ຂ່າວ ພາຍໃນປະເທດ

ລັດຖະບານໄດ້ກຳນົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂຜົນກະທົບຕໍ່ເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ COVID-19

ລັດຖະບານໄດ້ກຳນົດ 10 ນະໂຍບາຍ ແລະ 9 ມາດຕະການ ເພື່ອແກ້ໄຂຜົນກະທົບຕໍ່ເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ COVID-19 ລາຍລະອຽດດັ່ງລຸ່ມນີ້:        

Read More »

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ…

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາບາງບັນຫາທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້: ພິຈາລະນາ, ຮັບຮອງ ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ເດືອນ, ຄາດຄະເນ ...

Read More »

ທາງລົດໄຟ ລາວ-ຈີນຈະຫັນປ່ຽນພາບຟົດຂອງລາວຈາກຈຸດເສຍປຽບມາເປັນຈຸດໄດ້ປຽບ

ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປີດເຜີຍວ່າ: ຮອດທ້າຍເດືອນພຶດສະພາ 2020, ການປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີຄວາມຄືບໜ້າດີ ສາມາດບັນລຸ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ ທາງລົດໄຟ; ໃນນີ້, ໄດ້ຊີເຈາະໄດ້ 75 ອຸໂມງ, ຍາວ 223.600 ແມັດ ເຈາະທະລຸແລ້ວ 65 ອຸໂມງ, ກໍ່ສ້າງຂົວທັງໝົດ 164 ແຫ່ງ, ສ້າງເສົາຂົວສໍາເລັດ 1.959 ເສົາ ເທົ່າກັບ 98,10% ຂອງການອອກແບບທັງໝົດ, ສໍາເລັດການວາງຂາງຂົວ 746 ຊ່ວງເສົາ ກວມເອົາ 36,60%; ສ່ວນການວາງລາງແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ຫາ ແຂວງຫລວງພະບາງ ສໍາເລັດ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ. -ຖ້າເສັ້ນທາງລົດໄຟລາວ-ຈີນສໍາເລັດຈະເຮັດໃຫ້ ສປປ ລາວປ່ຽນສະຖານະພາບຈາກປະເທດບໍ່ຕິດຈອດກັບທະເລກາຍເປັນປະເທດເຊື່ອມຈອດໂລກພາຍນອກແບບອັດຕະໂນມັດ ພ້ອມກາຍເປັນປະຕູອອກສູ່ 10 ປະເທດສະມາຊິກອາຊຽນກັບປະຊາກອນ 600 ລ້ານຄົນ ແລະ ...

Read More »

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຈະຈັດຂຶ້ນຜ່ານທາງອອນລາຍ

ຕາມການລາຍງານຂ່າວ​ຈາກ​ຫວຽດນາມ (VOVWORLD), ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 36 ຈະຈັດ​ຂຶ້ນ ໃນວັນທີ 26 ມິຖຸນາ ຜ່ານທາງ ອອນລາຍ. ດ້ວຍບົດບາດ ເປັນປະທານ ອາຊຽນ ປີ 2020, ​ໂດຍ ທ່ານ ຫງວຽນ ຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ຈະເປັນປະທານ ວາລະໄຂກອງປະຊຸມ ຄົບຄະນະ, ບັນດາ ວາລະປະຊຸມ ພິເສດກ່ຽວກັບ ການເພີ່ມ ສິດອຳນາດ ໃຫ້ແມ່ຍິງ ໃນຍຸກ ດີຈີຕອນ; ການເຈລະຈາ ລະຫວ່າງ ການນຳຂອງ ບັນດາປະເທດ ອາຊຽນ ກັບສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດ ອາຊຽນ (AIPA), ຜູ້ຕາງໜ້າຊາວໜຸ່ມ ອາຊຽນ, ສະພາ ທີ່ປຶກສາ ທຸລະກິດ ອາຊຽນ (ASEAN-BAC). ທ່ານ ນາງ ຫງວຽນ ທິກີມເງິນ, ປະທານ ສະພາແຫ່ງຊາດ ຫວຽດນາມ, ເປັນປະທານ ...

