ວັດທະນະທໍາ-ຮີດຄອງປະເພນີ

ເມືອງຄູນ ປະຕິສັງຂອນ ແລະ ສ້າງແຫຼ່ງທ່ອງທ່ຽວທາງປະຫວັດສາດ ຫຼາຍແຫ່ງ….

ຊຽງຂວາງແມ່ນໜຶ່ງໃນບັນດາແຂວງພາກເໜືອຂອງລາວທີ່ມີດິນຟ້າອາກາດເຢັນສະບາຍຕະຫຼອດປີ; ພາຍໃຕ້ໂຄງການລາວທ່ຽວລາວນີ້,. ແຂວງຊຽງຂວາງພວດເລັ່ງການຟື້ນຟູແຫຼ່ງທ່ອງທ່ຽວທາງດ້ານການປະຕິສັງຂອນວັດວາອາຮາມທີ່ເກົ່າແກ່ທີ່ຖືກສົງຄາມທຳລາຍ ແລະ ສ້າງຂຶ້ນໃໝ່ຈຳນວນໜຶ່ງໃນເຂດປະຫວັດສາດເມືອງເກົ່າອັນຍາວນານຂອງອະດີດຣາຊະທານີເມືອງພວນ ກໍ່ຄືເມືອງຄູນໃນປັດຈຸບັນ. ເມືອງຄູນໃນປະຫວັດສາດແມ່ນນະຄອນຊຽງຂວາງຂອງອານາຈັກພວນໃນຣາຊະການຂອງພະເຈົ້າລ້ານຊ້າງຄຳກອງໃນ ປີ 1372, ພະອົງໄດ້ນຳເອົາພະພຸດທະສາດສະໜາ ແລະ ພະພຸດທະຮູບທອງ 1 ອົງ, ຈາກເມືອງຫົງສາວະດີ ແລະ ເຄື່ອງຄໍ້າຂອງຄູນ ຂອງພີ່ນ້ອງຊາວພວນມາສະຖິດໄວ້ໃນດິນແດນແຫ່ງນີ້ຈົນໄດ້ສັນຍານາມວ່າເມືອງຄູນຈົນຮອດທຸກວັນນີ້. ໃນປີ 1990 ພະນະທ່ານ ພູມີ ວົງວິຈິດ ຜູ້ນຳທີ່ແສນເຄົາລົບຂອງຊາວຊຽງຊວາງ ເວົ້າສະເພາະ ເວົ້າລວມກໍຄືຊາວລາວທັງມວນພ້ອມດ້ວຍພະອາຈານຈາລຸຸນກຳມະການໃນຄະນະອົງການພຸດທະສາດສະໜາສູນກາງ (ອພສ) ແລະ ພະອາຈານ ເມກ ໄດ້ລະດົມແຫຼ່ງທຶນຈາກຜູ້ມີຈິດໃຈໃສສັດທາທັງຫຼາຍໄປສົມທົບກັບອຳນາດການປົກຄອງແຂວງຊຽງຂວາງ ແລະ ອຳນາດການປົກຄອງເມືອງຄູນ ກໍຄືປະຊາຊົນແຂວງຊຽງຂວາງໄດ້ປະຕິສັງຂອນ ພັດທະສິມມາພະພຸດທະຮູບອົງຕື້ຢູ່ວັດສີພົມ ເມືອງຄູນເປັນແຫຼ່ງທຳອິດຂອງແຂວງຊຽງຂວາງຄືນໃໝ່ ແລະ ສຳເລັດໃນປີ1992, ຕໍ່ມາໃນປີ 2015 ໄດ້ປະຕິສັງຂອນຫໍລວມ 12 ຫໍຫຼັກເມືອງຄືນໃໝ່, ໃນປີ 2018 ໄດ້ຮັບທຶນຈາກອົງການມໍລະດົກໂລກ, ອົງການສຶກສາ ແລະ ວິທະຍາສາດສະຫະປະຊາຊາດ (UNESCO) ປະຕິສັງຂອນພະທາດຝຸ່ນ ແລະ ແທ່ນພັດທະສິມມາວັດເພຍວັດໃນເມືອງຄູນຄືນໃໝ່. ໃນຮູບພະທາດຫຼວງນີ້ ກໍເໝືອນດັ່ງທາດຫຼວງຢູ່ນະຄອນຫຼວງວຽງຈັນ ມີ 30 ປາຣະມີທາດນ້ອຍລຽນລ້ອມຢູ່ຊອນລອນ, ສ່ວນທັງສີ່ດດ້ານກໍ່ມີປະຕູເຂົ້າທີ່ມີມຸກຫຼັງຄາປະດັບຢ່າງສວຍງາມສະດຸດຕາ.ປັດຈຸບັນນີ້, ທາງຄະນະຟື້ນຟູ ...

