ເສດຖະກິດ

💬 ການເລີ່ມຕົ້ນວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແມ່ນຕ້ອງເລີ່ມຕົ້ນດ້ວຍການໂອ້ລົມ 💬

[English Text Below] 💬 ການເລີ່ມຕົ້ນວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແມ່ນຕ້ອງເລີ່ມຕົ້ນດ້ວຍການໂອ້ລົມ 💬 ເພື່ອຈາລຶກພິທີເປີດຂອງໂຄງການ IMPACT Biz ຢ່າງເປັນທາງການ, ກະຊວງອຸດສາຫະກຳ ແລະ ການຄ້າ, @ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະຖານທູດຍີ່ປຸ່ນປະຈຳລາວ, ພ້ອມດ້ວຍອົງການ UNDP ຈະຈັດກອງປະຊຸມກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປລາວ ເພື່ອປຶກສາໂອ້ລົມກ່ຽວກັບທ່າອ່ຽງສາກົນ ແລະ ພາກພື້ນ ພ້ອມທັງພາຍໃນປະເທດເຮົາ ໃນການຍິດຖືມາດຕະຖານສາກົນໃນການດຳເນີນທຸລະກິດຢ່າງມີຄວມຮັບຜິດຊອບ. 🌐🇱🇦📈 ຮັບຊົມການຖ່າຍທອດສົດໄດ້:      📆 15 ກັນຍາ 2022      ⏰ 9:00 ໂມງເຊົ້າ – 12:10 ໂມງສວາຍ      🎥 Facebook Live ທີ່ @targetmagazinelaos  💬 ADVANCING RESPONSIBLE BUSINESS STARTS WITH DIALOGUE 💬 To mark the inception of the IMPACT ...

Read More »

ສຸວັນນີ ຍັງຢືນ 1 ສ້າງກຳໄລສູງສຸດຂອງໄຕມາດ 2 +34,628 ລ້ານກີບ

ສຸວັນນີ ຍັງຢືນ 1 ສ້າງກຳໄລສູງສຸດຂອງໄຕມາດ 2 +34,628 ລ້ານກີບ ທຽບປີຜ່ານມາ ເພີ່ມ +3.3 ເທົ່າ. ສຸວັນນີໂຮມເຊັນເຕີ ເປັນບໍລິສັດ 1 ທີ່ໜ້າຈັບຕາ – ຜົນການດຳເນີນງານໃນປີ 2021 ສ້າງກຳໄລສຸດທິຢູ່ທີ່ 24,669 ລ້ານກີບ ເພີ່ມຂື້ນ 105% ທຽບປີ2020 (ເປັນປີທຳອິດທີ່ສ້າງກຳໄລສູງສຸດນັບແຕ່ຕັ້ງບໍລິສັດມາ) – 6 ເດືອນຕົ້ນ 2022 ລາຍຮັບລວມ 310,669 ສ້າງກຳໄລ 34,628 ລ້ານກີບ ທຽບຊ່ວງເວລາດຽວກັນໃນປີທີ່ຜ່ານມາ ເພີ່ມຂື້ນ 3.3 ເທົ່າ (ເປັນບໍລິສັດທີ່ສ້າງກຳໄລໄດ້ສູງອັນດັບ 1) ຂໍ້ມູນ: Lao Securities Exchange 10 STORY ເລື່ອງເລົ່າຂອງ 10

Read More »

