ເສດຖະກິດ

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service)

ເປີດໂຕຢ່າງເປັນທາງການແລ້ວກັບ ບໍລິສັດ ຊີເນີຈີ (SYNERGY – Organisational Management Service) ໃນວັນສຸກທີ 1 ກໍລະກົດ 2022 ທີ່ຜ່ານມາ ທີ່ ໂຮງແຮມ Crown Plaza, ນະຄອນຫຼວງວຽງຈັນ. ໃນງານດັ່ງກ່າວແມ່ນມີການເປີດໂຕ ລະບົບບໍລິຫານ & ຄຸ້ມຄອງບຸກຄະລາກອນ (HR SYSTEMS) ແລະ ການເປີດໂຕແອັບພິເຄຊັ່ນ ຊີເນີຈີ (SYNERGY APPLICATION) ເປັນແອັບພິເຄຊັ່ນບໍລິຫານບຸກຄະລາກອນ (HR Management) ແອັບທຳອິດທີ່ເປັນຝີມືຂອງຄົນລາວ ແລະ ພັດທະນາໂດຍຄົນລາວທີ່ ເຂົ້າໃຈລະບົບ ພ້ອມ ປະສົບການ ຫລາຍກວ່າ 15 ປີ. ລະບົບດັ່ງກ່າວນີ້ ຈະຊ່ວຍໃຫ້ການບໍລິຫານ & ຄຸ້ມຄອງບຸກຄະລາກອນຂອງອົງກອນຕ່າງໆໃນລາວໄດ້ດີແລະມີປະສິດທິພາບຍິ່ງຂື້ນ ເຊິ່ງ ເໝາະສຳລັບທຸກໆປະເພດຂອງບໍລິສັດ/ອົງກອນ/ພາກລັດ/ເອກະຊົນ ບໍ່ວ່າຈະມີຂະຫນາດນ້ອຍ, ກາງ ຫຼືໃຫຍ່ກໍສາມາດຈັບຕ້ອງໄດ້. ພາຍໃນງານໄດ້ມີພິທີເຊັນສັນຍາເພື່ອນໍາໃຊ້ SYNERGY APPLICATION ກັບ 11 ບໍລິສັດທັງລາວ ແລະ ສາຂາຂອງບໍລິສັດຕ່າງປະເທດ ທີ່ມີອຸດສາຫະກຳທຸລະກິດທີ່ແຕກຕ່າງກັນ ແຕ່ມີຄວາມຕ້ອງການເຄື່ອງມື ...

Read More »

ພັນທະບັດ ທຫລ ໃຫ້ຈໍາຫນ່າຍ 8 ວັນຂາຍໄດ້ 50%

ພັນທະບັດ ທຫລ ໃຫ້ຈໍາຫນ່າຍ 8 ວັນ (ສະເພາະວັນລັດຖະການ) ຂາຍໄດ້ 50% ນັບແຕ່ວັນທີ 15-24 ມິຖຸນາ 2022 ມີຜູ້ຊຶ້ພັນທະບັດ ຫຼາຍກວ່າ 10,517 ລາຍການ. ແຈ້ງການຂອງທະນາຄານແຫ່ງ ສປປ ລາວ ເລກທີ 200/ຫກ, ລົງວັນທີ 13 ມິຖຸນາ 2012. ພາຍຫຼັງທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ມີການອອກຈໍາຫນ່າຍພັນທະບັດ ທຫລ ງວດທີ 1 ວົງເງິນຈໍາຫນ່າຍ 5.000 ຕື້ກີບ ສູ່ມວນຊົນ ຄັ້ງວັນທີ 15 ມີຖຸນາ 2022 ເຫັນວ່າ ພໍ່ແມ່ປະຊາຊົນໄດ້ໃຫ້ຄວາມສົນໃຈຊື້ພັນທະບັດດັ່ງກ່າວຜ່ານ ທະນາຄານທຸລະກິດທີ່ເປັນຕົວແທນຈໍາຫນ່າຍຢ່າງຟົດຟື້ນ ສະແດງອອກຕົວເລກການຈໍາຫນ່າຍພັນທະບັດເປັນເວລາ 8 ວັນລັດຖະການ (ນັບແຕ່ວັນທີ 15-24 ມິຖຸນາ 2022) ສາມາດປະຕິບັດໄດ້ບັນລຸປະມານ 50% ຂອງຍອດຈໍາຫນ່າຍ. ທັງຫມົດ ໂດຍປະກອບມີບຸກຄົນ ແລະ ນິຕິບຸກຄົນໃນຂອບເຂດທົ່ວປະເທດໄດ້ຊື້ພັນທະບັດດັ່ງກ່າວຫຼາຍກວ່າ 10,517 ...

