ກົດໝາຍ

ປະທານປະເທດ ເນັ້ນສະມາຊິກສະພາເອົາໃຈໃສ່ ຕື່ມບາງບັນຫາ…

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສູນທອນພົດໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງສະພາແຫ່ງຊາດຄົບຮອບ 45 ປີ ທີ່ໄດ້ຈັດຂຶ້ນເມືອບໍ່ດົນມານີ້ວ່າ: ເນັ້ນໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງເອົາໃຈໃສ່ ຕື່ມບາງບັນຫາ ເຖິງແມ່ນວ່າໃນໄລຍະທີ່ຜ່ານມາ ບັນດາວຽກງານຕ່າງໆຈະສຳເລັດຕາມແຜນການທີ່ວາງໄວ້ກໍຕາມ. ບັນຫາທີ່ ສະຫາຍເລຂາທິການໃຫຍ່ໄດ້ສະເໜີນັ້ນ ປະກອບມີ: ຢາກໃຫ້ເປັນເຈົ້າການປະສານສົມທົບກັບຄະນະພັກ, ອົງການປົກຄອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ເພື່ອພ້ອມກັນເອົາໃຈໃສ່ຫ້າງຫາກະກຽມວຽກງານຮອບດ້ານ ໃຫ້ແກ່ການເລືອກຕັງສະມາຊິກສະພາແຫຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II, ຕ້ອງຍົກສູງຄວາມຮັບຜິດຊອບໃນການປະຕິບັດບົດບາດດ້ານນິຕິບັນຍັດໃຫ້ດີ, ຍົກສູງຄຸນນະພາບການປັບປຸງ, ກໍ່ສ້າງກົດໝາຍ; ການສ້າງກົດໝາຍຕ້ອງແມ່ນການຜົນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກເປັນກົດໝາຍທີ່ເລີ່ມຈາກຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ເພື່ອປະຊາຊົນຢ່າງແທ້ຈິງ. ທັງສອດຄ່ອງກັບສະພາບຄ່ອງກັບຈຸດພິເສດຂອງຊາດລາວ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຕ້ອງຍົກສູງບົດບາດການພິຈາລະນາ, ຮັບຮອງ ແລະ ຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ດ້ວຍຄວາມຮັບຜິດຊອບການເມືອງອັນສູງສົ່ງຕໍ່ພັກ, ຕໍ່ປະຊາຊົນ, ມີການຄົ້ນຄວ້າບັນຫາຢ່າງເລິກເຊິ່ງ, ມີຂໍ້ມູນທີ່ລະອຽດຊັດເຈນ, ສະເໜີວິທີການແກ້ໄຂ ແລະ ມາດຕະການຕໍ່ແຕ່ລະບັນຫາດ້ວຍເຫດ ແລະຜົນ ເພື່ອໃຫ້ອົງການລັດຂັ້ນຕ່າງໆສາມາດນຳໄປຈັດຕັງປະຕິບັດຢ່າງມີໝາກຜົນ ໃຫ້ປະເທດຊາດ ...

Read More »

ການຟື້ນຟູວິສາຫະກິດແມ່ນຫຍັງ? (ຕອນທີ 1)