Read More »

ສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວໄດ້ຖືກຮັບຮອງ……..

ທ້າວ ວິສະນຸ ສະແຫວງຊົນ, ນາງ ສົມສຸດາ ເທບສຸວັນ ໄດ້ຮັບລາງວັນຊະນະເລີດປະເພດຮຸ່ນອາຍຸ 7 ຫາ 14 ປີ ແລະ ທ້າວ ສຸວັນ ໄຊພົງສີດາ ແລະ ນາງ ນູ່ນີ່ ຈັນທະວົງ ໄດ້ຮັບລາງ ວັນຊະນະເລີດໃນຮຸ່ນອາຍຸ 15 ຫາ 18 ປີ ໃນການແຂ່ງຂັນສຽງແຄນເຊື້ອຊາດລາວກັບຮຸ່ນສືບທອດ ຄັ້ງທີ 1 ທົ່ວນະຄອນ ຫລວງວຽງຈັນ ທີ່ຈັດຂື້ນຢູ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫລວງວຽງຈັນໃນຕອນບ່າຍວັນທີ 22 ພະຈິກ 2020 ໂດຍໄດ້ຮັບເງີນລາງວັນຜູ້ລະ 2 ລ້ານກີບ ພ້ອມຂອງຂວັນ ທີ່ລະນຶກຈໍານວນໜຶ່ງ ໂດຍໄດ້ຮັບການສະຫນັບສະໜູນຫຼັກ ຈາກບໍລິສັດ ປໍເຕໂຕໂກລາວ ປະກັນໄພ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານໃນສັງຄົມ. ທ່ານ ບຸນເຈົ້າ ພິຈິດ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ຕາງຫນ້າຄະນະຈັດງານໃຫ້ຮູ້ວ່າ: ການຈັດງານແຂ່ງຂັນສຽງແຄນໃນຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍຜົນສໍາເລັດ ທີ່ສຽງແຄນລາວຖືກຮອງຮັບຈາກອົງການອຸຍເເນັດສໂກ ໃຫ້ເປັນມໍລະດົກໂລກ ...

Read More »

ຈະພັດທະນາເຂດພູຈວມ ແລະຕາດໄຟໄໝ້ ເປັນແຫລ່ງທ່ອງທ່ຽວແບບຫຼາກຫຼາຍ…..

ອ້າງຈາກສຳນັກຂ່າວແຂວງເຊກອງ ລາຍງານວ່າ: ເຂດພູຈວມ ແລະ ນໍ້າຕົກຕາດໄຟໄໝ້ ຢູ່ເມືອງທ່າແຕງ ແຂວງເຊກອງ ຈະໄດ້ຮັບການພັດທະນາເປັນແຫລ່ງທ່ອງທ່ຽວທາງທໍາມະຊາດ, ດ້ານກະສິກໍາປະສົມປະສານ, ທາງປະຫວັດສາດ ແລະ ທາງດ້ານທ້ອງຖິ່ນຊົນເຜົ່າໃນມໍ່ໆນີ້. ພາຍຫຼັງ ມີການຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ໃນການສຶກສາສໍາຫລວດຄວາມເປັນໄປໄດ້ທີ່ຈະພັດທະນາເຂດດັ່ງກ່າວ ຂອງ ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຄໍາປະສິດ ເທບວົງສາ ປະທານບໍລິສັດເທບວົງສາ ພາວເວີຈໍາກັດ ໃນວັນທີ 16 ພະຈິກ 2020 ນີ້ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງໆ ເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງສອງຝ່າຍຮ່ວມເປັນສັກຂີພະຍານ. ບົດບັນທຶກຄວາມເຂົ້່າໃຈດັ່ງກ່າວລະບຸວ່າ: ພາຍຫລັງລົງນາມ, ບໍລິສັດຈະຕ້ອງສຶກສາສໍາຫລວດ, ສ້າງບົດວິພາກເສດຖະກິດ-ເຕັກນິກ, ການຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ, ແຜນການຄຸ້ມຄອງ ແລະຕິດຕາມກວດກາສິ່ງແວດລ້ອມ ແລະ ສັງຄົມເປັນເວລາ 12 ເດືອນ ເພື່ອນຳໄປສູ່ການພັດທະນາຕົວຈິງຕາມເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ສົ່ງເສີມການທ່ອງທ່ຽວແຂວງ ກາຍເປັນຈຸດໃຈກາງຢູ່ 4 ແຂວງພາກໃຕ້ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຢູ່ແຂວງເຊກອງ. ຂະນະທີ່ທ່ານ ...

