ຂ່າວ ພາຍໃນປະເທດ

ລາວຈະກາຍເປັນຈຸດເຊື່ອມຕໍ່ທີ່ສໍາຄັນລະຫວ່າງອາຊຽນກັບຣັດເຊຍ

ລາວຈະກາຍເປັນຈຸດເຊື່ອມຕໍ່ທີ່ສໍາຄັນລະຫວ່າງອາຊຽນກັບຣັດເຊຍ. ຜົນຕອບຮັບດີເກີນຄາດ ສາຍການບິນລາວ-ຣັດເຊຍ ທີ່ຫາກໍເປີດໃຫ້ບໍລິການໃນຊ່ວງເດືອນຕຸລາທີ່ຜ່ານມາ ຫຼ້າສຸດໄດ້ມີແຈ້ງການໃຫ້ເພີ່ມຖ້ຽວບິນເປັນ 2 ຖ້ຽວ/ອາທິດ ຍ້ອນມີຜູ້ໂດຍສານຫຼາຍ ແລະ ເພື່ອຕອບສະໜອງໃຫ້ພຽງພໍ. ສາຍ​ການ​ບິນ​ຂອງ​ຣັດເຊຍ​ເບິ່ງ​ປະ​ເທດ​ລາວ​ເປັນ​ສູນ​ກາງ​ພາກ​ພື້ນ​ທີ່​ມີ​ທ່າ​ແຮງ​ໃໝ່, ຍ້ອນ​ການ​ພັດ​ທະ​ນາ​ສາ​ກົນ​ມີຈັງຫວະຢ່າງ​ຕໍ່​ເນື່ອງ, ອີງ​ຕາມ​ເຈົ້າ​ໜ້າ​​ທີ່ບໍ​ລິ​ສັດ​ກ່າວ​ວ່າ.“ ປະເທດລາວໃນປັດຈຸບັນແມ່ນສູນກາງທ່າແຮງໃໝ່ຂອງສາຍການບິນ, ຜູ້ຈັດການລະດັບສູງຂອງບໍລິສັດສາຍການບິນ Ural ໄດ້ກ່າວໃຫ້ສໍາພາດກັບວຽງຈັນທາມໃນວັນທີ 19 ທັນວານີ້ວ່າ “ທ່ານໄດ້ສົນທະນາກ່ຽວກັບຍຸດທະສາດທຸລະກິດ ແລະ ປະສິດທິພາບຂອງຖ້ຽວບິນ Vladivostok-Vientiane ຄັ້ງທໍາອິດຂອງລາວ, ນະໂຍບາຍຂອງລັດຖະບານລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລນີ້ ກາຍເປັນປະເທດເຊື່ອມຕໍ່ທາງບົກ ແລະ ການຈຳກັດຖ້ຽວບິນຈາກຣັດເຊຍ ໄປຍັງອາຊຽນ ໄດ້ເປີດໂອກາດອັນດີໃຫ້ແກ່ບໍລິສັດດັ່ງກ່າວ ໃນການເປີດເສັ້ນທາງເຊື່ອມຕໍ່ຣັດເຊຍ-ລາວ…” ນອກຈາກ​ການ​ສົ່ງ​ເສີມ​ການ​ແລກປ່ຽນ​ນັກ​ທ່ອງ​ທ່ຽວ​ລາວ-ຣັດ​ເຊຍ​ ແລ້ວ, ​ຄາດ​ວ່າ​ຈະ​ມີ​ຜູ້​ໂດຍສານ​ສາກົນ​ທີ່​ຕ້ອງການ​ເດີນທາງ​ຈາກ​ປະ​ເທດ​ອາ​ຊຽນ​ໄປ​ຣັດ​ເຊຍ​ ແລະ ​ທາງ​ກົງ​ກັນ​ຂ້າມມີຜູ້​ໂດຍສານ​ຈາກ​ຫວຽດນາມ, ​ໄທ​ແລະ​ ປະ​ເທດ​ອື່ນໆ​ສາມາດຂຶ້ນຍົນທີ່ ນະຄອນຫຼວງວຽງຈັນໄດ້. ທີ່ມາ: ແອໂຣລາວ AEROLAOS #TargetMagazine

Read More »

ການຈັດເກັບລາຍຮັບປີ 2022 ຂອງກົມພາສີ ເພີ່ມຂຶ້ນ 2.626 ຕື້ກີບ ທຽບປີກ່ອນ.

