ຂ່າວ ຕ່າງປະເທດ

ກຳປູເຈຍກະແສດີ 4 ເດືອນຕົ້ນປີ ດຶງດູດນັກທ່ອງທ່ຽວເຂົ້າປະເທດຫຼາຍກວ່າ2 ແສນຄົນ

ໄລຍະ 4 ເດືອນທຳອິດຂອງປີ 2022 ມີ ນັກທ່ອງທ່ຽວຕ່າງປະເທດເດີນທາງເຂົ້າກຳປູເຈຍ ຈຳນວນ 241.485 ຄົນ ເພີ່ມຂຶ້ນ 191% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງເຂົ້າກຳປູເຈຍໃນປີນີ້ ຫຼາຍກວ່າໝູ່ແມ່ນນັກທ່ອງທ່ຽວຈາກຫວຽດນາມ, ໄທ ແລະ ຈີນ ເຊິ່ງສ່ວນໃຫຍ່ເດີນທາງເຂົ້າມາທາງອາກາດ. ສາເຫດທີ່ນັກທ່ອງທ່ຽວເຂົ້າປະເທດກຳປູເຈຍເພີ່ມຂຶ້ນ: 1. ກຳປູເຈຍເປີດປະເທດຢ່າງເຕັມຮູບແບບ ການສັກວັກຊີນໃຫ້ປະຊາຊົນກວມອັດຕາສູງ 2. ນະໂຍບາຍບໍ່ຕ້ອງກັກຕົວ ລວມທັງບໍ່ກວດຫາເຊື້ອໂຄວິດ – 19 ເມື່ອເດີນທາງເຖິງກຳປູເຈຍ ໃນປີ 2022 ນີ້ ກຳປູເຈຍ ຕັ້ງເປົ້າຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ປະມານ 8 ແສນ ຫາ 1 ລ້ານຄົນ. ຂໍ້ມູນ: ເສດຖະກິດການຄ້າ

Read More »

ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນ

ວັນທີ 2 ມິຖຸນາ 2022, ນີ້, ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ ພັນຄໍາ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການ. ໃນລະຫວ່າງການຢ້ຽມຢາມຄັ້ງນີ້ ນາຍົກລາວ-ໄທ ໄດ້ຫາລື 6 ເນື້ອໃນສໍາຄັນຄື:1) ໄທ ແລະ ສປປ ລາວ ພ້ອມແລ້ວທີ່ຈະເດີນຫນ້າຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ວຽກງານ ເສດຖະກິດໃນເຂດຊາຍແດນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ. 2) ເລັ່ງປັບປຸງບູລະນະການທ່ອງທ່ຽວ ເພື່ອສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເຊິ່ງໄທຈະສະຫນັບສະຫນູນ ສປປ ລາວ ໃນການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫຼວງພະບາງ ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງລາວ-ໄທ. 3) ເລັ່ງ ແລະ ຂະຫຍາຍເສັ້ນທາງຄົມມະນາຄົມລະຫວ່າງກັນໃຫ້ຫຼາຍຂຶ້ນ, ໂດຍສະເພາະແມ່ນການເຊື່ອມຕໍ່ ລະບົບທາງລົດໄຟຂອງສອງປະເທດ ພ້ອມທັງຖືເອົາຜົນປະໂຫຍດສູງສຸດຈາກໂຄງການທາງລົດໄຟລາວ-ຈີນ ່ ຮ່ວມກັນແບບ Win-Win. 4) ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ເຮັດໃຫ້ມາດຕະຖານ ແລະ ລະບຽບການສອດຄ່ອງກັນ 5) ...