Read More »

ສສຊ ໄດ້ພິຈາລະນາຮ່າງ ກົດໝາຍວ່າດ້ວຍຊາວໜຸ່ມລາວ….

ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ວັນທີ 10 ພະຈິກ 2020 ໂດຍການເປັນປະທານຂອງ ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ພິຈາລະນາປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ(ສະບັບສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 7 ໝວດ, 63 ມາດຕາ, ສະເໜີໂດຍທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ. ທ່ານ ອາລຸນໄຊ ສູນນະລາດ ໄດ້ຊີ້ໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍ ວ່າດ້ວຍຊາວໜຸ່ມລາວ ເຊິ່ງກົດຫມາຍສະບັບນີ້ ຈະເປັນການເພີ່ມຄວາມຮັບຜິດຊອບ, ພັນທະ ແລະ ເປັນເຄື່ອງມື ໃຫ້ແກ່ການຈັດຕັ້ງຂອງລັດ, ການຈັດຕັ້ງການເມືອງ-ສັງຄົມ, ບຸກຄົນ, ນິຕິບຸກຄົນ ໃນການຄຸ້ມຄອງ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວຫນຸ່ມ ໃຫ້ກາຍເປັນກໍາລັງແຮງ ເປັນຜູ້ສືບທອດທີ່ມີຄຸນນະພາບ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນສະພາບປັດຈຸບັນ ແລະ ...

Read More »

ກຽມຄັດເລືອກສິລະປະເຂົ້າສະແດງໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ…

ໃນວັນທີ 21 ຕຸລາ 2020 ທີ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດການຖະແຫລງຂ່າວກ່ຽວກັບ ການຈັດການແຂ່ງຂັນສິລະປະ ເພື່ອຄັດເລືອກເອົາທີມສິລະປະເຂົ້າຮ່ວມສະແດງໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ເຊິ່ງຈັດໂດຍກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນຝາກຂາຍໂອດ໋ອບລາວ ແລະ ບໍລິສັດມິສທີນກ້າວໜ້າລາວ ຈຳກັດຜູ້ດຽວ, ເຊິ່ງກິດຈະກຳດັ່ງກ່າວ ຈະຈັດຂຶ້ນໃນວັນທີ 27 ຕຸລາ 2020 ເວລາ 8:30 ເປັນຕົ້ນໄປ ທີ່ໂຮງຮຽນສິລະປະດົນດີແຫ່ງຊາດ, ມີທີມເຂົ້າຮ່ວມທັງໝົດ 17 ທີມ ທີ່ເປັນຊາວໜຸ່ມຈາກກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ. ທ່ານ ນາງ ປານີ ກິນດາວົງ ຮອງຫົວໜ້າກົມຂະບວນການຊາວໜຸ່ມ ໄດ້ໃຫ້ຮູ້ວ່າ: ການຈັດກິດຈະກຳດັ່ງກ່າວນີ້ ແມ່ນຂ່ຳນັບຮັບຕ້ອນວັນທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ຊົມເຊີຍວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ, ພ້ອມນີ້ ...

