ຂ່າວ ຕ່າງປະເທດ

7-11 ເປີດຢູ່ກຳປູເຈຍກຽມຂະຫຍາຍສາຂາຕໍ່ເນື່ອງ

7-11 ເປີດຢູ່ກຳປູເຈຍຄົບຮອບ 1 ປີ! ໄດ້ຮັບຜົນຕອບຮັບທີ່ດີ ແລະ ກຽມຂະຫຍາຍສາຂາຕໍ່ເນື່ອງເຊິ່ງໄດ້ສ້າງວຽກເຮັດງານທຳໃຫ້ຄົນໃນພື້ນທີ່ ເພາະຈະມີການຈ້າງຄົນໃນພື້ນທີ່ໃນການຂັບເຄື່ອນທຸລະກິດ, ບຸກຄະລະກອນທັງໃນສາຍສໍານັກງານ ແລະ ປະຕິບັດການຮ້ານ ເປັນຄົນກຳປູເຈຍ 99%. ນອກຈາກນີ້ຍັງເປີດໂອກາດໃຫ້ຜູ້ປະກອບການທ້ອງຖິ່ນເຂົ້າມາຮ່ວມເປັນເຈົ້າຂອງທຸລະກິດ ແລະ ສາມາດສົ່ງຕໍ່ລຸ້ນສູ່ລຸ້ນໄດ້. ເວົ້າໄດ້ວ່າ ຮ້ານ 7-11 ທຸກສາຂານັ້ນ ທຸກຂັ້ນຕອນແມ່ນສະໜັບສະໜູນ ທຸລະກິດໃນກຳປູເຈຍ ຕັ້ງແຕ່ຜູ້ຄ້າວັດສະດຸ, ຜູ້ຮັບເໝົາ, ຊ່າງສ້ອມແປງ ລວມທັງທຸລະກິດຂົນສົ່ງໃນປະເທດ ສິ່ງເຫຼົ່ານີ້ຖືເປັນການຊ່ວຍຂັບເຄື່ອນ ແລະ ຊຸກຍູ້ເສດຖະກິດຂອງກຳປູເຈຍໂດຍກົງ ທີ່ມາ: TODAY Bizview #TargetMagazine

Read More »

S.Korea ຂຶ້ນດອກເບ້ຍ 0,25% ສູ້ເງິນເຟີ້

S.Korea ຂຶ້ນດອກເບ້ຍ 0,25% ສູ້ເງິນເຟີ້ ເພື່ອ​ຫລຸດຜ່ອນ​ຄວາມ​ຮຸນແຮງຂອງ​ເງິນ​ເຟີ້​ ເປັນການປັບຊຶ້ນດອກເບ້ຍຄັ້ງທີ 2 ຕິດຕໍ່ກັນ ປະຈຸ​ບັນ, ສ.​ເກົາຫຼີ ​ແມ່ນ​ປະ​ເທດ​ເສດຖະກິດ​ໃຫຍ່​ອັນ​ດັບ 4 ຂອງ​ອາຊີ ທີ່ກໍາລັງປະເຊີນກັບອັດຕາເງິນເຟີ້ສູ່ລະດັບສູງສຸດໃນຮອບ 13 ປີເຄິ່ງ. ເງິນເຟີ້ ສ. ເກົາຫຼີ ຢູ່ທີ່ 4.8%ເກົາຫຼີໃຕ້ດຳເນີນນະໂຍບາຍການເງິນສອດຄ່ອງກັບ ສະຫະລັດ (FED) ທີ່ມາ: https://asia.nikkei.com/…/Bank-of-Korea-warns-inflation…

Read More »