ກົມພາສີ ກະຊວງການເງິນ, ໄດ້ຈັດກອງປະຊຸມສະຫຼຸບວຽກງານພາສີ ປະຈໍາປີ 2022 ແລະ ທິດທາງແຜນການ, ມາດຕະການ ປີ 2023,ໃນວັນທີ 22-23 ທັນວາ ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ, ໂດຍເຂົ້າຮ່ວມໂອ້ລົມທິດຊີ້ນໍາຂອງ ລັດຖະມົນຕີກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ. ຕາມການລາຍງານຂອງທ່ານ ພູເຂົາຄໍາ ວັນນະວົງໄຊ ຫົວໜ້າກົມພາສີ ກະຊວງການເງິນ ໃຫ້ຮູ້ວ່າ: ສຳລັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານປີ 2022 ຂອງຂະແໜງພາສີແມ່ນເປັນປີທີ່ພົບຄວາມຫຍຸ້ງຍາກເປັນຕົ້ນ: ບັນຫາໄພເງິນເຟີ້, ບັນຫາລາຄາສິນຄ້າສູງ, ບັນຫາຄົນຫວ່າງງານ, ໄພທໍາມະຊາດ ແລະ ບັນຫາອຶ່ນໆໄດ້ສົ່ງຜົນກະທົບໂດຍກົງໃສ່ຜູ້ປະກອບການເປັນຕົ້ນ: ການລົງທຶນ, ການນໍາເຂົ້າ,ການສົ່ງອອກ ແລະ ການຜ່ານແດນ. ບັນຫາການລັກລອບສິນຄ້າໜີພາສີທັງພາຍໃນດ່ານ ແລະ ນອກດ່ານຍັງມີແຜ່ຫຼາຍ ເຊິ່ງຕາມແຜນການປີກົມພາສີໄດ້ຮັບຕົວເລກຈັດເກັບລາຍຮັບທັງໝົດ 9.141 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດແຕ່ຕົ້ນປີຮອດວັນທີ 20 ທັນວາ 2022 ປະຕິບັດໄດ້ 9.270 ຕື້ກີບເທົ່າກັບ 101,41% ຂອງແຜນການປີ, ຄາດຄະເນໝົດປີຈະສູ້ຊົນໄດ້ 9.325 ຕື້ກີບເທົ່າກັບ 102,33% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 39,54% ຫຼື ...

Read More »

ອະນຸມັດເອກະຊົນສໍາປະທານດິນລັດ 30 ເຮັກຕາ ສ້າງໂຮງງານປຸງແຕ່ງຫີນອ່ອນຢູ່ຫຼວງພະບາງ.

​ແຂວງຫຼວງ​ພະ​ບາງ​ໄດ້​ອະ​ນຸ​ມັດ​ໃຫ້​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ​ເຂົ້າ​ສຳ​ປະ​ທານ​ທີ່​ດິນ​ລັດ​ຈຳ​ນວນ 30 ກວ່າເຮັກ​ຕາ ເພື່ອ​ສ້າງ​ຕັ້ງ​ໂຮງ​ງານ​ຜະ​ລິດ​ຫີນ​ອ່ອນ. ໂຮງງານປຸງແຕ່ງຫີນອ່ອນມາໂບ (Marble) ຕັ້ງຢູ່ເຂດບ້ານນູນສະຫວາດ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ມີເນື້ອທີ່ສຳປະທານ ທັງໝົດ 30,37 ເຮັກຕາ, ສັນຍາມີອາຍຸ 30 ປີ, ເລີ່ມແຕ່ 15ທັນ​ວາ2022 ເຖິງ 15 ທັນ​ວາ 2052. ໂຄງການດັ່ງກ່າວ ເປັນການລົງທຶນເອກະຊົນພາຍໃນ 100% ໂດຍ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ (IHC), ມູນຄ່າການລົງທຶນທັງໝົດ 3 ລ້ານໂດລາ, ທຶນຈົດທະບຽນ 1 ລ້ານໂດລາ. ທີ່ມາ: ຂ່າວສານຫຼວງພະບາງ #TargetMagazine

