ຂ່າວ ພາຍໃນປະເທດ

ຜົນເປັນແນວໃດ? ຄັ້ງ 3 ຂອງປະຊຸມຄະນະຊີ້ນໍາການຄຸ້ມຄອງລາຄາສິນຄ້າ-ຄ່າບໍລິການ

ໃນຕອນເຊົ້າຂອງວັນທີ 4 ຕຸລາ 2022 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ, ກົມການຄ້າພາຍໃນ ໃນນາມຫ້ອງການກອງເລຂາຊ່ວຍວຽກ ໄດ້ຈັດກອງປະຊຸມ ຄັ້ງທີ 3 ຂອງຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ (ຄະນະ 71/ນຍ) ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະສຸກ, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ນາງ ໃຈມາລີ ພະກະຊຸມ ຮອງຫົວໜ້າອົງການດັດສົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາທ່ານຫ້ອງການກະຊວງ, ທ່ານຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ວິຊາການເຂົ້າຮ່ວມ 30 ທ່ານ.ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການສະຫລຸບ-ລາຍງານ ການຈັດຕັ້ງປະຕິບັດ ຂອງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ...

Read More »

ລາວ-ກູບາ ບັນທຶກຄວາມເຂົ້າໃຈ ການຮ່ວມມື ສໍາຄັນ 4 ດ້ານ

ລາວ-ກູບາ ບັນທຶກຄວາມເຂົ້າໃຈ ການຮ່ວມມື ສໍາຄັນ 4 ດ້ານ ລາວ-ກູບາ ຢືນຢັນມຸ່ງໝັ້ນ ຈະສືບຕໍ່ຊອກຫາທຸກວິທີທາງທີ່ເປັນໄປໄດ້ ເພື່ອເສີມຂະຫຍາຍການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະ ດ້ານເສດຖະກິດ-ການຄ້າ ໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ. ສໍາຄັນ ສອງຝ່າຍໄດ້ລົງນາມເອກະສານບົດບັນທຶກຄວາມເຂົ້າໃຈ ຈຳນວນ 4 ສະບັບຄື: 1. ການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດໃນໄລຍະປີ 2022-2027 2. ການຮ່ວມມືໃນຂົງເຂດກະສິກໍາ 3. ແຜນການຮ່ວມມືດ້ານການແພດ 4. ຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລລາຮາວານ ໃນຂົງເຂດການສຶກສາ. ຂ່າວ: ກະຊວງການຕ່າງປະເທດ #TargetMagazine

Read More »

ເຊັນສັນຍາ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ຢູ່ປາກຊ່ອງ ເນື້ອທີ່ 150 ເຮັກຕາ

ເຊັນສັນຍາ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ຢູ່ປາກຊ່ອງ ເນື້ອທີ່ 150 ເຮັກຕາ ບູລິມະສິດແຮງງານຕ້ອງເປັນຄົນລາວ! ພິທີເຊັນສັນຍາສໍາປະທານ ໂຄງການປູກແນວພັນໝາກອະໂວກາໂດ ແລະ ມັກຄາເດເມຍ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານໜອງ ແລະ ເມືອງປາກຊ່ອງ ແຂວງຈໍາປາສັກ ຈັດຂຶ້ນໃນ ວັນທີ 3 ຕຸລາ 2022. ບໍລິສັດ ເອັມດີເອ (ລາວ) ຈໍາກັດ ຕ້ອງລົງທຶນທັງໝົດຕາມຕົ້ນທຶນໂຄງການທີ່ມີມູນຄ່າ ຢ່າງໜ້ອຍ 7 ລ້ານໂດລະສະຫະລັດ, ທຶນຈົດທະບຽນ ມູນຄ່າ 2,1 ລ້ານໂດລາສະຫະລັດ ອາຍຸສັນຍາ 15 ປີ. ແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງໃຫ້ບູລິມະສິດແຮງງານທີ່ເປັນຄົນລາວ, ເຈົ້າຂອງທີ່ດິນ ແລະ ຄົນທ້ອງຖິ່ນ ໃນເຂດໂຄງການເຂົ້າເຮັດວຽກ, ດ້ວຍການຝຶກອົບຮົມ ຍົກລະດັບສີມືແຮງງານ ແລະ ຕ້ອງຮັບການປະກັນສັງຄົມ. ທີ່ມາ: ປະເທດລາວ Pathedlao #TargetMagazine