Read More »

4 ວິກິດ ເຮັດໃຫ້ເສດຖະກິດທົ່ວໂລກຖົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ

.ຂະນະນີ້ໂລກກຳລັງປະເຊີນກັບວິກິດ 4 ດ້ານ ໄດ້ແກ່: 1. ອັດຕາເງິນເຟີ້ສູງສຸດໃນຮອບຫຼາຍສິບປີ 2. ລາຄາພະລັງງານແພງ 3. ບັນຫາຕ່ອງໂສ້ການສະໜອງ ເຮັດໃຫ້ອາຫານຂາດແຄນ ດຶງລາຄາສູງຂຶ້ນນັບມື້ 4. ພາວະໂລກຮ້ອນເຊິ່ງທັງ ບັນຫາທີ່ກ່າວມານັ້ນຕ້ອງໄດ້ແກ້ໄຂໄປພ້ອມໆກັນ, ບໍ່ສາມາດມຸ່ງເນັ້ນແກ້ບັນຫາໃດໜຶ່ງກ່ອນໄດ້ ແລະ ຖ້າວ່າໂລກບໍ່ສາມາດແກ້ໄຂບັນຫາເຫຼົ່ານີ້ໄດ້ ຈະປະເຊີນກັບເສດຖະກິດທົດຖອຍ ແລະ ສັ່ນຄອນສະຖຽນລະພາບຢ່າງຮຸນແຮງ. (ຄຳເຫັນຂອງ ທ່ານ ໂຣເບີດ ຮາເບັກ ຮອງນາຍົກລັດຖະມົນຕີເຢຍລະມັນ) ໃນກອງປະຊຸມ World Economic Forum: WEF ທີ່ສະວິດເຊີແລນ ບັນດາຜູ້ຕາງໜ້າລັດຖະບານຈາກປະເທດຕ່າງໆ ແລະ ພາກທຸລະກິດຕ່າງກໍຄາດການວ່າ ການເຕີບໂຕຂອງເສດຖະກິດໂລກປີນີ້ຍັງມືດມົນ ເນື່ອງຈາກມີຄວາມສ່ຽງຫຼາຍປັດໄຈທີ່ກີດຂວາງການຟື້ນຕົວຂອງເສດຖະກິດ ບໍ່ວ່າຈະເປັນແຮງກົດດັນ ຜົນກະທົບຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ ແລະ ການປິດເມືອງ ເພື່ອຄວບຄຸມໂຄວິດ – 19 ຂອງຈີນ.ນອກຈາກນີ້, ບັນດາປະເທດທີ່ມີເສດຖະກິດຂະໜາດໃຫຍ່ ກຳລັງປະເຊີນກັບອັດຕາເງິນເຟີ້ທີ່ຮຸນແຮງທີ່ສຸດໃນຮອບຫຼາຍສິບປີ ເຊັ່ນ: ສະຫະລັດອາເມຣິກາ, ອັງກິດ ແລະ ສະຫະພາບເອີຣົບ ( ອີຢູ ) ໄດ້ດຶງ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກຫຼຸດລົງ ...

Read More »