Read More »

ເຊັນສັນຍາສະໜອງທຶນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ

ເຊັນສັນຍາສະໜອງທຶນໃຫ້ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນວັນທີ 21 ມິຖຸນາ 2022 ພິທີເຊັນສັນຍາສະໜອງທຶນລະຫວ່າງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກັບສະຖາບັນການເງິນ ເພື່ອນໍາໄປປ່ອຍກູ້ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ)ໃນ 03 ບ້ວງທຶນ 1. ບ້ວງເງິນກໍ່ຕັ້ງ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ທີ່ໄດ້ຮ່ວມມືກັບ ທະນາຄານພັດທະນາລາວ ຊຶ່ງການເຊັນສັນຍາຄັ້ງນີ້ ແມ່ນເປັນການສືບຕໍ່ໃຫ້ທະນາຄານນໍາໃຊ້ທຶນ ຈຳນວນ 16 ຕື້ກີບ ນໍາໄປປ່ອຍກູ້ໃຫ້ ຈວນກ. 2. ບ້ວງເງິນສະສົມ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 4,2 ຕື້ກີບ ຊຶ່ງເປັນການເພີ່ມທຶນໃຫ້ 4 ສະຖາບັນການເງິນ ຄື: ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄຳ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເນັກ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ເພື່ອການພັດທະນາ ແລະ ສົ່ງເສີມທຸລະກິດ, ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ໄຊອຸດົມ ແລະ ...

Read More »

ຄາດວ່າແຮງງານລາວຈະສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ

ແຮງງານລາວ ເກືອບເຄິ່ງເຮັດວຽກຢູ່ພາຍໃນ ແຕ່ຫຼາຍກວ່າເຄິ່ງຢູ່ຕ່າງປະເທດ ແລະ ຄາດວ່າຈະສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ (ໃນຈຳນວນ 27.163 ຄົນ ທີ່ໄດ້ວຽກ ໄລຍະ 6 ເດືອນຜ່ານມາ) ທ້າຍປີ 2021 ອັດຕາການວ່າງງານ 5 ແສນຄົນ ຕໍ່ບັນຫານີ້ ພາກສ່ວນທີ່ກ່ຽວຂ້ອງສະເພາະແມ່ນກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຂຸ້ນຂ້ຽວແກ້ໄຂ ເຮັດໃຫ້ແຮງງານລາວໄດ້ມີວຽກເຮັດລວມທັງໝົດ 27.163 ຄົນ (ໃນ 6 ເດືອນຜ່ານມາ) ໃນນັ້ນ, ເກືອບເຄິ່ງໜຶ່ງແມ່ນເຮັດວຽກຢູ່ພາຍໃນປະເທດ ແລະ ຫຼາຍກວ່າເຄິ່ງໜຶ່ງໄດ້ວຽກເຮັດຢູ່ຕ່າງປະເທດ. ຕະຫຼາດແຮງງານຢູ່ຕ່າງປະເທດຖືເປັນທາງອອກໜຶ່ງ ໃຫ້ແກ່ແຮງງານລາວເຮົາ ນອກຈາກຈະເປັນວິທີການໜຶ່ງໃນການອອກໄປເກັບກ່ຽວປະສົບການ, ສ້າງທັດສະນະຄະຕິທີ່ດີໃນການເຮັດວຽກໃນສາຂາອາຊີບຕ່າງໆແລ້ວ ຍັງເປັນການສ້າງລາຍຮັບໃຫ້ແກ່ແຮງງານເອງ ແລະ ປະເທດຊາດໄດ້. ຕາມການຄາດຄະເນ ສະເລ່ຍແລ້ວແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ທັງຢູ່ປະເທດໄທ, ສ ເກົາຫຼີ ແລະ ຍີ່ປຸ່ນ ໄດ້ສົ່ງເງິນກັບມາປະເທດໄດ້ທັງໝົດເດືອນລະ 4.55 ລ້ານໂດລາ. (ກ່າວໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ). ຂໍ້ມູນ: ຮສສ #TargetMagazine ...

