2 ສະຖາບັນຫຼັກຄື ສະຖາບັນລາວ – ຍີ່ປຸ່ນ ແລະ ສະຖາບັນຂົງຈື ທີ່ໄດ້ຮັບການພັດທະນາຂຶ້ນຢູ່ໃນມະຫາວິທະຍາໄລແຫ່ງຊາດ. ວິໄສທັດຂອງ ມຊ ແມ່ນພັດທະນາຄູ – ອາຈານ ຜູ້ທີ່ມີ ຄວາມຮູ້ຄວາມສາມາດ ໂດຍສະເພາະຜູ້ທີ່ຈະມາສິດສອນໄດ້ກໍຕ້ອງແມ່ນລະດັບປະລິນຍາໂທ, ປະລິນຍາເອກ ຫຼື ເປັນຊ່ຽວຊານເຖິງຈະສອນໄດ້ ມາຮອດໄລຍະນີ້ ມຊ ໄດ້ມີການປະຕິບັດການສ້າງຄູ – ອາຈານໄດ້ຫຼາຍສົມຄວນ. ໃນປັດຈຸຸບັນທາງ ມຊ ໄດ້ຄ່ອຍລົບລ້າງລະບົບອະນຸປະລິນຍາ, ຊັ້ນສູງ ແລະ ກໍກຽມທີ່ຈະໂຈະສອງຄະນະວິຊາທີ່ມີຫຼັກສູດຊັ້ນສູງ. ມຊ ໄດ້ສຸມໃສ່ຫຼັກສູດປະລິນຍາຕີ, ...

Read More »