Read More »

4 ແຂວງພາກເໜືອ ຫາລືຫັນເປັນອຸດສາຫະກຳ ທົດແທນການນຳເຂົ້າ-ສົ່ງອອກ

ປະຊຸມຫາລື ພາຍໃຕ້ຫົວຂໍ້ ບຸກທະລຸ ໃນການຫັນເປັນອຸດສາຫະກໍາ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກ 4 ແຂວງພາກເຫນືອ ( ອຸດົມໄຊ, ຫລວງນ້ຳທາ, ບໍ່ແກ້ວ ແລະ ແຂວງຜົ້ງສາລີ) ຈັດຂຶ້ນໃນວັນທີ 26 ກັນຍາ 2022 ທີ່ຫ້ອງວ່າການແຂວງອຸດົມໄຊ. ວຽກງານການຫັນເປັນອຸດສາຫະກໍາ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຂອງບັນດາແຂວງພາກເຫນືອໃນຄັ້ງນີ້ ທາງບໍລິສັດ ລວມທັງ ສະຖານທູດຍີ່ປຸ່ນ ປະຈຳລາວ ພ້ອມແລ້ວທີ່ຈະສະຫນັບສະຫນູນ ແລະ ຊຸກຍູ້ສົ່ງເສີມ ເພື່ອເຮັດໃຫ້ ແຂວງພາກເຫນືອລາວ ມີເສດຖະກິດຂະຫຍາຍຕົວ, ປະຊາຊົນມີວຽກເຮັດງານທຳ, ພັດທະນາວຽກງານກະສິກຳ ໃຫ້ທັນສະໄຫມ ແລະ ສາມາດຜະລິດກະສິກຳໃຫ້ກາຍເປັນສິນຄ້າ ເພື່ອສະຫນອງໃຫ້ແກ່ພາກອຸດສາຫະກຳ ພາຍໃນ ເຮັດໃຫ້ສາມາດຜະລິດສິນຄ້າອອກຮັບໃຊ້ພາຍໃນ ໂດຍສະເພາະແມ່ນ 4 ແຂວງພາກເຫນືອ ໃຫ້ທົ່ວເຖິງ ແລະ ພຽງພໍ ເພື່ອຫລຸດຜ່ອນການນຳເຂົ້າສິນຄ້າ ຈາກຕ່າງປະເທດ. ຂໍ້ມູນ: Lao National Radio #TargetMagazine

Read More »

ນຳສະເໜີ ແອັບ Booknea ບໍລິການນັກທ່ອງທ່ຽວຮູບແບບໃໝ່

ນຳສະເໜີ ແອັບ Booknea ບໍລິການນັກທ່ອງທ່ຽວຮູບແບບໃໝ່ວັນທີ 26 ກັນຍາ 2022, ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການນຳສະເໜີ ແອບພລິເຄຊັນ Booknea ໂດຍການຮ່ວມມືຂອງບໍລິສັດບຸກແນ່ອິນສ ຈຳກັດ ແລະ ກະຊວງ ຖວທ ເຊິ່ງເປັນແອບໃຫ້ບໍລິການຈອງທີ່ພັກ, ຈອງປີ້ລົດເມ, ລົດໄຟລາວ-ຈີນ, ຈອງປີ້ກິດຈະກຳຄອນເສີດ ແລະ ຈອງປີ້ຍົນພາຍໃນປະເທດ ເພື່ອໃຫ້ບໍລິການທ່ອງທ່ຽວຮູບແບບໃໝ່ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳໃຊ້ແອັບການບໍລິ ການແບບອອນລາຍ ໂດຍຄົນລາວສ້າງ 100%, ພ້ອມທັງສົ່ງເສີມການປະຊາສຳພັນ ການທ່ອງທ່ຽວໃຫ້ນັກທ່ອງທ່ຽວ ໄດ້ເຂົ້າເຖິງຂໍ້ມູນຂ່າວສານດ້ານການທ່ອງທ່ຽວພາຍໃນປະເທດ. ທີ່ມາ: ປະເທດລາວ #TargetMagazine