Read More »

ລັດຖະບານ ປັບໂຄງສ້າງລາຄາໄຟຟ້າ ປີ 2020 ຄືນໃໝ່ ໂດຍອີງໃສ່ 3 ຈຸດປະສົງ ແລະ 4 ເປົ້າໝາຍຫລັກ

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ໃນໂອກາດຮ່ວມຖະແຫລງຂ່າວ ກ່ຽວກັບການປະຕິບັດນະໂຍບາຍລາຄາໄຟຟ້າ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ເມື່ອບໍ່ດົນນີ້ວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າສະບັບໃໝ່ນີ້ ແມ່ນອີງໃສ່ 3 ຈຸດປະສົງໃຫຍ່ຄື: ຢາກໃຫ້ປະຊາຊົນລາວ ເຮັດການຜະລິດເປັນສິນຄ້າເພີ້ມຂຶ້ນ ເປັນຕົ້ນລະດັບຈຸນລະພາກ, ຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງແຕ່ງປະເພດຕ່າງໆ; ໃຫ້ມີການນໍາໃຊ້ສິນຄ້າພາຍໃນປະ ເທດໃຫ້ຫລາຍຂຶ້ນ, ຫລຸດຜ່ອນການສົ່ງອອກ ວັດຖຸດິບທີ່ບໍ່ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມເປັນຫລາຍເທົ່າ, ໃນນັ້ນ ພະລັງງານໄຟຟ້າກໍ ແມ່ນສິນຄ້າພາຍໃນອັນໜຶ່ງ; ໃຫ້ໄຟຟ້າລາວ ຍັງສາມາດສືບຕໍ່ດໍາເນີນທຸລະກິດ ມີຜົນກໍາໄລຮັບປະກັນການສະໜອງໄຟຟ້າດ້ວຍຄຸນນະພາບ. ສໍາລັບ 4 ເປົ້າໝາຍແມ່ນ ໃຫ້ແຕ່ລະຄອບຄົວສາມາດເຂົ້າເຖິງພະລັງງານໄຟຟ້າ ໃຫ້ໄດ້ຕະຫລອດ 24 ຊົ່ວໂມງ ເຊິ່ງເປັນປັດໃຈສໍາຄັນໃນການລຶບລ້າງຄວາມທຸກຍາກ; ໃຫ້ຮັກສານະໂຍບາຍເກື້ອກູນສໍາລັບຜູ້ທີ່ໃຊ້ໄຟໜ້ອຍ; ສົ່ງເສີມການລົງທຶນຕ່າງປະເທດເຂົ້າໃສ່ຂະແໜງປຸງແຕ່ງອຸດສາຫະກໍາ ໂດຍເອົາພະລັງງານໄຟຟ້າເປັນສິ່ງດຶງດູດ ກະຕຸ້ນການສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວ ແລະ ສົ່ງເສີມການຜະລິດກະສິກໍາຄໍ້າປະກັນສະບຽງອາຫານ ເຊິ່ງຈະໄດ້ຮັບການສົ່ງເສີມດ້ານລາຄາໄຟຟ້າທີ່ຕໍ່າ. ທ່ານ ຄໍາມະນີ ອິນທິລາດ ຍັງໃຫ້ຮູ້ິອີກວ່າ: ການປັບປຸງໂຄງສ້າງລາຄາໄຟຟ້າດັ່ງກ່າວ, ມີສ່ວນຮ່ວມໃນການປະຕິບັດນະໂຍບາຍຂອງລັດຖະບານ ກ່ຽວກັບການສົ່ງເສີມ ການຜະລິດຄໍ້າປະກັນສະບຽງອາຫານ ເຊິ່ງຈະເຫັນໄດ້ຈາກລາຄາໃໝ່ແມ່ນ ...