ມຽນມາປະກາດ ຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນຢູ່ພາຍໃນ

ທະນາຄານກາງມຽນມາ (CMB) ໄດ້ມີຄໍາສັ່ງຫ້າມໃຊ້ສະກຸນເງິນຕ່າງປະເທດສໍາລັບການຊໍາລະເງິນໃນມຽນມາ ເພື່ອເປັນການຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເງິນຕາຕ່າງປະເທດພາຍໃນປະເທດ. ໂດຍ CMB ຮ້ອງຂໍໜ່ວຍງານລັດຖະບານຊໍາລະເງິນດ້ວຍສະກຸນເງິນຈ໊າດ (kyat) ມຽນມາເທົ່ານັ້ນ ເນື່ອງຈາກການໃຊ້ສະກຸນເງິນຕ່າງປະເທດຊໍາລະເງິນໃນທ້ອງຖິ່ນອາດຈະນໍາໄປສູ່ຄວາມຕ້ອງການໃຊ້ເງິນ ໂດລາສະຫະລັດທີ່ສູງຂຶ້ນ ແລະສົ່ງຜົນໃຫ້ອັດຕາການແລກປ່ຽນບໍ່ສະຖຽນ. ຖະແຫຼງການຈາກ CMB ທີ່ອອກມາໃນວັນທີ 25 ພຶດສະພາທີ່ຜ່ານມາ ລະບຸວ່າການດໍາເນີນດັ່ງກ່າວມີຂຶ້ນຫຼັງຈາກ CBM ພົບວ່າໜ່ວຍງານແລະອົງກອນຂອງລັດຖະບານບາງແຫ່ງໃຊ້ສະກຸນເງິນຕ່າງປະເທດໃນການຊໍາລະເງິນໃນມຽນມາ. ທາງດ້ານ ວິນ ທໍ ຮອງຜູ້ວ່າການ CBM ເຜີຍວ່າໜ່ວຍງານຂອງລັດຖະບານບາງແຫ່ງໃຊ້ຈ່າຍ ແລະຍອມຮັບສະກຸນເງິນຕ່າງປະເທດໃນບາງກິດຈະກໍາ ເຊິ່ງລວມເຖິງການເຊົ່າທີ່ດິນ, ການລົງທຶນໃນທຸລະກິດປະກັນໄພ ແລະ ລາຍໄດ້ຈາກກິດຈະກໍາຮ່ວມການຄ້າ ພ້ອມເສີມອີກວ່າ CBM ຍັງພົບການໃຊ້ສະກຸນເງິນໂດລາສະຫະລັດໃນບາງໂຮງແຮມ, ໂຮງຮຽນນານາຊາດ, ຮ້ານຈໍາໜ່າຍຂອງທີ່ລະນຶກ ແລະ ການໃຫ້ຊາວຕ່າງປະເທດເຊົ່າອະສັງຫາລິມະຊັບໃນປະເທດ. CBM ໄດ້ແຈ້ງເຕືອນທຸກກະຊວງ, ລັດຖະບານລະດັບພາກພື້ນ, ລະດັບລັດ ແລະ ຄະນະກໍາມະການເທສະບານເມືອງເນປີດໍ, ຢ່າງກຸ້ງ ແລະ ມັນທະເລ ໃຫ້ໃຊ້ສະເພາະສະກຸນເງິນຈ໊າດມຽນມາສໍາລັບການຊື້ແລະຈໍາໜ່າຍສິນຄ້າແລະບໍລິການ ແລະ ການຊໍາລະເງິນໃນປະເທດແລ້ວ. ທັງນີ້ ເມື່ອເດືອນເມສາ CMB ມີຄໍາສັ່ງໃຫ້ປະຊາຊົນທຸກຄົນຜູ້ທີ່ຖືຄອງສະກຸນເງິນຕ່າງປະເທດ ຍົກເວັ້ນອົງການຕ່າງປະເທດ ແລະ ຜູ້ຄ້າທີ່ໄດ້ຮັບການຍົກເວັ້ນໃນພາຍຫຼັງ ແລກປ່ຽນສະກຸນເງິນເງິນຈ໊າດມຽນມາພາຍໃນ 1 ມື້ເຮັດວຽກຫຼັງຈາກນັ້ນ. ...

Read More »