Read More »

ທະນາຄານ ແຫ່ງ ສປປ ລາວ ຊີ້ແຈງກ່ຽວກັບ ສະຫລະ ໃນທະນະບັດ ໃບ 50000 ກີບ

ຕໍ່ກະແສສັງຄົມຈໍານວນໜຶ່ງກ່ຽວກັບການເບິ່ງໂຕໜັງສືໃນທະນະບັດປະເພດໃບ 50.000 ກີບ “ຫ້າສິບພັນກີບ” (ລຸ້ນປີ 2020) ທີ່ຖ່າຍພາບຈາກກ້ອງຂອງຕົນເອງແລ້ວໂພສລົງ Facebook, ເຊິ່ງເບິ່ງຜິວເຜີນແລ້ວເຫັນເງົາໂຕໜັງສືຄ້າຍຄືເປັນຄຳວ່າ “ຫ້າສຶບພັນກືບ” ນັ້ນເປັນການສ້າງປະເດັນໃນສື່ສັງຄົມອອນລາຍ. ສຳລັບໂຕໜັງສື “ຫ້າສິບພັນກີບ” ແມ່ນໄດ້ຂຽນຖືກຕ້ອງຕາມຫຼັກການທັງໝົດ ແລະ ໄດ້ຜ່ານການອອກແບບທີ່ໄດ້ມາດຕະຖານທາງວິຊາການຄົບຖ້ວນ, ຖ້າພວກເຮົາເບິ່ງຕາມໂທນສີຂອງໂຕໜັງສືກໍຈະເຫັນເປັນສະຫຼະຢ່າງຊັດເຈນ ແລະ ການອອກແບບແມ່ນໄດ້ໃຊ້ຂອບສີຂາວໃສ່ໂຕໜັງສື ເປັນການອອກແບບໂດຍໃຊ້ເອັບເຟັກ (effect) ເງົາຂອງຟ້ອນ (Font) ໂຕໜັງສື, ເຮັດໃຫ້ຕົວໜັງສືໜາ ແລະ ໂດດເດັ່ນຂຶ້ນຈາກອົງປະກອບອື່ນໆຈາກສີພື້ນຫຼັງ, ນັ້ນແມ່ນເຕັກນິກການອອກແບບເພື່ອເຮັດໃຫ້ແຕ່ລະອົງປະກອບຂອງທະນະບັດມີຄວາມຈະແຈ້ງຊັດເຈນ. ສ່ວນການຍົກປະເດັນທີ່ປະກົດຕາມສື່ສັງຄົມອອນລາຍນັ້ນແມ່ນເປັນພຽງພາບສະທ້ອນອອກຈາກພື້ນລາຍໃນໃບເງິນ ເຊິ່ງອາດຈະເກີດມາຈາກຄວາມຄົມຊັດຂອງກ້ອງຖ່າຍຮູບຂອງຜູ້ຖ່າຍທີ່ບໍ່ຊັດເຈນ ແລະ ຮູບພາບທີ່ເຫັນກໍ່ຂຶ້ນກັບຄວາມລະອຽດຂອງກ້ອງຖ່າຍຮູບຂອງໃຜມັນ. ຖ້າໃຊ້ກ້ອງຖ່າຍຮູບທີ່ມີຄວາມລະອຽດສູງ ແລະ ຢູ່ໃນຈັງຫວະການວາງກ້ອງທີ່ຖືກຕ້ອງກໍຈະສາມາດຈໍາແນກສະຫຼະເທິງທະນະບັດໄດ້ຢ່າງຊັດເຈນ. ຂໍໃຫ້ສັງຄົມຈົ່ງເຊື່ອໝັ້ນຕໍ່ການນໍາເອົາທະນະບັດໃບໃໝ່ອອກສູ່ສັງຄົມເພື່ອນໍາໃຊ້, ບໍ່ໃຫ້ໄປຫຼົງເຊື່ອຕໍ່ກະແສສື່ສັງຄົມອອນລາຍທີ່ບໍ່ຫວັງດີ. ທີ່ມາ: ທະນາຄານແຫ່ງ ສປປ ລາວ #TargetMagazin

Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 5 ທັນວາ 2022.

ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາ ແຫ່ງຊາດຊຸດທີ IX ແມ່ນຈະດໍາເນີນໄປຮອດວັນທີ 30 ທັນວາ 2022. ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານເປັນຕົ້ນ: 1. ການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາປີ 2022 ແລະ ທິດທາງແຜນການ ໃນປີ 2023 2. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 3. ບົດສະຫລຸບຂາດຕົວການ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ 2021 4. ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນ 3 ເດືອນທ້າຍປີ ແລະ ໝົດປີ 2022 ແລະ ທິດທາງການສ້າງແຜນງົບປະມານແຫ່ງລັດ 2023 5. ການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023 6. ...

Read More »

ສປ ຈີນ ຍິນດີສືບຕໍ່ຮ່ວມມືກັບ ສປປ ລາວ ທັງດ້ານການຄ້າ-ການລົງທຶນ ແລະ ການເມືອງ

ວັນທີ 30 ພະຈິກ 2022 ນີ້, ທີ່ຫໍສະພາປະຊາຊົນ ນະຄອນຫລວງປັກກິ່ງ, ສະຫາຍທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ໃນໂອກາດການເຄື່ອນໄຫວຢ້ຽມຢາມລັດຖະກິດຢູ່ ສປ ຈີນ. ການຮ່ວມມືທາງດ້ານການຄ້າ-ການລົງທຶນ, ສປ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດໃນ ສປປ ລາວ ແລະ ສືບຕໍ່ເປັນຄູ່ຄ້າໃຫຍ່ ອັນດັບ 2 ຂອງ ສປປ ລາວ ເຊິ່ງມູນຄ່າການຄ້າສອງຝ່າຍສືບຕໍ່ມີແນວໂນ້ມເພີ່ມຂຶ້ນໃນແຕ່ລະປີ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວມາໂດຍຕະຫລອດ ໂດຍສະເພາະໃນໄລຍະທີ່ພົບຄວາມຫຍຸ້ງຍາກດ້ານເສດຖະກິດ, ລວມທັງການຊ່ວຍ ສປປ ລາວ ຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງມີຜົນສໍາເລັດ..ທ່ານ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ສອງລັດຖະບານສອງຝ່າຍສືບຕໍ່ຮ່ວມມືກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາທິດທາງ, ກົນໄກການຮ່ວມມື. ທ່ານ ຫລີ ເຄີ້ສຽງ ກ່າວວ່າ: ຝ່າຍຈີນ ຍິນດີຈະສືບຕໍ່ຮ່ວມກັບຝ່າຍລາວ ເພີ່ມທະວີການພົວພັນໄປມາຫາສູ່ກັນ ລະຫວ່າງການນໍາຂັ້ນສູງຂອງສອງພັກ, ...