ສ. ເກົາຫຼີ ທຸ້ມເຕັມທີ່ກັບສາຍ IT ເລັ່ງສ້າງມະຫາວິທະຍາໄລຊອບແວ 100ແຫ່ງ

ສ. ເກົາຫຼີ ທຸ້ມເຕັມທີ່ກັບສາຍ IT ເລັ່ງສ້າງມະຫາວິທະຍາໄລຊອບແວ 100ແຫ່ງ ເພີ່ມຊົ່ວໂມງຮຽນອີກ 2ເທົ່າ! ສ. ເກົາຫຼີ ປັບຫຼັກສູດການສຶກສາໄປສູ່ອຸດສາຫະກໍາດິຈິຕອນ ຄາດ​ວ່າ​ຈະ​ພັດ​ທະ​ນາ​ແຮງງານທີ່​ມີ​ທັກ​ສະ​ດ້ານ​ໄອ​ທີ​ໃຫ້​ໄດ້ 1 ລ້ານ​ຄົນ​ພາຍ​ໃນ​ປີ 2026 ແລະໃຫ້ມີມະຫາວິທະຍາໄລດ້ານຊອບແວ 100ແຫ່ງ ພາຍໃນປີ 2027 ທັງປະກາດເພີ່ມຊົ່ວໂມງຮຽນວິຊາ IT ເປັນສອງເທົ່າ! ການ​ປັບ​ປຸງ​ໂຄງ​ສ້າງ​ການ​ສຶກ​ສາ​ໃນ​ເກົາ​ຫຼີ​ໃຕ້ຄັ້ງ​ນີ້​ ຈະເປັນຈຸດສໍາຄັນທີ່ເຮັດໃຫ້ເກົາຫລີໃຕ້ເປັນມະຫາອຳນາດດ້ານເທັກໂນໂລຊີ. ທີ່ມາ: https://www.koreaherald.com/view.php?

Read More »

ປະທານາທິບໍດີ ຟີລິບປິນ ອ່ານສານແຫ່ງຊາດ

ວັນທີ 25 ກໍລະກົດ, ຢູ່ມານີລາ, ໃນສານແຫ່ງຊາດ ສະບັບທຳອິດ ອ່ານຢູ່ ສະພາ ແຫ່ງຊາດ ​ໂດຍທ່ານ Ferdinand Marcos Jr, ປະທານາທິບໍດີ ຟີລິບປິນ ໄດ້ໃຫ້ຄຳໝັ້ນ ສັນຍາວ່າ: ຈະປະຕິຮູບ ລະບົບອາກອນ ແລະ ຫັນປະເທດນີ້ ​ໃຫ້ກາຍເປັນ ຈຸດນັດພົບແຫ່ງການລົງທຶນ ແລະ ການທ່ອງທ່ຽວ ​ໂດຍດຳເນີນ ໂຄງການປະຕິຮູບ ເພື່ອດຶງດູດການລົງທຶນ ແລະ ນັກທ່ອງທ່ຽວ ກໍ່ຄື ຮັກສາທ່າເຕີບໂຕທີ່ໝັ້ນຄົງ. ໃນປັດຈຸບັນ. ນອກຈາກ​ນີ້ ຍັງຈະປະຕິບັດການຄຸ້ມຄອງນະໂຍບາຍປີການເງິນ ຢ່າງໝັ້ນຄົງ ແລະ ວາງເປົ້າໝາຍ ການຈະເລີນເຕີບໂຕ GDP ປີນີ້ ແມ່ນແຕ່ 6,5–7,5%. ຂະນະ​ດຽວ​ກັນ ຍັງໄດ້ຍົກອອກ ບາງມາດຕະການ ເພື່ອຊ່ວຍ ປະເທດ ຟີລິບປິນ ເພີ່ມປະລິມານ ການຜະລິດກະສິກຳ ແລະ ສາມາດຮັບມືກັບ ການປ່ຽນແປງ ຂອງດິນຟ້າອາກາດດີກ່ວາ​ເກົ່າ ​ພ້ອມ​ທັງ ປັບປຸງການສຶກສາ, ສາທາ ລະນະສຸກ ແລະ ...

Read More »

