ໃນວັນທີ 24 ທັນວາ 2020 ຢູ່ທີ່ສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນພາກກາງ ແລະ ໄຕຫງວຽນ ຫວຽດນາມ ທີ່ຖືກຜົນກະທົບຈາກໄພທຳມະຊາດ, ກ່າວມອບ ໂດຍທ່ານ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ຕ່າງໜ້າກ່າວຮັບ ໂດຍແມ່ນທ່ານ ເຫົາ ອາ ເລັ່ງ ( Hau A Lenh) ກຳມະການສູນກາງພັກ, ຮອງປະທານແນວໂຮມປະເທດຊາດຫວຽດນາມ ຕາງໜ້າລັດຖະບານຫວຽດນາມ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ. ເງິນຈຳນວນດັ່ງກ່າວໄດ້ມາຈາກການປະກອບສ່ວນຂອງຄະນະນຳ, ພະນັກງານສະຖານທູດລາວ ທີ່ຮ່າໂນ້ຍ ພ້ອມດ້ວຍນັກສຶກສາລາວທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ພ້ອມທັງການປະກອບສ່ວນຂອງບັນດາກະຊວງ, ທະບວງ ກົມ, ບັນດາອົງການຈັດຕັ້ງຂັ້ນຕ່າງໆຂອງຫວຽດນາມ ທີ່ປ່ຽນຈາກການຊື້ກະຕ່າດອກໄມ້ ເນື່ອງໃນໂອກາດມາອວຍ ...
Read More »ໄພທຳມະຊາດ
ຄະນະສະເພາະກິດ ຫຼວງນ້ຳທາ ເລັ່ງຊອກຫາຜູ້ສຳຜັດກັບ ຈີນ 2 ຄົນ…..
ປັດຈຸບັນ ທີມງານສູນວິເຄາະ ແລະ ລະບາດວິທະຍາ ຮ່ວມກັບ ວິຊາການອົງການອະນາໄມໂລກ ສົມທົບກັບພະແນກສາທາລະນະສຸກແຂວງ ກໍຄື ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ໄດ້ວາງແຜນການ ແລະ ມາດຕະການ ຊອກຄົ້ນຫາກໍລະນີຜູ້ທີ່ໄດ້ສຳຜັດກັບຄົນຈີນ 2 ຄົນທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ເດີນທາງຜ່ານແຂວງຫຼວງນໍ້າທາ ໃນອາທິດຜ່ານມາ ແລະ ສົ່ງທີມງານລົງເກັບກໍາຂໍ້ມູນຢູ່ເຂດພິເສດບໍ່ເຕັນ ໂດຍສະເພາະແມ່ນ 5 ຄົນທີ່ເປັນເປົ້າໝາຍ. ທ່ານ ດຣ ຄໍາມອນ ດວງພະຈັນ ກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ -19 ຂັ້ນແຂວງໃຫ້ຮູ້ໃນວັນທີ 7 ທັນວາ 2020 ນີ້ວ່າ: ໄລຍະວັນທີ 3 ທັນວາ 2020 ອີງຕາມສະພາບການລາຍງານຂອງເຈົ້າໜ້າທີ່ດ່ານສາກົນບໍ່ເຕັນ ແລະ ບໍ່ຫ່ານ ກ່ຽວກັບ 2 ກໍລະນີນັ້ນ, ມາຮອດວັນທີ 4 ທັນວາ ກອງເລຂາຄະນະສະເພາະກິດໄດ້ປະຊຸມດ່ວນ ກ່ຽວກັບສະພາບການກໍລະນີຜູ້ຕິດເຊື້ອ ຄົນຈີນ 2 ຄົນ, ເຊິ່ງກອງປະຊຸມໄດ້ເຫັນດີແຕ່ງຕັ້ງທີມງານສອບສວນ ແລະ ...