Read More »

ເນື້້ອໃນທາງປະຫວັດສາດລາວ ບາງຕອນ ນໍ້າໃຈວັນທີ 12 ຕຸລາ…

ວັນທີ 12 ຕຸລາ ເປັນວັນປະກາດເອກະລາດຂອງລາວ ຊຶ່ງໄດ້ໝູນວຽນມາຄົບຮອບ 75 ປີພໍດີ. ເມື່ຶອຫວນຄືນປະຫວັດສາດ, ປີ 1945 ກອງທັບແດງໂຊວຽດ ໄດ້ຜາບແພ້ພວກຟາຊິດ, ບັງຄັບໃຫ້ພວກເຂົາຕ້ອງຍອມຈຳນົນຢ່າງບໍ່ມີເງື່ອນໄຂ ເຮັດໃຫ້ສົງຄາມໂລກຄັ້ງທີ II ສິ້ນສຸດລົງໄຊຊະນະອັນຍິ່ງໃຫຍ່ຂອງສະຫະພາບໂຊວຽດ ແລະ ກຳລັງປະຕິວັດທີ່ກ້າວຫນ້າໃນສົງຄາມໂລກ, ໄດ້ເຮັດໃຫ້ລະບົບຈັກກະພັດນິຍົມໃນເວລານັ້ນຖືກສັ່ນສະເທືອນ ແລະ ແຕກທະລາຍ ຊຶ່ງໄດ້ເປັນຂີດຫມາຍແຫ່ງໄລຍະຂະຫຍາຍຕົວຂອງກຳລັງປະຊາທິປະໄຕ ທີ່ກ້າວຫນ້າຢູ່ໃນໂລກ. ລະບົບສັງຄົມນິຍົມ ໄດ້ກຳນົດເກີດຂຶ້ນຂະບວນການປົດປ່ອຍຊາດໃນບັນດາປະເທດເມືອງຂຶ້ນ ແລະ ເຄິ່ງເມືອງຂຶ້ນ ແລະຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ໃນບັນດາປະເທດທຶນນິຍົມ ໄດ້ຂະຫຍາຍຕົວຢ່າງຟົດຟື້ນ. ສະພາບການຢູ່ອິນດູຈີນ, ໂດຍໄດ້ຮັບຜົນສະທ້ອນຈາກການປະລາໄຊດັ່ງກ່າວເຮັດໃຫ້ພວກຟາຊິດຍີ່ປຸ່ນຕ້ອງປະກາດຍອມຈຳນົນຕໍ່ພັນທະມິດ ຂະບວນການລຸກຮືຂຶ້ນ ແລະໄຊຊະນະຂອງການປະຕິວັດ ເດືອນສິງຫາອັນຍິ່ງໃຫຍ່ຂອງປະຊາຊົນຫວຽດນາມໄດ້ສ້າງກາລະໂອກາດ ແລະ ກາຍເປັນບ່ອນອີງອັນຫນັກແຫນ້ນໃຫ້ແກ່ຂະບວນການຕໍ່ສູ້ຂອງລາວເຮົາເພື່ອກ້າວໄປເຖິງການຢຶດເອົາອຳນາດ ການປົກຄອງມາສູ່ມືປະຊາຊົນ. ຢູ່ພາຍໃນປະເທດພວກເຮົາ ສັດຕູພວມຢູ່ໃນທ່າກະວົນກະວາຍ ແລະ ຕົກຢູ່ໃນສະພາບເປື່ອຍເຍື່ອຍ ຊຶ່ງຢູ່ໃນເງື່ອນໄຂທີ່ກຳລັງແຮງ ແລະຂະບວນການຕໍ່ສູ້ຂອງປະຊາຊົນອິນດູຈີນພວມກ້າວຂຶ້ນສູ່ຈຸດສູງນັ້ນ, ພັກເຮົາໄດ້ເດັດດ່ຽວເປີດບັ້ນປຸກລະດົມຂະບວນການຕໍ່ສູ້ຂອງປະຊາຊົນເຮົາ ຢ່າງແຂງແຮງ ກວ້າງຂວາງ ຟົດຟື້ນແລະ ຕໍ່ເນື່ອງ ໃນທົ່ວທຸກຫົນແຫ່ງ ຂະບວນການຕໍ່ສູ້ ຂອງປະຊາຊົນຊັ້ນຄົນຕ່າງໆໄດ້ຂະຫຍາຍຕົວ ແລະ ແຜ່ລາມອອກຢ່າງໄວວານັບແຕ່ຕົວເມືອງຈົນຮອດຊົນນະບົດ ຈາກທົ່ງພຽງຂຶ້ນສູ່ພູດອຍ. ໂດຍກຳແຫນ້ນ ແລະ ຍາດແຍ່ງກາລະໂອກາດປະຫວັດສາດທີ່ອຳນວຍແລະ ດ້ວຍຄວາມເຊື່ອຫມັ້ນຕໍ່ກຳລັງແຮງຂອງປະຊາຊົນພັກເຮົາໄດ້ປະສານສົມທົບກັບກຳລັງແຮງແຫ່ງໄຊຊະນະເດືອນສິງຫາ ຂອງປະຊາຊົນຫວຽດນາມ ...