ທ່າ​ນ ນາງ ທຣຸປາ​ທີ ​ເມີ​ນູ ປະທານາທິບໍດີອິນເດຍຄົນໃໝ່

ທ່າ​ນ ນາງ ທຣຸປາ​ທີ ​ເມີ​ນູ ປະທານາທິບໍດີອິນເດຍຄົນໃໝ່ ເຂົ້າຮັບຕຳແໜ່ງວັນ​ທີ25​ ກໍລະກົດ, ທ່າ​ນ ນາງ ທຣຸປາ​ທີ ​ເມີ​ນູ(Trupati Murmu), ສາບານ​ຕົນ​ ເຂົ້າຮັບ​ຕຳ​ແໜ່​ງ ປະທານາທິ​ບໍດີ​ ອິນ​ເດຍ ຄົນ​ທີ15 ຕໍ່​ຈາກ ທ່ານຣຳ ນັດ ​ໂກ​ວິນ (Ram Nath Kovind) ​ໃນ​ພິທີ​ ໄດ້​ຈັ​ດຂຶ້ນຢ່າງ​ສົມ​ກຽດທີ່​ທຳນຽບ ປະທານາທິບໍ​ດີ (Ratpatipawan) ນະຄອນຫລວງ ​ນີວ​ແດນ​ລີ ຫລັງ​ຈາກໄດ້​ຮັບ​ສະ​ເໜີ​ຊື່​ ຈາກ​ພັກ Bharatiya Janata (BJP), ຂອງນາຍົກລັດຖະມົນຕີ ນາ​ເຣັນດຣາ ​ໂມ​ດີ( Narendra Modi), ຊຶ່ງມີສຽງສ່ວນຫລາຍ ໃນສະພາ.

Read More »

Facebook ມາຮອດຈຸດນີ້ໄດ້ແນວໃດ?

Facebook ມາຮອດຈຸດນີ້ໄດ້ແນວໃດ? ຈຸດທີ່ມູນຄ່າລົງໜັກທີ່ສຸດຕັ້ງແຕ່ກໍ່ຕັ້ງບໍລິສັດມາ. 6 ເຫດຜົນ ມູນຄ່າ Facebook ຫຼຸດຕໍ່າສຸດ ເປັນປະຫວັດສາດ! 1. ຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! ຫຼາຍຄົນເອີ້ນ Facebook ວ່າເປັນ “ບ້ານພັກຄົນເຖົ້າ” ຄົນລຸ້ນໃໝ່ທົ່ວໂລກຫັນໄປໃຊ້ ໂຊຊ້ຽວມີເດຍອື່ນຫຼາຍຂຶ້ນ ຈົນຍອດຄົນໃຊ້ງານຫຼຸດລົງ 1 ລ້ານຄົນຕໍ່ວັນ! 2) Apple ສ້າງພິດ “Ask App Not to Track” Apple ເຈົ້າຂອງ iPhone ໄດ້ສ້າງທາງເລືອກໃຫ້ຜູ້ໃຊ້ງານວ່າ ຈະອະນຸຍາດໃຫ້ Facebook ຕິດຕາມຂໍ້ມູນລູກຄ້າໄດ້ຫຼືບໍ່? ແນ່ນອນວ່າສົ່ງຜົນດີຕໍ່ຄວາມເປັນສ່ວນໂຕຂອງຜູ້ໃຊ້ ແຕ່ສຳລັບ ທຸລະກິດ Meta ບໍ່ດີເທົ່າໃດ ເພາະຖ້າບໍ່ມີຂໍ້ມູນຂອງລູກຄ້າ ແລ້ວຈະເອົາຫຍັງໄປຍິງໂຄສະນາ. 3. ໂຄສະນາໜີໄປລົງ Googleຮັບຜົນກະທົບຕໍ່ເນື່ອງຈາກຈໍ້ 2 ຄົນໃນວົງໂຄສະນາທົ່ວໂລກ ເຊື່ອໝັ້ນໃນ Google Search ຫຼາຍກວ່າລົງໂຄສະນາໃນ Facebook. 4. ຄູ່ແຂ່ງໜ້າໃໝ່ TikTok ມາແຮງFacebook ມີຄົນໃຊ້ງານຫຼຸດລົງ ແຕ່ເມື່ອໄປເບິ່ງຄູ່ແຂ່ງ ...

Read More »