ຊົມເຊີຍ! 3 ບໍລິສັດ ສ້າງກຳໄລໄດ້ ພາຍໃຕ້ວິກິດເສດຖະກິດ

ຜົນການດຳເນີນງານບໍລິສັດມະຫາຊົນທີ່ຈົດຖະບຽນໃນຕະຫຼາດຫຼັກຊັບລາວ 6 ເດຶອນ ຕົ້ນປີ 2022 ມີ 3 ບໍລິສັດທີ່ສາມາດສ້າງກຳໄລໄດ້. 3 ບໍລິສັດທີ່ສາມາດສ້າງກຳໄລ ຄື: 1. ສຸວັນນີໂຮມເຊັນເຕີ ລາຍຮັບລວມ 310,669 ກຳໄລ 34,628 ລ້ານກີບ ທຽບຊ່ວງເວລາດຽວກັນໃນປີທີ່ຜ່ານມາ ເພີ່ມຂື້ນ 3.3 ເທົ່າ. 2. ບໍລິສັດ ວຽງຈັນເຊັນເຕີ ລາຍຮັບລວມ 4,715 ກຳໄລ 2,851 ລ້ານກີບ 3. ບໍລິສັດ ປີໂຕລ້ຽມເທຣດດີ້ງ (ປໍ້ານໍ້າມັນ Plus) ລາຍຮັບລວມ 1,638,686 ກຳໄລ 1,747 ລ້ານກີບ ບໍລິສັດທີ່ຍັງຂາດທຶນ: 1. ບໍລິສັດ ຜະລິດໄຟຟ້າລາວ ລາຍຮັບລວມ 1,229,638 ລ້ານກີບ ຂາດທຶນ 99,709 ລ້ານກີບ 2. ທະນາຄານການຄ້າ ລາຍຮັບລວມ 1,660,987 ຂາດທຶນ 12,698 ລ້ານກີບ 3. ບໍລິສັດລາວເວີນ ລາຍຮັບລວມ ...

Read More »

ເງິນເຟີ້ເດືອນສິງຫາຍັງສູງຕໍ່ເນື່ອງ 30.01% ເພີ່ມຈາກເດືອນກໍລະກົດ 4.41%

ອັດຕາເງິນເຟີ້ໃນເດືອນສິງຫາ 2022 ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສືບຕໍ່ເພີ່ມຂຶ້ນ 30.01% (ເດືອນກໍລະກົດ 2022 ແມ່ນ 25.6) ເນື່ອງຈາກດັດຊະນີລາຄາເກືອບທຸກຫມວດ ແມ່ນຍັງສືບຕໍ່ເພີ່ມຂຶ້ນ ຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ທຽບປີຕໍ່ປີ ແມ່ນສູງເຖິງ 30.2% ຍ້ອນລາຄາເຂົ້າສານ, ທາດແປ້ງ, ຊີ້ນ, ໄຂ່, ນ້ໍາມັນພືດ, ຫມາກໄມ້ ແລະຜັກສົດ (ຫອມປ້ອມລາຄາເພີ່ມຂຶ້ນ 4 ເທົ່າ) ໄດ້ປັບໂຕສູງຂຶ້ນ. ທີ່ມາ: ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການ ລົງທຶນ #TargetMagazine

Read More »

S.Korea ຂຶ້ນດອກເບ້ຍ 0,25% ສູ້ເງິນເຟີ້

S.Korea ຂຶ້ນດອກເບ້ຍ 0,25% ສູ້ເງິນເຟີ້ ເພື່ອ​ຫລຸດຜ່ອນ​ຄວາມ​ຮຸນແຮງຂອງ​ເງິນ​ເຟີ້​ ເປັນການປັບຊຶ້ນດອກເບ້ຍຄັ້ງທີ 2 ຕິດຕໍ່ກັນ ປະຈຸ​ບັນ, ສ.​ເກົາຫຼີ ​ແມ່ນ​ປະ​ເທດ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ​ອາຊີ ທີ່ກໍາລັງປະເຊີນກັບອັດຕາເງິນເຟີ້ສູ່ລະດັບສູງສຸດໃນຮອບ 13 ປີເຄິ່ງ. ເງິນເຟີ້ ສ. ເກົາຫຼີ ຢູ່ທີ່ 4.8%ເກົາຫຼີໃຕ້ດຳເນີນນະໂຍບາຍການເງິນສອດຄ່ອງກັບ ສະຫະລັດ (FED) ທີ່ມາ: https://asia.nikkei.com/…/Bank-of-Korea-warns-inflation…

Read More »

ຄ່າແຮງຕ່ຳສຸດ JAPAN ເລີ່ມຕົ້ນທີ່ 105,000 ກີບ/ຊົ່ວໂມງ

ຄ່າແຮງຕ່ຳສຸດ JAPAN ເລີ່ມຕົ້ນທີ່ 105,000 ກີບ/ຊົ່ວໂມງ#targetmagazine #minimumwage #japan https://tradingeconomics.com/japan/minimum-wages

Read More »

ປີ້ງໄກ່ເຊໂນ ສິນຄ້າໂອດອບແຫ່ງຊາດ ຕ້ອງມີກາໝາຍ ແລະ ຫຸ້ມຫໍ່ໃຫ້ສະອາດ!