ມຽນມາປະກາດ ຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນຢູ່ພາຍໃນ

ມຽນມາປະກາດ ຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນຢູ່ພາຍໃນ ທະນາຄານກາງມຽນມາ (CMB) ໄດ້ມີຄໍາສັ່ງຫ້າມໃຊ້ສະກຸນເງິນຕ່າງປະເທດສໍາລັບການຊໍາລະເງິນໃນມຽນມາ ເພື່ອເປັນການຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເງິນຕາຕ່າງປະເທດພາຍໃນປະເທດ. ໂດຍ CMB ຮ້ອງຂໍໜ່ວຍງານລັດຖະບານຊໍາລະເງິນດ້ວຍສະກຸນເງິນຈ໊າດ (kyat) ມຽນມາເທົ່ານັ້ນ ເນື່ອງຈາກການໃຊ້ສະກຸນເງິນຕ່າງປະເທດຊໍາລະເງິນໃນທ້ອງຖິ່ນອາດຈະນໍາໄປສູ່ຄວາມຕ້ອງການໃຊ້ເງິນ ໂດລາສະຫະລັດທີ່ສູງຂຶ້ນ ແລະສົ່ງຜົນໃຫ້ອັດຕາການແລກປ່ຽນບໍ່ສະຖຽນ.ຖະແຫຼງການຈາກ CMB ທີ່ອອກມາໃນວັນທີ 25 ພຶດສະພາທີ່ຜ່ານມາ ລະບຸວ່າການດໍາເນີນດັ່ງກ່າວມີຂຶ້ນຫຼັງຈາກ CBM ພົບວ່າໜ່ວຍງານແລະອົງກອນຂອງລັດຖະບານບາງແຫ່ງໃຊ້ສະກຸນເງິນຕ່າງປະເທດໃນການຊໍາລະເງິນໃນມຽນມາ. ທາງດ້ານ ວິນ ທໍ ຮອງຜູ້ວ່າການ CBM ເຜີຍວ່າໜ່ວຍງານຂອງລັດຖະບານບາງແຫ່ງໃຊ້ຈ່າຍ ແລະຍອມຮັບສະກຸນເງິນຕ່າງປະເທດໃນບາງກິດຈະກໍາ ເຊິ່ງລວມເຖິງການເຊົ່າທີ່ດິນ, ການລົງທຶນໃນທຸລະກິດປະກັນໄພ ແລະ ລາຍໄດ້ຈາກກິດຈະກໍາຮ່ວມການຄ້າ ພ້ອມເສີມອີກວ່າ CBM ຍັງພົບການໃຊ້ສະກຸນເງິນໂດລາສະຫະລັດໃນບາງໂຮງແຮມ, ໂຮງຮຽນນານາຊາດ, ຮ້ານຈໍາໜ່າຍຂອງທີ່ລະນຶກ ແລະ ການໃຫ້ຊາວຕ່າງປະເທດເຊົ່າອະສັງຫາລິມະຊັບໃນປະເທດ. CBM ໄດ້ແຈ້ງເຕືອນທຸກກະຊວງ, ລັດຖະບານລະດັບພາກພື້ນ, ລະດັບລັດ ແລະ ຄະນະກໍາມະການເທສະບານເມືອງເນປີດໍ, ຢ່າງກຸ້ງ ແລະ ມັນທະເລ ໃຫ້ໃຊ້ສະເພາະສະກຸນເງິນຈ໊າດມຽນມາສໍາລັບການຊື້ແລະຈໍາໜ່າຍສິນຄ້າແລະບໍລິການ ແລະ ການຊໍາລະເງິນໃນປະເທດແລ້ວ.ທັງນີ້ ເມື່ອເດືອນເມສາ CMB ມີຄໍາສັ່ງໃຫ້ປະຊາຊົນທຸກຄົນຜູ້ທີ່ຖືຄອງສະກຸນເງິນຕ່າງປະເທດ ຍົກເວັ້ນອົງການຕ່າງປະເທດ ແລະ ຜູ້ຄ້າທີ່ໄດ້ຮັບການຍົກເວັ້ນໃນພາຍຫຼັງ ແລກປ່ຽນສະກຸນເງິນເງິນຈ໊າດມຽນມາພາຍໃນ ...

Read More »