ກຸ່ມ G7 ເຫັນເອກະພາບຈຳກັດການຮັບຊື້ຄຳຈາກຣັດເຊຍ

ປະເທດມະຫາອຳນາດ ດ້ານອຸດສາຫະກຳຂອງໂລກ (G7) ເຫັນເອກະພາບຈຳກັດການຮັບຊື້ຄຳຈາກຣັດເຊຍ ກອງປະຊຸມສຸດຍອດ ກຸ່ມ G7 ຈັດຂຶ້ນ ວັນທີ 26 ມິຖຸນາ ດຳເນີນໄປເປັນເວລາ 3 ວັນ ເຢຍລະມັນເປັນປະເທດປະທານໝູນວຽນຂອງກຸ່ມ G7 ປີ 2022. ສະຖານະການຣັດເຊຍ-ອູແກຣນຈະແມ່ນຫົວຂໍ້ສຳຄັນຂອງກອງປະຊຸມ ພ້ອມຫາລືບັນຫາ ການປ້ອງກັນການປ່ຽນແປງຂອງດິນຟ້າອາກາດ ແລະ ວິກິດການດ້ານພະລັງງານເປັນຕົ້ນ. ກອງປະຊຸມ ວັນທີ 27 ມິຖຸນາ ໃຫ້ຮູ້ວ່າ: G7 ໄດ້ຕົກລົງເປັນເອກະພາບ ຈຳກັດການສົ່ງອອກຄຳຈາກຣັດເຊຍປະເທດສະມາຊິກ G7 ປະກອບດ້ວຍ: ສ.ອາເມລິກາ, ອັງກິດ, ເຢຍລະມັນ, ຝຣັ່ງ, ອີຕາລີ, ການາດາ ແລະ ຍີ່ປຸ່ນ. ໃນໄລຍະ ຊຸມປີຜ່ານມາ ຄຳກາຍເປັນສິນຄ້າສົ່ງອອກ ສໍາຄັນອັນດັບ 2 ຂອງຣັດເຊຍຮອງຈາກນ້ຳມັນເຊື້ອໄຟໂດຍຣັດເຊຍກວມເອົາອັດຕາສ່ວນເກືອບ 5% ຂອງຕະຫລາດຄຳໂລກຄິດເປັນມູນຄ່າເກືອບ19 ຕື້ ໂດລາ ສະຫະລັດ ເມື່ອປີ 2020 ແຕ່ຫລຸດລົງມາຢູ່ທີ່ ປະມານ 15,5 ຕື້ໂດລາ ສະຫະລັດເມື່ອທຽບໃສ່ປີກາຍ.ຕາມຂໍ້ມູນ 90%ຂອງຄໍາ ...

Read More »

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານ ເຂົ້າຮ່ວມໂຄງການອອກບັດພະນັກງານ-ລັດຖະກອນ

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານທຸລະກິດຄື: 1. ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 2. ທະນາຄານພັດທະນາລາວ ຈຳກັດ 3. ທະນາຄານສົ່ງເສີມກະສິກຳ 4. ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ເຊັນສັນຍາອອກບັດພະນັກງານ-ລັດຖະກອນ ຢູ່ ສປປ ລາວ ໃນວັນທີ 24 ມິຖຸນາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອອກບັດໃຫ້ພະນັກງານ-ລັດຖະກອນທົ່ວປະເທດ ສໍາເລັດຕາມແຜນການທີ່ກໍານົດໄວ້ ທັງເປັນການອໍານວຍຄວາມສະດວກ ໃນການນໍາໃຊ້ບັດຂອງພະນັກງານທັງສູນກາງ ແລະ ທ້ອງຖິ່ນ. ຜ່ານມາ ໄດ້ມີການເຮັດທົດລອງຈັດຕັ້ງປະຕິບັດ ອອກບັດໃຫ້ແກ່ພະນັກ ງານ-ລັດຖະກອນ ຢູ່ກະຊວງພາຍໃນ ໂດຍແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ(ທຄຕລ) ເປັນຜູ້ພິມບັດຕາມການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນພະນັກງານ-ລັດຖະກອນ ຈາກກະຊວງພາຍໃນ, ຈາກນັ້ນ ກໍໄດ້ສືບຕໍ່ອອກບັດໃຫ້ບັນດາກະຊວງ-ອົງການ ຂັ້ນສູນກາງ ເລີ່ມແຕ່ປີ 2017 ມາຮອດປີ 2020 ສຳເລັດ 46 ພາກສ່ວນ ປະມານ 13.550 ບັດ ກວມ 66% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນສູນກາງ(ຕາມສະຖິຕິລັດຖະກອນປີ 2020), ຂັ້ນແຂວງສຳ ເລັດແລ້ວ 9 ແຂວງ, ລວມທັງໝົດປະມານ 9.554 ບັດ ...