Read More »

ຫໍພິພິຕະພັນແຫ່ງຊາດ ເປີດບໍລິການໃຫ້ນັກທ່ອງທ່ຽວເຂົາຊົມຢ່າງເປັນທາງການ…

ຫໍພິພິຕະພັນແຫ່ງຊາດ ແຫ່ງໃໝ່ ຕັ້ງຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈະເປັນບ່ອນຮວບຮວມ ແລະວາງສະແດງມໍລະດົກທາງວັດທະນະທຳ, ປະຫວັດສາດ ແລະທຳມະຊາດຂອງຊາດລາວ, ແຜ່ນດິນລາວຍຸກດຶກດຳບັນ ຈົນເຖິງປັດຈຸບັນ ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ນັກຮຽນ-ນັກສຶກສາ, ນັກຄົ້ນຄວ້າ ໄດ້ນັກສຶກສາຮຽນຮູ້ເຖິງຄວາມເປັນມາຂອງປະເທດລາວ. ຫໍພິພິຕະພັນດັ່ງກ່າວ ໄດ້ເປີດບໍລິການໃຫ້ແຂກ ຫຼື ນັກທ່ອງທ໋ຽວທັງພາຍໃນ ແລະຕ່າງປະເທດ ຢ່າງເປັນທາງການ ໃນວັນທີ 6 ຕຸລາ 2020 ໂດຍການເຂົ້າຮ່ວມຕັດແຖບຜ້າເປີດງານ ຂອງເລຂາທິການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ (ຖວທ) ທ່ານ ສຈ.ດຣ ກິແກ້ວ ໄຂຄຳພິທູນ, ທ່ານ ບົວວົງ ຊາພູວົງ ຮອງລັດຖະມົນຕີ ຖວທ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຫໍພິພິຕະພັນດັ່ງກ່າວ ແມ່ນເປີດບໍລິການໃນວັນ ແລະ ໂມງລັດຖະການ, ບັນດາຜູ້ທີ່ເຂົ້າທ່ຽວຊົມຈະໄດ້ສຶກສາຮຽນຮູ້ເຖິງແຜ່ນດິນລາວໃນຍຸກດຶກດຳບັນ, ຍຸກກ່ອນປະຫວັດສາດ ແລະ ປະຫວັດສາດລາວສະໄໝກ່ອນລ້ານຊ້າງ, ຊຶ່ງວັດຖຸບູຮານທີ່ໄດ້ວາງສະແດງໃນຫໍພິພິຕະພັນແຫ່ງນີ້ປະກອບມີ ຊາກພືດ ແລະ ສັດ, ເຄື່ອງມືຫີນ, ກະດູກມະນຸດບູຮານ, ເຄື່ອງປັ້ນດິນເຜົາ ...

Read More »

ສຳເລັດແລ້ວ..!! ການບູລະນະປະຕິສັງຂອນວັດວິຊຸນ ຍັງຄົງຄວາມເປັນເອກະລັກທີ່ສວຍງາມ….