ອາຊຽນ ເພີ່ມທະວີການຮັບມືກັບໄພທຳມະຊາດ

ກອງປະຊຸມ ຄັ້ງທີ 7 ເວທີປາໄສ ທົ່ວໂລກ ກ່ຽວກັບ ການຫລຸດຜ່ອນ ໄພທຳມະຊາດ (GP2022) ​​ໄດ້ຈັດ​ຂຶ້ນ ລະຫວ່າງ ວັນທີ 23–28 ພຶດສະພາ ຢູ່ເກາະບາລີ ຂອງອິນໂດເນເຊຍ, ອາຊຽນ ໄດ້ອອກຖະແຫລງການຮ່ວມ ກ່ຽວກັບ ການເພີ່ມທະວີ ການຮັບມືກັບໄພທຳມະຊາດ, ດ້ວຍຄຳໝັ້ນ ສັນຍາ ລະອຽດ ຫລາຍຢ່າງ. ຂະນະ​ທີ່ ບັນດາ ປະເທດອາຊຽນຕົກລົງເຫັນດີເພີ່ມທະວີ ຄວາມສາມາດຮັບມື ແລະ ຟື້ນຟູ ພາຍຫລັງ ວິກິດຜ່ານ ການປະຕິບັດ ຂໍ້ລິເລີ່ມຍຸດທະສາດ ກ່ຽວກັບການເພີ່ມທະວີກຳລັງແຮງສັງລວມ ອາຊຽນ ເພື່ອຮັບມືກັບ ໄພພິບັດ; ເພີ່ມທະວີ ການພົວພັນ ຄູ່ຮ່ວມມື ກັບບັນດາອົງການ, ຂະແໜງການກ່ຽວຂ້ອງທັງໝົດ ເພື່ອແນໃສ່ ຕອບສະໜອງການປະຕິບັດຂອບຟື້ນຟູ ອາຊຽນ ຢ່າງຮອບດ້ານ (ACRF) ສືບຕໍ່ຮັບປະກັນ ການປະສານ ໂຄງການ ດຳເນີນງານກ່ຽວກັບການຄຸ້ມຄອງ ແລະ ຮັບມືກັບ ໄພທຳມະຊາດ ເຂົ້າໃນນະໂຍບາຍ ແລະ ຍຸດທະສາດພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທຸກຂັ້ນ. ...

Read More »

WhatsApp ເປີດຕັວຟີເຈີໃຫມ່ຊື່ວ່າ “WhatsApp Cloud API” ເອົາໃຈຝັ່ງສາຍທຸລະກິດ

WhatsApp ເປີດຕັວຟີເຈີໃຫມ່ຊື່ວ່າ “WhatsApp Cloud API” ເອົາໃຈຝັ່ງສາຍທຸລະກິດ ທີ່ສາມາດ ສົ່ງ ແລະ ຮັບ ຂໍ້ຄວາມໄດ້ຫຼາຍຍິ່ງຂື້ນ WhatsApp ໄດ້ປ່ອຍແພລດຟອມ Cloud ອອກມາສຳຫຼັບສາຍທຸລະກິດ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະຕິດຕໍ່ກັບລູກຄ້າໄດ້ໄວຍິ່ງຂື້ນ. ເມື່ອວັນທີ 19 ພຶດສະພາ ທີ່ຜ່ານມາ Mark Zuckerberg ປະທານບໍລິຫານ (CEO) ບໍລິສັດ Meta ໄດ້ປະກາດຜ່ານ Facebook ແລະ Instagram ວ່າທາງ WhatsApp ກຳລັງຈະປ່ອຍບໍລິການໃຫມ່ທີ່ມີ ຊື່ວ່າ WhatsApp Cloud API ທີ່ແບບບໍ່ຈຳກັດຂະໜາດຟາຍໄວ້ສຳລັບໃຊ້ເຊິງທຸລະກິດທົ່ວໂລກ ໂດຍ Mark ອະທິບາຍວ່າ WhatsApp Cloud API ຈະຊ່ວຍໃຫ້ນັກທຸລະກິດແລະນັກພັດທະນາສາມາດຕໍ່ຍອດຈາກ WhatsApp ເພື່ອປັບປຸງແລະຕອບສະໜອງລູກຄ້າໄດ້ງ່າຍ ແລະວ່ອງໄວ. WhatsApp Cloud API ເປັນແພລດຟອມທີ່ຈັບຄູ່ກັບແອັບພລິເຄຊັນ WhatsApp ໂດຍບໍ່ຕ້ອງເສຍຄ່າເຊີບເວີເພີ່ມເຕີມ ແລະຍັງຊ່ວຍໃຫ້ຜູ້ປະກອບການຕິດຕໍ່ກັບລູກຄ້າໄດ້ໄວ ໂດຍສາມາດປັບຂະຫນາດຂໍ້ຄວາມແລະຮັບຮອງການສົ່ງຂໍ້ຄວາມໄດ້ 80 ຂໍ້ຄວາມຕໍ່ວິນາທີ. ການເປີດໂຕຟີເຈີນີ້, ...