Read More »

ສປ ຈີນ ໄດ້ກໍານົດ ບໍລິສັດການແພດຂອງປະເທດຈີນ ທີ່ໄດ້ມາດຕະຖານສາກົນ.

ກະຊວງການຄ້າ, ອົງການກົມໃຫຍ່ພາສີ, ອົງການກວດກາ ແລະ ຄູ້ມຄອງຢາແຫ່ງຊາດຈີນ ໄດ້ມີແຈ້ງການກ່ຽວກັບ ບັນຊີລາຍຊື່ຂອງບໍລິສັດ ສປ ຈີນ ທີ່ໄດ້ມາດຕະຖານໃນການສົ່ງອອກເຄື່ອງອຸປະກອນການແພດ ແລະ ບາງມາດຕາທີ່ຕິດພັນກັບແຈ້ງການ ເລກທີ 5 ກ່ຽວກັບການຈັດສັນການສົ່ງອອກເຄື່ອງອຸປະກອນການແພດໃຫ້ມີຄວາມເປັນລະບົບລະບຽບ ແລະ ແຈ້ງການເລກທີ 12 ກ່ຽວກັບການເພີ່ມທະວີການຕິດຕາມກວດກາຄຸນນະພາບຂອງເຄື່ອງອຸປະກອນການແພດທີ່ສົ່ງອອກຈາກ ສປ ຈີນ ເພື່ອສົ່ງເສີມ ແລະ ສະໜັບສະໜູນສັງຄົມຢ່າງຕັ້ງໜ້າ ໃນການຕ້ານ ແລະ ສະກັດກັ້ນໂລກລະບາດໂຄວິດ-19. ຖ້າຫາກບຸກຄົນ ຫລື ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ ມີຈຸດປະສົງຢາກສັ່ງຊື້ ສິນຄ້າທີ່ເປັນຜ້າອັດປາດ-ດັງ ທີ່ບໍ່ແມ່ນໃຊ້ໃນການແພດ ແລະ ປະເພດທີ່ໃຊ້ໃນການແພດ ທີ່ໄດ້ຮັບການຮັບຮອງມາດຕະຖານສາກົນ ຫຼື ໄດ້ຈົດທະບຽນທີ່ຮັບການອະນຸມັດຈາກ ກະຊວງການຄ້າຈີນ ແມ່ນທ່ານສາມາດເຂົ້າຄົ້ນຫາບັນດາລາຍຊື່ບໍລິສັດທີ່ກ່ຽວຂ້ອງ ດັ່ງກ່າວຕາມລີ້ງຂອງ ແຈ້ງການ ບັນຊີລາຍຊື່ຂອງບໍລິສັດ ສປ ຈີນ ທີ່ມີຄຸນວຸດທິໃນການສົ່ງອອກເຄຶ່ອງອຸປະກອນການແພດ, ເລກທີ 094, ລົງວັນທີ 5 ມິຖຸນາ 2020.        ເພື່ອສົ່ງເສີມ ແລະ ສະໜັບສະໜູນສັງຄົມຢ່າງຕັ້ງໜ້າ ...

Read More »

ລັດຖະບານຈີນ ມອບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19​ ໃຫ້ ສປປ ລາວ ຄັ້ງທີ 4 ມູນຄ່າ 2,6 ລ້ານໂດລາ…

ໃນວັນທີ 19 ມິຖຸນາ 2020 ພິທີມອບ-ຮັບ ການຊ່ວຍເຫຼືອລ້າອຸປະກອນການແພດ ແລະ ຢາປົວພະຍາດ ເພື່ອຕອບໂຕ້ພະຍາດ COVID-19 ຈຳນວນເງິນ 2,667,397 ດອນລາ ສະຫະລັດ ຈາກລັດຖະບານ ແຫ່ງປະເທດຈີນ ໃຫ້ແກ່ ລັດຖະບານລາວ ຢູ່ທີ່ກະຊວງສາທາລະນະສຸກ ຄັ້ງທີ4 ທີ່ຫ້ອງຮັບແຂກກະຊວງສາທາລະນະສຸກ ມອບໂດຍຜູ້ຕາງໜ້າຄະນະທູດເສດຖະກິດ ສປ ຈີນ ກ່າວຮັບໂດຍ ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະສະເພາະກິດ. ແຫລ່ງຂໍ້ມູນ: ສູນຂ່າວສານການແພດ