Read More »ອິນໂດເນເຊຍໄດ້ຮັບວັກຊີນ ເປັນຄັ້ງທຳອິດຈາກ Sinovac…………
ອິນໂດເນເຊຍໄດ້ຮັບວັກຊີນປ້ອງກັນໂຄວິດເປັນຄັ້ງທຳອິດ ໃນວັນທີ 6 ພະຈິກ 2020 ທີ່ຜ່ານມາ, ປະທານາທິບໍດີ ໂຈໂກ ວິໂດໂດ ກ່າວໃນຂະນະທີ່ລັດຖະບານກຽມໂຄງການສັກວັກຊີນຈຳນວນຫຼາຍ. ປະທານາທິບໍດີ Jokowi ແຈ້ງວ່າໄດ້ຢາ 1.2 ລ້ານຊຸດ ຈາກ Sinovac Biotech Ltd. ຂອງຈີນ ຊຶ່ງເປັນວັກຊີນທີ່ອິນໂດເນເຊຍໄດ້ຮັບການທົດສອບຕັ້ງແຕ່ເດືອນສິງຫາ ແລະ ລັດຖະບານມີແຜນຈະຮັບອີກ 1.8 ລ້ານຊຸດ ໃນຕົ້ນເດືອນມັງກອນ. ການທົດລອງວັກຊີນ Sinovac ໃນໄລຍະສຸດທ້າຍກຳລັງດຳເນີນການໃນ ບຣາຊີວ ແລະ ຕວກກີ ໂດຍຄາດວ່າຈະມີຜົນຕອບຮັບອີກບໍ່ດົນ ກ່ຽວກັບປະສິດທິພາບຈາກ ບຣາຊີວພາຍໃນກາງເດືອນທັນວາ ນອກຈາກນີ້ຍັງຄາດວ່າ ອິນໂດເນເຊຍ ໃນເດືອນນີ້ຈະໄດ້ຮັບການຈັດສົ່ງວັດຖຸດິບເພື່ອຜະລິດ 15 ລ້ານຊຸດ ແລະ ວັດຖຸດິບ 30 ລ້ານຊຸດໃນເດືອນໜ້າ ແລະ ວັກຊີນຍັງຄົງຕ້ອງໄດ້ຮັບການປະເມີນໂດຍໜ່ວຍງານອາຫານ ແລະ ຢາຂອງປະເທດ (BPOM) ໃນຂະນະທີ່ຝ່າຍບໍລິຫານຂອງເຂົາຍັງຄົງກະກຽມສຳລັບການແຈກຢາຍໄປທົ່ວໝູ່ເກາະອັນກວ້າງໃຫຍ່ທີ່ມີປະຊາກອນ 270 ລ້ານຄົນ. ທ່ານຍັງກ່າວຕື່ມວ່າ “ພວກເຮົາກະກຽມມາຫຼາຍເດືອນແລ້ວຜ່ານການຈຳລອງສະຖານະການ ໃນຫຼາຍແຂວງ ແລະ ຂ້າພະເຈົ້າໜັ້ນໃຈ ເມື່ອຕັດສິນໃຈໄດ້ວ່າຈະເລີ່ມສັກວັກຊີນໄດ້ທຸກຢ່າງກໍຈະພ້ອມ”. ຈຳນວນຜູ້ຕິດເຊື້ອໂຄວິດ-19 ລາຍວັນຂອງອິນໂດເນເຊຍເພີ່ມຂຶ້ນຢ່າງໄວວາໃນຊ່ວງບໍ່ພໍເທົ່າໃດອາທິດທີ່ຜ່ານມາ ...
Read More »ນາຍົກລັດຖະມົນຕີກ່າວຄຳເຫັນກ່ຽວກັບການແກ້ໄຂການລະບາດຂອງ COVID-19……
ອົງການ ສປຊ ໄດ້ຈັດກອງປະຊຸມສະໄໝພິເສດ ຂອງສະມັດຊາໃຫຍ່ ສປຊ ຄັ້ງທີ 31 ແບບທາງໄກຂຶ້ນໃນລະຫວ່າງວັນທີ 3-4 ທັນວາ 2020, ທີ່ ນິວຢອກ ເພື່ອປຶກສາຫາລືກ່ຽວກັບການແກ້ໄຂການລະບາດຂອງເຊື້ອພະຍາດ COVID-19. ຍ້ອນວ່າປັດຈຸບັນ, ການແຜ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື COVID-19 ສືບຕໍ່ເປັນໄພຄຸກຄາມຕໍ່ສຸຂະພາບຊີວິດຂອງປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ, ຈໍານວນຜູ້ຕິດເຊື້ອແມ່ນນັບມື້ນັບເພີ່ມຂຶ້ນ ແລະ ບໍ່ມີທ່າທີຈະຫຼຸດລົງ. ໃນກອງປະຊຸມດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວິດີໂອ ໃນວັນທີ 03 ທັນວາ 2020, ໂດຍມີເນື້ອໃນສໍາຄັນໃນການຢໍ້າຄືນເຖິງຜົນກະທົບອັນໃຫຍ່ຫຼວງຂອງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຄຸກຄາມທັງໄລຍະສັ້ນ ແລະ ໄລຍະຍາວ ຕໍ່ຊີວິດການເປັນຢູ່ກໍ່ຄືການພັດທະນາເສດຖະກິດ-ສັງຄົມຢູ່ບັນດາປະເທດຕ່າງໆໃນໂລກ. ສຳລັບ ສປປ ລາວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນກົນໄກ ແລະ ມາດຕະການເຄັ່ງຄັດ ທີ່ລັດຖະບານວາງອອກໃນການຮັບມືກັບການແຜ່ລະບາດຂອງພະຍາດ COVID-19 ອັນເຮັດໃຫ້ມີຜົນສຳເລັດໃນລະດັບໜຶ່ງ ທີ່ມີຜູ້ຕິດເຊື້້ອໃນລະດັບທີ່ສາມາດຮັບມືໄດ້ ແລະ ບໍ່ທັນມີຜູ້ເສຍຊີວິດ. ນອກຈາກນັ້ນ, ທ່ານຍັງໄດ້ກ່າວເຖິງມາດຕະການຜ່ອນຜັນເທື່ອລະກ້າວ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ເຊິ່ງທ່ານເຫັນວ່າອັດຕາການຂະຫຍາຍຕົວດ້ານເສດຖະກິດໃນປີ 2020 ...