Read More »

ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ

ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ ເປັນສັນຍານດີສຳລັບອຸດສະຫະກຳການເດີນທາງ. ສະຖາບັນເສດຖະກິດ ມາສເຕີກາດ ໄດ້ເຜິຍແຜ່ບົດລາຍງານການທ່ອງທ່ຽວ 2022 ດ້ານທ່າອ່ຽງ ແລະ ການຫັນປ່ຽນ (Travel 2022: Trends & Transitions) ໂດຍລະບຸວ່າ ຫຼັງຈາກການວິເຄາະຕະຫຼາດ 37 ແຫ່ງທົ່ວໂລກພົບວ່າ ໃນທ້າຍເດືອນມີນາ 2022 ການເດີນທາງຂ້າມປະເທດເພີ່ມຂຶ້ນລະດັບດຽວກັບໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງເປັນຈຸດໝາຍສຳຄັນສຳລັບອຸດສາຫະກຳການເດີນທາງ. ຖ້ຽວບິນເພື່ອການພັກຜ່ອນ ແລະ ເພື່ອທຸລະກິດ ເພີ່ມຂຶ້ນສູງສຸດນັບຕັ້ງແຕ່ປີ 2019 ຊຶ່ງຖືວ່າເປັນການເພີ່ມຂຶ້ນຄັ້ງທຳອິດຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ເດວິດ ແມນ ຫົວໜ້ານັກເສດຖະສາດຝ່າຍກິດຈະການອາຊີ-ປາຊີຟິກ, ຕາເວັນອອກກາງ ແລະ ອາຟຣິກາໃຕ້ຂອງສະຖາບັນເສດຖະກິດ ມາສເຕີກາດ ກ່າວວ່າ ອຸດສາຫະກຳການເດີນທາງມີທ່າອ່ຽງຟື້ນໂຕ ບົດລາຍງານຂອງ ມາສເຕີກາດ ລະບຸວ່າ ການຈອງຖ້ຽວບິນທົ່ວໂລກເພື່ອການພັກຜ່ອນນັ້ນເພີ່ມຂຶ້ນ 25% ໃນເດືອນເມສາ ສູງກວ່າໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຮງໜູນມາຈາກຖ້ຽວບິນໄລຍະໃກ້ ແລະ ໄລຍະກາງ ຊຶ່ງປັບໂຕສູງຂຶ້ນກວ່າໃນໄລຍະດຽວກັນຂອງປີ 2019. ນອກຈາກນີ້, ຈຳນວນການຈອງຖ້ຽວບິນທຸລະກິດກໍປັບໂຕຂຶ້ນເຊັ່ນດຽວກັນ ໂດຍໃນທ້າຍເດືອນມີນາ 2022 ຈຳນວນການຈອງຖ້ຽວບິນທຸລະກິດເພີ່ມຂຶ້ນສູງກວ່າລະດັບໃນປີ 2019 ເປັນຄັ້ງທຳອິດນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ຂໍ້ມູນ: ...

Read More »

ຄາດວ່າເສດຖະກິດຂອງອາຊີຕາເວັນອອກສຽງໃຕ້ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ 5,2% ໃນປີ 2023.