Read More »

ຂ່າວດ່ວນ!!! ປະກັນສັງຄົມແຫ່ງຊາດ ເຜີຍແຜ່ຮ່າງໜັງສືຢັ້ງຢືນທີ່ຫົວໜ່ວຍແຮງງານຂຶ້ນກັບ ຫຼືໃຫ້ການຄຸ້ມຄອງ ເພື່ອຂໍຮັບ ເງິນອຸດໜູນວ່າງງານສະເພາະ.

ຂ່າວດີ ຂ່າວດ່ວນ ປະກັນສັງຄົມແຫ່ງຊາດ ເຜີຍແຜ່ຮ່າງໜັງສືຢັ້ງຢືນທີ່ຫົວໜ່ວຍແຮງງານຂຶ້ນກັບ ຫຼື ໃຫ້ການຄຸ້ມຄອງ ເພື່ອຂໍຮັບ ເງິນອຸດໜູນວ່າງງານສະເພາະ.

Read More »

ປະທານປະເທດ ເນັ້ນໜັກ ປກສ-ປກຊ ກຽມພ້ອມຊ່ວຍເຫຼືອປະຊາຊົນໃນທຸກສະຖານະການທີ່ອາດຈະເກີດຂຶ້ນ

 ໃນຕອນເຊົ້າວັນທີ 19 ມິຖຸນາ 2020 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທວິໄລ ຫລ້າຄໍາຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີພະນັກງານການນໍາຂັ້ນສູງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ. ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສ້າງມາໄດ້ໃນຕະຫລອດໄລຍະຊຸມປີຜ່ານມາ ໂດຍຢຶດໝັ້ນໃນ 2 ໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາເດັດຂາດ ໂດຍກົງຮອບດ້ານຂອງພັກການເຄື່ອນໄຫວປັບປຸງກໍ່ສ້າງ ກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບ ໄດ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງທີ່ຈົ່ງຮັກພັກດີຢ່າງສຸດຊຶ້ງ ຕໍ່ພັກ-ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ພ້ອມກັນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ພ້ອມນີ້, ທ່ານ ບຸນຍັງ ...

Read More »

ຍິນດີນໍາ!! ທ່ານ ສອນໄຊ ສິດພະໄຊ ໄດ້ຂຶ້ນເປັນ ປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄົນໃໝ່

ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຢ່າງເປັນທາງການລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານສະພາບໍລິຫານ ທຫລ (ຜູ້ເກົ່າ) ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທຫລ (ຜູ້ໃໝ່) ໃນວັນທີ 18 ມິຖຸນາ 2020 ໂດຍມີກໍາມະການສະພາບໍລິຫານ ທຫລ, ຄະນະຜູ້ວ່າການ ທຫລ ແລະ ບັນດາກົມ-ທຽບເທົ່າກົມ ເຂົ້າຮ່ວມ. ການຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຜູ້ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ໃນຄັ້ງນີ້, ປະກອບດ້ວຍບັນດາຄະນະນໍາທີ່ມາຈາກ ຂະແໜງການກ່ຽວຂ້ອງກັບການເຄື່ອນ ໄຫວຂອງທະນາຄານ ແລະ ມາຈາກສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ແລະ ຈາກມະຫາວິ ທະຍາໄລແຫ່ງຊາດ ໂດຍໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ທຫລ ສະບັບເລກທີ 47/ສພຊ, ລົງວັນທີ 19/6/2018; ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 102/ນຍ, ລົງວັນທີ 31/1/2020 ...

Read More »