Read More »

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ພົບປະກັບ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ພົບປະກັບ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ-ລັດຖະບານລາວ ໄດ້ເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 29 ພະຈິກ ຫາ 1 ທັນວາ 2022 ພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນຢ່າງສົມກຽດໃນວັນທີ 30 ພະຈິກ 2022 ທີ່ ຫໍສະພາປະຊາຊົນຈີນ, ນະຄອນຫລວງປັກກິ່ງ ໂດຍມີການນຳຂັ້ນສູງຂອງ ສອງພັກ, ສອງລັດ ເຂົ້າຮ່ວມ..ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຊົມເຊີຍຢ່າງຈິງໃຈຕໍ່ ...

Read More »

ຄົ້ນຄ້ວາຫັນຫົວຫນ່ວຍທຸລະກິດໃຫ້ແຂວງຄຸ້ມຄອງ ແນໃສ່ກຸ້ມຕົນເອງດ້ານງົບປະມານ ໃນປີ 2023

ກະຊວງການເງິນ ໄດ້ຈັດກອງປະຊຸມຄົ້ນຄວ້າຫັນຫົວຫນ່ວຍທຸລະກິດໃຫ້ແຂວງຄຸ້ມຄອງແນໃສ່ສາມາດກຸ້ມຕົນເອງດ້ານງົບປະມານ ໃນປີ 2023 ຂຶ້ນໃນທ້າຍອາທິດຜ່ານມາ ເປັນປະທານຂອງທ່ານ ບຸນໂຈນ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ. ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເປັນການຫາລືລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນໃຫ້ພະແນກການເງິນ 8 ແຂວງຄື: ແຂວງຫຼວງພະບາງ, ຫຼວງນໍ້າທາ, ໄຊຍະບຸລີ, ບໍລິຄໍາໄຊ, ສະຫວັນນະເຂດ, ຄໍາມ່ວນ, ອັດຕະປື ແລະ ເຊກອງ ຮ່ວມກັນແລກປ່ຽນຂໍ້ມູນ ໄລ່ລຽງບັນດາລາຍຮັບຕົວຈິງຈາກບັນດາຫົວຫນ່ວຍທຸລະກິດທີ່ຕົນຄຸ້ມຄອງ ໃຫ້ ແກ່ກົມກ່ຽວຂ້ອງ ຖ້າແຂວງໃດທີ່ມີທ່າແຮງມີລາຍຮັບເກີນດູນ ຫຼື ຍັງຂາດດູນ ກໍໃຫ້ຮ່ວມການຄົ້ນຄວ້າແບ່ງປັນຫົວຫນ່ວຍທຸລະກິດຄືແບ່ງປັນລາຍຮັບໃຫ້ມີ ຄວາມແທດເຫມາະກັບລາຍຮັບຕົວຈີງຂອງແຂວງນັ້ນ ສ່ວນວິທີການຈັດຕັ້ງປະຕິບັດ ແລະ ຂໍ້ມູນລະອຽດແມ່ນໃຫ້ຄົ້ນຄວ້າເລິກເຊິ່ງ ໂດຍຖືເອົາການເບີກຈ່າຍເງິນເດືອນເປັນບູລິມະສິດອັບດັບ 1 ຕາມທິດຂອງພັກ ແລະ ລັດວາງອອກ. ສັງລວມໂຕເລກເບື້ອງຕົ້ນຄື: ການຂາດດຸນຂອງທ້ອງຖິ່ນຫຼຸດລົງເຫຼືອ 240 ຕື້ກີບ ໃນນັ້ນ ເຫັນວ່າ 5 ແຂວງ (ແຂວງ ຫຼວງພະບາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື) ເຊິ່ງເປັນແຂວງທີ່ເກີນດຸນໃນລະດັບ 100 ຕື້ຂື້ນໄປ ແລະ ...