ກົດໝາຍວ່າດ້ວຍການຟື້ນຟູ ແລະ ລົ້ມລະລາຍຂອງວິສາຫະກິດມີຜົນສັກສິດແຕ່ເດືອນມິຖຸນາ 2020. ມື້ນີ້ ຂ້າພະເຈົ້າຂໍແລກປ່ຽນບາງພື້ນຖານທີ່ສຳຄັນຂອງກ່ຽວກັບການຟື້ນຟູວິສາຫະກິດຕາມກົດໝາຍດັ່ງກ່າວ ຄື: 1. ການຟື້ນຟູວິສາຫະກິດ ແມ່ນຫຍັງ? ການຟື້ນຟູວິສາຫະກິດ ແມ່ນການແກ້ໄຂບັນຫາຂອງວິສາຫະກິດ ທີ່ປະສົບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍ່ສາມາດຊຳລະໜີ້ສິນໄດ້ຂອງຕົນໄດ້. ຕົວຢ່າງ: ບໍລິສັດບໍລິການຈັດງານປະຊາສຳພັນແຫ່ງໜຶ່ງປະສົບຄວາມຫຍຸ້ງຍາກຈາກການຂາດສະພາບຄ່ອງຂອງທາງດ້ານການເງິນຢ່າງໜັກໜ່ວງ ຍ້ອນສະພາບການລະບາດຂອງພະຍາດປອດອັກເສບໂຄວິດ-19 ຊຶ່ງເຮັດໃຫ້ມີຜົນກະທົບຕໍ່ການດໍາເນີນທຸລະກິດຂອງບໍລິສັດ, ລູກຄ້າຂອງບໍລິສັດຍົກເລີກ ງານປະຊາສຳພັນສິນຄ້າ, ບໍລິສັດຕ້ອງໄດ້ຊໍາລະເງິນກູ້ຢືມຈາກທະນາຄານ, ບໍລິສັດຕ້ອງແບກຫາບເງິນເດືອນກຳມະກອນ ແລະ ພະນັກງານບໍລິສັດ ແລະ ອືື່ນໆ ນີ້ເປັນສະພາບຄວາມຫຍຸ້ງຍາກທາງດ້ານການເງິນ ຊຶ່ງບໍລິສັດ ກຳລັງປະສົບບັນຫາ ແລະ ເຫັນວ່າຕົນເອງອາດຈະຕົກຢູ່ໃນ “ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ”. ວິສາຫະກິດທີ່ໃກ້ຈະຢູ່ໃນສະພາວະລົ້ມລະລາຍ ແມ່ນສະພາບທີ່ວິສາຫະກິດຍັງບໍ່ທັນຢູ່ໃນສະພາວະລົ້ມລະ ລາຍ ແຕ່ວິສາຫະກິດດັ່ງກ່າວຮູ້ວ່າຕົ້ນມີຄວາມຫຍຸ້ງຍາກທາງດ້ານເງິນ ຈະບໍ່ສາມາດໃຊ້ແທນໜີ້ສິນໄດ້ ແລະ ອາດຈະລົ້ມລະລາຍໃນອະນາຄົດອັນໃກ້ໆນີ້. ເມື່ອມີຄວາມຫຍຸ້ງຍາກທາງດ້ານການເງິນ ຫຼື ຢູ່ໃນສະພາບທີ່ໃກ້ຈະຢູ່ໃນສະພາວະລົ້ມລາຍລາຍດັ່ງກ່າວ ວິສາຫະກິດເອງ, ເຈົ້າໜີ້ຂອງວິສາຫະກິດ, ບັນດາກຳມະກອນ, ຫຼື ພະນັກງານ/ກຳມະກອນຂອງວິສາຫະກິດສາມາດຮ້ອງຂໍຕໍ່ສານໃຫ້ຟື້ນຟູວິສາຫະກິດດັ່ງກ່າວ. 2. ເປັນຫຍັງຈຶ່ງຕ້ອງຂໍຟື້ນຟູວິສາຫະກິດ? ການຟື້ນຟູວິສາຫະກິດຈະຊ່ວຍ: (1). ເຮັດໃຫ້ເຈົ້າຂອງກິດຈະການ ຫຼື ບໍລິສັດໃດໜຶ່ງໄດ້ສາມາດສືບຕໍ່ດຳເນີນທຸລະກິດຂອງຕົນໄດ້ຕາມ “ແຜນຟື້ນຟູວິສາຫະກິດ”, ຖ້າໄດ້ຮັບການອະນຸມັດຈາກບັນດາເຈົ້າໜີ້; ແລະ (2). ໄດ້ຮັບການປົກປ້ອງຊັບສິນຂອງຕົນຈາກການດຳເນີນການທາງດ້ານກົດໝາຍຂອງເຈົ້າໜີ້ ເພື່ອເຮັດໃຫ້ລູກໜີ້ໄດ້ສືບຕໍ່ດຳເນີນກິດຈະການຂອງຕົນຕາມແຜນຟື້ນຟູວິສາຫະກິດ, ...