ທ່ານເອກອັກຄະລັດຖະທູດ ປອ ປີເຕີ ເຮມ໋ອນ ໄດ້ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສໍາເລັດຂອງການບູລະນະປະຕິສັງຂອນວັດວິຊຸນທີ່ຫຼວງພະບາງ ແລະ ໄດ້ມອບໂຄງການບູລະນະທີ່ສໍາເລັດນີ້ໃຫ້ແກ່ລັດຖະບານ ແລະ ປະຊາຊົນຫຼວງພະບາງເຊິ່ງພິທີດັ່ງກ່າວໄດ້ຈັດຂື້ນທີ່ວັດວິຊຸນໃນວັນທີ 6 ຕຸລາ. ສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດແຫ່ງນີ້ແມ່ນໄດ້ຮັບການບູລະນະໂດຍທຶນຂອງລັດຖະບານສະຫະລັດອາເມລິກາ ພາຍໃຕ້ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ (AFCP) ລວມເປັນມູນຄ່າ 347,000 ໂດລາ. ວັດແຫ່ງນີ້ແມ່ນໄດ້ສ້າງຂື້ນໃນສັດຕະວັດທີ່16 ໃນຍຸກພະເຈົ້າ ວິຊຸນນະລາດ,ເຊິ່ງເປັນໜຶ່ງໃນວັດທີ່ເກົ່າແກ່ທີ່ສຸດຢູ່ໃນຫລວງພະບາງ ແລະເປັນຈຸດສູນກາງແຫ່ງການຮຽນຮູ້ທາງດ້ານພຸດທະຊາດສະໜາ ແລະ ເປັນບ່ອນສຳລັບສັກກະລະບູຊາຫລາຍກວ່າ 500ປີ. ກອງທຶນທ່ານທູດເພື່ອການອະນຸລັກວັດທະນະທໍາ AFCP ໄດ້ສົ່ງເສີມບັນດາເຂົ້າຫນ້າວຽກທີ່ໄດ້ແບ່ງເປັນສາມສ່ວນຂອງໂຄງການບູລະນະວັດຊຸນເຊິ່ງປະກອບມີສອງຈຸດໃຫຍ່ຂອງຕົວອາຄານວັດລວມທັງພະທາດໝາກໂມ. ທ່ານເອກອັກຄະລັດຖະທູດ ເຮມ໋ອນ ກ່າວວ່າ: ນີ້ຖືເປັນກຽດຫຼາຍທີ່ພວກເຮົາໄດ້ສົ່ງເສີມໃນການບູລະນະ ແລະ ປົກປັກຮັກສາໜຶ່ງໃນສະຖານທີ່ອັນສໍາຄັນທາງດ້ານປະຫວັດສາດໃນທົ່ວ ສປປ ລາວ. ການຮ່ວມມືລະຫວ່າງສະຫະລັດອາເມລິກາກັບນະຄອນຫຼວງພະບາງໃນການບູລະນະວັດວິຊຸນ ຖືເປັນເຄື່ອງໝາຍແຫ່ງສາຍພົວພັນລະຫວ່າງສອງຊາດ ແລະ ຄວາມໝາຍໝັ້ນໃນການ ຊ່ວຍເຫຼືອປະຊາຊົນລາວໃນການປົກປັກຮັກສາຮິດຄອງອັນລໍ້າຄ່າ. ນັບຕັ້ງແຕ່ 2001, ລັດຖະບານສະຫະລັດອາເມລິກາໄດ້ປະກອບສ່ວນຫຼາຍກວ່າ 1 ລ້ານໂດລາ ເພື່ອເປັນການປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາໃນ ສປປ ລາວ ໂດຍການນຳໃຊ້ກອງທຶນທ່ານທູດ ເພື່ອການອະນຸລັກວັດທະນະທໍາ. ທຶນດັ່ງກ່າວໄດ້ໃຫ້ການສະໜັບສະໜູນລວມທັງໝົດ 20 ໂຄງການ ເຊິ່ງລວມທັງການປະຕິສັງຂອນວັດວາອາຮາມອັນສັກສິດ, ການປົກປັກຮັກສາມໍລະດົກ ແລະວັດຖຸບູຮານພ້ອມທັງການບັນທຶກວັດທະນະທຳຮິດຄອງປະເພນີລວມໄປເຖິງການປົກປັກຮັກສາຫໍສະມຸດ. ຈົນມາເຖິງປະຈຸບັນການບູລະນະວັດຊຽງທອງຢູ່ຫຼວງພະບາງຖືເປັນໂຄງການໃຫຍ່ທີ່ສຸດເຊິ່ງໄດ້ດຳເນີນການເປັນເວລາ 3 ປີໂດຍໄດ້ຮັບການຊ່ວຍເຫຼືອຫຼາຍກວ່າ ...

Read More »

ໜ້າພູມໃຈ ລາວ ຄົ້ນພົບວັດຖຸບູຮານ ຫຼາຍກວ່າ 7 000 ກວ່າອັນ….