Read More »

ຊີ້ແຈງ ພ້ອມຮັບຜິດ! ບໍ່ໄດ້ມີເຈຕະນາລົບຫຼູ່ ພາບທີ່ເຫັນບໍ່ແມ່ນທັງໝົດຂອງຄວາມຈິງ

ຜູ້ຈັດກິດຈະກຳແຫ່ (ນາງອັບພະສອນ) ໄດ້ອອກມາຊີ້ແຈງ ແລະ ຂໍໂທດສັງຄົມເລື່ອງ ການວິພາກວິຈານເຖິງຄວາມບໍ່ເໝາະສົມຂອງພາບການແຫ່ເຊິ່ງໂຊຊ້ຽວໄດ້ເຜີຍແຜ່ພາບດັ່ງກ່າວ. ແຕ່ທາງຜູ້ຈັດງານໄດ້ອອກມາຊີ້ແຈງບັນຫາຜ່່ານເຟສບຸກ ເຊິ່ງມີລາຍລະອຽດດັ່ງນີ້: “ຂໍອະນຸຍາດຊີ້ແຈງ ແລະ ຂໍສົມມາລາໂທດຈາກກິດຈະກຳແຫ່ຜາສາດເຜິ້ງຂອງມື້ວານນີ້ ເຊິ່ງພວກຂ້ານ້ອຍບໍ່ມີເຈຕະນາຈະລົບລູ່ດູໝິ່ນສະຖານທີ່ແຕ່ຢ່າງໃດ ເຮັດຂຶ້ນເພື່ອຫວັງຢາກຊ່ອຍສົ່ງເສີມວຽກງານສິລະປະ ແຕ່ກໍຖືວ່າອາດເປັນສິ່ງທີ່ບໍ່ເໝາະສົມໃນສາຍຕາຂອງສັງຄົມ ເລີຍຢາກຂໍກະຈ່າງແຈ້ງຊີ້ແຈງຕື່ມ ເຊິ່ງກິດຈະກຳນີ້ແມ່ນເປັນກິດຈະກຳຂອງໄວໜຸ່ມທີ່ມັກຮັກໃນງານສິລະປະວັດທະນະທຳລາວ ທີ່ລວມກັນສ້າງຂຶ້ນຈາກການລະດົມແນວຄວາມຄິດໂດຍອ້າງອີງຈາກປະຫວັດສາດ ແລະ ວັນນະຄະດີລາວໃນອະດີດມາເປັນຂໍ້ມູນ ເພາະເຫັນວ່າບາງອັນກໍໄດ້ຊຸດໂຊມຫາຍໄປ. ເຊິ່ງການໃຊ້ສະຫຼ່ຽງແມ່ນອ້າງອີງຈາກຂະບວນແຫ່ໃນອະດີດ ແລະ ການແຕ່ງກາຍແມ່ນອ້າງອີງຂໍ້ມູນຮູບປັ້ນຂອງນາງອັບສອນ ເຊິ່ງເປັນຮ່ອງຮອຍເສດເຫຼືອຈາກວັດຍອດແກ້ວ (ໂຮງຮຽນແພດສາດດຽວນີ້) ເຊິ່ງຖືວ່າເປັນວັດເກົ່າແກ່ທີ່ຖືກສ້າງຂຶ້ນໃນຍຸກລະຫວ່າງພຣະເຈົ້າໄຊເຊດຖາເຖິງຍຸກພຣະເຈົ້າສຸລິຍະວົງສາ ແລະ ປັດຈຸບັນນີ້ຮ່ອງຮອຍເຫຼົ່ານັ້ນຖືກເກັບໄວ້ທີ່ຫໍພຣະແກ້ວ ເພື່ອເປັນການຮື້ຟື້ນງານສິລະປະດັ່ງກ່າວຢາກໃຫ້ຄົນຮຸ່ນໃໝ່ໄດ້ເຫັນເລີຍລົມກັນຈັດກິດຈະກຳຂຶ້ນ. ສຳລັບກິດຈະກຳວານນີ້ພວກຂ້ານ້ອຍພ້ອມດ້ວຍທີມງານຂໍນ້ອມຮັບດ້ວຍຄວາມຈິງໃຈເຖິງຄວາມຜິດພາດ ເຊິ່ງຈະບໍ່ເໝາະສົມກັບສະຖານທີ່ ແລະ ເວລາ ຈາກການແຫ່ຂອງວານນີ້ ໃນເວລາແຫ່ບໍ່ຮູ້ວ່າເພິ່ນເຮັດພິທີທາງສາສະໜາຢູ່ຂ້າງໃນ ເພາະວ່າຕອນແຫ່ມາທາງເຈົ້າໜ້າທີ່ກໍປ່ອຍໃຫ້ເຂົ້າໄປ ຄິດວ່າເພິ່ນແຫ່ປົກກະຕິ ພາຍຫຼັງທີ່ແຫ່ໄປໄລຍະໜຶ່ງກໍເຫັນເພິ່ນກຳລັງເຮັດພິທີອີກຟາກໜຶ່ງກໍເລີຍໃຫ້ນາງງາມໄດ້ລົງຈາກສະຫຼ່ຽງ ແລະ ໃຫ້ຍ່າງແຫ່ ຫຼັງຈາກນັ້ນກໍພາກັນອອກມາ ເຊິ່ງພາບທີ່ເຫັນກໍເປັນພຽງບາງສ່ວນທີ່ບາງທ່ານໄດ້ບັນທຶກໄວ້ ເຊິ່ງມັນອາດບໍ່ເໝາະສົມ ອັນນີ້ຂໍນ້ອມຮັບຜິດດ້ວຍຄວາມຈິງໃຈ ນ້ອມຮັບທຸກຄຳຕຳໜິສົ່ງຂ່າວ ຈະຂໍນໍາໄປແກ້ໄຂໃນຈຸດທີ່ບົກພ່ອງ ແລະ ເປັນບົດຮຽນອັນໃຫຍ່ຫລວງໃນການເຮັດວຽກງານທາງດ້ານສິລະປະວັດທະນະທຳລາວ” ທີ່ມາ:​ FB Korviset Phaxaisombath #TargetMagazine