Read More »ສປ ຈີນ ຊ່ວຍເຫຼືອອຸປະກອນການວິເຄາະ ໃຫ້ກະຊວງສາທາ…….
ພິທີມອບເຄື່ອງອຸປະກອນ ວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ມີຂຶ້ນໃນທ້າຍອາທິດຜ່ານມາທີ່ສູນວິເຄາະ ແລະ ລະບາດວິທະຍາ ໂດຍການມອບຂອງ ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວບາງຕອນວ່າ: ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ສົ່ງທີມງານແພດຈີນ ແລະ ນໍາເອົາເຄື່ອງອຸປະກອນການແພດທີ່ນໍາໃຊ້ເຂົ້າໃນວຽກງານຫ້ອງທົດລອງແພດ ຈໍານວນໜຶ່ງປັບປຸງ, ດັດແກ້ ຫ້ອງກວດຫາເຊື້ອພະຍາດໂຄວິດ-19 ລວມມູນຄ່າທັງໝົດປະມານ 381.000 ໂດລາສະຫະລັດ. ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ພວກເຮົາມີຄວາມກຽມພ້ອມຢ່າງເຕັມທີ່ເຂົ້າໃນການປະກອບສ່ວນໃນວຽກງານການຊ່ວຍເຫຼືອລາວ – ຈີນ ສະແດງ ...
Read More »ລັດຖະບານປະຊຸມດ່ວນ ຫຼັງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ…
ລັດຖະບານປະຊຸມດ່ວນ..!! ພິຈາລະນາຖີ່ຖ້ວນຕໍ່ການອະນຸມັດໃຫ້ຍົນເຊົ່າເໝົາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນວັນທີ 23 ພະຈິກ 2020, ໂດຍ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບຜູ້ຕິດເຊື້ອໃໝ່ ທັງ 14 ກໍລະນີ, ໃນນັ້ນ ຄົນລາວ 1 ຄົນ, ຄົນຕ່າງປະເທດ 13 ຄົນ(ເພດຊາຍ 11 ຄົນ,ຍິງ 3 ຄົນ) ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ. ຈາກການກວດເບື້ອງຕົ້ນ ທຸກຄົນແມ່ນມີອາການປົກກະຕິ (ບໍ່ສະແດງອາການຫຍັງເຊັ່ນ: ຫວັດ, ໄຂ້, ໄອ, ອຸນຫະພູມສູງ) ແຕ່ກວດພົບເຊື້ອ. ທັງໝົດ 14 ຄົນ ແມ່ນໄດ້ຖືກນຳໄປປິ່ນປົວແຍກປ່ຽວ ຢູ່ໂຮງໝໍມິດຕະພາບຈາກກໍລະນີດັ່ງກ່າວນີ້, ທ່ານ ພູທອນ ຍັງໄດ້ເປີດເຜີຍວ່າ: ທາງ ພັກ ແລະ ລັດຖະບານ ກໍ່ໄດ້ມີຄວາມເປັນຫ່ວງເປັນໃຍ ແລະ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຮຽກປະຊຸມຄະນະສະເພາະກິດດ່ວນ ເພື່ອໃຫ້ທິດຊີ້ນຳໃນຫຼາຍບັນຫາ ເຊີ່ງໜື່ງໃນນັ້ນ ແມ່ນໃຫ້ຄະນະສະເພາະກິດ ພິຈາລະນາຖີ່ຖ້ວນຕໍ່ການອະນຸມັດໃຫ້ຍົນເຊົ່າເໝົາລຳຈາກປະເທດທີ່ມີການລະບາດຂອງໂຄວິດ-19 ລວມທັງການອອກວີຊ່າໃຫ້ກັບຄົນຕ່າງປະເທດ ທີ່ຢູ່ປະເທດກຳລັງມີການລະບາດພະຍາດໂຄວິດ-19. ພ້ອມນີ້, ...