ວັດຖຸບູຮານເກົ່າແກ່ຈຳນວນ 7.800 ອັນໄດ້ຖືກຄົ້ນພົບ ໃນທ້າຍເດືອນກັນຍາ 2020 ນີ້ ຈາກການຂຸດຄົ້ນພາຍໃນເຂດໂຄງການບໍ່ຄຳເຊໂປນ ແຂວງສະຫວັນນະເຂດ, ບໍລິສັດລ້ານຊ້າງມີ ເນໂຣນສ໌ ໄດ້ໂອນມອບໃຫ້ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ເກັບຮັກສາ ແລະ ຄຸ້ມຄອງ.” ປັດຈຸບັນມອບໃຫ້ພາກລັດຄຸ້ມຄອງຄື: ຫໍພິພິທະພັນແຫ່ງຊາດ , ຫໍພິພິທະພັນສະຫວັນນະເຂດ ແລະ ຫໍວັດທະນະທຳເມືອງວິລະບູລີ ວັດຖຸບູຮານທີ່ມາມອບປະກອບມີວັດຖຸພັນປະເພດທອງແດງ, ທອງເຫລືອງ, ເຫລັກ, ດິນເບົ້າຫລໍ່, ແກ້ວປະດັບ-ເຈຍລະໄນ, ເຄື່ອງປັ້ນດິນເຜົາ ແລະ ໄມ້ (ມີອາຍຸເກົ່າແກ່ແຕ່ 1,000-3,000 ປີ) ການສົ່ງເສີມ ແລະ ອະນຸລັກຮັກສາຄວາມມໍລະດົກອັນລໍ້າຄ່າ ແມ່ນມີຄວາມໝາຍສຳຄັນຕໍ່ປະຫວັດສາດຂອງຊາດ, ສະແດງເຖິງຄວາມຮັ່ງມີ, ມູນເຊື້ອແນວຄິດປະດິດສ້າງ ແລະ ອາລະຍະທຳອັນເກົ່າແກ່, ເປັນສິ່ງເອກອ້າງທະນົງໃຈຂອງປວງຊົນລາວ, ເຮັດໃຫ້ສັງຄົມໂລກໄດ້ຮັບຮູ້ ເຖິງຄວາມອຸດົມສົມບູນດັ່ງກ່າວ, ໃນອະນາຄົດ, ສະຖານທີ່ຄົ້ນພົບວັດຖຸບູຮານນີ້ອາດກາຍເປັນແລ່ງທ່ອງທ່ຽວອັນສຳຄັນຂອງລາວເຮົາ ແລະ ກາຍເປັນມໍລະດົກໂລກທີ່ຈະສ້າງຊື່ສຽງໃຫ້ຊາດເຮົາອີກດ້ວຍ. ແຫຼ່ງຂໍ້ມູນ: Sourioudong Sundara

Read More »

ລັດຖະມົນຕີກະຊວງ ຖວທ ເນັ້ນ ແຂວງຫລວງພະບາງ ພັດທະນາການທ່ອງທ່ຽວ ຕິດພັນກັບການຮັກສາວັດທະນະທຳ

ໃນວັນທີ 9 ກັນຍາ 2020 ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານຫລັກແຫລ່ງ, ພະນັກງານ-ລັດຖະກອນ ອ້ອມຂ້າງ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະບາງ, ໂດຍທ່ານ ເນັ້ນໜັກໃຫ້ເອົາໃຈໃສ່ພັດທະນາ ພື້ນຖານໂຄງລ່າງດ້ານການທ່ອງທ່ຽວ ຕິດພັນກັບການອະນຸລັກຮັກສາວັດທະນະທຳ ໃຫ້ມີຄວາມຍືນຍົງ ແລະ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ, ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ອງທ່ຽວ ແຂວງຫລວງພະບາງ ໃຫ້ຫລາຍຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖວທ ແຂວງຫລວງພະບາງ ໄດ້ລາຍງານໃຫ້ຮູ້ບາງຕອນວ່າ: ໃນໄລຍະຜ່ານມາ ພະແນກ ຖວທ ແຂວງຫລວງພະບາງ ໄດ້ເອົາໃຈໃສ່ອານຸລັກ, ປົກປັກຮັກສາ, ຟື້ນຟູ ແລະ ຂະຫຍາຍວັດທະນະທໍາ ໃຫ້ມີລັກສະນະຊາດ, ລັກສະນະປະຊາຊົນ ແລະ ລັກສະນະກ້າວໜ້າທາງດ້ານວັດຖຸ ແລະ ...

Read More »