Read More »

ສປປ ລາວ ແລະ EU ສຳເລັດ ກອງປະຊຸມ ດ້ານວິຊາການຮ່ວມ …

ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ (EU) ແລະ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ດ້ານວິຊາການຮ່ວມ (JEM) ຄັ້ງທີ 4 ກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມການຄ້າໄມ້ ແບບສະໝັກໃຈ (VPA) ໃນແຜນງານ ການຈັດຕັ້ງປະຕິບັດ ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ໂດຍມີບັນດາກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນເຂົ້າຮ່ວມ. ຂໍ້ຕົກລົງດັ່ງກ່າວ ມີຈຸດປະສົງ ເພື່ອສ້າງ ລະບົບກວດກາຢັ້ງຢືນຄວາມຖືກຕ້ອງ ຂອງໄມ້ ແລະ ຜະລິດຕະພັນໄມ້ ທີ່ຖືກຕ້ອງຕາມກົດໝາຍ ທີ່ຂຸດຄົ້ນ ແລະ ສົ່ງອອກ ໂດຍ ສປປ ລາວ. ສິ່ງເຫລົ່ານີ້ ຈະຊ່ວຍສົ່ງເສີມ ການຄ້າ ຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ, ປັບປຸງການຄຸ້ມຄອງປ່າໄມ້ ແລະ ປະກອບສ່ວນ ເຂົ້າໃນການສະກັດກັ້ນ ການຂຸດຄົ້ນໄມ້ທີ່ຜິດກົດໝາຍ. ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າ ກົມກົມປ່າໄມ້, ກະຊວງ ກະສິກຳ ແລະ ປ່າໄມ້, ໃນນາມ ປະທານຮ່ວມກອງປະຊຸມ ໄດ້ກ່າວວ່າ: ...

Read More »

ຫ້ອງຕໍາຫຼວດ ທໍາລາຍສິນຄ້າຫ້າມນໍາເຂົ້າ ນໍ້າໜັກ 1.060 ກິໂລກຣາມ…

ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ສົມທົບກັບ ພະແນກອຸດສາຫະກຳການຄ້າ ນະຄອນຫຼວງວຽງຈັນ ໄດ້ທໍາລາຍສິນຄ້າຫ້າມນໍາເຂົ້າທີ່ຜິດກົດໝາຍ ( ປະເພດຜັກ ) ລວມນໍ້າໜັກທັງໝົດ 1.060 ກິໂລກຣາມ, ຢູ່ເດີ່ນຫ້ອງຕໍາຫຼວດ ປກສ ນວ ໃນຕອນບ່າຍຂອງວັນທີ 16 ກັນຍາ 2020 ໂດຍມີ ພັທ ຄໍາພອນ ພົມມະຈັນ ຮັກສາການຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ພັທ ຄໍາພອນ ພົມມະຈັນ ໄດ້ໃຫ້ຮູ້ວ່າ: ໃນເວລາ 16:00 ໂມງຂອງວັນທີ 15 ກັນຍາ 2020 ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ມີລົດຕູ້ ສີຂາວ ໝາຍເລກທະບຽນ ກລ 8364 ກຳແພງນະຄອນ ໄດ້ແກ່ສິນຄ້າປະເພດຜັກ ມາຈາກປະເທດເພື່ອນບ້ານ ໂດຍການຂົນສົ່ງມາທາງເຮືອ ເຂດບ້ານທ່າພະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ຈາກນັ້ນ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ຈຶ່ງໄດ້ອອກຕິດຕາມກວດກາ ພົບເຫັນລົດຄັນດັ່ງກ່າວ ມຸ່ງໜ້າໄປທາງເຂດບ້ານທ່ານາ (ບໍ່ໂອ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜ່ານການກວດກາຂອງເຈົ້າໜ້າທີ່ ຈຶ່ງພົບເຫັນສິນຄ້າປະເພດຜັກບົ່ວໃບ ...