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດປີ 2022 ທີ່ກຳປູເຈຍເປັນ ປະທານ ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ ໂດຍຄາດວ່າ, ຈັງຫວະການ ເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນປີນີ້ຈະບັນລຸເຖິງ 4,9% ແລະປີ 2023 ຈະບັນລຸ 5,2%. ກອງປະຊຸມເຫັນວ່າ: ເສດຖະກິດທົ່ວໂລກໄດ້ປ່ຽນແປງຢ່າງວ່ອງໄວ ເຊິ່ງ ໄດ້ນຳເອົາໂອກາດ ແລະ ສິ່ງທ້າທາຍໃໝ່ມາໃຫ້ແກ່ພາກພື້ນ. ເຕັກນິກດີຈີຕອນ ແລະ ການພັດທະນາແບບຍືນຍົງ ພວມກາຍເປັນພະລັງຂັບເຄື່ອນໃໝ່ສຳລັບການເຕີບໂຕ ຂອງອາຊຽນໃນອະນາຄົດ. ນອກນີ້, ກອງປະຊຸມໄດ້ເນັ້ນໜັກວ່າ, ອາຊຽນຕ້ອງສືບຕໍ່ ຮັກສາສະຕິລະວັງຕົວ ແລະ ສືບຕໍ່ເລັ່ງຂະບວນການຟື້ນຟູຢ່າງຮອບດ້ານຂອງອາຊຽນ ເພື່ອຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ ແລະ ຮັບປະກັນໃຫ້ເສດຖະກິດອາຊຽນ ສາມາດຟື້ນຟູໄດ້ດີກວ່າເກົ່າ ແລະ ແຂງແຮງກວ່າເກົ່າ. ຂໍ້ມູນ: ທະນາຄານ ມາຣູຮານ ເຈເເປນ ລາວ

Read More »

ຫວຽດນາມ ປັບຂຶ້ນອັດຕາດອກເບ້ຍເງິນຝາກ0,1%-0,6%

ວັນ​ທີ18​ ພຶດສະພາ​, ທະນາຄານ ​ຫລາຍ​ແຫ່ງ ​ໃນ​ຫວຽດນາມ ປະກາດ​ ປັບ​ຂຶ້ນ​ ອັດຕາດອກ​ເບ້ຍເງິນ​ຝາກ 0,1% ຫາ 0,6% ​ເຮັດ​ໃຫ້​ອັດຕາ ດອກ​ເບ້ຍເງິນ​ຝາກນັບ​ຕັ້ງ​ແຕ່​ເດືອນ​ນີ້ເປັນຕົ້ນ​ໄປ ເພີ່ມ​ຂຶ້ນ 6,5%-7,4%. ປັດຈຸບັນ ທະນາຄານ NamABankສະ​ເໜີ ​ດອກ​ເບ້ຍ​ ສູງ​ສຸດລະດັບ 7,4%​ໃຫ້​ກັບ ​ລູກ​ຄ້າທີ່​ດຳ​ເນີນການ​ຝາກ​ເງິນ ຜ່ານ​ທາງແອບ​ພລິ​ເຄຊັນ ທະນາຄານຂອງ​ສະມາດ​ໂຟນ ​ເປັນ​ເວລາ 16-36​ເດືອນ. ການ​ປັບ​ຂຶ້ນ ອັດຕາ​ ດອກ​ເບ້ຍ​ເງິນ​ຝາກ ມີ​ຂຶ້ນ​ໃນ​ໄລຍະ​ ທີ່​ຕ້ອງການຂໍ​ສິນ​ເຊື່ອ​ເພີ່ມ​ສູງ​ຂຶ້ນ​ຫລາຍ ​ໂດຍ​ຄາດ​ ການ​ວ່າ ​ແຮງ​ກົດ​ດັນເງິນ​ເຟີ້ ​ແລະການ​ແຂ່ງຂັນ​ກັນຫລາຍ​ຂຶ້ນ ຈາກ​ຊັບ​ສິນຊະນິດ​ອື່ນໆ​ເຊັ່ນ ອະສັງຫາ ລິມະ​ຊັບ ​ແລະ ຫລັກ​ຊັບ ຈະ​ກົດ​ດັນ​ ໃຫ້​ອັດຕາດອກ​ເບ້ຍ​ເງິນ​ຝາກ​ ປັບ​ຕົວ​ສູງ​ຂຶ້ນ. ອັດຕາ​ ດອກ​ເບ້ຍ​ເງິນ​ຝາກ ມີ​ທ່າ​ອ່ຽງ ປັບ​ຕົວ​ສູງ​ຂຶ້ນ 0,3%-0,5% ສູ່​ລະດັບ 5,9%-6,1%​ໃນ​ປີ​ນີ້. ຂໍ້ມູນ: ຂປລ

Read More »