Read More »ກໍາປູເຈຍ ຊ່ວຍເຫຼືອອຸປະກອນການແພດໃຫ້ລັດຖະບານລາວ ເພື່ອປ້ອງກັນ ແລະ ຕ້ານພະຍາດໂຄວິດ-19…..
ຕອນເຊົ້າວັນທີ 16 ພະຈິກ 2020, ທີ່ ສະໜາມບິນສາກົນວັດໄຕ, ໄດ້ມີພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກກໍາປູເຈຍໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ປະກອບມີ ຜ້າອັດປາກ ຈຳນວນ 2.100.000 ແຜ່ນ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກອຸນຫະພູມ ແລະ ເຄື່ອງມືການແພດທີ່ຈຳເປັນອີກຈຳນວນໜຶ່ງ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຕ້ານແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ສປປລາວ. ໃນພິທີຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກກໍາປູເຈຍ ກ່າວມອບເຄື່ອງຊ່ວຍເຫຼືອ ແມ່ນສົມເດັດ ປີໄຈ ເສນາ ເຕຍບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໂດຍມີຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ...
Read More »ສະພາບການແຜ່ລະບາດໂຄວິດ-19 ແບບຄື້ນທີ 3 ໃນຍີ່ປຸ່ນ…..
ຍີ່ປຸ່ນລາຍງານເມື່ອວັນ 11 ພະຈິກ 2020 ນີ້້ວ່າ: ມີຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ເກືອບເປັນປະຫວັດສາດ 1,547 ຄົນ ຊຶ່ງເປັນລະດັບສູງສຸດ ນັບຕັ້ງແຕ່ຕົ້ນເດືອນສິງຫາ, ໃນຂະນະທີ່ສັນຍານນີ້ ຜູ້ຊ່ຽວຊານດ້ານສຸຂະພາບບາງຄົນກ່າວວ່າ: ເປັນການຕິດເຊື້ອແບບ “ຄື້ນທີ 3” ເມື່ອມີອຸນຫະພູມທີ່ເຢັນລົງ ແລະ ຜູ້ຄົນໃຊ້ເວລາຢູ່ໃນບ້ານຫຼາຍຂຶ້ນ ໂດຍບໍ່ມີການລະບາຍອາກາດທີ່ພຽງພໍ. ການນັບລວມທົ່ວປະເທດ ໂດຍ Kyodo News ຈາກຂໍ້ມູນທີ່ເປັນທາງການ ໃກ້ຄຽງກັບການບັນທຶກສະຖິຕິໃນໜຶ່ງມື້ 1,596 ຄົນ ໃນວັນທີ 7 ສິງຫາ ຫຼັງຈາກພື້ນທີ່ມີປະຊາກອນ ໃນເມືອງໃຫຍ່ພົບວ່າມີຜູ້ປ່ວຍກໍລະນີໃໝ່ເພີ່ມຂຶ້ນຢ່າງໄວວາ.ໂຕກຽວໄດ້ຮັບການຢືນຢັນແລ້ວມີ 317 ຄົນ ໂດຍເພີ່ມຂຶ້ນເກີນ 300 ຄົນເປັນຄັ້ງທຳອິດ ນັບຕັ້ງແຕ່ວັນທີ 20 ສິງຫາ ເຮັດໃຫ້ມີຍອດສະສົມຢູ່ທີ 33.377 ຄົນ ຊຶ່ງສູງທີ່ສຸດໃນບັນດາ 47 ແຂວງໃນທົ່ວປະເທດ. ແຂວງໂອຊາກ້າ, ຮຽວໂງະ ແລະ ໄຊຕາມະ ລາຍງານວ່າ ມີການເພີ່ມຂຶ້ນເປັນປະຫວັດສາດໃນວັນດຽວ ນັບຕັ້ງແຕ່ມີການລະບາດຂອງໂຄວິດ-19 ໃນຂະນະທີ່ມີການລະບາດຂອງກຸ່ມຜູ້ຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ ໃນພື້ນທີ່ທາງຕອນເໜືອເຊັ່ນ ຮອກໄກໂດ ຊຶ່ງເປັນແຫຼ່ງທ່ອງທ່ຽວຍອດນິຍົມ. ທ່ານ Toshio ...