ພະແນກອຸດສາຫະກຳ-ການຄ້າແຂວງສະຫວັນນະເຂດ ຮ່ວມປຶກສາຫາລື ເພື່ອສ້າງກາໝາຍ ແລະ ສິ່ງບັນຈຸຫຸ້ມຫໍ່ ຜະລິດຕະພັນປີ້ງໄກ່ລາດເຊໂນ ໃຫ້ມີຄວາມສະ ອາດຈົບງາມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ. ເພື່ອເຮັດໃຫ້ຜະລິດ ຕະພັນສິນຄ້າໂອດອບແຫ່ງຊາດ ປີ້ງໄກ່ລາດເຊໂນ ໃຫ້ໄດ້ຮັບການຍອມຮັບ ແລະ ຖືກສຸຂະອະນາໄມ ແລະ ເປັນເອກະລັກສະເພາະກໍ, ທັງເປັນການຍູ້ແຮງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບການສົ່ງເສີມທຸລະກິດ ຂະໜາດນ້ອຍ-ຂະໜາດກາງ SMEs ກໍຄື ການສົ່ງເສີມຜູ້ປະກອບການ ປີ້ງໄກ່ລາດເຊໂນ ທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຊື່ສຽງ. ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ເນັ້ນໃຫ້ຄະນະກຳມະການຂັ້ນເມືອງ ພ້ອມກັນສົ່ງເສີມ, ປັບປຸງ, ສ້າງຄວາມເຂັ້ມແຂງຂອງສະມາຄົມ ໂດຍສະເພາະສະຖານທີ່ບໍລິການ ໃຫ້ມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ, ສິ່ງສຳຄັນໃຫ້ຮັບປະກັນດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງ ຜູ້ບໍລິໂພກ. ຂໍ້ມູນ: ຂປລ

Read More »

Facebook ມາຮອດຈຸດນີ້ໄດ້ແນວໃດ?

Facebook ມາຮອດຈຸດນີ້ໄດ້ແນວໃດ? ຈຸດທີ່ມູນຄ່າລົງໜັກທີ່ສຸດຕັ້ງແຕ່ກໍ່ຕັ້ງບໍລິສັດມາ. 6 ເຫດຜົນ ມູນຄ່າ Facebook ຫຼຸດຕໍ່າສຸດ ເປັນປະຫວັດສາດ! 1. ຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! ຫຼາຍຄົນເອີ້ນ Facebook ວ່າເປັນ “ບ້ານພັກຄົນເຖົ້າ” ຄົນລຸ້ນໃໝ່ທົ່ວໂລກຫັນໄປໃຊ້ ໂຊຊ້ຽວມີເດຍອື່ນຫຼາຍຂຶ້ນ ຈົນຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! 2) Apple ສ້າງພິດ “Ask App Not to Track” Apple ເຈົ້າຂອງ iPhone ໄດ້ສ້າງທາງເລືອກໃຫ້ຜູ້ໃຊ້ງານວ່າ ຈະອະນຸຍາດໃຫ້ Facebook ຕິດຕາມຂໍ້ມູນລູກຄ້າໄດ້ຫຼືບໍ່? ແນ່ນອນວ່າສົ່ງຜົນດີຕໍ່ຄວາມເປັນສ່ວນໂຕຂອງຜູ້ໃຊ້ ແຕ່ສຳລັບ ທຸລະກິດ Meta ບໍ່ດີເທົ່າໃດ ເພາະຖ້າບໍ່ມີຂໍ້ມູນຂອງລູກຄ້າ ແລ້ວຈະເອົາຫຍັງໄປຍິງໂຄສະນາ. 3. ໂຄສະນາໜີໄປລົງ Googleຮັບຜົນກະທົບຕໍ່ເນື່ອງຈາກຈໍ້ 2 ຄົນໃນວົງໂຄສະນາທົ່ວໂລກ ເຊື່ອໝັ້ນໃນ Google Search ຫຼາຍກວ່າລົງໂຄສະນາໃນ Facebook. 4. ຄູ່ແຂ່ງໜ້າໃໝ່ TikTok ມາແຮງFacebook ມີຄົນໃຊ້ງານຫຼຸດລົງ ແຕ່ເມື່ອໄປເບິ່ງຄູ່ແຂ່ງ ...