Read More »

ທະນາຄານແຫ່ງ ສປປ ລາວ ກະກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ

ທະນາຄານແຫ່ງ ສປປ ລາວ ກະກຽມອອກພັນທະບັດ ດອກເບ້ຍ 20%/ປີ ມູນຄ່າ 5 ພັນຕື້ກີບ ຈຳໜ່າຍແກ່ບຸກຄົນທົ່ວໄປແລະນິຕິບຸກຄົນທີ່ບໍ່ແມ່ນສະຖາບັນການເງິນ. ອີງຕາມຂໍ້ຕົກລົງວ່າດ້ວຍການຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ສະບັບເລກທີ 409/ທຫລ, ລົງວັນທີ 07 ມີຖຸນາ 2022. ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງທ່ານເພື່ອຊາບກ່ຽວກັບ ການອອກຈຳໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5,000,000,000,000 ກີບ (ຫ້າພັນຕື້ກີບ) ອາຍຸພັນທະບັດ 6 ເດືອນ ແລະ ເປັນພັນທະບັດທີ່ບໍ່ສາມາດປ່ຽນມືໄດ້ ອັດຕາດອກເບ້ຍ 20%ຕໍ່ປີ (ຊຳລະດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ) ເລີ່ມອອກຈຳໜ່າຍແຕ່ກາງເດືອນມິຖຸນາ 2022 ເປັນຕົ້ນໄປ. ເປັນພັນທະບັດຮູບແບບບໍ່ມີໃບພັນທະບັດເປັນເຈ້ຍ (Scripless) ແຕ່ມີການອອກໃບຢັ້ງຢືນການຖືຄອງພັນທະບັດໃຫ້ແກ່ເຈົ້າຂອງພັນທະບັດ ພັນທະບັດທີ່ຈະອອກຈຳໜ່າຍນີ້ສາມາດຖືຄອງໄດ້ໂດຍບຸກຄົນ ແລະ ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ຮັບຝາກເງິນສຳລັບທະນາຄານທີ່ມີຄວາມສົນໃຈເປັນຕົວແທນໃນການຈໍາໜ່າຍພັນທະບັດ ທະນາຄານແຫ່ງ ສປປ ລາວ ໃນຄັ້ງນີ້ ...

Read More »

ອີກໜຶ່ງບາດກ້າວ! ສົ່ງເຂົ້າໜຽວລາວ ໄປຈີນ100 ໂຕນ ໂດຍຜ່ານເສັ້ນທາງລົດໄຟ

ບໍລິສັດ IDP ຂົນສົ່ງເຂົ້າໜຽວລາວ ລ໋ອດທໍາອິດ ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕນ ໂດຍຜ່ານເສັ້ນທາງລົດໄຟ ລາວຈີນ, ໂດຍກ່ອນໜ້ານີ້ ບໍລິສັດດັ່ງກ່າວ ກໍ່ໄດ້ສົ່ງເຂົ້າໜຽວ ໄປຂາຍ ໂດຍນໍາໃຊ້ ທ່າເຮືອຢູ່ ປະເທດໄທ ແລະ ຫວຽດນາມ. ການຂົນສົ່ງຜ່ານທາງລົດໄຟ ແມ່ນສາມາດຫຼຸດຜ່ອນຕົ້ນທຶນ ໃນການຂົນສົ່ງ ທຽບໃສ່ການຂົນສົ່ງທາງທະເລ.ບໍລິສັດ IDP ລົງທຶນໃນຂະແຫນງການປູກເຂົ້າ ຢູ່ ສປປ ລາວ ມາແຕ່ປີ 2015 ຄາດວ່າ ຈະກາຍເປັນຕະຫຼາດສົ່ງອອກເຂົ້າ ລາຍໃຫຍ່ສຸດ ຂອງ ສປປ ລາວ. ແລະ IDP ຍັງສົ່ງເສີມການປູກເຂົ້າອິນຊີ ໃຫ້ກັບ 1.500 ຄອບຄົວ ຢູ່ລາວ ໃນເນື້ອທີ່ລວມ 5.000 ເຮັກຕາ. ຂໍ້ມູນ: ວຽງຈັນທາຍ