Read More »ຊົມເຊີຍ..!! ສະມາຄົມລາວ-ໄທ ມອບອຸປະກອນການແພດ ໃຫ້ແກ່ ສປປ ລາວ…
ສະຖານເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນຕົວແທນສະມາຄົມໄທ – ລາວ ເພື່ອມິດຕະພາບ ຈັດພິທີສົ່ງມອບອຸປະກອນທາງການແພດ ມູນຄ່າ 1,285,000 ບາດ ໃຫ້ແກ່ລັດຖະບານ ສປປ ລາວ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ພ້ອມທັງເປັນສ່ວນໜຶ່ງຂອງການສະເຫຼີມສະຫຼອງໂອກາດວັນຄົບຮອບ 70 ປີຂອງການພົວພັນທາງການທູດ ໄທ – ລາວ ໃນປີ 2020.ສະມາຄົມໄທ – ລາວ ເພື່ອມິດຕະພາບ ໄດ້ຈັດພິທີສົ່ງມອບອຸປະກອນທາງການແພດ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ລັດຖະບານ ສປປ ລາວ. ອຸປະກອນທາງການແພດດັ່ງກ່າວ, ປະກອບດ້ວຍຕູ້ກວດເຊື້ອໄວຣັດໂຄໂຣນາ 2019 ແບບຄວາມດັນບວກ ຈຳນວນ 4 ຕູ້, ເຄື່ອງວັດອຸນຫະພູມແບບອັດຕະໂນມັດ ຈຳນວນ 4 ເຄື່ອງ ແລະ ເຄື່ອງຊ່ວຍຫາຍໃຈແບບສຸກເສີນຈຳນວນ 10 ເຄື່ອງ ແລະ ຊຸດສຳລັບເຮັດແຂ້ວ ຫຼື ຝ່າຕັດ 5 ຊຸດ. ຊຶ່ງຜະລິດໂດຍສະຖາບັນເຕັກໂນໂລຊີພະຈອມເກົ້າເຈົ້າຄຸນທະຫານລາດກະບັງ ລວມມູນຄ່າ 1,285,000 ບາດ. ການມອບອຸປະກອນທາງການແພດໃນຄັ້ງນີ້, ເປັນການສະແດງອອກເຖິງໄມຕີຈິດ ແລະ ...
Read More »ໄພພິບັດ ສ້າງຄວາມເສຍຫາຍຫຼາຍຢ່າງ ໃນແຂວງສະຫວັນນະເຂດ…
ທ່ານ ບຸນລົບ ໂຄດຫຼັກຄຳ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງສະຫວັນນະເຂດ ໄດ້ເປີີດເຜີຍຂໍ້ມູນກ່ຽວກັບໄພພິບັດນ້ຳຖ້ວມຢູ່ຫຼາຍເມືອງໃນໄລຍະປີ 2020 ເມື່ອບໍ່ດົນມານີ້ວ່າ: ຜົນກະທົບທີ່ຢູ່ອາໄສ ນ້ຳຖ້ວມບ້ານເຮືອນຂອງປະຊາຊົນ 168 ບ້ານ, ມີຜູ້ໄດ້ຮັບຜົນກະທົບທັງໝົດ 10.055 ຫຼັງຄາເຮືອນ, ມີ 11.180 ຄອບຄົວ, ມີຈຳນວນພົນລະເມືອງ 61.676 ຄົນ ແລະ ບ້ານທີ່ໄດ້ມີການອົບພະຍົບຄົນໄປຢູ່ສະຖານທີ່ປອດໄພຢູ່ເຮືອນພີ່ນ້ອງ, ສູນພັກຊົ່ວຄາວ, ຕາມໂຮງຮຽນທີ່ທາງຄະນະກຳມະການຕ້ານໄພພິບັດຈັດໃຫ້ຊົ່ວຄາວມີ 56 ຈຸດ, ໃນ 6 ເມືອງຄື: ເມືອງສອງຄອນ, ຈຳພອນ, ຊົນນະບູລີ, ທ່າປາງທອງ, ເມືອງພີນ ແລະ ເມືອງເຊໂປນ ຈຳນວນ 79 ບ້ານ, ມີຈຳນວນ 7.118 ຄອບຄົວ, ມີຈຳນວນພົນ 42.476 ຄົນ ຍິງ 19.972 ຄົນ. ເຮືອນເປ່ເພ 118 ຫຼັງ (109 ຫຼັງຢູ່ບ້ານແກ້ງຫົວປາ ຄຸ້ມວັງຄົດ ຖືກນ້ຳໄຫຼພັດເສຍຫາຍໝົດຫຼັງ), ເລົ້າເຂົ້າຖືກຖ້ວມເສຍຫາຍ 144 ຫຼັງ, ຖ້ວມວັດ ...
Read More »