Read More »

ເປີດຂົວຂ້າມຊາຍແດນ ຈີນ-ຣັດເຊຍ ເສີມຄວາມເຂັ້ມແຂງດ້ານການຄ້າ

ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ ​ເປີດ​ຂົວຂ້າມ​ຊາຍ​ແດນ​ແຫ່ງ​ໃໝ່ ຂ້າມ​ແມ່​ນ້ຳ​ ອາ​ມູຣ(Amur) ​ເຊື່ອມ​ຕໍ່ ​ລະຫວ່າງ ​ເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ໄກ​ ຂອງຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ ​ເຮ​ຍ​ຫລົງຈຽງ (Heilongjiang)​ ຂອງ​ຈີນ. ສຳລັບ ຂົວ​ແຫ່ງ​ນີ້ ຈະ​ຊ່ວຍ​ຫລຸດຜ່ອນໄລຍະ​ທາງໃນ​ການ​ເດີນທາງ ​ແລະ ຂົນ​ສົ່ງ​ ສິນຄ້າຂ້າມ​ຊາຍ​ແດນລະຫວ່າງ​ ຈີນກັບຣັດ​ເຊຍ ​ໄດ້​ເຖິງ 1.500 ກິ​ໂລ​ແມັດ ​ແລະ​ ຖື​ເປັນ​ເສັ້ນທາງສຳຄັນຂອງຣັດ​ເຊຍ ​ໃນ​ການ​ຄ້າ​ຂາຍກັບ​ຈີນ ​ແລະ ຈະ​ຊ່ວຍ​ເພີ່ມ​ມູນ​ຄ່າສິນຄ້າກັບ​ຈີນ ​ໄດ້​ເຖິງ 200 ຕື້​ໂດ​ລາ​ ສະຫະລັດໃນ​ອີກ 2ປີ​ຕໍ່ໜ້າ ​ໂດຍ​ສະ​ເພາະ​ຈີນຖື​ເປັນ​ຜູ້​ຊື້​ສິນ ຂໍ້ມູນ: ປະເທດລາວ

Read More »

5 ເດືອນຕົ້ນປີ ກຳປູເຈຍ ສົ່ງອອກ “ເຂົ້າ” ເພີ່ມຂຶ້ນ 22% ຜູ້ຊື້ລາຍໃຫຍ່ແມ່ນຈີນ ແລະ ເອີຣົບ

ສະຫະພັນ​ເຂົ້າ ກຳປູ​ເຈຍ(CRF) ​ເປີດ​ເຜີຍ​ວ່າ: ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ​ ໄປ​​ຈີນ 149.447​ໂຕນ ​ໃນ​ໄລຍະ 5​ເດືອນ ທຳ​ອິດ ​ຂອງ​ປີ​ນີ້ ​ເພີ່ມ​ຂຶ້ນ 23,6%ຈາກ​ໄລຍະ​ ດຽວ​ກັນ​ ໃນ​ປີ​ກາຍ.ຈີນ ຍັງຄົງ​ເປັນ​ ຜູ້​ຊື້ເຂົ້າ ແຫ່ງໃຫຍ່ ທີ່ສຸດ ຂອງກຳປູເຈຍ ກວມເອົາ 53,6% ຂອງປະລິມານ ສົ່ງອອກເຂົ້າ ທັງໝົດ ຂອງປະເທດ. ໃນໄລຍະ ເດືອນມັງກອນ ຫາເດືອນ ພຶດສະພານີ້ ຮອງມາແມ່ນສະຫະພາບ ເອີຮົບ(EU) ທີ່​ຊື້​ເຂົ້າ ຈາກ​ກຳປູ​ເຈຍ 88.167​ໂຕນ ​ເພີ່ມ​ຂຶ້ນ 49% ກວມ​ເອົາ31%. ປັດຈຸບັນ ກຳປູ​ເຈຍ ສົ່ງ​ອອກ​ເຂົ້າ ທຸກ​ຊະນິດສູ່​ຕະຫລາດຕ່າງປະ​ເທດ​ຜ່ານ ບໍລິສັດ 53​ແຫ່ງ ​ໃນ​ໄລຍະ ​ເວລາ ​ດັ່ງກ່າວ ຄິດ​ເປັນປະລິມານ 283.675​ໂຕນ ​ເພີ່ມ​ຂຶ້ນ​ເກືອບ 22% ສ້າງ​ລາຍ​ໄດ້​ ລວມທັງ​ໝົດ 173 ລ້ານ​ກວ່າ​ ໂດ​ລາ ​ສະຫະລັດ. ຂໍ້ມູນ: ຂປລ

Read More »