Read More »

5 ເດືອນຕົ້ນປີ ກຳປູເຈຍ ສົ່ງອອກ “ເຂົ້າ” ເພີ່ມຂຶ້ນ 22% ຜູ້ຊື້ລາຍໃຫຍ່ແມ່ນຈີນ ແລະ ເອີຣົບ

ສະຫະພັນ​ເຂົ້າ ກຳປູ​ເຈຍ(CRF) ​ເປີດ​ເຜີຍ​ວ່າ: ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ​ ໄປ​​ຈີນ 149.447​ໂຕນ ​ໃນ​ໄລຍະ 5​ເດືອນ ທຳ​ອິດ ​ຂອງ​ປີ​ນີ້ ​ເພີ່ມ​ຂຶ້ນ 23,6%ຈາກ​ໄລຍະ​ ດຽວ​ກັນ​ ໃນ​ປີ​ກາຍ.ຈີນ ຍັງຄົງ​ເປັນ​ ຜູ້​ຊື້ເຂົ້າ ແຫ່ງໃຫຍ່ ທີ່ສຸດ ຂອງກຳປູເຈຍ ກວມເອົາ 53,6% ຂອງປະລິມານ ສົ່ງອອກເຂົ້າ ທັງໝົດ ຂອງປະເທດ. ໃນໄລຍະ ເດືອນມັງກອນ ຫາເດືອນ ພຶດສະພານີ້ ຮອງມາແມ່ນສະຫະພາບ ເອີຮົບ(EU) ທີ່​ຊື້​ເຂົ້າ ຈາກ​ກຳປູ​ເຈຍ 88.167​ໂຕນ ​ເພີ່ມ​ຂຶ້ນ 49% ກວມ​ເອົາ31%. ປັດຈຸບັນ ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ ທຸກ​ຊະນິດສູ່​ຕະຫລາດຕ່າງປະ​ເທດ​ຜ່ານ ບໍລິສັດ 53​ແຫ່ງ ​ໃນ​ໄລຍະ ​ເວລາ ​ດັ່ງກ່າວ ຄິດ​ເປັນປະລິມານ 283.675​ໂຕນ ​ເພີ່ມ​ຂຶ້ນ​ເກືອບ 22% ສ້າງ​ລາຍ​ໄດ້​ ລວມທັງ​ໝົດ 173 ລ້ານ​ກວ່າ​ ໂດ​ລາ ​ສະຫະລັດ. ຂໍ້ມູນ: ຂປລ

Read More »

ກຳປູເຈຍກະແສດີ 4 ເດືອນຕົ້ນປີ ດຶງດູດນັກທ່ອງທ່ຽວເຂົ້າປະເທດຫຼາຍກວ່າ2 ແສນຄົນ

ໄລຍະ 4 ເດືອນທຳອິດຂອງປີ 2022 ມີ ນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍ ຈຳນວນ 241.485 ຄົນ ເພີ່ມຂຶ້ນ 191% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າກຳປູເຈຍໃນປີນີ້ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກຫວຽດນາມ, ໄທ ແລະ ຈີນ ເຊິ່ງສ່ວນໃຫຍ່ເດີນທາງເຂົ້າມາທາງອາກາດ. ສາເຫດທີ່ນັກທ່ອງທ່ຽວເຂົ້າປະເທດກຳປູເຈຍເພີ່ມຂຶ້ນ: 1. ກຳປູເຈຍເປີດປະເທດຢ່າງເຕັມຮູບແບບ ການສັກວັກຊີນໃຫ້ປະຊາຊົນກວມອັດຕາສູງ 2. ນະໂຍບາຍບໍ່ຕ້ອງກັກຕົວ ລວມທັງບໍ່ກວດຫາເຊື້ອໂຄວິດ – 19 ເມື່ອເດີນທາງເຖິງກຳປູເຈຍ ໃນປີ 2022 ນີ້ ກຳປູເຈຍ ຕັ້ງເປົ້າຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ປະມານ 8 ແສນ ຫາ 1 ລ້ານຄົນ. ຂໍ້ມູນ: ເສດຖະກິດການຄ້າ