Read More »

ກອງປະຊຸມສະຫລຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດ III ແລະ ວາງທິດທາງແຜນການດໍາເນີນທຸລະກິດ ປະຈໍາໄຕມາດທີ IV ປີ 2022 ຂອງ ທະນາຄານ ພັດທະນາລາວ ຈໍາກັດໃນວັນທີ 22 ຕຸລາ 2022 ທະນາຄານ ພັດທະນາລາວ ຈໍາກັດ

(ທພລ) ໄດ້ເປີດກອງປະຊຸມ ສະຫຼຸບຜົນການດໍາເນີນທຸລະກິດ ປະຈໍາໄຕມາດທີ III ແລະ ວາງທິດທາງແຜນການດໍາເນີນທຸລະກິດ ປະຈໍາໄຕມາດທີ IV ປີ 2022 ທີ່ ສຳນັກງານ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງຊຽງຂວາງ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ທພລ ແລະ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ທພລ ໂດຍມີ ບັນດາຄະນະທີ່ປຶກສາ, ຄະນະຜູ້ອຳນວຍການຝ່າຍ, ຄະນະຝ່າຍ, ຄະນະສາຂາພາກ, ສາຂານ້ອຍ ແລະ ພະນັກງານຂອງ ທະນາຄານ ພັດທະນາລາວ ຈໍາກັດ ທົ່ວລະບົບ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ໄດ້ມີການປະກາດການຈັດຕັ້ງ ຂັ້ນຄະນະຜູ້ບໍລິຫານ ເຊັ່ນ: ຄະນະອໍານວຍການຝ່າຍ, ຄະນະຝ່າຍ ແລະ ຄະນະສາຂາ; ພ້ອມດຽວກັນນັ້ນ ກໍ່ໄດ້ມີການປຶກສາຫາລື ແລະ ປະເມີນຕີລາຄາ ຜົນການຈັດຕັ້ງປະຕິບັດ ແຜນການດໍາເນີນທຸລະກິດຂອງ ທພລ ປະຈໍາໄຕມາດທີ III ...

Read More »