Read More »

ການຄ້າລາວ-ຫວຽດ 5 ເດືອນຕົ້ນປີ ບັນລຸ 690 ລ້ານໂດລາ ເພີ່ມ20.2% ທຽບປີກາຍ!

ການລົງທຶນໃນ 5 ເດືອນຕົ້ນປີ 2022, ເຖິງວ່າສືບຕໍ່ໄດ້ຮັບຜົນກະທົບຈາກການ ລະບາດຂອງພະຍາດໂຄວິດ-19, ແຕ່ບັນດາວິສາຫະກິດໄດ້ພະຍາຍາມ, ຕັດສິນໃຈສູງເຂົ້າມາລົງທຶນຢູ່ລາວ ໂດຍ ໄດ້ອະນຸມັດໃຫມ່ 1 ໂຄງການ ແລະ ດັດແກ້ເພີ່ມທຶນຈົດທະບຽນ 3 ໂຄງການມູນຄ່າ 64,5 ລ້ານໂດລາ ສົ່ງຜົນເຮັດ ໃຫ້ປັດຈຸບັນ ມີໂຄງການທີ່ໄດ້ຮັບອະນຸຍາດ 214 ໂຄງການ ມູນຄ່າ 5,38 ຕື້ໂດລາ ຈັດຢູ່ອັນດັບທີ 3 ຂອງບັນດາ ປະເທດທີ່ມາລົງມຶນຢູ່ລາວ (ຕໍ່ຈາກຈີນ ແລະ ໄທ), ຂະນະດຽວກັນກໍ່ໄດ້ປະສານສົມທົບຍູ້ແຮງການດຶງດູດບັນດາ ນັກລົງທຶນຍຸດທະສາດເຂົ້າມາລາວໃນບັນດາໂຄງການຍຸດທະສາດສໍາຄັນຕ່າງໆ, ສ່ວນການຄ້າ 5 ເດືອນຕົ້ນປີ 2022 ບັນລຸມູນຄ່າ 690 ລ້ານໂດລາເພີ່ມຂຶ້ນ 20,2% ທຽບໃສ່ໄລຍະດຽວກັນປີ 2021. ໂຄງການຮ່ວມມືຂະຫນາດໃຫຍ່ຈໍານວນຫນຶ່ງ ການນໍາຂັ້ນສູງສອງປະເທດໄດ້ໃຫ້ຄວາມສໍາຄັນ ມີບາດກ້າວຫັນ ປ່ຽນຢ່າງຈະແຈ້ງ ພິເສດແມ່ນໂຄງການເຂື່ອນໄຟຟ້າເຊຂະຫມານ ໄດ້ກັບມາຜະລິດໄຟຟ້າໃນເດືອນພຶດສະພາ 2022. ນອກນີ້ ຍັງໄດ້ເອົາໃຈໃສ່ພັດທະນາຊັບພະຍາກອນມະ ນຸດ ຊຶ່ງປັດຈຸບັນ, ມີພະນັກງານ, ນັກສຶກສາລາວ ໄປສຶກສາຢູ່ຫວຽດນາມ 14.000 ...

Read More »

ມູນຄ່ານໍາເຂົ້າ-ສົ່ງອອກ ເດືອນ 6 ລາວ ຂາດດຸນ 133 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 6 ປີ 2022 ບັນລຸໄດ້ປະມານ 1,000 ລ້ານໂດລາສະຫະລັດ. ສົ່ງອອກ 456 ລ້ານໂດ, ນໍາເຂົ້າ 589 ລ້ານໂດລາ ຂາດດຸນການຄ້າປະມານ 133 ລ້ານໂດລາ. ສີນຄ້າສົ່ງອອກຫຼັກປະກອບມີ: ຄຳປະສົມ, ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ຢາງພາລາ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເກີບ, ນໍ້າຕານ ແລະ ແກ້ວ ແລະ ເຄື່ອງທີ່ເຮັດດ້ວຍແກ້ວ. ໝວດສີນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຜະລິດຕະພັນການຢາ (ເພສັດຊະກໍາ),ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ສາຍໄຟຟ້າ, ເຄເບີ້ລ, ນ້ຳມັນແອັດຊັງ, ແອັດຊັງພິເສດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ແລະ ຜະລິດຕະພັນທາງເຄມີ.ມູນຄ່າການນໍາເຂົ້າ ...

Read More »