Read More »

4 ວິກິດ ເຮັດໃຫ້ເສດຖະກິດທົ່ວໂລກຖົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ

.ຂະນະນີ້ໂລກກຳລັງປະເຊີນກັບວິກິດ 4 ດ້ານ ໄດ້ແກ່: 1. ອັດຕາເງິນເຟີ້ສູງສຸດໃນຮອບຫຼາຍສິບປີ 2. ລາຄາພະລັງງານແພງ 3. ບັນຫາຕ່ອງໂສ້ການສະໜອງ ເຮັດໃຫ້ອາຫານຂາດແຄນ ດຶງລາຄາສູງຂຶ້ນນັບມື້ 4. ພາວະໂລກຮ້ອນເຊິ່ງທັງ ບັນຫາທີ່ກ່າວມານັ້ນຕ້ອງໄດ້ແກ້ໄຂໄປພ້ອມໆກັນ, ບໍ່ສາມາດມຸ່ງເນັ້ນແກ້ບັນຫາໃດໜຶ່ງກ່ອນໄດ້ ແລະ ຖ້າວ່າໂລກບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ ຈະປະເຊີນກັບເສດຖະກິດທົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ. (ຄຳເຫັນຂອງ ທ່ານ ໂຣເບີດ ຮາເບັກ ຮອງນາຍົກລັດຖະມົນຕີເຢຍລະມັນ) ໃນກອງປະຊຸມ World Economic Forum: WEF ທີ່ສະວິດເຊີແລນ ບັນດາຜູ້ຕາງໜ້າລັດຖະບານຈາກປະເທດຕ່າງໆ ແລະ ພາກທຸລະກິດຕ່າງກໍຄາດການວ່າ ການເຕີບໂຕຂອງເສດຖະກິດໂລກປີນີ້ຍັງມືດມົນ ເນື່ອງຈາກມີຄວາມສ່ຽງຫຼາຍປັດໄຈທີ່ກີດຂວາງການຟື້ນຕົວຂອງເສດຖະກິດ ບໍ່ວ່າຈະເປັນແຮງກົດດັນ ຜົນກະທົບຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ການປິດເມືອງ ເພື່ອຄວບຄຸມໂຄວິດ – 19 ຂອງຈີນ.ນອກຈາກນີ້, ບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ກຳລັງປະເຊີນກັບອັດຕາເງິນເຟີ້ທີ່ຮຸນແຮງທີ່ສຸດໃນຮອບຫຼາຍສິບປີ ເຊັ່ນ: ສະຫະລັດອາເມຣິກາ, ອັງກິດ ແລະ ສະຫະພາບເອີຣົບ ( ອີຢູ ) ໄດ້ດຶງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຫຼຸດລົງ ...

Read More »

TPLUS ຮ່ວມກັບ Universal Studio

ຮ່ວມເປີດປະສົບການຄັ້ງທຳອິດໃນລາວ ກັບການຮ່ວມມືຂອງ 2 ບໍລິສັດລະດັບປະເທດ, ລະຫວ່າງ ບໍລິສັດ TPLUS ເຄືອຂ່າຍທີ່ເປັນທີ່ນິຍົມຂອງຕະຫລາດໄວໜຸ່ມ ແລະ ບໍລິສັດສ້າງໜັງລະດັບໂລກ Hollywood ຈາກປະເທດສະຫະລັດອາເມລິກາ Universal Studio, ທີ່ຄອງໃຈແຟນໆຕັ້ງແຕ່ລຸ້ນນ້ອຍຈົນເຖິງລຸ້ນໃຫ່ຍ. ມາລຸ້ນນຳກັນວ່າຈະມີ Surprise ສຸດພິເສດຫຍັງແດ່ໃນການຮ່ວມມືກັນໃນຄັ້ງນີ້. ພົບກັບເວລາແຫ່ງຄວາມມ່ວນຊື່ນໃນໄວໆນີ້ Time to boogie. For the first time ever, bringing you a new experience in Lao PDR, The wonderful collaboration between TPlus, a major Lao teen mobile network and Universal Studios, the leading movie and entertainment company in the USA that has ...

Read More »