Read More »

ປະກາດ ຍົກຍ້າຍ ແລະ ແຕ່ງຕັ້ງ ນາຍ-ພົນຕຳຫຼວດ ທີ່ຂື້ນກັບກົມໃຫຍ່ຕຳຫຼວດ

ຍົກຍ້າຍຕໍາລວດທີ່ຂຶ້ນກັບກົມໃຫຍ່ດັ່ງນີ້ 1. ພັອ ສາລີ ພຸດທະວົງ ຈາກ ກົມ 308 ໄປປະຕິບັດຫນ້າທີ່ໃຫມ່ຢູ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ 2. ພັທ ແກ້ວວິໄລ ມີໄຊພອນ ຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄປຮັບຫນ້າທີ່ໃຫມ່ ກົມຕໍາຫຼວດນິຕິ ວິທະຍາ 3. ພົງສະກອນ ອິນທະວົງ ຈາກກົມຕໍາຫຼວດນິຕິວິທະຍາ ໄປຮັບຫນ້າທີ່ໃຫມ່ຢູ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານ ຢາເສບຕິດແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ຕໍາຫຼວດ ເຊິ່ງໄດ້ແຕ່ງຕັ້ງດັ່ງນີ້: 1. ພັອ ສຸກພະຈັນ ບຸດດາຄໍາ ເປັນ ຫົວຫນ້າຫ້ອງການກົມໃຫຍ່ຕໍາຫຼວດ. 2. ພັທ ສຸກສະຫວັນ ວິລະວົງ ແລະ ພັທ ສິ່ງແກ້ວ ວົງພະຈັນ ເປັນ ຮອງຫົວຫນ້າກົມຕໍາຫຼວດສືບສວນ-ສອບສວນ 3. ພັອ ສາລີ ພຸດທະວົງ ເປັນຫົວຫນ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ່ 4. ພັທ ພົງສະກອນ ອິນທະວົງ ແລະ ...

Read More »

ແຮງງານລາວເຮັດວຽກຢູ່ໄທລົງທະບຽນກວ່າ 2 ແສນຄົນ

ປັດຈຸບັນມີແຮງງານລາວທີ່ເຂົ້າໄປເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນລວມທັງໝົດ 200,000ກວ່າຄົນ ທ່ານ ນ. ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ໄດ້ສະເໜີຕໍ່ຝ່າຍໄທ ໃຫ້ອໍານວຍຄວາມສະດວກໃນການອະນຸມັດໂກຕ້າ (Labour Demand) ນໍາເຂົ້າແຮງງານຕ່າງປະເທດ ແລະ ການອະນຸມັດວີຊາ (Calling VISA) ໃຫ້ວ່ອງໄວຂຶ້ນກວ່າເກົ່າ ເພື່ອເປັນການອໍານວຍຄວາມສະດວກໃຫ້ແຮງງານລາວໄດ້ໄປເຮັດວຽກຢູ່ປະເທດໄທຢ່າງຖືກຕ້ອງຕາມກົດໝາຍ ກົມການຈັດຫາງານແຫ່ງ ຣາຊະອານາຈັກໄທ ຍັງໄດ້ແຈ້ງຕື່ມວ່າ ມາຮອດປະຈຸບັນມີແຮງງານລາວທີ່ເຂົ້າມາເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນຕາມມະຕິຄະນະລັດຖະມົນຕີຂອງໄທ ລວມທັງໝົດ 200,000​ ກວ່າຄົນ. ຂ່າວ: ຮສສ #TargetMagazine

Read More »

ປີ 2022 ສປປ ລາວ ຂາດດຸນການຄ້າຕິດຕໍ່ກັນ 5 ເດືືອນ!