Read More »

ການປ່ອຍເນື້ອໃນທີ່ບໍ່ອະນຸຍາດ ໂດຍເຜີຍແຜ່ຜ່ານອິນເຕີເນັດ ອາດຕິດຄຸກໄດ້…

ກະຊວງໄປສະນີໂທລະຄົມມະນາຄົມ ແລະ ສື່ສານ ແຈ້ງໃຫ້ຮູ້ວ່າ: ການຫຼິ້ນອິນເຕີເນັດ ຫຼືສື່ສັງຄົມອອນລາຍ ມີທັງປະໂຫຍດ ແລະ ໂທດ, ຖ້າຮ້າຍແຮງອາດສ່ຽງເຖິງຂັ້ນຕິດຄຸກ ເຊັ່ນການປ່ອຍຂ່າວ ຫຼືເນື້ອໃນທີ່ບໍ່ອະນຸຍາດຕາມການລະບຸໄວ້ໃນມາດຕາ 10 ຂອງດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານທາງອິນເຕີເນັດ (ດຳລັດ 327/ລບ). ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດໃນມາດຕາທີ 10 ປະກອບມີເນື້ອໃນທີ່ມີລັກສະນະຕົວະຍົວະ, ຫຼອກລວງ ຫຼືຊວນເຊື່ອປະຊາຊົນ ຢູ່ທັງທັງພາຍໃນ ແລະ ຕ່າງປະເທດໃນການຕໍ່່ຕ້ານພັກ ແລະ ລັດ ຫຼືມ້າງເພສັັນຕິພາບ, ຄວາມເປັນເອກະລລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ວັດທະນາຖາວອນ, ເນື້ອໃນທີ່ມີລັກສະນະຍຸຍົງ ແລະ ສົ່ງເສີມການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ຄາດຕະກຳ ແລະ ປັ່ນປ່ວນຕໍ່ສັງຄົມ. ພາບປະກອບເທົ່ານັ້ນ ນອກຈາກນັ້ນ, ຍັງຫ້າມໂຄສະນາບິດເບືອນຄວາມຈິງ ແລະ ປ່າວຂາວອະກຸສົນ ເພື່ອສ້າງຄວາມແບ່ງແຍກ ລະຫວ່າງຊົນເຜົ່າ ຫຼືລະຫວ່າງຊາດ, ຫ້າມເຜີຍແຜ່ຮູບພາບລາມົກ, ຮູບຕັດຕໍ່່ ແລະ ຮູບພາບອື່ນໆ ທີ່ກົດໝາຍລາວຫ້າມ ຫຼືແຕະຕ້ອງຮີດຄອງປະເພນີອັນດີງາມຂອງຊາດ, ເຜີຍແຜ່ຄວາມລັບຂອງຊາດ, ທາງການທະຫານ ຫຼືຄວາມລັບດ້ານອື່ນ ທີ່ກຳນົດໄວ້ໃນລະບຽບກົດໝາຍຂອງປະເທດລາວ ແລະ ອື່ນໆ. ພາບປະກອບເທົ່ານັ້ນ ແຫຼ່ງຂໍ້ມູນ: ...

Read More »

ຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ…

ເພື່ອຜັນຂະຫຍາຍກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ຂອງກະຊວງ, ອົງການ ແລະ ຫົວໜ່ວຍທີ່ມີໜ້າທີ່ລາຍງານ ມີຄວາມຈະແຈ້ງ ແລະ ເປັນເອກະພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ໃນວັນທີ 20/02/2020 ລັດຖະບານແຫ່ງ ສປປ ລາວ ຈິ່ງໄດ້ອອກດຳລັດສະບັບເລກທີ 127/ລບ ວ່າດ້ວຍຄວາມຮັບຜິດຊອບໃນການຕ້ານ ສະກັດກັ້ນ ການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຊຶ່ງດຳລັດດັ່ງກ່າວມີລາຍລະອຽດດັ່ງລຸ່ມນີ້:

Read More »

ມາເບິ່ງ ຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ໃຊ້ແຮງງານ ຢູ່ ສປປ ລາວ ແມ່ນ ຈັກກີບ/ເດືອນ?

ປັດຈຸບັນນີ້ ຍັງມີຫຼາຍຄົນ ທີ່ຍັງບໍ່ທັນຮູ້ ແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານຢູ່ ສປປ ລາວ🇱🇦🇱🇦 ມີເທົ່າໃດກັນແທ້??? 👉👉👉 ຄຳຕອບພ້ອມແລ້ວ….