ເດືອນ 4 ຂາດດຸນການຄ້າປະມານ 102 ລ້ານໂດລາເ ດືອນ 5 ຂາດດຸນການຄ້າປະມານ 48 ລ້ານໂດລາ ເດືອນ 6 ຂາດດຸນການຄ້າປະມານ 133 ລ້ານໂດລາ ເດືອນ 7 ຂາດດຸນການຄ້າປະມານ 114 ລ້ານໂດລາ ເດືອນ 8 ຂາດດຸນການຄ້າ ປະມານ 166 ລ້ານໂດລາ ສໍາລັບສາມເດືອນຕົ້ນປີ ແມ່ນເກີນດຸນ ເດືອນ 1 ເກີນດຸນການຄ້າ 41 ລ້ານໂດລາ ເດືອນ 2 ເກີນດຸນການຄ້າປະມານ 48 ລ້ານໂດລາ ເດືອນ 3 ເກີນດຸນການຄ້າປະມານ 100 ລ້ານ ຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ #TargetMagazine

Read More »

ເດືອນ 8 ລາວ ຂາດດຸນການຄ້າ 166 ລ້ານໂດລາ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ສິງຫາ 2022 ບັນລຸໄດ້ ປະມານ 1,020 ລ້ານໂດລາສະຫະລັດ.. ມູນຄ່າການສົ່ງອອກ ປະມານ 427 ລ້ານໂດລາສະຫະລັດ. ມູນຄ່າການນໍາເຂົ້າ ປະມານ 593 ລ້ານໂດລາສະຫະລັດ ຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫາລັດ. ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນສິງຫາ 2022 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກໄຟຟ້າ. ຂໍ້ມູນ: ສູນຂໍ້ມູນຂ່າວສານທາງການຄ້າ ຂອງ ສປປ ລາວ #targetmagazine

Read More »

💬 ການເລີ່ມຕົ້ນວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແມ່ນຕ້ອງເລີ່ມຕົ້ນດ້ວຍການໂອ້ລົມ 💬

[English Text Below] 💬 ການເລີ່ມຕົ້ນວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບ ແມ່ນຕ້ອງເລີ່ມຕົ້ນດ້ວຍການໂອ້ລົມ 💬 ເພື່ອຈາລຶກພິທີເປີດຂອງໂຄງການ IMPACT Biz ຢ່າງເປັນທາງການ, ກະຊວງອຸດສາຫະກຳ ແລະ ການຄ້າ, @ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະຖານທູດຍີ່ປຸ່ນປະຈຳລາວ, ພ້ອມດ້ວຍອົງການ UNDP ຈະຈັດກອງປະຊຸມກ່ຽວກັບວຽກງານການດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບໃນ ສປປລາວ ເພື່ອປຶກສາໂອ້ລົມກ່ຽວກັບທ່າອ່ຽງສາກົນ ແລະ ພາກພື້ນ ພ້ອມທັງພາຍໃນປະເທດເຮົາ ໃນການຍິດຖືມາດຕະຖານສາກົນໃນການດຳເນີນທຸລະກິດຢ່າງມີຄວມຮັບຜິດຊອບ. 🌐🇱🇦📈 ຮັບຊົມການຖ່າຍທອດສົດໄດ້:      📆 15 ກັນຍາ 2022      ⏰ 9:00 ໂມງເຊົ້າ – 12:10 ໂມງສວາຍ      🎥 Facebook Live ທີ່ @targetmagazinelaos  💬 ADVANCING RESPONSIBLE BUSINESS STARTS WITH DIALOGUE 💬 To mark the inception of the IMPACT ...

Read More »