Read More »

ກົມສື່ມວນຊົນ ຮຽກຮ້ອງໃຫ້ສື່ມວນຊົນລາວ ປະຕິບັດກົດລະບຽບກ່ຽວກັບການໂຄສະນາສິນຄ້າ…

ກົມສື່ມວນຊົນ ຮຽກຮ້ອງໃຫ້ສື່ມວນຊົນລາວ ໃຫ້ປະຕິບັດຕາມກົດລະບຽບກ່ຽວກັບການໂຄສະນາສິນຄ້າ…. ໃນວັນທີ 4 ກັນຍາ 2019 ຢູ່ທີ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມ ປຶກສາຫາລືສ້າງນິຕິກໍາລຸ່ມກົດໝາຍສື່ມວນຊົນ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມ ພ້ອມດ້ວຍ ບັນນາທິການ ຂອງແຕ່ລະສໍານັກຂ່າວເຂົ້າຮ່ວມ. ພາຍໃນກອງປະຊຸມດັ່ງກ່າວ ທ່ານ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂຶ້ນກ່າວເຖິງຈຸດປະສົງໃນການສ້າງນິຕິກໍາສະບັບນີ້ ໂດຍອິງຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການບໍລິການຂອງສື່ມວນຊົນ, ເຊິ່ງລາຍລະອຽດຂອງນິຕິກໍາມີດັ່ງນີ້:

Read More »

ເຄິ່ງສະໄໝສະພາແຫ່ງຊາດ ຮັບຮອງກົດໝາຍໄດ້ 63 ສະບັບໃນນັ້ນສ້າງໃໝ່ 27 ສະບັບ

ການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ໃນໄລຍະເຄິ່ງສະໄໝຜ່ານມາ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ການປະຕິບັດແຜນສ້າງ ແລະ ປັບປຸງກົດໝາຍ, ເອົາໃຈໃສ່ພິຈາລະນາບັນຫາສຳຄັນຕ່າງໆ ຕາມພາລະບົດບາດຂອງຕົນ ກໍຄື ການຕົກລົງບັນຫາສຳຄັນພື້ນ ຖານຂອງປະເທດຊາດ, ການປະຕິບັດວຽກງານຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ, ລວມທັງການເຄື່ອນໄຫວວຽກງານຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ. ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ໂດຍຊີ້ໃຫ້ເຫັນວ່າ: ຜົນງານແຕ່ປີ 2016-2018 ໂດຍສະພາແຫ່ງຊາດຊຸດທີ VIII ສາມາດຮັບຮອງເອົາກົດໝາຍທັງ ໝົດ 63 ສະບັບ, ເທົ່າ 60% ຂອງແຜນການ 5 ປີ. ໃນນີ້, ມີກົດໝາຍສ້າງໃໝ່ 27 ສະບັບ, ກົດໝາຍປັບປຸງ 36 ສະບັບ. ສຳລັບປີ 2018 ສ້າງ ແລະ ...

Read More »

ສະພາແຫ່ງຊາດ ວາງຄາດໝາຍສ້າງ ແລະ ປັບປຸງກົດໝາຍ 41 ສະບັບ ໃນປີ 2019-2020

ຄະນະປະຈໍາສະພາແຫ່ງຊາດ ໄດ້ວາງຄາດໝາຍໃນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2019-2020 ທັງໝົດ 41 ສະບັບ. ໃນນີ້, ຂົງເຂດການປົກຄອງ ແລະ ຍຸຕິທໍາ 9 ສະບັບ, ຂົງ ເຂດເສດຖະກິດ 16 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 13 ສະບັບ, ຂົງເຂດການຕ່າງປະເທດ 2 ສະບັບ ແລະ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 1 ສະບັບ. ຄາດໝາຍດັ່ງກ່າວ, ສະເໜີໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍ ໂດຍຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ຂຶ້ນສະເໜີຕໍ່ກອງປະຊຸມສະໄໝສາມັນ ເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ສຳລັບແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳ ປີ 2019 ມີທັງໝົດ ...

Read More »